16/09/2026
ໃນຕອນເຊົ້າ ຂອງວັນທີ 15 ກັນຍາ 2026 ທີ່ແຂວງຈໍາປາສັກ, ສານປະຊາຊົນສູງສຸດ ໄດ້ເປີດການຝຶກອົບຮົມ ກ່ຽວກັບການນໍາພາຂະບວນຍຸຕິທໍາທີ່ຄໍານຶງເຖິງຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ໃຫ້ແກ່ບັນດາຜູ້ພິພາກສາ ຊັ້ນສາມ, ຊັ້ນສອງ, ຊັ້ນໜື່ງ ແລະ ຜູ້ຊ່ວຍຜູ້ພິພາກສາ ຂອງສານປະຊາຊົນ ພາຍໃນແຂວງຈໍາປາສັກ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີຫົວໜ້າ ກົມຮ່ວມມືສາກົນ, ຮອງຫົວໜ້າ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ຮອງຫົວໜ້າ ກົມຈັດຕັ້ງ, ຮອງປະທານ ສານປະຊາຊົນພາກໃຕ້, ຄະນະຮັບຜິດຊອບ, ຄູຝຶກ, ນັກສໍາມະນາກອນ ແລະ ພະນັກງານອົງການ ເຂົ້າຮ່ວມ ທັງໝົດ 49 ທ່ານ, ຍິງ 24 ທ່ານ.
ການຝຶກອົບຮົມຄັ້ງນີ້ ຈະດໍາເນີນໄປເປັນເວລາ 2 ວັນ ໃນລະຫວ່າງວັນທີ 15-16 ກັນຍາ 2026 ໂດຍໄດ້ຮັບການສະໜັບສະໜູນທຶນ ຈາກອົງການ UNDP ຈຸດປະສົງຂອງການຝຶກອົບຮົມ ແມ່ນເພື່ອ:
1. ຍົກສູງຄວາມຮັບຮູ້ໃຫ້ແກ່ຜູ້ພິພາກສາ ກ່ຽວກັບຫຼັກການ ຂອງຄວາມເທົ່າທຽມ ລະຫວ່າງເພດ ແລະ ການບໍ່ເລືອກປະຕິບັດ ພ້ອມທັງຄວາມກ່ຽວຂ້ອງໃນການເປັນຜູ້ນໍາພາ ໃນລະບົບຕຸລາການ, ການຕັດສິນ, ການພິພາກສາຄະດີ ແລະ ການເຂົ້າເຖິງຄວາມຍຸຕິທໍາ;
2. ບົດບາດຍິງ-ຊາຍ ໃນການປະຕິບັດ ທີ່ຫ້ອງປະຊຸມສານ, ການພິຈາລະນາຕັດສິນ ແລະ ພິພາກສາຄະດີ ໂດຍສະເພາະໃນຄະດີທີ່ກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງ.
ໃນໂອກາດດັ່ງກ່າວ ທ່ານ ຄູນ ຜາສຸກ ຮອງປະທານ ສານປະຊາຊົນສູງສຸດ ໄດ້ມີຄໍາເຫັນເນັ້ນໃຫ້ນັກສໍາມະນາກອນ ເອົາໃຈໃສ່ຮັບຟັງການບັນລະຍາຍ, ສົນທະນາແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ໃນການຍົກລະດັບຄວາມຮູ້ ໃຫ້ເກີດປະໂຫຍດສູງສຸດ ເປັນຕົ້ນ: ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ ເພື່ອນໍາໄປເຊື່ອມສານເຂົ້າໜ້າທີ່ວິຊາສະເພາະໃນຂະແໜງຂອງສານ ແລະ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄວາມສະເໝີພາບຍິງ-ຊາຍ. ພ້ອມນັ້ນ, ທ່ານ ຍັງໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບ ແລະ ບັນດາຄູຝຶກ ພ້ອມກັນປະຕິບັດໜ້າທີ່ຕາມການແບ່ງງານ, ອໍານວຍຄວາມສະດວກຕ່າງໆ ເພື່ອເຮັດໃຫ້ການຝຶກອົບຮົມ ໄດ້ດໍາເນີນສໍາເລັດຜົນຢ່າງຈົບງາມ ຕາມຄາດໝາຍທີ່ວາງໄວ້.