02/06/2026
ຂ່າວການເຄື່ອນໄຫວວຽກງານຊາວໜຸ່ມຮາກຖານສະຖານທູດລາວທີ່ຮ່າໂນ້ຍ
-------------*-------------
ວັນທີ 31 ພຶດສະພາ 2026 ທີ່ຜ່ານມາ, ສະຫາຍ ເກດສະໜາ ວໍລະເພັດ, ເລຂາຄະນະຊາວໜຸ່ມຮາກຖານ ສະຖານທູດລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າຮ່ວມກອງປະຊຸມ ສະຫຼຸບການວຽກງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2025 ແລະ ທິດທາງແຜນການປະຈຳປີ 2026 ຂອງໜ່ວຍຊາວໜຸ່ມນັກສຶກສາລາວ ປະຈຳແຂວງ ກວາງນິງ ແຫ່ງ ສສ ຫວຽດນາມ.
ໜ່ວຍຊາວໜຸ່ມນັກສຶກສາລາວ ປະຈຳແຂວງ ກວາງນິງ ແມ່ນໜ່ວຍຊາວໜຸ່ມໜຶ່ງທີ່ຂຶ້ນກັບຄະນະຊາວໜຸ່ມຮາກຖານສະຖານທູດລາວປະຈຳ ຮ່າໂນ້ຍ, ມີສະມາຊິກທັງໝົດ 426 ສະຫາຍ, ຍິງ 215 ສະຫາຍ.
ຜົນການສະຫຼຸບ, ຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມໃນໄລຍະໜຶ່ງປີຜ່ານມາ ເຫັນວ່າ,
ສະມາຊິກຊາວໜຸ່ມສ່ວນຫຼາຍແມ່ນໄດ້ມີຄວາມຫ້າວຫັນໃນການສຶກສາຮ່ຳຮຽນ, ມີຄວາມຮັກແພງສາມັກຄີເຊິ່ງກັນແລະກັນ, ປະກອບສ່ວນເຂົ້າຮ່ວມກິດຈະກຳຕ່າງໆໄດ້ເປັນຂະບວນ. ໃນນັ້ນ, ມີສະມາຊິກຊາວໜຸ່ມຈຳນວນ 113 ສະຫາຍ, ຍິງ 69 ສະຫາຍ ໄດ້ຮັບການຍ້ອງຍໍດີເດັ່ນນຳໜ້າໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ, 01 ສະຫາຍໄດ້ຮັບການຍ້ອງຍໍເປັນຊາວໜຸ່ມຕົວແບບ ແລະ ຍ້ອງຍໍຄະນະໜ່ວຍຊາວໜຸ່ມດີເດັ່ນໃນການນຳພາຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ.
ໃນໂອກາດນີ້, ເພື່ອເປັນການຮັກສາ ແລະ ເສີມຂະຫຍາຍຜົນງານທີ່ໜ່ວຍຍາດມາໄດ້ໃນໄລຍະໜຶ່ງປີຜ່ານມາ ກໍຄືການປະຕິບັດແຜນການໃຫ້ສຳເລັດຜົນ, ສະຫາຍ ເກດສະໜາ ວໍລະເພັດ, ເລຂາຄະນະຊາວຫນຸ່ມຮາກຖານສະຖານທູດລາວທີ່ ຮ່າໂນ້ຍ ກໍໄດ້ໃຫ້ກຽດໂອ້ລົມຕໍ່ທີ່ປະຊຸມ ໂດຍສະຫາຍໄດ້ຍ້ອງຍໍຊົມເຊີຍຄະນະໜ່ວຍ ແລະ ສະມາຊິກຊາວໜຸ່ມທຸກສະຫາຍ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານໃນແຕ່ລະດ້ານ ເປັນຕົ້ນແມ່ນ ການເຮັດວຽກການເມືອງ-ແນວຄິດຂອງຄະນະໜ່ວຍເປັນປົກກະຕິ ຈຶ່ງເຮັດໃຫ້ສະມາຊິກມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຫຼັກໝັ້ນການເມືອງສູງ, ມີຄວາມສາມັກຄີເປັນປຶກແຜ່ນ, ຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານຊາວໜຸ່ມຢ່າງເປັນຂະບວນ ແລະ ເຮັດສຳເລັດໜ້າທີ່ ທີ່ວາງເອົາໄວ້ໃນໄລຍະຜ່ານມາເປັນຢ່າງດີ. ພ້ອມນີ້, ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະໜ່ວຍ ແລະ ສະມາຊິກທຸກສະຫາຍ ໃຫ້ສືບຕໍ່ເອົາໃຈໃສ່ໃນການປະຕິບັດກົດໝາຍຂອງລາວ ແລະ ຫວຽດນາມ ກໍຄືລະບຽບການຕ່າງໆຂອງໂຮງຮຽນວາງອອກ, ສະກັດກັ້ນບໍ່ໃຫ້ມີປະກົດກາຍຫຍໍ້ທໍ້ເກີດຂຶ້ນ.
ຂ່າວ: ສະຖານທູດລາວທີ່ຮ່າໂນ້ຍ