ສູນບໍລິການຜ່ານປະຕູດຽວ - One Door Service Centers

ສູນບໍລິການຜ່ານປະຕູດຽວ - One Door Service Centers Contact information, map and directions, contact form, opening hours, services, ratings, photos, videos and announcements from ສູນບໍລິການຜ່ານປະຕູດຽວ - One Door Service Centers, Public & Government Service, XJC8+WVG, Vientiane.

ສູນບໍລິການຜ່ານປະຕູດຽວ - One Door Service Centers (ປຕດ-ODSC) ແມ່ນຈຸດການບໍລິການຂອງລັດ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງການບໍລິການໄດ້ຢ່າງສະດວກ, ວ່ອງໄວ ແລະ ຍຸຕິທຳສຳລັບທຸກຄົນ.

[English Version Below]ສຽງຂອງທຸກຄົນມີຄວາມໝາຍ ແລະ ປະສົບການຂອງທຸກຄົນມີຄຸນຄ່າ. 🇱🇦ນາງ ທິບພະວັນ ວິຣະຄົມ, ທີ່ປຶກສາໂຄງການຈາກ UN...
03/06/2026

[English Version Below]
ສຽງຂອງທຸກຄົນມີຄວາມໝາຍ ແລະ ປະສົບການຂອງທຸກຄົນມີຄຸນຄ່າ. 🇱🇦

ນາງ ທິບພະວັນ ວິຣະຄົມ, ທີ່ປຶກສາໂຄງການຈາກ UNDP ສປປ ລາວ, ຢາກເຫັນການບໍລິການພາກລັດທີ່ມີປະສິດທິພາບຫຼາຍຂຶ້ນ, ເຂົ້າເຖິງໄດ້ງ່າຍ ແລະ ໂປ່ງໃສ — ລາວເຊື່ອວ່າການປ່ຽນແປງນີ້ເລີ່ມຕົ້ນຈາກການທີ່ພວກເຮົາກ້າທີ່ຈະສະແດງຄວາມຄິດເຫັນ. 🙏

ນັ້ນແມ່ນເຫດຜົນທີ່ ແບບສຳຫຼວດຄຳເຫັນພົນລະເມືອງ ໄດ້ຖືກສ້າງຂຶ້ນເພື່ອເປັນຊ່ອງທາງໂດຍກົງລະຫວ່າງປະຊາຊົນ ແລະ ລັດຖະບານ — ໃຫ້ທຸກຄົນໄດ້ແບ່ງປັນປະສົບການ, ຊີ້ໃຫ້ເຫັນບັນຫາທີ່ຍັງເປັນສິ່ງທ້າທາຍ ແລະ ຜັກດັນໃຫ້ເກີດການປ່ຽນແປງ. ຄຳເຫັນຂອງທ່ານບໍ່ແມ່ນແຕ່ຂໍ້ມູນ — ມັນແມ່ນກະບອກສຽງຂອງທ່ານ
ແລະ ສາມາດຂັບເຄື່ອນການປ່ຽນແປງທີ່ແທ້ຈິງ

👉 ຮ່ວມຕອບແບບສຳຫຼວດໄດ້ແລ້ວມື້ນີ້: odsc.gov.la/cf
_______________________
Every voice matters. Every experience counts. 🇱🇦

Thipphavanh Virakhom, a project support consultant from UNDP Lao PDR, wants to see public services that are more efficient, accountable, accessible, and transparent — and she believes that starts with us speaking up. 🙏

That is exactly why the Citizen Feedback Survey exists. It is a direct line between the people and the government. A chance for every citizen to share their experience, highlight what is not working, and push for the change they want to see.

Your feedback is not just data. It is your voice. And your voice can drive real reform.

👉 Take the survey today: odsc.gov.la/cf

#ປຕດ
#ສຽງຂອງພວກເຮົາ
#ແບບສອບຖາມພົນລະເມືອງກ່ຽວກັບການບໍລິການຂອງລັດ

[English Version Below]ມື້ນີ້ ພວກເຮົາມາຮ່ວມກັນສະເຫຼີມສະຫຼອງ ສອງວາລະທີ່ສວຍງາມ - ເດັກນ້ອຍ ຜູ້ເປັນດັ່ງຄວາມຫວັງ ແລະ ຕົ້ນໄມ້ທ...
01/06/2026

[English Version Below]
ມື້ນີ້ ພວກເຮົາມາຮ່ວມກັນສະເຫຼີມສະຫຼອງ ສອງວາລະທີ່ສວຍງາມ - ເດັກນ້ອຍ ຜູ້ເປັນດັ່ງຄວາມຫວັງ ແລະ ຕົ້ນໄມ້ທີ່ເຕືອນໃຫ້ພວກເຮົາຄຳນຶງເຖິງອະນາຄົດທີ່ຢູ່ນອກເໜືອຈາກຕົວເຮົາເອງ. 🌱

ສູນບໍລິການຜ່ານປະຕູດຽວ (ປຕດ/ODSC) ແມ່ນຖືກສ້າງຂຶ້ນມາດ້ວຍແນວຄິດດຽວກັນ ກໍຄື: ທຸກໆຄອບຄົວໃນ ສປປ ລາວ, ບໍ່ວ່າຈະອາໄສຢູ່ໃສກໍຕາມ ຄວນໄດ້ຮັບການບໍລິການຈາກພາກລັດ ໂດຍບໍ່ຈຳເປັນຕ້ອງເດີນທາງໄກ, ບໍ່ຕ້ອງຜ່ານຂັ້ນຕອນເອກະສານທີ່ຫຍຸ້ງຍາກ ຫຼື ພົບກັບອຸປະສັກຕ່າງໆ.

ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດນີ້, ພວກເຮົາຍັງຄົງມຸ່ງໝັ້ນໃນການປະຕິບັດຕາມແນວຄວາມຄິດນັ້ນ - ເພາະວ່າການບໍລິການທີ່ພວກເຮົາສ້າງຂຶ້ນໃນມື້ນີ້ ຄືຮາກຖານອັນໝັ້ນຄົງໃຫ້ແກ່ລູກຫຼານຂອງພວກເຮົາໃນອະນາຄົດ. 🇱🇦🙏
_______________________
Today we celebrate two beautiful things - the children who give us purpose, and the trees that remind us to think beyond ourselves. 🌱

One Door Service Center (ODSC) was built on that same idea: that every family in Lao PDR, no matter where they live, deserves access to government services without the long journeys, the endless paperwork, or the closed doors.

On International Children’s Day and National Arbor Day, we recommit to that promise - because the services we build today are the foundation our children will stand on tomorrow. 🇱🇦🙏

#ປຕດ
#ແບບສອບຖາມພົນລະເມືອງກ່ຽວກັບການບໍລິການຂອງລັດ

#ວັນເດັກນ້ອຍສາກົນແລະວັນປູກຕົ້ນໄມ້ແຫ່ງຊາດ2026 ’sDayandNationalArborDay2026

29/05/2026

ທ່ານພຶງພໍໃຈກັບການບໍລິການຂອງພາກລັດບໍ່?
ຖ້າບໍ່, ແຊຣໃຫ້ພວກເຮົາຟັງແນ່ວ່າເປັນຫຍັງ? 👇👇👇

[English Version Below]ຂໍຂອບໃຈມາຍັງ ທະນາຄານສົ່ງເສີມກະສິກຳ (APB Bank) ທີ່ໄດ້ຮ່ວມສົ່ງເສີມແຄມເປນ ແບບສອບຖາມພົນລະເມືອງກ່ຽວກັບ...
20/05/2026

[English Version Below]
ຂໍຂອບໃຈມາຍັງ ທະນາຄານສົ່ງເສີມກະສິກຳ (APB Bank) ທີ່ໄດ້ຮ່ວມສົ່ງເສີມແຄມເປນ ແບບສອບຖາມພົນລະເມືອງກ່ຽວກັບການບໍລິການຂອງລັດ (CFS). 🙏

ການຮ່ວມມືໃນຄັ້ງນີ້ໄດ້ສະແດງໃຫ້ເຫັນວ່າ ການປັບປຸງການບໍລິການຂອງລັດໃຫ້ ສະດວກ, ວ່ອງໄວ ແລະ ຍຸຕິທຳສຳລັບທຸກຄົນ ແມ່ນພາລະກິດຮ່ວມກັນຂອງທຸກພາກສ່ວນ ແລະ ການມີສ່ວນຮ່ວມຂອງພາກເອກະຊົນເປັນການເນັ້ນຢ້ຳເຖິງຄວາມສຳຄັນໃນການມີສ່ວນຮ່ວມຂອງທຸກຂະແໜງການເພື່ອເປັນກະບອກສຽງ ແລະ ເປັນທ່າແຮງໃຫ້ມີການປັບປຸງການບໍລິການຂອງລັດໃຫ້ດີຍິ່ງຂຶ້ນ.

ການສະໜັບສະໜູນຈາກ APB Bank ແມ່ນຊ່ວຍໃຫ້ພວກເຮົາສາມາດເຂົ້າເຖິງປະຊາຊົນໄດ້ຫຼາຍຂຶ້ນ, ໄດ້ຮັບຄຳຄິດເຫັນ ແລະ ສາມາດຂັບເຄື່ອນການປ່ຽນແປງໄດ້ຢ່າງແທ້ຈິງ. ປະສົບການຂອງທ່ານແມ່ນມີຄວາມໝາຍຄວາມສຳຄັນ ແລະ ສົມຄວນທີ່ຈະໄດ້ຮັບການຮັບຟັງ. 🇱🇦

ສະຫຼະເວລາພຽງ 2 ນາທີ ເພື່ອຮ່ວມແບ່ງປັນຄຳຄິດເຫັນຂອງທ່ານໄດ້ແລ້ວມື້ນີ້ 👇
🔗 odsc.gov.la/cf
_______________________
Thank you to the Agricultural Promotion Bank (APB Bank) for promoting the Citizen Feedback Survey (CFS) campaign. 🙏

This kind of partnership demonstrates that making public services closer, faster, and fairer for all is a shared mission. When the private sector steps up, it reinforces the importance of inclusive voices across sectors in shaping and improving public services.

APB Bank's support helps us reach more citizens, gain feedback and drive real change. Your experience matters and deserves to be heard. 🇱🇦

Take 2 minutes and share your feedback today 👇
🔗 odsc.gov.la/cf

#ທະນາຄານສົ່ງເສີມກະສິກຳ
#ປະສົບການທ່ານເປັນສິ່ງທີ່ສຳຄັນ
#ແບບສອບຖາມພົນລະເມືອງກ່ຽວກັບການບໍລິການຂອງລັດ

#ປຕດ

18/05/2026

ທ່ານຄິດວ່າຄຳເຫັນຂອງທ່ານ
ຈະປ່ຽນແປງການບໍລິການຂອງລັດ
ໄດ້ແທ້ຫຼືບໍ່?

[English Version Below]ການບໍລິການຂອງລັດ' ແມ່ນແນວໃດ ແລະ ມີຫຍັງແດ່ ? 📢 ການບໍລິການຂອງລັດ ແມ່ນການບໍລິການຂອງພາກລັດ ເປັນຕົ້ນແມ...
15/05/2026

[English Version Below]
ການບໍລິການຂອງລັດ' ແມ່ນແນວໃດ ແລະ ມີຫຍັງແດ່ ? 📢

ການບໍລິການຂອງລັດ ແມ່ນການບໍລິການຂອງພາກລັດ ເປັນຕົ້ນແມ່ນ:
✅ ການຢັ້ງຢືນການເກີດ, ແຕ່ງດອງ, ຢ່າຮ້າງ, ເສຍຊີວິດ, ປ່ຽນຊື່ນາມສະກຸນ, ການເຮັດສຳມະໂນຄົວ ຫຼື ບັດປະຈຳຕົວ
✅ ການຂໍໜັງສືຜ່ານແດນ, ໃບຢັ້ງຢືນທີ່ຢູ່ ຫລື ໃບແຈ້ງໂທດ
✅ ການຈົດທະບຽນວິສາຫະກິດ ຫຼື ຂໍໃບອະນຸຍາດຕ່າງໆ
✅ ການຊຳລະຄ່າທໍານຽມ ແລະ ພາສີຕ່າງໆ

ເວົ້າລວມແລ້ວການບໍລິການຂອງລັດ ແມ່ນການບໍລິການທີ່ທ່ານເຂົ້າໃຊ້ເມື່ອຕິດຕໍ່ກັບຫ້ອງການ ຫຼື ໜ່ວຍງານຂອງລັດ.

ຜ່ານແບບສອບຖາມພົນລະເມືອງກ່ຽວກັບການບໍລິການຂອງລັດ (Citizen Feedback Survey), ພວກເຮົາຕ້ອງການເຂົ້າໃຈປະສົບການຂອງປະຊາຊົນໃນການໃຊ້ບໍລິການເຫຼົ່ານີ້ໃຫ້ດີຂຶ້ນ.

ຕົວຢ່າງ:
• ຂັ້ນຕອນມີຄວາມຊັດເຈນ ແລະ ເຂົ້າໃຈງ່າຍບໍ?
• ທ່ານຕ້ອງລໍຖ້າດົນບໍ?
• ພະນັກງານສາມາດໃຫ້ການຊ່ວຍເຫຼືອໄດ້ດີບໍ?
• ການບໍລິການເຂົ້າເຖິງງ່າຍ ແລະ ສະດວກບໍ?

ຄຳເຫັນຂອງທ່ານ ສາມາດຊ່ວຍໃຫ້ເຫັນຈຸດທີ່ຄວນປັບປຸງ ເພື່ອໃຫ້ການບໍລິການຂອງລັດ ສະດວກ, ວ່ອງໄວ ແລະ ຍຸຕິທຳສຳລັບທຸກຄົນ.

👉 ຮ່ວມຕອບ Citizen Feedback Survey ໄດ້ແລ້ວມື້ນີ້: https://odsc.gov.la/cf
__________________
What do we mean by “Public Services”? 📢

Public services are the government services people use in their daily lives - for example:
✅ Registering a birth/marriage/death certificate, family book or ID card
✅ Applying for a passport, residency certificate, or criminal record
✅ Registering a business or applying for a licence
✅ Paying government fees or taxes

In short, public services are the services you access when interacting with government offices and authorities.

Through the Citizen Feedback Survey, we want to better understand people’s experiences using these services.
For example:
• Was the process clear and easy to follow?
• Did you have to wait a long time?
• Were staff able to support you effectively?
• Was the service accessible and convenient?

Your feedback can help identify where improvements may be needed to make public services closer, faster, and fairer for everyone.

👉 Complete the Citizen Feedback Survey today: https://odsc.gov.la/cf

#ປະສົບການທ່ານເປັນສິ່ງທີ່ສຳຄັນ
#ແບບສອບຖາມພົນລະເມືອງກ່ຽວກັບການບໍລິການຂອງລັດ

#ປຕດ

06/05/2026

ທ່ານຄິດວ່າຄວນປັບປຸງ
ການບໍລິການຂອງລັດແບບໃດແດ່
👇ເພື່ອໃຫ້ເຂົ້າເຖິງງ່າຍຂຶ້ນ👇

Address

XJC8+WVG
Vientiane

Alerts

Be the first to know and let us send you an email when ສູນບໍລິການຜ່ານປະຕູດຽວ - One Door Service Centers posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share