ຄະນະຮັບຜິດຊອບນັກສຶກສາສົງລາວໃນຣາຊະອານາຈັກໄທ

ຄະນະຮັບຜິດຊອບນັກສຶກສາສົງລາວໃນຣາຊະອານາຈັກໄທ ຄະນະຮັບຜິດຊອບນັກສຶກສາສົງລາວໃນຣາຊະອານາຈັກໄທ (ອະທິບາຍ)

ขณะนี้ทางชมรมนักศึกษาสงลาวได้ทำการจัดทำ facebook ของชมรม เพื่ออำนวยความสดวกในการประกาศข่าวสารต่างๆและการจัดกิจกรรมของชมรมลาวให้นักศึกษาลาวทุกรูปได้รับทราบ นอกจากนั้น facebook นี้ยังเป็นช่องทางหนึ่งเพื่อให้นักศึกษาสงฆ์ลาวเสนอ หรือ เเสดงความคิดเห็นของตนเองผ่านทา facebook นี้ได้ (เเต่ขอให้ใช้ข้อความที่สุภาพและสร้างสรรค์) ให้นักศึกษาลาวทุกรูปได้รับทราบโดยทั่วกัน เพื่อนๆนิสิตรูปใดมีข้อมูลข่าวสารทีเห็นว่าดีมีประโยชน์แก่ชุมนุมและนิสิตทั้งหลายก็ขอให้นำมาแชร์กันหน่อยนะ

12/07/2021

ຂ່າວດີ ຈາກຕຳຫຼວດກວດຄົນເຂົ້າເມືອງ ສປປ ລາວ ເຖິງແຮງງານລາວ ທີ່ຂ້າມໄປເຮັດວຽກຢູ່ໄທແບບຜິດກົດໝາຍ ແລະ ມີຄວາມປະສົງຈະເດີນທາງກັບພູມລຳເນົາຂອງຕົນ ບໍ່ໃຫ້ເປັນຫ່ວງແລ້ວ ເພາະ ປະຈຸບັນ ຕຳຫຼວດກວດຄົນເຂົ້າເມືອງ ຂອງ ສອງປະເທດ ໄດ້ຕົກລົງເຫັນດີ ປະຕິບັດນະໂຍບາຍຜ່ອນຜັນ ໃນໄລຍະການແຜ່ລະບາດ ໂຄວິດ-19 ໂດຍຈະບໍ່ມີການເອົາໂທດ ແລະ ບໍ່ມີການປັບໃຫມ ໃດໆ. ຂໍພຽງແຕ່ໃຫ້ແຈ້ງເຈດຈຳນົງ ແລະ ປະຕິບັດຕາມຂັ້ນຕອນ ການກັກໂຕ 14 ມື້ ຢ່າງເຂັ້ມງວດ ໃນສະຖານທີ່ ທີ່ຈະຈັດສັນໃຫ້ເພື່ອຕ້ານການແຜ່ລະບາດ ຂອງເຊື້ອ ໂຄວິດ-19 (ຫ້າມລັກຂ້າມມາແບບຜິດກົດໝາຍເດັດຂາດ)
ທີ່ມາ: ຕຳຫຼວດກວດຄົນເຂົ້າເມືອງ ສປປ ລາວ

ນ້ອມຖວາຍມຸທິຕາສັກກາຣະອາຍຸວັດທະນະມຸງຄຸນ ຍາທ່ານໃຫຍ່ ດຣ.ມະຫາເວດ ມະເສໄນຮອງປະທານ ອ.ພ.ສ ສູນກາງເຈົ້າອາວາດວັດສີສະເກດຂໍໃຫ້ຍາທ່ານໃ...
05/03/2021

ນ້ອມຖວາຍມຸທິຕາສັກກາຣະ
ອາຍຸວັດທະນະມຸງຄຸນ
ຍາທ່ານໃຫຍ່ ດຣ.ມະຫາເວດ ມະເສໄນ
ຮອງປະທານ ອ.ພ.ສ ສູນກາງ
ເຈົ້າອາວາດວັດສີສະເກດ
ຂໍໃຫ້ຍາທ່ານໃຫຍ່ມີສຸຂະພາບແຂງແຮງ
ເປັນຮົ່ມ ຮົ່ມໄຊ ໃຫ້ພວກຂ້ານ້ອຍທັງຫລາຍດ້ວຍເທີ້ນ

ລາຍຊື່ທັງໝົດ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ-------------------------------ຜົນການເລືອກຕັ້ງ...
15/01/2021

ລາຍຊື່ທັງໝົດ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ
-------------------------------
ຜົນການເລືອກຕັ້ງ ຄະນະບໍລິຫານງານສູນກາງພັກ ແລະ ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ໃນຕອນບ່າຍຂອງວັນທີ 15 ມັງກອນ 2021, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ປະຊາຊົນປະຕິວັດລາວ ສະຫາຍ ປອ ບຸນທອງ ຈິດມະນີ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ໄດ້ແຈ້ງຜົນການເລືອກຕັ້ງ ຄະນະບໍລິຫານງານສູນກາງພັກ ແລະ ຜົນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເລືອກຕັ້ງ ສະຫາຍ ປອ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI.

ຜົນການເລືອກຕັ້ງ ຄະນະບໍລິຫານງານສູນກາງພັກ ທີ່ໄດ້ຮັບການເລືອກຕັ້ງໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ຄະນະບໍລິຫານງານສູນກາງພັກສະໄໝທີ XI ປະກອບມີ ກຳມະການສົມບູນສູນກາງພັກ 71 ສະຫາຍ, ຍິງ 12 ສະຫາຍ ແລະ ກຳມະການສຳຮອງສູນກາງພັກ 10 ສະຫາຍ, ຍິງ 02 ສະຫາຍ. ເຊິ່ງປະກອບມີລາຍຊື່ດັ່ງນີ້:

1. ສະຫາຍ ປອ ທອງລຸນ ສີສຸລິດ
2. ສະຫາຍ ປອ ພັນຄຳ ວິພາວັນ
3. ສະຫາຍ ນາງ ປານີ ຢາທໍ່ຕູ້
4. ສະຫາຍ ປອ ບຸນທອງ ຈິດມະນີ
5. ສະຫາຍ ປອ ໄຊສົມພອນ ພົມວິຫານ
6. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ
7. ສະຫາຍ ປອ ຄຳພັນ ພົມມະທັດ
8. ສະຫາຍ ປອ ສິນລະວົງ ຄຸດໄພທູນ
9. ສະຫາຍ ສອນໄຊ ສີພັນດອນ
10. ສະຫາຍ ສຈ ປອ ກິແກ້ວ ໄຂຄຳພິທູນ
11. ສະຫາຍ ພົນໂທ ວິໄລ ຫລ້າຄຳຟອງ
12. ສະຫາຍ ນາງ ສີໃສ ລືເດດມູນສອນ
13. ສະຫາຍ ສະເຫລີມໄຊ ກົມມະສິດ
14. ສະຫາຍ ປອ ຄຳພັນ ເຜີຍຍະວົງ
15. ສະຫາຍ ປອ ອານຸພາບ ຕຸນາລົມ
16. ສະຫາຍ ຮສ ປອ ທອງສະລິດ ມັງໜໍ່ເມກ
17. ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ
18. ສະຫາຍ ປອ ນາງ ວຽງທອງ ສີພັນດອນ
19. ສະຫາຍ ສຈ ປອ ຈະເລີນ ເຢຍປາວເຮີ
20. ສະຫາຍ ຄຳໃບ ດຳລັດ
21. ສະຫາຍ ສົມມາດ ພົນເສນາ
22. ສະຫາຍ ປອ ຄຳແພງ ໄຊສົມແພງ
23. ສະຫາຍ ພົນໂທ ສຸວອນ ເລືອງບຸນມີ
24. ສະຫາຍ ຄຳເຈນ ວົງໂພສີ
25. ສະຫາຍ ຄຳພັນ ສິດທິດຳພາ
26. ສະຫາຍ ຄຳເຜີຍ ບຸດດາວຽງ
27. ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ
28. ສະຫາຍ ປອ ກອງແກ້ວ ໄຊສົງຄາມ
29. ສະຫາຍ ດຣ ນາງ ອິນລາວັນ ແກ້ວບຸນພັນ
30. ສະຫາຍ ຄຳຂັນ ຈັນທະວີສຸກ
31. ສະຫາຍ ນາງ ເຂັມມະນີ ພົນເສນາ
32. ສະຫາຍ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ
33. ສະຫາຍ ປອ ສອນທະນູ ທຳມະວົງ
34. ສະຫາຍ ປອ ວິໄລວົງ ບຸດດາຄຳ
35. ສະຫາຍ ປອ ເພັດ ພົມພິພັກ
36. ສະຫາຍ ພົງສະຫວັນ ສິດທະວົງ
37. ສະຫາຍ ວັນໄຊ ແພງຊຸມມາ
38. ສະຫາຍ ສັນຕິພາບ ພົມວິຫານ
39. ສະຫາຍ ນາງ ບຸນຄຳ ວໍລະຈິດ
40. ສະຫາຍ ປອ ບົວຄົງ ນາມມະວົງ
41. ສະຫາຍ ສອນໄຊ ສິດພະໄຊ
42. ສະຫາຍ ນາງ ໃບຄຳ ຂັດທິຍະ
43. ສະຫາຍ ອາລຸນໄຊ ສູນນະລາດ
44. ສະຫາຍ ນາງ ສວນສະຫວັນ ວິຍະເກດ
45. ສະຫາຍ ປອ ໂພໄຊ ໄຊຍະສອນ
46. ສະຫາຍ ລາວປາວຊົ່ງ ນະວົງໄຊ
47. ສະຫາຍ ເລັດ ໄຊຍະພອນ
48. ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ
49. ສະຫາຍ ບຸນໂຈມ ອຸບົນປະເສີດ
50. ສະຫາຍ ຄຳຜອຍ ວັນນະສານ
51. ສະຫາຍ ເຫລັກໄຫລ ສີວິໄລ
52. ສະຫາຍ ວຽງສະຫວັດ ສີພັນດອນ
53. ສະຫາຍ ຄຳໄຫລ ສີປະເສີດ
54. ສະຫາຍ ຮສ ປອ ພຸດ ສີມມາລາວົງ
55. ສະຫາຍ ວັນໄຊ ພອງສະຫວັນ
56. ສະຫາຍ ດຣ ບຸນແຝງ ພູມມະໄລສິດ
57. ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ
58. ສະຫາຍ ໄພວີ ສີບົວລິພາ
59. ສະຫາຍ ຮສ ພູວົງ ອຸ່ນຄຳແສນ
60. ສະຫາຍ ປອ ທອງຈັນ ມະນີໄຊ
61. ສະຫາຍ ບຸນຈັນ ສີວົງພັນ
62. ສະຫາຍ ທອງສະຫວັນ ພົມວິຫານ
63. ສະຫາຍ ໄຊຊະນະ ໂຄດພູທອນ
64. ສະຫາຍ ອາດສະພັງທອງ ສີພັນດອນ
65. ສະຫາຍ ປອ ລີເບີ ລີບົວປາວ
66. ສະຫາຍ ນາງ ບຸດສະດີ ທະນະເມືອງ
67. ສະຫາຍ ພົນຕີ ກົງທອງ ພົງວິຈິດ
68. ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ
69. ສະຫາຍ ນາງ ປິງຄຳ ລາຊະສິມມາ
70. ສະຫາຍ ພົນຕີ ວັນທອງ ກອງມະນີ
71. ສະຫາຍ ປອ ດາວວົງ ພອນແກ້ວ

ກຳມະການສຳຮອງສູນກາງພັກ ປະກອບມີ 10 ສະຫາຍ, ຍິງ 02 ສະຫາຍ ຄື:
1. ສະຫາຍ ມະໄລທອງ ກົມມະສິດ
2. ສະຫາຍ ບຸນຄົງ ຫລ້າຈຽມພອນ
3. ສະຫາຍ ວັນສີ ກົວມົວ
4. ສະຫາຍ ວິໄລວັນ ບຸດດາຄຳ
5. ສະຫາຍ ຮສ ປອ ລິນຄຳ ດວງສະຫວັນ
6. ສະຫາຍ ວຽງທະວີສອນ ເທບພະຈັນ
7. ສະຫາຍ ມອນໄຊ ລາວມົວຊົ່ງ
8. ສະຫາຍ ບຸນຕາ ເທບພະວົງ
9. ສະຫາຍ ນາງ ອຳໄພວອນ ລ້ອມບຸນແພງ
10. ສະຫາຍ ພັນເອກ ນາງ ລີວົງ ລາວລີ

ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ໄດ້ເລືອກຕັ້ງກົມການເມືອງສູນກາງພັກ ຈຳນວນ 13 ສະຫາຍ ຄື:
1. ສະຫາຍ ປອ ທອງລຸນ ສີສຸລິດ
2. ສະຫາຍ ປອ ພັນຄຳ ວິພາວັນ
3. ສະຫາຍ ນາງ ປານີ ຢາທໍ່ຕູ້
4. ສະຫາຍ ປອ ບຸນທອງ ຈິດມະນີ
5. ສະຫາຍ ປອ ໄຊສົມພອນ ພົມວິຫານ
6. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ
7. ສະຫາຍ ປອ ຄຳພັນ ພົມມະທັດ
8. ສະຫາຍ ປອ ສິນລະວົງ ຄຸດໄພທູນ
9. ສະຫາຍ ສອນໄຊ ສີພັນດອນ
10. ສະຫາຍ ສຈ ປອ ກິແກ້ວ ໄຂຄຳພິທູນ
11 ສະຫາຍ ພົນໂທ ວິໄລ ຫລ້າຄຳຟອງ
12. ສະຫາຍ ນາງ ສີໃສ ລືເດດມູນສອນ
13 ສະຫາຍ ສະເຫລີມໄຊ ກົມມະສິດ

ຄະນະເລຂາທິການສູນກາງພັກ ປະກອບມີ 09 ສະຫາຍ ຄື:
1. ສະຫາຍ ປອ ທອງລຸນ ສີສຸລິດ
2. ສະຫາຍ ປອ ບຸນທອງ ຈິດມະນີ
3. ສະຫາຍ ປອ ຄຳພັນ ພົມມະທັດ
4. ສະຫາຍ ນາງ ສີໃສ ລືເດດມູນສອນ
5. ສະຫາຍ ປອ ຄຳພັນ ເຜີຍຍະວົງ
6. ສະຫາຍ ປອ ອານຸພາບ ຕຸນາລົມ
7. ສະຫາຍ ຮສ ປອ ທອງສະລິດ ມັງໜໍ່ເມກ
8. ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ
9. ສະຫາຍ ປອ ນາງ ວຽງທອງ ສີພັນດອນ

ກອງປະຊຸມໄດ້ເລືອກຕັ້ງເອົາ ສະຫາຍ ປອ ບຸນທອງ ຈິດມະນີ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ.

ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກໍໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກຕັ້ງ ສະຫາຍ ປອ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ເລືອກເອົາ ສະຫາຍ ປອ ຄຳພັນ ພົມມະທັດ ເປັນປະທານຄະນະກວດກາສູນກາງພັກ ແລະ ເລືອກຮອງປະທານຄະນະກວດກາສູນກາງພັກ 06 ສະຫາຍ ຄື:
1. ສະຫາຍ ວິໄລວັນ ບຸດດາຄຳ
2. ສະຫາຍ ສີໄນ ມຽງລາວັນ
3. ສະຫາຍ ສຸກຄຳເພັດ ເຮືອງບຸດສີ
4. ສະຫາຍ ດາວບົວລະພາ ບາວົງເພັດ
5. ສະຫາຍ ໄຊຄຳ ອຸ່ນມີໄຊ
6. ສະຫາຍ ວັນໄຊ ຊົງຊາຢູ

ການເລືອກຕັ້ງເອົາການນຳສູງສຸດຂອງພັກເຮົາໃນເທື່ອນີ້ ໄດ້ດຳເນີນໄປຢ່າງມີປະຊາທິປະໄຕ,ສະແດງເຖິງສະຕິປັນຍາ ແລະ ຄວາມສາມັກຄີເປັນເອກະພາບ ທີ່ເປັນມູນເຊື້ອອັນດີງາມຂອງພັກ, ຮັບປະກັນລັກສະນະສືບທອດຕໍ່ເນື່ອງແຫ່ງການນຳພາອັນໜັກແໜ້ນຂອງພັກເຮົາ.

ດ້ວຍຄວາມໄວ້ເນື້ອເຊື່ອໃຈຈາກຜູ້ແທນ, ບັນດາສະຫາຍກຳມະການສູນກາງພັກ ທີ່ໄດ້ຮັບການເລືອກຕັ້ງຈາກກອງປະຊຸມໃຫຍ່ຄັ້ງນີ້ ຈະສຸມສະຕິປັນຍາ, ກຳລັງວັງຊາ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ເພື່ອແບກຫາບພາລະໜ້າທີ່ອັນສູງສົ່ງ ແລະ ໜັກໜ່ວງທີ່ກອງປະຊຸມໃຫຍ່ຄັ້ງນີ້ມອບໝາຍໃຫ້.
------------------------

ຂໍເຊີນຮ່ວມງານບຸນຄົບຮອບ 100 ປີ ປະທານ ໄກສອນ ພົມວິຫານ ທີ່ຫໍພິພິດທະພັນ ຫຼັກ 6 ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ວັນທີ 12-13/ 12/ ...
07/12/2020

ຂໍເຊີນຮ່ວມງານບຸນຄົບຮອບ 100 ປີ ປະທານ ໄກສອນ ພົມວິຫານ ທີ່ຫໍພິພິດທະພັນ ຫຼັກ 6 ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ວັນທີ 12-13/ 12/ 2020
ຂໍເຊີນຈະເລີນພອນ ພໍ່ແມ່ປະຊາຊົນລາວບັນດາເຜົ່າ ທຸກທົ່ວໜ້າ ເຂົ້າຮ່ວມງານ
ຕາມບັດເລົ່າບຸນຂ້າງລຸ່ມນີ້
=========================
ບັດເລົ່າບຸນ
ຄະນະຊີ້ນໍາລະດັບຊາດສະເຫຼີມສະຫຼອງວັນສໍາຄັນຂອງພັກ-ຂອງຊາດ ປະຈໍາປີ 2020, ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຄອບຄົວພົມວິຫານ, ອົງການປົກຄອງແຂວງ-ນະຄອນຫຼວງວຽງຈັນ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ມີຈິດໃຈໃສສັດທາໃນພຸດທະສາສະໜາ ພ້ອມກັນຈັດຕັ້ງກອງບຸນ-ກອງບວດ ຂຶ້ນ 13 ກອງ ເພື່ອອຸທິດເຖິງດວງວິນຍານຂອງ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ຄົບຮອບ 100 ປີ (13/12/1920-13/12/2020)

ພິທີດັ່ງກ່າວຈະໄດ້ຈັດຂຶ້ນຢູ່ທີ່ ຫໍພິພິດຕະພັນ ປະທານ ໄກສອນ ພົມວິຫານ ຫຼັກ 6 ບ້ານ ສີວິໄລ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ.

ລາຍລະອຽດງານບຸນມີດັ່ງລຸ່ມນີ້:

- ວັນເສົາ ວັນທີ 12/12/2020 ກົງກັບມື້ແຮມ 12 ຄ່ຳ ເດືອນ 01 ພ.ສ 2563 ເປັນມື້ຈັດຕັ້ງກອງບຸນ ແລະ ຮັບໂມທະນາທານ, ຕອນແລງເວລາ 17:00 ໂມງ ມີພິທີສູດປະຣິຕະມຸງຄຸນ ແລະ ຟັງທັມມະເທດສະໜາ 01 ກັນ, ຕອນຄ່ຳ ຈະມີລາຍການຄົບງັນກອງບຸນ ຕາມຮີດຄອງປະເພນີ (ເສບດົນຕີພື້ນເມືອງ, ຂັບລໍາທ້ອງຖິ່ນ) ແລະ ລາຍການສາຍຮູບເງົາມູນເຊື້ອປະຫວັດ ແລະ ການເຄື່ອນໄຫວຂອງ ທ່ານປະທານໄກສອນ ພົມວິຫານ.

- ວັນອາທິດ ວັນທີ 13/12/2020 ກົງກັບມື້ແຮມ 13 ຄ່ຳ ເດືອນ 01 ພ.ສ 2563 ຕອນເຊົ້າ ເວລາ 07:00 ໂມງ ມີພິທີໃສ່ບາດຖວາຍກອງບຸນ-ກອງບວດ ແລະ ເຄື່ອງສັງຄະທານແດ່ພຣະສົງ 113 ອົງ

ຂໍນິມົນພຣະມະຫາເຖຣານຸເຖຣະ ທີ່ມີລາຍຊື່ຕາມທີ່ແນບມາຂ້າງລຸ່ມນີ້ ຈໍານວນ 113 ອົງ ນິມົນຮ່ວມສູດປະຣິຕະມຸງຄຸນ-ຕັກບາດ ພ້ອມ ໃນວັນເວລາດັ່ງກ່າວ
#ງານບຸນຄົບຮອບ100ປີປະທານໄກສອນພົມວິຫານ
#ໃນວັນທີ12-13/12/2020

ໝາຍເຫດ: ໃນນາມອະນຸກໍາມະການສາສະນະພິທີ ຂໍຂ່າວບຸນນີ້ມາຍັງບັນດາທ່ານເພື່ອຊາບ ແລະ ຂໍເຊີນທຸກທ່ານເຂົ້າຮ່ວມງານໄດ້ ຕາມວັນເວລາ ດັ່ງກ່າວ ບໍ່ຈໍາກັດບ່ອນນັ່ງ
ຂ່າວ: 07 /12/2020

  |  ເລົ່າບຸນ! ນະຄອນຫຼວງ ຈະຕັ້ງກອງບຸນ 13 ກອງ ແລະ ພິທີໃສ່ບາດພຣະສົງ 113 ອົງ ອຸທິດບຸນແດ່ ປະທານ ໄກສອນ ພົມວິຫານ ຄະນະຊີ້ນໍາລະດ...
07/12/2020

|
ເລົ່າບຸນ! ນະຄອນຫຼວງ ຈະຕັ້ງກອງບຸນ 13 ກອງ ແລະ ພິທີໃສ່ບາດພຣະສົງ 113 ອົງ ອຸທິດບຸນແດ່ ປະທານ ໄກສອນ ພົມວິຫານ

ຄະນະຊີ້ນໍາລະດັບຊາດສະເຫຼີມສະຫຼອງວັນສໍາຄັນຂອງພັກ-ຂອງຊາດ ປະຈໍາປີ 2020, ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ,ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຄອບຄົວພົມວິຫານ, ອົງການປົກຄອງແຂວງ-ນະຄອນຫຼວງວຽງຈັນ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ມີຈິດໃຈໃສສັດທາໃນພຸດທະສາສະໜາ ພ້ອມກັນຈັດຕັ້ງກອງບຸນ ຫຼື ວ່າກອງອັດຖະ ຂຶ້ນ 13 ກອງ

ເພື່ອອຸທິດເຖິງ ທ່ານປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ຄົບຮອບ 100 ປີ (13/12/1920-13/12/2020)

ພິທີດັ່ງກ່າວຈະໄດ້ຈັດຂຶ້ນຢູ່ທີ່ ຫໍພິພິດຕະພັນ ປະທານ ໄກສອນ ພົມວິຫານ ຫຼັກ 6 ບ້ານ ສີວິໄລ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ.

ລາຍລະອຽດງານບຸນມີດັ່ງລຸ່ມນີ້:

❤ ວັນເສົາ ວັນທີ 12/12/2020 ກົງກັບມືແຮມ 12 ຄ່ຳ ເດືອນ 01 ພ.ສ 2563 ເປັນມື້ຈັດຕັ້ງກອງບຸນ ແລະ ຮັບໂມທະນາທານ, ຕອນແລງເວລາ 17:00 ໂມງ ມີພິທີສູດປະຣິຕະມຸງຄຸນ ແລະ ຟັງທັມມະເທດສະໜາ 01 ກັນ, ຕອນຄ່ຳ ຈະມີລາຍການຄົບງັນກອງບຸນ ຕາມຮີດຄອງປະເພນີ (ເສບດົນຕີພື້ນເມືອງ, ຂັບລໍາທ້ອງຖິ່ນ) ແລະ ລາຍການສາຍຮູບເງົາມູນເຊື້ອປະຫວັດແລະການເຄື່ອນໄຫວ
ຂອງ ທ່ານປະທານໄກສອນ ພົມວິຫານ.

❤ ວັນອາທິດ ວັນທີ 13/12/2020 ກົງກັບມືແຮມ 13 ຄ່ຳ ເດືອນ 01 ພ.ສ 2563 ຕອນເຊົ້າເວລາ 07:00 ໂມງ ມີພິທີໃສ່ບາດຖວາຍກອງບຸນ ແລະ ເຄື່ອງສັງຄະທານແດ່ພຣະສົງ 113 ອົງ

 #ການສັງຄາຍະນາພຣະໄຕປິດົກໃນພະມ້າ #ພຣະໄຕປິດົກ  #ສັດຖະສັງຄາຍະນາປະເທດພະມ້າມີການທຳສັງຄາຍະນາພຣະໄຕປິດົກ 2 ຄັ້ງ ເປັນການທຳຮ່ວມກັນ...
03/12/2020

#ການສັງຄາຍະນາພຣະໄຕປິດົກໃນພະມ້າ
#ພຣະໄຕປິດົກ #ສັດຖະສັງຄາຍະນາ

ປະເທດພະມ້າມີການທຳສັງຄາຍະນາພຣະໄຕປິດົກ 2 ຄັ້ງ ເປັນການທຳຮ່ວມກັນຂອງປະເທດທີ່ນັບຖືພຣະພຸດທະສາສະໜາເຖຣະວາດດັງຫຼັກຖານບັນທຶກໄວ້ວ່າ ປະເທດທີ່ນັບຖືພຣະພຸດທະສາສະໜາຝ່າຍເຖຣະວາດໄດ້ມີເຫດການສຳຄັນທາງພຸດທະສາສະໜາທີ່ເກີດຂຶ້ນໃນພະມ້າຮ່ວມກັນ ຄື ການສັງຄາຍະນາພຣະໄຕປິດົກ ທີ່ເມືອງມັນດະເລ ເມື່ອ ພ.ສ 2414

ເປັນການສັງຄາຍະນາຄັ້ງທຳອິດໃນພະມ້າ ແຕ່ພະມ້ານັບວ່າເປັນຄັ້ງທີ່ 5 ຕໍ່ຈາກການຈາລຶກພຣະໄຕປິດົກລົງໃນແຜ່ນຫີນອ່ອນ 429 ແຜ່ນ ທີ່ເມືອງມັນດະເລ ດ້ວຍການອຸປະຖຳຂອງພຣະເຈົ້າມິນດົງ ໃນ ພ.ສ 2414 (ຄ.ສ 1871) ພຣະມະຫາເຖຣະ 3 ອົງ ຄື ພຣະຊາຄະຣາພິວັງສະ ພຣະນະຣິນທາພິທະຊະ ແລະ ພຣະສຸມັງຄະລະສາມີ ໄດ້ປ່ຽນກັນເປັນປະທານໂດຍລຳດັບ ມີພຣະສົງແລະພຣະອາຈານຜູ້ແຕກສານໃນພຣະປະຣິຍັດຮ່ວມປະຊຸມ 2,400 ທ່ານ ດຳເນີນການຢູ່ 5 ເດືອນຈຶ່ງສຳເລັດ
ສ່ວນການສັງຄາຍະນາຄັ້ງທີ 2 ໃນພະມ້າ ຫຼື ທີ່ພະມ້ານັບວ່າເປັນຄັ້ງທີ 6 ເຊິ່ງເອີ້ນວ່າ ສັດຖະສັງຄາຍະນາ ເລີ່ມດຳເນີນການເມື່ອວັນທີ 17 ພຶດສະພາ ພ.ສ 2497 ຈົນເຖິງ ວັນທີ 24 ພຶດສະພາ ພ.ສ 2499 (ຄ.ສ 1956) ເປັນອັນປິດງານ

ໃນການປິດງານໄດ້ທຳຮ່ວມກັບການສະຫຼອງ 25 ພຸດທະສະຕະວັດ (ການນັບຂອງພະມ້າໄວກວ່າລາວ 1 ປີ ຈຶ່ງເທົ່າກັບເລີ່ມ ພ.ສ 2498 ປິດ ພ.ສ 2500 ຕາມທີ່ພະມ້ານັບ) ພະມ້າທໍາສັງຄາຍະນາຄັ້ງນີ້ ມຸ່ງພິມພຣະໄຕປິດົກເປັນປະສົງທໍາອິດ ແລະຈະຈັດພິມອັດຖະກະຖາ (ຄຳອະທິບາຍພຣະໄຕປິດົກ) ແລະຄໍາແປເປັນພາສາພະມ້າໂດຍລໍາດັບ ມີການໂຄສະນາແລະເຊີນຊວນພຸດທະສາສະນິກະຊົນຫຼາຍປະເທດໄປຮ່ວມພິທີດ້ວຍ ໂດຍສະເພາະປະເທດເຖຣະວາດ ຄື ພະມ້າ ລັງກາ ລາວ ໄທ ຂະເໝນ ທັງ 5 ປະເທດນີ້ ຖືວ່າສຳຄັນສຳລັບການສັງຄາຍະນາຄັ້ງນີ້ຫຼາຍ ເພາະໃຊ້ພຣະໄຕປິດົກພາສາບາລີຢ່າງດຽວກັນ

ຈຶ່ງໄດ້ມີສະໄໝປະຊຸມ ເຊິ່ງປະມຸກ ຫຼືຜູ້ແທນປະມຸກຂອງທັງ 5 ປະເທດນີ້ເປັນຫົວໜ້າ ໄດ້ມີການກໍ່ສ້າງຄູຫາຈຳລອງ ເຮັດດ້ວຍຄອນກຣີດ ບັນຈຸຄົນໄດ້ຫຼາຍພັນຄົນ ມີທີ່ນັ່ງສຳລັບພຣະສົງບໍ່ນ້ອຍກວ່າ 2,500 ບ່ອນ ບໍລິເວນທີ່ກໍ່ສ້າງປະມານ 125 ເຮັກຕາເສດ ເມື່ອສຳເລັດແລ້ວໄດ້ແຈກຈ່າຍພຣະໄຕປິດົກອັກສອນພະມ້າໄປໃນປະເທດຕ່າງໆ ລວມທັງປະເທດລາວດ້ວຍ.

ໃນການກວດແກ້ພຣະໄຕປິດົກ ສະບັບພາສາບາລີລາວ ກໍໄດ້ອາໄສພຣະໄຕປິດົກພະມ້າ ສະບັບສັດຖະສັງຄາຍະນານີ້ເປັນຕົ້ນແບບ

-------
ພຣະມະຫາສິງຫາ ໄຂ່ອຳພອນ
ທີ່ວັດນາດີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
03/12/2020

--------
#ການສັງຄາຍະນາພຣະໄຕປິດົກໃນພະມ້າ
#ພຣະໄຕປິດົກ #ສັດຖະສັງຄາຍະນາ
#ພຣະໄຕປິດົກລາວ

ເນື່ອງໃນໂອກາດວັນສໍາຄັນຂອງຊາດ ວັນທີ 2 ທັນວາ ໄດ້ໝູນວຽນມາອີກວາລະນຶ່ງ ຄົບຮອບ 45 ປີ,ຂໍອວຍພອນໄຊອັນປະເສີດແດ່ຄະນະນໍາ ພໍ່ແມ່ປະຊາຊ...
02/12/2020

ເນື່ອງໃນໂອກາດວັນສໍາຄັນຂອງຊາດ ວັນທີ 2 ທັນວາ ໄດ້ໝູນວຽນມາອີກວາລະນຶ່ງ ຄົບຮອບ 45 ປີ,ຂໍອວຍພອນໄຊອັນປະເສີດແດ່ຄະນະນໍາ ພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງມີແຕ່ຄວາມສຸກສົມຫວັງ ມີຜົນສຳເລັດໃນຫນ້າທີ່ວຽກງານແລະຊີວິດຄອບຄົວຢ່າງທົ່ວເຖີງ....

27/11/2020

ที่อยู่

Wang Noi

เบอร์โทรศัพท์

+66638609813

เว็บไซต์

แจ้งเตือน

รับทราบข่าวสารและโปรโมชั่นของ ຄະນະຮັບຜິດຊອບນັກສຶກສາສົງລາວໃນຣາຊະອານາຈັກໄທผ่านทางอีเมล์ของคุณ เราจะเก็บข้อมูลของคุณเป็นความลับ คุณสามารถกดยกเลิกการติดตามได้ตลอดเวลา

ติดต่อ องค์กรนั้น

ส่งข้อความของคุณถึง ຄະນະຮັບຜິດຊອບນັກສຶກສາສົງລາວໃນຣາຊະອານາຈັກໄທ:

แชร์