25/03/2026
ສໍາເລັດການອົບຮົມຜູ້ບໍລິຫານກິລາ ແຂວງ ໄຊຍະບູລີ
ໃນວັນທີ 17 - 19 ມີນາ 2026, ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ຈັດການອົບຮົມຜູ້ບໍລິຫານກິລາໃຫ້ນັກສໍາມະນາກອນກິລາທ້ອງຖິ່ນ ທີ່ເມືອງໄຊຍະ, ແຂວງ ໄຊຍະບູລີ, ໂດຍມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 22 ທ່ານ ແລະ ມີເພດຍິງ 5 ທ່ານ, ຈາກ 6 ຕົວເມືອງພາຍໃນແຂວງ, ໂດຍຈຸດປະສົງສຸມໃສ່ການໃຫ້ຄວາມຮູ້ທາງດ້ານກິລາແກ່ຜູ້ບໍລິຫານຂັ້ນທ້ອງຖິ່ນ ທີ່ອ້າງອີງຈາກປະສົບການໂຕຈິງຂອງຜູ້ບໍລິຫານຈາກສູນກາງກໍຄື ຄະນະກໍາມະການໂອແລມປິກແຫ່ງຊາດລາວ, ເພື່ອຍົກທັກສະ, ແນວຄວາມຄິດທີ່ຈະສົ່ງເສີມໃນດ້ານການພັດທະນາກິລາ ແລະ ສ້າງບຸກຄະລາກອນກິລາໃນທ້ອງຖິ່ນໃຫ້ມີການເຂົ້າຮ່ວມແຂ່ງຂັນ ເລີ່ມຈາກພາຍໃນແຂວງເປັນຕົ້ນ.
ນອກຈາກນີ້, ຄະນະຈັດຝຶກອົບຮົມ ຍັງໄດ້ຖ່າຍທອດປະສົບການຜ່ານບົດຮຽນຕ່າງໆໃຫ້ແກ່ນັກສໍາມະນາກອນທີ່ເຂົ້າຮ່ວມ, ເຊິ່ງມີ ປະຫວັດຄວາມເປັນມາຂອງຂະບວນການໂອແລມປິກສາກົນ ແລະ ປະຫວັດຂະບວນການກິລາລາວ ແລະ ໂອແລມປິກລາວ ໃນເບື້ອງຕົ້ນແລ້ວໄປຕາມລໍາດັບເຊັ່ນ: ການພັດທະນານັກກິລາ, ການພັດທະນາຈັດການແຂ່ງຂັນຕາມລະບຽບຂອງສາກົນ ແລະ ການວາງແຜນການເຂົ້າຮ່ວມການແຂ່ງຂັນ.
Completed training for sports administrators in Xayaboury Province
On March 17-19, 2026, the Lao National Olympic Committee organized a sports administrator training for local sports administrators in Xayaboury District, Xayaboury Province, with a total of 22 male and 5 female participants from 6 cities in the province. The objective was to provide local administrators with sports knowledge based on the real-life experiences of administrators from the central government, the Lao National Olympic Committee, to enhance skills and ideas to promote sports development and create local sports personnel to participate in competitions, starting from within the province.
In addition, the training team also shared experiences through various lessons with the participating seminarians, which included the history of the International Olympic Process and the history of the Lao Sports Process and the Lao Olympics, initially in the following order: athlete development, development of competitions according to international regulations, and planning for participation in competitions.