ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ

ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ ສໍານັກຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ ຕັ້ງຢູ່ ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ພະແນກປະຊາສໍາພັນ)

ທ່ານສາມາດຕິດຕາມຂ່າວການເຄື່ອນໄຫວໃນຂົງເຂດວຽກງານ ເຕັກໂນໂລຊີ ແລະ ການສື່ສານ ໄດ້ທີ່ເພຈນີ້

ກອງປະຊຸມເຜີຍແຜ່ບັນດານິຕິກໍາວຽກງານປ້ອງກັນພາຍໃນ ແລະ ພິທີເຊັນກົນໄກການປະສານງານ------------------- ໃນວັນທີ 03 ມີຖຸນາ 2026, ທີ...
03/06/2026

ກອງປະຊຸມເຜີຍແຜ່ບັນດານິຕິກໍາວຽກງານປ້ອງກັນພາຍໃນ ແລະ ພິທີເຊັນກົນໄກການປະສານງານ
-------------------
ໃນວັນທີ 03 ມີຖຸນາ 2026, ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມເຜີຍແຜ່ບັນດານິຕິກໍາວຽກງານປ້ອງກັນພາຍໃນ ແລະ ພິທີເຊັນກົນໄກການປະສານງານລະຫວ່າງ ກົມ 200, ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບ ກັບຄະນະປ້ອງກັນພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ໂດຍການເປັນປະທານຂອງ ທ່ານ ປອ. ສັນຕິສຸກ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກຕສ ພ້ອມດ້ວຍຫົວໜ້າຫ້ອງການ, ຫົວໜ້າກົມທຽບເທົ່າ, ພະນັກງານກົມ 200 , ຄະນະປ້ອງກັນພາຍໃນ ກຕສ ແລະ ບັນດາແຂກ ຈາກກະຊວງ ໂຍທາທິການ ແລະ ຂົນສົ່ງ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ກະຊວງ ການເງີນ ແລະ ທະນາຄານແຫ່ງ ສປປ ລາວ ເຂົ້າຮ່ວມ ຈຳນວນ 70 ກວ່າທ່ານ.
:
ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ເພື່ອເປັນການຈັດຕັ້ງປະຕິບັດຕາມແຜນການ ຂອງຄະນະປ້ອງກັນພາຍໃນ ກຕສ ທີ່ໄດ້ກຳນົດໄວ້ ແລະ ທັງເປັນ ການສະແດງເຖິງ ຄວາມເອົາໃຈໃສ່ຢ່າງໃກ້ຊິດ ຂອງຄະນະພັກ-ຄະນະນຳກະຊວງ ໃນການນຳພາ-ຊີ້ນໍາວຽກງານປ້ອງກັນພາຍໃນ. ພ້ອມນີ້, ກໍຍັງເປັນການເພີ່ມທະວີບົດບາດ ຂອງການນໍາພາ ວຽກງານດັ່ງກ່າວ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ຕິດພັນກັບໜ້າທີ່ການເມືອງ ໃນໄລຍະໃໝ່.
:
ກອງປະຊຸມໃນຄັ້ງນີ້, ໄດ້ມີພິທີເຊັນກົນໄກການປະສານງານ ລະຫວ່າງ ກົມ 200, ກົມໃຫຍ່ສັນຕິບານ ກະຊວງ ປ້ອງກັນຄວາມສະຫງົບ ແລະ ຄະນະປ້ອງກັນພາຍໃນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ເຊີ່ງຕາງໜ້າ ກຕສ ລົງນາມໂດຍ ທ່ານ ພວງປະເສີດ ແກ້ວສຸວັນ ຄະນະປະຈຳພັກກະຊວງ, ຫົວໜ້າຫ້ອງການ ກຕສ, ຫົວໜ້າຄະນະປ້ອງກັນພາຍໃນກະຊວງ ແລະ ຕາງໜ້າ ກະຊວງ ປ້ອງກັນຄວາມສະຫງົບ ໂດຍ ທ່ານ ພັນເອກ ສຸວັນ ທອງຈະເລີນ ຫົວໜ້າກົມ 200 ໂດຍການເປັນສັກຂີພິຍານ ຂອງທ່ານ ປອ ສັນຕິສຸກ ສິມາລາວົງ ລັດຖະມົນຕີ ກຕສ ພ້ອມດ້ວຍຄະນະປ້ອງກັນຈາກສອງພາກສວ່ນເຂົ້າຮ່ວມ.
:
ໃນວາລະກອງປະຊຸມດັ່ງກ່າວ ທ່ານ ປອ ສັນຕິສຸກ ສິມມາລາວົງ ໄດ້ຂຶ້ນມີຄຳເຫັນຕໍ່ກອງປະຊຸມ ທີ່ມີຄວາມໝາຍຄວາມສຳຄັນ ເຊີ່ງໄດ້ສະແດງເຖິງຄວາມເອົາໃຈໃສ່ຂອງຄະນະປ້ອງກັນພາຍໃນ,ໃນການເພີ່ມທະວີວຽກງານປ້ອງກັນພາຍໃນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ສອດຄ່ອງກັບສະພາບການປ່ຽນແປງໃໝ່ ທີ່ເຕັກໂນໂລຊີມີການພັດທະນາຢ່າງກ້າວກະໂດດ, ໄພຄຸກຄາມບໍ່ໄດ້ມີພຽງຮູບແບບທາງກາຍະພາບເທົ່ານັ້ນ ແຕ່ຍັງລວມເຖິງໄພຄຸກຄາມທາງໄຊເບີ ແລະ ຄວາມປອດໄພຂອງຂໍ້ມູນຂ່າວສານ. ດັ່ງນັ້ນ, ວຽກງານປ້ອງກັນພາຍໃນ ແມ່ນໜ້າທີ່ການເມືອງ ທີ່ມີຄວາມສໍາ ໃນການປ້ອງກັນ ແລະ ຮັບປະກັນໃຫ້ກະຊວງໃຫ້ມີຄວາມສະຫງົບ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ. ວຽກງານປ້ອງກັນພາຍໃນ ບໍ່ພຽງແຕ່ເປັນການຮັກສາຄວາມສະຫງົບເທົ່ານັ້ນ, ແຕ່ຍັງເປັນການປົກປ້ອງລະບອບປະຊາທິປະໄຕ ປະຊາຊົນ, ສະກັດກັ້ນທຸກກົນອຸບາຍຂອງສັດຕູ ຫຼື ຜູ້ທີ່ບໍ່ຫວັງດີ ທີ່ມຸ້ງຫວັງມ້າງເພຄວາມສາມັກຄີ ແລະ ຄວາມສະຫງົບພາຍໃນອົງການຈັດຕັ້ງ.

ຂ່າວ ແລະ ຮູບ ທ່ານ ພຸດດາວອນ ພາສຸວັນ

----------------------------------
ຕິດຕາມ ຂ່າວສານເຕັກໂນໂລຊີ ແລະ ການສື່ສານ
Telegram
https://t.me/mtcoflaos
YouTube
https://m.youtube.com/
Website
https://mtc.gov.la
WhatsApp
https://whatsapp.com/channel/0029VaUIR3n9Gv7Wf5EBF40

ທ່ານລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ປະທານສະມາຄົມ ນັກທຸລະກີດໜຸ່ມລາວ.----------------------- ໃນວັນທີ 02 ມີຖຸນາ 2...
03/06/2026

ທ່ານລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ປະທານສະມາຄົມ ນັກທຸລະກີດໜຸ່ມລາວ.
-----------------------
ໃນວັນທີ 02 ມີຖຸນາ 2026 ຜ່ານມາ, ທີ່ ຫ້ອງຮັບແຂກ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ທ່ານ ປອ. ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ສຸວາລີ ຄໍາຜຸຍ ປະທານສະມາຄົມ ນັກທຸລະກີດໜຸ່ມລາວ (ສທໜ) ພ້ອມດ້ວຍ ຄະນະສະມາຄົມ ນັກທຸລະກີດ ໜຸ່ມລາວ.
:
ໃນໂອກາດນີ້, ທ່ານ ນາງ ສຸວາລີ ຄໍາຜຸຍ ໄດ້ລາຍງານຫຍໍ້ ກ່ຽວກັບພາລະບົດບາດ ແລະ ໜ້າທີ່ຂອງສະມາຄົມ ພ້ອມທັງໄດ້ປືກສາຫາລື ທິດທາງໃນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ: ສທໜ ສາມາດເປັນກໍາລັງ ໃນການຊູກຍູ້ສົ່ງເສີມ ຜັນຂະຫຍາຍບົດບັນທຶກການຮ່ວມມື ລະຫວ່າງ ກຕສ ແລະ ສູນກາງຊາວໜຸ່ມ.
:
ຕອນທ້າຍ, ທ່ານລັດຖະມົນຕີ ໄດ້ອວຍພອນໄຊໃຫ້ ທ່ານ ຄະນະຜູ້ແທນ ຈາກສະມາຄົມນັກທຸລະກີດ ໜຸ່ມລາວ ປະສົບຜົນສໍາເລັດຢ່າງຈົບງາມ ແລະ ມີສຸຂະພາບແຂງແຮງ ນຳພາທຸລະກິດເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.

ຂ່າວ ແລະ ພາບ ທ່ານ ພຸດດາວອນ ພາສຸວັນ.

----------------------------------
ຕິດຕາມ ຂ່າວສານເຕັກໂນໂລຊີ ແລະ ການສື່ສານ
Telegram
https://t.me/mtcoflaos
YouTube
https://m.youtube.com/
Website
https://mtc.gov.la
WhatsApp
https://whatsapp.com/channel/0029VaUIR3n9Gv7Wf5EBF40

ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດຂະບວນການເຕະບານມິດຕະພາບຮ່ວມກັບ ກະຊວງການເງິນ-------------- ຫ້ອງການ ກອງທຶນພັດທະນາໂທລະຄົມມະ...
03/06/2026

ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດຂະບວນການເຕະບານມິດຕະພາບຮ່ວມກັບ ກະຊວງການເງິນ
--------------
ຫ້ອງການ ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດຂະບວນການເຕະບານມິດຕະພາບ ຮ່ວມກັບກະຊວງການເງິນ ຂຶ້ນໃນວັນທີ 02 ມີຖຸນາ 2026, ທີ່ເດີນເຕະບານໂກຣເດັນທີ ທ່າມກາງບັນຍາກາດແຫ່ງຄວາມສາມັກຄີ ແລະ ອົບອຸ່ນ. ໂດຍການເຂົ້າຮ່ວມຂອງທ່ານ ປອ ສັນຕິສຸກ ສິມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍທ່ານຮອງລັດຖະມົນຕີ, ຫົວໜ້າກົມ, ສູນ, ພະນັກງານ ແລະ ນັກກິລາ ທັງສອງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
:
ການເຕະບານມິດຕະພາບໃນຄັ້ງນີ້, ບໍ່ພຽງແຕ່ເປັນການສ້າງຂະບວນການອອກກຳລັງກາຍ ແລະ ເສີມສ້າງສຸຂະພາບເທົ່ານັ້ນ ແຕ່ຍັງເປັນການເສີມສ້າງຄວາມສາມັກຄີ, ຄວາມສຳພັນອັນດີງາມ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກະຊວງການເງິນ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ. ສຳລັບຜົນການແຂ່ງຂັນ ທັງສອງທີມຈົບລົງດ້ວຍໄຊຊະນະ ຂອງກະຊວງການເງິນ
6-3 ປະຕູ ທ່າມກາງສຽງເຊຍຢ່າງຄຶກຄື້ນ.

ຂ່າວ ແລະ ພາບ ທ່ານ ພຸດດາວອນ ພາສຸວັນ

----------------------------------
ຕິດຕາມ ຂ່າວສານເຕັກໂນໂລຊີ ແລະ ການສື່ສານ
Telegram
https://t.me/mtcoflaos
YouTube
https://m.youtube.com/
Website
https://mtc.gov.la
WhatsApp
https://whatsapp.com/channel/0029VaUIR3n9Gv7Wf5EBF40

ກອງປະຊຸມປຶກສາຫາລືກ່ຽວກັບ ການສະໝັກເຂົ້າເປັນສະມາຊິກຂອງອົງການການຮ່ວມມືປັນຍາປະດິດໂລກ-------------------ເພື່ອປຶກສາຫາລື ກ່ຽວກັ...
03/06/2026

ກອງປະຊຸມປຶກສາຫາລືກ່ຽວກັບ ການສະໝັກເຂົ້າເປັນສະມາຊິກຂອງອົງການການຮ່ວມມືປັນຍາປະດິດໂລກ
-------------------
ເພື່ອປຶກສາຫາລື ກ່ຽວກັບການເຊື້ອເຊີນ ຂອງ ສປ ຈີນ ໃຫ້ ສປປ ລາວ ເຂົ້າເປັນ ສະມາຊິກຂອງອົງການການຮ່ວມມືປັນຍາປະດິດໂລກ ໂດຍການຮ່ວມເຊັນສັນຍາສ້າງຕັ້ງອົງການ ການຮ່ວມມືປັນຍາປະດິດໂລກ ທີ່ຈະເປີດໃຫ້ເຊັນໃນເດືອນ 7 ປີ 2026 ທີ່ຈະມາເຖີງ. ດັ່ງນັ້ນ, ໃນວັນທີ 2 ມິຖຸນາ 2026, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຈຶ່ງໄດ້ຈັດກອງປະຊຸມປຶກສາຫາລື ວຽກງານດັ່ງກ່າວຂຶ້ນ. ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກຕສ ມີບັນດາຄະນະກົມ/ທຽບເທົ່າ ແລະ ຜູ້ຕາງຈາກບັນດາກະຊວງ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
:
ທ່ານ ໄຊຊະນະ ສິດທິພອນ ໄດ້ກ່າວວ່າ: ປັນຍາປະດິດ (AI) ໄດ້ກາຍມາເປັນເຕັກໂນໂລຊີ ທີ່ມາປະຕິວັດຂະ
ແໜງການຕ່າງໆ ແລະ ສົ່ງຜົນກະທົບອັນໃຫຍ່ຫລວງຕໍ່ການພັດທະນາເສດຖະກິດ ແລະ ສັງຄົມຂອງໂລກ ແຕ່ໃນລະດັບສາກົນ ຍັງບໍ່ມີອົງການຮ່ວມມືດ້ານ AI ຢ່າງເປັນທາງການເກີດຂຶ້ນ. ໃນພິທີເປີດການປະຊຸມ World Artificial Intelligence Conference, ທີ່ນະຄອນຊຽງໄຮ, ເດືອນກໍລະກົດ, ປີ 2025 ທີ່ຜ່ານມາ, ທ່ານ ລີ ຊຽງ ນາຍົກລັດຖະມົນຕີ ຂອງສາທາລະນະລັດຈີນ ໄດ້ສະແດງຊັດເຈນວ່າ ສປ ຈີນ ປາດຖະນາທີ່ຈະສ້າງໂອກາດ ໃນການຈັດຕັ້ງ “ອົງການຮ່ວມມືປັນຍາປະດິດໂລກ” ເພື່ອເປັນແພລດຟອມສາກົນ ສຳລັບການປຶກສາຫາລື, ການກຳນົດມາດຕະຖານ ແລະ ການຮ່ວມມືໃນການພັດທະນາ AI ຢ່າງປອດໄພ ແລະ ເປັນປະໂຫຍດຕໍ່ມວນມະນຸດ ໃນທົ່ວໂລກ. ພາຍຫຼັງການປະຊຸມດັ່ງກ່າວ ກະຊວງການຕ່າງປະເທດ ຂອງ ສປ ຈີນ ໄດ້ເປັນເຈົ້າພາບໃນການຮ່າງສັນຍາ ສ້າງຕັ້ງ “ອົງການຮ່ວມມືປັນຍາປະດິດໂລກ” ແລະ ຈັດກອງປະຊຸມປຶກສາຫາລື ກ່ຽວກັບຮ່າງສັນຍາດັ່ງກ່າວ ໂດຍເຊີນປະເທດຕ່າງໆ ເຂົ້າຮ່ວມເຊັ່ນ: ສປປ ລາວ, ກຳປູເຈຍ, ໄທ, ມາເລເຊຍ, ລັດເຊຍ, ບຣາຊິວ, ອາຟຣິກາໃຕ້, ບັນດາປະເທດອາຊີກາງ ແລະ ເອເມລິກາລາຕິນ ລວມປະມານ 40 ປະເທດ. ມາຮອດປັດຈຸບັນ ສປ ຈີນ ໃນຖານະປະເທດເຈົ້າພາບ ໄດ້ສົ່ງຮ່າງສັນຍາສຸດທ້າຍ ເພື່ອສະເຫນີໃຫ້ບັນດາປະເທດຕ່າງໆ ລົງນາມເຂົ້າເປັນສະມາຊິກ. ດັ່ງນັ້ນ, ກຕສ ຈຶ່ງໄດ້ຈັດກອງປະຊຸມຄັ້ງນີ້ຂຶ້ນ ເພື່ອປຶກສາຫາລື ກ່ຽວກັບຂໍສະເຫນີດັ່ງກ່າວ ໃຫ້ມີຜົນປະໂຫຍດສູງສຸດ.
ຂ່າວ ແລະ ພາບ: ເລັກເຊ່ຍ ສຸດທິວົງ.

----------------------------------
ຕິດຕາມ ຂ່າວສານເຕັກໂນໂລຊີ ແລະ ການສື່ສານ
Telegram
https://t.me/mtcoflaos
YouTube
https://m.youtube.com/
Website
https://mtc.gov.la
WhatsApp
https://whatsapp.com/channel/0029VaUIR3n9Gv7Wf5EBF40

ກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນ ໃນການຄຸ້ມຄອງກອງທຶນຂອງລັດ------------------ໃນຕອນບ່າຍຂອງວັນທີ 02 ມີຖຸນາ 2026, ທີ່ຫ້ອງປ...
02/06/2026

ກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນ ໃນການຄຸ້ມຄອງກອງທຶນຂອງລັດ
------------------
ໃນຕອນບ່າຍຂອງວັນທີ 02 ມີຖຸນາ 2026, ທີ່ຫ້ອງປະຊຸມ ສູນອິນເຕີເນັດ ແຫ່ງຊາດ, ໄດ້ມີກອງປະຊຸມປຶກສາຫາລື ແລະ ແລກປ່ຽນຖອດຖອນບົດຮຽນໃນການຄຸ້ມຄອງກອງທຶນຂອງລັດ ລະຫວ່າງ ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈີຕອນ (ກທດ), ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແລະ ກະຊວງການເງີນ. ພາຍໃຕ້ການເປັນປະທານຂອງ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ກຕສ, ຮອງປະທານສະພາບໍລິຫານ, (ຜູ້ປະຈໍາການ) ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ມີບັນດາຄະນະສະພາບໍລິຫານກອງທຶນ, ຄະນະກົມ, ຫ້ອງການ, ສະຖາບັນ, ສູນ ພາຍໃນ ກຕສ ແລະ ຕາງໜ້າຈາກກະຊວງການເງິນ ເຂົ້າຮ່ວມ.
:
ຈຸດປະສົງໃນກອງປະຊຸມຄັ້ງນີ້, ກໍ່ເພື່ອພົບປະແລກປ່ຽນຄວາມຮູ້, ປະສົບການ ແລະ ບົດຮຽນໃນການປະຕິບັດວຽກງານຕົວຈິງ ໃນການຄຸ້ມຄອງວຽກງານການເງິນຂອງກອງທຶນລັດ ເພື່ອນໍາໄປປັບປຸງ ແລະ ພັດທະນາວຽກງານໃຫ້ມີປະສິດທິພາບ ໂດຍສະເພາະ ການນໍາໃຊ້ລະບົບດິຈິຕອນເຂົ້າໃນວຽກງານການເງິນ, ການເຊື່ອມຕໍ່ລະບົບການຈັດເກັບລາຍຮັບກັບລະບົບອາກອນ ແລະ ການຄຸ້ມຄອງໂຄງການໃຫ້ມີຄວາມໂປ່ງໃສ ພ້ອມທັງເປັນການຍົກລະດັບໃນການຄຸ້ມຄອງ ແລະ ຈັດເກັບລາຍຮັບ ເຂົ້າກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ
:
ໃນວາລະກອງປະຊຸມ, ທ່ານ ຫັດສະດີ ພະລີຂັນ, ຮອງຫົວໜ້າຫ້ອງການກອງເລຂາ ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ, ກຕສ ໄດ້ນໍາສະເໜີບົດລາຍງານຫຍໍ້ ກ່ຽວກັບວຽກງານ ກທດໃນໄລຍະຜ່ານມາ, ຊຶ່ງທ່ານໄດ້ຍົກໃຫ້ເຫັນ ສະພາບກ່ຽວກັບຄວາມເປັນມາ ແລະ ບາງເນື້ອໃນຂອງ ດຳລັດວ່າດ້ວຍກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ, ພ້ອມທັງຂໍສະເໜີບາງປະເດັນສົນທະນາ ເພື່ອແລກປ່ຽນບົດຮຽນຮ່ວມກັບຂະແໜງການເງິນ ເປັນຕົ້ນ: ແລກປ່ຽນຂໍ້ມູນທີ່ຈຳເປັນເພື່ອໃຊ້ໃນການສົມທຽບ ແລະ ກວດສອບຄວາມຖືກຕ້ອງຂອງການມອບພັນທະເຂົ້າກອງທຶນ; ກົນໄກ, ຂັ້ນຕອນ ແລະ ລະບົບເຕັກໂນໂລຊີ ທີ່ກົມສ່ວຍສາອາກອນນຳໃຊ້ໃນການຄຸ້ມຄອງ ແລະ ຈັດເກັບອາກອນໃນປັດຈຸບັນ; ການບໍລິຫານ ແລະ ປະເມີນຜົນໂຄງການ; ການຄຸ້ມຄອງລາຍຈ່າຍ ແລະ ອື່ນໆ.
:
ກອງປະຊຸມ ໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນ, ບັນດາຜູ້ເຂົ້າຮ່ວມ ໄດ້ປະກອບຄຳເຫັນ ຕໍ່ບົດລາຍງານ ແລະ ແລກປ່ຽນບົດຮຽນຕໍ່ຄໍາຖາມເຈາະຈີ້ມ ຢ່າງກົງໄປກົງມາ ເພື່ອໃຫ້ວຽກງານກອງທຶນ ມີຄວາມຈະແຈ້ງ ໂປ່ງໃສ ຖືກຕ້ອງຕາມລະບຽບການ.
:
ຕອນທ້າຍທ່ານປະທານ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ຖືເປັນເວທີສໍາຄັນ ທີ່ໄດ້ເປີດໂອກາດໃຫ້ແຕ່ລະພາກສ່ວນ ໄດ້ຮ່ວມກັນຖອດຖອນບົດຮຽນ, ນໍາສະເໜີບັນຫາ ແລະ ແນວທາງແກ້ໄຂ ເພື່ອນໍາໄປປັບປຸງການປະຕິວັດວຽກງານໃນຕໍ່ໜ້າໃຫ້ມີຄວາມທັນສະໄໝ, ໂປ່ງໃສ ແລະ ມີປະສິດທິຜົນຍິ່ງຂື້ນ. ພ້ອມນັ້ນ, ທ່ານຍັງໄດ້ເນັ້ນຫນັກໃຫ້ນໍາເອົາບົດຮຽນ ແລະ ຂໍ້ສະເໜີຕ່າງໆ ຈາກການປຶກສາຫາລືໃນຄັ້ງນີ້ ໄປປັບໃຊ້ໃນການປະຕິບັດໜ້າທີ່ວຽກງານຕົວຈິງ ເພື່ອພັດທະນາວຽກງານກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ໃຫ້ມີຄວາມຍືນຍົງ ສາມາດເປັນກໍາລັງແຮງ ໃນການພັດທະນາ ຕາມເປົ້າໝາຍທີ່ວາງໄວ້.

ຂ່າວ: ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ
ຮຽບຮຽງ ແລະ ພາບ: ເລັກເຊ່ຍ ສຸດທິວົງ

----------------------------------
ຕິດຕາມ ຂ່າວສານເຕັກໂນໂລຊີ ແລະ ການສື່ສານ
Telegram
https://t.me/mtcoflaos
YouTube
https://m.youtube.com/
Website
https://mtc.gov.la
WhatsApp
https://whatsapp.com/channel/0029VaUIR3n9Gv7Wf5EBF40

ກຕສ ຈັດພິທີສະເຫຼີມສະຫຼອງວັນເດັກສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2026.----------------------ໃນຕອນເຊົ້າຂອງວັນທີ 02 ມິ...
02/06/2026

ກຕສ ຈັດພິທີສະເຫຼີມສະຫຼອງວັນເດັກສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2026.
----------------------
ໃນຕອນເຊົ້າຂອງວັນທີ 02 ມິຖຸນາ 2026 ນີ້, ຢູ່ທີ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ. ພິທີດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານ ໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍບັນດາທ່ານ ຮອງລັດຖະມົນຕີ, ບັນດາທ່ານ ຄະນະຫ້ອງການ, ກົມ, ສູນ, ສະຖາບັນ, ອົງການອ້ອມຂ້າງກະຊວງ, ພະນັກງານ, ຜູ້ປົກຄອງ ແລະ ນ້ອງໆເດັກນ້ອຍທີ່ເປັນລູກຂອງພະນັກງານ ເຂົ້າຮ່ວມຢ່າງພ້ອມພຽງ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ, ຄວາມອົບອຸ່ນ ແລະ ຮອຍຍິ້ມອັນສົດໃສ ຂອງເດັກໆທຸກຄົນ.
:
ໃນພິທີ, ທ່ານປະທານ ໄດ້ໃຫ້ກຽດກ່າວມີຄຳເຫັນວ່າ: ວັນເດັກສາກົນ ບໍ່ພຽງແຕ່ເປັນວັນແຫ່ງຄວາມມ່ວນຊື່ນຂອງເດັກນ້ອຍເທົ່ານັ້ນ, ແຕ່ມັນແມ່ນສິ່ງຢຳ້ເຕືອນໃຫ້ຜູ້ໃຫຍ່, ຜູ້ປົກຄອງ ແລະ ສັງຄົມ ໄດ້ຕື່ນຕົວ ແລະ ເຫັນໄດ້ເຖິງໜ້າທີ່ຮັບຜິດຊອບໃນການປົກປ້ອງ, ລ້ຽງດູ ແລະ ພັດທະນາຊັບພະຍາກອນມະນຸດຂອງຊາດ. ຄະນະພັກ, ຄະນະນຳ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໃຫ້ຄວາມສຳຄັນເປັນຢ່າງຍິ່ງ ແລະ ຖືເອົາວຽກງານການພັດທະນາເດັກນ້ອຍ-ເຍົາວະຊົນ ເປັນວຽກງານບູລິມະສິດສະເໝີມາ ໂດຍໄດ້ຊີ້ນຳ-ນຳພາ ຈັດກິດຈະກຳສະເຫຼີມສະຫຼອງວັນເດັກສາກົນ ຢ່າງເປັນຂະບວນຟົດຟື້ນ ແລະ ຕໍ່ເນື່ອງກັນມາທຸກໆປີ ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ ເພື່ອຢືນຢັນເຖິງຄວາມເອົາໃຈໃສ່ຢ່າງບໍ່ຢຸດຢັ້ງ ທີ່ມີຕໍ່ອະນາຄົດຂອງຊາດ. ພ້ອມນີ້, ທ່ານໄດ້ກ່າວຕື່ມວ່າ: ໃນຍຸກປະຈຸບັນ ເຊິ່ງເປັນຍຸກແຫ່ງເຕັກໂນໂລຊີ ແລະ ນະວັດຕະກຳດິຈິຕອນ, ກຕສ ໄດ້ເລັງເຫັນຄວາມສຳຄັນເປັນຢ່າງຍິ່ງ ໃນການສົ່ງເສີມໃຫ້ເດັກນ້ອຍລາວ ໄດ້ມີໂອກາດເຂົ້າເຖິງຄວາມຮູ້, ຂໍ້ມູນຂ່າວສານດິຈິຕອນ ແລະ ເຕັກໂນໂລຊີ ຢ່າງເທົ່າທຽມ. ພວກເຮົາຢາກເຫັນລູກຫຼານ ບໍ່ພຽງແຕ່ນຳໃຊ້ເຕັກໂນໂລຊີເພື່ອຄວາມມ່ວນຊື່ນ, ແຕ່ສາມາດນຳໃຊ້ໃຫ້ເກີດປະໂຫຍດ, ເປັນເຄື່ອງມືໃນການຮຽນຮູ້ ແລະ ພັດທະນາຕົນເອງຢ່າງປອດໄພ ແລະ ສ້າງສັນ. ພ້ອມດຽວກັນນັ້ນ, ການສ້າງສະພາບແວດລ້ອມທາງໄຊເບີ (Cybersecurity) ທີ່ປອດໄພສຳລັບເດັກ ກໍແມ່ນໜຶ່ງໃນພາລະກິດທີ່ ກຕສ ໃຫ້ຄວາມສຳຄັນຢ່າງສຸດກົກສຸດປາຍ ເພື່ອປົກປ້ອງລູກຫຼານຈາກໄພຄຸກຄາມຕ່າງໆໃນໂລກອອນລາຍ.
:
ນອກຈາກນີ້, ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ທີ່ໝູນວຽນມາບັນຈົບຄົບຮອບໃນວັນດຽວກັນ, ທ່ານປະທານ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍອັນເລິກເຊິ່ງວ່າ: ການປູກຕົ້ນໄມ້ກໍປຽບເໝືອນການບຳລຸງລ້ຽງເດັກນ້ອຍ, ຕົ້ນໄມ້ຕ້ອງການດິນດີ, ນຳ້ ແລະ ການເບິ່ງແຍງ ເພື່ອຈະເຕີບໃຫຍ່ເປັນຮົ່ມເງົາໃຫ້ແກ່ໂລກ, ສ່ວນເດັກນ້ອຍກໍຕ້ອງການຄວາມຮັກ, ຄວາມອົບອຸ່ນ ແລະ ການສຶກສາທີ່ດີ ເພື່ອເຕີບໃຫຍ່ເປັນຄົນດີ ແລະ ເປັນກຳລັງສຳຄັນຂອງສັງຄົມ ເຊັ່ນດຽວກັນ.
:
ໃນຕອນທ້າຍຂອງພິທີ, ທ່ານປະທານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະຈັດຕັ້ງພິທີ, ພະນັກງານທຸກທ່ານ ທີ່ໄດ້ເສຍສະຫຼະທັງແຮງກາຍແຮງໃຈຈັດງານຄັ້ງນີ້ຂຶ້ນມາຢ່າງມີຄວາມໝາຍ. ພ້ອມທັງໄດ້ອວຍພອນໃຫ້ລູກໆ ຫຼານໆ ເດັກນ້ອຍທຸກຄົນ ຈົ່ງມີສຸຂະພາບພົນລະນາໄມທີ່ແຂງແຮງ, ມີຄວາມສຸກໃນວັນເດັກ, ຕັ້ງໃຈສຶກສາຮ່ຳຮຽນ, ເປັນເດັກຄຳຮູ້ ຂອງພໍ່ແມ່ ແລະ ຄູອາຈານ ເພື່ອເຕີບໂຕຂຶ້ນມາເປັນກຳລັງສຳຄັນໃນການນຳພາປະເທດຊາດ ແລະ ເຕັກໂນໂລຊີຂອງລາວໃຫ້ກ້າວໄກ. ຫຼັງຈາກນັ້ນກໍໄດ້ໃຫ້ກຽດປະກາດເປີດ ພິທີສະເຫຼີມສະຫຼອງວັນເດັກສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2026 ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ຢ່າງເປັນທາງການ.

ແຫຼ່ງຂ່າວ:
ບົດຂ່າວ: ນ. ພອຍໄພລິນ ປາບພານ ພະແນກ ຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ
ຮູບພາບ: ພະແນກ ປະຊາສຳພັນ ຂ່າວສານ, ກຕສ.

----------------------------------
ຕິດຕາມ ຂ່າວສານເຕັກໂນໂລຊີ ແລະ ການສື່ສານ
Telegram
https://t.me/mtcoflaos
YouTube
https://m.youtube.com/
Website
https://mtc.gov.la
WhatsApp
https://whatsapp.com/channel/0029VaUIR3n9Gv7Wf5EBF40

ທ່ານ ລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຄະນະກຳມະການພັດທະນາ ແລະ ປະຕິຮູບ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ຫົວໜ້າສູນຮ...
01/06/2026

ທ່ານ ລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຄະນະກຳມະການພັດທະນາ ແລະ ປະຕິຮູບ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ຫົວໜ້າສູນຮ່ວມມືການນໍາໃຊ້ປັນຍາປະດິດ ຈີນ-ອາຊຽນ.
-------------
ໃນວັນທີ 01 ມີຖຸນາ 2026, ທີ່ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫຼິນ ເຈີໜານ, ຮອງຫົວໜ້າຄະນະກຳມະການພັດທະນາ ແລະ ປະຕິຮູບເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ, ຫົວໜ້າສູນຮ່ວມມືການນໍາໃຊ້ປັນຍາປະດິດ ຈີນ-ອາຊຽນ ພ້ອມດ້ວຍຄະນະ ເພື່ອຮ່ວມປຶກສາຫາລື ແລະ ແລກປ່ຽນກ່ຽວກັບສະພາບ ເຕັກໂນໂລຊີ ການສື່ສານ ພ້ອມທັງດຳເນີນການຮ່ວມມືດ້ານອຸດສາຫະກຳ AI ໃນ ສ ປປ ລາວ.
:
ໂອກາດດຽວກັນ, ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ບົດບາດອັນຕັ້ງໜ້າຂອງ ທ່ານ ຫຼິ້ນ ເຈີໜານ ໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ກັບ ບັນດາປະເທດສະມາຊິກ ອາຊຽນ, ໂດຍສະເພາະແມ່ນ ສປປ ລາວ. ເຊິ່ງປັດຈຸບັນ ລັດຖະບານໄດ້ສຸມໃສ່ວຽກງານການຫັນເປັນດິຈິຕອນ ຢ່າງຕັ້ງໜ້າ, ຍາດແຍ່ງການຊ່ວຍເຫຼືອ ແລະ ເສີມຂະຫາຍການຮ່ວມມື ເພື່ອພັດທະນາແຕ່ລະຂະແໜງການ ໃຫ້ທັນກັບສະພາບການພັດທະນາຂອງ ເຕັກໂນໂລຊີໃນຍຸກດິຈິຕອນ. ເຊິ່ງພວກເຮົາໄດ້ມີການກໍານົດວິໄສທັດການພັດທະນາ ເສດຖະກິດ ດິຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040) ແລະ ຍຸດທະສາດການພັດທະນາ ເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ໂດຍສະເພາະວຽກງານປັນຍາປະດິດ.
:
ສໍາລັບການຮ່ວມມືກັບ ສປ ຈີນ ໃນໄລຍະຜ່ານມາ: ກະຊວງ ຕສ ໄດ້ລົງນາມຮ່ວມກັບ ຄະນະພັດທະນາ ແລະ ປະຕິຮູບແຫ່ງຊາດ ຈີນ ມີ 4 ສະບັບ. ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍຄື ລັດຖະບານລາວ ພ້ອມແລ້ວທີ່ຈະຮ່ວມມືຢ່າງໃກ້ຊິດ ກັບຄະນະພັດທະນາ ແລະ ປະຕິຮູບ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ເວົ້າສະເພາະແມ່ນສູນຮ່ວມມືການນຳໃຊ້ປັນຍາປະດິດ ຈີນ-ອາຊຽນ ເພື່ອຜັນຂະຫຍາຍບັນດາເນື້ອໃນຈິດໃຈທີ່ໄດ້ປຶກສາຫາລືກັນ ໃຫ້ເກີດດອກອອກຜົນ ເປັນຮູບປະທຳ. ຕອນທ້າຍ ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ລັດຖະບານ ສປ ຈີນ ກໍ່ຄື ແຂວງກວາງຊີ ທີ່ໄດ້ຊ່ວຍເຫຼືອ ສປປ ລາວ ແລະ ອວຍພອນໄຊໃຫ້ ທ່ານ ຫຼິນ ເຈີໜານ ພ້ອມດ້ວຍຄະນະ ປະສົບຜົນສໍາເລັດຢ່າງຈົບງາມ ໃນການຢ້ຽມຢາມ ສປປ ລາວ ແລະ ມີສຸຂະພາບແຂງແຮງ ມີຄວາມສຸກຕະຫຼອດໄລຍະເວລາການພັກເຊົາຢູ່ ສປປ ລາວ ໃນຄັ້ງນີ້.

ຂ່າວ ແລະ ພາບ ທ່ານ ພຸດດາວອນ ພາສຸວັນ
----------------------------------
ຕິດຕາມ ຂ່າວສານເຕັກໂນໂລຊີ ແລະ ການສື່ສານ
Telegram
https://t.me/mtcoflaos
YouTube
https://m.youtube.com/
Website
https://mtc.gov.la
WhatsApp
https://whatsapp.com/channel/0029VaUIR3n9Gv7Wf5EBF40

ທ່ານ ລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຜູ້ອຳນວຍການສູນຄົ້ນຄວ້າ ແລະ ພັດທະນາຮ່ວມມືການຄ້າ ແລະ ການເງິນຂ້າມຊາຍແດນສາກົນ...
29/05/2026

ທ່ານ ລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຜູ້ອຳນວຍການສູນຄົ້ນຄວ້າ ແລະ ພັດທະນາຮ່ວມມືການຄ້າ ແລະ ການເງິນຂ້າມຊາຍແດນສາກົນ ແຂວງຢຸນນານ ສປ ຈີນ
---------

ໃນວັນທີ 29 ພຶດສະພາ 2026, ທີ່ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຈ. Yu Yimin, ຜູ້ອຳນວຍການສູນຄົ້ນຄວ້າ ແລະ ພັດທະນາຮ່ວມມືການຄ້າ ແລະ ການເງິນຂ້າມຊາຍແດນສາກົນ ແຂວງຢຸນນານ ສປ ຈີນ ພ້ອມດ້ວຍຄະນະຕິດຕາມ 03 ທ່ານ ເພື່ອລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການຂອງຄະນະຊ່ຽວຊານ ຈາກມະຫາວິທະຍາໄລການເງິນ ແລະ ເສດຖະສາດ ຢຸນນານ ສປ ຈີນ.
:
ໂອກາດດຽວກັນ, ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ທີ່ກົມເຕັກໂນໂລຊີດີຈີຕອນ ໄດ້ຮ່ວມມືກັບ ມະຫາວິທະຍາໄລການເງິນ ແລະ ເສດຖະສາດ ຢຸນນານ ໃນການຄົ້ນຄວ້າໂຄງການສ້າງພື້ນຖານໂຄງລ່າງດີຈີຕອນຂ້າມຊາຍແດນທີ່ໜ້າເຊື່ອຖື ລາວ-ຈີນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການຂົນສົ່ງຂ້າມຊາຍແດນ ໂດຍຜ່ານມາທັງສອງຝ່າຍໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ຢ່າງເປັນທາງການ ຢູ່ທີ່ນະຄອນຄຸນມິງ ແຂວງຢຸນນານ ສປ ຈີນ ໃນປີ 2025. ຫຼັງຈາກນັ້ນ, ສອງຝ່າຍໄດ້ສືບຕໍ່ຮ່ວມກັນຄົ້ນຄວ້າສ້າງແຜນພັດທະນາເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain) ແຫ່ງຊາດ ພ້ອມທັງຈັດກອງປະຊຸມປຶກສາຫາລືຜ່ານລະບົບອອນລາຍຮ່ວມກັນຢ່າງເປັນປົກກະຕິ ເພື່ອແນໃສ່ຊຸກຍູ້ການຫັນເປັນດີຈີຕອນໃນວຽກງານອໍານວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງຂ້າມຊາຍແດນ ລະຫວ່າງສອງປະເທດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.
:
ສຳລັບທິດທາງແຜນການຮ່ວມມືໃນຕໍ່ໜ້າ, ທັງສອງຝ່າຍໄດ້ປຶກສາຫາລື ແລະ ເຫັນດີຈະສືບຕໍ່ຊຸກຍູ້ການຮ່ວມມືກັນໃຫ້ເປັນຮູບປະທຳກວ່າເກົ່າ ເປັນຕົ້ນແມ່ນ: ການຈັດກອງປະຊຸມສໍາມະນາຮ່ວມກັນ ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ ໃຫ້ແກ່ສັງຄົມ; ການສຸມໃສ່ຄົ້ນຄວ້າ ແລະ ພັດທະນາໂຄງການສ້າງໂຄງລ່າງພື້ນຖານເຕັກໂນໂລຊີກຸ່ມຂໍ້ມູນຜູກພັນແຫ່ງຊາດ (Lao National Blockchain) ໃຫ້ປາກົດຜົນເປັນຈິງ; ພ້ອມທັງຈະເນັ້ນໃສ່ການພັດທະນາຊັບພະຍາກອນມະນຸດ ໂດຍການໃຫ້ທຶນການສຶກສາໄລຍະຍາວ ແກ່ນັກສຶກສາ ແລະ ບຸກຄະລາກອນລາວທີ່ມີພອນສະຫວັນ ແລະ ຄວາມຮູ້ຄວາມສາມາດ ໃນຂະແໜງການເຕັກໂນໂລຊີດີຈີຕອນ ຢູ່ ສປ ຈີນ ໃນອະນາຄົດ.

ຂ່າວ ແລະ ຮູບພາບ: ທ່ານ ພຸດດາວອນ ພາສຸວັນ

ປາຖະກະຖາ ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນທີ່ທົງໄຫຫີນ ຊຽງຂວາງ ຄົບຮອບ  67 ປີ  ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນ...
29/05/2026

ປາຖະກະຖາ ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນທີ່ທົງໄຫຫີນ ຊຽງຂວາງ ຄົບຮອບ 67 ປີ ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາຂອງພັກ ຄົບຮອບ 66 ປີ
---------------
ໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2026​, ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 05 ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ຄະນະພັກກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີປາຖະກະຖາວັນສໍາຄັນຂອງພັກຂອງຊາດກໍ່ຄື: ວັນຜ່າວົງປິດລ້ອມ ຂອງກອງພັນທີ່ສອງ ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 67 ປີ​ (18/05/1959-18/05/2026) ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາ ຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ ( 24/05/1960-24/05/2026 ) ພ້ອມກັບ ເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII. ພາຍໃຕ້ການເປັນ ປະທານຂອງ ສະຫາຍ ປອ.ສັນຕິສຸກ ສີມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຊຶ່ງມີບັນດາຄະນະພັກ-ຄະນະນຳກະຊວງ, ກົມ/ທຽບເທົ່າ, ບັນດາບໍລິສັດ ພ້ອມດ້ວຍສະມາຊິກພັກ-ພະນັກງານຫຼັກແຫຼ່ງ ທົ່ວກະຊວງ ເຂົ້າຮ່ວມ 355 ກວ່າສະຫາຍ.
:
ຈຸດປະສົງ ແລະ ເປົ້າໝາຍ ກໍ່ເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ກໍາແໜ້ນກ່ຽວກັບບັນດາແນວທາງຜົນງານຂອງຜູ້ນຳພັກ-ລັດ ຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາ ໃນການຕໍ່ສູ້ກັບພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່; ທັງເປັນການສຶກສາອົບຮົມ, ການຮໍ່າຮຽນເອົາມູນເຊື້ອຮັກຊາດ, ຄວາມສາມັກຄີ, ນ້ຳໃຈຕໍ່ສູ້ກູ້ຊາດບໍ່ຍອມຈຳນົນອັນພິລະອາດຫານ, ນ້ຳໃຈເສຍສະຫຼະອັນສູງສົ່ງຂອງຜູ້ນຳພັກ-ລັດ ທີ່ມີຕໍ່ປະເທດຊາດ ແລະ ເປັນການໂຄສະນາປຸກລະດົມນໍ້າໃຈຮັກຊາດ ຮັກລະບອບໃໝ່, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ປາກົດຜົນເປັນຈິງ ແລະ ເພື່ອລະນຶກຄືນມູນເຊື້ອເຫດການໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາໄປສູ່ເຂດທີໜັ້ນ ເຊີ່ງເປັນເຫດການໜື່ງທີ່ມີຄວາມໝາຍຄວາມສໍາຄັນໃນການຕໍ່ສູ້ປະຕິວັດຕ້ານການຮຸກຮານຂອງພວກລາເມືອງຂື້ນທັງແບບເກົ່າ ແລະ ແບບໃໝ່, ເປັນໝາກຜົນແຫ່ງການຕໍ່ສູ້ກູ້ຊາດ ພາຍໃຕ້ການນໍາພາຂອງພັກ ແລະ ແນວລາວຮັກຊາດ. ໃນໂອກາດດັ່ງກ່າວກໍ່ໄດ້ສາຍຮູບເງົາ ຫວນຄືນຊີວິດການເຄື່ອນໄຫວ ແລະ ຜົນງານທີ່ພົ້ນເດັ່ນຂອງ ບັນດາສະຫາຍຜູ້ນໍາພັກໃຫ້ແກ່ຜູ້ເຂົ້າຮ່ວມໄດ້ຮັບຊົມ ໂດຍຫຍໍ້ ໄດ້ຍົກໃຫ້​ເຫັນເຖິງ ​ສະພາບ​ ການ​ຖືກ​ປິດ​ລ້ອມ​ ແລະ ວິລະກຳການຜ່າວົງປິດລ້ອມ ​ຂອງ​ກອງພັນ​ທີ 2 ​ແຕ່ວັນ​ທີ 18/5-2/6/1959, ຄວາມໝາຍ ຄວາມ​ສຳຄັນ ​ແລະ ປັດ​​ໄຈ​ພື້ນຖານ ​ການຜ່າ​ ວົງປິດ​ລ້ອມ ​ຂອງ​ກອງ​ພັນ​ທີ 2 ​ເຊິ່ງໃນຄໍ່າຄືນວັນທີ 18 ພຶດ ສະພາ 1959 ຄະນະບັນຊາກອງພັນທີ 2 ພາຍໃຕ້ການຊີ້ນໍາ ຂອງສູນກາງພັກ.
:
ໃນໂອກາດດຽວກັນກໍໄດ້ມີພິທີປະກາດການຈັດຕັ້ງ ແລະ ຊັບຊ້ອນພະນັກງານ ນໍາພາ-ຄຸ້ມຄອງ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງ ສະຫາຍ ນາງ ວຽງທອງ ທິບພະວົງພັນ ຮອງຫົວໜ້າກົມຈັດຕັ້ງ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງ ຊຶ່ງບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງລ້ວນແລ້ວແຕ່ເປັນບຸກຄົນທີ່ມີຄວາມຮູ້ຄວາມສາມາດ, ມີປະສົບການ, ມີຜົນງານໃນຫຼາຍດ້ານ,ຜ່ານການບຸກບືນ-ຝຶກຝົນຫລໍ່ຫຼອມຕົນເອງເຮັດໃຫ້ມີການເຕີບໃຫຍ່ເຂັ້ມແຂງຂຶ້ນເປັນແຕ່ລະບາດກ້າວ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກການຈັດຕັ້ງເປັນຢ່າງດີ.
ໃນຕອນທ້າຍພິທີ ສະຫາຍ ປອ.ສັນຕິສຸກ ສີມມາລາວົງ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ກ່າວສະແດງຄວາມຍິນດີ ແລະ ຍ້ອງຍໍຊົມເຊີຍຜູ້ທີ່ໄດ້ຮັບການແຕ່ງຕັ້ງ, ທ່ານໄດ້ກ່າວເນັ້ນໜັກ ໃຫ້ຜູ້ຮັບໜ້າທີ່ໃໝ່ ແລະ ສະມາຊິກພັກ-ພະນັກງານ ຈົ່ງເອົາໃຈໃສ່ໃນການປະຕິບັດ ໜ້າທີ່ວຽກງາຂອງຕົນດ້ວຍຄວາມຮັບຜິດຊອບສູງ ນຳໃຊ້ຄວາມຮູ້ປະສົບການທີ່ມີ ເຂົ້າໃນການປະຕິບັດໜ້າທີ່ຂອງຕົນຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເພື່ອສຸມໃສ່ພັດທະນາວຽກງານໃນຂົງເຂດທີ່ຮັບຜິດຊອບໃຫ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ເຮັດໃຫ້ບັນລຸໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

ຂ່າວໂດຍ: ສິນທະນູ ພະຜົນໄຊ
ຮູບພາບ: ທ່ານ ພຸດດາວອນ ພາສຸວັນ

ຄະນະຜູ້ແທນ ກະຊວງເຕັກໂນໂລຊີແລະການສື່ສານ ເຂົ້າຮ່ວມ ສຳມະນາ ສ້າງຂີດຄວາມສາມາດດ້ານນະໂຍບາຍປັນຍາປະດິດ (AI Policy Forum 2026)----...
28/05/2026

ຄະນະຜູ້ແທນ ກະຊວງເຕັກໂນໂລຊີແລະການສື່ສານ ເຂົ້າຮ່ວມ ສຳມະນາ ສ້າງຂີດຄວາມສາມາດດ້ານນະໂຍບາຍປັນຍາປະດິດ (AI Policy Forum 2026)
-------------
ໃນລະຫວ່າງວັນທີ 18-21 ພຶດສະພາ 2026 ຜ່ານມາ, ຄະນະຜູ້ແທນຈາກກະຊວງເຕັກໂນໂລຊີແລະການສື່ສານ ໄດ້ເຂົ້າຮ່ວມ ກອງປະຊຸມສຳມະນາ ການສ້າງຂີດຄວາມສາມາດດ້ານນະໂຍບາຍດ້ານປັນຍາປະດິດ (AI Policy Forum 2026) ເຊີ່ງຈັດຂຶ້ນໂດຍ ກະຊວງພາຍໃນແລະຄວາມປອດໄພ (MOIS) ຮ່ວມກັບ ອົງການສັງຄົມຂໍ້ມູນຂ່າວສານແຫ່ງຊາດ (NIA) ສ.ເກົາຫຼີ, ມີຜູ້ເຂົ້າຮ່ວມ ໃນລະດັບຜູ້ກຳນົດນະໂຍບາຍດ້ານປັນຍາປະດິດ ຈາກ ສ.ເກົາຫຼີ, UNDESA, ກຳປູເຈຍ, ສາທາລະນະລັດໂດມີນິກັນ, ສປປ ລາວ, ມົງໂກລີ, ກາຊັກສະຖານ, ສີລັງກາ ແລະ ອຸສະເບກິສະຖານ.
:
ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ແບ່ງປັນປະສົບການຂອງ ສ.ເກົາຫຼີ, UNDESA ແລະ ບັນດາປະເທດ ໃນພາກພື້ນ ກ່ຽວກັບ ການພັດທະນາ ແລະ ນຳໃຊ້ປັນຍາປະດິດ ເຂົ້າໃນບໍລິການລັດແບບດິຈິຕອນ ແລະ ທັງໄດ້ແລກປ່ຽນການສ້າງຍຸດທະສາດປັນຍາປະດິດ (AI Strategy). ໃນກອງປະຊຸມ, ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ, ໄດ້ຕ່າງໜ້າບັນດາປະເທດທີ່ເຂົ້າຮ່ວມ ຂຶ້ນກ່າວມີຄຳເຫັນໃນພິທີເປີດສຳມະນາ, ຊຶ່ງທ່ານ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງກອງປະຊຸມ ແລະ ຍົກໃຫ້ເຫັນການພັດທະນາ LaoAI ຂອງ ສປປ ລາວ ທີ່ເປັນບາດກ້າວສຳຄັນ ໃນການຫັນຈາກລັດຖະບານດິຈິຕອນ ເປັນລັດຖະບານອັດສະລິຍະ (Agentic Government). ພ້ອມນັ້ນ, ໃນຊ່ວງດຳເນີນກອງປະຊຸມ, ທ່ານ ທະນົງເດືອນ ຕຸລິຫົງ ຮອງຫົວໜ້າສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ ກໍ່ໄດ້ຂຶ້ນລາຍງານ ກ່ຽວກັບ ການພັດທະນາດ້ານປັນຍາປະດິດຢູ່ລາວ, ສິ່ງທ້າທາຍ ແລະ ຄວາມຕ້ອງການຮ່ວມມືດ້ານ AI ຂອງ ສປປ ລາວ.
:
ກອງປະຊຸມສໍາມະນາໃນຄັ້ງນີ້, ຄະນະໄດ້ຮຽນຮູ້ ບົດຮຽນກ່ຽວກັບການສ້າງນະໂຍບາຍ, ຍຸດທະສາດ AI, ລະບຽບການ ແລະ ເຕັກໂນໂລຊີ ໃນການຂັບເຄື່ອນ AI ແລະ ລັດຖະບານດິຈິຕອນ, ໂດຍນຳໃຊ້ AI ເພື່ອຍົກລະດັບຈາກລັດຖະບານດິຈິຕອນ ເປັນ ລັດຖະບານອັດສະລິຍະ. ພ້ອມນັ້ນ, ຄະນະຈາກ ສປປ ລາວ ຍັງໄດ້ແລກປ່ຽນບົດຮຽນກັບປະເທດຕ່າງໆ ທີ່ໄດ້ເລີ່ມພັດທະນາ AI ນຳໃຊ້ເຂົ້າໃນ ວຽກງານບໍລິຫານລັດດີຈີຕອນ ເພື່ອເປີດໂອກາດ ໃນການຮ່ວມມື ດ້ານ AI ໃນຕໍ່ໜ້າ.
ຂ່າວ ແລະ ພາບ ສະຖາບັນຄົ້ນຄວ້າເຕັກໂນໂລຊີອັດສະລິຍະ

Address

Vientiane

Opening Hours

Monday 08:00 - 16:00
Tuesday 08:00 - 17:00
Wednesday 08:00 - 16:00
Thursday 08:00 - 16:00
Friday 08:00 - 16:00

Telephone

+85621243404

Alerts

Be the first to know and let us send you an email when ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ:

Share