ຄັງເງິນແຫ່ງຊາດ National Treasury

ຄັງເງິນແຫ່ງຊາດ National Treasury This is official fan page of National Treasury

06/01/2023
ຄັງເງິນແຫ່ງຊາດ ສປປ ລາວ – ຄັງເງິນແຫ່ງລັດ ສສ ຫວຽດນາມ ສຳມະນາແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຢູ່ຄັງເງິນແຂວງ...
23/09/2022

ຄັງເງິນແຫ່ງຊາດ ສປປ ລາວ – ຄັງເງິນແຫ່ງລັດ ສສ ຫວຽດນາມ ສຳມະນາແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຢູ່ຄັງເງິນແຂວງຮາຍຟອງ.
ໃນລະຫວ່າງວັນທີ 16-20 ກັນຍາ 2022, ຄະນະວິຊາການ ຂອງຄັງເງິນແຫ່ງຊາດ ສສປ ລາວ ໂດຍການນໍາພາ ຂອງທ່ານ ໜູເຊີຍ ພົມສີຈັນ ຮອງຫົວໜ້າຄັງເງິນແຫ່ງຊາດ ເພື່ອເຂົ້າຮ່ວມຖອດຖອນບົດຮຽນ ນໍາຄັງເງິນແຫ່ງລັດ ສສ ຫວຽດນາມ ຢູ່ຄັງເງິນແຂວງ ຮາຍຟອງ, ຄັງເງິນເມືອງກັດຮາຍ ແລະ ຄັງເງິນເມືອງໂດເຊີນ, ເຊິ່ງໃຫ້ການຕ້ອນຮັບໂດຍທ່ານ ໂຫງຮາຍ ທຸງ ຫົວໜ້າຄັງເງິນແຂວງຮາຍຟອງ ພ້ອມດ້ວຍຄະນະ ແລະ ຫົວຂໍ້ແລກປ່ຽນບົດຮຽນ ເຊັ່ນ: ວຽກງານບໍລິຫານແຫຼ່ງເງິນ ການຈັດຕັ້ງປະຕິບັດຄຸ້ມຄອງບັນຊີລວມສູນ (TSA), ວຽກງານຫັນເປັນທັນສະໄໝ ການນໍາໃຊ້ລະບົບທັນສະໄໝ ໃນແຕ່ລະໄລຍະ, ການຜັນຂະຫຍາຍການນໍາໃຊ້ລະບົບ ແລະ ການຈັດຕັ້ງປະຕິບັດວຽກງານຕົວຈິ່ງ ຢູ່ຄັງເງິນຂັ້ນແຂວງ ແລະ ເມືອງ ສສ ຫວຽດນາມ.

ຄັງເງິນແຫ່ງຊາດ ກະຊວງການເງິນ ສປປ ລາວ – ຄັງເງິນແຫ່ງລັດ ສສ ຫວຽດນາມ ສຳມະນາແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດ ວຽກງານວິຊາສະເພາະ ...
15/09/2022

ຄັງເງິນແຫ່ງຊາດ ກະຊວງການເງິນ ສປປ ລາວ – ຄັງເງິນແຫ່ງລັດ ສສ ຫວຽດນາມ ສຳມະນາແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດ ວຽກງານວິຊາສະເພາະ ຢູ່ ສສ ຫວຽດນາມ
-------------------------
ອ່ານເນື້ອໃນເພີ່ມເຕີມລຸ່ມນີ້

ໃນລະຫວ່າງວັນທີ 12-23 ກັນຍາ 2022, ຄັງເງິນແຫ່ງຊາດ ໄດ້ແຕ່ງຕັ້ງຄະນະວິຊາການ ເພື່ອເຂົ້າຮ່ວມຖອດຖອນບົດຮຽນ ນໍາຄັງເງິນແຫ່....

15/09/2022

ສະບາຍດີ, ປະຈຸບັນ Admin Page ຄັງເງິນແຫ່ງຊາດ National Treasury ແມ່ນເປີດຊ່ອງທາງແນະນໍາກ່ຽວກັບການມອບພັນທະເຂົ້າງົບປະມານແຫ່ງລັດ ໂດຍInboxມາຍັງທາງPage ຊຶ່ງທີມງານຮັບຜິດຊອບຈະຊ່ວຍໃຫ້ຄໍາແນະນໍາ

ການປະເມີນ ການຈັດຕັ້ງປະຕິບັດວຽກງານ ຂອງພະນັກງານ – ລັດຖະກອນ ຂັ້ນຊີ້ນຳ – ນຳພາ ຂອງຄັງເງິນແຫ່ງຊາດ-------------------------ອ່ານ...
25/08/2022

ການປະເມີນ ການຈັດຕັ້ງປະຕິບັດວຽກງານ ຂອງພະນັກງານ – ລັດຖະກອນ ຂັ້ນຊີ້ນຳ – ນຳພາ ຂອງຄັງເງິນແຫ່ງຊາດ
-------------------------
ອ່ານເນື້ອໃນເພີ່ມເຕີມລຸ່ມນີ້
https://treasury.gov.la/2022/08/25/%e0%ba%9b%e0%ba%b0%e0%bb%80%e0%ba%a1%e0%ba%b5%e0%ba%99-%e0%ba%81%e0%ba%b2%e0%ba%99%e0%ba%88%e0%ba%b1%e0%ba%94%e0%ba%95%e0%ba%b1%e0%bb%89%e0%ba%87%e0%ba%9b%e0%ba%b0%e0%ba%95%e0%ba%b4%e0%ba%9a%e0%ba%b1/

website: https://Www.treasury.gov.la

ທ່ານຫົວໜ້າຄັງເງິນແຫ່ງຊາດ ຕິດຕາມຄະນະນໍາກະຊວງການເງິນ ເດີນທາງໄປຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກທາງລັດຖະການຢູ່ ສສ ຫວຽດນາມ ໃນລະຫວ...
27/07/2022

ທ່ານຫົວໜ້າຄັງເງິນແຫ່ງຊາດ ຕິດຕາມຄະນະນໍາກະຊວງການເງິນ ເດີນທາງໄປຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກທາງລັດຖະການຢູ່ ສສ ຫວຽດນາມ ໃນລະຫວ່າງ ວັນທີ 24-29 ກໍລະກົດ 2022
--------------------------------------
ອ່ານເນື້ອໃນເພີ່ມເຕີມລຸ່ມນີ້
https://rb.gy/xf3cib
Facebook: Treasury Laos
Website: https://treasury.gov.la/

ພິທີດຳເນີນກອງປະຊຸມ ຮັບເອົາມະຫາຊົນກ້າວໜ້າເຂົ້າພັກສຳຮອງ ຄັ້ງວັນທີ 21 ກໍລະກົດ 2022, ທີ່ຫ້ອງປະຊຸມຄັງເງິນແຫ່ງຊາດວັນທີ 21 ກໍລະ...
21/07/2022

ພິທີດຳເນີນກອງປະຊຸມ ຮັບເອົາມະຫາຊົນກ້າວໜ້າເຂົ້າພັກສຳຮອງ ຄັ້ງວັນທີ 21 ກໍລະກົດ 2022, ທີ່ຫ້ອງປະຊຸມຄັງເງິນແຫ່ງຊາດ
ວັນທີ 21 ກໍລະກົດ 2022 , ຄະນະພັກຮາກຖານຄັງເງິນແຫ່ງຊາດ, ໄດ້ຈັດພິທີ ຮັບເອົາມະຫາຊົນກ້າວໜ້າເຂົ້າພັກສຳຮອງ, ໂດຍການເປັນປະທານຂອງສະຫາຍ ນາງ ວັນພອນ ພົມມະສອນ ຄະນະປະຈຳພັກກະຊວງ, ເລຂາຄະນະພັກຮາກຖານຄັງເງິນແຫ່ງຊາດ, ຫົວໜ້າຄັງເງິນແຫ່ງຊາດ, ມີຄະນະພັກຮາກຖານຄັງເງິນແຫ່ງຊາດ, ບັນດາສະຫາຍເລຂາ, ຮອງເລຂາ ແລະ ກໍາມະການ ໜ່ວຍພັກ, ພ້ອມດ້ວຍສະມາຊິກພັກສົມບູນ, ສຳຮອງ ແລະ ຕາງໜ້າສາມອົງການຈັດຕັ້ງມະຫາຊົນທີີ່ກັບ ຄະນະຮາກຖານຄັງເງິນແຫ່ງຊາດເຂົ້າຮ່ວມ.
ໃນພິທີ ສະຫາຍ ມີໄຊ ພຸດທະວົງ ຮອງປະທານກວດກາພັກ, ເລຂາໜ່ວຍພັກພະແນກກວດກາພາຍໃນ ແລະ ບັນຊີສັງລວມ ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການອານຸມັດຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມະຊີກພັກສຳຮອງ ຈຳນວນ 02 ສະຫາຍຄື: ສະຫາຍ ບຸນລອດ ພູມມີໄຊ ແລະ ສະຫາຍ ນາງ ວາດສະໜາ ຄໍາພານິດ
ໂອກາດດັ່ງກ່າວ, ສະຫາຍ ນາງ ວັນພອນ ພົມມະສອນ ໄດ້ມີຄໍາຄິດເຫັນໂອ້ລົມຕໍ່ສະມາຊິກສຳຮອງ ແລະ ສະແດງຄວາມຊົມເຊີຍທີ່ໄດ້ຮັບເອົາມະຫາຊົນກ້າວໜ້າທັງສອງ, ຊຶ່ງເປັນຜົນແຫ່ງຂະບວນການຝຶກຝົນຫຼໍ່ຫຼອມຕົນເອງຢ່າງຕໍ່ເນື່ອງຂອງພວກສະຫາຍ, ໃນຄັ້ງນີ້ໂດຍສະເພາະການຖືສຳຄັນວຽກງານການເຊື່ອມຊຶມການເມືອງແນວຄິດ, ສິນທຳປະຕິວັດ, ຄວາມອຸ່ນອຽງ ທຸ່ນທ່ຽງ ແລະ ທັດສະນະຊົນຊັ້ນກຳມະກອນອັນຖືກຕ້ອງຕາມທິດສັງຄົມນິຍົມ ໄປພ້ອມກັບການກໍ່ສ້າງເສີມຂະຫຍາຍຄວາມຮູ້ຄວາມສາມາດ.
ພ້ອມນັ້ນ, ໃຫ້ບັນດາສະຫາຍພ້ອມກັນເປັນເຈົ້າການ, ເຊື່ອມຊຶມ, ບັນດາແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ ແລະ ບັນດາລະບຽບການຕ່າງໆທີ່ພັກວາງອອກໃຫ້ເລິກເຊິ່ງ, ເຖິງວ່າຈະກາຍເປັນສະມາຊິກສໍາຮອງແລ້ວແຕ່ກໍຂໍໃຫ້ສືບຕໍ່ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງຢ່າງຕໍ່ເນື່ອງ, ທັງດ້ານການເມືອງແນວຄິດ, ຄຸນສົມບັດສິນທຳປະຕິວັດ, ມີສະຕິຕໍ່ການຈັດຕັ້ງ ແລະ ຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະເພື່ອເຮັດແນວໃດໃຫ້ກາຍເປັນສະມາຊິກພັກສົມບູນທີ່ດີເດັ່ນ ແລະ ເປັນກຳລັງແຮງໃຫ້ແກ່ໜ່ວຍພັກໃນຕໍ່ໜ້າ, ຈັດຕັ້ງຜັນຂະຫຍາຍບັນດານະໂຍບາຍຂອງພັກວາງອອກແຕ່ລະໄລຍະໃຫ້ເປັນຮູບປະທໍາປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນໄລຍະໃໝ່ກໍຄືປະກອບສ່ວນເຂົ້າໃນ ການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຄະນະພັກຮາກຖານຄັງເງິນແຫ່ງຊາດໃຫ້ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້ ແລະ ໃຫ້ເປັນແບບຢ່າງນຳໜ້າໃຫ້ແກ່ມະຫາຊົນ, ພ້ອມທັງປະກອບສ່ວນເຂົ້າໃນການສ້າງ ແລະ ພັດທະນາມະຫາຊົນເພື່ອເຮັດໃຫ້ໜ່ວຍພັກຄະນະພັກຮາກຖານຄັງເງິນແຫ່ງຊາດເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

15/07/2022
ສະຫຼຸບການຈັດຕັ້ງປະຕິບັດວຽກງານຂະແໜງຄັງເງິນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022ກອງປະຊຸມສະຫຼຸບການຈັດຕັ້ງປະຕິບ...
15/07/2022

ສະຫຼຸບການຈັດຕັ້ງປະຕິບັດວຽກງານຂະແໜງຄັງເງິນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂະແໜງຄັງເງິນ ທົ່ວປະເທດ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022, ໄດ້ຈັດຂຶ້ນໃນວັນທີ 14–15 ກໍລະກົດ 2022 ທີ່ຫ້ອງວ່າການປົກຄອງແຂວງຊຽງຂວາງ, ໂດຍເປັນປະທານຂອງທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ກະຊວງການເງິນ, ມີຮອງຫົວໜ້າຄັງເງິນແຫ່ງຊາດ, ຕາງໜ້າຈາກພະແນກການ ແລະ ຂະແໜງການອ້ອມຂ້າງແຂວງຊຽງຂວາງ, ທະນາຄານທີ່ໃຫ້ບໍລິການ, ຫົວໜ້າ, ຮອງຫົວໜ້າ, ພະແນກອ້ອມຂ້າງຄັງເງິນແຫ່ງຊາດ, ຫົວໜ້າ, ຮອງຫົວໜ້າຄັງເງິນປະຈໍາແຂວງ, ນະຄອນຫຼວງ, ບັນດາທ່ານທີ່ເຂົ້າຮ່ວມຜ່ານທາງລະບົບວີດີໂອທາງໄກ.ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂະແໜງຄັງເງິນ ທົ່ວປະເທດ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022, ໄດ້ຈັດຂຶ້ນໃນວັນທີ 14–15 ກໍລະກົດ 2022 ທີ່ຫ້ອງວ່າການປົກຄອງແຂວງຊຽງຂວາງ, ໂດຍເປັນປະທານຂອງທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ກະຊວງການເງິນ, ມີຮອງຫົວໜ້າຄັງເງິນແຫ່ງຊາດ, ຕາງໜ້າຈາກພະແນກການ ແລະ ຂະແໜງການອ້ອມຂ້າງແຂວງຊຽງຂວາງ, ທະນາຄານທີ່ໃຫ້ບໍລິການ, ຫົວໜ້າ, ຮອງຫົວໜ້າ, ພະແນກອ້ອມຂ້າງຄັງເງິນແຫ່ງຊາດ, ຫົວໜ້າ, ຮອງຫົວໜ້າຄັງເງິນປະຈໍາແຂວງ, ນະຄອນຫຼວງ, ບັນດາທ່ານທີ່ເຂົ້າຮ່ວມຜ່ານທາງລະບົບວີດີໂອທາງໄກ.
ນກອງປະຊຸມ,ທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ໄດ້ມີຄຳເຫັນວ່າ: ໂດຍປະຕິບັດຕາມແຜນດໍາເນີນງານຂອງຄັງເງິນແຫ່ງຊາດ ປະຈໍາປີ 2022, ຈຶ່ງໄດ້ພ້ອມກັນສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂະແໜງຄັງເງິນ ປະຈໍາ 06 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈໍາ 06 ເດືອນທ້າຍປີ 2022, ພ້ອມທັງໄດ້ຮັບຟັງການສະເໜີ ແລະ ສະຫຼຸບລາຍງານຫຼາຍຫົວຂໍ້ທີ່ສໍາຄັນເປັນຕົ້ນ: ສະພາບການຈັດຕັ້ງປະຕິບັດວຽກງານຂະແໜງຄັງເງິນໃນ 6 ເດືອນຕົ້ນປີຜ່ານມາ, ກຳນົດທິດທາງແຜນການ 6 ເດືອນທ້າຍປີ 2022, ສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ-ກວດສອບຂະແໜງຄັງເງິນ ແລະ ເຜີຍແຜ່ຄໍາແນະນໍາວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ບັດກວດກາຄັງເງິນ, ເຜີຍແຜ່ຂໍ້ຕົກລົງວ່າດ້ວຍການຮັບຮອງໃນດ້ານຫຼັກການກ່ຽວກັບກຸ່ມວຽກ ແລະ ຈໍານວນຕໍາແໜ່ງງານຂອງຄັງເງິນແຫ່ງຊາດ, ຄໍາແນະນໍາວ່າດ້ວຍມາດຕະຖານສະເພາະບາງຕໍາແໜ່ງງານຂອງພະນັກງານ-ລັດຖະກອນຄັງເງິນ.
ກອງປະຊຸມຄັ້ງນີ້, ພ້ອມທັງຮັບຟັງການສະເໜີບັນດາແຜນງານການປະຕິຮູບການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດໃຫ້ເປັນທັນສະໄໝ (ດິຈິຕອນ) ຜ່ານລະບົບຄັງເງິນໃນຕໍ່ໜ້າ, ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດດໍາລັດວ່າດ້ວຍຄັງເງິນແຫ່ງຊາດ ສະບັບ ເລກທີ 259/ນຍ ແລະ ການກະກຽມສ້າງມາເປັນກົດ ໝາຍວ່າດ້ວຍຄັງເງິນແຫ່ງລັດ ແລະ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂະແໜງຄັງເງິນປະຈໍາ 06 ເດືອນຕົ້ນປີ ແລະ ທິດທາງແຜນການປະຈໍາ 06 ເດືອນທ້າຍປີ 2022 ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ເປັນຕົ້ນ: ການຈັດຕັ້ງປະຕິບັດຄຳສັ່ງສະບັບເລກທີ 55/ນຍ, ການປະຕິບັດມາດຕະການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານ, ການສ້າງ ແລະ ປັບປຸງນິຕິກໍາ, ການແກ້ໄຂຜົນການກວດກາ ແລະ ກວດສອບ, ວຽກງານຫັນຂະແໜງຄັງເງິນເປັນທັນສະໄໝ (ດີຈີຕອນ), ວຽກງານຄຸ້ມຄອງລາຍຈ່າຍງົບປະມານ ແລະ ບໍລິການ, ກໍ່ຄືການສຸມໃສ່ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາ 6 ເດືອນຕົ້ນປີ 2022 ຊຶ່ງໃນປີ 2022 ເປັນປີທີ 2 ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ–ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025) ນໍາອີກດ້ວຍ.

ຄັງເງິນແຫ່ງຊາດ ກະຊວງການເງິນ ກັບ ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ສາຂານະຄອນຫຼວງວຽງຈັນ (ICBC) ເຊັນສັນຍາວ່າດ້ວຍການໃຫ້ບ...
09/07/2022

ຄັງເງິນແຫ່ງຊາດ ກະຊວງການເງິນ ກັບ ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ສາຂານະຄອນຫຼວງວຽງຈັນ (ICBC) ເຊັນສັນຍາວ່າດ້ວຍການໃຫ້ບໍລິການຮັບຊຳລະການມອບພັນທະຕ່າງໆເຂົ້າບັນຊີງົບປະມານແຫ່ງລັດ
ຄັງເງິນແຫ່ງຊາດ ກະຊວງການເງິນ ກັບ ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ສາຂານະຄອນຫຼວງວຽງຈັນ (ICBC) ເຊັນສັນຍາວ່າດ້ວຍການໃຫ້ບໍລິການຮັບຊຳລະການມອບພັນທະຕ່າງໆເຂົ້າບັນຊີງົບປະມານແຫ່ງລັດ.
ເພື່ອເປັນການເພີ່ມທະວີການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ, ສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນພັດທະນາຂະແໜງການເງິນເປັນດິຈິຕອນ ກໍຄືແຜນພັດທະນາການຫັນວຽກງານຄັງເງິນເປັນທັນສະໄໝແຕ່ປີ 2021-2025, ໃນວັນທີ 8 ກໍລະກົດ 2022 ໄດ້ມີພິທີເຊັນສັນຍາ ລະຫວ່າງ ຄັງເງິນແຫ່ງຊາດ ກະຊວງການເງິນ ກັບ ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ສາຂານະຄອນຫຼວງວຽງຈັນ (ICBC) ວ່າດ້ວຍການໃຫ້ບໍລິການຮັບຊຳລະການມອບພັນທະຕ່າງໆເຂົ້າບັນຊີງົບປະມານແຫ່ງລັດ.
ໂດຍການເຊັນຕາງໜ້າຂອງ ທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ກະຊວງການເງິນ ແລະ ທ່ານ ຊຸນເຟິ່ງເຫຼີຍ ຜູ້ອຳນວຍການໃຫຍ່ ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ສາຂານະຄອນຫຼວງວຽງຈັນ, ໃຫ້ກຽດເປັນສັກຄີພະຍານໂດຍ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະກົມຕາງໜ້າຈາກຄັງເງິນແຫ່ງຊາດ, ກົມສ່ວຍສາອາກອນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງກະຊວງການເງິນໃຫ້ກຽດເຂົ້າຮ່ວມ.
ການໃຫ້ບໍລິການຮັບຊຳລະການມອບພັນທະຕ່າງໆເຂົ້າບັນຊີງົບປະມານແຫ່ງລັດຂອງ ICBC ເປັນການພັດທະນາການເຊື່ອມຕໍ່ໂດຍກົງລະຫວ່າງ ລະບົບການຮັບຊຳລະພັນທະຂອງທະນາຄານ ແລະ ລະບົບຄຸ້ມຄອງຂໍ້ມູນຂ່າວສານຄັງເງິນ (ລະບົບ RTIS) ແລະ ລະບົບ TAXRIS ຂອງກົມສ່ວຍສາອາກອນ.
ສຳລັບການເປີດໃຫ້ບໍລິການຮັບຊຳລະການມອບພັນທະຕ່າງໆເຂົ້າບັນຊີງົບປະມານແຫ່ງລັດຂອງ ICBC ເບື້ອງຕົ້ນແມ່ນຈະເປີດໃຫ້ບໍລິການຮັບຊຳລະຜ່ານຊ່ອງທາງປ່ອງບໍລິການຂອງ ICBC, ເຊິ່ງຈະເລີ່ມຈັດຕັ້ງປະຕິບັດ ຕັ້ງແຕ່ວັນທີ 11 ກໍລະກົດ 2022 ເປັນຕົ້ນໄປ. ນອກຈາກການໃຫ້ບໍລິການຮັບຊຳລະຜ່ານຊ່ອງທາງປ່ອງບໍລິການຂອງ ICBC ແລ້ວ, ICBC ກໍຍັງສຶບຕໍ່ພັດທະນາການຊຳລະພັນທະອາກອນຜ່ານຊ່ອງທາງ E-banking ແລະ ສືບຕໍ່ພັດທະນາປັບປຸງລະບົບການຊຳລະຮ່ວມກັບຄັງເງິນແຫ່ງຊາດ ແລະ ກົມສ່ວຍສາອາກອນໃນຂັ້ນຕອນຕໍ່ໄປ.
ໃນໂອກາດດັ່ງກ່າວ, ທະນາຄານ ICBC ສາຂານະຄອນຫຼວງວຽງຈັນ ຍັງໄດ້ປະຕິບັດການມອບພັນທະອາກອນກຳໄລ 6 ເດືອນຕົ້ນປີ 2022 ຈຳນວນ 77,39ຕື້ກີບ.

06/07/2022

Address

Vientiane

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00

Alerts

Be the first to know and let us send you an email when ຄັງເງິນແຫ່ງຊາດ National Treasury posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to ຄັງເງິນແຫ່ງຊາດ National Treasury:

Share