26/01/2026
📌🙏ຂໍເຊີນທຸກທ່ານເຂົ້າຮ່ວມ ພິທີແຫ່-ສູດສາທະຍາຍພະໄຕປີດົກ ທີ່ເດີ່ນພຣະທາດຫຼວງວຽງຈັນ ຕັ້ງແມ່ວັນທີ 26-31 ມັງກອນ 2026.
ສູນກາງອົງການພຸດທະສາສະໜາສຳພັນລາວ ແຫ່ງ ສປປ ລາວ (ອພສ) ຈະຈັດບຸນແຫ່-ສູດສາທະຍາຍພະໄຕປີດົກ, ພ້ອມທັງສະເຫຼີມສະຫຼອງອາຄານປະທານສົງສູນກາງ ອພສ ແລະ ພິທີຫົດສົງມະຫາເຖຣາພິເສກ ໃນລະຫວ່າງວັນທີ 26-31 ມັງກອນ 2026 ທີ່ເດີ່ນພະທາດຫລວງວຽງຈັນ.
ຈຸດປະສົງຫລັກໃນການຈັດງານຄັ້ງນີ້ ເພື່ອສ້າງຄວາມເປັນສິລິມຸງຄຸນໃຫ້ປະເທດຊາດ ແລະ ເຊີດຊູພະທຳຄຳສອນ ໂດຍຈະມີກິດຈະກຳສຳຄັນຄື: ພິທີສູດສາທະຍາຍພະໄຕປິດົກລາວ (ພະວິໄນ, ພະສູດ ແລະ ພະອະພິທຳ) ຢ່າງເຕັມຮູບແບບຢູ່ພາຍໃນກົມມະລຽນພະທາດຫຼວງ ເພື່ອແຜ່ເມດຕາບາລະມີ ແລະ ສົ່ງເສີມການສຶກສາຄຳສອນຂອງອົງພະສຳມາສຳພຸດທະເຈົ້າ ໃຫ້ຄົງຢູ່ຄູ່ກັບຊາດລາວ ແລະ ເປັນການສ້າງບາລະມີທຳໃຫ້ຕົນເອງ ແລະ ຄອບຄົວ. ພິທີມຸທິຕາມະຫາເຖຣາພິເສກ ຖືເປັນວາລະອັນສັກສິດ ໃນການປະກອບພິທີຫົດສົງມຸທິຕາມະຫາເຖຣາພິເສກ ແດ່ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານສູນກາງ ອພສ ອົງທີ 7 ແລະ ຄະນະສົງຜູ້ຈັດທຳພະໄຕປິດົກລາວ ຈໍານວນ 13 ອົງ ເພື່ອສະແດງຄວາມກະຕັນຍູກະຕະເວທີ ຕໍ່ຜູ້ນຳພາສູງສຸດຂອງຄະນະສົງລາວ ແລະ ຍົກຍ້ອງບຸກຄົນຜູ້ມີຄຸນງາມຄວາມດີ ຜູ້ທີ່ເສຍສະລະກຳລັງກາຍ, ກຳລັງໃຈໃນການຊີ້ນຳ-ນຳພາພະສົງ ແລະ ຮຽບຮຽງພະທຳຄຳສອນ.
ການຈັດງານຄັ້ງນີ້, ເປີດໂອກາດໃຫ້ພຸດທະສາສະນິກະຊົນ ໄດ້ຮ່ວມບໍລິຈາກທຶນສົມທົບ ເພື່ອຊຳລະຄ່າກໍ່ສ້າງອາຄານທີ່ຍັງຄ້າງຊຳລະ, ການໄດ້ຮ່ວມບໍລິຈາກປັດໄຈ ແລະ ຮ່ວມພິທີຍົກຍອດຊໍ່ຟ້າ ປຽບເໝືອນການໄດ້ຝາກຊື່ ແລະ ບຸນກຸສົນໄວ້ໃນແຜ່ນດິນ, ເປັນວິຫານທານທີ່ມີອານິສົງແຮງ ກໍໃຫ້ເກີດຄວາມສົມບູນພູນສຸກໃນຊີວິດ.
ພາບ: ປອ. ສີສຸກ ສະເຫຼີມຄຸນ Dr.Ed
ແຫຼ່ງຂໍ້ມູນ: ປະເທດລາວ
#ພິທີແຫ່ສູດສາທະຍາຍພະໄຕປີດົກ #ລາວໂພສ