ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ

ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ Contact information, map and directions, contact form, opening hours, services, ratings, photos, videos and announcements from ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, Political organisation, Rue 23 Singha, Vientiane.

ໃນວັນທີ 27 ມີນາ 2026 ຜ່ານມາ, ກົມອົງການຈັດຕັ້ງສາກົນ ໄດ້ໄປຢ້ຽມຊົມຫໍພິພິຕະພັນປະຫວັດສາດ ກອງທັບປະຊາຊົນລາວ ນໍາໂດຍ ທ່ານ ນ. ມຸກດ...
04/04/2026

ໃນວັນທີ 27 ມີນາ 2026 ຜ່ານມາ, ກົມອົງການຈັດຕັ້ງສາກົນ ໄດ້ໄປຢ້ຽມຊົມຫໍພິພິຕະພັນປະຫວັດສາດ ກອງທັບປະຊາຊົນລາວ ນໍາໂດຍ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວຫນ້າກົມອົງການຈັດຕັ້ງສາກົນ ໂດຍມີພະນັກງານຈາກກົມອົງການຈັດຕັ້ງສາກົນ, ເຂົ້າຮ່ວມທັງຫມົດ 18 ທ່ານ. ຈຸດປະສົງຂອງການໄປຢ້ຽມຢາມດັ່ງກ່າວ ເປັນໜຶ່ງໃນກິດຈະກໍາປິ່ນອ້ອມແຜນສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແລະ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955 – 22 ມີນາ 2026) ແລະ ສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູບຸນຄຸນ ເຖິງຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ຜູ້ນໍາພາສ້າງຕັ້ງ, ທະນຸບໍາລຸງ, ກໍ່ສ້າງ ແລະ ປັບປຸງພັກໃຫ້ໜັກ ແໜ້ນ, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

ແລະ ໃນຕອນບ່າຍຂອງວັນດຽວກັນ, ກົມອົງການຈັດຕັ້ງສາກົນ ໄດ້ສືບຕໍ່ຈັດກິດຈະກໍາກິລາເປຕັ້ງ ຮ່ວມກັບ ກົມກົດລັບ, ກະຊວງປ້ອງກັນປະເທດ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ແລະ ສ້າງກິດຈະກໍາຮ່ວມກັນຂອງອົງການຈັດຕັ້ງມະຫາຊົນຂອງທັງສອງພາກສ່ວນ ເພື່ອເສີມສ້າງການພົວພັນຮ່ວມມື ແລະ ຮັດແຫນ້ນຄວາມສາມັກຄີໃຫ້ແຫນ້ນແຟ້ນຍິ່ງໆຂຶ້ນ.

ກອງປະຊຸມລະດັບວິຊາການ ຂອງ ຄະນະກໍາມະການຊີ້ນໍາຮ່ວມ (JSC) ໃນຂອບວຽກການຮ່ວມມື  ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ...
02/04/2026

ກອງປະຊຸມລະດັບວິຊາການ ຂອງ ຄະນະກໍາມະການຊີ້ນໍາຮ່ວມ (JSC) ໃນຂອບວຽກການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ໄລຍະປີ 2022 - 2026
--------------------------------------------
ໃນວັນທີ 02 ເມສາ 2026 ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານອົງການ ສະຫະປະຊາຊາດ (ສປຊ) ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມລະດັບວິຊາການ ຂອງ ຄະນະກໍາມະການຊີ້ນໍາຮ່ວມ (JSC) ໃນຂອບວຽກການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການ ສປຊ ໄລຍະປີ 2022-2026, ໂດຍການເປັນປະທານຮ່ວມ ຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ທ່ານ Bakhodir Burkhanov, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ເຊິ່ງມີຜູ້ຕາງໜ້າ ຈາກ ບັນດາກະຊວງ, ອົງການທຽບເທົ່າກະຊວງທີ່ກ່ຽວຂ້ອງ ແລະ ບັນດາອົງການເຄືອຂ່າຍ ສປຊ ເຂົ້າຮ່ວມຫຼາຍກ່ວາ 70 ທ່ານ.

ກອງປະຊຸມຄັ້ງນີ້ ມີຈຸດປະສົງ ເພື່ອນໍາສະເໜີ ບົດລາຍງານປະຈໍາປີ 2025 ຂອງ ອົງການ ສປຊ ປະຈໍາ ສປປ ລາວ ໃນຂອບວຽກການຮ່ວມມື Lao PDR – UNSDCF 2022-2026 ( The United Nations Sustainable Development Cooperation Framework) ພ້ອມທັງນໍາສະເໜີຮ່າງແຜນວຽກຮ່ວມ ປະຈໍາປີ 2026 ຂອງບັນດາອົງການເຄືອຂ່າຍ ສປຊ ປະຈໍາ ສປປ ລາວ. ນອກຈາກນັ້ນ, ຍັງໄດ້ປຶກສາຫາລື ກ່ຽວກັບ ແຜນການສ້າງຂອບການຮ່ວມມື Lao PDR – UNSDCF ສະບັບໃໝ່ 2027-2031.

ໃນທີ່ປະຊຸມ, ຜູ້ເຂົ້າຮ່ວມໄດ້ຮ່ວມກັນປຶກສາຫາລື ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານໃນຂອບການຮ່ວມມືດັ່ງກ່າວ ທີ່ເປັນກົນໄກສຳຄັນໃນການຊຸກຍູ້ ແລະ ສົ່ງເສີມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ບັນດາແຜນພັດທະນາ ຂອງລັດຖະບານ ໃຫ້ສຳເລັດຕາມຄາດໝາຍ ຄຽງຄູ່ກັບຄວາມສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ ແລະ ວາລະ 2030 ເພື່ອຮັບປະກັນການອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ.
ພ້ອມດຽວກັນນັ້ນ, ທ່ານ ນາງ ມຸກດາວັນ ສີສຸລິດ, ປະທານກອງປະຊຸມ ໄດ້ຢໍ້າຄືນເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມ ຂອງຄະນະກໍາມະການຊີ້ນໍາຮ່ວມ JSC, ເຊິ່ງນອກຈາກເປັນເວທີໃນການປຶກສາຫາລືແລ້ວ ກໍຍັງເປັນກົນໄກທີ່ສຳຄັນໃນການຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນງານການຮ່ວມມືຕ່າງໆ ລະຫວ່າງພາກລັດ ແລະ ອົງການເຄືອຂ່າຍ ສປຊ, ທີ່ໄດ້ໃຫ້ການສະໜັບສະໜູນ ໂດຍກົງຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ X.

ທ່ານ Bakhodir Burkhanov, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ໄດ້ເນັ້ນຢໍ້າວ່າ ຄະນະກໍາມະການຊີ້ນໍາຮ່ວມ JSC ມີບົດບາດສໍາຄັນໃນການຈັດຕັ້ງປະຕິບັດຂອບວຽກການຮ່ວມມື Lao PDR-UNSDCF 2022-2026 ຮ່ວມກັບ ຄູ່ຮ່ວມມືພາກລັດຂອງ ສປປ ລາວ ແລະ ຄູ່ຮ່ວມມືຈາກສາກົນ ກໍ່ຄື ອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ເພື່ອເຮັດວຽກຮ່ວມກັນ ຢ່າງມີວິໄສທັດ ແລະ ແຜນງານໃນທິດທາງດຽວກັນ. ກອງປະຊຸມ ໄດ້ທົບທວນຄືນຜົນສຳເລັດຂອງການຮ່ວມມື ໃນໄລຍະ ໜຶ່ງປີທີ່ຜ່ານມາ ແລະ ຮ່ວມກັນວາງແຜນທິດທາງການຮ່ວມມືຂອງແຕ່ລະຂະແໜງການໃນຕໍ່ໜ້າ ຕາມແຜນການຮ່ວມມື ແລະ ດັດປັບໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການຕົວຈິງ ກໍ່ຄືແຜນບຸລິມະສິດປະຈຳປີ ຂອງຂະແໜງການພາກລັດ ແນໃສ່ການຈັດຕັ້ງປະຕິບັດໃຫ້ເກີດຜົນປະໂຫຍດສູງສຸດ.

ຂອບການຮ່ວມມື UNSDCF ແມ່ນຂອບການຮ່ວມຍຸດທະສາດລວມຂອງ ລະບົບອົງການ ສປຊ ຢູ່ໃນ ສປປ ລາວ ທີ່ກໍານົດວິໄສທັດຮ່ວມ, ວຽກງານຍຸດທະສາດ ແລະ ຜົນທີ່ຈະໄດ້ຮັບ, ລວມທັງທິດທາງລວມຂອງ ບັນດາອົງການເຄື່ອຂ່າຍຂອງ ສປຊ ໃນການຈັດຕັ້ງຜັນຂະຫຍາຍບັນດາແຜນຍຸດທະສາດ ໃນໄລະຍະ 5 ປີ ໂດຍສອດຄ່ອງກັບບັນດາເປົ້າໝາຍຂອງ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ການພັດທະນາແບບຍືນຍົງ (ປພຍ) ຂອງ ສປປ ລາວ.

ສໍາລັບໂຄງຮ່າງຂອບການຮ່ວມມື ສະບັບໃໝ່ ປີ 2027-2031 ໄດ້ກໍານົດເອົາ 3 ວຽກງານບູລິມະສິດຍຸດທະສາດ (three strategic priorities) ຄື: (1) ຄວາມເປັນຢູ່ທີ່ດີຂອງ ປະຊາຊົນ (people’s wellbeing); (2) ການປົກຄອງ ແລະ ສະຖາບັນ (governance and institutions); ແລະ (3) ສິ່ງແວດລ້ອມ ແລະ ການເຕີບໂຕແບບຍືນຍົງ (environment and sustainable growth), ຊຶ່ງສອດຄ່ອງກັບແນວທາງການພັດທະນາແຫ່ງຊາດ ແລະ ວິໄສທັດໄລຍະຍາວຂອງ ສປປ ລາວ.

ວັນທີ 1 ເມສາ 2026 ທີ່ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ - ກະຊວງການຕ່າງປະເທດ ໃນນາມ ປະທານ ແລະ ກອງເລຂາ ຄະນະກໍາມະການຄຸ້ມຄອງແຫ...
02/04/2026

ວັນທີ 1 ເມສາ 2026 ທີ່ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ - ກະຊວງການຕ່າງປະເທດ ໃນນາມ ປະທານ ແລະ ກອງເລຂາ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ(ຄຊກລ) ໂດຍຮ່ວມມືກັບ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (LYU) ພາຍໃຕ້ການສະໜັບສະໜູນ ຈາກ ລັດຖະບານ ອຽກລັງ ແລະ ອົງການ ສປຊ ເພື່ອການພັດທະນາ (UNDP) ໄດ້ຈັດງານສະເຫລີມສະຫລອງ *ວັນສາກົນເພື່ອສົ່ງເສີມການແກ້ໄຂບັນຫາລະເບີດບໍ່ທັນແຕກ (4 ເມສາ) ແລະ ພິທີປະກາດງານແຂ່ງຂັນສິລະປະແຕ້ມຮູບ ໃນນາມ ສປປ ລາວ ເປັນປະທານ ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລູກຫວ່ານ ຮອບວຽນທີ 3 (3RC CCM) ທີ່ ນະຄອນຫຼວງວຽງຈັນ.* ໃນໂອກາດດັ່ງກ່າວ, ທ່ານ ທອງລີ ສີສຸລິດ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ໃນນາມປະທານກິດຕິມະສັກ ໄດ້ໃຫ້ກຽດກ່າວເປີດພິທີຢ່າງເປັນທາງການ.ພ້ອມນີ້, ມີບັນດາ ທ່ານເອກອັກຄະລັດຖະທູດ, ທຸຕານຸທູດ, ຜູ້ຕາງໜ້າ ບັນດາອົງການເຄືອຄ່າຍ ສປຊ, ອົງການປະຕິບັດງານ ແລະ ຕາງໜ້ານັກສຶກສາ, ຊາວໜຸ່ມ, ເຍົາວະຊົນ ຈາກ ໂຮງຮຽນມັດຖະຍົມສົມບູນ ຈໍານວນ 5 ແຫ່ງ ເຂົ້າຮ່ວມງານດັ່ງກ່າວຢ່າງຟົດຟຶ້ນ ຫຼາຍກວ່າ 400 ທ່ານ.

ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີ ພາກພື້ນອາຊີ-ປາຊີຟິກ ເພື່ອທົບທວນກາງສະໄໝ ຂອງ ແຜນດໍາເນີນງານ...
01/04/2026

ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີ ພາກພື້ນອາຊີ-ປາຊີຟິກ ເພື່ອທົບທວນກາງສະໄໝ ຂອງ ແຜນດໍາເນີນງານ ສໍາລັບປະເທດດ້ອຍພັດທະນາ ທີ່ ປະເທດ ກໍາປູເຈຍ.
-----------------------------------------------------
ໃນລະຫວ່າງວັນທີ 31 ມີນາ ຫາ 01 ເມສາ 2026, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີ ສໍາລັບ ພາກພື້ນອາຊີ-ປາຊີຟິກ ເພື່ອທົບທວນກາງສະໄໝຂອງການຈັດຕັ້ງປະຕິບັດແຜນດໍາເນີນງານ ໂດຮາ ສໍາລັບປະເທດດ້ອຍພັດທະນາ (Doha Programme of Action for LDCs 2022-2031 ຫລື DPoA), ຈັດຂຶ້ນທີ່ ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ. ກອງປະຊຸມດັ່ງກ່າວມີ ຄະນະຜູ້ແທນລະດັບສູງ ຈາກປະເທດປະເທດດ້ອຍພັດທະນາ ຢູ່ພາກພື້ນອາຊີ-ປາຊີຟິກ ແລະ ຕົວແທນລະດັບສູງ ຈາກອົງການເຄື່ອຂ່າຍ ສະຫະປະຊາຊາດ (ສປຊ). ກອງປະຊຸມໄດ້ຕີລາຄາຄືນ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ, ບັນດາສິ່ງທ້າທາຍ ແລະ ກໍານົດແຜນຍຸດທະສາດ ສໍາລັບໄລຍະເວລາທີ່ຍັງເຫຼືອຂອງແຜນດໍາເນີນງານ ໂດຮາ ພ້ອມທັງ ສະເຫນີວິທີທາງໃນຕໍ່ຫນ້າ ເພື່ອເຮັດໃຫ້ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ມີຄວາມຍືນຍົງ ແລະ ໄລຍະຂ້າມຜ່ານມີຄວາມໂລ່ງລ່ຽນ.

ຫົວຫນ້າຄະນະຜູ້ແທນ ສປປ ລາວ ໄດ້ຂຶ້ນກ່າວຄໍາເຫັນຮ່ວມກັບບັນດາລັດຖະມົນຕີ ຂອງບັນດາປະເທດໃນພາກພື້ນ ໂດຍປະເມີນຄືນຄວາມຄືບໜ້າຂອງໃນການຈັດຕັ້ງປະຕິບັດແຜນດໍາເນີນງານສາກົນດັ່ງກ່າວ ໃນລະດັບປະເທດ ທີ່ ສປປ ລາວ ສາມາດບັນລຸໄດ້ໃນຜ່ານມາ, ພ້ອມທັງຍົກໃຫ້ເຫັນເຖິງບັນດາສິ່ງທ້າທາຍ ແລະ ຂໍ້ສະເໜີເພື່ອຮັດແຫນ້ນຂອບການຮ່ວມມືດ້ານການພັດທະນາສາກົນ ໃນຕໍ່ຫນ້າ. ພາຍຫລັງການຮັບຮອງເອົາແຜນປະຕິບັດງານ ໂດຮາ, ລັດຖະ ບານ ລາວ ໄດ້ເຊື່ອມສານບັນດາເປົ້າຫມາຍຂອງສາກົນ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ. ໃນໂອກາດດັ່ງກ່າວ, ຫົວຫນ້າຄະນະຜູ້ແທນ ສປປ ລາວ ຍັງໄດ້ພົບປະກັບ ທ່ານ ຮອງເລຂາທິການໃຫຍ່ ສປຊ, ຜູ້ຕາງໜ້າຂັ້ນສູງ ສໍາລັບ ປະເທດດ້ອຍພັດທະນາ, ປະເທດກໍາລັງພັດທະນາບໍ່ມີຊາຍແດນຕິດທະເລ ແລະ ປະເທດເກາະດອນນ້ອຍ (OHRLLS) ແລະ ທ່ານ ເລຂາທິການຄະນະກໍາມາທິການເສດຖະກິດ-ສັງຄົມ ສປຊ ປະຈໍາພາກພື້ນ ອາຊີ-ປາຊີຟິກ (UNESCAP) ເພື່ອປຶກສາຫາລືກ່ຽວກັບວິທີທາງເພື່ອເສີມຂະຫຍາຍການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ ສປຊ ໃນຊຸມປີຕໍ່ໜ້າ.

ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຖະແຫຼງການທາງການເມືອງ (Political Declaration) ຂອງກອງປະຊຸມລະດັບລັດຖະມົນຕີ ສໍາລັບ ພາກພື້ນອາຊີ-ປາຊີຟິກ ເພື່ອທົບທວນກາງສະໄໝ ຂອງການຈັດຕັ້ງປະຕິບັດ ແຜນດໍາເນີນງານ ໂດຮາ ເພື່ອເປັນບ່ອນອີງໃຫ້ປະເທດດ້ອຍພັດທະນາໃນພາກພື້ນ ແລະ ບັນດາຄູ່ຮ່ວມພັດທະນາ ສືບຕໍ່ຈັດຕັ້ງປະຕິບັດແຜນດຳເນີນງານ ສໍາລັບ ປີ 2022-2031, ທັງເປັນການປະກອບສ່ວນດ້ານເນື້ອໃນທີ່ສຳຄັນ ໃຫ້ແກ່ກອງປະຊຸມທົບທວນກາງສະໄໝ ໃນລະດັບສາກົນ ທີ່ຈະຈັດຂຶ້ນ ໃນເດືອນ ມີນາ 2027, ທີ່ ໂດຮາ, ປະເທດ ກາຕາ.

ແຜນດໍາເນີນງານ ໂດຮາ (2022-2031) ແມ່ນໜຶ່ງໃນແຜນດໍາເນີນງານທີ່ສໍາຄັນຂອງອົງການ ສປຊ ເຊິ່ງຖືກຮັບຮອງເອົາໃນປີ 2022 ຢູ່ໃນກອງປະຊຸມສາກົນວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5 ທີ່ ໂດຮາ, ປະເທດ ກາຕາ ແລະ ມີໄລຍະເວລາຈັດຕັ້ງປະຕິບັດ 10 ປີ ຮອດປີ 2031. ບັນດາປະເທດສະມາຊິກອົງການ ສປຊ ແລະ ອົງການຈັດຕັ້ງສາກົນ ມີພັນທະໃນການຈັດຕັ້ງປະຕິບັດ ແຜນດໍາເນີນງານດັ່ງກ່າວ ແນໃສ່ເພື່ອສະຫນັບສະຫນູນໃຫ້ບັນດາປະເທດດ້ອຍພັດທະນາ ສາມາດຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວເທື່ອລະກ້າວ.

Photo Credit: UNCcambodia and DIO.MOFA

ກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ການກະກຽມອອກຈາກສະຖານະພາບດ້ອຍພັດທະນາ ທີ່ ມະຫາວິທະຍາໄລ ສຸພາ...
20/03/2026

ກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ການກະກຽມອອກຈາກສະຖານະພາບດ້ອຍພັດທະນາ ທີ່ ມະຫາວິທະຍາໄລ ສຸພານຸວົງ, ແຂວງຫຼວງພະບາງ.
------------------------------------------------------------

ໃນວັນທີ 20 ມີນາ 2026 ທີ່ ແຂວງ ຫຼວງພະບາງ, ກອງເລຂາ ປພຍ ນໍາໂດຍ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ການກະກຽມອອກຈາກສະຖານະພາບດ້ອຍພັດທະນາ ສຳລັບນັກສຶກສາຂອງມະຫາວິທະຍາໄລ ສຸພານຸວົງ ແລະ ວິທະຍາໄລອ້ອມຂ້າງ ແຂວງ ຫຼວງພະບາງ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ອາລົມລັງສີ ລາຊະວົງ, ຮອງຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ທ່ານ ຮສ. ປອ. ວົງປະສິດ ຈັນທະຄູນ, ຮອງຜູ້ອໍານວຍການມະຫາວິທະຍາໄລ ສຸພານຸວົງ. ກອງປະຊຸມດັ່ງກ່າວ ມີນັກສຶກສາ, ຄູອາຈານ ຂອງມະຫາວິທະຍາໄລດັ່ງກ່າວ ພ້ອມທັງ ວິທະຍາ ໄລອ້ອມຂ້າງຂອງ ແຂວງ ຫຼວງພະບາງ ເຂົ້າຮ່ວມລວມທັງຫມົດປະມານ 150 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນການເຜີຍແຜ່ ກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຢູ່ ສປປ ລາວ, ໂດຍສະເພາະເພື່ອຊຸກຍູ້ແນວທາງ ແລະ ວຽກງານການເຊື່ອມສານເປົ້າໝາຍການພັດແບບຍືນຍົງ ຂອງສາກົນເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ກໍຄື ແຜນພັດທະນາຂອງທ້ອງຖິ່ນໃຫ້ສອດຄ່ອງ ແລະ ມີຄວາມເປັນເອກະພາບກັນ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ. ນອກຈາກນັ້ນ, ເພື່ອເຜີນແຜ່ ກ່ຽວກັບ ຄວາມຄືບໜ້າການກະກຽມອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026. ພ້ອມດຽວກັນນີ້, ຜູ້ເຂົ້າຮ່ວມ ກໍໄດ້ສົນທະນາຖາມ-ຕອບ ແລະ ແລກປ່ຽນຄໍາເຫັນຕໍ່ບົດນໍາສະເໜີດັ່ງກ່າວ ຢ່າງສ້າງສັນ ແລະ ກົງໄປກົງມາ. ສິ່ງສໍາຄັນ, ນັກສຶກສາ ແລະ ຄູອາຈານ ຈະສືບຕໍ່ສຶກສາຄົ້ນຄວ້າເບິ່ງບັນດາຂໍ້ມູນ, ເອກະສານ ແລະ ນິຕິກໍາຕ່າງໆ ເພື່ອທໍາຄວາມເຂົ້າໃຈ ແລະ ຮ່ວມກັນຈັດຕັ້ງປະຕິບັດ ຕາມພາລະບົດບາດ ແລະ ໜ້າທີ່ວຽກງານຂອງຕົນ ທີ່ເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ກໍ່ຄືການຈັດຕັ້ງປະຕິບັດ ປພຍ.

ພາຍຫຼັງການໄດ້ຮັບຟັງຂໍ້ມູນ ກ່ຽວກັບ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບປະເທດດ້ອຍພັດທະນາ ເຫັນໄດ້ວ່າ ຄູອາຈານ ແລະ ນັກຮຽນນັກສຶກສາ ຈາກມະຫາວິທະຍາໄລສຸພານຸວົງ ແລະ ວິທະຍາໄລອ້ອມຂ້າງ ໄດ້ຮັບຮູ້, ເຂົ້າໃຈ ເພີ່ມຂຶ້ນ ແລະ ຈະນໍາເອົາຂໍ້ມູນດັ່ງກ່າວ ນໍາໃຊ້ເຂົ້າໃນການຮຽນ-ການສອນ ຫລື ສຶກສາຕໍ່ເປັນບົດຄົ້ນຄວ້າໃດໜຶ່ງຂຶ້ນມາ, ພ້ອມທັງ ຈະຊ່ວຍສືບຕໍ່ເຜີຍແຜ່ຂໍ້ມູນດັ່ງກ່າວໄປສູ່ສັງຄົມ ເພື່ອເປັນການປະກອບສ່ວນຈັດຕັ້ງປະຕິບັດ ປພຍ ແລະ ການກະກຽມອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ ຢູ່ຂັ້ນທ້ອງຖິ່ນ.

27/02/2026

ສປປ ລາວ ຈະໄດ້ຮັບກຽດເປັນປະທານກອງປະຊຸມທົບທວນ
ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ໃນປີ 2026,
ພາຍໃຕ້ຫົວຂໍ້ "ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາເພື່ອສ້າງໃຫ້ໂລກນີ້ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ”.

ພິທີປະກາດການເປັນປະທານກອງປະຊຸມທົບທວນ ສົນທິສັນຍາ ວ່າດ້ວຍ ການເກືອດຫ້າມລະເບີດລູກ ຫວ່ານ ຮອບວຽນທີ 3..............................
27/02/2026

ພິທີປະກາດການເປັນປະທານກອງປະຊຸມທົບທວນ ສົນທິສັນຍາ ວ່າດ້ວຍ ການເກືອດຫ້າມລະເບີດລູກ ຫວ່ານ ຮອບວຽນທີ 3........................................................................

ໃນວັນທີ 27 ກຸມພາ 2026 ທີ່ ສວນປະຕູໄຊ, ນະຄອນຫຼວງວຽງຈັນ - ກະຊວງການຕ່າງປະເທດ ໃນນາມປະທານ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ໄດ້ຈັດພິທີປະກາດການເປັນປະທານກອງປະຊຸມທົບທວນ ສົນທິສັນຍາ ວ່າດ້ວຍ ການເກືອດຫ້າມລະເບີດລູກ ຫວ່ານ ຮອບວຽນທີ 3 ປີ 2026 (Launching Ceremony of the 3rd Review Conference of the Convention on Cluster Munitions). ຈຸດປະສົງຫຼັກແມ່ນເພື່ອປະກາດຢ່າງເປັນທາງການ ແລະ ສ້າງຄວາມຮັບຮູ້ຄວາມເຂົ້າໃຈໃຫ້ແກ່ທຸກພາກສ່ວນໃນສັງຄົມໄດ້ຮັບຊາບກ່ຽວກັບ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ແລະ ບົດບາດ ຂອງ ສປປ ລາວ ໃນຂະບວນການແກ້ໄຂບັນຫາລະເບີດລູກຫວ່ານໃນລະດັບສາກົນ ທັງເປັນການຢ້ຳຄືນຄວາມໝາຍໝັ້ນທີ່ສະແດງໃຫ້ເຫັນເຖິງຄວາມພ້ອມຂອງ ລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດພັນທະຂອງສົນທິສັນຍາ ແລະ ເພື່ອສົ່ງເສີມການມີສ່ວນຮ່ວມຂອງບັນດາສື່ມວນຊົນ ໃນການກະຈາຍຂໍ້ມູນຂ່າວສານກ່ຽວກັບກອງປະຊຸມໃຫ້ບັນດາປະຊາຊົນທັງພາຍ ເເລະ ຕ່າງປະເທດຮັບຮູ້ ທັງເປັນການສ້າງເວທີສົນທະນາໃຫ້ບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ໄດ້ພົບປະແລກປ່ຽນ ແລະ ຮັບຊາບກ່ຽວກັບທິດທາງການກະກຽມກອງປະຊຸມທີ່ຈະມາເຖິງ.

ພິທີປະກາດການເປັນປະທານກອງປະຊຸມທົບທວນ ຮອບວຽນທີ 3 ນີ້ (3RC CCM) ໄດ້ຮັບກຽດກ່າວຄໍາເຫັນໂດຍ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢຸ່ ສປປ ລາວ (ຄຊກລ), ໂດຍມີສະມາຊິກ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢຸ່ ສປປ ລາວ, ຂັ້ນຮອງລັດຖະມົນຕີ, ເຈົ້າໜ້າທີ່ອາວຸໂສຈາກກະຊວງ ແລະ ອົງການລັດທຽບເທົ່າກະຊວງ, ບັນດາເອກອັກຄະລັດຖະທູດ, ທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ບັນດາອົງການເຄືອຂ່າຍ ສປຊ, ຄູ່ຮ່ວມພັດທະນາ, ອົງການປະຕິບັດງານ ລວມທັງຕາງໜ້າຜູ້ຖືກເຄາະຮ້າຍຈາກ ລບຕ ພ້ອມດ້ວຍ ນັກຮຽນນັກສຶກສາ ເຂົ້າຮ່ວມງານຢ່າງຟົດຟຶ້ນ ຫຼາຍກວ່າ 200 ທ່ານ.

ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວວ່າ “ສປປ ລາວ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກວົງຄະນະຍາດສາກົນ ໃນການເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມທົບທວນ ອີກຄັ້ງໜຶ່ງ ທີ່ນະຄອນຫລວງວຽງຈັນ ຂອງພວກເຮົາ. ການຕັດສິນໃຈເປັນເຈົ້າພາບກອງປະຊຸມນີ້ ລັດຖະບານ ສະແດງໃຫ້ເຫັນເຖິງເຈດຈຳນົງ ອັນສະເໝີຕົ້ນສະເໝີປາຍ ຂອງ ລັດຖະບານ ສປປ ລາວ ໃນການປະກອບສ່ວນເຂົ້າໃນຄວາມພະຍາຍາມຂອງສາກົນ ເພື່ອພາລະກິດການປົກປັກຮັກສາສັນຕິພາບ ໃນໂລກ ໂດຍຜ່ານຂະບວນການ ຂອງສົນທິສັນຍາ CCM ໄປຄຽງຄູ່ກັບການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຍັງຕົກຄ້າງ ຢູ່ພາຍໃນປະເທດ” ທ່ານລັດຖະມົນຕິີ ຍັງໄດ້ກ່າວຕື່ມວ່າ “ໃນຖານະທີ່ເປັນລັດພາຄີຂອງ ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຫຼື CCM, ສປປ ລາວ ຈະສືບຕໍ່ຍຶດຫມັ້ນໃນການປະຕິບັດພັນທະພາຍໃຕ້ສົນທິສັນຍາ ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ. ພວກເຮົາຈະສືບຕໍ່ຮ່ວມກັບວົງຄະນາຍາດສາກົນ ເພື່ອສະໜັບສະໜູນໃຫ້ສົນທິສັນຍານີ້ ໃຫ້ມີຜົນບັງຄັບໃຊ້ກວ້າງຂວາງກວ່າເກົ່າ ພ້ອມທັງຊຸກຍູ້ ໃຫ້ທຸກພາກສ່ວນ ເຂົ້າຮ່ວມໃນຂະບວນການປົກປ້ອງດ້ານມະນຸດສະທຳ ທີ່ສຳຄັນຍິ່ງນີ້”

ພາຍໃນພິທີ, ບັນດາແຂກຜູ້ເຂົ້າຮ່ວມ ກໍ່ໄດ້ຮັບຊົມການສະແດງລະຄອນຕຸກກະຕາ ໂດຍໂຄງການເກັບກູ້ລະເບີດແຫ່ງຊາດ ແລະ ໃນພິທີຍັງໄດ້ຮັບຟັງການ ການເລົ່າປະສົບການຕົວຈິງຈາກຜູ້ເຄາະຮ້າຍຈາກ ລບຕ ແລະ ການເປີດໂຕວີດີໂອໂຄສະນາການເປັນທານ ກອງປະຊຸມທົບທວນ ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ອີກດ້ວຍ. ນອກນັ້ນ, ພາຍໃນງານ ຍັງມີກິດຈະກຳມ່ວນຊື່ນ ເພື່ອສົ່ງເສີມຄວາມຮັບຮູ້ໃຫ້ແກ່ໄວໜຸ່ມ-ນັກສຶກສາ ກ່ຽວກັບ ສົນທິສັນຍາ CCM, ແລະ ການວາງສະແດງຮູບພາບ ແລະ ອຸປະກອນຂອງບັນຫາອົງການປະຕິບັດງານຕ່າງໆ ເພື່ອສົ່ງເສີມການສ້າງຄວາມເຂົ້າໃຈຕໍ່ໄພອັນຕະລາຍຂອງລະເບີດບໍ່ທັນແຕກທີ່ຕົກຄ້າງ ລວມທັງຄວາມຮູ້ອັນເລິກເຊິ່ງໃຫ້ແກ່ນັກສຶກສາເຖິງການທາງການປະກອບສ່ວນຂອງ ສປປ ລາວ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ. ພ້ອມກັນນັ້ນ, ໃນໄລຍະການເປັນປະທານກອງປະຊຸມ 3RC CCM ຂອງ ສປປ ລາວ ຈະໄດ້ມີການວາງສະແດງ ຜົນງານການເເກະສະຫຼັກຈາກເສດລະເບີດ (Bombshell Arts) ແລະ ກະດານຂໍ້ມູນ ຈໍານວນ 2 ໜ່ວຍ ຢູ່ ສວນປະຕູໄຊ ເພື່ອເປັນການສົ່ງເສີມການມີສ່ວນຮ່ວມ ແລະ ກະຈາຍຂໍ້ມູນຂ່າວສານກ່ຽວກັບກອງປະຊຸມໃຫ້ສື່ມວນຊົນ ແລະ ປະຊາຊົນທັງພາຍ ເເລະ ຕ່າງປະເທດ ໄດ້ຮັບຮູ້ຫຼາຍຂື້ນ.

ກອງປະຊຸມທົບທວນ ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄັ້ງທີ 3 ຈະຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ ຊຶ່ງໄດ້ກຳນົດໄວ້ໃນລະຫວ່າງວັນທີ 13-18 ເດືອນກັນຍາ 2026, ໃນນັ້ນ ວັນທີ 13 ກັນຍາ ແມ່ນຈະມີການນໍາພາຄະນະຜູ້ແທນ ຢ້ຽມຢາມການກວດກູ້ຢູ່ພາກສະໜາມ ທີ່ ແຂວງຫຼວງພະບາງ. ກອງປະຊຸມຈະຈັດຂຶ້ນພາຍໃຕ້ຫົວຂໍ້ "ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາເພື່ອສ້າງໃຫ້ໂລກນີ້ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ””" ແລະ ຈະສຸມໃສ່ 4 ບູລິມະສິດທີ່ສໍາຄັນ ຄື:
1. ການຮ່ວມມືສາກົນເພື່ອເພີ່ມຄວາມພະຍາຍາມໃນການຈັດຕັ້ງປະຕິບັດສົນທິສັນຍາໃຫ້ບັນລຸຜົນຕາມເປົ້າໝາຍ.
2. ສຸມໃສ່ວຽກງານດ້ານມະນຸດສະທຳເປັນໃຈກາງ ແລະ ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ເພື່ອການ ພັດທະນາທາງດ້ານເສດຖະກິດ ແລະ ສັງຄົມ.
3. ສົ່ງເສີມການເປັນພາຄີສາກົນ (Universalization) ເພື່ອໃຫ້ຫຼາຍປະເທດເຂົ້າມາຮ່ວມໃນສົນທິສັນຍາ ນີ້ຫຼາຍຂຶ້ນ.
4. ເພີ່ມທະວີການຮ່ວມມື ແລະ ຊ່ວຍເຫຼືອສາກົນ ໃນວຽກງານການເກັບກູ້, ການໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ.

ພີທີປະກາດການເປັນປະທານ ກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ນີ້ໄດ້ຮັບການສະໜັບສະໜູນການຈັດງານໂດຍອົງການ Norwegian People’s Aid.

[ຂໍ້ມູນເພີ່ມເຕີມ]
ສປປ ລາວ ເຂົ້າເປັນລັດພາຄີຂອງສົນທິສັນຍາ CCM ໃນປີ 2008 ແລະ ສົນທິສັນຍາມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ສິງຫາ 2010. ເພື່ອເຮັດໃຫ້ຄວາມ ໝາຍໝັ້ນນີ້ກາຍເປັນຈິງ ສປປ ລາວ ໄດ້ເຊື່ອມສານວຽກງານການແກ້ໄຂລະເບີດ ບໍ່ທັນແຕກເຂົ້າໃນວາລະການພັດທະນາສາກົນເປັນຕົ້ນແມ່ນ “ເປົ້າໝາຍສະຫັດສະວັດແຫ່ງການພັດທະນາ” ຫຼື (MDG 9) ແລະ ເປົ້າໝາຍການພັດທະນາແບບຍືນຍົງ ປພຍ 18 (SDG 18) “ຊີວິດທີ່ປອດໄພຈາກ ລະເບີດບໍ່ທັນແຕກ” ເປັນວາລະແຫ່ງຊາດທີ່ ສປຊ ຮັບຮອງ.
ໃນທຸກໆມື້, ມີພະນັກງານຫຼາຍກວ່າ 5,000 ຄົນ (ທັງຍິງ ແລະ ຊາຍ) ຈາກບັນດາໜ່ວຍງານປະຕິບັດງານກວດ ກູ້ລະເບີດທີ່ປະຕິບັດໜ້າທີ່ຢູ່ພາກສະໜາມໃນທົ່ວປະເທດ ໄດ້ອຸທິດແຮງກາຍແຮງໃຈເພື່ອກຳຈັດໄພອັນຕະລາຍ ໃຫ້ແກ່ ປະຊາຊົນບັນດາເຜົ່າໃນທົ່ວປະເທດ ໃນການເກັບກູ້ ແລະ ທຳລາຍລະເບີດລູກຫວ່ານຫຼາຍຮ້ອຍໜ່ວຍ ໃນແຕ່ລະມື້, ເຊິ່ງໃນໄລຍະປີ 2023-2024 ສາມາດເກັບກູ້ລະເບີດບໍ່ທັນແຕກ ອອກຈາກເນື້ອທີ່ດິນໄດ້ຫຼາຍກວ່າ 12,000 ເຮັກຕາ ເພື່ອມອບຄືນຄວາມປອດໄພໃຫ້ແກ່ປະຊາຊົນ. ສະນັ້ນ, ການເກັບກູ້ລະເບີດແມ່ນການ “ຄືນສິດໃນການດຳລົງ ຊີວິດທີ່ປອດໄພ”” ແລະ “ຄືນໂອກາດໃນການພັດທະນາ” ໃຫ້ແກ່ປະຊາຊົນລາວ.

ຄະນະຜູ້ແທນທາງການ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືພາກພື້ນອາຊີ-ປາຊີຟິກ ວ່າດ້ວຍ ການພັດທະນາແບບຍືນຍົງ ຄັ້ງທີ 13 (13th A...
25/02/2026

ຄະນະຜູ້ແທນທາງການ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືພາກພື້ນອາຊີ-ປາຊີຟິກ ວ່າດ້ວຍ ການພັດທະນາແບບຍືນຍົງ ຄັ້ງທີ 13 (13th Asia-Pacific Forum on Sustainable Development) ໃນລະຫວ່າງວັນທີ 24 ຫາ 27 ກຸມພາ 2026, ທີ່ ສູນປະຊຸມ ສປຊ (UNCC), ບາງກອກ, ປະເທດ ໄທ. ກອງປະຊຸມ ໄດ້ໄຂຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ນາງ Fane Fotu Fituafe, ລັດຖະມົນຕີ ກະຊວງພາຍໃນ, ປະເທດ ຕົງກາ, ມີຜູ້ເຂົ້າຮ່ວມຈາກ 53 ປະເທດສະມາຊິກ ອົງການ UNESCAP. ສໍາລັບ ສປປ ລາວ, ນໍາພາຄະນະໂດຍ ທ່ານ ອາລົມລັງສີ ລາຊະວົງ, ຮອງຫົວໜ້າກົມ ອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້: “ການຈັດຕັ້ງປະຕິບັດ ວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ບັນດາເປົ້າຫມາຍ ການພັດທະນາແບບຍືນຍົງ ທີ່ ມີການປະສານງານ, ມີນະວັດຕະກຳ, ເທົ່າທຽມ ແລະ ມີລັກສະນະຂ້າມຜ່ານ ເພື່ອອະນາຄົດທີ່ຍືນຍົງ ສຳລັບທຸກຄົນ” (Transformative, equitable, innovative and coordinated actions for the 2030 Agenda for Sustainable Development and its Sustainable Development Goals for a sustainable future for all).

ຈຸດປະສົງຫຼັກຂອງກອງປະຊຸມ ແມ່ນເພື່ອປະເມີນຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ວາລະ 2030 ເພື່ອການ ພັດທະນາແບບຍືນຍົງ (ປພຍ) ລວມທັງການກະກຽມໃຫ້ແກ່ກອງປະຊຸມລະດັບສູງຂອງຄະນະກຳມະທິການ ເສດຖະກິດ-ສັງຄົມ ສປຊ ປະຈໍາພາກພື້ນອາຊີ-ປາຊີຟິກ (UNESCAP) ຄັ້ງທີ 82 ແລະ ກອງປະຊຸມເວທີການ ເມືອງລະດັບສູງ (HLPF) ຂອງອົງການ ສປຊ ປະຈໍາປີ 2026. ພ້ອມດຽວກັນນັ້ນ, ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ ທົບທວນຄືນການຈັດຕັ້ງປະຕິບັດ ປພຍ ໂດຍສະເພາະ 05 ປພຍ ຄື: ປພຍ 6 (ມີນໍ້າດື່ມທີ່ສະອາດ ແລະ ສຸຂະອະນາໄມ), ປພຍ 7 (ມີພະລັງງານທີ່ສະອາດ ແລະ ທຸກຄົນສາມາດເຂົ້າເຖິງ), ປພຍ 9 (ສົ່ງເສີມການຫັນ ເປັນອຸດສາຫະກຳ, ການປະດິດສ້າງ ແລະ ພື້ນຖານໂຄງລ່າງທີ່ເຂັ້ມແຂງ), ປພຍ 11 (ການສ້າງຕົວເມືອງ ແລະ ຊຸມຊົນໃຫ້ມີຄວາມຍືນຍົງ) ແລະ ປພຍ 17 (ເປັນຄູ່ຮ່ວມມືເປົ້າໝາຍການພັດທະນາແບບຍືນຍົງ).

ໃນກອງປະຊຸມ ຫົວໜ້າຄະນະຜູ້ແທນ ສປປ ລາວ ໄດ້ຂຶ້ນກ່າວມີຄຳເຫັນ 2 ວາລະຄື: 1). ການຈັດຕັ້ງປະຕິບັດ ວຽກງານການພັດທະນາແບບຍືນຍົງ ໂດຍຜັນຂະຫຍາຍຖະແຫຼງການການເມືອງ ໂດຮາ ແລະ ຜົນກອງປະຊຸມສຸດຍອດ ສປຊ ຄັ້ງທີ 2 ວ່າດ້ວຍການພັດທະນາສັງຄົມ ເຊິ່ງໄດ້ເນັ້ນໃຫ້ເຫັນວ່າ ສປປ ລາວ ເຫັນຄວາມສຳຄັນຂອງວຽກງານ ພັດທະນາສັງຄົມເປັນວຽກບູລິມະສິດ ແລະ ເພື່ອກະກຽມໃຫ້ແກ່ການອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026, ລັດຖະບານລາວ ໃຫ້ຄຳໝາຍໝັ້ນໃນການຜັນຂະຫຍາຍຖະແຫຼງການດັ່ງກ່າວເຂົ້າສູ່ ແຜນພັດທະນາ ເສດຖະກິດ-ສັງຄົມ 05 ປີ ຄັ້ງທີ 10 ເນັ້ນໃສ່ການມີສ່ວນຮ່ວມຂອງສັງຄົມ ຕາມທິດສ້າງເສດຖະກິດເອກະລາດ-ເປັນເຈົ້າຕົນເອງ ແລະ 2). ເລັ່ງລັດການຈັດຕັ້ງປະຕິບັດວາລະ 2030 ຜ່ານບົດລາຍງານແຫ່ງຊາດແບບສະໝັກໃຈ (Voluntary National Reviews, VNR), ຊຶ່ງຜ່ານມາ ສປປ ລາວ ໄດ້ສົ່ງບົດ VNR ທັງໝົດ 03 ສະບັບ ປີ 2018, 2021 ແລະ 2024 ແລະ ປະຈຸບັນຢູ່ໃນຂັ້ນຕອນການກະກຽມຮ່າງບົດລາຍງານສະບັບທີ 4 ເຊິ່ງຈະໄດ້ລາຍງານໃນປີ 2027.

ພ້ອມດຽວກັນນັ້ນ, ຄະນະຜູ້ແທນທາງການຂອງ ສປປ ລາວ ຍັງໄດ້ພົບປະສອງຝ່າຍນໍາ ຄະນະຜູ້ແທນ ຈາກປະເທດອັງກິດ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ຈຳນວນຫນຶ່ງ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ແລະ ຂົນຂວາຍ ການຊ່ວຍເຫຼືອທາງດ້ານການເງິນ ແລະ ວິຊາການ ເປັນຕົ້ນ: ການກະກຽມໃຫ້ແກ່ການຮ່າງບົດລາຍງານ ແບບສະໝັກໃຈສະບັບທີ 4 (2027) ແລະ ປຶກສາຫາລືແນວທາງໃນການຮ່ວມມືຂອງສາກົນ ກໍ່ຄືການພັດທະນາປະເທດ.

30/01/2026
ເສັ້ນທາງໃນການກະກຽມອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ 🇱🇦
16/01/2026

ເສັ້ນທາງໃນການກະກຽມອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ 🇱🇦

ບົດຄວາມສະບັບທີ II ໃນຫົວຂໍ້: “ການກະກຽມຄວາມພ້ອມ, ກາລະໂອກາດ ແລະ ສິ່ງທ້າທາຍ ໃນການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລ...
14/01/2026

ບົດຄວາມສະບັບທີ II ໃນຫົວຂໍ້: “ການກະກຽມຄວາມພ້ອມ, ກາລະໂອກາດ ແລະ ສິ່ງທ້າທາຍ ໃນການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ”
-----------------------------------------------------------
ໂດຍສືບຕໍ່ຈາກບົດຄວາມສະບັບທໍາອິດ ຄັ້ງວັນທີ 10 ກໍລະກົດ 2025 ກ່ຽວກັບ ປະຫວັດຄວາມເປັນມາຂອງ ປະເທດດ້ອຍພັດທະນາ, ໃນບົດຄວາມສະບັບນີ້ ບັນດາທ່ານຜູ້ອ່ານ ຈະໄດ້ຮັບຊາບຂໍ້ມູນລະອຽດເພີ້ມເຕີມ ກ່ຽວກັບ ການກະກຽມຄວາມພ້ອມ, ກາລະໂອກາດ ແລະ ສິ່ງທ້າທາຍ ໃນການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ.

ທ່ານຄິດບໍ່ວ່າ, ກ່ອນປະເທດໃດໜຶ່ງຈະຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຕ້ອງມີການກະກຽມຄວາມພ້ອມແນວໃດ?, ໄດ້ປະເມີນ ກ່ຽວກັບ ກາລະໂອກາດ ແລະ ສິ່ງທ້າທາຍ ແນວໃດແດ່? ແລະ ກ່ອນຈະອອກຈາກສະຖານະພາບດັ່ງກ່າວ, ສປປ ລາວ ໄດ້ຮ່ວມມືກັບ ອົງການ ສະຫະປະຊາຊາດ (ສປຊ) ໃນການກະກຽມຄວາມພ້ອມດ້ານຕ່າງໆ ຕາມມາດຖານຂອງ ອົງການ ສປຊ, ລວມທັງການປະເມີນຮອບດ້ານວ່າ ສປປ ລາວ ຈະພົບພໍ້ກັບ ກາລະໂອກາດ ແລະ ປະເຊີນກັບສິ່ງທ້າທ້າຍຫຍັງແດ່? ເຊິ່ງບັນດາຄໍາຖາມເຫຼົ່ານີ້ ຈະໄດ້ຮັບຄໍາຕອບ ແລະ ການອະທິບາຍ ຈາກບົດຄວາມນີ້.

ການກະກຽມຄວາມພ້ອມໃນການອອກຈາກສະຖານະພາບດ້ອຍພັດທະນາ (LDC) ຂອງ ສປປ ລາວ ໃນປີ 2026:
ພາຍຫຼັງ ການສະຖາປະນາ ສປປ ລາວ ໃນວັນທີ 02 ທັນວາ 1975, ພັກ ແລະ ລັດຖະບານ ໄດ້ນໍາພາປະເທດຊາດຈັດຕັ້ງປະຕິບັດ 02 ໜ້າທີ່ ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສິ່ງທີ່ສຳຄັນ, ພັກ ແລະ ລັດຖະບານ ໄດ້ຖືເອົາການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ ເປັນບູລິມະສິດສູງສຸດ ໃນການສ້າງສາພັດທະນາປະເທດຊາດ. ໂດຍຜ່ານການປະຕິບັດພາລະກິດດັ່ງກ່າວ ຜ່ານມາໄດ້ສະແດງໃຫ້ເຫັນວ່າ ອັດຕາຄວາມທຸກຍາກ ຫລຸດລົງຢ່າງຕໍ່ເນື່ອງ, ເສັ້ນທາງຄົມມະນາຄົມ, ໂຮງຮຽນ ແລະ ໂຮງໝໍ ໃນທົ່ວປະເທດ ໄດ້ຮັບການຍົກລະດັບໃຫ້ດີຂຶ້ນ ທັງໃນດ້ານປະລິມານ ແລະ ຄຸນະພາບ. ຖ້າປຽບທຽບບາງຕົວເລກຊີ້ວັດ ແຕ່ອະດີດ ຈົນເຖິງປະຈຸບັນ ເຫັນວ່າ: ໃນປີ 1976, ເສັ້ນທາງຄົມມະນາຄົມ ມີຄວາມຍາວ 11, 462 ກິໂລແມັດ (ທາງປູຍາງ 1,427 ກິໂລແມັດ); ໂຮງຮຽນຈໍານວນ 4,527 ແຫ່ງ; ໂຮງໝໍ ຈໍານວນ 406 ແຫ່ງ, ອັດຕາຄວາມທຸກຍາກເທົ່າກັບ 46% (ອີງໃສ່ຜົນການສໍາຫຼວດຄັ້ງທໍາອິດ ໃນປີ 1992/1993). ມາຮອດປີ 2023-2024, ເສັ້ນທາງຄົມມະນາຄົມ ມີຄວາມຍາວເພີ່ມຂຶ້ນຮອດ 59,964 ກິໂລແມັດ (ທາງປູຍາງ 11,878 ກິໂລແມັດ, ທາງເບຕົງ 910 ກິໂລແມັດ, ອັດສະຟານ 1,430 ກິໂລແມັດ); ຈໍານວນໂຮງຮຽນ ເພີ່ມຂຶ້ນເປັນ 10,526 ແຫ່ງ ແລະ ໂຮງໝໍ ມີຈໍານວນ 1,242 ແຫ່ງ; ອັດຕາຄວາມທຸກຍາກຫຼຸດລົງຍັງເຫຼືອ 15% (ອີງໃສ່ການສໍາຫຼວດລ່າສຸດ ໃນປີ 2024/2025). ບັນດາຕົວເລກດັ່ງກ່າວ ແມ່ນຜົນງານບາງສ່ວນທີ່ພັກ ແລະ ລັດຖະບານ ຍາດມາໄດ້ເຊິ່ງເປັນພຶ້ນຖານອັນສໍາຄັນ ໃນການກ້າວອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ.

ໃນຕະຫຼອດໄລຍະຜ່ານມາ, ລັດຖະບານ ສປປ ລາວ ໄດ້ກໍານົດນະໂຍບາຍລຶບລ້າງຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ ເປັນບູລິມະສິດແຫ່ງຊາດ, ພ້ອມທັງ ວາງຄາດໝາຍສູ້ຊົນ ແລະ ສຸມທຸກຄວາມພະຍາຍາມ ເພື່ອນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ເຊິ່ງເລີ່ມແຕ່ຊຸມປີ 2000 ເປັນຕົ້ນມາ. ນິຍາມຂອງປະເທດດ້ອຍພັດທະນາແມ່ນ “ປະເທດດ້ອຍພັດທະນາ (Least Developed Countries ຫຼື LDCs) ແມ່ນປະເທດທີ່ມີລາຍຮັບຕໍ່າ ແລະ ປະເຊີນກັບອຸປະສັກທາງດ້ານໂຄງສ້າງ ຢ່າງໜັກໜ່ວງຕໍ່ການພັດທະນາ, ເຊິ່ງມີຄວາມບອບບາງທີ່ສຸດຕໍ່ຜົນກະທົບທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ ລວມທັງ ມີຊັບສິນມະນຸດໃນລະດັບຕໍ່າ”. ພາຍຫລັງການປະເມີນຂອງ ຄະນະກໍາມະການນະໂຍບາຍດ້ານການພັດທະນາຂອງ ອົງການ ສປຊ (The Committee for Development Policy ຫຼື CDP), ສປປ ລາວ ສາມາດຜ່ານເງື່ອນໄຂໃນການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ສາມຄັ້ງຕິດຕໍ່ກັນຄື ໃນປີ 2018 (ຜ່ານສອງໃນສາມເງື່ອນໄຂ), ໃນປີ 2021 ແລະ 2024, ເຊິ່ງໃນປີ 2024 ແມ່ນ: 1) ລາຍຮັບແຫ່ງຊາດ (GNI) ບັນລຸໄດ້ $2,503 (ມາດຖານ ສປຊ ແມ່ນ $1,306 ຂຶ້ນໄປ ); 2) ດັດສະນີພັດທະນາມະນຸດ (HAI) ແມ່ນ 74.8 (ມາດຖານ ສປຊ ແມ່ນ 66 ຫຼື ຫຼາຍກວ່າ) ແລະ 3) ດັດສະນີຄວາມບອບບາງດ້ານເສດຖະກິດ (EVI) ແມ່ນ 29.8 (ມາດຖານຂອງ ສປຊ ແມ່ນ 32 ຫຼື ໜ້ອຍກວ່າ).

ເນື່ອງຈາກຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໃນຜ່ານມາ ບວກກັບ ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ ແລະ ວິກິດການຕ່າງໆ ທີ່ເກີດຂຶ້ນໃນພາກພື້ນ ແລະ ໃນໂລກ ທີ່ໄດ້ສົ່ງຜົນກະທົບຕໍ່ສະພາບການພັດທະນາໃນທົ່ວໂລກ ລວມທັງ ສປປ ລາວ, ເຮັດໃຫ້ການພັດທະນາໃນດ້ານຕ່າງໆ ພົບກັບສິ່ງທ້າທາຍ ໃນການຟື້ນຟູເສດຖະກິດ ແລະ ການພັດທະນາ ໂດຍສະເພາະ ຢູ່ບັນດາປະເທດດ້ອຍພັດທະນາ. ອີງໃສ່ສະພາບດັ່ງກ່າວ, ສະມັດຊາໃຫຍ່ ອົງການ ສປຊ ຈຶ່ງໄດ້ຮັບຮອງເອົາຍັດຕິເລກທີ A/RES/76/8, ລົງວັນທີ 29 ພະຈິກ 2021 ເພື່ອຂະຫຍາຍໄລຍະເວລາໃນການຂ້າມຜ່ານອອກຈາກສະຖານະພາບດ້ອຍພັດທະນາ ຈາກປົກກະຕິ 3 ປີ ອອກເປັນ 5 ປີ, ໝາຍຄວາມວ່າ ສປປ ລາວ ມີເວລາເພື່ອກະກຽມຄວາມພ້ອມເພື່ອຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຈົນເຖິງປີ 2026 ແລະ ມີໄລຍະຂ້າມຜ່ານຮອດປີ 2029.
ອີງຕາມຜົນການປະເມີນຂອງອົງການ ສປຊ ໃນປັດຈຸບັນ, ສປປ ລາວ ແມ່ນຖືກສະເໜີ ຫຼື ແນະນໍາ (Recommended) ໃຫ້ອອກຈາກສະຖານະພາບດັ່ງກ່າວ ພາຍໃນປີ 2026 ພ້ອມກັບ ບັງກລາເທດ ແລະ ເນປານ ໂດຍປະຕິບັດຕາມຂັ້ນຕອນຮັບຮອງຢ່າງເປັນທາງການໂດຍຜ່ານ ສະພາເສດຖະກິດ-ສັງຄົມ ສປຊ (ECOSOC) ແລະ ສະມັດຊາໃຫຍ່ ສປຊ (UN General Assembly). ຫມາຍຄວາມວ່າ: ການທີ່ປະເທດໃດຫນຶ່ງຈະຖືກບັນຈຸເຂົ້າ ຫລື ໃຫ້ອອກຈາກບັນຊີປະເທດດ້ອຍພັດທະນາ ນັ້ນແມ່ນຕັດສິນ ໂດຍຜ່ານກົນໄກຂອງ ອົງການ ສປຊ, ບໍ່ແມ່ນລັດຖະບານປະເທດໃດຫນຶ່ງ ຈະສາມາດກໍານົດໄດ້ເອງ.
ເພື່ອກະກຽມຄວາມພ້ອມໃນການຫລຸດພົ້ນອອກຈາກສະຖານະພາບດັ່ງກ່າວ, ໃນປີ 2023 ລັດຖະບານ ສປປ ລາວ ຮ່ວມກັບອົງການເຄືອຂ່າຍ ສປຊ ໄດ້ສ້າງແຜນຍຸດທະສາດ ເພື່ອຂ້າມຜ່ານອອກຈາກສະຖານະພາບດ້ອຍພັດທະນາ (The Smooth Transition Strategy For LDC Graduation in 2026 and Beyond ຫຼື STS). ໜຶ່ງໃນສາມເປົ້າໝາຍຫຼັກ ຂອງແຜນຍຸດທະສາດດັ່ງກ່າວ ເເມ່ນເພື່ອຮັບປະກັນການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໄດ້ຢ່າງໂລ່ງລ່ຽນ ດັ່ງທີ່ ອົງການ ສປຊ ໄດ້ກໍານົດໄວ້ວ່າ: “ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ບໍ່ຄວນສົ່ງຜົນກະທົບ ແລະ ກີດຂວາງເເຜນການ ແລະ ການຈັດຕັ້ງປະຕິບັດໂຄງການພັດທະນາຂອງປະເທດໃດຫນຶ່ງ”. ສິ່ງທີ່ສຳຄັນ ອົງການສະຫະປະຊາຊາດ ແລະ ວົງຄະນະຍາດສາກົນ ຍັງມີພັນທະ ເພື່ອສືບຕໍ່ໃຫ້ການສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອປະເທດເຫຼົ່ານັ້ນ ໃນຖານະທີ່ຍັງເປັນປະເທດດ້ອຍພັດທະນາ ໄປຈົນກວ່າຈະຖືກລຶບຊື່ອອກຈາກບັນຊີດັ່ງກ່າວ ຢ່າງເປັນທາງການ”. ໃນປັດຈຸບັນ, ກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ, ໃນຖານະກອງເລຂາ, ໄດ້ຮ່ວມກັບອົງການເຄືອຂ່າຍ ສປຊ ປະຈໍາ ສປປ ລາວ ພວມກະກຽມດໍາເນີນການປະເມີນຄວາມພ້ອມຂອງ ສປປ ລາວ ໃນການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ເຊິ່ງຈະເປັນການປະເມີນສະເພາະສໍາລັບ ສປປ ລາວ ແລະ ຄາດວ່າຈະໃຫ້ສໍາເລັດການປະເມີນດັ່ງກ່າວໃນທ້າຍປີ 2025 ນີ້.

ໂດຍຜ່ານການປະເມີນສະພາບເສດຖະກິດ ຂອງ ສປປ ລາວ ຂອງບັນດາອົງການຈັດຕັ້ງສາກົນ ເປັນຕົ້ນແມ່ນ ທະນາຄານພັດທະນາອາຊີ (ADB), ໃນປີ 2024 ເສດຖະກິດຂອງ ສປປ ລາວ ຂະຫຍາຍຕົວໃນລະດັບ 4.0%, ສ່ວນກອງທຶນການເງິນສາກົນ (IMF) ແມ່ນຂະຫຍາຍຕົວໃນລະດັບ 4.3% ແລະ ທະນາຄານໂລກ (WB) ຂະຫຍາຍຕົວໃນລະດັບ 4.1%. ສ່ວນຂໍ້ມູນຂອງສູນສະຖິຕິແຫ່ງຊາດ, ຕົວເລກ GDP ຂອງ ສປປ ລາວ, ໃນປີ 2024 ເສດຖະກິດຂອງ ສປປ ລາວ ໂດຍລວມໄດ້ຂະຫຍາຍຕົວໃນລະດັບ 4.3% ເຊິ່ງຢູ່ໃນຈັງຫວະທ່ວງທ່າທີ່ດີ ແລະ ເພີ່ມຂຶ້ນເລັກນ້ອຍ ຖ້າທຽບໃສ່ປີຜ່ານມາແມ່ນ 4.2%. ສ່ວນລວມຍອດຜະລິດຕະພັນພາຍໃນ (GDP) ໃນປີ 2024 ແມ່ນຢູ່ໃນລະດັບ 325,287 ຕື້ກີບ, ປີ 2012 ແມ່ນ 158,293 ຕື້ກີບ, ໂດຍລວມເສດຖະກິດຂອງ ສປປ ລາວ ແມ່ນຍັງຂະຫຍາຍຕົວເພີ່ມຂຶ້ນ, ຖ້າເບິ່ງຈາກການຂະຫຍາຍຕົວຂອງໂຄງປະກອບເສດຖະກິດ ເຫັນວ່າ ຂະແໜງການທີ່ຂະຫຍາຍຕົວສູງ ໃນປີ 2024 ແມ່ນ ຂະແໜງການບໍລິການ (ທີ່ພັກອາໃສ ແລະ ຮ້ານອາຫານ), ຂະແໜງການຂົນສົ່ງ ແລະ ສາງສິນຄ້າ ຂະຫຍາຍຕົວ 20.6% ແລະ 15.7% ຕາມລໍາດັບ. ການປະກອບສ່ວນຂອງຂະແໜງເສດຖະກິດ ເຂົ້າໃນການເຕີບໂຕລວມບັນລຸໄດ້ 4.3% ເຊິ່ງຂະແຫນງທີ່ພົ້ນເດັ່ນ ແມ່ນ ພະລັງງານໄຟຟ້າ, ຂະແໜງການຄ້າ (ຂາຍຍົກ-ຂາຍຍ່ອຍ) ແລະ ຂະແໜງການກໍ່ສ້າງ ປະກອບສ່ວນໃນລະດັບ 0.8%, 0.7% ແລະ 0.6% ຕາມລໍາດັບ. ສ່ວນອີກ 3.3% ແມ່ນການບໍລິການປະເພດອື່ນໆ.

ກາລະໂອກາດໃນການອອກຈາກສະຖານະພາບດ້ອຍພັດທະນາ, ຄາດຄະເນດ້ານບວກໃນໄລຍະຍາວ:

ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ ແມ່ນສອດຄ່ອງກັບເປົ້າໝາຍລວມຂອງ ເເຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5ປີ ຄັ້ງທີ IX, ສອດຄ່ອງກັບມະຕິຂອງກົມການເມືອງສູນກາງພັກ ເລກທີ 04/ກມສພ ວ່າດ້ວຍ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຫຼື ສອຈ ແລະ ຄຽງຄູ່ກັບຄວາມມຸ້ງມາດປາດຖະໜາໃນໄລຍະຍາວຂອງປະເທດ, ກໍານົດໄວ້ໃນວິໄສທັດ 2030 ແລະ ເປົ້າໝາຍການພັດທະນາແບບຍືນຍົງ, ລວມທັງ ແນວທາງການພັດທະນາແບບສີຂຽວ, ຍືນຍົງ ເເລະ ເອົາປະຊາຊົນເປັນໃຈກາງ, ທັງສອດຄ່ອງ ແລະ ຈະຖືກເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ສໍາລັບຊຸມປີຕໍ່ຫນ້າ. ສະນັ້ນ, ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຈະເປັນຈຸດເລີ່ມຕົ້ນເສັ້ນທາງແຫ່ງການພັດທະນາຂອງ ສປປ ລາວ ໃນໄລຍະໃໝ່ ເພື່ອກ້າວໄປສູ່ການເປັນປະເທດກຳລັງພັດທະນາ ແລະ ກ້າວຈາກປະເທດທີ່ມີລາຍຮັບຕໍ່າ ໄປສູ່ປະເທດທີ່ມີລາຍຮັບປານກາງຕໍ່າ (From low income country to lower-middle income country) ຄືກັບບາງປະເທດໃນພາກພຶ້ນ ເຊັ່ນ: ຫວຽດນາມ, ອິນໂດເນເຊຍ ແລະ ຟິລິບປິນ.

ເເຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5ປີ ຄັ້ງທີ IX ໄດ້ລະບຸເຖິງຜົນປະໂຫຍດໃນການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ເຊິ່ງການຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວ ຈະເຮັດໃຫ້ ສປປ ລາວ ມີພາບພົດໃໝ່ທີ່ດີຂຶ້ນໃນເວທີພາກພຶ້ນ ແລະ ສາກົນ, ເພີ່ມທະວີຄວາມໜ້າເຊື່ອຖື ແລະ ການຍອມຮັບຂອງສາກົນ ເຊິ່ງຈະຊ່ວຍໃຫ້ ສປປ ລາວ ສາມາດເຂົ້າເຖິງເເຫຼ່ງທຶນທາງດ້ານການຄ້າ (Commercial Finance) ແລະ ການລົງທຶນໂດຍກົງຂອງຕ່າງປະເທດ (FDI) ເຊິ່ງຈະນໍາເອົາຜົນປະໂຫຍດໃນຫຼາຍດ້ານ ເພື່ອການພັດທະນາປະເທດຊາດ.

ການສ້າງແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2026 ແລະ ຫຼັງປີ 2026 ຍັງປະເມີນເຖິງກາລະໂອກາດ ໃນການດຶງດູດການຊ່ວຍເຫຼືອ ເເລະ ການຮ່ວມມື ໃນຮູບແບບໃຫມ່ ລະຫວ່າງ ລັດຖະບານ ເເລະ ບັນດາຄູ່ຮ່ວມພັດທະນາ ແລະ ພາກສ່ວນອື່ນ ລວມທັງ ພາກເອກະຊົນ, ອົງການຈັດຕັ້ງທາງສັງຄົມ, ຄູ່ຮ່ວມມື ໃຕ້-ໃຕ້ ເເລະ ອື່ນໆ ເພື່ອຊ່ວຍເເກ້ໄຂບັນຫາທີ່ຮີບດ່ວນ ແລະ ສົ່ງຜົນກະທົບຕໍ່ທ່ວງທ່າດ້ານການພັດທະນາຂອງ ສປປ ລາວ.

ການຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວ ແມ່ນຈະອໍານວຍຄວາມສະດວກໃຫ້ເເກ່ການຍົກລະດັບການຮ່ວມມື ເພື່ອຊຸກຍູ້ ແລະ ຂົນຂວາຍຄູ່ຮ່ວມມື ເພື່ອໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ແເລະ ເຕັກໂນໂລຊີໃຫມ່, ເພີ່ມທະວີການປະສານງານກັບຄູ່ຮ່ວມພັດທະນາ ເເລະ ສ້າງຄູ່ຮ່ວມງານທາງດ້ານເສດຖະກິດ ແລະ ການຄ້າໃນຮູບແບບໃໝ່, ຍັງສາມາດສືບຕໍ່ການນໍາໃຊ້ບັນດາມາດຕະການສະໜັບສະໜູນພິເສດຈາກສາກົນ ໃນໄລຍະກະກຽມ ເເລະ ໄລຍະຂ້າມຜ່ານ ເຊິ່ງຈະຊ່ວຍເລັ່ງລັດການຫັນປ່ຽນ ແລະ ປັບປຸງບັນດາຂະແໜງການເສດຖະກິດ ໃຫ້ສາມາດຍົກລະດັບແຂ່ງຂັນ ແລະ ເຂົ້າເຖິງຕ່ອງໂສ້ການຕອບສະໜອງ ໃນພາກພຶ້ນ ແລະ ສາກົນ ໃນອະນາຄົດ.

ສປປ ລາວ ຈະມີຄວາມອາດສາມາດໃນການຜະລິດສິນຄ້າ ອີງຕາມທ່າແຮງຂອງຕົນ ເພື່ອກຽມພ້ອມໃນການແຂ່ງຂັນ ທັງຢູ່ພາຍໃນປະເທດ ແລະ ສາກົນ ໃຫ້ຫລາຍຂຶ້ນ ໂດຍຜ່ານການນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ ຈາກການເຂົ້າເຖິງ ທະນາຄານເຕັກໂນໂລຊີ ແຫ່ງ ສປຊ (The United Nations Technology Bank For LDCs) ເພື່ອເສີມສ້າງມາດຕະຖານ, ຄຸນນະພາບ, ປັບປຸງສະພາບແວດລ້ອມດ້ານການດໍາເນີນທຸລະກິດ ແລະ ພັດທະນາຄວາມສາມາດໃນການສົ່ງອອກ, ເຊິ່ງທັງຫມົດ ຈະຊ່ວຍດຶງດູດການລົງທຶນຈາກຕ່າງປະເທດຫຼາຍຂຶ້ນ ແລະ ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ ໃຫ້ເຂົາເຈົ້າມີລາຍຮັບເພີ່ມຂຶ້ນ. ບັນດາຂະແໜງການຕ່າງໆ ຈະຕ້ອງໄດ້ປັບຕົວເຂົ້າກັບສະພາບ ແລະ ສາມາດກຸ້ມຕົວເອງຫຼາຍຂຶ້ນ ເຊິ່ງຈະສົ່ງຜົນດີຕໍ່ເສດຖະກິດພາຍໃນປະເທດ ພ້ອມທັງ ປະກອບສ່ວນໃນການຈັດຕັ້ງປະຕິບັດ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ໄປໃນຕົວ.

ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຈະເຮັດໃຫ້ພາບພົດຂອງ ສປປ ລາວ ດີຂຶ້ນໃນເວທີສາກົນ ແລະ ສ້າງບັນຍາກາດທີ່ດີດ້ານການລົງທຶນ, ໄດ້ຮັບຄວາມເຊື່ອໝັ້ນ ເຊິ່ງຈະສາມາດດຶງດູດການລົງທຶນຂອງຕ່າງປະເທດ(FDI) ເພີ່ມຂຶ້ນ ເຊັ່ນດຽວກັນກັບປະເທດທີ່ຫາກໍ່ຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວໃນຜ່ານມາ ເຊັ່ນ: ກາໂບ ແວກ (Cabo Verde) ໃນປີ 2007, ມານດີບ (Maldives) ໃນປີ 2011, ຊາມົວ (Samoa) ໃນປີ 2014 ເຊິ່ງບັນດາຂະແໜງການທີ່ມີທ່າແຮງຢູ່ໃນປະເທດດັ່ງກ່າວ ເປັນຕົ້ນແມ່ນ ການທ່ອງທ່ຽວແບບອະນຸລັກສິ່ງແວດລ້ອມ ຂະຫຍາຍຕົວຂຶ້ນຫຼາຍເທົ່າຕົວ ເຊິ່ງລາຍຮັບຈາກການທ່ອງທ່ຽວ ໄດ້ປະກອບສ່ວນເຂົ້າໃນລວມຍອດຜະລິດຕະພັນພາຍໃນ (GDP) ເຊັ່ນ: ກາໂບ ແວກ ແມ່ນ 25%, ມານດີບ 21%, ຊາມົວ 23% ຕາມລໍາດັບ, ສາມາດດຶງດູງການລົງທຶນຈາກຕ່າງປະເທດຫຼາຍຂຶ້ນ, ສ້າງວຽກເຮັດງານທໍາ ໃຫ້ປະຊາຊົນມີລາຍຮັບດີຂຶ້ນ ແລະ ສົ່ງຜົນໃຫ້ເສດຖະກິດຂອງປະເທດຂະຫຍາຍຕົວ.

ຄາດຄະເນຜົນກະທົບ ແລະ ສິ່ງທ້າທາຍ ຫຼັງອອກຈາກສະຖານະພາບດ້ອຍພັດທະນາ ໃນທາງກົງ ແລະ ທາງອ້ອມ:

ອົງການ ສປຊ, ຄູ່ຮ່ວມພັດທະນາ ແລະ ຂະແຫນງການກ່ຽວຂ້ອງຂອງ ສປປ ລາວ ໄດ້ສຶກສາ ແລະ ຄົ້ນຄວ້າກ່ຽວກັບຜົນກະທົບທີ່ອາດມີຂຶ້ນ ຈາກການສູນເສຍການຊ່ວຍເຫລືອລ້າ ແລະ ມາດຕະການສະໜັບສະໜູນພິເສດຈາກສາກົນ ພາຍຫຼັງຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ. ຜົນຂອງການສຶກສາດັ່ງກ່າວ ໄດ້ຖືກເຊື່ອມສານເຂົ້າໃນບົດວິໄຈການປະເມີນຜົນກະທົບຂອງການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ. ໂດຍລວມແລ້ວ ເຫັນວ່າ ສປປ ລາວ ຈະບໍ່ໄດ້ຮັບຜົນກະທົບຫນັກຫນ່ວງພາຍຫຼັງການຫຼຸດພົ້ນ, ເນື່ອງຈາກວ່າ ໄລຍະຜ່ານມາ ສປປ ລາວ ບໍ່ໄດ້ເອື່ອຍອີງ ແລະ ນໍາໃຊ້ມາດຕະການການສະໜັບສະໜູນພິເສດຈາກສາກົນຢ່າງຫຼວງຫຼາຍ, ເຊິ່ງລາຍລະອຽດການຄາດຄະເນຜົນກະທົບທາງກົງ ແລະ ທາງອ້ອມ ໃນດ້ານຕ່າງໆ ສາມາດສັງລວມໄດ້ດັ່ງນີ້:

ດ້ານກ້ານຄ້າ (Trade):
ການສົ່ງອອກຈາກ ສປປ ລາວ ສ່ວນໃຫຍ່ ແມ່ນໄປສູ່ບັນດາປະເທດໃນພາກພື້ນອາຊີ ໂດຍສະເພາະບັນດາປະເທດສະມາຊິກອາຊຽນ (ASEAN) ຫຼື ບັນດາປະເທດທີ່ມີສັນຍາການຄ້າເສລີກັບ ອາຊຽນ ກວມເອົາມູນຄ່າ 61%, ຫຼາຍທີ່ສຸດ ແມ່ນປະເທດໄທ 36% ແລະ ຫວຽດນາມ 22% ໃນປີ 2024. ພ້ອມນີ້, ການສົ່ງອອກສ່ວນໃຫຍ່ຂອງ ສປປ ລາວ ເເມ່ນຍັງຈະສືບຕໍ່ໂດຍຜ່ານການຍົກເວັ້ນພາສີໄປຍັງບັນດາຈຸດໝາຍປາຍທາງເຫຼົ່ານັ້ນ ໂດຍພາຍໃຕ້ຂໍ້ຕົກລົງການຄ້າພາຍໃຕ້ຫຼັກການຜ່ອນຜັນ (Most-favorited Nation ຫລື MFN), ເຊິ່ງຈະບໍ່ໄດ້ຮັບຜົນກະທົບ ພາຍຫຼັງການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ.
ໃນໄລຍະຂ້າມຜ່ານ ແລະ ພາຍຫຼັງອອກຈາກສະຖານະພາບດ້ອຍພັດທະນາ, ການສົ່ງອອກຂອງ ສປປ ລາວ ໄປສູ່ ສປ ຈີນ ແມ່ນຍັງຈະຮັບຜົນປະໂຫຍດພາຍໃຕ້ໂຄງການສິດທິພິເສດສໍາລັບປະເທດດ້ອຍພັດທະນາ. ນອກນັ້ນ, ການສົ່ງອອກຂອງ ສປປ ລາວ ໄປຈີນ ຈະເຂົ້າສູ່ລະບົບທາງເລືອກທີ່ເອື້ອອໍານວຍທີ່ສຸດ (The Most Favorite Alternative Regime) ຫຼື ການຕົກລົງໃນສັນຍາການສົ່ງອອກຂອງສອງຝ່າຍ. ໃນປີ 2024 ທີ່ຜ່ານມາ, ມູນຄ່າການສົ່ງອອກທັງໝົດຂອງ ສປປ ລາວ ໄປ ສປ ຈີນ ແມ່ນເທົ່າກັບ 24% ເຊິ່ງມີມູນຄ່າສູງເປັນອັນດັບທີ 2.

ການສົ່ງອອກໄປຕະຫຼາດສະຫະພາບເອີຣົບ (EU27) ຄາດວ່າຈະໄດ້ຮັບຜົນກະທົບເລັກໜ້ອຍ ເປັນຕົ້ນແມ່ນ ຂະແໜງແຜ່ນແພ ແລະ ການປະຕິບັດຕາມລະບຽບຕົ້ນທາງການຜະລິດ (Rules of Origin) ພາຍຫຼັງຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ ເຊິ່ງອັດຕາສົ່ງອອກ 2.6% ພາຍໃຕ້ການນໍາໃຊ້ສິດທິພິເສດທາງດ້ານການຄ້າສໍາລັບປະເທດດ້ອຍພັດທະນາ. ການເຂົ້າເຖິງຕະຫຼາດ ແມ່ນຈະຖືກປ່ຽນ ຈາກການຄ້າແບບມີສິດທິພິເສດ ມາເປັນການແຂ່ງຂັນ ເຊັ່ນ: ການເຂົ້າເຖິງຕະຫຼາດ EU ຈະປ່ຽນຈາກ ນະໂຍບາຍຜົນປະໂຫຍດໃນທຸກດ້ານ, ຍົກເວັັ້ນອາວຸດ (Everything But Arms) ມາເປັນ ລະບົບສິດທິພິເສດທາງດ້ານການຄ້າແບບເພີ່ມເງື່ອນໄຂ ສໍາລັບປະເທດກໍາລັງພັດທະນາ (GSP Plus Scheme). ສໍາລັບການສົ່ງອອກສ່ວນໃຫ່ຍໄປປະເທດ ຍີ່ປຸ່ນ ຍັງຈະສືບຕໍ່ໄດ້ຮັບການຍົກເວັ້ນພາສີ ພາຍໃຕ້ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ອາຊຽນ-ຍີປຸ່ນ (AJCEPA).

ໃນຂອບອົງການການຄ້າໂລກ (WTO), ສປປ ລາວ ຈະບໍ່ສາມາດເຂົ້າເຖິງບາງຜົນປະໂຫຍດ ແລະ ບາງເງື່ອນໄຂການສະໜັບສະໜູນດ້ານການຄ້າພາຍໃຕ້ຂໍ້ຕົກລົງຂອງອົງການ WTO ລວມທັງເສຍບາງສິດທິພິເສດສໍາລັບປະເທດ LDCs ໃນຂອບ WTO ເຊັ່ນ: ການປ່ຽນແປງກົດລະບຽບເລື່ອງການຖົມຂຸມ (The Use of Subsidies and Countervailing Measures), ຊັບສິນທາງປັນຍາ (Intellectual Property/IP), ສູນເສຍຄວາມສາມາດຜ່ອນສັ້ນຜ່ອນຍາວໃນການໃຫ້ການຖົມຂຸມການສົ່ງອອກສໍາລັບຂະແໜງທີ່ບໍ່ແມ່ນກະສິກໍາ ແລະ ຈະຖືກຈໍາກັດບາງນະໂຍບາຍໃນອະນາຄົດ (Lose the flexibility to grant export subsidies for non-agricultural sectors after graduation). ເຖິງຢ່າງໃດກໍ່ຕາມ, ຄາດວ່າຜົນກະທົບດັ່ງກ່າວ ຕໍ່ ສປປ ລາວ ແມ່ນບໍ່ຫຼາຍ ແລະ ມີຈໍາກັດ.

ການຮ່ວມມື ເພື່ອການພັດທະນາ (Development Cooperation)
ເຖິງວ່າ ສປປ ລາວ ຈະສູນເສຍບາງສິດທິພິເສດໃນການເຂົ້າເຖິງທຶນຊ່ວຍເຫຼືອລ້າ ແລະ ເງິນກູ້ຢືມດອກເບ້ຍຕໍ່າ, ການຊ່ວຍເຫລືອ ເພື່ອການພັດທະນາ (ODA) ຫຼຸດລົງ, ແຕ່ຄາດຄະເນວ່າ ພາຍຫຼັງຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຈະສົ່ງຜົນກະທົບບໍ່ຫລາຍຕໍ່ການຮ່ວມມືເພື່ອການພັດທະນາ ເນື່ອງຈາກວ່າ ການຊ່ວຍເຫຼືອແມ່ນຈະບໍ່ໄດ້ອີງໃສ່ສະຖານະພາບຂອງປະເທດ ແຕ່ຈະຢູ່ບົນພຶ້ນຖານການພິຈາລະນາດ້ານລາຍຮັບຂອງບຸກຄົນ (Income Per Capita) ແລະ ຄວາມໜ້າເຊື່ອຖືຂອງປະເທດ (Credit Worthiness). ເຖິງຢ່າງໃດກໍ່ຕາມ, ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຈະບໍ່ສົ່ງຜົນກະທົບຕໍ່ການຊ່ວຍເຫຼືອຂອງທະນາຄານໂລກ (World Bank), ອົງການເຄືອຂ່າຍ ສປຊ (UN Agencies), ອົງການ ກາວີ (GAVI – the Vaccine Alliance), ກອງທຶນການເງິນສາກົນ (IMF), ທະນາຄານພັດທະນາອາຊີ (ADB) ລວມທັງການຊ່ວຍເຫຼືອເພື່ອການພັດທະນາຈາກບັນດາສະມາຊິກ OECD-DAC (ລວມທັງ ສ. ອາເມລິກາ, ສະຫະພາບເອີຣົບ, ອົດສະຕຣາລີ, ນິວຊີແລນ, ສ. ເກົາຫລີ ເເລະ ຍີ່ປຸ່ນ) ຫຼື ພາຍໃຕ້ຂອບການຮ່ວມ ໃຕ້-ໃຕ້ (South-South Cooperation).
ການສູນເສຍທີ່ອາດເຫັນໄວ ແມ່ນການເຂົ້າເຖິງກອງທຶນສໍາລັບປະເທດດ້ອຍພັດທະນາ (LDC Fund) ເປັນຕົ້ນແມ່ນ ກອງທຶນວ່າດ້ວຍການປ່ຽນເເປງດິນຟ້າອາກາດ, ທະນາຄານເຕັກໂນໂລຊີ ເເລະ ໂຄງການສະໜັບສະໜູນການລົງທຶນສໍາລັບປະເທດດ້ອຍພັດທະນາ, ລວມທັງ ການຫຼຸດລົງຂອງທຶນໃນໂຄງການ ຫຼື ກິດຈະກໍາສະເພາະ ແລະ ພັນທະປະກອບສ່ວນໃນບາງອົງການເຄື່ອຂ່າຍ ສປຊ ຂອງ ສປປ ລາວ ແມ່ນຈະເພີ່ມຂຶ້ນໂດຍອີງໃສ່ການປະເມີນລະດັບຂອງ GDP. ນອກນັ້ນ, ການສະໜັບສະໜູນຄະນະຜູ້ແທນເພື່ອເຂົ້າຮ່ວມກອງປະຊຸມສາກົນ (Support to participation in international forums) ແມ່ນຈະຫຼຸດລົງ. ຜົນກະທົບໄລຍະສັ້ນດັ່ງກ່າວ ເເມ່ນຂຶ້ນກັບລະດັບ ຫຼື ຈໍານວນການອະນຸມັດງົບປະມານຂອງປະເທດໃນອະນາຄົດ ແລະ ສະພາບລວມຂອງປະເທດ ໂດຍອີງໃສ່ຄວາມອາດສາມາດໃນການຈ່າຍ ແລະ ການປະກອບສ່ວນຂອງປະເທດ.
ໂດຍລວມແລ້ວ, ສປປ ລາວ ຍັງມີເວລາພຽງພໍ ໃນການຈັດຕັ້ງປະຕິບັດມາດຕະການຫຼຸດຜ່ອນຜົນກະທົບ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ລວມທັງການສືບຕໍ່ເຈສະຈາດ້ານການຄ້າໃນຮູບແບບສອງຝ່າຍ ຫລື ກຸ່ມປະເທດ (ອາຊຽນ) ໃນຊຸມປີຕໍ່ໜ້າ ເພື່ອເຮັດໃຫ້ ສປປ ລາວ ຈະສາມາດສ້າງຄວາມຫຼາກຫຼາຍທາງດ້ານການຄ້າ ແລະ ການລົງທຶນໄດ້ຢ່າງມີຍຸດທະສາດ, ສືບຕໍ່ປັບປຸງນະໂຍບາຍດ້ານການຄ້າ ແລະ ສົ່ງເສີມການເຂົ້າເຖິງຕະຫຼາດໃໝ່ ລວມທັງ ການສ້າງຄວາມຫຼາກຫຼາຍທາງດ້ານການຄ້າ ແລະ ການສົ່ງອອກ (Trade and Export Diversification) ໂດຍສອດຄ່ອງກັບແຜນການ ແລະ ທິດທາງການຫັນປ່ຽນໂຄງສ້າງທາງດ້ານເສດຖະກິດ (Structural Economic Transformation) ຂອງປະເທດ. ພ້ອມນີ້ ກໍຕ້ອງໄດ້ເອົາໃຈໃສ່ ໃນການເຈລະຈາກັບຄູ່ການຄ້າຫຼັກ ກ່ຽວກັບ ເງື່ອນໄຂພິເສດດ້ານການຄ້າ (ເຊັ່ນ: ສິດທິພິເສດທາງດ້ານການຄ້າ ແບບເພີ່ມເຕີມເງື່ອນໄຂສໍາລັບປະເທດກໍາລັງພັດທະນາ (GSP Plus Scheme) ທີ່ຈະຊ່ວຍຈໍາກັດການສູນເສຍທີ່ອາດຈະເກີດຂຶ້ນໃນອະນາຄົດ.

ສະຫລຸບລວມແລ້ວ, ລັດຖະບານ ສປປ ລາວ ແລະ ອົງການ ສປຊ ຮັບຮູ້ດີວ່າ ການຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວ ແມ່ນມີທັງ ກາລະໂອກາດ ແລະ ສິ່ງທ້າທາຍ ຢ່າງຫຼີກລ່ຽງບໍ່ໄດ້ ເຊິ່ງ ສິ່ງດັ່ງກ່າວ ແມ່ນປະຕິບັດຕາມກົນໄກຂອງສາກົນ. ຖ້າພວກເຮົາເບິ່ງໃນດ້ານບວກ, ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຈະເປັນກາລະໂອກາດອັນສຳຄັນ ເພື່ອພ້ອມກັນກ້າວເດີນຕາມທິດທາງແຫ່ງການສ້າງຄວາມເຂັ້ມແຂງ ແລະ ເປັນເຈົ້າຕົນເອງດ້ານເສດຖະກິດ ໃຫ້ຫຼາຍຂຶ້ນ, ທັງເປັນການສ້າງພາບພົດທີ່ດີ ແລະ ເປັນທີ່ຍອມຮັບຈາກສາກົນ ເຊິ່ງສິ່ງດັ່ງກ່າວທັງຫມົດ ຈະເປັນຜົນດີໃນໄລຍະຍາວ ເພື່ອສ້າງຄວາມເຊື່ອຖື ແລະ ສາມາດດຶງດູດການລົງທຶນຈາກຕ່າງປະເທດທີ່ມີຄຸນນະພາບ ເພື່ອປະກອບສ່ວນສ້າງວຽກເຮັດງານທໍາ ແລະ ປັບປຸງສີມືແຮງງານໃຫ້ແກ່ປະຊາຊົນ. ສິ່ງສໍາຄັນ ແມ່ນຕ້ອງຮັບປະກັນໃຫ້ການອອກຈາກສະຖານະພາບດັ່ງກ່າວດ້ວຍທ່ວງທ່າທີ່ໜັກແໜ້ນ (Graduation with momentum) ເພື່ອເຮັດໃຫ້ການຫັນປ່ຽນນີ້ ນຳໄປສູ່ການພັດທະນາແບບຍືນຍົງ ແລະ ຮອບດ້ານ ໂດຍສຸມໃສ່ແກ້ໄຂບັນດາສິ່ງທ້າທາຍທີ່ຕິດພັນກັບໂຄງສ້າງພື້ນຖານ ແລະ ສ້າງກຳລັງການຜະລິດທີ່ມີປະສິດທິຜົນ ໃນໄລຍະຍາວ.

ທິດທາງຂອງການພັດທະນາປະເທດຊາດ ໂດຍຜ່ານການສ້າງເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງ ເພື່ອຫຼຸດຜ່ອນການເພີ່ງພາອາໄສການຊ່ວຍເຫຼືອຈາກຕ່າງປະເທດທີ່ມີທ່າອ່ຽງນັບມື້ນັບຫຼຸດລົງ, ສ້າງຂີດຄວາມສາມາດເພື່ອແຂ່ງຂັນກັບປະເທດອື່ນໃນພາກພຶ້ນ, ປັບປຸງສະພາບແວດລ້ອມດ້ານການລົງທຶນໃຫ້ດີຂຶ້ນ, ປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດໃຫ້ມີປະສິດທິຜົນ ແລະ ຍືນຍົງ, ຍູ້ແຮງການຜະລິດເປັນສິນຄ້າ, ສົ່ງເສີມການສົ່ງອອກ ແລະ ສ້າງລາຍຮັບ ເພື່ອເປັນເງື່ອນໄຂປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນຂອບເຂດທົ່ວປະເທດໃຫ້ທົ່ວເຖິງ ແມ່ນທິດທາງທີ່ສອດຄ່ອງເພື່ອຮອງຮັບການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ສາມາດເປັນກໍາລັງແຮງຂັບເຄື່ອນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ທີ່ຈະຮັບຮອງເອົາໃນຕົ້ນປີ 2026 ນີ້ ໃຫ້ສໍາເລັດຜົນຕາມຄາດຫມາຍ.

ເອກະສານອ້າງອີງ:
European Union (EU). (2025a). About the EU GDP. GSP Hub. https://gsphub.eu/about-gsp

European Union (EU). (2025b). The European Union Generalised Scheme of Preferences: Promoting Sustainable Development Through Trade. GSP Hub. https://gsphub.eu/about-gsp/standard-gsp

International Trade Centre. (2023). Lao People’s Democratic Republic after LDC Graduation: New avenues for exports. ITC, Geneva. https://www.intracen.org/file/lao-pdr-graduation-ldcfinalpdf

Observatory of Economic Complexity (OEC). (2025). Laos - Product Exports, by HS code, 2023. https://oec.world/en/profile/country/lao
Samoa Tourism Authority. (2016). Corporate Plan 2024 – 2027.
https://www.samoatourism.org/articles/74/corporate-plan-2024-2027

UN Conference on Trade and Development (UNCTAD). (2016). The Least Developed Countries Report 2016: The Path to Graduation and Beyond – Making the Most of the Process. New York and Geneva.
https://unctad.org/system/files/official-document/ldc2016_en.pdf

UN Conference on Trade and Development (UNCTAD). (2018). The Least Developed Countries Report 2018: Entrepreneurship for Structural Transformation –Beyond Business as Usual. New York and Geneva.
https://unctad.org/system/files/official-document/ldcr2018overview_en.pdf

United Nations Department of Economic and Social Affairs. (2020). Ex ante assessment of the impacts of the graduation of Lao PDR from the category of Least Developed Countries (LDCs). New York.
https://www.un.org/development/desa/dpad/wp-content/uploads/sites/45/LaoPDR.pdf

United Nations Lao PDR. (2025). (Draft) Graduation Readiness Assessment.

World Bank. (2023). World Bank Open Data. World Bank Open Data. https://data.worldbank.org
World Bank. (2025). The World Bank in Cabo Verde: Overview. World Bank Group. https://www.worldbank.org/en/country/caboverde/overview
World Bank. (2025). The World Bank In Maldives: Overview. World Bank Group.
https://www.worldbank.org/en/country/maldives/overview

ກະຊວງການເງິນ. (2024). ສະຖິຕິປະຈໍາປີ 2024 (Statistical Year Book 2024). ສູນສະຖິຕິແຫ່ງຊາດ.https://laosis.lsb.gov.la/board/BoardList.do?bbs_bbsid=B404

ກະຊວງການເງິນ. (2025). ບົດລາຍງານ: ການສໍາຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນ ຄັ້ງທີ 7(LECS VII) ປີ 2024/2025.
ສູນສະຖິຕິແຫ່ງຊາດ. https://laosis.lsb.gov.la/board/BoardList.do?bbs_bbsid=B404

ກະຊວງການຕ່າງປະເທດ. (2023). ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2026 ແລະ ຫຼັງປີ 2026.
https://rtm.org.la/wp-content/uploads/2025/07/The-Lao-PDR-STS-for-LDC-Graduation_clear_LAO-ENG.pdf

ກະຊວງແຜນການ ແລະ ການລົງທຶນ. (2020). ສະພາບຄວາມທຸກຍາກໃນ ສປປ ລາວ: ການສໍາຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນໃນປີ 2018-19. ສູນສະຖິຕິແຫ່ງຊາດ ແລະ ທະນະຄານໂລກ. https://laosis.lsb.gov.la/board/BoardList.do?bbs_bbsid=B404

ກະຊວງແຜນການ ແລະ ການລົງທຶນ. (2025). ບົດລາຍງານສະພາບການເຕີບໂຕເສດຖະກິດຂອງ ສປປ ລາວ ປະຈຳ ປີ 2024 ແລະ ທ່າອ່ຽງ ປີ 2025. ສູນສະຖິຕິແຫ່ງຊາດ.https://laosis.lsb.gov.la/board/BoardList.do?bbs_bbsid=B404

ຄະນະກຳມະການແຜນການ ແລະ ການລົງທຶນ. (2005). ຂໍ້ມູນສະຖິຕິຕົ້ນຕໍ ການພັດທະນາເສດຖະກິດ-ສັງຄົມ ແຫ່ງ ສປປ ລາວ ປີ 1975-2005. ສູນສະຖິຕິແຫ່ງຊາດ. https://laosis.lsb.gov.la/board/BoardList.do?bbs_bbsid=B404

ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບ ປະເທດດ້ອຍພັດທະນາ, ກະຊວງການຕ່າງປະເທດ (2025). ປະຫວັດຄວາມເປັນມາຂອງປະເທດດ້ອຍພັດທະນາ. https://sdg.gov.la/la/news_detail/40

ຂຽນໂດຍ: ສີສະຫວັນ ພິມສະຫວັນ, ພະແນກເສດຖະກິດ-ສັງຄົມ ສະຫະປະຊາຊາດ, ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ.
ຮຽບຮຽງໂດຍ: ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບ ປະເທດດ້ອຍພັດທະນາ, ກະຊວງການຕ່າງປະເທດ.

Address

Rue 23 Singha
Vientiane

Opening Hours

Monday 08:00 - 16:30
Tuesday 08:00 - 16:30
Wednesday 08:00 - 16:30
Thursday 08:00 - 16:30
Friday 08:00 - 16:30

Website

Alerts

Be the first to know and let us send you an email when ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ:

Share