16/01/2026
ລົງນາມຈັດຕັ້ງປະຕິບັດໂຄງການ ສົ່ງເສີມການພັດທະນາທາງດ້ານເສດຖະກິດສຳລັບແມ່ຍິງ ໃນ ສປປ ລາວ ............
ໃນວັນທີ 15 ມັງກອນ 2026 ທີ່ໂຮງແຮມ ດັບເບີນທີ ນະຄອນຫຼວງວຽງຈັນ ໄດ້ມີພິທີລົງນາມເຊັນສັນຍາຂໍ້ຕົກລົງການຈັດຕັ້ງປະຕິບັດໂຄງການ ສົ່ງເສີມການພັດທະນາທາງດ້ານເສດຖະກິດສຳລັບແມ່ຍິງ ໃນ ສປປ ລາວ ຫຼື The Women’s Economic Empowerment in Lao PDR (EMPOWER) ໂດຍການລົງນາມຂອງທ່ານ ວິທູນ ສິດທິມໍລະດາ ຮອງຫົວໜ້າກົມ ກຈນກ ກະຊວງ ອຄ, ທ່ານ ນາງ ບາບາລ່າ ໄມເຄີ ຮອງກໍານວຍການອົງການ GIZ ປະຈໍາ ສປປ ລາວ, ໂດຍມີທ່ານ ນາງ ມີຊາເອລ່າ ເຮັນ ນິ້ງ ຕ່າງໜ້າກະຊວງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາແຫ່ງເຢຍລະມັນເປັນພະຍານ , ໃນພິທີມີຜູ້ເຂົ້າຮ່ວມເຊິ່ງ ເປັນຕົວແທນສຳຄັນຈາກກະຊວງ ອຄ, ກະຊວງການເງິນ (M*F), ສຄອຊ, ພ້ອມທັງຕົວແທນຈາກ GIZ, BMZ ແລະ ສະຖານທູດເຢຍລະມັນເຂົ້າຮ່ວມຫຼາຍກວ່າ 40 ທ່ານ
ໂຄງການດັ່ງກ່າວ ແມ່ນໂຄງການພາຍໃຕ້ ການຮ່ວມມືລາວ-ເຢຍລະມັນ ໂດຍໄດ້ຮັບການສະໜັບສະໜູນທຶນ ຈາກກະຊວງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາເຢຍລະມັນ (BMZ). ໂດຍມີກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ກຈນກ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຄູ່ຮ່ວມຈັດຕັ້ງປະຕິບັດຫຼັກຂອງໂຄງການ.
ຈຸດປະສົງຫຼັກຂອງໂຄງການແມ່ນເພື່ອສົ່ງເສີມການມີສ່ວນຮ່ວມທາງດ້ານເສດຖະກິດຂອງແມ່ຍິງໃນບັນດາແຂວງເປົ້າໝາຍໃນ ສປປ ລາວ
ໃນວັນທີ 4 ພະຈິກ 2025, GIZ ໄດ້ຮັບໜັງສືຢັ້ງຢືນຢ່າງເປັນທາງການໂດຍແຕ່ງຕັ້ງໃຫ້ DOSMEP ເປັນຄູ່ຮ່ວມຈັດຕັ້ງປະຕິບັດໂຄງການ EMPOWER. ດັ່ງນັ້ນ GIZ ແລະ DOSMEP ຈຶ່ງໄດ້ຕົກລົງເຫັນດີຈັດພິທີລົງນາມໃນຂໍ້ຕົກລົງການຈັດຕັ້ງປະຕິບັດຢ່າງເປັນທາງການໃນວັນທີ 15 ມັງກອນ 2026 ນີ້
ຈຸດປະສົງຂອງກອງປະຊຸມ ລົງນາມເຊັນສັນຍາຂໍ້ຕົກລົງການຈັດຕັ້ງປະຕິບັດໂຄງການລະຫວ່າງ DOSMEP MoIC ແລະ GIZF ນຳສະເໜີ ໂຄງການສົ່ງເສີມການພັດທະນາທາງດ້ານເສດຖະກິດສຳລັບແມ່ຍິງໃນ ສປປ ລາວ (EMPOWER), ໃຫ້ບັນດາຄູ່ຮ່ວມມືອື່ນໆ, ໂດຍສະເພາະບັນດາຕົວແທນຈາກ ກະຊວງການເງິນ (M*F), ສຄອຊ, ແລະ ພະແນກຕ່າງໆທີ່ກ່ຽວຂ້ອງຈາກ ກະຊວງ ອຄ ແລະ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບ ຂອດນະໂຍບາຍ ແລະ ກົດລະບຽບທາງດ້ານການເງິນ, ລວມທັງຂອດວຽກບໍລິຫານ-ການຈັດຊື້-ຈັດຈ້າງຂອງໂຄງການ, ທີ່ຈະໄດ້ມີການພົວພັນປະສານງານ ແລະ ນຳໃຊ້ ໃນລະຫວ່າງການຈັດຕັ້ງປະຕິບັດກິດຈະກຳຕ່າງຂອງໂຄງການ.