29/04/2026
Partenariats canadiens en appui à la santé des enfants en RDP lao 👶🏥
Le Canada remercie deux partenaires caritatifs canadiens, la Fondation Ptarmigan et RAD-AID International, pour leur soutien généreux et de longue date à Lao Friends Hospital for Children. Ensemble, leurs actions renforcent les soins néonatals, l’imagerie médicale et la formation clinique du personnel de santé au Laos. Ces progrès sont le fruit de plusieurs années de collaboration soutenue au service des nouveau nés et du diagnostic pédiatrique. 🩻
Grâce à l’engagement direct d’experts canadiens au Laos, notamment par la formation, le don d’équipement et l’échange de connaissances à long terme, Ptarmigan et RAD-AID renforcent la capacité de l’hôpital à offrir des soins de qualité aux enfants et aux familles. Leur travail illustre l’impact concret des Canadiens au Laos 🇨🇦🤝🇱🇦
____
ການຮ່ວມມືຂອງການາດາ ເພື່ອເສີມສ້າງສຸຂະພາບເດັກໃນ ສປປ ລາວ 👶🏥
ການາດາ ຂໍສະແດງຂອບໃຈມາຍັງສອງອົງການ ການກຸສົນຂອງການາດາເຊິ່ງເປັນຄູ່ຮ່ວມງານຂອງພວກເຮົາຄື: ມູນນິທິ Ptarmigan ແລະ ອົງການ RAD-AID ທີ່ໄດ້ໃຫ້ການສະໜັບສະໜູນທີ່ດີຢ່າງສະເໝີຕົ້ນສະເໝີປາຍ ແລະ ຍາວນານ ໃຫ້ແກ່ໂຮງໝໍເພື່ອນລາວສຳລັບເດັກ (LFHC) ໃນ ສປປ ລາວ. ດ້ວຍການຮ່ວມມືກັນ, ວຽກງານຂອງພວກເຂົາ ໄດ້ຊ່ວຍປັບປຸງການດູແລເດັກເກີດໃໝ່, ການວິນິດໄສດ້ວຍພາບຖ່າຍທາງການແພດ ແລະ ການຝຶກອົບຮົມທາງດ້ານຄລີນິກໃຫ້ແກ່ບຸກຄະລາກອນທາງການແພດໃນທົ່ວປະເທດລາວ. ຄວາມຄືບໜ້າເຫຼົ່ານີ້ສະແດງໃຫ້ເຫັນເຖິງການຮ່ວມມືຢ່າງຕໍ່ເນື່ອງມາເປັນເວລາຫຼາຍປີ ທີ່ເນັ້ນໃສ່ທັງການຊ່ວຍຊີວິດເດັກນ້ອຍເກີດໃໝ່ ແລະ ການຍົກລະດັບຂີດຄວາມສາມາດໃນການວິນິດໄສພະຍາດສຳລັບຄົນເຈັບທີ່ເປັນເດັກນ້ອຍ. 🩻
ຜ່ານການລົງມືປະຕິບັດຕົວຈິງໂດຍຜູ້ຊ່ຽວຊານຄົນການາດາໃນລາວ, ເຊິ່ງລວມມີການຝຶກອົບຮົມ, ການບໍລິຈາກອຸປະກອນ ແລະ ການແລກປ່ຽນຄວາມຮູ້ໃນໄລຍະຍາວ, ມູນນິທິ Ptarmigan ແລະ ອົງການ RAD-AID ພວມເສີມສ້າງຂີດຄວາມສາມາດໃຫ້ແກ່ໂຮງໝໍເພື່ອນລາວສຳລັບເດັກ (LFHC) ໃນການບໍລິການປິ່ນປົວທີ່ມີຄຸນນະພາບ ໃຫ້ແກ່ເດັກນ້ອຍ ແລະ ຄອບຄົວ. ວຽກງານຂອງພວກເຂົາ ໄດ້ສະແດງໃຫ້ເຫັນເຖິງໝາກຜົນຕົວຈິງທີ່ຄົນການາດາໄດ້ສ້າງໃນລາວ 🇨🇦🤝🇱🇦