04/01/2025
ໃນຍຸກທີ່ຊັບພະຍາກອນທຳມະຊາດໄດ້ຮັບຜົນກະທົບຈາກການປ່ຽນແປງທາງສິ່ງແວດລ້ອມເຊັ່ນ: ໝາກໂກໂກ້ຄາດວ່າຈະຫຼຸດລົງ 11 ສ່ວນຮ້ອຍໃນປີ 2024, ປະຊາກອນຫຼາຍກວ່າ 1,8 ລ້ານຄົນຄາດວ່າຈະເຂົ້າເຖິງນໍ້າສະອາດໄດ້ຍາກຂຶ້ນໃນປີ 2025 ແລະ ອື່ນໆ, ການສົ່ງເສີມການຜະລິດ ແລະ ການບໍລິໂພກແບບຍືນຍົງຈຶ່ງເປັນທາງເລືອກສຳຄັນທີ່ຕ້ອງໄດ້ມີການປັບໃຊ້ເພື່ອຮັບປະກັນການສະໜອງ ຊັບພະຍາກອນທີ່ພຽງພໍຕໍ່ກັບສັງຄົມ. ທັງນີ້ທັງນັ້ນ, ການຜະລິດທີ່ຍືນຍົງ ກໍຕ້ອງໄດ້ຮັບການຢັ້ງຢືນດ້ານ ມາດຖານເພື່ອຮັບປະກັນຄຸນະພາບ ແລະ ສ້າງຄວາມໝັ້ນໃຈໃຫ້ແກ່ທັ້ງຜູ້ຊົມໃຊ້ ແລະ ຜູ້ລົງທຶນວ່າຜະລິດຕະພັນດັ່ງກ່າວມີຜົນກະທົບດ້ານສິ່ງແວດລ້ອມໜ້ອຍທີ່ສຸດ.
ດ້ວຍເຫດຜົນນີ້, ສະຫຼາກສີຂຽວຈຶ່ງໄດ້ກຳເນີດຂຶ້ນເພື່ອເປັນເຄື່ອງໝາຍຢັ້ງຢືນມາດຖານການຜະລິດທີ່ສອດ ຄ່ອງກັບຄວາມເປັນມິດແກ່ສິ່ງແວດລ້ອມ ເຊັ່ນດຽວກັບທາງ EU Ecolabel ທີ່ເຫັນໄດ້ເຖິງຄວາມສຳຄັນ ວ່າມັນຈະຊ່ວຍສ້າງຄວາມເຊື່ອໝັ້ນແກ່ຜະລິດຕະພັນ ແລະ ການບໍລິການຫຼາຍຂຶ້ນເນື່ອງຈາກໄດ້ຮັບ ການຢັ້ງຢືນຕາມມາດຖານການສ້າງຜົນກະທົບດ້ານສິ່ງແວດລ້ອມເຊັ່ນວ່າ ການປ່ອຍກາກບອນໄດອອກໄຊ (Co2), ການນຳໃຊ້ສານເຄມີຕ່າງໆ ແລະ ເງື່ອນໄຂອື່ນໆທີ່ກ່ຽວຂ້ອງ.
“ສະຫຼາກສີຂຽວ” ຖືເປັນໃບເບິກທາງ ແລະ ຕົວຊ່ວຍທີ່ສຳຄັນຕໍ່ການພັດທະນາເສດຖະກິດສີຂຽວ ເພາະນອກຈາກຈະຊ່ວຍກຳນົດມາດຖານການຜະລິດທີ່ມີຜົນກະທົບດ້ານສິ່ງແວດລ້ອມໜ້ອຍທີ່ສຸດແລ້ວ ຍັງເປັນການຂະຫຍາຍໂອກາດ ແລະ ຕະຫຼາດໃໝ່ໆ ທີ່ສາມາດແຂ່ງຂັນກັບການຜະລິດແບບຍືນຍົງຂອງສາກົນໄດ້. ຍິ່ງໄປກວ່ານັ້ນ, ການຢັ້ງຢືນສະຫຼາກສີຂຽວ ຍັງຊ່ວຍໃຫ້ພາກສ່ວນ ທຸລະກິດໄດ້ຮັບການ ຫຼຸດຜ່ອນອັດຕາ ການຊຳລະພາສີອາກອນ. ໃນສ່ວນຂອງຜູ້ບໍລິໂພກ, ສະຫຼາກສີຂຽວ ມີຜົນຕໍ່ການຕັດສິນໃຈ ເລືອກຊື້ສິນຄ້າຂອງຜູ້ຊົມໃຊ້ເຊັ່ນດຽວກັນ ເນື່ອງຈາກມາດຖານ ຂອງສະຫຼາກສີຂຽວ ໃຫ້ຄວາມສຳຄັນເຖິງການຄັດກອງເລື່ອງຄຸນະພາບ, ການຄວບຄຸມ ແລະ ກຳນົດຜົນກະທົບດ້ານສິ່ງແວດລ້ອມ ເຊິ່ງມີການປະເມີນເຖິງການນຳໃຊ້ສານເຄມີ, ການສ້າງມົນລະພິດໃນການຜະລິດສິນຄ້າໃດໜື່ງ ທີ່ຜູ້ຊົມໃຊ້ສາມາດຄຳນຶງເຖິງຄວາມປອດໄພ ແລະ ຜົນສະທ້ອນຕໍ່ສຸຂະພາບ.
ຈາກຄວາມສຳຄັນດັ່ງກ່າວ, ສປປ ລາວ ຈຶ່ງໄດ້ອອກ “ຂໍ້ຕົກລົງສະຫຼາກສີຂຽວ” ເມື່ອຊ່ວງເດືອນຕຸລາ ທີ່ຜ່ານມາ ເພື່ອໃຫ້ສອດຄ່ອງກັບທິດທາງການພັດທະນາສີຂຽວ. ໃນນີ້, ໄດ້ມີການກຳນົດລະບຽບການໃນການຂໍຮັບສະຫຼາກສີຂຽວ ເຊິ່ງໄດ້ກວມເອົາເງື່ອນໄຂທີ່ນັບຕັ້ງແຕ່ຂະບວນການຜະລິດ. ພ້ອມນັ້ນ, ຍັງມີການກຳນົດຂັ້ນຕອນກ່ອນທີ່ ຈະໄດ້ຮັບສະຫຼາກດັ່ງກ່າວ. ໃນສ່ວນຂອງການນຳໃຊ້, ສະຫຼາກສີຂຽວມີອາຍຸການນຳໃຊ້ໄດ້ເຖິງ 3 ປີ ແລະ ສາມາດຕໍ່ອາຍຸໄດ້ ເທື່ອລະ 3 ປີ ໂດຍສະຫຼາກນີ້ຈະບໍ່ສາມາດນຳໃຊ້ສຳລັບຜະລິດຕະພັນປະເພດອາຫານ, ເຄື່ອງດື່ມ ແລະ ຢາ.
ເພື່ອເປັນການຜັນຂະຫຍາຍນິຕິກຳດັ່ງກ່າວສູ່ການຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນ, ສປປ ລາວກໍຄື ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບັນດາກະຊວງທີ່ກ່ຽວຂ້ອງ ໄດ້ມີການຮ່ວມມືກັບ ພາກສ່ວນການຈັດຕັ້ງສາກົນ ເປັນຕົ້ນແມ່ນ ອົງການຮ່ວມມືລາວ-ເຢຍລະມັນ ພາຍໃຕ້ໂຄງການສົ່ງເສີມການບໍລິໂພກ ແລະ ການຜະລິດແບບຍືນຍົງ ຫລື Sustainable Consumption and Production (SCP) Outreach Project ທີ່ມີເປົ້າໝາຍໃນການສົ່ງເສີມການຈັດຊື້-ຈັດຈ້າງສີຂຽວ ແລະ ຫັນປ່ຽນລະບົບການຈັດຊື້ທັງໃນພາກລັດ ແລະ ພາກເອກະຊົນ ໃຫ້ພິຈາລະນາເຖິງຄວາມຮັບຜິດຊອບຕໍ່ສັງຄົມຫຼາຍຂຶ້ນ.
ພາຍໃຕ້ໂຄງການນີ້, ໄດ້ມີການບັນລຸບາດກ້າວສຳຄັນຕໍ່ການສົ່ງເສີມຜະລິດຕະພັນແບບຍືນຍົງ ນັ້ນກໍຄືການພັດທະນາສະຫຼາກສີຂຽວຂັ້ນຕົ້ນທີ່ມີຊື່ວ່າ “ສະຫຼາກສີຂຽວ” ໂດຍສະຫຼາກນັ້ນແມ່ນຜົນງານທີ່ໄດ້ມາຈາກການປະກອບສ່ວນຂອງມວນຊົນທີ່ໄດ້ມີການສົ່ງຜົນງານຜ່ານການປະກວດ “ການແຂ່ງຂັນອອກແບບສະຫຼາກຂຽວ” ເມື່ອຊ່ວງເດືອນ ມີນາທີ່ຜ່ານມາ ເຊິ່ງບັນດາຜົນງານທີ່ສົ່ງເຂົ້າປະກວດນັ້ນແມ່ນໄດ້ຮັບການຄັດເລືອກຈາກຄະນະກຳມະການ ທີ່ມາຈາກຫຼາກຫຼາຍຂະແໜງ ແລະ ພາກສ່ວນມະຫາຊົນ ຈົນໄດ້ເປັນຜົນງານທີ່ເໝາະສົມທີ່ສຸດ. ໃນສ່ວນຂອງຜົນງານຊະນະ ເລີດແມ່ນຈະຖືກນຳໃຊ້ ເປັນສະຫຼາກສີຂຽວ ແຫ່ງ ສປປລາວ ແລະ ສະຫຼາກດັ່ງກ່າວແມ່ນ ໄດ້ມີການເປີດຕົວຢ່າງ ເປັນທາງການໃນພິທີສະຫຼຸບປິດໂຄງການສົ່ງເສີມການບໍລິໂພກ ແລະ ການຜະລິດແບບຍືນຍົງ ເມື່ອວັນທີ 04 ເດືອນທັນວາ ທີ່ນະຄອນຫຼວງວຽງຈັນ ໂດຍມີຕາງໜ້າຈາກພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງເຂົ້າຮ່ວມພິທີດັ່ງກ່າວ.
ການເປີດຕົວສະຫຼາກສີຂຽວຖືເປັນການສ້າງຂີດໝາຍອັນສຳຄັນໃນການຊຸກຍູ້ ແລະ ຜັກດັນໃຫ້ບັນດາ ຜູ້ຜະລິດຕ້ອງໄດ້ມີການຄຳນຶງເຖິງຜົນກະທົບທາງສິ່ງແວດລ້ອມຫຼາຍຂຶ້ນ. ໃນຂະນະດຽວກັນ, ຍັງເປັນການຊ່ວຍໃຫ້ຜູ້ຜະລິດສາມາດເຂົ້າເຖິງໂອກາດ ແລະ ຕະຫຼາດໃໝ່ໆ ທີ່ສາມາດພັດທະນາຜະລິດຕະພັນ ແລະ ການບໍລິການຕ່າງໆຢ່າງມີປະສິດທິພາບ ແລະ ຍືນຍົງໄດ້.
ສຶກສາຂໍ້ມູນເພີ່ມຕື່ມກ່ຽວກັບນິຕິກຳ, ໂຄງການ ແລະ ການແຂ່ງຂັນການອອກແບບດ້ານລຸ່ມນີ້
ຂໍ້ຕົກລົງສະຫຼາກສີຂຽວ:https://laoofficialgazette.gov.la/kcfinder/upload/files/1888.pdf
ການແຂ່ງຂັນສະຫຼາກສີຂຽວ: https://www.econoxlaos.com/activities/laoGreenlabel02
ພິທີປິດໂຄງການ:https://www.giz.de/en/worldwide/202530.html?fbclid=IwY2xjawHPYAZleHRuA2FlbQIxMAABHQenRHfdaJvmrhfRdpPxb-hG3I2wx-YIbb9yE0IFvKXEpka5gMyxlJtc2w_aem_3yZEI-fhokRrlFSNcMfNUA