Luxembourg Embassy in Laos

Luxembourg Embassy in Laos Wëllkomm! Sabaidee! This is the official page of the 🇱🇺 Embassy in 🇱🇦

ໃນການພົບປະກັບ ພະນະທ່ານ ຄຳພັນ ພົມມະທັດ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງຍຸຕິທຳ, ພວກເຮົາໄດ້ປຶກສາຫາລືກ່ຽວກັບຄວາມສຳຄັນ...
04/06/2026

ໃນການພົບປະກັບ ພະນະທ່ານ ຄຳພັນ ພົມມະທັດ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງຍຸຕິທຳ, ພວກເຮົາໄດ້ປຶກສາຫາລືກ່ຽວກັບຄວາມສຳຄັນ ຂອງການເຂົ້າເຖິງຄວາມຍຸດຕິທຳ ແລະ ຄວາມແນ່ນອນທາງກົດໝາຍ ຢູ່ໃນ ສປປ ລາວ ພ້ອມທັງບົດບາດອັນສຳຄັນຂອງຂະແໜງຍຸຕິທຳ ໃນການແກ້ໄຂບັນຫາ ການຟອກເງິນ. ຜ່ານແຜນງານລັດທີ່ປົກຄອງດ້ວຍກົດໝາຍ ແລະ ການປົກຄອງທີ່ດີ (ແຜນງານ ROLAG) ລຸກຊຳບວກ ຮ່ວມມືຢ່າງໃກ້ຊິດກັບກະຊວງຍຸຕິທຳ ແລະ ສະຖາບັນອື່ນໆ ເພື່ອສະໜັບສະໜູນການເຂົ້າເຖິງຄວາມຍຸດຕິທຳສຳລັບທຸກຄົນ. ແຜນງານ ROLAG ເຊິ່ງຈັດຕັ້ງປະຕິບັດຜ່ານອົງການ LuxDev ດ້ວຍການຮ່ວມມືກັບສະຖາບັນ ILSTA ລຸກຊຳບວກ ແລະ ມະຫາວິທະຍາໄລ ແຫ່ງ ລຸກຊຳບວກ.

—————————————-

In a meeting with H.E. Mr. Khamphan Phommathat, Deputy Prime Minister and Minister of Justice, we discussed the importance of access to justice and legal certainty in Laos, as well as the justice sector’s key role in addressing the issue of money laundering. Through the rule of law and good governance (ROLAG) programme, Luxembourg works closely with the Ministry of Justice and other institutions in providing access to justice for all. The ROLAG programme is implemented through LuxDev, in partnership with ILSTA and the University of Luxembourg.

MAE, Luxembourg
Gouvernement luxembourgeois
Luxembourg Aid & Development
LuxDev - Luxembourg Development Cooperation Agency

🎶 ການເດີນທາງຂອງດົນຕີຈາກລຸກຊຳບວກ ທີ່ ວຽງຈັນສະຖານທູດຂອງພວກເຮົາມີຄວາມຍິນດີ ເຊີນທ່ານເຂົ້າຮ່ວມຄອນເສີດພິເສດ ໂດຍນັກຫຼິ້ນເຊໂລ, ແ...
03/06/2026

🎶 ການເດີນທາງຂອງດົນຕີຈາກລຸກຊຳບວກ ທີ່ ວຽງຈັນ
ສະຖານທູດຂອງພວກເຮົາມີຄວາມຍິນດີ ເຊີນທ່ານເຂົ້າຮ່ວມຄອນເສີດພິເສດ ໂດຍນັກຫຼິ້ນເຊໂລ, ແຊັກໂຊໂຟນ ແລະ ນັກແຕ່ງເພງ ຈາກລຸກຊຳບວກ André Mergenthaler ທີ່ຮ້ານ The Blues Box Vientiane.

ດ້ວຍການປະສົມປະສານ ດົນຕີຄລາສສິກ, ແຈສ ແລະ ແບບຮ່ວມສະໄໝ, André Mergenthaler ໄດ້ສ້າງປະສົບການດ້ານດົນຕີທີ່ເປັນເອກະລັກ ຜ່ານການດົ້ນສົດ ແລະ ຜົນງານຕົ້ນສະບັບ ຖ່າຍທອດມຸມມອງໃຫມ່ທີ່ສົດໃສ ແລະ ສ້າງແຮງບັນດານໃຈ ກ່ຽວກັບວັດທະນະທຳອັນມີຊີວິດຊີວາ ຂອງລຸກຊຳບວກ.

📅 ວັນເສົາ ທີ 6 ມິຖຸນາ 2026
📍 The Blues Box Vientiane
🕖 ຕ້ອນຮັບ: 19:00 ໂມງ | ຄອນເສີດ: 19:30 ໂມງ
🎟️ ເຂົ້າຟຣີ (ຈຳນວນຈຳກັດ, ກະລຸນາມາກ່ອນເວລາ)

——————————-

🎶 A Luxembourgish musical journey in Vientiane

Our Embassy is delighted to invite you to a special concert by Luxembourgish cellist, saxophonist and composer André Mergenthaler at The Blues Box Vientiane.

Blending classical, jazz, and contemporary music, André Mergenthaler creates a truly unique musical experience through improvisation and original compositions, offering a fresh and inspiring glimpse into Luxembourg’s vibrant culture.

📅 Saturday, 6 June 2026
📍 The Blues Box Vientiane
🕖 Reception: 7:00 PM | Concert: 7:30 PM
🎟️ Free entrance (limited, please come early)

02/06/2026
🎈 ສຸກສັນວັນເດັກນ້ອຍສາກົນ! 🎈 👧🧒🌍🛝🛝ໃນປີນີ້, ເດັກນ້ອຍຈາກ 225 ໂຮງຮຽນ ຢູ່ສີ່ແຂວງໃນ ສປປ ລາວ ໄດ້ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ກ...
01/06/2026

🎈 ສຸກສັນວັນເດັກນ້ອຍສາກົນ! 🎈 👧🧒🌍

🛝🛝ໃນປີນີ້, ເດັກນ້ອຍຈາກ 225 ໂຮງຮຽນ ຢູ່ສີ່ແຂວງໃນ ສປປ ລາວ ໄດ້ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ກັບເຄື່ອງຫຼິ້ນກາງແຈ້ງໃໝ່ ຢູ່ທີ່ໂຮງຮຽນຂອງເຂົາເຈົ້າ. ຂໍຂອບໃຈ Luxembourg ແລະ Switzerland ໂດຍຜ່ານແຜນງານພັດທະນາທ້ອງຖິ່ນ (LAO/338).

🎉ເຄື່ອງຫຼິ້ນກາງແຈ້ງນີ້ ບໍ່ພຽງແຕ່ເປັນສະຖານທີ່ ສຳລັບຄວາມມ່ວນຊື່ນເທົ່ານັ້ນ, ເຄື່ອງຫຼີ້ນຍັງຊ່ວຍການພັດທະນາແບບຮອບດ້ານຂອງເດັກ ໂດຍການພັດທະນາດ້ານຮ່າງກາຍ, ສັງຄົມ, ອາລົມ ແລະ ສະຕິປັນຍາ.

ພໍ່ແມ່, ຄູອາຈານ ແລະ ຊຸມຊົນ ມີຄວາມດີໃຈຫຼາຍກັບເຄື່ອງຫຼີ້ນກາງແຈ້ງ, ເຊິ່ງເຮັດໃຫ້ເດັກນ້ອຍຂອງເຂົາເຈົ້າ ມີບ່ອນຫຼີ້ນທີ່ປອດໄພ ແລະ ໜ້າຕື່ນເຕັ້ນ, ໄດ້ຮຽນຮູ້ ແລະ ມີພັດທະນາການ.

🌈🎉ພວກເຮົາມາຮ່ວມກັນ, ສ້າງອະນາຄົດທີ່ສົດໃສ ໂດຍການຮຽນຮູ້ຜ່ານເຄື່ອງຫຼີ້ນ.

———————————

🎈Happy International Children’s Day! 🎈 👧🧒🌍

🛝🛝This year, children from 225 schools across four provinces in Laos marked International Children’s Day with brand-new playgrounds at their schools, thanks to Luxembourg and Switzerland through the Local Development Programme (LAO/338).

🎉A playground is more than just a place for fun. It nurtures children's holistic development by encouraging physical, social, emotional, and cognitive development.

Parents, teachers, and community members are delighted by the playgrounds, which give their children a safe, exciting place to play, learn, and grow.

🌈🎉Together, we’re building brighter futures through play.

Luxembourg Aid & Development
MAE, Luxembourg
Gouvernement luxembourgeois
Swiss Cooperation Mekong
LuxDev - Luxembourg Development Cooperation Agency

31/05/2026

Join us on June 6th for an exclusive concert featuring André Mergenthaler!

Get ready for a unique musical journey as he brings magic to the stage on both the cello and saxophone. 🎷🎻

Unwind, enjoy the cozy atmosphere, and treat yourself to a night of incredible live performance.

🗓️ Saturday, 6 June 2026
🕖 From 7:00 PM onwards
📍 The Blues Box Vientiane
🎟️ FREE ENTRANCE



ເພື່ອນໆ ຄົນຮັກສຽງເພງຫ້າມພາດ! ວັນເສົາ ທີ 6 ມິຖຸນາ ນີ້ ຕຽມພົບກັບຄອນເສີດສຸດພິເສດຈາກ André Mergenthaler! ທີ່ຈະມາພາທຸກຄົນໄປສໍາຜັດກັບມົນສະເໜ່ຂອງສຽງດົນຕີຈາກ ເຊລໂລ (Cello) ແລະ ແຊັກໂຊໂຟນ (Saxophone) 🎷🎻

ມາຮ່ວມຜ່ອນຄາຍ, ດື່ມດ່ຳກັບບັນຍາກາດຊິວໆ ແລະ ມ່ວນຊື່ນໄປກັບການສະແດງສົດສຸດປະທັບໃຈນຳກັນເດີ້.

🗓️ ວັນເສົາ, 6 ມິຖຸນາ 2026
🕖 ເລີ່ມແຕ່ 7:00 ໂມງແລງ ເປັນຕົ້ນໄປ
📍 The Blues Box Vientiane
🎟️ ເຂົ້າຊົມຟຣີ!

30/05/2026
27/05/2026
26/05/2026
ພວກເຮົາຂໍສະແດງຄວາມຍິນດີກັບ ທ່ານ ສຸລິໂຍ ວົງດາລາ, ຜູ້ຮ່ວມກໍ່ຕັ້ງ ແລະ ຜູ້ບໍລິຫານ LOCA ທີ່ໄດ້ຮັບການຄັດເລືອກ ເຂົ້າຮ່ວມໂຄງການ ...
25/05/2026

ພວກເຮົາຂໍສະແດງຄວາມຍິນດີກັບ ທ່ານ ສຸລິໂຍ ວົງດາລາ, ຜູ້ຮ່ວມກໍ່ຕັ້ງ ແລະ ຜູ້ບໍລິຫານ LOCA ທີ່ໄດ້ຮັບການຄັດເລືອກ ເຂົ້າຮ່ວມໂຄງການ Catapult: Inclusion South-East Asia bootcamp ເຊິ່ງເປັນງານຝຶກອົບຮົມດ້ານການເງິນແບບທົ່ວເຖິງຂອງພາກພື້ນອາຊີຕາເວັນອອກສຽງໃຕ້ ລະດັບນານາຊາດ ທີ່ຈັດຂຶ້ນໂດຍ ສະຖາບັນເຕັກໂນໂລຊີການເງິນ ແຫ່ງ ລຸກຊຳບວກ (LHoFT).
ໃນສອງອາທິດຕໍ່ໜ້ານີ້ ຢູ່ທີ່ລຸກຊຳບວກ, ທ່ານ ສຸລິໂຍ ຈະມີໂອກາດພົບປະສ້າງເຄືອຂ່າຍ ກັບບຸກຄົນສຳຄັນໃນລະບົບນິເວດການເງິນແບບທົ່ວເຖິງ (Inclusive Finance) ແລະ ຈະຮ່ວມກັນເລັ່ງຊຸກຍູ້ຜົນກະທົບ ໂດຍການເພີ່ມພູນທັກສະ ແລະ ຄວາມສາມາດດ້ານຍຸດທະສາດ, ສົ່ງເສີມນະວັດຕະກຳ, ເພີ່ມຄວາມເຂົ້າໃຈໃນກອບກົດລະບຽບ ແລະ ສ້າງຄວາມສຳພັນທີ່ມີຄວາມໝາຍ ກັບຜູ້ມີບົດບາດສຳຄັນໃນຕະຫຼາດ.

______________

We congratulate Mr Souliyo Vongdala, Co-founder and CEO of LOCA, on his selection for the Catapult: Inclusion South-East Asia bootcamp, hosted by the Luxembourg House of Financial Technology (LHoFT).

Over the next two weeks in Luxembourg, Mr Souliyo will have the opportunity to connect with influential figures in the Inclusive Finance ecosystem, and work together towards accelerating impact by enhancing skills and strategic capabilities, fostering innovation, deepening understanding of regulatory frameworks, and building meaningful connections with key market players.

Luxembourg Aid & Development
MAE, Luxembourg
Gouvernement luxembourgeois

Address

Rue Dongpayna, Ban Saphanthong Neua, Sisattanak District
Vientiane

Alerts

Be the first to know and let us send you an email when Luxembourg Embassy in Laos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to Luxembourg Embassy in Laos:

Share