Embassy of the Lao PDR in stockholm, Sweden

Embassy of the Lao PDR in stockholm, Sweden Kontaktinformation, kartor och vägbeskrivningar, kontaktformulär, öppettider, tjänster, betyg, foton, videor och meddelanden från Embassy of the Lao PDR in stockholm, Sweden, Statlig myndighet, Badstrandsvägen 11, 112 65 Stora Essingen, Stockholm.

ໃນວັນທີ 31 ສິງຫາ 2026 ທີ່ຜ່ານມາ, ທ່ານ ບຸນທະວີ ວິລະວົງ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ສະຕ໋ອກໂຮມ, ປະເທດຊູແອດ ໄດ້ເຂົ້າຮ່ວ...
04/09/2026

ໃນວັນທີ 31 ສິງຫາ 2026 ທີ່ຜ່ານມາ, ທ່ານ ບຸນທະວີ ວິລະວົງ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ສະຕ໋ອກໂຮມ, ປະເທດຊູແອດ ໄດ້ເຂົ້າຮ່ວມເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມເສຍໃຈຢ່າງສຸດຊຶ້ງ ຕໍ່ການສະຫວັນນະຄົດຂອງ ສົມເດັດພະຣາຊາ ຮາຣັລ ທີ V ແຫ່ງ ນອກແວ (His Majesty King Harald V) ເຊິ່ງໄດ້ເສຍພຣະຊົນ ໃນວັນທີ 28 ສິງຫາ 2026 ເວລາ 06:35 ໂມງ. ພິທີດັ່ງກ່າວ ໄດ້ຈັດຂຶ້ນຢູ່ທີ່ ສະຖານເອກອັກຄະຣາຊະທູດ ນອກແວ.

ໃນວັນທີ 28 ສິງຫາ 2026 ທີ່ຜ່ານມາ, ຕາງໜ້າສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ສະຕ໋ອກໂຮມ, ປະຈຳ ປະເທດ ຊູແອດ ໄດ້ເຂົ້າຮ່ວມກອ...
04/09/2026

ໃນວັນທີ 28 ສິງຫາ 2026 ທີ່ຜ່ານມາ, ຕາງໜ້າສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ສະຕ໋ອກໂຮມ, ປະຈຳ ປະເທດ ຊູແອດ ໄດ້ເຂົ້າຮ່ວມກອງປະຊຸມພົບປະປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ຮ່ວມກັບ ທ່ານຫົວໜ້າກົມ ປ້ອງກັນພົນລະເຮືອນ ແລະ ການຟື້ນຟູ ສະວີເດັນ (Swedish Civil Defence and Resilience Agency - MCF), ເຊິ່ງຈັດຂຶ້ນໃນເວລາ 13:00 ຫາ 14:00 ໂມງ. ໃນກອງປະຊຸມດັ່ງກ່າວ, ຝ່າຍ MCF ໄດ້ນຳສະເໜີກ່ຽວກັບ ພາລະບົດບາດ, ຄວາມຮັບຜິດຊອບ ແລະ ການພັດທະນາກອບແນວຄິດ "ການປ້ອງກັນຊາດແບບຮອບດ້ານ" (Total Defence) ຂອງປະເທດ ຊູແອດ. ພ້ອມດຽວກັນນັ້ນ, ຄະນະຜູ້ແທນຈາກປະເທດສະມາຊິກອາຊຽນ ປະຈຳ ສະຕ໋ອກໂຮມ (ACS) ກໍໄດ້ແລກປ່ຽນທັດສະນະ, ປຶກສາຫາລື ແລະ ສະເໜີຂໍ້ຄິດເຫັນໃນຂົງເຂດຄວາມຮ່ວມມື ດ້ານການຄຸ້ມຄອງໄພພິບັດ ແລະ ການປ້ອງກັນພົນລະເຮືອນ ເພື່ອເສີມຂະຫຍາຍຄວາມເຂົ້າອົກເຂົ້າໃຈ ແລະ ການປະຮ່ວມມືກັນໃນຕໍ່ໜ້າ.

03/09/2026

ສ້າງຄວາມໂປ່ງໃສ ໃນການນຳພາທີ່ເຂັ້ມແຂງຂອງພັກ-ລັດ ເພື່ອຄວາມຍືນຍົງຂອງລະບອບປະຊາທິປະໄຕປະຊາຊົນ
ໂດຍ:ຜາຕຸງ

ເຮົາຮັບຮູ້ດີແລ້ວນໍວ່າ: ພະຍາດ ອາດຍາສິດ, ການສໍ້ລາດບັງຫຼວງ, ປາກົດການຫຍໍ້ທໍ້ ແລະ ການຟຸມເຟືອຍທີ່ເກິດຂຶ້ນໃນກົງຈັກ ການຈັດຕັ້ງ ພັກ-ລັດ ແລະ ສັງຄົມ ໃນປັດຈຸບັນພວມເປັນຈຸດສົນໃຈຂອງ ປະຊາຊົນ, ເປັນສິ່ງທ້າທາຍຕໍ່ການນຳພາຂອງພັກ. ການຄຸ້ມຄອງລັດ ແລະ ເປັນສິ່ງກີດຂວາງການພັດ ທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຍ້ອນແນວນັ້ນ ມັນຈຶ່ງມີຄວາມສຳຄັນຢ່າງພາວະວິໃສ ແລະ ຮີບດ່ວນ ເພື່ອສ້າງບາດກ້າວ ບຸກທະລຸໃນການສ້າງຄວາມໂປ່ງໃສ ໃນການນຳພາທີ່ເຂັ້ມແຂງຂອງພັກ ການຄຸ້ມຄອງທີ່ສັກສິດຂອງລັດ ເພື່ອຄວາມຍືນຍົງຂອງລະບອບປະຊາທິປະໄຕປະຊາຊົນ.

ທັດສະນະຊີ້ນຳຂອງພັກເຮົາຕໍ່ທຸກພາກສ່ວນ ໂດຍສະເພາະແມ່ນໃນຖັນແຖວ ພັກ ແລະ ລັດເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ມີຜົນເປັນປະຈັກຕາ ໃນການສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ ຊຶ່ງວຽກງານນີ້ເປັນໜ້າທີ່ ແລະ ຄວາມຮັບຜິດຊອບໂດຍກົງຂອງ ຄະນະພັກ ພະນັກງານການນຳທຸກຂັ້ນ ຄືຖັນແຖວສະມາຊິກພັກ ພະນັກງານ ທະຫານ ຕຳຫຼວດ ໃນທຸກລະດັບ ແລະ ທຸກພາກສ່ວນຕ້ອງເປັນເຈົ້າການຕ້ານ, ແກ້ໄຂໃຫ້ເຂັ້ມງວດ ແລະ ເດັດຂາດ; ສ່ວນການສະກັດກັ້ນ, ຕ້ານ ແລະ ແກ້ໄຂການສໍ້ລາດບັງຫຼວງ ແມ່ນໜ້າທີ່ຄວາມຮັບຜິດຊອບໂດຍກົງ ທັງເປັນໜ້າທ່ີສຳຄັນຮີບດ່ວນ, ຍາວນານຂອງການຈັດຕັ້ງພັກ-ລັດ ແລະ ທົ່ວສັງຄົມ, ຖ້າມີການລະເມີດ ຕ້ອງຕ້ານ, ແກ້ໄຂຢ່າງທັນການ, ເດັດຂາດໂດຍບໍ່ມີເຂດຫວງຫ້າມ ແລະ ບໍ່ມີຂໍ້ຍົກເວັ້ນ; ການສະກັດກັ້ນ,ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ການຈັດຕັ້ງພັກ-ລັດແຕ່ລະຂັ້ນຕ້ອງຍົກສູງຄຸນທາດກາານເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ກຳແໜ້ນການເຄື່ອນໄຫວປະຕິບັດໜ້າທີ່, ການດຳລົງຊີວິດ ຂອງສະມາຊິກພັກ, ພະ ນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພົນລະເມືອງໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ; ການສະກັດກັ້ນ,ຕ້ານ ແລະ ແກ້ໄຂການຟຸມເຟືອຍ ການຈັດຕັ້ງພັກ-ລັດ ແລະ ທົ່ວສັງຄົມ ຕ້ອງເປັນເຈົ້າການບຸກທະລຸດ້ານແນວຄິດໃນການປພະຕິບັດນະໂຍບາຍປະຫຍັດ ແລະ ຕ້ານການຟຸມເຟືອຍ ໃຫ້ເປັນຮູບປະທຳ ມີການປ່ຽນແປງທີ່ຕັ້ງໜ້າ.

ດັ່ງນັ້ນ ໃນມາດຕະການຈັດຕັ້ງປະຕິບັດ ເພື່ອໃຫ້ຮັບປະກັນຜົນສຳເລັດໃນການຈັດຕັ້ງປະຕິບັດນັ້ນ ແນວທາງຂອງພັກໄດ້ ເນັ້ນໃຫ້ ຄະນະພັກ ອົງການລັດ ແຕ່ລະຂັ້ນ ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິຄຳສັ່ງຂອງຂັ້ນເທິງໃຫ້ກວ້າງຂວາງ ເລິກເຊິ່ງ ແລະ ທົ່ວເຖິງ ພ້ອມທັງຜັນຂະຫຍາຍເປັນທິດທາງ, ແຜນການ, ແຜນງານ, ໂຄງການ, ລະບຽບການ ຂອງຂະແໜງການ, ທ້ອງຖິ່ນຕົນ ພ້ອມທັງນຳພາຈັດຕັ້ງປະຕິບັດຕົວຈິງໃຫ້ຖືກຕ້ອງ,ເຂັ້ມງວດ ແລະ ມີປະສິດທິຜົນ.

ການຈັດຕັ້ງຂອງພັກ-ລັດ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ,ບັນດາອົງການຈັດຕັ້ງມະຫາຊົນທຸກຂັ້ນ, ສື່ມວນຊົນ ແລະ ພົນລະເມືອງ ຕ້ອງເປັນເຈົ້າການເຂົ້າຮ່ວມສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປາກົດການຫຍໍ້ທໍ້ ແລະ ການຟຸມເຟືອຍຢ່າງແຂງແຮງ ກວ້າງຂວາງ, ເພີ່ມທະວີຄວາມຮັບຜິດຊອບ ການນຳພາ-ຊີ້ນຳ ຂອງຄະນະພັກທຸກຂັ້ນ ຕໍ່ການສະກັດກັ້ນຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປາກົດການຫຍໍ້ທໍ້ ແລະ ການຟຸມເຟືອຍ ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມໃຫ້ແທດເຖິງ, ເປັນປົກກະຕິ, ເປັນຄວາມຮັບຜິດຊອບການເມືອງໂດຍກົງຂອງ ເລຂາພັກ ແລະ ປະທານຄະນະກຳມະການປົກຄອງແຕ່ລະຂັ້ນ.

ສຳຄັນ ລັດຖະບານ ແລະ ກະຊວງ-ອົງກາານທີ່ກ່ຽວຂ້ອງໃຫ້ສ້າງ ແລະ ປັບປຸງນິຕິກຳສະເພາະໃນແຕ່ລະຂະແໜງການໃຫ້ລະອຽດ, ຄົບຖ້ວນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ ອົງການກວດກາພັກ ກວດກາແຫ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງແຕ່ລະຂັ້ນ ທັງສູນກາງ ແລະ ທ້ອງຖິ່ນເປັນເຈົ້າການຕິດຕາມ ຊຸກຍູ້ ກວດກາ ສະຫຼຸບຕີລາຄາ ແລະລາຍງານຜົນການຈັດຕັ້ງປະຕິບັດຕໍ່ຂັ້ນເທິງຂອງຕົນເພື່ອຊາບ ແລະ ໃຫ້ທິດຊີ້ນຳໃນແຕ່ລະໄລຍະ.

https://laophattananews.com/257883/
#ໜັງສືພິມລາວພັດທະນາ #ບົດຄວາມ #ຜາຕຸງ
_______________@______________
ສະໜັບສະໜູນຂ່າວໂດຍ: ມິຣິນດ້າ ກິ່ນສະຕໍເບີຣີ ສະໄຕເກົາຫລີ
_______________@_______________
ຂ່າວອື່ນໆ >> www.laophattananews.com
Youtube: www.youtube.com/channel/UCfSwYXQ8r6NOMO_vlp7bZYw
Twitter: https://X.com/laophattana
Whatsapp: https://whatsapp.com/channel/0029Va9dcYjHFxPArwc63g17
Tiktok: https://www.tiktok.com/
ສົນໃຈລົງໂຄສະນາໂທ: 020 9999 7139
ຕິດຕໍ່ຫານັກຂ່າວໂທ: 020 2345 0088

ໃນວັນທີ 27 ສິງຫາ 2026 ທີ່ຜ່ານມາ, ທ່ານ ບຸນທະວີ ວິລະວົງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ປະເທດຊູແອດ ໄດ້ເຂົ້າຮ່ວມກອງປະຊຸ...
03/09/2026

ໃນວັນທີ 27 ສິງຫາ 2026 ທີ່ຜ່ານມາ, ທ່ານ ບຸນທະວີ ວິລະວົງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ປະເທດຊູແອດ ໄດ້ເຂົ້າຮ່ວມກອງປະຊຸມຄະນະກຳມາທິການ ອາຊຽນ ປະຈຳ ສະຕ໋ອກໂຮມ (ASEAN Committee in Stockholm - ACS) ຄັ້ງທີ 44, ເຊິ່ງຈັດຂຶ້ນຢູ່ທີ່ ສະຖານເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ສະຕ໋ອກໂຮມ, ປະເທດ ຊູແອດ.

ວັນທີ 3/09/2026, ຄະນະນຳສະຖານທູດ ແຫ່ງ ສປປ ລາວ ເຂົ້າຮ່ວມອວຍພອນເນື່ອງໃນວັນຊາດຂອງ ສສ.ຫວຽດນາມ ຄົບຮອບ 81 ປີ, ທີ່ສະຖານທູດຫວຽດນາ...
03/09/2026

ວັນທີ 3/09/2026, ຄະນະນຳສະຖານທູດ ແຫ່ງ ສປປ ລາວ ເຂົ້າຮ່ວມອວຍພອນເນື່ອງໃນວັນຊາດຂອງ ສສ.ຫວຽດນາມ ຄົບຮອບ 81 ປີ, ທີ່ສະຖານທູດຫວຽດນາມ, ທີ່ ສະຕອກໂຮມ, ປະເທດຊູແອດ.

ໃນລະຫວ່າງວັນທີ 10-12 ສິງຫາ 2026 ທີ່ຜ່ານມາ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງສະຕ໋ອກໂຮມ, ປະເທດຊູແອດ ໄດ້ຈັດພ...
03/09/2026

ໃນລະຫວ່າງວັນທີ 10-12 ສິງຫາ 2026 ທີ່ຜ່ານມາ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງສະຕ໋ອກໂຮມ, ປະເທດຊູແອດ ໄດ້ຈັດພິທີໄວ້ອາໄລ ແລະ ເອົາທຸງຊາດລົງເຄິ່ງເສົາ ພ້ອມທັງເປີດປື້ມໄວ້ອາໄລໃຫ້ບັນດາທຸຕານຸທູດຕ່າງປະເທດ ສະແດງຄວາມເສົ້າສະຫຼົດໃຈ ຢ່າງສົມກຽດ ຢູ່ທີ່ບ້ານພັກທ່ານທູດ ຕໍ່ການຈາກໄປຂອງ ພະນະທ່ານ ໄຊສົມພອນ ພົມວິຫານ, ອະດີດກຳມະການກົມການເມືອງສູນກາງພັກ, ອະດີດປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

01/09/2026

ແຈ້ງການ
ກະຊວງການຕ່າງປະເທດ ແຫ່ງ ສປປ ລາວພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະເດີນທາງເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ຮ່ວມເຈລະຈາ ໃນວັນທີ 31 ສິງຫາ -1 ກັນຍາ 2026 ທີ່ ບິສເກັກ, ກຽກກິດສະຖານ. ຫຼັງຈາກນັ້ນ, ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງພະນະທ່ານ ກາຊຶມ-ໂຈມາດ ໂຕກາຢຽບ, ປະທານາທິບໍດີ ແຫ່ງ ສາທາ ລະນະລັດ ກາຊັກສະຖານ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາ​ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດ ກາຊັກ​ສະຖານ ຢ່າງເປັນທາງການ ໃນວັນທີ 3-4 ກັນຍາ 2026 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ກາຊັກສະຖານ.

01/09/2026
ໃນຕອນເຊົ້າຂອງວັນທີ 24 ສິງຫາ 2026, ທີ່ທຳນຽບປະທານາທິບໍດີ, ນະຄອນຫລວງ Riga, ປະເທດລັດເວຍ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ...
01/09/2026

ໃນຕອນເຊົ້າຂອງວັນທີ 24 ສິງຫາ 2026, ທີ່ທຳນຽບປະທານາທິບໍດີ, ນະຄອນຫລວງ Riga, ປະເທດລັດເວຍ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ Edgars Rinkevics, ປະທານາທິບໍດີ ແຫ່ງ ສາທາລະນະລັດ ລັດເວຍ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ປະຈຳ ສາທາລະນະລັດ ລັດເວຍ.
ໃນໂອກາດດັ່ງກ່າວ, ພະນະທ່ານ Edgars Rinkevics, ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ບຸນທະວີ ວິລະວົງ ໃນການມາຮັບໜ້າທີ່ເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ລັດເວຍ ແລະ ໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ປະຕິບັດໜ້າທີ່ການທູດອັນມີກຽດຂອງຕົນດ້ວຍຜົນສຳເລັດອັນຈົບງາມ ເພື່ອສົ່ງເສີມສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ ລາວ-ລັດເວຍ ໃຫ້ຂະຫຍາຍຕົວຂື້ນໄປຢ່າງບໍ່ຢຸດຢັ້ງ ພ້ອມທັງໄດ້ຕີລາຄາສາຍພົວພັນຂອງສອງປະເທດທີ່ຢູ່ໃນລະດັບດີໃນໄລຍະຜ່ານມາ ແລະ ເຫັນຄວນໃຫ້ສືບຕໍ່ຮັກສາ ແລະ ພັດທະນາໃຫ້ເກີດດອກອອກຜົນຂຶ້ນໄປເລື້ອຍໆ.
ທ່ານ ບຸນທະວີ ວິລະວົງ ໄດ້ແຈ້ງສະພາບການພັດທະນາເສດຖະກິດ ແລະ ສັງຄົມຂອງ ສປປ ລາວ ໃຫ້ ທ່ານປະທານາທິບໍດີຮັບຊາບ ພ້ອມທັງສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ. ລາວ ເຖິງ ພະນະທ່ານ Edgars Rinkevics, ພ້ອມດຽວກັນນັ້ນ, ພະນະທ່ານປະທານາທິບໍດີ, ໄດ້ສະແດງຄວາມຂອບໃຈ ແລະ ໄດ້ສົ່ງຄວາມຢື້ຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດມາຍັງທ່ານປະທານປະເທດ ແຫ່ງ ສປປ. ລາວ ເຮົາເຊັ່ນດຽວກັນ. ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດ ກໍ່ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ, ສະແດງຄວາມຂອບໃຈຕໍ່ລັດຖະບານ ລັດເວຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮັກສາການພົວພັນທີ່ດີຕໍ່ ສປປ. ລາວ ໃນໄລຍະຜ່ານມາ.
ສປປ. ລາວ ແລະ ສາທາລະນະລັດ ລັດເວຍ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 24 ເມສາ 1995, ຊຶ່ງໃນປີ 2025 ທີ່ຜ່ານມາ, ສອງປະເທດໄດ້ຮ່ວມກັນສະເຫຼີມສະຫຼອງຄົບຮອບ 30 ໃນການສ້າງຕັ້ງສາຍພົວພັນທາງການທູດນຳກັນ ແລະ ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີຕ່າງປະເທດແຫ່ງ ສປປ ລາວ ກໍໄດ້ສົ່ງສານຊົມເຊີຍເຖິງຄູ່ຮ່ວມຕໍາແໜ່ງຝ່າຍລັດເວຍ. ເວົ້າລວມແລ້ວ, ສອງປະເທດໄດ້ມີການພົວພັນກັນໃນລະດັບປົກກະຕິ: ມີການສະໜັບສະໜູນເຊີ່ງກັນ ແລະ ກັນ ໃນຂອບອົງການສະຫະປະຊາຊາດ, ມີການແລກປ່ຽນສານຊົມເຊີຍນໍາກັນໃນໂອກາດ ແລະ ວັນສໍາຄັນຕ່າງໆຂອງທັງຝ່າຍ ໂດຍສະເພາະແມ່ນວັນຊາດ ແລະ ຄົບຮອບວັນສ້າງຕັ້ງສາຍພົວພັນການທູດ.
ໃນໂອກາດການເດີນທາງໄປຄັ້ງນີ້, ທ່ານເອກອັກຄະລັດຖະທູດພ້ອມດ້ວຍຄະນະ ຍັງໄດ້ພົບປະສອງຝ່າຍກັບບັນດາກົມທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດ, ພົບປະກັບທ່ານຮອງປະທານລັດຖະສະພາແຫ່ງຊາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ກົມທີ່ກ່ຽວຂ້ອງຂອງລັດເວຍ ເພື່ອປຶກສາຫາລືການພົວພັນສອງຝ່າຍ ລາວ-ລັດເວຍ ແລະ ເພີ່ມທະວີການຮ່ວມມືທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃນຕໍ່ໜ້ານໍາອີກດ້ວຍ.

Adress

Badstrandsvägen 11, 112 65 Stora Essingen
Stockholm
POBOX30214,10425

Öppettider

Måndag 09:00 - 16:00
Tisdag 09:00 - 16:00
Onsdag 09:00 - 16:00
Torsdag 09:00 - 16:00
Fredag 09:00 - 16:00

Webbplats

Aviseringar

Var den första att veta och låt oss skicka ett mail när Embassy of the Lao PDR in stockholm, Sweden postar nyheter och kampanjer. Din e-postadress kommer inte att användas för något annat ändamål, och du kan när som helst avbryta prenumerationen.

Genvägar

Dela