05/06/2020
5/6/2020.
# ( ເລື່ອງປະຊາຊົນລາວຮູ້ຄວາມຈິງຂອງປະເທດລາວ). ຕອນທີ່1
ເມື່ອກ່ອນ ສປປລ ເອີ້ນວ່າ: ຣາຊ໌ອານາຈັກລາວ ລ້ານຊ້າງ,ປົກຄອງກັນມາຢ່າງຍາວນານ,ຊື້ງໃນທາງປະຫວັດສາດແລ້ວຊາວໂລກຮັບຮູ້ເປັນຢ່າງດີ.
ລາວຕົກເປັນຫົວເມືອງຂື້ນຂອງຕ່າງຊາດ ມາໂດຽຕະລອດໃນນະທີ່ນີ້ ພວກເຮົາຈະບໍ່ຍົກຂື້ນມາເມີດ ເພາະມັນມີໃນປະຫວັດສາດລາວເປັນທີ່ຮຽບຮ້ອຍແລ້ວ,ພວກເຮົາຈະຍົກຂື້ນມາເປັນບາງສ່ວນເທົ່ານັ້ນທີ່ເຫັນວ່າບໍ່ທີ່ປະຫວັດສາດຊາດລາວຖືກປິດບັງເທົ່ານັ້ນ.
ການຍົກບັນຫານີ້ຂື້ນມາກໍ່ເພື່ອວັດຖຸປະສົງດັ່ງຕໍ່ໄປນີ້.
- ວັດຖຸປະສົງອັນທີ່ນື່ງ ພວກເຮົາຢາກໃຫ້ຄົນລາວດ້ວຽກັນຮັບຮູ້ວ່າ: ຕະລອດໄລຍະຜ່ານມາຈົນເຖີງປັດຈຸບັນນີ້ ປະເທດລາວຍັງບໍ່ທັນໄດ້ລຸດພົ້ນອອກຈາກການເປັນຫົວເມືອງຂື້ນຂອງຊາວຕ່າງຊາດເໜືອນດັ່ງທີ່ຄິດແລະຄົນລາວຈຳນວນນື່ງທີ່ກຳລັງເຂົ້າໃຈຜິດຢູ່ໃນເວລານີ້ວ່າ(ມັນບໍ່ແມ່ນຄວາມຈິງ) ຄົນລາວຈຳນວນນື່ງກຳລັງເຂົ້າໃຈຜິດວ່າຊາດລາວໄດ້ຮັບເອກລາດແລ້ວນັ້ນແມ່ນຄວາມເຂົ້າໃຈຜິດ.
- ວັດຖຸປະສົງອັນທີ່ສອງ. ພວກເຮົາມີວັດຖຸປະສົງເພື່ອຢາກປຸກຈິດສໍານຶກຂອງນັກສຶກສາ,ປັນຍາຊົນຂອງລາວລຸ້ນໃໝ່ນີ້,ໃຫ້ມີຄວາມຕື່ນຕົວກ່ຽວກັບບັນຫາຂອງຊາດລາວເຮົາ,ແລະຫັນມາຊ່ວຍກັນຄົ້ນຄິດກ່ຽວກັບຄວາມຈິງໃນລາວເຮົາວ່າປັດຈຸບັນນີ້ມັນເກີດຫຍັງຂື້ນໃນສັງຄົມລາວແລະຄວາມເສຍຫາຍໃຫ້ແກ່ຊາດລາວເຮົາ.
- ວັດຖຸປະສົງອັນທີ່ສາມ.ເພື່ອຢາກໃຫ້ນັກສາ,ປັນຍາຊົນຂອງລາວເຮົາທົ່ວປະເທດມາຊ່ວຍກັນແກ້ໄຂບັນຫາທີ່ປະວັດສາດລາວເຮົາບາງຕອນຖືກລົບລ້າງແລະຖືກສ້າງປະວັດສາດປອມຂື້ນມາແທນເພື່ອຫວັງຈະສ້າງປັນຫາໃຫ້ຄົນລາວເຮົາເຂົ້າໃຈຜິດຕໍ່ບັນພະບູລຸດຂອງຕົນເອງ,ຊື່ງເຫັນກັນຢູ່ທຸກມື້ນີ້ທີ່ວຽດນາມເອົາຮູບຈຳລອງຂອງໂຮຈີມີນເຂົ້າໄວ້ຢູ່ໃນແຜ່ນດິນລາວແລະບັງຄັບໃຫ້ຄົນລາວເຮົາໄປກາບໄຫວ້ດັ່ງທີ່ເຫັນນັ້ນລະແລະຮູບຈຳລອງຂອງໄກສອນ ມີໃນທົ່ວທຸກເມືອງຂອງປະເທດລາວຊື່ງມັນສະແດງໃຫ້ເຫັນວ່າຊາດລາວເຮົາບໍ່ທັນໄດ້ລຸດພົ້ນຈາກການເປັນຫົວເມືອງຂື້ນຂອງຕ່າງຊາດ.
- ວັດຖຸປະສົງອັນທີ່ສີ່.ພວກເຮົາມີວັດຖຸປະສົງຢາກໃຫ້ຄົນລາວເຮົາທີ່ຍັງຢູ່ໃນປະເທດລາວປັດຈຸບັນນີ້ມີຄວາມສາມັກຄີກັນແລະເຂົ້າໃຈປັນຫາທີ່ແທ້ຈິງຂອງຊາດລາວເຮົານັ້ນວ່າແມ່ນຫຍັງກັນແທ້,ແລະຫັນມາຮ່ວມມືກັນຄິດເພື່ອຫາທາງທີ່ຖືກຕ້ອງແລະເມາະສົມກັບສະພາບຄວາມເປັນຈິງໃນປະເທດຂອງເຮົາ.
-.ວັດຖຸປະສົງອັນທີຫ້າ. ເພື່ອຢາກໃຫ້ຄົນລາວເຮົາຢູ່ໃນປະເທດໂດຽບໍ່ໄດ້ຈຳແນກຊົນເຜົ່າເພື່ອໃຫ້ເຂົ້າໃຈແຈ້ງວ່າ:ຄົນລາວເຮົາຖືກຫລອກລວງມາໂດຽຕະລອດຈົນເຖີງປັດຈຸບັນນີ້ ກໍ່ຍັງຖືກຕົວະຍົວະລອກລວງເຊັ່ນກັນແລະເພື່ອໃຫ້ຄົນລາວພວກເຮົາຮູ້ຈຳແນກວ່າອັນເປັນຄວາມຈິງແລະອັນໃດເປັນຄວາມເທັດສ໌ແລະໃຫ້ຮູ້ວິທີແກ້ໄຂ.
- ວັດຖຸປະສົງອັນທີ່ຫົກ. ເພື່ອຢາກໃຫ້ຄົນລາວເຮົາຮັບູ້ວ່າການນຳຂອງ ສປປລ ເຮົານັ້ນ,ຄວາມຈິງບໍ່ແມ່ນຄົນລາວເຮົາທັງເມີດແລະເພື່ອຢາກໃຫ້ຄົນລາວເຮົາຢູ່ໃນປະເທດຮັບຮູ້ຢ່າງຈະແຈ້ງວ່າ: ຄົນລາວທີ່ພວກເພີ່ນຢູ່ຕ່າງປະເທດນັ້ນກໍ້ແມ່ນຄົນລາວທີ່ແທ້ຈິງ,ເຊື້ອຊາດລາວຂອງພວກເຮົາ,ພວກເພີ່ນມີຄວາມຈາເປັນຈຶ່ງໄດ້ໜີອອກຈາກປະເທດແລະຢາກໃຫ້ຄົນລາວເຮົາພາຍໃນປະເທດສືກສາເບີ່ງວ່າດ້ວຽສາຍເຫດໃດກັນແທ້ພວກເພີ່ນຈື່ງໜີອອກຈາກປະເທດ.
- ວັດຖຸປະສົງອັນທີ່ເຈັດ. ເພື່ອຢາກໃຫ້ນັກສຶກສາ,ປັນຍາຊົນຂອງລາວເຮົາຄວນສຶກສາເບິ່ງວ່າ: ພວກເພີ່ນໜີອອກນອກປະເທດເພື່ອປະປ່ອຍໃຫ້ພວກເຮົາຢູ່ພາຍໃນປະເທດຕາມລຳພັງແທ້ບໍ່.
ສະນັ່ນ ພວກເຮົາຈື່ງໄດ້ຮວບຮວມເອົາປັນຫາທີ່ແທ້ຈິງຂອງປະເທດເຮົາມາຍົກໃຫ້ເຫັນເຖີງວັດຖຸປະສົງດັ່ງກ່າວມາຂ້າງເທິງນັ້ນ,ແລະລະດັບຄາດໝາຍຫຼື(ເປົ້າໝາຍຂອງພວກເຮົາໃນຕອນຖັດໄປ.) ຂໍຂອບໃຈ.