Sezo - ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ

Sezo - ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ Contact information, map and directions, contact form, opening hours, services, ratings, photos, videos and announcements from Sezo - ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, Government Official, laos, Vientiane.

26/03/2025
ທ່ານເອກອັກຄະຣາຊະທູດ ອົດສາຕາລີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງເຄື່ອນໄຫວຢ້ຽມຢາມ ເຂດເສດຖະກິດພິເສດ ສະຫວັນນະເຂດ ໂດຍການຕ...
26/03/2025

ທ່ານເອກອັກຄະຣາຊະທູດ ອົດສາຕາລີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງເຄື່ອນໄຫວຢ້ຽມຢາມ ເຂດເສດຖະກິດພິເສດ ສະຫວັນນະເຂດ ໂດຍການຕ້ອນຮັບຂອງ ຄະນະຄຸ້ມເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ ແລະ ຜູ້ພັດທະນາ ເພື່ອຊອກໂອກາດດ້ານການຄ້າການລົງທຶນ ຢູ່ ສປປ ລາວ ໂດຍສະເພາະແມ່ນແຂວງສະຫວັນນະເຂດ.

26/03/2025
26/03/2025
26/03/2025
ໜ່ວຍສະຫະພັນຍິງ ຫຂສພ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ 08 ມີນາ 2025 ຄົບຮອບ 115 ປີ ພາຍໃຕ້ຄໍາຂວັນ "ສິດທິ, ຄວາມສະເໜີພ...
17/03/2025

ໜ່ວຍສະຫະພັນຍິງ ຫຂສພ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ 08 ມີນາ 2025 ຄົບຮອບ 115 ປີ ພາຍໃຕ້ຄໍາຂວັນ "ສິດທິ, ຄວາມສະເໜີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກນ້ອຍທຸກຄົນ"ທີ່ສະໂມສອນກະຊວງແຜນການ ແລະ ການລົງ ໃນວັນທີ 12 ມີນາ 2025 ທີ່ຜ່ານມາ.

ສະມາຊິກແມ່ຍິງ ຫຂສພ ເຂົ້າຮ່ວມຂະບວນການລວມຂອງແມ່ຍິງ ກະຊວງແຜນການ ແລະ ການລົງທຶນ ເຄື່ອນໄຫວຢ້ຽມຢາມຫໍພິພິທະພັນສິນລະປະລາວ Lao Art...
06/03/2025

ສະມາຊິກແມ່ຍິງ ຫຂສພ ເຂົ້າຮ່ວມຂະບວນການລວມຂອງແມ່ຍິງ ກະຊວງແຜນການ ແລະ ການລົງທຶນ ເຄື່ອນໄຫວຢ້ຽມຢາມຫໍພິພິທະພັນສິນລະປະລາວ Lao Art Museum ເພື່ອສົ່ງເສີມ ແລະ ຮຽນຮູ້ສິນລະປະ-ວັດທະນະທໍາອັນວິຈິດງົດງາມຂອງ ສປປ ລາວ, ຊຶ່ງການເຄື່ອນໄຫວກິດຈະກໍາຄັ້ງນີ້ ເປັນໜຶ່ງໃນຂະບວນການປິ່ນອ້ອມເພື່ອຕ້ອນຮັບ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງແມ່ຍິງສາກົນຄົບຮອບ 115 ປີ ວັນທີ 8 ມີນາ 1910 - 8 ມີນາ 2025.

ຄະນະຄຸ້ມຄອງເຂດເສດຖະກິດພິເສດ ໃນຂອບເຂດທົ່ວປະເທດ ໄດ້ຮັບການຍົກລະດັບວຽກງານ ສິ່ງແວດລ້ອມ---------------------------------------...
28/02/2025

ຄະນະຄຸ້ມຄອງເຂດເສດຖະກິດພິເສດ ໃນຂອບເຂດທົ່ວປະເທດ ໄດ້ຮັບການຍົກລະດັບວຽກງານ ສິ່ງແວດລ້ອມ
----------------------------------------------------------------------------------------------------------------------------------------------------
ໃນລະຫວ່າງວັນທີ 26-27 ກຸມພາ 2025 ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມກ່ຽວກັບການຝຶກອົບຮົມທາງດ້ານວິຊາການ ໃນການຄຸ້ມຄອງສິ່ງແວດລ້ອມເປັນຕົ້ນແມ່ນ EIA, IEE ແລະ ຫົວຂໍ້ທີ່ຕິດພັນອື່ນໆ ໃຫ້ແກ່ຄະນະຄຸ້ມຄອງເຂດເສດຖະກິດພິເສດທົ່ວປະເທດ ພາຍໃຕ້ການເປັນປະທານຂອງທ່ານ ສອນປະເສີດ ດາລາວົງ ຫົວໜ້າ ຫຂສພ ໂດຍມີຄູຝຶກຈາກກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຕອນບ່າຍວັນທີ 25 ກຸມພາ 2025 ທ່ານ ສອນປະເສີດ ດາລາວົງ ຫົວຫນ້າ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງ ເຂດເສດຖະກິດພິເສດກະຊວງແຜນການ ແລະ ກາ...
28/02/2025

ຕອນບ່າຍວັນທີ 25 ກຸມພາ 2025 ທ່ານ ສອນປະເສີດ ດາລາວົງ ຫົວຫນ້າ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງ ເຂດເສດຖະກິດພິເສດກະຊວງແຜນການ ແລະ ການລົງທຶນ ຕ້ອນຮັບຄະນະຜູ້ແທນ ຈາກຫວງຜູ, ນະຄອນຊຽງໄຮ ສປ ຈີນ ທີ່ມີຄວາມສົນໃຈຕໍ່ກັບການພັດທະນາ ເຂດເສດຖະກິດພິເສດ ຢູ່ ສປປ ລາວ.

ໃນລະຫວ່າງວັນທີ 17 ຫາ 21 ກຸມພາ 2025 ທີ່ຫ້ອງປະຊຸມຂອງອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ຫຂສພ, ກະຊວງແຜນການ ແລະ ...
24/02/2025

ໃນລະຫວ່າງວັນທີ 17 ຫາ 21 ກຸມພາ 2025 ທີ່ຫ້ອງປະຊຸມຂອງອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ຫຂສພ, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີການຈັດຝຶກອົບຮົມ ກ່ຽວກັບລະບຽບແຫຼ່ງກໍາເນີດສິນຄ້າ (CO) ໃຫ້ພະນັກງານພາກລັດ, ຜູ້ພັດທະນາ ແລະ ຜູ້ປະກອບການຈຳນວນໜຶ່ງ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ລັດຕະນາ ອິນທະພົນ, ຮອງຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການ ແລະ ການລົງທຶນ, ທ່ານ ວ່າງໃຈ ວ່າງ ຮອງຫົວໜ້າກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ທ່ານ ສົມຊາຍ ສຸກສະຫວັດ ຮອງຫົວໜ້າອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 30 ທ່ານ.

ສາມອົງການຈັດຕັ້ງມະຫາຊົນ ຫຂສພ ຢ້ຽມຢາມຫໍພິພິທະພັນກອງທັບປະຊາຊົນລາວ---------------------------------------------------------...
24/01/2025

ສາມອົງການຈັດຕັ້ງມະຫາຊົນ ຫຂສພ ຢ້ຽມຢາມຫໍພິພິທະພັນກອງທັບປະຊາຊົນລາວ
----------------------------------------------------------------------------------------------------------------------------------------------------
ໃນຕອນເຊົ້າວັນທີ 24 ມັງກອນ 2025 ສະຫາຍ ສອນປະເສີດ ດາລາວົງ, ກຳມະການພັກກະຊວງແຜນການ ແລະ ການລົງທຶນ, ເລຂາໜ່ວຍພັກ ທງັເປັນ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ໄດ້ນໍາພາສະມາຊິກສາມອົງການຈັດຕັ້ງພາຍໃນກົມກອງຂອງຕົນເຂົ້າຢ້ຽມຊົມ ຫໍພິພິທະພັນກອງທັບປະຊາຊົນລາວ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ 20 ມັງກອນ ຄົບຮອບ 74 ປີ, ທັງເປັນການສ້າງຂະບວນການປິ່ນອ້ອມເພື່ອຕ້ອນຮັບກອງປະຊຸມໜ່ວພັກ ຫຂສພ ຄັ້ງທີ III ທີ່ຈະຈັດຂຶ້ນໃນອານາຄົດອັນໃກ້ນີ້

24/01/2025

Address

Laos
Vientiane

Opening Hours

Monday 08:30 - 16:00
Tuesday 08:30 - 16:00
Wednesday 08:30 - 16:00
Thursday 08:30 - 16:00
Friday 08:30 - 16:00

Alerts

Be the first to know and let us send you an email when Sezo - ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share