03/06/2026
ກະຊວງ ອຄ ແຈ້ງໃຫ້ບັນດາເຂື່ອນໄຟຟ້າ ໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຢ່າງເຂັ້ມງວດໃນການກຽມຄວາມພ້ອມວຽກງານຄວາມປອດໄພເຂື່ອນ ແລະ ແຜນຮັບມືສຸກເສີນ ສຳລັບລະດູຝົນທີ່ໃກ້ຈະມາເຖິງນີ້.
ເພື່ອຮັບປະກັນຄວາມປອດໄພ, ຊັບສິນຂອງປະຊາຊົນທີ່ອາໃສຢູ່ຕອນລຸ່ມ ແລະ ບໍລິເວນອ້ອມຂ້າງຂອງບັນດາເຂື່ອນ ລວມທັງແຜນຮັບມືຫາກເກີດເຫດການສຸກເສີນໃນຊ່ວງລະດູຝົນໃນປີ 2026 ນີ້, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ອອກແຈ້ງການ ສະບັບເລກທີ 1016/ກພງ, ລົງວັນທີ 15 ພຶດສະພາ 2026 ຊີ້ນຳໃຫ້ບັນດາໂຄງການເຂື່ອນໄຟຟ້າໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຕໍ່ວຽກງານຄວາມປອດໄພຂອງເຂື່ອນ, ການບໍລິຫານຈັດການນໍ້າ ແລະ ການກະກຽມຄວາມພ້ອມໃນການຮັບມືສຸກເສີນຂອງໂຄງການຢ່າງເຂັ້ມງວດ.
ແຈ້ງການດັ່ງກ່າວ ໄດ້ກຳນົດມາດຕະການ ໃຫ້ບັນດາເຂື່ອນໄຟຟ້າ ເອົາໃຈໃສ່ດັ່ງນີ້: ①. ການກວດກາຮອບດ້ານ: ໂຄງສ້າງ, ປະຕູນໍ້າ, ລະບົບໄຟ ໃຫ້ຢູ່ໃນສະພາບພ້ອມໃຊ້ງານໃນທຸກສະພາບການ; ②. ການເຜີຍແຜ່ແຜນຮັບມື ແລະ ຝືກຊ້ອມແຜນຮັບມື ໃນກໍລະນີເກີດເຫດສຸກເສີນ; ③. ການປະສານງານ ແລະ ແຈ້ງເຕືອນ; ④. ການບໍລິຫານຈັດການນໍ້າໃນອ່າງ: ກ່ອນເຂົ້າຝົນນໍ້າໃນອ່າງຂອງເຂື່ອນໄຟຟ້າຕ້ອງຢູ່ໃນລະດັບຕໍ່າ ເພື່ອຮອງຮັບປະລິມານນໍ້າຝົນທີ່ຈະຕົກລົງມາໃນຊ່ວງລະດູຝົນ; ແລະ ⑤.ກໍລະນີເຂື່ອນໄຟຟ້າມີການປ່ອຍນໍ້າຜ່ານປະຕູລະບາຍນໍ້າ: ເຂື່ອນ ຕ້ອງໄດ້ມີແຜນລະອຽດໃນການປ່ອຍນ້ໍາ ແລ້ວແຈ້ງລ່ວງໜ້າຢ່າງນ້ອຍ 07ວັນ ພ້ອມທັງປະສານສົມທົບກັບພາກລັດທີ່ກ່ຽວຂ້ອງ ແລະ ປະຊາຊົນທີ່ຢູ່ໃນເຂດຄວາມສ່ຽງ ຮັບຊາບ ແລະ ເຂົ້າໃຈ.
ກະຊວງ ອຄ ຈະສືບຕໍ່ຕິດຕາມການຈັດຕັ້ງປະຕິບັດແຈ້ງການດັ່ງກ່າວກັບບັນດາເຂື່ອນ ແລະ ຈະແຈ້ງໃຫ້ທຸກພາກສ່ວນ ລວມທັງປະຊາຊົນຢູ່ອາໃສຢູ່ເຂດທີ່ມີຄວາມສ່ຽງ ໃນຕໍ່ໜ້າ.
ທ່ານ ສາມາດາວໂລດ https://ibox.mem.gov.la/s/9jM7OOhG1pX0A8x