ກົມອາຊີວະສຶກສາ DTVE

ກົມອາຊີວະສຶກສາ DTVE the Technical Vocational Education & Training Department (TVED) of the Ministry of Education and Sports, Lao PDR

ວິທະຍາໄລ​ ເຕັກນິກ ລາວ-ເຢຍລະມັນ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ ໄດ້ເກືອບ 500 ຄົນ ສົກ 2025-2026ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ...
22/08/2026

ວິທະຍາໄລ​ ເຕັກນິກ ລາວ-ເຢຍລະມັນ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ ໄດ້ເກືອບ 500 ຄົນ ສົກ 2025-2026

ວິທະຍາໄລເຕັກນິກ ລາວ-ເຢຍລະມັນ (ວຕລຢ) ໄດ້ຈັດພິທີສະຫຼຸບການຈັດຕັ້ງການຮຽນ-ການສອນ, ມອບ-ຮັບໃບປະກາດສະນີຍະບັດ ແລະ ເປີດສົກຮຽນໃໝ່ຢ່າງເປັນທາງການ ເມື່ອວັນທີ 21 ສິງຫາ 2026 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄະນະກົມ, ອໍານາດການປົກຄອງທ້ອງຖິ່ນ, ຜູ້ອໍານວຍການສະຖານການສຶກສາ, ຕາງໜ້າສະຖານປະກອບການ, ບໍລິສັດ, ຄູ-ອາຈານ, ນັກສຶກສາ ແລະ ຜູ້ປົກຄອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວ, ທ່ານ ສຸລິຍາ ປ່າໄຊ ຜູ້ອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງການຮຽນ-ການສອນ, ມອບ-ຮັບໃບປະກາດສະນີຍະບັດ ແລະ ເປີດສົກຮຽນໃໝ່ ໃນສົກຮຽນ 2025-2026 ວ່າ: ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ໄດ້ປະຕິບັດການຮຽນ-ການສອນອາຊີວະສຶກສາແບບຄວບຄູ່ (DCT) ໃນ 5 ພາກວິຊາ 16 ສາຂາອາຊີບ, ມີພະນັກງານ-ຄູອາຈານສອນ ທັງໝົດ 76 ທ່ານ, ມີນັກສຶກສາຮຽນທັງໝົດ 1,428 ຄົນ ແລະ ມີສົກຮຽນນີ້ ມັກນັກສຶກສາຮຽນຈົບທັງໝົດ 489 ຄົນ, ຍິງ 29 ຄົນ. ໃນນັ້ນ, ຫຼັກສູດໄລຍະສັ້ນ 86 ຄົນ, ຫຼັກສູດໄລຍະຍາວ 403 ຄົນ, ມີພະນັກງານດີເດັ່ນ ແລະ ໄດ້ຮັບໃບຍ້ອງຍໍຄະນະກຳມະການ, ຄູຝຶກ ແລະ ນັກແຂ່ງຂັນທັກສະວິຊາຊີບ ຈຳນວນ 21 ທ່ານ ໃນນັ້ນ, ກຳມະການຕັດສິນ ການແຂ່ງຂັນທັກສະວິຊາຊີບຈຳນວນ 16 ທ່ານ, ນັກແຂ່ງຂັນທັກສະວິຊາຊີບ 4 ທ່ານ, ນັກແຂ່ງຂັນວິຊາຊີບ 5 ທ່ານ, ຍ້ອງຍໍສະຖານປະກອບການ ທີ່ສະໜັບສະໜູນ ການແຂ່ງຂັນທັກສະວິຊາຊີບ ເຄືອຂ່າຍພາກກາງ ປະຈໍາປີ 2026 ມີທັງໝົດ 37 ພາກສ່ວນ, ມີນັກສຶກສາດີເດັ່ນ 107 ຄົນ. ໃນນັ້ນ, ເດັ່ນຮອບດ້ານ 31 ຄົນ, ເດັ່ນດ້ານການຮຽນ 17 ຄົນ, ເດັ່ນດ້ານກິດຈະກໍາ 59 ຄົນ.

ນອກນັ້ນ, ສໍາເລັດການຝຶກອົບຮົມໃຫ້ພາຍນອກ ພ້ອມອອກໃບຢັ້ງຢືນໃຫ້ຈໍານວນ 99 ເທື່ອຄົນ, ພັດທະນາຕຳລາຮຽນ 28 ເຫຼັ້ມ, ຍາດໄດ້ລາງວັນຫຼາຍລາຍການຈາກການແຂ່ງຂັນທັກສະວິຊາຊີບ, ເຖິງແມ່ນວ່າຈະປະເຊີນກັບສິ່ງທ້າທາຍດ້ານຄ່າຄອງຊີບ ແລະ ບັນຫາການຂາດແຄນນໍ້າມັນ, ແຕ່ໂຮງຮຽນກໍ່ສາມາດບັນລຸແຜນການຮຽນ-ການສອນໄດ້ 100%, ສຳລັບສົກຮຽນ 2026-2027, ວິທະຍາໄລຕັ້ງເປົ້າປັບປຸງຄຸນນະພາບການສຶກສາ, ພັດທະນາລະບົບການຮຽນແບບປະສົມປະສານ LMS, ເປີດຮຽນລະດັບ 1-5 ແລະ ຂະຫຍາຍການຮ່ວມມືກັບສະຖານປະກອບການ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ.

ນອກນັ້ນ, ຂະບວນການຮັບນັກສຶກສາໃໝ່ ສົກຮຽນ 2026-2027 ທາງວິທະຍາໄລ ມີແຜນຮັບນັກຮຽນທັງໝົດ 800 ຄົນ ແລະ ໄດ້ເປີດຮັບສະໝັກຕັ້ງແຕ່ວັນທີ 22 ກໍລະກົດ 2026 ເປັນຕົ້ນມາ, ປັດຈຸບັນ ມີນັກຮຽນມາລົງທະບຽນສໍາພາດ ແລະ ສອບເສັງແລ້ວ 949 ຄົນ (ສອບເສັງ 454 ຄົນ, ສໍາພາດ 368 ຄົນ) ແລະ ລົງທະບຽນເປັນນັກຮຽນຢ່າງເປັນທາງການແລ້ວ 253 ຄົນ, ທາງວິທະຍາໄລຈະສືບຕໍ່ຮັບສະໝັກໄປຈົນຮອດທ້າຍເດືອນສິງຫາ 2026.

• ໂອກາດດັ່ງກ່າວ, ທ່ານ ວິໄລພອນ ພົມມະຫາໄຊ ໄດ້ສະແດງຄວາມຊົມເຊີຍ•ຜົນສຳເລັດວິທະຍາໄລເຕັກນິກ ລາວ-ເຢຍລະມັນ ທີ່ສາມາດສ້າງກຳລັງແຮງງານຮຽນຈົບທີ່ມີຄຸນນະພາບ 400 ກວ່າຄົນ, ພ້ອມນັ້ນກໍ່ໃຫ້ເອົາໃຈໃສ່ທາງດ້ານການເມືອງ-ແນວຄິດ ເອົາໃຈໃສ່ສຶກສາອົບຮົມການເມືອງ, ປົກປ້ອງແນວທາງຂອງພັກ, ຕ້ານສິ່ງຫຍໍ້ທໍ້, ຕ້ານການສໍ້ລາດບັງຫຼວງ ແລະ ການຟູມເຟືອຍ, ດ້ານແບບແຜນ ແລະ ວິທີເຮັດວຽກ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ມີການສະຫຼຸບ ແລະ ຖອດຖອນບົດຮຽນ, ດ້ານການປັບປຸງກົງຈັກ ທົບທວນພາລະບົດບາດໃຫ້ກະທັດຫັດ, ແກ້ໄຂບັນຫາບຸກຄະລາກອນ ແລະ ປັບປຸງສາຂາວິຊາໃຫ້ເໝາະສົມ, ດ້ານການຮຽນ-ການສອນ ຫັນການສອນແບບເອົານັກຮຽນເປັນໃຈກາງ, ເນັ້ນ Project-based Learning ແລະ ພັດທະນາຄູໃຫ້ທັນສະໄໝ, ດ້ານການຮ່ວມມື ເພີ່ມທະວີການຮ່ວມມືກັບສະຖານປະກອບການ ເພື່ອສ້າງແຮງງານໃຫ້ມີທັກສະສີມື ກົງຕາມຄວາມຕ້ອງການຂອງຕະຫຼາດ, ສຳລັບນັກຮຽນ-ນັກສຶກສາ ຊົມເຊີຍຜູ້ສຳເລັດການສຶກສາ ແລະ ເຊື່ອມັ່ນວ່າຈະນຳຄວາມຮູ້ ແລະ ປະສົບການ ໄປປະກອບອາຊີບ ຫຼື ສຶກສາຕໍ່ຢ່າງມີປະສິດທິພາບ, ສ່ວນແຜນວຽກຈຸດສຸມ ສົກຮຽນ 2026-2027 ແມ່ນໃຫ້ມີການປະສານງານກັນຢ່າງກົມກຽວ, ແບ່ງຄວາມຮັບຜິດຊອບ ແລະ ຮ່ວມມືກັບຄູ່ຮ່ວມງານຢ່າງໃກ້ຊິດ.

ພ້ອມນັ້ນ, ໃນພິທີກໍໄດ້ມີການມອບໃບຍ້ອງຍໍໃຫ້ພະນັກງານຄູອາຈານ ແລະ ນັກສຶກສາທີ່ດີເດັ່ນທາງດ້ານການຮຽໜການສອນ, ມອບໃບກຽດຕິຄຸນໃຫ້ບໍລິສັດທີ່ສະໜັບສະໜູນ, ມອບໃບປະກາດສະນີຍະບັດ ພ້ອມທັງການຢ້ຽມຊົມບູດງານຈາກບໍລິສັດຄູ່ຮ່ວມງານອີກດ້ວຍ.

20/08/2026

ກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວປະເທດ
ປະຈໍາສົກຮຽນ 2025-2026

ກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວປະເທດ ປະຈຳສົກຮຽນ 2025-2026 ເນັ້ນແກ້ໄຂບັນຫາການປະລະການຮຽນຂອງນັກຮຽນ ແລະ ຍົກສູງຄຸນນະພາບການສິດ...
19/08/2026

ກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວປະເທດ ປະຈຳສົກຮຽນ 2025-2026 ເນັ້ນແກ້ໄຂບັນຫາການປະລະການຮຽນຂອງນັກຮຽນ ແລະ ຍົກສູງຄຸນນະພາບການສິດສອນຂອງຄູ

ກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວປະເທດ ປະຈຳສົກຮຽນ 2025-2026 ໄດ້ເປີດຂຶ້ນຢ່າງເປັນທາງການ ພາຍໃຕ້ຫົວຂໍ້ “ແກ້ໄຂບັນຫາການປະລະການຮຽນຂອງນັກຮຽນ ແລະ ການຍົກສູງຄຸນນະພາບການສິດສອນຂອງຄູ” ໃນວັນທີ 19 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມໃຫຍ່ ມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງ ໂດຍການເປັນປະທານ ແລະ ກ່າວເປີດຂອງ
ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ພ້ອມດ້ວຍຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ຫົວໜ້າຫ້ອງການ, ຫົວໜ້າກົມ-ຮອງກົມ, ຜູ້ອຳນວຍການສະຖາບັນ, ປະທານສະມາຄົມການສຶກສາພາກເອກະຊົນ, ຫົວໜ້າຫ້ອງການກຳມາທິການສຶກສາສົງສູນກາງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ/ນະຄອນ, ຜູ້ອຳນວຍການວິທະຍາໄລເຕັກນິກວິຊາຊີບ, ວິທະຍາໄລຄູ, ສູນການສຶກສານອກໂຮງຮຽນ, ຜູ້ອຳນວຍການບໍລິສັດລັດວິສາຫະກິດ ພ້ອມດ້ວຍຄະນະຮັບຜິດຊອບ ແລະ ຜູ້ແທນກອງປະຊຸມເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ມີຄຳເຫັນກ່າວເປີດກອງປະຊຸມບາງຕອນວ່າ: ການຈັດກອງປະຊຸມໃນຄັ້ງນີ້ ມີຈຸດປະສົງສຳຄັນເພື່ອປະເມີນ ແລະ ກະກຽມຄວາມພ້ອມກ່ອນການເປີດສົກຮຽນໃໝ່ ປະຈຳສົກຮຽນ 2026-2027, ທັງເປັນການຕີລາຄາການຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ແລະ ສະຫຼຸບຜົນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ 5 ປີ ຄັ້ງທີ X (2026-2030). ພ້ອມນັ້ນ, ຍັງເພື່ອເປັນການລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນສົກຮຽນຜ່ານມາ ເຊິ່ງຈາກທັງໝົດ 13 ຄາດໝາຍ ທີ່ໄດ້ກຳນົດໄວ້ ມີ 4 ຄາດໝາຍ ທີ່ສາມາດບັນລຸໄດ້ຕາມແຜນ ແລະ 5 ຄາດໝາຍ ທີ່ຍັງບໍ່ທັນບັນລຸ ເຊິ່ງແມ່ນຜົນເກີດມາຈາກຫຼາຍສາເຫດ ທັງປັດໄຈພາຍໃນ ແລະ ພາຍນອກ. ໃນນີ້ປັດໄຈພາຍໃນ ແມ່ນຂີດຄວາມສາມາດ ແລະ ຄວາມຮູ້ພື້ນຖານຂອງຄູ-ອາຈານ ຍັງມີຄວາມແຕກຕ່າງກັນ; ວິທີການຈັດການຮຽນ-ການສອນ ສ່ວນຫຼາຍຍັງເນັ້ນເອົາຄູເປັນໃຈກາງ ແລະ ຂາດການນຳໃຊ້ສື່ການສອນ; ການຝຶກປະຕິບັດຕົວຈິງຍັງບໍ່ທັນກວ້າງຂວາງ; ຂາດການຕິດຕາມ ແລະ ຝຶກອົບຮົມຢ່າງຕໍ່ເນື່ອງ; ຜູ້ອຳນວຍການໂຮງຮຽນຈຳນວນໜຶ່ງຕ້ອງຮັບຜິດຊອບຫຼາຍໜ້າວຽກໃນເວລາດຽວກັນ ແລະ ສະພາບແວດລ້ອມຂອງສະຖານການສຶກສາ ບາງບ່ອນຍັງບໍ່ທັນດຶງດູດນັກຮຽນ. ສ່ວນປັດໄຈພາຍນອກ ແມ່ນສະພາບຄວາມກົດດັນທາງດ້ານເສດຖະກິດຄອບຄົວ ສົ່ງຜົນໃຫ້ນັກຮຽນປະລະການຮຽນໄປປະກອບອາຊີບ; ຄ່ານິຍົມທາງສັງຄົມ; ການປະສານງານລະຫວ່າງ ໂຮງຮຽນ, ຄອບຄົວ, ສະມາຄົມພໍ່ແມ່ນັກຮຽນ ແລະ ສັງຄົມ ຍັງບໍ່ທັນແໜ້ນແຟ້ນ; ພ້ອມທັງບັນຫາປະກົດການຫຍໍ້ທໍ້ ເຊັ່ນ: ຢາເສບຕິດ ແລະ ສານກະຕຸ້ນ.

ທ່ານປະທານກອງປະຊຸມ ກ່າວອີກວ່າ: ຕະຫຼອດໄລຍະການດຳເນີນກອງປະຊຸມ ບັນດາຜູ້ແທນທີ່ເຂົ້າຮ່ວມຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຢ່າງເລິກເຊິ່ງ ຕໍ່ກັບການແກ້ໄຂວຽກງານ ໃນການພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ໃນໜຶ່ງສົກຮຽນຜ່ານມາ ແລະ ແນວທາງການແກ້ໄຂໃນຕໍ່ໜ້າ ໂດຍຜ່ານບັນດາເອກະສານ ຄື: ລາຍງານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາສົກຮຽນ 2025-2026 ແລະ ແຜນປະຈໍາສົກຮຽນ 2026-2027; ລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມປະຈໍາພາກຮຽນທີ I ສົກຮຽນ 2025-2026 ສະບັບເລກທີ 253/ສສກ, ນະຄອນຫຼວງວຽງຈັນ 24 ມີນາ 2026; ທິດທາງການຂັບເຄື່ອນວຽກຈຸດສຸມບູລິມະສິດຂອງຂະແໜງການຍ່ອຍການສຶກສາກ່ອນໄວຮຽນ ເພື່ອໃຫ້ບັນຄາດໝາຍທີ່ກຳນົດໄວ້ ໃນສົກຮຽນ 2026-2027; ການສະຫຼຸບສົກຮຽນຜ່ານມາ ແລະ ການກະກຽມການເປີດສົກຮຽນໃໝ່ 2026-2027 ແລະ ທິດທາງການແບ່ງຂັ້ນຄຸ້ມຄອງລະຫວ່າງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນໃນການຈັດຕັ້ງປະຕິບັດລະບົບການສຶກສາສາຍສາມັນ 6+3+3; ການກຽມຄວາມພ້ອມທາງດ້ານການຝຶກອົບຮົມຄູ ຂັ້ນ ປ.1, ປ.2 ແລະ ປ.3 ເພື່ອເລີ່ມຈັດຕັ້ງປະຕິບັດຫຼັກສູດໃໝ່ໃນສົກຮຽນ 2027-2028 ແລະ ທິດທາງການພັດທະນາຄູເພື່ອຮັບປະກັນຄຸນນະພາບການສຶກສາ; ລາຍງານສະພາບການຮຽນການສອນ ໃນສົກຮຽນຜ່ານມາຂອງຂັ້ນແຂວງ ເປັນຕົ້ນແມ່ນການປະລະການຮຽນໃນສາຍສາມັນສຶກສາ ແລະ ມາດຕະການແກ້ໄຂ ສໍາລັບສົກຮຽນ 2026-2027 ແລະ ກໍລະນີຕົວຢ່າງ ຜົນການປະເມີນການອ່ານໄດ້-ຂຽນຂອງນັກຮຽນ ຂັ້ນ ປ.5 ແລະ ທິດທາງປັບປຸງໃນຕໍ່ໜ້າ; ລາຍງານຜົນການຄົ້ນຄວ້າ ແລະ ປັບປຸງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ ແລະ ຫ້ອງການສຶກສາທິການ ແລະ ກິລາ ນະຄອນ/ເມືອງ.

ໃນຕອນທ້າຍ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຍັງໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນກອງປະຊຸມທຸກທ່ານ ຈົ່ງຮ່ວມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ, ເບິ່ງບັນຫາຕາມຄວາມເປັນຈິງ ແລະ ຊ່ວຍກຳນົດວິທີການແກ້ໄຂໃຫ້ເປັນຮູບປະທຳ ເພື່ອສາມາດນຳໄປຈັດຕັ້ງປະຕິບັດ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນຢ່າງມີປະສິດທິຜົນ. ພ້ອມທັງໄດ້ກ່າວອວຍພອນ ແລະ ເປີດກອງປະຊຸມຢ່າງເປັນທາງການ.

ສຳລັບກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວປະເທດ ປະຈຳສົກຮຽນ 2025-2026 ແມ່ນຈະດຳເນີນລະຫວ່າງວັນທີ 19-20 ສິງຫາ 2026 ຈຶ່ງຈະສຳເລັດ.

ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ຮ່ວມມືກັບ ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຈັດກອງປະຊຸມສຳພາດ ແລະ ສອບເສັງພາກຂຽນ ເພື່ອຄັດເລືອກ...
18/08/2026

ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ຮ່ວມມືກັບ ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຈັດກອງປະຊຸມສຳພາດ ແລະ ສອບເສັງພາກຂຽນ ເພື່ອຄັດເລືອກນັກສຶກສາປີສຸດທ້າຍເຂົ້າປະຕິບັດງານ

ໃນວັນທີ 17 ສິງຫາ 2026, ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ໄດ້ຮ່ວມມືກັບ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ຈັດກອງປະຊຸມສຳພາດ ແລະ ສອບເສັງພາກຂຽນ ເພື່ອຄັດເລືອກນັກສຶກສາປີສຸດທ້າຍເຂົ້າປະຕິບັດງານ. ໂດຍມີນັກສຶກສາໃຫ້ຄວາມສົນໃຈ ແລະ ເຂົ້າຮ່ວມທັງໝົດ 103 ນ້ອງ.

ພິທີ ແລະ ຂະບວນການໃນຄັ້ງນີ້ ມີຄະນະຄູ-ອາຈານ
ຝ່າຍລາວ, ຄະນະຊ່ຽວຊານ ຝ່າຍຈີນ ພ້ອມດ້ວຍຄະນະກຳມະການຈາກ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ເຂົ້າຮ່ວມ ເພື່ອຮັບປະກັນຄວາມໂປ່ງໃສ ແລະ ໄດ້ມາດຕະຖານຕາມຄວາມຕ້ອງການຂອງວຽກງານຕົວຈິງ.

ການຈັດຕັ້ງປະຕິບັດ ແມ່ນແບ່ງອອກເປັນ 2 ໄລຍະ ດັ່ງນີ້:
ຕອນເຊົ້າເລີ່ມແຕ່ເວລາ 08:00 ນາທີ ເລີ່ມຕົ້ນດ້ວຍຂັ້ນຕອນການກວດສອບເບື້ອງຕົ້ນ ເຊັ່ນ: ການວັດແທກສ່ວນສູງ, ນ້ຳໜັກ ແລະ ການກວດສອບສາຍຕາ ໂດຍເນັ້ນການໃຊ້ພາສາຈີນເປັນຫຼັກໃນການສື່ສານ ແລະ ດຳເນີນກິດຈະກຳ, ຫຼັງຈາກນັ້ນ ຈຶ່ງສືບຕໍ່ເຂົ້າສູ່ຂັ້ນຕອນການສຳພາດເປັນລາຍບຸກຄົນ.
ໃນຕອນບ່າຍ ແມ່ນໄດ້ສືບຕໍ່ວຽກງານການສຳພາດທີ່ຍັງເຫຼືອ ຈົນສຳເລັດລົງດ້ວຍຄວາມຮຽບຮ້ອຍ, ຈາກນັ້ນ ຈຶ່ງດຳເນີນການສອບເສັງພາກຂຽນຕໍ່ເນື່ອງ ແລະ ສິ້ນສຸດລົງຢ່າງເປັນທາງການ ໃນເວລາ 17:15 ນາທີ ຂອງວັນດຽວກັນ.
ການຈັດສຳພາດ ແລະ ສອບເສັງໃນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການເຊື່ອມໂຍງລະຫວ່າງການຮຽນ-ການສອນ ພາຍໃນສະຖານສຶກສາ ເຂົ້າສູ່ຕະຫຼາດແຮງງານຕົວຈິງ ພ້ອມທັງສ້າງໂອກາດວຽກເຮັດງານທຳທີ່ໝັ້ນຄົງໃຫ້ແກ່ນັກສຶກສາທີ່ຮຽນຈົບໃໝ່ ໃຫ້ໄດ້ມີສ່ວນຮ່ວມໃນການພັດທະນາເສັ້ນທາງລົດໄຟລາວ-ຈີນ ໃຫ້ມີຄວາມກ້າວໜ້າຕໍ່ໄປ.

ກອງປະຊູມສ້າງຂໍ້ຕົກລົງ ການຮັບຮອງຫຼັກສູດຮຽນອອນລາຍ ແລະ ອອກໃບຢັ້ງຢືນໃນສາຍອາຊີວະສຶກສາ. ໃນລະຫວ່າງ ວັນທີ 17-21 ສິງຫາ 2026 ໄດ້ມີ...
17/08/2026

ກອງປະຊູມສ້າງຂໍ້ຕົກລົງ ການຮັບຮອງຫຼັກສູດ
ຮຽນອອນລາຍ ແລະ ອອກໃບຢັ້ງຢືນ
ໃນສາຍອາຊີວະສຶກສາ.

ໃນລະຫວ່າງ ວັນທີ 17-21 ສິງຫາ 2026 ໄດ້ມີ
ກອງປະຊູມສ້າງຂໍ້ຕົກລົງ ການຮັບຮອງຫຼັກສູດ
ຮຽນອອນລາຍ ແລະ ອອກໃບຢັ້ງຢືນ
ໃນສາຍອາຊີວະສຶກສາ, ທີ່ສະໂມສອນຫ້ອງວ່າການປົກຄອງ ເມືອງວັງວຽງ, ແຂວງວຽງຈັນ, ພາຍໃຕ້ການ
ເປັນປະທານຂອງ ທ່ານ ຕິ່ງຄໍາ ສຸລິນທາ ຮອງຫົວໜ້າກົມອາຊີວະສຶກສາ, ໂດຍມີຜູ້ຕາງໜ້າຈາກກົມອາຊີວະສຶກສາ, ພະເເນກ ເຕັກໂນໂລຊີ ດີຈິຕອນ, ກົມແຜນການ ແລະ ການເງິນ ແລະ ຜູ້ຕາງໜ້າຈາກສະຖານອາຊີວະສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ

ວິທະຍາໄລເຕັກນິກ-ວິຊາຊີບແຂວງຈຳປາສັກ ເປີດຮັບສະໝັກນັກສຶກສາໃໝ່ ສົກຮຽນ 2026-2027ເປີດແລ້ວໆໆໆ👨‍🎓 ເປີດຮັບສະໝັກນັກສຶກສາໃໝ່ ສົກຮຽນ...
13/08/2026

ວິທະຍາໄລເຕັກນິກ-ວິຊາຊີບແຂວງຈຳປາສັກ ເປີດຮັບສະໝັກນັກສຶກສາໃໝ່
ສົກຮຽນ 2026-2027

ເປີດແລ້ວໆໆໆ👨‍🎓 ເປີດຮັບສະໝັກນັກສຶກສາໃໝ່ ສົກຮຽນ 2026-2027! 🎓✨ ທີ່ ວິທະຍາໄລເຕັກນິກ - ວິຊາຊີບ ແຂວງຈຳປາສັກ (CTVC) ເປີດໂອກາດໃຫ້ກັບນ້ອງໆ ທີ່ສົນໃຈຮຽນຕໍ່ສາຍອາຊີວະສຶກສາ ເພື່ອສ້າງອາຊີບ ແລະ ທັກສະສີມືແຮງງານທີ່ໝັ້ນຄົງ!
#ໄລຍະເວລາຮັບສະໝັກເລີ່ມຕັ້ງແຕ່ວັນທີ: 01/07/2026 ຫາ ວັນທີ 30/09/2026
#ສອບຖາມຂໍ້ມູນເພີ່ມເຕີມ:
📱 ໂທ/ແອັບ: 020 55769579, 99536222, 97537663, 54876244
🌐 ເວັບໄຊຕ໌: champasak-tvet.blogspot.com
📘 page: ວິທະຍາໄລເຕັກນິກ - ວິຊາຊີບ ແຂວງຈຳປາສັກ ctvc
🎵 TikTok:
#ສົນໃຈສະໝັກໄດ້ທີ່: ວິທະຍາເຂດທີ1: ບ້ານ ພັດທະນາຫຼັກເມືອງ, ນະຄອນປາກເຊ, ແຂວງຈຳປາສັກ (ຕິດກັບພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ )
ວິທະຍາເຂດທີ2: ບ້ານ ພັດທະນາທົວແຊ, ເມືອງບາຈຽງຈະເລີນສຸກ, ແຂວງຈຳປາສັກ ( ຫຼັກ9 ຕິດກັບເສັ້ນທາງເລກທີ 13 ໃຕ້)
#ໃນໂມງລັດຖະການ: ວັນຈັນ ຫາ ວັນສຸກ ເວລາ 08:30 ໂມງ ຫາ 16:30 ໂມງ
#ເອກະສານປະກອບລົງທະບຽນເຂົ້າຮຽນມີ:
1. ໃບຄຳຮ້ອງຂໍເຂົ້າຮຽນ(ຮັບທີ່ວິທະຍາໄລຫລືດາວໂຫຼດຜ່ານລິງໄດ້)
2. ຊີວະປະຫວັດຈົບມໍ4 ແລະ ມໍ7
3. ສຳເນົາໃບປະກາສະນີຍະບັດຈົບມໍ4, ມໍ7(ຖືຕົ້ນສະບັບມາຢັ້ງຢືນ)
4. ຖ້າເປັນພະນັກງານແມ່ນເອົາໃບຢັ້ງຢືນຈາກກົມກອງມາພ້ອມ
5. ຜູ້ທີ່ຕ້ອງການເຂົ້າຮຽນຕໍ່ລະບົບຊັ້ນສູງຕໍ່ເນື່ອງໃຫ້ຖືໃບປະກາສະນີຍະບັດ ແລະ ໃບຄະແນນທີ່ຈົບຊັ້ນກາງມາພ້ອມ.
🚀 ຮຽນວິຊາຊີບ ເພື່ອອະນາຄົດທີ່ສົດໃສ ແລະ ມີອາຊີບທີ່ໝັ້ນຄົງ! ມາເປັນສ່ວນໜຶ່ງຂອງຄອບຄົວ CTVC ໄດ້ແລ້ວມື້ນີ້.
ລິ້ງໃບຄຳຮ້ອງເຂົ້າຮຽນ: https://drive.google.com/.../1cs9HPhX7Rhby4UUYs5v.../view...

ວິທະຍາໄລເຕັກນິກ-ວິຊາຊີບ ສະຫວັນນະເຂດ ເປີດຮັບສະໝັກນັກສຶກສາໃໝ່ ປະຈຳສົກຮຽນ 2026-2027 ແລ້ວມື້ນີ້📢 ໂອກາດດີໆມາຮອດແລ້ວ! ສຳລັບນ້ອ...
13/08/2026

ວິທະຍາໄລເຕັກນິກ-ວິຊາຊີບ ສະຫວັນນະເຂດ ເປີດຮັບສະໝັກນັກສຶກສາໃໝ່ ປະຈຳສົກຮຽນ 2026-2027 ແລ້ວມື້ນີ້

📢 ໂອກາດດີໆມາຮອດແລ້ວ! ສຳລັບນ້ອງໆທີ່ຈົບ ມ.4 ແລະ ມ.7 ທີ່ກຳລັງຊອກຫາບ່ອນຮຽນຕໍ່! 🎓
ວິທະຍາໄລເຕັກນິກ-ວິຊາຊີບ ສະຫວັນນະເຂດ ເປີດຮັບສະໝັກນັກສຶກສາໃໝ່ ປະຈຳສົກຮຽນ 2026-2027 ແລ້ວມື້ນີ້! ມາຮຽນກັບພວກເຮົາ ຮັບຮອງວ່າມີວິຊາຊີບຕິດໂຕ, ມີວຽກເຮັດງານທຳທີ່ໝັ້ນຄົງ ແລະ ທີ່ສຳຄັນຫຼາຍສາຂາວິຊາແມ່ນມີ "ເບ້ຍລ້ຽງ" ສະໜັບສະໜູນການສຶກສາອີກດ້ວຍ! 💸
🎯 ສຳລັບນ້ອງໆທີ່ຈົບ ມ.4 (ຫຼັກສູດຊັ້ນກາງ 9+3 ຮຽນ 3 ປີ):
• ມີຫຼາກຫຼາຍສາຂາໃຫ້ເລືອກ ເຊັ່ນ: ປຸງແຕ່ງອາຫານ ແລະ ບໍລິການ, ຕັດຫຍິບ, ໄຟຟ້າເຕັກນິກ (ເຊໂປນ), ປູກຝັງ-ລ້ຽງສັດ (ເຊໂປນ), ສ້ອມແປງລົດຂະໜາດເບົາ (ເຊໂປນ), ກໍ່ສ້າງເຄຫະສະຖານ ແລະ ເຟີນີເຈີໄມ້.
• ພິເສດ: ທຸກສາຂາໃນຫຼັກສູດນີ້ ແມ່ນໄດ້ຮັບເບ້ຍລ້ຽງ!
• ປິດຮັບສະໝັກ: ວັນທີ 31 ສິງຫາ 2026.
• ເລີ່ມເປີດສົກຮຽນໃໝ່: ວັນທີ 01 ກັນຍາ 2026.
🎯 ສຳລັບນ້ອງໆທີ່ຈົບ ມ.7 (ຫຼັກສູດຊັ້ນກາງ 12+2 ແລະ ຊັ້ນສູງ 12+3):
• ມີຫຼາຍສາຂາວິຊາທີ່ກຳລັງເປັນທີ່ຕ້ອງການຂອງຕະຫຼາດແຮງງານ ເຊັ່ນ: ຊ່າງອອກແບບກຣາຟິກ ແລະ ສື່, ຊ່າງຕິດຕັ້ງ ແລະ ສ້ອມແປງອຸປະກອນເຕັກໂນໂລຊີ, ໄຟຟ້າ, ເອເລັກໂຕຣນິກ, ເຕັກໂນໂລຊີລົດຍົນ, ຂົວທາງ, ກໍ່ສ້າງອາຄານ, ການບັນຊີ, ການຈັດຊື້ ແລະ ບໍລິຫານສາງສິນຄ້າ.
• ພິເສດ: ສ່ວນໃຫຍ່ແມ່ນໄດ້ຮັບເບ້ຍລ້ຽງ! (ຍົກເວັ້ນບາງຫຼັກສູດຕໍ່ເນື່ອງ ທີ່ນັກສຶກສາຕ້ອງຈ່າຍຄ່າຮຽນເອງ).
• ປິດຮັບສະໝັກ: ວັນທີ 30 ກັນຍາ 2026.
• ເລີ່ມເປີດສົກຮຽນໃໝ່: ວັນທີ 01 ຕຸລາ 2026.
📍 ສະຖານທີ່ຊື້ຟອມ ແລະ ຍື່ນເອກະສານ:
• ສາມາດສະໝັກໄດ້ທີ່ ພະແນກ ຫຼື ຫ້ອງການສຶກສາທິການ ແລະ ກິລາແຂວງ/ເມືອງ ຂອງທ່ານ.
• ຫຼື ມາສະໝັກໂດຍກົງທີ່ 3 ວິທະຍາເຂດຂອງພວກເຮົາ:
1. ວິທະຍາເຂດຫົວເມືອງໃຕ້ (ຂ້າງຕະຫຼາດສະຫວັນໄຊ).
2. ວິທະຍາເຂດອຸດົມວິໄລ (ຫຼັກ 😎.
3. ວິທະຍາເຂດເຊໂປນ (ສຳລັບສາຂາທີ່ຮຽນຢູ່ເຊໂປນ).
• ຄ່າທຳນຽມແບບຟອມສະໝັກພຽງແຕ່: 30,000 ກີບ/ຊຸດ.
📁 ເອກະສານປະກອບການສະໝັກເບື້ອງຕົ້ນ:
• ໃບສະໝັກເຂົ້າຮຽນ 1 ຊຸດ.
• ສຳເນົາໃບປະກາດສະນີຍະບັດ ແລະ ໃບຄະແນນ (ສະບັບສີ).
• ສຳເນົາສຳມະໂນຄົວ (ສະບັບສີ).
• ຮູບຖ່າຍພື້ນສີຟ້າ ຂະໜາດ 3x4 ຈຳນວນ 3 ໃບ.
📞 ສອບຖາມຂໍ້ມູນເພີ່ມເຕີມໂທ:
• ວິທະຍາເຂດ ພາຍໃນນະຄອນໄກສອນ: 020 5656 1495, 020 5744 8316, 020 2260 3883, 020 9667 4881.
• ວິທະຍາເຂດ ເຊໂປນ: 020 5287 2457, 020 9971 9047.
ມາສ້າງອະນາຄົດທີ່ສົດໃສໄປນຳກັນທີ່ ວິທະຍາໄລເຕັກນິກ-ວິຊາຊີບ ສະຫວັນນະເຂດ! 🛠️ ຝາກກົດໄລ້ ກົດແຊຣ໌ ບອກຕໍ່ໝູ່ໆ ແລະ ລູກຫຼານແດ່ເດີ້! ✨
🔗ລິ້ງດາວໂຫລດແບບຟອມສະຫມັກ: https://drive.google.com/.../1L5FsRmcYNflfjCKz1wj.../view...
🔗 ລິ້ງສະໝັກແບບອອນລາຍ: https://forms.gle/Q5N6TQ12mp7PNGdA6

ພະນັກງານ ແລະ ຄູ-ອາຈານ ຈາກວິທະຍາໄລເຕັກນິກວິຊາຊີບ 12 ແຫ່ງ ທົ່ວປະເທດ ໄດ້ຮັບການຝຶກອົບຮົມ “ພື້ນຖານການປະກອບກິດຈະການ” ໃນວັນທີ 1...
12/08/2026

ພະນັກງານ ແລະ ຄູ-ອາຈານ ຈາກວິທະຍາໄລເຕັກນິກວິຊາຊີບ 12 ແຫ່ງ ທົ່ວປະເທດ ໄດ້ຮັບການຝຶກອົບຮົມ “ພື້ນຖານການປະກອບກິດຈະການ”

ໃນວັນທີ 12 ສິງຫາ 2026 ທີ່ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ໄດ້ມີພິທີເປີດກອງປະຊຸມຝຶກອົບຮົມໃນຫົວຂໍ້ “ພື້ນຖານການປະກອບກິດຈະການ” (Basic of Entrepreneurship) ໃຫ້ແກ່ຄູ-ອາຈານ ຂະແໜງອາຊີວະສຶກສາ ຈາກພະແນກສຶກສາທິການ ແລະ ກິລາແຂວງ ແລະ ວິທະຍາໄລເຕັກນິກວິຊາຊີບ 12 ແຫ່ງ ທົ່ວປະເທດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ສຸດສາຍໃຈ ດວງສະຫວັນ ຜູ້ອໍານວຍການສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ, ມີຄະນະຄູຝຶກ, ພະນັກງານ ແລະ ຄູຝຶກຈາກ 12 ແຂວງ ລວມທັງໝົດ 35 ທ່ານ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ສຸດສາຍໃຈ ດວງສະຫວັນ ໄດ້ກ່າວວ່າ: ກອງປະຊຸມຝຶກອົບຮົມໃນຄັ້ງນີ້ ມີຄວາມໝາຍຄວາມສໍາຄັນຫຼາຍ ເພື່ອໃຫ້ຄະນະບໍລິຫານ ແລະ ຄູສອນ ຂອງວິທະຍາໄລເຕັກນິກວິຊາຊີບ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມສໍາຄັນຂອງວຽກງານສົ່ງເສີມການສຶກສາຜູ້ປະກອບກິດຈະການໃນສະຖານການສຶກສາ, ພ້ອມທັງຍົກລະດັບຄວາມຮູ້-ຄວາມເຂົ້າໃຈກ່ຽວກັບການປະກອບກິດຈະການ ເພື່ອໃຫ້ຄູ-ອາຈານ ສາມາດນໍາເອົາບົດຮຽນ ແລະ ແນວຄວາມຄິດດັ່ງກ່າວໄປສິດສອນຕໍ່ໃຫ້ນ້ອງນັກຮຽນ-ນັກສຶກສາໃນຂົງເຂດຂອງຕົນເອງ.

ການປູກຈິດສໍານຶກ ແລະ ສ້າງແນວຄວາມຄິດການປະກອບກິດຈະການໃຫ້ແກ່ນັກຮຽນ-ນັກສຶກສາ ເປັນກິດຈະກໍາທີ່ມີຄວາມສໍາຄັນຫຼາຍໃນຂະແໜງອາຊີວະສຶກສາ. ທັງນີ້, ກໍເພື່ອເປັນການເປີດທາງເລືອກໃໝ່ໃນການປະກອບອາຊີບພາຍຫຼັງຮຽນຈົບ, ຊ່ວຍຫຼຸດຜ່ອນບັນຫາການຫວ່າງງານ, ສະກັດກັ້ນປາກົດການຫຍໍ້ທໍ້ໃນສັງຄົມ ແລະ ສົ່ງເສີມໃຫ້ມີຜູ້ປະກອບກິດຈະການໃໝ່ທີ່ເປັນໄວໜຸ່ມເພີ່ມຂຶ້ນ, ເຊິ່ງສອດຄ່ອງກັບທິດທາງແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ.

ການຝຶກອົບຮົມດັ່ງກ່າວ, ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ໃນການປະກອບກິດຈະການ ແລະ ຜູ້ປະກອບກິດຈະການ, ທັກສະ ແລະ ຄຸນສົມບັດຂອງເຈົ້າຂອງທຸລະກິດ, ແນວຄວາມຄິດໃນການເຮັດທຸລະກິດ, ວົງຈອນຄວາມສໍາເລັດ, ຮຽນຮູ້ກ່ຽວກັບແຜນການຕະຫຼາດ, ຄິດກ່ຽວກັບລູກຄ້າ, ບັນຫາ ແລະ ວິທີແກ້ໄຂບັນຫາ, ແບ່ງປັນສິ່ງທີ່ໄດ້ຮຽນຮູ້, ລັກສະນະເດັ່ນຂອງສິນຄ້າ, ຊ່ອງທາງການເຂົ້າຫາລູກຄ້າ, ການປະເມີນທຶນລົງທຶນໃນການເລີ່ມຕົ້ນທຸລະກິດ, ທຶນຄົງທີ່ ແລະ ທຶນໝູນວຽນ, ຄາດຄະເນລາຍຮັບ ແລະ ລາຍຈ່າຍ, ການປະເມີນກໍາໄລຄາດຄະເນ ຈາກການລົງທຶນ ແລະ ແຜນເງິນສົດ, ແຜນວາດທຸລະກິດ, ແຜນທຸລະກິດ, ແບ່ງກຸ່ມຂຽນແຜນທຸລະກິດ, ກໍານົດຫົວຂໍ້ຂຽນແຜນທຸລະກິດ, ຂຽນແຜນທຸລະກິດ ແລະ ປຶກສາຫາລືແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ.

ສຳລັບກອງປະຊຸມໃນຄັ້ງນີ້, ມີພະນັກງານ ແລະ ຄູ-ອາຈານ ຈາກວິທະຍາໄລເຕັກນິກວິຊາຊີບ 12 ແຫ່ງ ທົ່ວປະເທດ ຄື: ຈາກແຂວງຜົ້ງສາລີ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ຊຽງແຂວງ, ຫຼວງນ້ຳທາ, ວຽງຈັນ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ແຂວງຈໍາປາສັກ, ເຊິ່ງກອງປະຊຸມແມ່ນຈະດຳເນີນໄປເປັນເວລາ 3 ວັນ ແຕ່ວັນທີ 12-14 ສິງຫາ 2026.

ກອງປະຊຸມຝຶກອົບຮົມ ການນໍາໃຊ້ເຄື່ອງມືແນະນໍາກິດຈະກໍາສ້າງລາຍຮັບວິຊາການ ສໍາລັບສະຖານອາຊີວະສຶກສາ ໃນວັນທີ 11-13 ສິງຫາ 2026, ໄດ້ມ...
12/08/2026

ກອງປະຊຸມຝຶກອົບຮົມ ການນໍາໃຊ້ເຄື່ອງມືແນະນໍາ
ກິດຈະກໍາສ້າງລາຍຮັບວິຊາການ ສໍາລັບສະຖານອາຊີວະສຶກສາ

ໃນວັນທີ 11-13 ສິງຫາ 2026, ໄດ້ມີກອງປະຊຸມ
ຝຶກອົບຮົມ ການນໍາໃຊ້ເຄື່ອງມືແນະນໍາກິດຈະກໍາສ້າງ
ລາຍຮັບວິຊາການ ສໍາລັບສະຖານອາຊີວະສຶກສາ
ຢູ່ທີ່ວິທະຍາໄລເຕັກນິກ ປາກປ່າສັກ
ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ສາຍສະໝອນ ງາມສີ, ຮອງຫົວໜ້າກົມອາຊີວະສຶກສາ, ເປັນກຽດ
ເປັນປະທານຮ່ວມໂດຍ ທ່ານ ນິໂກລັດ ໂທເມັກໂກ, ທີ່ປຶກສາອາວຸໂສ ແຜນງານທ່ອງທ່ຽວ, ກະສິກໍາ ແລະ ປ່າໄມ້ ລາວ/336 ແລະ ທ່ານ ໂພໄຊ ບູລົມ ຜູ້ອໍານວຍການ ວິທະຍາໄລເຕັກນິກ ປາກປ່າສັກ, ມີຜູ້ຕາງໜ້າຈາກ
ກົມອາຊີວະສຶກສາ, ສະຖານອາຊີວະສຶກສາ,ວິທະຍາໄລກະສິກໍາ ແລະ ປ່າໄມ້ ພາກເໜືອ, ວິທະຍາໄລກະສິກໍາ ແລະ ປ່າໄມ້ ແຂວງບໍລິຄໍາໄຊ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຝຶກອົບຮົມການນໍາໃຊ້ເຕັກໂນໂລຊີ ເຂົ້າຊ່ວຍໃນການຮຽນ-ການສອນ ສໍາລັບຄູສອນສາຂາບໍລິການໂຮງເເຮມ ທ່ອງທ່ຽວ ເເລະ ກະສິກຳປ່າໄມ້  ...
12/08/2026

ກອງປະຊຸມຝຶກອົບຮົມການນໍາໃຊ້ເຕັກໂນໂລຊີ ເຂົ້າຊ່ວຍໃນການຮຽນ-ການສອນ ສໍາລັບຄູສອນສາຂາບໍລິການ
ໂຮງເເຮມ ທ່ອງທ່ຽວ ເເລະ ກະສິກຳປ່າໄມ້ ໃນວັນທີ 10-14 ສິງຫາ 2026 ທີ່ສູນຝຶກປະຕິບັດການໂຮງເເຮມ ເເລະ ຮ້ານອາຫານ ວິທະຍາໄລເຕັກນິກ-ວິຊາຊີບ ນະຄອນຫຼວງພະບາງ
Training on Technology-enhanced Teaching and Learning (TETL) for Tourism & Hospitality (T/H) and Agriculture & Forestry (A/F) Teachers
At The Academy Luangprabang Training Hotel and Restaurant, Luangprabang Technical and Vocational College

Address

Lane Xang Avenue Vientiane Lao People's Democratic Republic
Vientiane

Website

Alerts

Be the first to know and let us send you an email when ກົມອາຊີວະສຶກສາ DTVE posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share