28/05/2026
ກາແດງແຫ່ງຊາດລາວ-ສະພາກາຊາດໄທ ໄຂກອງປະຊຸມຮ່ວມມື ຄັ້ງທີ 5 ເພື່ອມະນຸດສະທຳ
ວັນທີ 26–27 ພຶດສະພາ 2026 ນີ້, ກອງປະຊຸມການຮ່ວມມືລະຫວ່າງ ອົງການກາແດງແຫ່ງຊາດລາວ ແລະ ສະພາກາຊາດໄທ ຄັ້ງທີ 5 (5th Thai-Lao Red Cross Conference) ໄດ້ໄຂຂຶ້ນຢ່າງສະຫງ່າງາມ ທີ່ ໂຮງແຮມ ມົນທຽນສຸລະວົງ ນະຄອນຫຼວງບາງກອກ, ລາຊະອານາຈັກໄທ.
ກອງປະຊຸມຄັ້ງນີ້ ໄດ້ຮັບກຽດຮ່ວມເປັນປະທານຮ່ວມໂດຍ ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ແລະ ທ່ານ ເຕດ ບຸນນາກ ເລຂາທິການສະພາກາຊາດໄທ, ພ້ອມດ້ວຍຄະນະຜູ້ແທນ, ຕາງໜ້າຈາກອົງການກາແດງແຂວງ-ເຫຼົ່າກາຊາດຈັງຫວັດທີ່ມີຊາຍແດນຕິດຈອດກັນ, ຜູ້ຕາງໜ້າຈາກ ກະຊວງການຕ່າງປະເທດຂອງສອງປະເທດ, ຄະນະກຳມະການກາແດງສາກົນ(ICRC), ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ(IFRC) ແລະ ລວມທັງໝົດ 79 ທ່ານ, ຍິງ 30 ທ່ານ.
ກອງປະຊຸມໄດ້ ຮ່ວມກັນສະຫຼຸບຕີລາຄາຜົນການຮ່ວມມືໃນໄລຍະ 2 ປີທີ່ຜ່ານມາ (2024-2026) ເພື່ອເສີມຂະຫຍາຍຈຸດດີ ແລະ ຖອດຖອນບົດຮຽນໃນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ພ້ອມດຽວກັນນັ້ນ ຍັງໄດ້ຮ່ວມກັນວາງແຜນ ການຮ່ວມມືໃນ 2 ປີ ຕໍ່ໜ້າ (2026-2028) ໂດຍໄດ້ກຳນົດເອົາ ວຽກງານການລະດົມທຶນ ແລະ ການຮັບບໍລິຈາກເລືອດ ເປັນວຽກງານບຸລິມະສິດ ໂດຍ ເນັ້ນໜັກການເພີ່ມຂີດຄວາມສາມາດຂອງບຸກຄະລາກອນ, ພ້ອມກັນນັ້ນ ກໍໃຫ້ຄວາມສຳຄັນໃນ ວຽກງານການຕອບໂຕ້ໄພພິບັດ, ການສົ່ງເສີມສຸຂະພາບ, ວຽກງານໄວໜຸ່ມ ແລະ ອາສາສະໝັກກາແດງ, ນອກຈາກນັ້ນ, ຍັງໄດ້ປຶກສາຫາລື ກ່ຽວກັບ ການຕັ້ງຄະນະປະສານງານເຮັດວຽກຮ່ວມກັນ ເພື່ອຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດໂຄງການໃຫ້ມີຄວາມຄືບໜ້າ, ເປັນລະບົບ, ມີປະສິດທິພາບ ແລະ ເຫັນດີໃຫ້ມີການຮ່ວມມືທັງລະດັບສູນກາງ ແລະ ລະດັບແຂວງທີ່ມີຊາຍແດນຮ່ວມກັນ.
#ອົງການກາແດງແຫ່ງຊາດລາວ
------------------------------------
ອັບເດດຂໍ້ມູນໃໝ່ໆກ່ຽວກັບ ອົງການກາແດງແຫ່ງຊາດລາວໄດ້ທີ່:
• Fanpage: https://www.facebook.com/LaoRedCrossSociety
• Website: https://www.laoredcross.org.la
• ໂທລະສັບ: +85621 250 000
• ລາຍການວິທະຍຸ “ເພື່ອນສະນຸດສະທຳ” ທຸກວັນອາທິດ 9-10ມ FM 103.7Mhz