28/05/2026
#ຮ່ວມບໍລິຈາກຜ່ານ_BCELOneHeart ໃນໂຄງການ “ສ້ອມແປງຫຼັງຄາໂຮງຮຽນມັດທະຍົມສຶກສາຕອນປາຍບໍ່ໂອ, ບ້ານບໍ່ໂອ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ” ເພື່ອລະດົມທຶນໃນການສືບຕໍ່ສ້ອມແປງຫຼັງຄາໂຮງຮຽນໃຫ້ໄດ້ມາດຕະຖານ ແລະ ເປັນບ່ອນຮຽນໃຫ້ແກ່ນ້ອງນັກຮຽນ.
ປະຈຸບັນນີ້ ໂຮງຮຽນພວກເຮົາກໍຄົບຮອບ 39 ປີ. ຕຶກ, ອາຄານຮຽນແຕ່ລະຕຶກກໍຖືວ່າມີອາຍຸການນໍາໃຊ້ທີ່ດົນພໍສົມຄວນ ແລະ ເລີ່ມມີການຊຸດໂຊມ ໂດຍສະເພາະແມ່ນ ໂຄງຫຼັງຄາຂອງໂຮງຮຽນທີ່ເປັນໄມ້ ເປ່ເພຫຼາຍຍ້ອນປວກກິນ ບໍ່ສາມາດຢູ່ໄດ້ ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນທີ່ຕ້ອງປ່ຽນໂຄງຫຼັງຄາໄປເປັນໂຄງເຫຼັກ. ເຊິ່ງໃນການປ່ຽນໂຄງຫຼັງຄາໃນຄັ້ງນີ້ແມ່ນນຳໃຊ້ງົບປະມານທີ່ຫຼາຍພໍສົມຄວນ ແລະ ໃນໄລຍະທີ່ຜ່ານມາທາງໂຮງຮຽນ ພ້ອມດ້ວຍສະມາຄົມພໍ່ແມ່ນັກຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ, ຄູອາຈານ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງຫາດຊາຍຟອງ ກໍໄດ້ພະຍາຍາມລະດົມທຶນຈາກພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ຈາກພາກສ່ວນຕ່າງໆ ແຕ່ກໍຍັງບໍ່ພຽງພໍທີ່ຈະລົງມືສ້ອມແປງໄດ້ເທື່ອ. ເພື່ອໃຫ້ໂຄງການສ້ອມແປງໂຄງຫຼັງຄາສາມາດດຳເນີນການໄດ້ແມ່ນຍັງຕ້ອງການທຶນຊ່ວຍເຫຼືອເພີ່ມຕື່ມ ເຊີ່ງງົບປະມານດັ່ງກ່າວແມ່ນຈະນຳໃຊ້ເຂົ້າໃນການຊື້ເຫຼັກ, ສັງກະສີ, ແຜ່ນລຽບສະມາດບອດ, ໄມ້ເຊີລ້າ, ທູບຈອດ… ເນື່ອງຈາກງົບປະມານສ່ວນໃຫຍ່ກໍແມ່ນໄດ້ມາຈາກການລະດົມທຶນຈາກພາກສ່ວນຕ່າງໆ. ດັ່ງນັ້ນ, ການເປີດການລະດົມທຶນຜ່ານ BCEL OneHeart ໃນຄັ້ງນີ້ກໍໍເປັນອີກໜຶ່ງຊ່ອງທາງໃນການລະດົມທຶນຮອນເຂົ້າໂຮງຮຽນເພື່ອໝູນໃຊ້ເຂົ້າໃນການສ້ອມແປງຫຼັງຄາໃຫ້ສຳເລັດ ພາຍໃຕ້ຊື່ໂຄງການ “ສ້ອມແປງຫຼັງຄາໂຮງຮຽນມັດທະຍົມສຶກສາຕອນປາຍບໍ່ໂອ, ບ້ານບໍ່ໂອ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ”
ການບໍລິຈາກຜ່ານ BCEL OneHeart ແມ່ນຊ່ວຍອໍານວຍຄວາມສະດວກດ້ານລະບົບຊ່ອງທາງໃນການລະດົມທຶນຈາກສັງຄົມເທົ່ານັ້ນ, ການປະຕິບັດການນໍາໃຊ້ເງິນຕົວຈິງທີ່ໄດ້ຮັບຈາກການຮ່ວມບໍລິຈາກຂອງສັງຄົມ ແມ່ນຢູ່ໃນຄວາມຮັບຜິດຊອບຂອງເຈົ້າຂອງໂຄງການ ແລະ ການນໍາໃຊ້ຈໍານວນເງິນທີ່ຮັບບໍລິຈາກ ເພື່ອນໍາໄປໝູນໃຊ້ເຂົ້າໃນຈຸດປະສົງຂອງໂຄງການນັ້ນ
ທ່ານສາມາດສອບຖາມຂໍ້ມູນເພີ່ມຕື່ມໂດຍກົງ ກ່ອນບໍລິຈາກກັບເຈົ້າຂອງໂຄງການ ໂຮງຮຽນມັດທະຍົມສຶກສາຕອນປາຍບໍ່ໂອ, ເບີໂທ 020 28793549
#ລາຍລະອຽດ ແລະ ຊ່ອງທາງບໍລິຈາກ https://oneheart.la/projects/638
------------------------------------------
ວິທີບໍລິຈາກ:
1. Login ເຂົ້າ App BCEL One
2. ເລືອກ OneHeart
3. ເລືອກໂຄງການ
4. ກົດປຸ່ມບໍລິຈາກ (ຢູ່ມູມຂວາເທິງສຸດ)
5. ໃສ່ຈຳນວນເງິນທີ່ຕ້ອງການບໍລິຈາກ
ຫຼື Scan QR Code ເພື່ອບໍລິຈາກ
ຫົວໃຈດຽວກັນ