Green Community Alliance ເຄືອຂ່າຍສະມາຄົມຊຸມຊົນສີຂຽວ

Green Community Alliance ເຄືອຂ່າຍສະມາຄົມຊຸມຊົນສີຂຽວ Green Community Alliance (GCA) is a local non-profit association based in Vientiane, Lao PDR

GCA = Strengthening multi - stakeholder Engagement into development policies

01/06/2026
🌳 ປູກຕົ້ນໄມ້ 1 ຕົ້ນ ສ້າງລົມຫາຍໃຈໃຫ້ໂລກນີ້ຍາວນານກວ່າເກົ່າ!ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ, ສະມາຄົມສົ່ງເສີມຊຸມຊົນສີຂ...
01/06/2026

🌳 ປູກຕົ້ນໄມ້ 1 ຕົ້ນ ສ້າງລົມຫາຍໃຈໃຫ້ໂລກນີ້ຍາວນານກວ່າເກົ່າ!
ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ, ສະມາຄົມສົ່ງເສີມຊຸມຊົນສີຂຽວ (GCA) ຂໍເຊີນຊວນທຸກຄົນມາຮ່ວມພາລະກິດ "ສ້າງໂລກສີຂຽວຮ່ວມກັນ" ກັບກິດຈະກຳງ່າຍໆທີ່ໃຜກໍຮ່ວມໄດ້!

👉 ກະຕິກາການຮ່ວມລຸ້ນຮັບລາງວັນ:
1. ກົດ Like ເພຈ Green Community Alliance ເຄືອຂ່າຍສະມາຄົມສົ່ງເສີມຊຸມຊົນສີຂຽວ
2. ກົດ Like ແລະ ແຊຣ໌ (Share) ໂພສນີ້ອອກໄປ ແລ້ວຕັ້ງຄ່າເປັນ ເປັນສາທາລະນະ.
3. ຖ່າຍຮູບຕົ້ນໄມ້ ຫຼື ດອກໄມ້ຂອງທ່ານ (ຮູບປູກຕົ້ນໄມ້, ຮູບຕົ້ນໄມ້ທີ່ທ່ານເຄີຍປູກ, ຮູບທ່ານກັບປ່າໄມ້ທຳມະຊາດ, ແລະ ຮູບອື່ນໆທີ່ສະເເດງເຖິງການຮັກສາປ່າ....).
4. ໂພສຮູບພາບນັ້ນໃນເຟສບຸກຂອງທ່ານ ຫຼື ກ້ອງຄອມເມັ້ນໂພສເຮົາ ພ້ອມຂຽນຄຳອະທິບາຍສັ້ນໆ (ເປັນຫຍັງເຮົາຕ້ອງປູກຕົ້ນໄມ້, ຕົ້ນໄມ້ມີຄວາມສຳຄັນແນວໃດຕໍ່ໂລກຂອງເຮົາ, ຖ້າບໍ່ມີຕົ້ນໄມ້ໂລກເຮົາຈະເປັນແນວໃດ). ຢ່າລືມແທັກໃສ່ Green Community Alliance ເຄືອຂ່າຍສະມາຄົມຊຸມຊົນສີຂຽວ .
5. ແຄັບຈໍໂພສຂອງທ່ານແລ້ວສົ່ງລົງໃນຄອມເມັ້ນຂອງກິດຈະກຳນີ້ ຫຼື ສົ່ງຫາທາງ ເພຈເຮົາໂດຍກົງ

ຜູ້ທີ່ເຮັດຖືກກະຕິກາ ແລະ ຮູບພາບ ຫຼື ຄຳຕອບໃດທີ່ມີຍອດ Like ຫຼາຍທີ່ສຸດ ຈະໄດ້ຮັບລາງວັນ.

🏆 ລາງວັນ:
• ລາງວັນທີ 1 ເສື້ອໂປໂລສີຂຽວ GCA 1 ຜືນ
• ລາງວັນທີ 2 ເສື້ອແຂນຍາວສີຟ້າອ່ອນ 1 ຜືນ
• ລາງວັນທີ 3 ເສື້ອສີຟ້າແກ່ 1 ຜືນ
• ລາງວັນທີ 4 ຫາ 10 ເປັນ ປະຕິທິນກົດໝາຍ 2026
• ລາງວັນພິເສດ 🥳 ຮູບພາບໃດທີ່ມີຄວາມຄິດສ້າງສັນ ແລະ ຄຳອະທິບາຍທີ່ຖືກໃຈຄະນະກຳມະການຈະໄດ້ເສື້ອ 1 ຜືນ ພ້ອມ ປະຕິທິນ 1 ສະບັບ.

ມາຮ່ວມສ້າງຊຸມຊົນສີຂຽວໄປນຳກັນເດີ້! 💚🌱

📅 ກິດຈະກຳເຮົາຈະເລີ່ມແຕ່ວັນທີ 1-5 ມິຖຸນາ 2026 ແລະ ປະກາດຜົນວັນທີ 7 ມິຖຸນາ 2026

❗️ໝາຍເຫດ: ຕ້ອງເປັນຮູຍພາບທີ່ຖ່າຍເອງ, ບໍ່ແມ່ນ AI.

#ວັນປູກຕົ້ນໄມ້ #ແຈກເສື້ອ #ແຈກປະຕິທິນ

📢 Call for Audit Proposals! ສະມາຄົມສົ່ງເສີມຊຸມຊົນສີຂຽວ (GCA) ກໍາລັງເປີດຮັບບົດສະເໜີ (Proposals) ຈາກບໍລິສັດກວດສອບບັນຊີພາຍນ...
21/05/2026

📢 Call for Audit Proposals!

ສະມາຄົມສົ່ງເສີມຊຸມຊົນສີຂຽວ (GCA) ກໍາລັງເປີດຮັບບົດສະເໜີ (Proposals) ຈາກບໍລິສັດກວດສອບບັນຊີພາຍນອກ ທີ່ມີຄຸນສົມບັດຄົບຖ້ວນ ເພື່ອມາດໍາເນີນການກວດສອບບັນຊີໃຫ້ກັບໂຄງການ Together for People & Planet (ToPP).

🗓️ ກໍານົດສົ່ງບົດສະເໜີ: ພາຍໃນວັນທີ 25 ພຶດສະພາ 2026 (ກ່ອນເວລາ 15:00 ໂມງ).
📧 ຊ່ອງທາງການຍື່ນ: ສົ່ງເອກະສານມາຍັງຫ້ອງການ GCA ຫຼື ຜ່ານ Email:
- [email protected]
- [email protected].
👉 ລາຍລະອຽດກ່ຽວກັບຂອບເຂດວຽກງານ (ToR) ແລະ ຄຸນສົມບັດຕ່າງໆ ແມ່ນສາມາດເບິ່ງໄດ້ໃນຮູບພາບລຸ່ມນີ້ເລີຍ ຫຼື ຜ່ານລີ້ງຕໍ່ໄປນີ້:
https://drive.google.com/drive/folders/1euen5JGV4eZD6FQW8gR3EYShJSNiv8dZ?usp=drive_link
-----------------------------

The Green Community Alliance (GCA) is inviting proposals from qualified external audit firms to conduct a financial audit for the Together for People & Planet (ToPP) project.

📌 Key Information:
🗓️ Submission Deadline: 25 May 2026 (Before 3:00 PM).
📧 How to Apply: Submit to the GCA office or via email at:
- [email protected]
- [email protected].

👉 Please review the attached images for the detailed Terms of Reference (ToR) and qualification requirements! or This Link:
https://drive.google.com/drive/folders/1euen5JGV4eZD6FQW8gR3EYShJSNiv8dZ?usp=drive_link

10/05/2026

Community Based Forests Enterprise for selling NTFPs and agricultural products -La village. La district Oudomxai province

28/04/2026

ຕະຫຼາດຊຸມຊົນສີຂຽວຖືກພາຍຸພັດໄມ້ຫັກທັບ
Community based forest enterprise was broken down by heavy winds and rainfall last few days

📢 ຮັບສະໝັກພະນັກງານໃໝ່! ມາຮ່ວມເປັນສ່ວນໜຶ່ງຂອງພວກເຮົາ 🌿💧ເຄືອຂ່າຍຊັບພະຍາກອນທຳມະຊາດ ແລະ ແມ່ນ້ຳຂອງລາວ (LNRN) ກໍາລັງເປີດຮັບສະໝ...
02/04/2026

📢 ຮັບສະໝັກພະນັກງານໃໝ່! ມາຮ່ວມເປັນສ່ວນໜຶ່ງຂອງພວກເຮົາ 🌿💧

ເຄືອຂ່າຍຊັບພະຍາກອນທຳມະຊາດ ແລະ ແມ່ນ້ຳຂອງລາວ (LNRN) ກໍາລັງເປີດຮັບສະໝັກເພື່ອນຮ່ວມງານ ໃນຕຳແໜ່ງ:
📌 ຜູ້ປະສານງານເຄືອຂ່າຍ (LNRN Coordinator)

ຖ້າທ່ານມີຄວາມສົນໃຈ ແລະ ມີປະສົບການດ້ານການຄຸ້ມຄອງສິ່ງແວດລ້ອມ ຫຼື ວຽກງານເຄືອຂ່າຍ, ພວກເຮົາຢາກໃຫ້ທ່ານມາເປັນສ່ວນໜຶ່ງໃນການຂັບເຄື່ອນວຽກງານຮ່ວມກັນ.

👉 ເບິ່ງລາຍລະອຽດວຽກ ແລະ ວິທີສະໝັກໄດ້ທີ່:
🔗 https://108.jobs/job_detail/69cdf82bf9c6cae01b66e36d

👉ເບິ່ງລາຍລະອຽດວຽກ ToR:
https://drive.google.com/drive/folders/1IKv2QGDEXvECpZ7-zKfVFpElkHLr5JSe?usp=drive_link

📞 +856 20 99 544 678
📧 [email protected]
🌐 www.lnrn.org.la

----------------------------------

📢 WE ARE HIRING! Project Coordinator 🌿💧

The Lao Natural Resources and River Network (LNRN) is looking for a qualified candidate for the position of:
📌 LNRN Coordinator

If you are passionate about environmental governance and network coordination, we invite you to apply and grow with us.

👉 For full Job Description and Application, visit:
🔗 https://108.jobs/job_detail/69cdf82bf9c6cae01b66e36d

👉 For ToR:
https://drive.google.com/drive/folders/1IKv2QGDEXvECpZ7-zKfVFpElkHLr5JSe?usp=drive_link

📞 +856 20 99 544 678
📧 [email protected]
🌐 www.lnrn.org.la

🌸 ເນື່ອງໃນວັນແມ່ຍິງສາກົນ, 8 ມີນາ 2026 ນີ້, ຕາງໜ້າຈາກ ສະມາຄົມສົ່ງເສີມຊຸມຊົນສີຂຽວ (GCA) ຂໍຮ່ວມອວຍພອນມາຍັງແມ່ຍິງທຸກຄົນ ຈົ່ງ...
08/03/2026

🌸 ເນື່ອງໃນວັນແມ່ຍິງສາກົນ, 8 ມີນາ 2026 ນີ້, ຕາງໜ້າຈາກ ສະມາຄົມສົ່ງເສີມຊຸມຊົນສີຂຽວ (GCA) ຂໍຮ່ວມອວຍພອນມາຍັງແມ່ຍິງທຸກຄົນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ.
ອົງການຂອງພວກເຮົາ ຍາມໃດກໍ່ເຫັນໄດ້ເຖິງຄວາມສໍາຄັນຂອງການມີສ່ວນຮ່ວມ ແລະ ການນໍາພາຂອງແມ່ຍິງໃນການປະກອບສ່ວນຕໍ່ວຽກງານພັດທະນາໃນທຸກຂົງເຂດ ເພື່ອຄວາມຍືນຍົງ ແລະ ອະນາຄົດທີ່ໝັ້ນຄົງ.

ໃນຂົງເຂດກະສິກຳ ແມ່ຍິງແມ່ນກຳລັງສຳຄັນໃນການຜະລິດສະບຽງອາຫານ, ການບໍລິຫານຄອບຄົວ ແລະ ການສ້າງລາຍຮັບໃນຊຸມຊົນ. ແມ່ຍິງຫຼາຍຄົນກຳລັງມີບົດບາດສຳຄັນໃນການນໍາໃຊ້ ແລະ ສົ່ງເສີມການກະສິກຳແບບປະສົມປະສານເພື່ອປັບຕົວຕໍ່ສະພາບອາກາດ “Climate-Smart Agriculture (CSA)” ເພື່ອຊ່ວຍໃຫ້ຊຸມຊົນສາມາດປັບຕົວກັບການປ່ຽນແປງສະພາບອາກາດ, ສ້າງຜະລິດຕະພັນຊຸມຊົນ ແລະ ຮັກສາຊັບພະຍາກອນທໍາມະຊາດໃຫ້ມີຄວາມຍືນຍົງ.

ພວກເຮົາເຫັນໄດ້ວ່າ ເມື່ອແມ່ຍິງມີໂອກາດເຂົ້າຮ່ວມ, ຮຽນຮູ້ ແລະ ນໍາພາການພັດທະນາ ບໍ່ພຽງແຕ່ຄອບຄົວຈະດີຂຶ້ນ ແຕ່ຊຸມຊົນທັງໝົດກໍຈະເຂັ້ມແຂງ ແລະ ມີຄວາມຍືນຍົງຫຼາຍຂຶ້ນ.

ໃນໂອກາດນີ້ ພວກເຮົາຂໍຮ່ວມສົ່ງເສີມ ແລະ ເຊີນຊວນແມ່ຍິງໃນຊຸມຊົນ ໃຫ້ສືບຕໍ່ພັດທະນາຄວາມຮູ້ ແລະ ມີສ່ວນຮ່ວມໃນການນໍາໃຊ້ກະສິກຳທີ່ສະຫຼາດເພື່ອປັບຕົວຕໍ່ສະພາບອາກາດ ເພື່ອຮ່ວມກັນສ້າງອະນາຄົດການກະສິກຳທີ່ຍືນຍົງ ແລະ ຊຸມຊົນທີ່ໝັ້ນຄົງ.

🌸 ເມື່ອແມ່ຍິງແຂງແຮງ ຊຸມຊົນກໍແຂງແຮງ




27/02/2026

ທຸກການປ່ຽນແປງ --- ເລີ່ມຈາກກ້າວນ້ອຍໆ 👣
ນີ້ແມ່ນຈຸດເລີ່ມຕົ້ນ ---ຂອງສູນຮຽນຮູ້ຊຸມຊົນ 💚

ພວກເຮົາຕັດສິນໄດ້ປັບປຸງຫ້ອງການບ້ານໃຫ້ກາຍເປັນສູນຮຽນຮູ້---ເພື່ອເປັນພື້ນທີ່ແບ່ງປັນຄວາມຮູ້ໃນຊຸມຊົນ 🌏💚

ນີ້ແມ່ນ EP.1🎬
ຂໍໃຫ້ທຸກຄົນຕິດຕາມ EP ຕໍ່ໄປ ວ່າສູນຂອງພວກເຮົາມີຫຍັງແດ່ 🌱

"ໂຄງການສົ່ງເສີມກະສິກຳແບບປະສົມປະສານເພື່ອການຫຼຸດຜ່ອນແລະປັບຕົວຕໍ່ການປ່ຽນແປງຂອງດິນຟ້າອາກາດ ໃຫ້ແມ່ຍິງ ແລະ ໄວໜຸ່ມ ສປປ ລາວ (CSA Project) ແມ່ນໄດ້ຈັດຕັ້ງປະຕິບັດໂດຍ ອົງການອ໋ອກຟາມປະຈຳລາວ, ສະມາຄົມສົ່ງເສີມຊຸມຊົນສີຂຽວ (GCA) ແລະ ສະມາຄົມຊ່ວຍເຫຼືອເຊິ່ງກັນແລະກັນ(AMA), ແລະ ໄດ້ຮັບເງິນທຶນສະໜັບສະໜູນຈາກສະຫະພາບເອີຣົບ (European Union in Laos)".
-----------------------------------------------

Every change begins with a small step. 👣

This is the beginning... of our Community Learning Center. 💚

This is EP.1. 🎬
Please stay tuned for the next episode to see what's inside our center! 🌱

"(the Climate Smart Agriculture - CSA Project) is implemented by Oxfam in Laos, the Green Community Alliance (GCA), and the ສະມາຄົມຊ່ວຍເຫຼືອເຊິ່ງກັນແລະກັນ Association for Mutual Assistance. (AMA), funded by European Union in Laos".

Address

Hom 11 Phonexay Village, Up 2 You Restaurant. Vientiane Capital
Vientiane
1000

Opening Hours

Monday 09:00 - 17:00
Tuesday 09:00 - 17:00
Wednesday 09:00 - 17:00
Thursday 09:00 - 17:00
Friday 09:00 - 17:00
Saturday 09:00 - 12:00

Telephone

+8562099544678

Alerts

Be the first to know and let us send you an email when Green Community Alliance ເຄືອຂ່າຍສະມາຄົມຊຸມຊົນສີຂຽວ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to Green Community Alliance ເຄືອຂ່າຍສະມາຄົມຊຸມຊົນສີຂຽວ:

Share