ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ

ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, Ministry of Labour and Social Welfare of Lao PDR,

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, Ministry of Labour and Social Welfare of Lao PDR,
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ , ກຳລັງແຮງງານ,
ຕະຫລາດແຮງງານ,
ຄຸ້ມຄອງແຮງງານ,
ປົກປ້ອງສັງຄົມ,
ແຮງງານເດັກ,
ຜູ້ພິການ, ຜູ້ດ້ອຍໂອກາດ, ກວດກູ້ລະເບີດທີຍັງບໍ່ທັນແຕກຕົກຄ້າງຢູ້ ສປປ ລາວ, ຮັບບໍລີຈາກເລືອດຊວ່ຍເຫຼືອສັງຄົມ.

ສ.ເກົາຫຼີ ມີຄວາມຕ້ອງແຮງງານລາວ ໃນແຕ່ລະປີຫຼາຍກວ່າ 1.500 ຄົນ     ອີງຕາມແຈ້ງການຂອງກະຊວງການຈ້າງງານ ແລະ ແຮງງານຂອງ ສ.ເກົາຫຼີ, ຊ...
26/05/2022

ສ.ເກົາຫຼີ ມີຄວາມຕ້ອງແຮງງານລາວ ໃນແຕ່ລະປີຫຼາຍກວ່າ 1.500 ຄົນ
ອີງຕາມແຈ້ງການຂອງກະຊວງການຈ້າງງານ ແລະ ແຮງງານຂອງ ສ.ເກົາຫຼີ, ຊຶ່ງເປັນໂອກາດດີໃຫ້ແກ່ແຮງງານລາວທີ່ຕ້ອງການໄປເຮັດວຽກຢູ່ ສ.ເກົາຫຼີ, ສຳລັບປີ 2022 ມີຄວາມຕ້ອງການແຮງງານລາວ ໃນລະບົບໄລຍະຍາວ 3-5 ປີ (EPS) ຈຳນວນ 500-1.000 ຄົນຕ່ໍປີ ແລະ ລະບົບໄລຍະສັ້ນ 3-6 ເດືອນ (SW) ມີຄວາມຕ້ອງການໃນແຕ່ລະເດືອນຫຼາຍກວ່າ 1.000 ຄົນ.
ໃນວັນທີ 26 ພຶດສະພານີ້, ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ໃຫ້ສຳພາດຕ່ໍນັກຂ່າວສຳນັກຂ່າວສານວ່າ: ພາຍໃຕ້ການຮ່ວມມື ລະຫວ່າງກະຊວງ ຮສສ ແຫ່ງ ສປປ ລາວ ແລະ ກະຊວງການຈ້າງງານ ແລະ ແຮງງານ ແຫ່ງ ສ.ເກົາຫຼີ ໂດຍໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ ສ.ເກົາຫຼີ ຕາມລະບົບການອະນຸຍາດການຈ້າງງານ (EPS) ໃນວັນທີ 09 ກັນຍາ 2016. ມາເຖິງປັດຈຸບັນ, ການຈັດສົ່ງຜູ້ອອກແຮງງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ ແມ່ນຈັດຕັ້ງປະຕິບັດໂດຍຜ່ານ 2 ລະບົບຄື: 1). ລະບົບ Employment permission system (EPS) ເປັນລະບົບໄລຍະຍາວ 3-5 ປີ ແມ່ນເຮັດວຽກໃນຂະແໜງອຸດສາຫະກຳ ຂະໜາດນ້ອຍ ແລະ ກາງ (ໂຮງງານຕ່າງໆ) ມີຄວາມຕ້ອງການ 500-1.000 ຄົນຕ່ໍປີ ແລະ 2). ລະບົບ Seasonal Worker (SW) ເປັນລະບົບໄລຍະສັ້ນ ເຮັດວຽກຕາມລະດູການ 3-6 ເດືອນ ສ່ວນໃຫຍ່ແລ້ວແມ່ນເຮັດວຽກດ້ານກະສິກຳ ຊຶ່ງພາຍໃນເດືອນມິຖຸນານີ້ ແມ່ນມີຄວາມຕ້ອງການຫຼານກວ່າ 1.000 ຄົນ. ໃນບັດຈຸບັນ, ສາມາດຈັດສົ່ງແຮງງານໄປເຮັດວຽກຢູ່ ສ.ເກົາຫຼີ ແລ້ວຈຳນວນທັງໝົດ 632 ຄົນ, ຍິງ 19 ຄົນ.
ສຳລັບການໄປເຮັດວຽກຢູ່ ສ.ເກົາຫຼີ ທັງສອງລະບົບນັ້ນ ແມ່ນຢູ່ພາຍໃຕ້ການອະນຸຍາດຂອງພາກສ່ວນກະຊວງ ຮສສ ເທົ່ານັ້ນ. ຖ້າຫາກມີຂະແໜງການອື່ນຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນມີການດຳເນີນການຈັດສົ່ງແຮງງານໄປເຮັດວຽກຢູ່ ສ.ເກົາຫຼີ ໂດຍບ່ໍໄດ້ຮັບອະນຸຍາດຈສກກະຊວງ ຮສສ ແມ່ນຜິດຕ່ໍລະບຽບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ສະນັ້ນ, ຂໍໃຫ້ຜູ້ອອກແຮງງານ ແລະ ພົນລະເມືອງລາວທົ່ວໄປ ຈົ່ງຮັບຮູ້ຂໍ້ມູນດັ່ງກວ່າ ແລະ ບອກຕ່ໍກັນໄປຢ່າງກວ້າງຂວາງ ເພື່ອເຮັດໃຫ້ການໄປເຮັດວຽກຢູ່ ສ.ເກົາຫຼີ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ພ້ອມທັງຫຼຸດຜ່ອນບັນຫາການຕົວະຍົວະ ແລະ ຫຼອກຫຼວງຂອງກຸ່ມຄົນທີ່ບ່ໍດີຊອກຫາຜົນປະໂຫຍດຈາກແຮງງານດັ່ງກ່າວ.
ທ່ານ ນາງ ອານຸສອນ ຄຳສິງສະຫວັດ ໄດ້ກ່າວຕື່ມວ່າ: ການໄປເຮັດວຽກຢູ່ ສ.ເກົາຫຼີ ຕາມລະບົບ EPS ແມ່ນຈະໄດ້ຮັບເງິນເດືອນປະມານ 1.500$/ເດືອນ (ບໍ່ລວມເຮັດວຽກເພີ່ມໂມງ), ສຳລັບ ຄ່າໃຊ້ຈ່າຍແມ່ນຜູ້ອອກແຮງງານຮັບຜິດຊອບເອງ ລວມທັງໝົດປະມານ 1.100$ ຊຶ່ງປະກອບມີ ຄ່າຮຽນພາສາເກົາຫຼີ, ຄ່າລົງທະບຽນສອບເສັງ, ຄ່າວີຊາແຮງງານ, ຄ່າກວດພະຍາດ, ຄ່າປະກັນໄພ, ຄ່າປີ້ຍົນໄປ (ບໍ່ລວມປີ້ຍົນກັບ ເພາະໄລຍະຍາວບໍ່ສາມາດຄາດຄະເນ່ໄດ້) ແລະ ຄ່າເອກະສານອື່ນໆ. ການໄປເຮັດວຽກຕາມລະດູການ ແມ່ນຈະໄດ້ຮັບເງິນເດືອນປະມານ 1.570$/ເດືອນ (ບໍ່ລວມເຮັດວຽກເພີ່ມໂມງ), ຖ້າໄລຍະ 5 ເດືອນ ກໍຈະໄດ້ທັງໝົດປະມານ 7.850$, ສໍາລັບຄ່າໃຊ້ຈ່າຍທັງໝົດແມ່ນຜູ້ອອກແຮງງານ ເປັນຜູ້ຮັບຜິດຊອບເອງຊຶ່ງມີປະມານ 2.780$ ເປັນຕົ້ນແມ່ນ ຄ່າໂຄສະນາ ແລະ ບໍລິຫານແຮງງານ, ຄ່າປີ້ຍົນໄປ-ກັບ, ຄ່າຝຶກອົບຮົມກ່ອນການຈັດສົ່ງ ລວມທັງທີ່ພັກ ແລະ ອາຫານ, ກວດສຸຂະພາບກ່ອນການເດີນທາງ, ກວດໂຄວິດ, ວີຊ່າແຮງງານ, ປະກັນໄພ, ຄ່າເອກະສານອື່ນໆ. ນອກຈາກຄ່າໃຊ້ຈ່າຍດັ່ງກ່າວນັ້ນແລ້ວ ຜູ້ອອກແຮງງານຕ້ອງໄດ້ວາງເງິນມັດຈໍາ ຈໍານວນ 3.000$ ຫຼື ໃບຕາດິນ ເພື່ອປ້ອງກັນການລົບໜີຈາກນາຍຈ້າງອອກຈາກແຮງງານ, ຊຶ່ງຈະເປັນພາລະອັນໜັກໜ່ວງຂອງກະຊວງ ຮສສ ແລະ ບໍລິສັດ ທີ່ຈະຕ້ອງໄດ້ຮັບຜິດຊອບ ເພາະອາດເຮັດໃຫ້ ສປປ ລາວ ຖືກໂຈະ ແລະ ຢຸດການຈັດສົ່ງໄປເຮັດວຽກຢູ່ ສ.ເກົາຫຼີ ໃນກໍລະນີມີແຮງງານລົບໜີຈາກນາຍຈ້າງ ແລະ ບໍ່ກັບຄືນປະເທດ.
ສຳລັບ ຜູ້ອອກແຮງງານລາວຜູ້ທີ່ມີອາຍຸ 25-45 ປີສົນໃຈໄປເຮັດວຽກຢູ່ ສ.ເກົາຫຼີ ສາມາດຕິດຕໍ່ພົວພັນນໍາພະແນກຈັດຫາງານໄປຕ່າງປະເທດ, ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເບີໂທ: 021 217738, 02056499474 (ບໍລິສັດ ສະຫວັນບໍລິການຈັດຫາງານ) ແລະ 02028039811 (ບໍລິສັດ ໄອຈ໋ອບ ຈຳກັດ).
(ຂ່າວສານຮສສ)

ສະຫຼອງ ວັນຄວາມປອດໄພ ແລະ ສຸຂະພາບແຮງງານ ໂລກ ຄົບຮອບ 19 ປີ...........................................ກະຊວງແຮງງານ ແລະ ສະຫວັດດ...
25/05/2022

ສະຫຼອງ ວັນຄວາມປອດໄພ ແລະ ສຸຂະພາບແຮງງານ ໂລກ ຄົບຮອບ 19 ປີ...........................................

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບ ສູນກາງສະຫະພັນກຳມະບານລາວ ເຊິ່ງເປັນອົງການຕາງໜ້າຂອງຜູ້ອອກແຮງງານ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອ) ອົງການຕາງໜ້າຂອງຜູ້ໃຊ້ແຮງງານ ແລະ ອົງການແຮງງານສາກົນ ໄດ້ຈັດພິທີສະເຫຼີມສະຫຼອງ “ວັນຄວາມປອດໄພ ແລະ ສຸຂະພາບແຮງງານ ໂລກ” ຄົບຮອບ 19 ປີ (28 ເມສາ 2003-28 ເມສາ 2022) ພາຍໃຕ້ຫົວຂໍ້: ສົ່ງເສີມການຮ່ວມມືຫຼາຍຝ່າຍເພື່ອສ້າງວັດທະນາທຳຄວາມປອດໄພ ແລະ ສຸຂະພາບແຮງງານ.
ເຂົ້າຮ່ວມເປັນປະທານໃນພິທີຂອງທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ (ຮສສ) ກ່າວວ່າ: ທ່ານ ວິໄລ ວົງຂະເສີມ ຮອງປະທານ ສູນກາງສະຫະພັນກຳມະບານລາວ; ທ່ານ ວັນທອງ ສິດທິກຸນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ; ທ່ານ ນາງ Chihoko ASADA-MIYAKAWA ຜູ້ອຳນວຍການອົງການແຮງງານສາກົນປະຈຳພາກພື້ນອາຊີ ແລະ ປາຊີຟິກ; ທ່ານ Sompot KWANGKAEW ກອງເລຂາຄະນະປະສານງານເຄື່ອຂ່າຍຄວາມປອດໄພ ແລະ ສຸຂະພາບແຮງງານ ອາຊຽນ ທັງເປັນຮອງຫົວໜ້າກົມສະຫວັດດີການ ແລະ ຄຸ້ມຄອງແຮງງານປະເທດໄທ; ທ່ານຜູ້ຊ່ຽວຊານອາວຸໂສ ຈາກອົງການແຮງງານສາກົນປະຈຳບາງກອກ ແລະ ອົງການແຮງງານສາກົນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຜ່ານລະບົບວີດີໂອທາງໄກ. ໃນວັນທີ 25 ພຶດສະພາ 2022 ທີ່ໂຮງແຮມຄຣາວພາຊາ.
ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວບາງຕອນວ່າ: ການຈັດງານສຳມະນາວັນຄວາມປອດໄພ ແລະ ສຸຂະພາບແຮງງານ ພາຍໃຕ້ຫົວຂໍ້: ສົ່ງເສີມການຮ່ວມມືຫຼາຍຝ່າຍ ເພື່ອສ້າງວັດທະນາທໍາຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊິ່ງເປັນວັນທີ່ມີຄວາມໝາຍ ແລະ ຄວາມສຳຄັນຢ່າງຍິ່ງຕໍ່ຊາວຜູ້ອອກແຮງງານທົ່ວໂລກ ເພື່ອລະນຶກເຖິງຜູ້ປະສົບເຄາະຮ້າຍຈາກອຸປະຕິເຫດແຮງງານ ແລະ ພະຍາດອາຊີບ ທັງເປັນການສົ່ງເສີມ ແລະ ປູກຈິດສຳນຶກໃຫ້ທຸກພາກສ່ວນເສດຖະກິດ-ສັງຄົມ ໃນການປ້ອງກັນອຸປະຕິເຫດແຮງງານ ແລະ ພະຍາດອາຊີບແນໃສ່ຫຼຸດຜ່ອນການໄດ້ຮັບບາດເຈັບ ແລະ ການເສຍຊີວິດ ຈາກການເຮັດວຽກ, ຂ້າພະເຈົ້າເຊື່ອແນ່ວ່າຫຼັງຈາກນີ້ບັນຫາສຸຂະພາບ ແລະ ຄວາມປອດໄພ ໃນສະຖານທີ່ເຮັດວຽກຈະໄດ້ຮັບຄວາມເອົາໃຈໃສ່ຫຼາຍຂຶ້ນຈາກທຸກພາກສ່ວນ.
ສປປ ລາວ ໄດ້ໃຫ້ຄວາມສຳຄັນຕໍ່ບັນຫາແຮງງານ ແລະ ສະຫວັດດີການສັງຄົມ ໂດຍກໍານົດແນວທາງ, ນະໂຍບາຍ, ຍຸດທະສາດ, ແຜນງານ ຢ່າງຊັດເຈນໃນແຕ່ລະໄລຍະ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ. ພວກເຮົາເຄົາລົບຫຼັກການ ການຮ່ວມມື ໃນລະບົບໄຕພາຄີຖືສຳຄັນການເຂົ້າຮ່ວມຂອງອົງການຕ່າງໜ້າຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ໃນການສ້າງ ແລະ ປັບປຸງນິຕິກຳ, ນະໂຍບາຍຍຸດທະສາດ ແລະ ແຜນປະຕິບັດງານ ກ່ຽວກັບແຮງງານ ແລະ ສະຫວັດດີການສັງຄົມ ໂດຍ ໄດ້ຮັບການສະໜັບສະໜູນ ແລະ ຮ່ວມມືຢ່າງໃກ້ຊິດຈາກອົງການແຮງງານສາກົນ, ບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ.
ທ່ານ ວິໄລ ວົງຂະເສີມ ກ່າວວ່າ: ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ເປັນວຽກໜຶ່ງທີ່ສຳຄັນຍິ່ງ ເຊິ່ງອົງການສູນກາງສະຫະພັນກຳມະບານລາວ ຕາງໜ້າຜູ້ອອກແຮງງານ ທີ່ມີພາລະບົດບາດໜ້າທີ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງກຳມະກອນ ແລະ ອື່ນໆ ໂດຍສະເພາະແມ່ນດ້ານຄວາມປອດໄພພວກເຮົາໄດ້ເອົາໃຈໃສ່ເຄື່ອນໄຫວ ແລະ ຈັດຕັຫ້ງປະຕິບັດບັນດານິຕິກຳຕ່າງໆ ທີ່ພາກລັດຖະບານໄດ້ວາງອອກໃນແຕ່ລະໄລຍະ, ເອົາໃຈໃສ່ໂຄສະນາສຶກສາອົບຮົມໃຫ້ບັນດາສະມາຊິກກຳມະບານ, ກຳມະກອນຊາວຜູ້ອອກແຮງງານທັງໃນ ແລະ ນອກລະບົບຕ້ອງເອົາໃຈໃສ່ປະຕິບັດຕາມລະບຽບການອອກແຮງງານໃນຫົວໜ່ວຍແຮງງານ ທີ່ທາງບໍລິສັດ ຫຼື ຫົວໜ່ວຍແຮງງານໄດ້ວາງອອກກ່ຽວກັບຄວາມປອດໄພແຮງງານ.
ທ່ານ ວັນທອງ ສິດທິກຸນ ກ່າວວ່າ: ການຈັດພິທີສະເຫຼີມສະຫຼອງ “ວັນຄວາມປອດໄພ ແລະ ສຸຂະພາບແຮງງານ ໂລກ” ຄົບຮອບ 19 ປີ ຄັ້ງນີ້ເປັນມິຄວາມສຳຄັນຫຼາຍ ຂ້າພະເຈົ້າໃນນາມຕາງໜ້າພາກທຸລະກິດພ້ອມດ້ວຍຄະນະບໍລິຫານງານຂອງສະພາການຄ້າ, ສະພາການຄ້າແຂວງ ແລະ ສະມາຄົມ, ກຸ່ມທຸລະກິດ. ເຊິ່ງງານຄັ້ງນີ້ກໍ່ເພື່ອໂຄສະນາໃຫ້ສັງຄົມເຫັນຄວາມໝາຍຄວາມສຳຄັນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງໃນການມີສ່ວນຮ່ວມ ເພື່ອສົ່ງເສີມຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ, ປະຈຸບັນພວກເຮົາພາກທຸລະກິດໃນນາມຜູ້ໃຊ້ແຮງງານ ໄດ້ສົມທົບກັບຄູ່ຮ່ວມມືອົງການ 3 ຝ່າຍ ເພື່ອສ້າງສາຍພົວພັນແຮງງານທີ່ດີ, ສ້າງສະພາບແວດລ້ອມທີ່ດີ ແລະ ສ້າງບັນຍາກາດສົ່ງເສີມການລົງທຶນຕໍ່ໄປ.ພວກເຮົາສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດຍັງໝາຍໝັ້ນ ທີ່ຈະສືບຕໍ່ສົ່ງເສີມແຮງງານ, ວຽກງານທີ່ມີຄຸນຄ່າ ແລະ ເປັນທຳໃນແຕ່ລະໄລຍະ.
ທ່ານ ນາງ Chihoko ASADA-MIYAKAWA ກ່າວວ່າ: ການເຮັດວຽກຮ່ວມກັນຈະເຮັດໃຫ້ເຮົາຮ່ວມກັບປະຕິບັດລະບຽບການ ແລະ ມາດຕະການຕ່າງໆ, ການສົນທະນາແລກປ່ຽນໃນມື້ນີ້ແມ່ນມີຄວາມສຳຄັນເປັນຢ່າງຍິ່ງ ເພື່ອເຮັດແນວໃດໃຫ້ພວກເຮົາມີບາດກ້າວທີ່ຍືນຍົງ ເພື່ອຈະຊ່ວຍໃຫ້ຜູ້ອອກແຮງງານບໍ່ຕົກຢູ່ໃນຄວາມສ່ຽງທາງດ້ານສຸຂະພາບ ແລະ ຄວາມປອດໄພ ພ້ອມກັບຄືນໄປເຮັດວຽກຢ່າງມີສຸຂະພາບແຂງແຮງ. ດັ່ງນັ້ນທຸກພາກສ່ວນຕ້ອງເປັນເຈົ້າການນຳກັນໃນການສ້າງການຮ່ວມມື ເຮັດແນວໃດຈະປະຕິບັດມາດຕະການຕ່າງໆໄດ້ຢ່າງມີປະສິດທິຜົນໃນທຸກຂັ້ນ. ພວກເຮົາຈະຮ່ວມກັນປະບັດວາລະການພັດທະນາໃນປີ 2030 ໂດຍບໍ່ປະຜູ້ໃດໄວ້ຂ້າງຫຼັກ ກ້າວໄປຂ້າງໜ້າພ້ອມກັນ ແລະ ຮັບປະກັນວ່າທຸກສະຖານທີ່ເຮັດວຽກມີຄວາມປອດໄພ ແລະ ມີສຸຂະພາບແຮງງານທີ່ດີ.
(ຂ່າວສານຮສສ)

ຈັດສົ່ງແຮງງານລາວ ໄປເຮັດວຽກຕາມລະດູການ ທີ່ປະເທດ ສ.ເກົາຫຼີ...............................ພິທີເປີດຊຸດຝຶກອົບຮົມ ແນະນໍາກ່ອນການ...
24/05/2022

ຈັດສົ່ງແຮງງານລາວ ໄປເຮັດວຽກຕາມລະດູການ ທີ່ປະເທດ ສ.ເກົາຫຼີ...............................

ພິທີເປີດຊຸດຝຶກອົບຮົມ ແນະນໍາກ່ອນການຈັດສົ່ງແຮງງານລາວ ໄປເຮັດວຽກຕາມລະດູການ ທີ່ປະເທດ ສ.ເກົາຫຼີ ພາຍໃຕ້ການຈັດສົ່ງຂອງ ບໍລິສັດ ສະຫວັນບໍລິການຈັດຫາງານ ຈໍາກັດ . ວັນທີ 23 ພຶດສະພາ 2022 ເປັນກຽດເຂົ້າຮ່ວມພິທີ ໂດຍ ທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງຫົວໜ້າກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ການຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການ ທີ່ ປະເທດ ສ.ເກົາຫຼີ ໃນຄັ້ງນີ້, ມີແຮງງານລາວທີ່ຜ່ານການຄັດເລືອກ ທັງໝົດຈໍານວນ 190 ຄົນ, ຍິງ 89 ຄົນ ຊຶ່ງຈະໄປເຮັດວຽກຢູ່ 2 ເມືອງ ຄື: ເມືອງ Yeongdeok ຈໍານວນ 45 ຄົນ, ຍິງ 15 ຄົນ ແລະ ເມືອງ Hoengseong ຈໍານວນ 145 ຄົນ, ຍິງ 74 ຄົນ. ຈາກນັ້ນ ວິຊາການກົມການການຈັດຫາງານ ໄດ້ ແນະນໍາອະທິບາຍຂັ້ນຕອນຕ່າງໆ ໃຫ້ກັບແຮງງານ ລາວ ກ່ອນທີ່ຈະອອກເດີນທາງ ໄປເຮັດວຽກທີ່ ປະເທດ ສ.ເກົາຫຼີ .
ສໍາລັບທ່ານໃດທີ່ມີຄວາມສົນໃຈໄປເຮັດວຽກທີ່ປະເທດ ສ.ເກົາຫຼີ ໃຫ້ຕິດຕໍ່ປະສານງານເພື່ອຫາຂໍ້ມູນລາຍລະອຽດເພີ່ມຕື່ມກັບ:
1. ບໍລິສັດ ສະຫວັນບໍລິການ ຈັດຫາງານ
ໂທ: 021 465059, 030 2222119.
2. ບໍລິສັດ ໄອຈ໋ອບ
ໂທ: 021 563091, 030 2002000.
3. ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ/ນະຄອນຫຼວງ
4. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ
ໂທ: 021 217738

(ຂ່າວສານຮສສ)

ກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດ ເຜີຍແຜ່ວຽກງານປະກັນສັງຄົມ ໄດ້ຈັດຂື້ນໃນວັນທີ 19 ພຶດສະພາ 2022 ເວລາ 08:30 ທີ່ ສະພາການຄ້າ ...
20/05/2022

ກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດ ເຜີຍແຜ່ວຽກງານປະກັນສັງຄົມ ໄດ້ຈັດຂື້ນໃນວັນທີ 19 ພຶດສະພາ 2022 ເວລາ 08:30 ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ເປັນກຽດເຂົ້າຮ່ວມຂອງ ທ່ານ ວັນທອງ ສິດທິກູນ, ຮອງປະທານສະພາບໍລິຫານອົງການປະກັນສັງຄົມ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ນາງ ປອ. ວັນໄຊ ສຸວັນນະເມທີ, ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ພ້ອມດ້ວຍ ສຄອ ແຂວງ, ສະມາຄົມກຸ່ມ ແລະ ຕາງໜ້າຈາກບັນດາຫົວໜ້າທຸລະກິດເຂົ້າຮ່ວມທີ່ຫ້ອງປະຊຸມ ແລະ ຜ່ານທາງໄກ, ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອ ປຶກສາຫາລືການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປະກັນສັງຄົມສະບັບປັບປຸງ ເລກທີ 54/ສພຊ, ລົງວັນທີ 27ມິຖຸນາ 2018 ຂອງອົງການປະກັນສັງຄົມ ແລະ ແລກປ່ຽນບົດຮຽນຜົນປະໂຫຍດຂອງການເຂົ້າເປັນສະມາຊິກຂອງອົງການປັະກັນສັງຄົມ ແລະ ແລກປ່ຽນຂໍ້ສະເໜີ ເພື່ອໃຫ້ວຽກງານດັ່ງກ່າວໄດ້ຈັດຕັ້ງປະຕິບັດເຂົ້າໃນພາກວິສາຫະກິດ ແລະ ບັນດາບໍລິສັດຕ່າງໆ ໄດ້ຢ່າງກ້ວາງຂວາງ.

👉 ລາຍຮັບຄ່າໃຊ້ຈ່າຍ ແລະ ຂັ້ນຕອນກະກຽມເອກະສານ ໄປເຮັດວຽກ ຢູ່ ສສ ເກົາຫຼລີ ໄລຍະສັ້ນ 5 ເດືອນ..............................👉 ສຳລ...
20/05/2022

👉 ລາຍຮັບຄ່າໃຊ້ຈ່າຍ ແລະ ຂັ້ນຕອນກະກຽມເອກະສານ ໄປເຮັດວຽກ ຢູ່ ສສ ເກົາຫຼລີ ໄລຍະສັ້ນ 5 ເດືອນ..............................
👉 ສຳລັບແຮງງານລາວ ທີ່ມີຄວາມຕ້ອງການໄປເຮັດວຽກລະດູກການ ໄລຍະ 5 ເດືອນ ຢູ່ ສສ ເກົາຫລີ ໃນຂະແໜງກະສິກຳ. ສາມາດໄປລົງທະບຽນ ຢູ່ຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຂວງ, ເມືອງ ແລະ ຈຸດບໍລິການຈັດຫາງານ. ສໍາລັບເງື່ອນໄຂຂອງຜູ້ສະໝັກ ແມ່ນເພດຍິງ ແລະ ຊາຍ ຊຶ່ງມີອາຍຸລະຫວ່າງ 25-45 ປີ. ຂັ້ນຕອນກະກຽມເອກະສານທີ່ຈໍາເປັນມີດັ່ງນີ້:
- ບັດປະຈໍາຕົວ
- ສຳມະໂນຄົວ,
- ໜັງສືຜ່ານແດນ(ພັສສະປອດ)
- ໃບຢັ້ງຢືນທີ່ຢູ່,
- ໃບຊີວະປະຫວັດຫຍໍ້,
- ໃບແຈ້ງໂທດ,
- ໃບຢັ້ງຢືນສັກວັກຊີນ 3 ເຂັມຂຶ້ນໄປ,
- ຮູບ 4x6 ແລະ 3,5x4,5 ຈຳນວນ 6 ໃບ.
ພາຍຫຼັງທີ່ຂຶ້ນທະບຽນແລ້ວໃຫ້ສົ່ງລາຍຊື່ຂອງຜູ້ອອກແຮງງານໃຫ້ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ທຸກໆເດືອນ ເພື່ອຈະກໍານົດເວລາ ແລະ ແຈ້ງໃຫ້ບໍລິສັດຈັດຫາງານທີ່ໄດ້ຮັບການມອບໝາຍ ດຳເນີນການສຳພາດ ແລະ ຄັດເລືອກຕາມມາດຖານ ແລະ ເງື່ອນໄຂຂອງນາຍຈ້າງ. ສໍາລັບອັດຕາຄ່າຈ້າງ ແລະ ຄ່າໃຊ້ຈ່າຍຕ່າງໆ ແມ່ນບໍລິສັດຈະດໍາເນີນການເຜີຍແຜ່ໃນເວລາທີ່ສໍາພາດ ແລະ ຄັດເລືອກ
ເອົາແຮງງານ ເນື່ອງຈາກວ່າແຕ່ລະເມືອງມີຄ່າໃຊ້ຈ່າຍ ແລະ ລາຍຮັບທີ່ແຕກຕ່າງກັນ.

ກອງປະຊຸມໃຫຍ່ ຄັ້ງທີ່ IV ຂອງໜ່ວຍສະຫະພັນແມ່ຍິງສະຖາບັນພັດທະນາສີມືແຮງງານ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າ ຂອງ ວັນທີ່ 17 ພຶດ...
19/05/2022

ກອງປະຊຸມໃຫຍ່ ຄັ້ງທີ່ IV ຂອງໜ່ວຍສະຫະພັນແມ່ຍິງສະຖາບັນພັດທະນາສີມືແຮງງານ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າ ຂອງ ວັນທີ່ 17 ພຶດສະພາ 2022 ທີ່ສະຖາບັນພັດທະນາສີມືແຮງງານ ແລະ ດຳເນີນເປັນເວລາ ເຄີ່ງວັນ ໂດຍເປັນປະທານຂອງ ສະຫາຍ ນາງ ມອນທອງ ອິນທະວົງ ປະທານສະຫະພັນແມ່ຍິງກະຊວງ ຮສສ. ເປັນກຽດເຂົ້າຮວ່ມ ຂອງ ສະຫາຍ ພົງສະຫວັນ ສຸຣິວັນ ຮອງເລາຂາ ໜ່ວຍພັກ ສະຖາບັນພັດທະນາສີມືແຮງງານ ( ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ຂອງ ສພງ ) ມີບັນຜູ້ແທນສົມບູນຂອງໜ່ວຍສະຫະພັນແມ່ຍິງ ສພງ ເຂົ້າຮ່ວມຈຳນວນ 30 ສະຫາຍ, ທີ່ເປັນຕົວແທນໃຫ້ແກ່ສະມາຊິກທັງໝົດຈຳນວນ 34 ສະຫາຍ ແລະ ແຂກຮັບເຊີນຕາງໜ້າຈາກ ສາມອົງການຈັດຕັ້ງມະຫາຊົນເຂົ້ົົົົາຮວ່ມ.
ກອງປະຊຸມໃຫຍ່ຄັ້ງທີ່ IV ຂອງໜ່ວຍສະຫະພັນແມ່ຍິງສະຖາບັນພັດທະນາສີມືແຮງງານ ໄດ້ລົງປະຊາມະຕິເອກະພາບຮອງຮັບເອົາບັນດາເນື້ອໃນສຳຄັນດັ່ງລຸ່ມນີ້: ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳຄິດ ຄຳເຫັນຢ່າງເລິກເຊີ່ງໃສ່ບົດສະຫຼຸບ ການເຄື່ອນໄຫວ ຊີ້ນຳນຳພາ ແລະ ບົດສຳຫຼວດການນຳພາ ຂອງຄະນະໜ່ວຍສະຫະພັນແມ່ຍິງ ສພງ ກອງປະຊຸມໄດ້ເປັນເອກະພາບຕີລາຄາ ດ້ານດີ, ດ້ານອອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນໃນການຊີ້ນຳນຳພາ ການຈັດຕັ້ງປະຕິບັດກອງປະຊຸມໃຫຍ່ ຂອງ ໜ່ວຍສະຫະພັນແມ່ຍິງ ສພງ ໄລຍະ 03 ປີຜ່ານມາ, ພ້ອມກັນນັ້ນກອງປະຊຸມຍັງໄດ້ເປັນເອກະພາບຮັບຮອງເອົາທິດທາງແຜນການ 03ປີ ນັບແຕ່ປີ 2022-2025 ເຊິ່ງມີເນືອໃນດັ່ງນີ້: ບົດສໍາຫຼວດ; ບົດລາຍງານ ແລະ ທິດທາງແຜນການ ແລະ ຂໍ້ແຂາງຂັນ 3ດີ.
ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກຂອງໜ່ວຍສະຫະພັນແມ່ຍິງສະຖາບັນພັດທະນາສີມືແຮງງານຄັ້ງທີ່ IV ໄດ້ເປັນເອກະສັນກັນເລືອກຕັ້ງເອົາຫົວໜ້າໜ່ວຍ, ຮອງຫົວໜ້າໜ່ວຍ ແລະ ຄຳມະການຂອງໜ່ວຍ ແລະ ຮັບຜິດຊອບວຽກງານກວດກາ ດັ່ງນີ້:
1. ສະຫາຍ ນາງ ຄໍາປຸ ອຸດທະພອນ ເປັນຫົວໜ້າໜ່ວຍ
2. ສະຫາຍ ນາງ ວັນວິໄລ ແສນສະຖິດ ຮອງຫົວໜ້າໜ່ວຍ
3. ສະຫາຍ ນາງ ວຽງສະຫວັນ ແກ້ວມະນີ ຮອງຫົວໜ້າໜ່ວຍ
4. ສະຫາຍ ນາງ ພູວັນ ໄໜທະວີເພັດ ຄະນະໜ່ວຍ
ກອງປະຊຸມໃຫຍ່ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ນາງ ມອນທອງ ອິນທະວົງ ເຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ການຊີ້ນຳນຳພາ ຂອງຄະນະໜ່ວຍສະຫະພັນແມ່ຍິງ ຊຸດເກົ່າ ທີ່ໄດ້ຊີ້ນຳ ນຳພາ ພະນັກງານ ສະມາຊິກຂອງຕົນ ປະຕິບັດໜ້າທີ່ການເມືອງ ແລະ ຍາດໄດ້, ຜົນສຳເລັດຫຼາຍດ້ານ ພ້ອມກັນນັ້ນສະຫາຍຍັງໄດ້ສະແດງຄວາມເປັນຫວ່າງເປັນໄຍຕໍ່ດ້ານອອ່ນທີ່ຍັງຄົງຄ້າງ ແລະ ໄດ້ຊີ້ນຳວຽກງານແຕ່ລະດ້ານໃນທາງທີ່ສ້າງສັນ, ສະຫາຍມີຄວາມເຊື່ອໜັ້ນຕໍ່ຄະນະໜ່ວຍສະຫະພັນແມ່ຍິງ ສພງ ຊຸດໃໝ່ ທີ່ຈະສືບຕໍ່ຊີ້ນຳ ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັງທີ່ IV ຂອງໜ່ວຍສະຫະພັນແມ່ຍິງ ສພງ ໃຫ້ມີຜົນງານໃຫຍ່ກວ່າເກົ່າ. ກອງປະຊຸມໃຫຍ່ຮຽກຮ້ອງມາຍັງພະນັກງານ ສະມາຊິກໜ່ວຍສະຫະພັນແມ່ຍິງ ສພງ ຈົ່ງໄດ້ເຊີດຊູ ສະຕິປປັນຍາ ແລະ ຄວາມຮັບຜິດຊອບການເມືອງຂອງຕົນໃຫ້ສູງຂຶ້ນເລື່ອຍໆ ເຮັດໃຫ້ວຍກງານວິຊາສະເພາະທີ່ໄດ້ຮັບມອບ ໝາຍ ເວົ້້າສະເພາະແມ່ນສະຫະພັນແມ່ຍິງ ສພງ ມີການພັນປ່ຽນໃໝ່ຢ່າງຕັ້ງໜ້າ ເຮັດໃຫ້ ໜ່ວຍສະຫະພັນແມ່ຍິງ ສພງ ມີຄວາມເຂັ້ມແຂງ, ປອດໃສ່ ແລະ ໜັ້ກແໜ້ນກວ່າເກົ່າ.
(ຂ່າວສານຮສສ)

ທົດສອບສີມືແຮງງານສາຂາອາຊີບຊ່າງສ້ອມແປງ ແລະ ຕິດຕັ້ງຄອມພິວເຕີ ລະດັບ 2.................................ໃນວັນທີ 16 ພືກສະພາ2022...
19/05/2022

ທົດສອບສີມືແຮງງານສາຂາອາຊີບຊ່າງສ້ອມແປງ ແລະ ຕິດຕັ້ງຄອມພິວເຕີ ລະດັບ 2.................................
ໃນວັນທີ 16 ພືກສະພາ2022 ທີ່ ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫລີ ໄດ້ມີການເປີດການທົດສອບສີມືແຮງງານສາຂາອາຊີບຊ່າງສ້ອມແປງ ແລະ ຕິດຕັ້ງຄອມພິວເຕີ ລະດັບ2 ເຊິ່ງ ຈັດຂຶ້ນ ໂດຍ ການເປັນປະທານຂອງ ທ່ານ ພົງສະຫວັນ ສຸລິວັນ ຮອງຫົວໜ້າສະຖາບັນພັດທະນາສີມືແຮງງານ, ໂດຍມີບັນດາສະຖານອາຊີວະສຶກສາ, 3 ອົງການຈັດຕັ້ງມະຫາຊົນ, ຫົວໜ່ວຍແຮງງານ, ແລະ ພາກສ່ວນກ່ຽວຂ້ອງ ທັງພາກລັກ ແລະ ເອກະຊົນ ເຂົ້າຮວ່ມ.
ຈຸດປະສົງຂອງການຈັດທົດສອບສີມືແຮງງານ ແນໃສ່ ປະເມີນຜົນ ແລະ ຊ່ວຍສ້າງຄວາມເຂັ້ມແຂງດ້ານຄວາມຮູ້, ຄວາມສາມາດ ແລະ ທັດສະນະຄະຕິໃນການອອກແຮງງານຂອງກຳລັງແຮງງານ, ສົ່ງເສີມການມີວຽກເຮັດງານທຳ, ການປະກອບອາຊີບອິດສະຫຼະ, ຍົກລະດັບຜະລິດຕະພາບ ແລະ ສ້າງການແຂ່ງຂັນກັນໃນຕະຫຼາດແຮງງານ.
ໃນພີທີເປີດການທົດສອບ, ປະທານກອງປະຊຸມ ໄດ້ ຍົກໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນຂອງການທົດສອບສີມືແຮງງານ ເຊິ່ງເປັນອົງປະກອບໜຶ່ງຂອງການພັດທະນາສີມືແຮງງານ ທີຈະ ນຳມາເຊິ່ງຜົນປະໂຫຍດ ໃຫ້ແກ່ທັງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ. ການຈັດຕັ້ງທົດສອບສີມືແຮງງານໃນຄັ້ງນີ້ ເປັນແຜນການຮ່ວມມື ລະຫວ່າງ ກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ແລະ ແຜນງານຮ່ວມມືຂອງອົງການແຮງງານສາກົນ ແລະ ສປ ຈີນ ( ILO-China Partnership Programme) ໃນໂຄງການສ້າງຄວາມເຂັ້ມແຂງດ້ານການພັດທະນາສີມືແຮງງານ ໃນ ສປປ ລາວ ເຊິ່ງ ມີເປົ້າໝາຍຜູ້ເຂົ້າຮ່ວມທົດສອບທັງໝົດ 35 ຄົນ, ພາຍຫຼັງສຳເລັດການທົດສອບ, ຜູ້ຜ່ານເກນການທົດສອບຈະໄດ້ຮັບໃບຢັ້ງຢືນສີມືແຮງງານ ລະດັບ 2 ວິຊາຊີບຊ່າງສ້ອມແປງ ແລະ ຕິດຕັ້ງຄອມພິວເຕີ, ການທົດສອບຄັ້ງນີ້ ຈະດຳເນີນໄປຈົນເຖິງວັນທີ 16-20 ພຶກສະພານີ້.
ຕໍ່ພິທີ ທ່ານ ພົງສະຫວັນ ສຸລິວັນ ຍັງໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບການທົດສອບເອົາໃຈໃສ່ ໃນການດໍາເນີນການທົດສອບສີມືແຮງງານ ເປັນໄປຕາມ ຫຼັກການ, ຂັ້ນຕອນ, ລະບຽບຂອງການຈັດຕັ້ງປະຕິບັດ ໂດຍສະເພາະ ຂໍ້ຕົກລົງຂອງລັດຖະມົນຕີການຊວງແຮງງານ ແລະ ສະຫວັດດີການສັງຄົມ ວ່າດ້ວຍ ການທົດສອບສີມືແຮງງານ ສະບັບເລກທີ 2160/ຮສສ, ລົງວັນທີ 17 ມິຖຸນາ 2021, ທັງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມຕໍ່ກັບຄວາມອາດສາມາດຂອງກຳລັງແຮງງານ ທຽບກັບການປ່ຽນແປງຢ່າງໄວວາຂອງນະວັດຕະກຳ ແລະ ເຕັກໂນໂລຊີ; ເວົ້າສະເພາະ, ການທົດສອບຄັ້ງນີ້ເປັນການຈັດຕັ້ງ ແລະ ຜັນຂະຫຍາຍທິດທາງ, ນະໂຍບາຍ ແລະ ຄາດໝາຍສູ້ຊົນໃນວຽກງານແຮງງານ ແລະ ສະຫວັດດີການສັງຄົມ, ທັງເປັນການສົ່ງເສີມການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ. ທ່ານຍັງໄດ້ອວຍພອນໃຫ້ການທົດສອບຄັ້ງນີ້ບັນລຸໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍທີວາງໄວ້.
(ຂ່າວສານຮສສ)

ຮອງລັດຖະມົນຕີ ກະຊວງ ຮສສ ລົງຕິດຕາມໂຄງການໃຫ້ເງິນສົດອຸດໜູນແກ່ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ.....................................
19/05/2022

ຮອງລັດຖະມົນຕີ ກະຊວງ ຮສສ ລົງຕິດຕາມໂຄງການໃຫ້ເງິນສົດອຸດໜູນແກ່ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ.......................................
ໃນວັນທີ 17 ພຶດສະພາ ທີ່ຜ່ານມາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ກະຊວງ ຮສສ), ສະຖານທູດອົດສະຕຣາລີ ແລະ ອົງການຢູນິເຊັບ ໄດ້ລົງຢ້ຽມຢາມຕິດຕາມໂຄງການໃຫ້ເງິນສົດອຸດໜູນແກ່ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ(Mother and Early Childhood Grant), ຢູ່ເມືອງນອງ, ແຂວງສະຫວັນນະເຂດ ເຊີ່ງເປັນໂຄງການທົດລອງການຈັດຕັ້ງປະຕິບັດຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ ທີ່ລັດຖະບານໄດ້ຮັບຮອງ ໃນປີ 2020 ຜ່ານມາ ດ້ວຍການຊ່ວຍເຫຼືອເງິນສົດໂດຍບໍ່ມີເງື່ອນໄຂ ແນໃສ່ການສົ່ງເສີມສຸຂະພາບທີ່ດີສຳລັບແມ່ຍິງ ແລະ ເດັກ ໃນ ເມືອງທີ່ທຸກຍາກ ໃນ ສປປ ລາວ.
ຄະນະຜູ້ແທນທີ່ໄດ້ລົງຢ້ຽມຢາມໃນຄັ້ງນີ້ ປະກອບມີ ທ່ານ ລີປາວ ຢ່າງ, ຮອງລັດຖະມົນຕີ ກະຊວງ ຮສສ, ທ່ານ ດຣ. ບຸນລ້ອມ ແກ້ວບົວໂຮມ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ, ສະພາແຫ່ງຊາດ, ທ່ານ ນາງ ເຟລິຊິຕີ້ ວີເວີ້, ຫົວໜ້າແຜນງານສາກົນ ອົງການສະຫະປະຊາຊາດ ສຳລັບເດັກ ປະຈຳປະເທດອົດສະຕຣາລີ ແລະ ທ່ານນາງ ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າອົງການສະຫະປະຊາຊາດ ສຳລັບເດັກ ປະຈໍາ ສປປ ລາວ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງຈຳນວນໜຶ່ງ ເຊິ່ງຄະນະຜູ້ແທນດັ່ງກ່າວ ໄດ້ລົງເຄື່ອນໄຫວຢ້ຽມຢາມການເບີກຈ່າຍເງິນສົດ ແລະ ການບໍລິການກວດສຸຂະພາບ ໃຫ້ແມ່ມານ ຢູ່ ສຸກສາລາ ບ້ານຕັງອາໄລ ແລະ ບ້ານດົງນາສານ ພ້ອມທັງຮັບຟັງການລາຍງານສະພາບການບໍລິການວຽກສຸຂະພາບແມ່ ແລະ ເດັກ ທີ່ຕິດພັນກັບໂຄງການ ຈາກພະນັກງານແພດ ຢູ່ສຸກສາລາດັ່ງກ່າວ. ພ້ອມນັ້ນ ທາງຄະນະຜູ້ແທນຍັງໄດ້ພົບປະກັບກຸ່ມຜູ້ໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວ ກ່ຽວກັບວິທີການບໍລິຫານເງິນສົດທີ່ໄດ້ຮັບຊ່ວຍເຫລືອຄັ້ງນີ້ ໂດຍທີ່ຜູ້ທີ່ໄດ້ຮັບຜົນປະໂຫຍດ ກໍຈະນຳເງິນຊ່ວຍເຫລືອເຫລົ່ານີ້ ໄປນຳໃຊ້ຊື້ອາຫານທີ່ເປັນປະໂຫຍດ ເພື່ອບຳລຸງສຸຂະພາບແມ່ຍິງຖືພາ ແລະ ເດັກເກີດໃໝ່ ໃຫ້ຖືຕາມຫລັກໂພສະນາການຂອງຂະແໜງສາທາລະນະສຸກກຳນົດໄວ້.
ໂອກາດລົງຢ້ຽມຢາມໃນຄັ້ງນີ້, ທ່ານ ລີປາວ ຢ່າງ ໄດ້ກ່າວວ່າ: ການປົກປ້ອງທາງສັງຄົມ ມີບົດບາດອັນສຳຄັນໃນການປະກອບສ່ວນຈັດຕັ້ງປະຕິບັດນະໂຍບາຍແກ້ຄວາມທຸກຍາກຂອງລັດຖະບານ, ສ້າງເງື່ອນໄຂອັນຈຳເປັນ ໃຫ້ແກ່ຄອບຄົວທຸກຍາກ ແລະ ຜູ້ດ້ອຍໂອກາດ ສາມາດປັບປຸງຄຸນນະພາບຊີວິດ ໃຫ້ຄ່ອຍດີຂຶ້ນເທື່ອລະກ້າວ ທັງເປັນການສົ່ງເສີມການປະຕິບັດບົດບາດຍິງ-ຊາຍ ຢູ່ຂັ້ນຮາກຖານໃຫ້ມີຄວາມເຂັ້ມແຂງຕື່ມ. ການຈັດຕັ້ງປະຕິບັດຈ່າຍເງິນໃຫ້ກຸ່ມເປົ້າ ໝາຍ ນັ້ນແມ່ນ ໄດ້ຈ່າຍຜ່ານທາງອີເລັກໂທຣນິກ ດ້ວຍແອັບ U-money ທີ່ສະໜອງໂດຍ ບໍລິສັດ Star Fintech ໄປສູ່ຜູ້ໄດ້ຮັບຜົນປະໂຫຍດໂດຍກົງ.
ຜູ້ຕາງໜ້າຈາກສະຖານຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ໃນນາມຜູ້ສະໜັບສະໜູນທາງດ້ານທຶນ ໄດ້ກ່າວວ່າ: ຮູ້ສຶກດີໃຈຫຼາຍ ທີ່ການສະໜັບສະໜູນຂອງພວກເຮົາ ໄດ້ປະກອບສ່ວນຕອບສະໜອງຄວາມຕ້ອງການຂອງແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ ໃນ ສປປ ລາວ ເຊິ່ງໂຄງການໃຫ້ເງິນສົດອຸດໜູນແກ່ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ ແມ່ນໄດ້ເນັ້ນໃສ່ຊຸມຊົນເປັນຫຼັກ ແລະ ໃຫ້ຄວາມສຳຄັນແກ່ຜູ້ທີ່ເປັນແມ່ ໃນການໃຊ້ຈ່າຍເງິນຕໍ່ກັບສິ່ງທີ່ມີຄວາມຈຳເປັນທີ່ສຸດຕໍ່ສຸຂະພາບ ເເລະ ຊີວິດການເປັນຢູ່ທີ່ດີຂອງລູກພວກເຂົາ ທັງຍັງຈະຊ່ວຍສະໜັບສະໜູນເສດຖະກິດຄອບຄົວ ເເລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ ໃນ ສປປ ລາວ ອີກດ້ວຍ.
ການຈັດຕັ້ງປະຕິບັດໂຄງການຮ່ວມກັນຂອງອົງການເຄືອຄ່າຍສະຫະປະຊາຊາດ ເເມ່ນນຳພາໂດຍ ກະຊວງ ຮສສ ດ້ວຍການຮ່ວມມືກັບບັນດາກະຊວງທີ່ກ່ຽວຂ້ອງ, ອຳນາດການປົກຄອງຂັ້ນແຂວງ ແລະ ບັນດາເມືອງເປົ້າໝາຍ ໂດຍທີ່ໄດ້ເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ເດືອນມັງກອນ ປີ 2020 ເປັນຕົ້ນມາ ຢູ່ທີ່ ເມືອງສະໜາມໄຊ ແລະ ເມືອງພູວົງ, ແຂວງ ອັດຕະປື ແລະ ເມືອງນອງ, ແຂວງສະຫວັນນະເຂດ.
(ຂ່າວສານຮສສ)

📢 ຂ່າວດີ👉 ມື້ນີ້ແອັດມິນ ເອົາເບີໂທຈຸດບໍລິການຈັດຫາງານ ບັນດາແຂວງ, ເມືອງ ທົ່ວປະເທດ ເພື່ອສະດວກໃນການຕິດຕໍ່ສອບຖາມຂໍ້ມູນ ທາ່ນທີ່...
18/05/2022

📢 ຂ່າວດີ👉 ມື້ນີ້ແອັດມິນ ເອົາເບີໂທຈຸດບໍລິການຈັດຫາງານ ບັນດາແຂວງ, ເມືອງ ທົ່ວປະເທດ ເພື່ອສະດວກໃນການຕິດຕໍ່ສອບຖາມຂໍ້ມູນ ທາ່ນທີ່ຕ້ອງການໄປເຮັດວຽກລະດູກການ ໄລຍະ 5 ເດືອນ ຢູ່ ສສ ເກົາຫລີ ໃນຂະແໜງກະສິກຳ.
ສຳລັບແຮງງານລາວ ທີ່ກຳລັງກຽມພ້ອມໃນການຈະໄປເຮັດວຽກຢູ່ຕ່າງປະເທດ, ປັດຈຸ ບັນ ສ. ເກົາຫຼີ ພວມຕ້ອງການແຮງງານ 1.000 ກວ່າຄົນ ເພື່ອໄປເຮັດວຽກ, ໂດຍໂຄຕ້າດັ່ງກ່າວແມ່ນຈະມີການຈັດສົ່ງໃນເດືອນມິຖຸນາ ທີ່ຈະມາເຖິງນີ້.
ສຳລັບຂັ້ນຕອນໄປເຮັດວຽກຄັ້ງນີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມອບໝາຍໃຫ້ ບໍລິສັດ ສະຫວັນບໍລິການຈັດຫາງານ ແລະ ບໍລິສັດ ໄອຈ໋ອບ ຈຳກັດ ເປັນຜູ້ຮັບຜິດຊອບຊອກຫາແແຮງງານ, ຄັດເລືອກແຮງງານ, ດຳເນີນເອກະສານໃຫ້ແຮງງານ, ຕິດຕາມ ແລະ ຄຸ້ມຄອງຜູ້ອອກແຮງງານຕະຫຼອດໄລຍະເວລາເຮັດວຽກຢູ່ ສ.ເກົາຫຼີ. ຊຶ່ງຜູ້ອອກແຮງງານບໍ່ຈຳເປັນຕ້ອງຮຽນຮູ້ພາສາເກົາຫຼີ ຂໍແຕ່ມີສຸຂະພາບແຂງແຮງງານດີ, ຢູ່ໃນເກນອາຍຸ 25-45 ປີ ແລະ ມີຄວາມຕ້ອງການຢາກເຮັດວຽກແທ້ ກໍ່ສາມາດສະໝັກໄດ້. ສ່ວນຄ່າໃຊ້ຈ່າຍໃນການໄປເຮັດວຽກທັງໝົດ ເຊັ່ນ: ຄ່າປະກອບເອກະສານ, ຄ່າວີຊາແຮງງານ, ຄ່າປີ້ຍົນໄປ-ກັບ ແລະ ຄ່າໃຊ້ຈ່າຍຕ່າງໆທີ່ກ່ຽວຂ້ອງ ແມ່ນຜູ້ອອກແຮງງານ ເປັນຜູ້ຮັບຜິດຊອບເອງ.
ເພື່ອເຮັດໃຫ້ການໄປເຮັດວຽກຢູ່ ສ.ເກົາຫຼີ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ພ້ອມທັງເປັນການຊ່ວຍຫຼຸດຜ່ອນບັນຫາການຕົວະຍົວະ ແລະ ຫຼອກຫຼວງຂອງກຸ່ມຄົນທີ່ຊອກຜົນປະໂຫຍດ ທາ່ນສາມາດ ໄປລົງທະບຽນທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ຈຸດບໍລິການຈັດຫາງາ ຢູ່ບັນດາ ແຂວງ, ເມືອງ ໃກ້ບ້ານທ່ານ ແລະ ສອບຖາມຂໍ້ມູນເພີ່ມເຕີມ

ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີກະຊວງ ຮສສ ພ້ອມຄະນະ, ລົງເຄື່ອນໄຫວຕິດຕາມ ກິດຈະກຳ ທົດລອງໃຫ້ການອຸດໜູນ ແລະ ໃຫ້ບໍລິການດ້ານອື່ນໆ ແ...
17/05/2022

ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີກະຊວງ ຮສສ ພ້ອມຄະນະ, ລົງເຄື່ອນໄຫວຕິດຕາມ ກິດຈະກຳ ທົດລອງໃຫ້ການອຸດໜູນ ແລະ ໃຫ້ບໍລິການດ້ານອື່ນໆ ແກ່ແມ່ຍິງຖືພາ-ເດັກອ່ອນ (Piloting the Mother and Early Childhood Grant and Services). ພາຍໃຕ້ໂຄງການປົກປ້ອງສັງຄົມ ຮ່ວມມືກັບເຄື່ອຂ່າຍອົງການ ສປຊ,
ບໍ່ປະຖີ້ມໃຜໄວ້ຂ້າງຫຼັງ: ສ້າງພື້ນຖານໃນການປົກປ້ງສັງຄົມຂັ້ນພື້ນຖານຢູ່ ສປປ ລາວ "
"Leaving no one behind: Establishing the basis for social protection floor in Lao PDR"

ສ.ເກົາຫຼີ ຕ້ອງການແຮງງານລາວ 1.000 ກວ່າຄົນເພື່ອກຽມໄປເຮັດວຽກໃນເດືອນມິຖຸນານີ້......................... 📢 ຂ່າວດີ 👉 ສຳລັບແຮງງາ...
17/05/2022

ສ.ເກົາຫຼີ ຕ້ອງການແຮງງານລາວ 1.000 ກວ່າຄົນເພື່ອກຽມໄປເຮັດວຽກໃນເດືອນມິຖຸນານີ້.........................

📢 ຂ່າວດີ 👉 ສຳລັບແຮງງານລາວ ທີ່ກຳລັງກຽມພ້ອມໃນການຈະໄປເຮັດວຽກຢູ່ຕ່າງປະເທດ, ປັດຈຸ ບັນ ສ. ເກົາຫຼີ ພວມຕ້ອງການແຮງງານ 1.000 ກວ່າຄົນ ເພື່ອໄປເຮັດວຽກ, ໂດຍໂຄຕ້າດັ່ງກ່າວແມ່ນຈະມີການຈັດສົ່ງໃນເດືອນມິຖຸນາ ທີ່ຈະມາເຖິງນີ້.
ໃນໄລຍະຜ່ານມາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈັດສົ່ງຜູ້ອອກແຮງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ ຕາມລະດູການ ຮ່ວມກັບເມືອງ Yeongdeok-Gun, Hoengseong-Gun ແລະ Changnyeong-Gun ແລະ ໃນໝໍ່ໆນີ້ ແມ່ນຈະໄດ້ລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມກັບ 4 ເມືອງອີກ ຊຶ່ງມີຄວາມຕ້ອງການຜູ້ອອກ ແຮງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ ພາຍໃນເດືອນມິຖຸນາ ຫຼາຍກ່ວາ 1.000 ຄົນ. ສຳລັບຂັ້ນຕອນໄປເຮັດວຽກຄັ້ງນີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມອບໝາຍໃຫ້ ບໍລິສັດ ສະຫວັນບໍລິການຈັດຫາງານ ແລະ ບໍລິສັດ ໄອຈ໋ອບ ຈຳກັດ ເປັນຜູ້ຮັບຜິດຊອບຊອກຫາແແຮງງານ, ຄັດເລືອກແຮງງານ, ດຳເນີນເອກະສານໃຫ້ແຮງງານ, ຕິດຕາມ ແລະ ຄຸ້ມຄອງຜູ້ອອກແຮງງານຕະຫຼອດໄລຍະເວລາເຮັດວຽກຢູ່ ສ.ເກົາຫຼີ. ຊຶ່ງຜູ້ອອກແຮງງານບໍ່ຈຳເປັນຕ້ອງຮຽນຮູ້ພາສາເກົາຫຼີ ຂໍແຕ່ມີສຸຂະພາບແຂງແຮງງານດີ, ຢູ່ໃນເກນອາຍຸ 25-45 ປີ ແລະ ມີຄວາມຕ້ອງການຢາກເຮັດວຽກແທ້ ກໍ່ສາມາດສະໝັກໄດ້. ສ່ວນຄ່າໃຊ້ຈ່າຍໃນການໄປເຮັດວຽກທັງໝົດ ເຊັ່ນ: ຄ່າປະກອບເອກະສານ, ຄ່າວີຊາແຮງງານ, ຄ່າປີ້ຍົນໄປ-ກັບ ແລະ ຄ່າໃຊ້ຈ່າຍຕ່າງໆທີ່ກ່ຽວຂ້ອງ ແມ່ນຜູ້ອອກແຮງງານ ເປັນຜູ້ຮັບຜິດຊອບເອງ.
ເພື່ອເຮັດໃຫ້ການໄປເຮັດວຽກຢູ່ ສ.ເກົາຫຼີ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ພ້ອມທັງເປັນການຊ່ວຍຫຼຸດຜ່ອນບັນຫາການຕົວະຍົວະ ແລະ ຫຼອກຫຼວງຂອງກຸ່ມຄົນທີ່ຊອກຜົນປະໂຫຍດ ທາ່ນສາມາດ ໄປລົງທະບຽນທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ, ເມືອງ ໃກ້ບ້ານທ່ານ ແລະ ສອບຖາມຂໍ້ມູນເພີ່ມເຕີມນຳພະແນກຈັດຫາງານໄປຕ່າງປະເທດ, ກົມການຈັດຫາງານ, ກະຊວງ ຮສສ. ໂທ: 021 217738,

ຄະນະກຳມະການຊີ້ນຳໂຄງການຮັບປະກັນສິດທິຂອງແຮງງານ ເພື່ອສົ່ງເສີມການເຄື່ອນຍ້າຍແຮງງານທີ່ປອດໄພ ໃນຂອບເຂດປະເທດອາຊີຕາເວັນອອກສ່ຽງໃຕ້ ...
17/05/2022

ຄະນະກຳມະການຊີ້ນຳໂຄງການຮັບປະກັນສິດທິຂອງແຮງງານ ເພື່ອສົ່ງເສີມການເຄື່ອນຍ້າຍແຮງງານທີ່ປອດໄພ ໃນຂອບເຂດປະເທດອາຊີຕາເວັນອອກສ່ຽງໃຕ້ ປຶກສາຫາລືປັບປຸງຮ່າງແຜນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ໃນປີ 2022-2023.
*********

ໃນວັນທີ 16 ພຶດສະພາ 2022 ຄະນະກຳມະການຊີ້ນຳໂຄງການຮັບປະກັນສິດທິຂອງແຮງງານ ເພື່ອສົ່ງເສີມການເຄື່ອນຍ້າຍແຮງງານທີ່ປອດໄພ ໃນຂອບເຂດປະເທດອາຊີຕາເວັນອອກສຽງໃຕ້ ໄດ້ຈັດກອງປະຊຸມແລກປ່ຽນປະສົບການເຊິ່ງກັນ ແລະ ກັນ ເພື່ອປັບປຸງຮ່າງແຜນກິດຈະກຳຂອງໂຄງການ ທີ່ຈະຈັດຕັ້ງປະຕິບັດພາຍໃນປີ 2022-2023 ໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂປະຈຸບັນ ທີ່ໂຮງແຮມລາວພາຊ່າ, ນະຄອນຫຼວງວຽງຈັນ ໂດຍການປະທານຂອງ ທ່ານ ນາງ ອານຸສອນ ຄຳສິງສະຫວັດ, ຫົວໜ້າກົມຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ນາງ ຟານເຊສກາ ເອລາໂຕ ຜູ້ຕາງຫນ້າຈາກ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ທ່ານ ເບັນຈາມິນ ຮາກິນ ຊ່ຽວຊານວິຊາການ ອົງການແຮງງານສາກົນ ແລະ ບັນດາຜູ້ຕາງໜ້າຈາກອ້ອມຂ້າງກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ
ໂຄງການຮັບປະກັນສິດທິຂອງແຮງງານ ເພື່ອສົ່ງເສີມການເຄື່ອນຍ້າຍແຮງງານທີ່ປອດໄພ ໃນຂອບເຂດປະເທດອາຊີ ຕາເວັນອອກສ່ຽງໃຕ້ ເປັນໂຄງການຮ່ວມມືກັນ ລະຫວ່າງ ກົມການຈັດຫາງານ ແລະ ອົງການແຮງງານສາກົນ ໂດຍການສະຫນັບສະຫນູນຈາກ ສະຫະພາບເອີຣົບ (EU) ງົບປະມານຈໍານວນ 11.29 ລ້ານໂດລາສະຫະລັດ ຈັດຕັ້ງປະຕິບັດຢູ່ 7 ປະເທດຄື: ໄທ, ກຳປູເຈຍ, ມຽນມາ, ຟິລິບປິນ, ຫວຽດນາມ, ອິນໂດເນເຊຍ ແລະ ສປປ ລາວ. ຈຸດປະສົງເພື່ອແນໃສ່ສົ່ງເສີມການເຄື່ອນຍ້າຍແຮງງານທີ່ປອດໄພ ແລະ ຖືກຕ້ອງ ໃນຂອບເຂດປະເທດອາຊີຕາເວັນອອກສ່ຽງໃຕ້ ໃນຂະແຫນງການປະມົງ ແລະ ການປຸງແຕ່ງອາຫານທະເລ ໂດຍຈະສ້າງຄວາມເຂັ້ມແຂງດ້ານນິຕິກຳ ແລະ ລະບຽບການ ທີ່ຕິດພັນກັບການເຄື່ອນຍ້າຍແຮງງານ ແລະ ມາດຕະຖານແຮງງານ, ການປົກປ້ອງສິດທິ ແລະ ສົ່ງເສີມສະພາບເຮັດວຽກທີ່ປອດໄພ ແລະ ມີຄວາມໝັ້ນຄົງໃຫ້ແກ່ແຮງງານເຄື່ອນຍ້າຍ ລວມທັງການສ້າງຄວາມເຂັ້ມແຂງໃຫ້ແກ່ແຮງງານເຄື່ອນຍ້າຍ, ຄອບຄົວ ແລະ ຊຸມຊົນ. ສຳລັບ ສປປ ລາວ ແມ່ນຈະເນັ້ນໃສ່ການປັບປຸງນະໂຍບາຍກ່ຽວການເຄື່ອນຍ້າຍແຮງງານ, ການສົ່ງເສີມການເຄື່ອນຍ້າຍແຮງງານແບບຖືກຕ້ອງ ແລະ ການສະໜອງຜູ້ອອກແຮງງານທີ່ກັບຈາກຕ່າງປະເທດທີ່ເຮັດວຽກໃນຂະແໜງປະມົງ ແລະ ອຸດສາຫະກຳແປຮູບອາຫານທະເລ ເຂົ້າໃສ່ຕຳແໜ່ງງານພາຍໃນປະເທດ ໂດຍຜ່ານການພັດທະນາສີມືແຮງງານ.
ກອງປະຊຸມຄະນະກຳມະການຊີ້ນຳໂຄງການຮັບປະກັນສິດທິຂອງແຮງງານ ເພື່ອສົ່ງເສີມການເຄື່ອນ ຍ້າຍແຮງງານທີ່ປອດໄພ ໃນຂອບເຂດປະເທດອາຊີຕາເວັນອອກສ່ຽງໃຕ້ ເປັນກິດຈະກຳຫນຶ່ງທີ່ນອນໃນແຜນງານໂຄງການປີ 2022-2023 ເພື່ອຮ່ວມກັນປຶກສາຫາລື ແລະ ແລກປ່ຽນບົດຮຽນ ເພື່ອກຳນົດທິດທາງໃນການຈັດຕັ້ງປະຕິບັດວຽກງານປີ 2022-2023 ໂດຍສະເພາະຂະແຫນງການປະມົງ ແລະ ອຸດສາຫະກຳການປຸງແຕ່ງອາຫານທະເລ.

ที่อยู่

Chanthaburi
347

เวลาทำการ

จันทร์ 08:00 - 16:00
อังคาร 08:00 - 16:00
พุธ 08:00 - 16:00
พฤหัสบดี 08:00 - 16:00
ศุกร์ 08:00 - 16:00

เบอร์โทรศัพท์

+85621213003

เว็บไซต์

แจ้งเตือน

รับทราบข่าวสารและโปรโมชั่นของ ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມผ่านทางอีเมล์ของคุณ เราจะเก็บข้อมูลของคุณเป็นความลับ คุณสามารถกดยกเลิกการติดตามได้ตลอดเวลา

ติดต่อ องค์กรนั้น

ส่งข้อความของคุณถึง ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ:

แชร์