ຫ້ອງກວດສຸຂະພາບໄວໜຸ່ມ Vientiane Youth Clinic

ຫ້ອງກວດສຸຂະພາບໄວໜຸ່ມ Vientiane Youth Clinic ໃຫ້ຄຳປຶກສາ ພະຍາດພຕພ ເອດ ວາງແຜນຄອບຄົວ ກວດເລືອດ

23/03/2026

🩺 ເລືອກວິທີທີ່ "ແມ່ນ" ໃຫ້ຊີວິດທີ່ "ມ່ວນ" ກວ່າເກົ່າ!
​ຈະຝັງເຂັມ, ກິນຢາ, ສັກຢາ ຫຼື ວິທີໃດດີ? ບໍ່ຕ້ອງເດົາເອງໃຫ້ເສຍເວລາ! ເຂົ້າຮັບບໍລິການວາງແຜນຄອບຄົວ ແລະ ຄຸມກຳເນີດ ໃກ້ບ້ານທ່ານໄດ້ແລ້ວມື້ນີ້:

​✅ ສູນໄວໜຸ່ມ: ຄຳປຶກສາທີ່ເຂົ້າໃຈງ່າຍ ແລະ ເປັນກັນເອງ.
✅ ໂຮງໝໍແມ່ ແລະ ເດັກ / ໂຮງໝໍແຂວງ.
✅ ໂຮງໝໍເມືອງ ແລະ ສຸກສາລາ ທຸກແຫ່ງ.
​✨ ປອດໄພ, ໝັ້ນໃຈ, ໂດຍທີມແພດ ແລະ ຊ່ຽວຊານ.
​📞 ໂທສອບຖາມເພີ່ມເຕີມ: [ 020 52 174 490 ]
#ວາງແຜນຄອບຄົວ #ການຄຸມກຳເນີດ #ສູນໄວໜຸ່ມ

23/03/2026
16/03/2026

😔 ຮູ້ສຶກຄຽດ?
😟 ກັງວົນຫຼາຍ?
😢 ຮູ້ສຶກເສົ້າ ຫຼື ບໍ່ມີໃຜໃຫ້ປຶກສາ?
ທ່ານບໍ່ຈຳເປັນຕ້ອງຮັບມືກັບມັນຄົນດຽວ 🤝
💬 ສາມາດມາປຶກສາ ແລະ ຮັບຟັງຄຳແນະນຳໄດ້ທີ່
ຫ້ອງກວດສຸຂະພາບໄວໜຸ່ມ
📱 ຫຼື ສົ່ງຂໍ້ຄວາມມາປຶກສາກັບພວກເຮົາໄດ້ (ຟຣີ)
☎️ 020 5217 4490
✨ ພວກເຮົາພ້ອມຮັບຟັງ ແລະ ຢູ່ຂ້າງທ່ານ

07/03/2026
03/03/2026

ຈະຮູ້ໄດ້ແນວໃດວ່າແມ່ຍິງຜູ້ນັ້ນເປັນພະຍາດໜອງໃນ?
#ສູນໄວໜຸ່ມ #ຫ້ອງກວດສຸຂະພາບໄວໜຸ່ມ

ສາເຫດຂອງການເກີດມະເຮັງປາກມົດລູກ 😟😟🦠-----------------------------------------------------ເກີດມາຈາກເຊື້ອ Papillomavirus ຫຼື...
23/02/2026

ສາເຫດຂອງການເກີດມະເຮັງປາກມົດລູກ 😟😟🦠
-----------------------------------------------------
ເກີດມາຈາກເຊື້ອ Papillomavirus ຫຼື ພວກເຮົາຮູ້ດີວ່າ HPV ເປັນສາເຫດຫຼັກຂອງມະເຮັງປາກມົດລູກ ໂດຍສະເພາະຊະນິດທີ່ເປັນສານກໍ່ມະເຮັງ. ປັດຈຸບັນ, ມັນໄດ້ພົບເຫັນວ່າເຊື້ອໄວຣັສ HPV ສາຍພັນ 16 ແລະ ສາຍພັນ 18 ເປັນສອງສາຍພັນທີ່ພົບໄດ້ຫຼາຍໃນມະເຮັງປາກມົດລູກ, ເຊິ່ງເຊື້ອ HPV ສາຍພັນ 16 ເປັນພະຍາດທີ່ພົບຫຼາຍທີ່ສຸດ, ມີຜົນກະທົບປະມານ 50-55%, ແລະ ສາຍພັນ HPV 18 ເປັນອັນດັບສອງ ມີຜົນກະທົບປະມານ 15-20%. ຂໍ້ມູນດ້ານການປິ່ນປົວ ຍັງສະແດງໃຫ້ເຫັນວ່າເຊື້ອໄວຣັສ HPV ສາຍພັນ 18 ເປັນ adenocarcinoma ທີ່ພົບຫຼາຍທີ່ສຸດໃນມະເຮັງປາກມົດລູກ. ເຊິ່ງມີໂອກາດພົບໄດ້ຫຼາຍກວ່າມະເຮັງຕ່ອມນໍ້າລາຍ ເປັນມະເຮັງທີ່ມີຄວາມສ່ຽງສູງໃນການກວດພະຍາດ ຕ້ອງກວດດ້ວຍ pap smear ຢ່າງດຽວ.
ປັດຈຸບັນ, ສະມາຄົມ American Colposcopy and Cervical Pathology (ASCCP) ໃນສະຫະລັດອາເມລິກາ ໄດ້ອະນຸມັດການໃຊ້ການກວດ HPV ຮ່ວມກັບການກວດ Pap smear. ເພື່ອກວດຫາມະເຮັງປາກມົດລູກໃນແມ່ຍິງອາຍຸ 30 ປີຂຶ້ນໄປເຊິ່ງຈະເພີ່ມຄວາມຊັດເຈນໄດ້ດີຂຶ້ນ.

✅ການປ້ອງກັນການເກີດມະເຮັງປາກມົດລູກ
🩺ການສັກຢາວັກຊີນເພື່ອສ້າງພູມຕ້ານທານຕໍ່ກັບເຊື້ອ HPV, ໂດຍສະເພາະສາຍພັນ 16 ແລະ ສາຍພັນ 18, ເປັນສາຍພັນທີ່ມີຄວາມສ່ຽງສູງທີ່ເພີ່ມໂອກາດເປັນມະເຮັງໄດ້ເຖິງ 70 ເປີເຊັນ ແລະ ຍັງປ້ອງກັນເຊື້ອໄວຣັສ HPV ໄດ້. ເຊື້ອໄວຣັສສອງຊະນິດເຮັດໃຫ້ເກີດເປັນຕຸ່ມໃນອະໄວຍະວະເພດເຖິງ 90 ເປີເຊັນ ທ່ານໝໍຈຶ່ງແນະນຳໃຫ້ແມ່ຍິງອາຍຸ 9 ຫາ 26 ປີໄດ້ຮັບວັກຊີນກ່ອນມີເພດສຳພັນຄັ້ງທຳອິດ ຫຼື ໄດ້ຮັບວັກຊີນກ່ອນການຕິດເຊື້ອ HPV ເພື່ອໃຫ້ມີປະສິດທິຜົນໃນການປ້ອງກັນ.

👩‍⚕️ການກວດ Pap smear ໂດຍທ່ານໝໍຈະເກັບເອົາເຊລຈາກປາກມົດລູກຂອງທ່ານ ແລ້ວນໍາສົ່ງໄປກວດຫາເຊລທີ່ຜິດປົກກະຕິທີ່ອາດຈະກາຍເປັນມະເຮັງໄດ້. ເຖິງແນວໃດກໍ່ຕາມ ການກວດ Pap smear ກໍ່ຍັງຜິດພາດເຖິງ 40% ທີ່ແມ່ຍິງຫຼາຍຄົນພົບວ່າເປັນມະເຮັງປາກມົດລູກ ເຖິງວ່າຈະກວດ Pap smear ແລ້ວກໍ່ຕາມ.
🩺ການກວດຫາເຊື້ອໄວຣັສ HPV ເຊິ່ງເປັນການກວດຫາເຊື້ອໄດ້ໂດຍກົງ ມັນເປັນການກວດທີ່ຊັດເຈນທີ່ສຸດ ທີ່ມີໂອກາດພາດພຽງ 5-10% ແລະ ສ່ວນໃຫຍ່ແມ່ນເຮັດຮ່ວມກັບການທົດສອບ Thin Prep ເພື່ອທົດສອບເຊລດຽວກັນ. ຖ້າບໍ່ພົບຄວາມຜິດປົກກະຕິ, ໂອກາດທີ່ຈະເປັນມະເຮັງປາກມົດລູກແມ່ນຕໍ່າຫຼາຍ ແລະ ສາມາດລໍຖ້າໄດ້ເຖິງ 3 ປີກ່ອນທີ່ຈະຖືກກວດອີກຄັ້ງ.

✅ການປິ່ນປົວມະເຮັງປາກມົດລູກ
💊 ໄລຍະກ່ອນເປັນມະເຮັງ ມັນເປັນການປິ່ນປົວສະເພາະຈຸດ ເພື່ອທຳລາຍຈຸລັງຜິດປົກກະຕິດ້ວຍຄວາມເຢັນ ຫຼືຄວາມຮ້ອນ, ການຜ່າຕັດປາກມົດລູກດ້ວຍສາຍລວດໄຟຟ້າ ສ່ວນໃຫຍ່ໃຊ້ເວລາໜ້ອຍ ແລະ ເປັນການປິ່ນປົວສຳ ລັບການປິ່ນປົວຄົນເຈັບເຂດນອກ.
💊 ຢູ່ໃນຂັ້ນຕອນເປັນມະເຮັງແລ້ວ (ຂັ້ນຕອນ I ແລະ II, ເບື້ອງຕົ້ນ), ຄົນເຈັບຕ້ອງໄດ້ຮັບການຜ່າຕັດ ເຊິ່ງການຜ່າຕັດມະເຮັງປາກມົດລູກ ຈະແຕກຕ່າງຈາກການຜ່າຕັດທົ່ວໄປ, ເພາະວ່າ ແມ່ນການຜ່າຕັດປະເພດທີ່ເອົາອອກຈົນໝົດ ເພື່ອເອົາປາກມົດລູກອອກ ເນື້ອເຍື່ອທັງໝົດທີ່ຢູ່ອ້ອມປາກມົດລູກ, ມົດລູກ, ຊ່ອງຄອດເທິງ ແລະຕ່ອມນໍ້າເຫຼືອງທີ່ຢູ່ໃກ້ຄຽງ ຈະຖືກເອົາອອກຈົນໝົດເພື່ອໃຫ້ແນ່ໃຈວ່າບໍ່ມີເຊລມະເຮັງເຫຼືອຢູ່. ການຜ່າຕັດນີ້ສາມາດປະຕິບັດໄດ້ທັງການຜ່າຕັດເປີດທ້ອງ ແລະ ການຜ່າຕັດ laparoscopic, ເຊິ່ງຕ້ອງໄດ້ດໍາເນີນໂດຍແພດຜ່າຕັດທີ່ຊໍານິຊໍານານເທົ່ານັ້ນ.
💊ຂັ້ນຕອນ 3 ແລະ 4 ແມ່ນເວລາທີ່ມະເຮັງໄດ້ແຜ່ລາມອອກນອກປາກມົດລູກ, ສະນັ້ນ ການປິ່ນປົວ ຕ້ອງແມ່ນການປິ່ນປົວ ທາງເຄມີບໍາບັດ ແລະ ການປິ່ນປົວທາງລັງສີພ້ອມໆກັນ ເພື່ອຄວບຄຸມບໍ່ໃຫ້ເຊລມະເຮັງແຜ່ລາມໄປຫາອະໄວຍະວະໃກ້ຄຽງ ແລະ ເນື້ອເຍື່ອດ້ານໃນອ້ອມຮອບມົດລູກ ແລະ ຖ້າມະເຮັງແຜ່ລາມໄປຫາຕ່ອມນໍ້າ ເຫຼືອງ ແລະ ກະດູກຊາມ, ມັນສາມາດ ນຳໄປສູ່ຄວາມຜິດປົກກະຕິຂອງໝາກໄຂ່ຫຼັງແລະພົກຍ່ຽວ. ຖ້າມັນແຜ່ລາມໄປຫາອະໄວຍະວະທີ່ຢູ່ຫ່າງໄກເຊັ່ນ: ຕັບຫຼືປອດ, ມັນສາມາດເຮັດໃຫ້ຄົນເຈັບເສຍຊີວິດໄດ້.

-------------------------------
ສໍາລັບໃຜທີ່ມີບັນຫາເລື່ອງ ສຸຂະພາບທາງເພດ, ສຸຂະພາບຈະເລີນພັນ, ພະຍາດຕິດຕໍ່ທາງເພດສໍາພັນ (ຫອນໄກ່, ໜອງໃນແທ້, ໜອງໃນທຽມ, ຊີຟີລິດ, ຕຸ່ນນໍ້າໃສ່, HIV/AIDS...), ວິທີປ້ອງກັນການຄຸມກໍາເນີດ (ຢາຝັງຄຸມກໍາເນີດ, ຢາສັກຄຸມກໍາເນີດ, ຢາຄຸມສຸກເສີນ)ື້, ຕ້ອງການກວດມະເຮັງປາກມົດລູກ ຫຼື ຕ້ອງການສັກຢາປ້ອງກັນມະເຮັງປາກມົກລູກ ສາມາດມາຮັບບໍລິການທີ່ ຫ້ອງກວດສຸຂະພາບໄວໜຸ່ມ ນໍາພວກເຮົາໄດ້ 🩺🦠🧫

👉ພວກເຮົາໃຫ້ບໍລິການທີ່ຖືກຕ້ອງ ເປັນມິດ ແລະ ປິດລັບ
👉ເປີດບໍລິການວັນຈັນ-ສຸກ ເວລາ 08:30-16:30 ໂມງ
📌ທີ່: ຫ້ອງກວດສຸຂະພາບໄວໜຸ່ມ ຫຼື ຄລີນິກໄວໜຸ່ມ ຕັ້ງຢູ່ບ້ານ ສີຫອມ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ຢູ່ 4 ແຍກໄຟແດງຕໍ່ໜ້າທະນາຄານພັດທະນາລາວຊ້າຍສວຍກັບໂຮງຮຽນມໍປາຍສີໂຄດ
📲 whatsapp: 020 52174490 ແລະ 020 22661218

ຊີຟີລິດ ສາມາດປິ່ນປົວຫາຍຂາດໄດ້Syphilis ແມ່ນພະຍາດຕິດຕໍ່ທາງເພດສຳພັນຊະນິດໜື່ງ,ເຊິ່ງເກີດຈາກເຊື້ອຈຸລິນຊີ (Bacteria) ຊື່ວ່າ: ເຕ...
19/02/2026

ຊີຟີລິດ ສາມາດປິ່ນປົວຫາຍຂາດໄດ້

Syphilis ແມ່ນພະຍາດຕິດຕໍ່ທາງເພດສຳພັນຊະນິດໜື່ງ,ເຊິ່ງເກີດຈາກເຊື້ອຈຸລິນຊີ (Bacteria)
ຊື່ວ່າ: ເຕຼໂປເນມາ ປາລິດັມ (Treponema Pallidum)
ສາມາດປິ່ນປົວໃຫ້ຫາຍຂາດໄດ້, ກໍລະນີປະໄວ້ໂດຍບໍ່ໄດ້ຮັບການປິ່ນປົວເປັນໄລຍະຍາວ, ອາການຕ່າງໆອາດຈະສະແດງອອກ ຕາມຮ່າງກາຍເຊິ່ງມັນສາມາດເກີດຮຸນແຮງກວ່າພະຍາດຕິດຕໍ່ທາງເພດສຳພັນອື່ນໆ ແລະ ສາມາດແຜ່ລາມໄປເຖິງຄູ່ສົມລົດ ແລະ ເດັກທີ່ຍັງບໍ່ທັນເກີດໄດ້.

ໄລຍະຂອງເຊື້ອພະຍາດ ຊີຟີລິດ
1. ໄລຍະຂັ້ນຕົ້ນ Primary Syphilis:
ມີຕຸ່ມແດງນ້ອຍ ແລ້ວແຕກເປັນບາດແຜ ຕາມອະໄວຍະວະເພດຊາຍ ຫຼື ໜ່ວຍອັນທະ, ຮູທະວານ, ຮິມສົບ, ຜົ້ງປາກ ໃນເພດຍິງມັກພົບຢູ່ໃນຊ່ອງຄອດ, ຮີມອະໄວຍະວະເພດ, ນົມ ຫລື ພົບເຫັນຕາມຮ່າງກາຍ ໃນຈຸດທີ່ຮັບເຊື້ອທຳອິດ.
🔸ລັກສະນະເປັນແຜດຽວ, ແຜເປີດຂອບນູນ ແລະ ຂອບແຂງ ແຕ່ບໍ່ເຈັບ, ບາດແຜສະອາດ ຕ່ອມນໍ້າເຫຼືອງຈະໃຫຍ່ຂື້ນ ແຕ່ເວລາລູບຄໍາບໍ່ເຈັບ, ພາຍໃນ 1-5 ອາທິດ ບາດແຜຈະຫາຍໄປເຖິງແມ່ນວ່າບໍ່ໄດ້ຮັບການປິ່ນປົວກໍ່ຕາມ, ແຕ່ພະຍາດຈະກ້າວເຂົາຫາໄລຍະທີ 2.
🔸ການກວດເລືອດຊອກຫາເຊື້ອ ຊີຟີລິດ ອາດຈະພົບ ສອງສ່ວນສາມຂອງຜູ້ທີ່ມີເຊື້ອ

2. ໄລຍະຂັ້ນ 2 (Secondary Syphilis): ເກີດຂຶ້ນໃນລະຫວ່າງ 2–3 ອາທິດຫຼັງຈາກບາດແຜຂອບແຂງຫາຍໄປ, ເຊື້ອຈະກະຈາຍໄປຕາມກະແສເລືອດ ເຮັດໃຫ້ມີອາການຕ່າງໆເຊັ່ນ: ອາດຈະມີໄຂ້, ເຈັບຫົວ, ປວດຕາມກ້າມຊີ້ນ, ຕາມກະດູກ, ເຈັບທ້ອງ, ປວດຮາກ, ຮາກ, ເບື່ອອາຫານ, ຜົມຫຼົ່ນ. ນອກຈາກນັ້ນຍັງມີ: ຕຸ່ມນໍ້າເຫຼືອງໃຫຍ່, ມີຕຸ່ມພື່ນແດງ ຫຼື ສີນໍ້າຕານຕາມຮ່າງກາຍ, ຝາມື, ຝາຕີນ ບໍ່ຄັນ ບາງຄົນຈະເປັນຕຸ່ມນູນຂື້ນ ຄ້າຍຄືຫູດເກີດຂື້ນຢູ່ບໍລິເວນຕ່າງໆຂອງຮ່າງກາຍເຊັ່ນ: ບໍລິເວນອະໄວຍະວະເພດ, ຮູທວານ, ບໍລິເວນອ້ອມຮູທະວານ, ແອບແອ້ຂາ.

3. ໄລຍະມິດຫງຽບ ຫຼື ໄລຍະແຝງ (Latent Syphilis) ເປັນໄລຍະທີ່ບໍ່ມີອາການຫຍັງເກີດຂື້ນກັບຄົນເຈັບ ແຕ່ຄົນເຈັບຍັງມີເຊື້ອຢູ່ໃນຮ່າງກ່າຍ ແລະ ສາມາດກວດພົບເຫັນໄດ້ໂດຍການກວດວິເຄາະ.

4. ໄລຍະຫຼັງ (Tertiary Syphilis): ເກີດຂຶ້ນໃນໄລຍະ
2-30 ປີ, ມັນສາມາດທໍາລາຍອະໄວຍະວະຕ່າງໆຂອງຮ່າງກາຍ ແລະ ກໍ່ໃຫ້ເປັນພະຍາດຕ່າງໄດ້:
ພະຍາດຫົວໃຈ (ອາດຈະເຮັດໃຫ້ຫົວໃຈຮົ່ວ ຫຼື ຫົວໃຈຊຸດໂຊມ).
🔸ເສັ້ນເລືອດໃຫຍ່ໂປ່ງຜອງ, ເຫຍື້ອຫຸ້ມສະໝອງອັກເສບ
🔸ຄວາມຈຳເຊື່ອມ, ຕາບອດ, ຫູໜວກ.
🔸ກະດູກອ່ອນ ແລະ ກະດູກຖືກທຳລາຍ (ອາດຈະເຮັດໃຫ້ກະດູກຫັກງ່າຍ), ສະໜອງ ແລະ ກະດູກສັນຫຼັງຖືກທຳລາຍ.
🔸ໃນໄລຍະນີຖ້າບໍ່ໄດ້ຮັບການປິ່ນປົວຢ່າງຖືກຕ້ອງສາມາດເຮັດໃຫ້ພິການໄດ້ ແລະ ຈະບໍ່ສາມາດກັບຄືນມາເປັນສະພາບປົກະຕິໄດ້

#ຫ້ອງກວດສຸຂະພາບໄວໜຸ່ມ
--------------------------------------------
ສາມາດຕິດຕາມ ສູນໄວໜຸ່ມ ໄດ້ທຸກຊ່ອງທາງທີ່:
☎️ເບີໃຫ້ຄຳປຶກສາ 1361 ແລະ 137 (ຈັນ-ສຸກ ເວລາ 09:00-17:00 ໂມງ)
📱ເບີ Whatsapp-52174490: https://wa.me/message/7Z7SSAQXVSGZF1
🌐 Website: www.vwyclaos.org
💙 Facebook: https://www.facebook.com/cli.vyc/
https://www.facebook.com/profile.php?id=100057590763432
🧡 Tik Tok: tiktok.com/

ວິເຄາະລົງຂາວຫາເຊື້ອພະຍາດ (Gram Staining)🦠ລົງຂາວຄັນ, ມີກິ່ນເໝັນ, ມີສີຂາວຂຸ້ນ, ສີຂຽວ ຫຼື ນໍ້າຕາມຄືກັບແປ້ງປຽກ ສາມາດມາປຶກສາ ...
18/02/2026

ວິເຄາະລົງຂາວຫາເຊື້ອພະຍາດ (Gram Staining)🦠
ລົງຂາວຄັນ, ມີກິ່ນເໝັນ, ມີສີຂາວຂຸ້ນ, ສີຂຽວ ຫຼື ນໍ້າຕາມຄືກັບແປ້ງປຽກ ສາມາດມາປຶກສາ ແລະ ກວດວິເຄາະເພື່ອຊອກຫາຫາເຫດໄດ້

ຫ້ອງກວດສຸຂະພາບໄວໜຸ່ມ🏥
✅ກວດ ແລະ ປິ່ນປົວພະຍາດຍິງ ແລະ ພະຍາດຊາຍໂດຍສະເພາະ ດ້ວຍການບໍລິການທີ່ຖືກຕ້ອງ, ເປັນມິດ ແລະ ປິດລັບ
👉 ກວດ ແລະ ປິ່ນປົວ ພະຍາດຕິດຕໍ່ທາງເພດສຳພັນ: ໜອງໃນແທ້, ໜອງໃນທຽມ, ຫອນໄກ່, ຊີຟີລີດ, ຕຸ່ມນໍ້າໃສ
👉 ບໍລິການຄຸມກໍາເນີດ: ຢາສັກຄຸມກໍາເນີດ, ຢາຝັງຄຸມກໍາເນີດ, ຢາເມັດຄຸມກໍາເນີດ, ຖົງຢາງອະນາໄມ
👉 ກວດ ແລະ ປິ່ນປົວລົງຂາວ, ກວດມະເຮັງປາກມົດລູກ ແລະ ປູກຍ່ຽວ, ປູກໜອງ ຫາເຊື້ອ
👉 ຫາເຊື້ອ ຊີຟີລິດ Syphilis, ກວດຫາເຊື້ອ HIV ແລະ ກວດຫາເຊື້ອ HBsAg

📌ເປີດບໍລິການ ວັນຈັນ - ວັນສຸກ ເວລາ 08:30 - 16:30 ໂມງ (ໂທ: 020 52174490 ແລະ 020 22661218)

ຫ້ອງກວດສຸຂະພາບໄວໜຸ່ມ🏥✅ກວດ ແລະ ປິ່ນປົວພະຍາດຍິງ ແລະ ພະຍາດຊາຍໂດຍສະເພາະ ດ້ວຍການບໍລິການທີ່ຖືກຕ້ອງ, ເປັນມິດ ແລະ ປິດລັບ 👉 ກວດ ແ...
17/02/2026

ຫ້ອງກວດສຸຂະພາບໄວໜຸ່ມ🏥
✅ກວດ ແລະ ປິ່ນປົວພະຍາດຍິງ ແລະ ພະຍາດຊາຍໂດຍສະເພາະ ດ້ວຍການບໍລິການທີ່ຖືກຕ້ອງ, ເປັນມິດ ແລະ ປິດລັບ
👉 ກວດ ແລະ ປິ່ນປົວ ພະຍາດຕິດຕໍ່ທາງເພດສຳພັນ: ໜອງໃນແທ້, ໜອງໃນທຽມ, ຫອນໄກ່, ຊີຟີລີດ, ຕຸ່ມນໍ້າໃສ
👉 ບໍລິການຄຸມກໍາເນີດ: ຢາສັກຄຸມກໍາເນີດ, ຢາຝັງຄຸມກໍາເນີດ, ຢາເມັດຄຸມກໍາເນີດ, ຖົງຢາງອະນາໄມ
👉 ກວດ ແລະ ປິ່ນປົວລົງຂາວ, ກວດມະເຮັງປາກມົດລູກ ແລະ ປູກຍ່ຽວ, ປູກໜອງ ຫາເຊື້ອ
👉 ຫາເຊື້ອ ຊີຟີລິດ Syphilis, ກວດຫາເຊື້ອ HIV ແລະ ກວດຫາເຊື້ອ HBsAg

📌ເປີດບໍລິການ ວັນຈັນ - ວັນສຸກ ເວລາ 08:30 - 16:30 ໂມງ (ໂທ: 020 52174490 ແລະ 020 22661218)

ຢາເມັດຄຸມກໍາເນີດ💊ສາມາດປ້ອງກັນການຖືພາໄດ້ເຖິງ 98-99%ສາມາດໄປຂໍຄໍາປຶກສາ ແລະ ຮັບຢາໄດ້ ຟຣີ ທີ່ໂຮງໝໍເມືອງ, ໂຮງໝໍແຂວງ, ໂຮງໝໍສູນກ...
11/02/2026

ຢາເມັດຄຸມກໍາເນີດ💊
ສາມາດປ້ອງກັນການຖືພາໄດ້ເຖິງ 98-99%
ສາມາດໄປຂໍຄໍາປຶກສາ ແລະ ຮັບຢາໄດ້ ຟຣີ ທີ່ໂຮງໝໍເມືອງ, ໂຮງໝໍແຂວງ, ໂຮງໝໍສູນກາງ ແລະ ສາມາດເຂົ້າມາຮັບນໍາທາງ ສູນໄວໜຸ່ມ ຂອງເຮົາກໍໄດ້ເດີ

--------------------------------------------
ສາມາດຕິດຕາມ ສູນໄວໜຸ່ມ ໄດ້ທຸກຊ່ອງທາງທີ່:
☎️ເບີໃຫ້ຄຳປຶກສາ 1361 ແລະ 137 (ຈັນ-ສຸກ ເວລາ 09:00-17:00 ໂມງ)
📱ເບີ Whatsapp-52174490: https://wa.me/message/7Z7SSAQXVSGZF1
🌐 Website: www.vwyclaos.org
💙 Facebook: https://www.facebook.com/cli.vyc/
https://www.facebook.com/profile.php?id=100057590763432
🧡 Tik Tok: tiktok.com/

📢ຢາຝັງຄຸມກໍາເນີດ ສາມາດມາຮັບບໍລິການໄດ້ທີ່ ຫ້ອງກວດສຸຂະພາບໄວໜຸ່ມ🏥.............................................ຢາຝັງຄຸມກໍາເນ...
09/02/2026

📢ຢາຝັງຄຸມກໍາເນີດ ສາມາດມາຮັບບໍລິການໄດ້ທີ່ ຫ້ອງກວດສຸຂະພາບໄວໜຸ່ມ🏥.............................................
ຢາຝັງຄຸມກໍາເນີດ ຝັງ 1 ຄັ້ງສາມາດປ້ອງກັນການຖືພາໄດ້ເຖິງ 3 ປີ

ສໍາລັບທ່ານໃດທີ່ສົນໃຈຢາກຈະມາ ຝັງຢາຄຸມກໍາເນີດສາມາດ ມາຮັບບໍລິການໄດ້ທີ່ ຫ້ອງກວດສຸຂະພາບໄວໜຸ່ມ ແລະ ຖ້າຫາກວ່າບໍ່ສະດວກກໍສາມາດໄປຮັບບໍລິການໄດ້ທີ່ ໂຮງໝໍເມືອງໃກ້ບ້ານໄດ້ເລີຍ

ຖ້າຫາກສົນໃຈມາຮັບບໍລິການແມ່ນໃຫ້ມາ ຝັງຢາຄຸມກໍາເນີດໃນມື້ທີ່ກໍາລັງເປັນປະຈໍາເດືອນຢູ່ເດີ ເພື່ອຄວາມໝັ້ນໃຈວ່າບໍ່ທັນຖືພາມາກ່ອນໜ້ານີ້

ໄວໜຸ່ມທີ່ມີຄວາມສົນໃຈປ້ອງກັນການຖືພາກໍສາມາດມາຮັບບໍລິການໄດ້ຄືກັນ

#ຫ້ອງກວດສຸຂະພາບໄວໜຸ່ມ
--------------------------------------------
ສາມາດຕິດຕາມ ສູນໄວໜຸ່ມ ໄດ້ທຸກຊ່ອງທາງທີ່:
☎️ເບີໃຫ້ຄຳປຶກສາ 1361 ແລະ 137 (ຈັນ-ສຸກ ເວລາ 09:00-17:00 ໂມງ)
📱ເບີ Whatsapp-52174490: https://wa.me/message/7Z7SSAQXVSGZF1
🌐 Website: www.vwyclaos.org
💙 Facebook: https://www.facebook.com/cli.vyc/
https://www.facebook.com/profile.php?id=100057590763432
🧡 Tik Tok: tiktok.com/

Address

ບ້ານສີຫອມ ເມືອງຈັນທະບູລີ
Vientiane
000001

Opening Hours

Monday 08:30 - 16:30
Tuesday 08:30 - 16:30
Wednesday 08:30 - 16:30
Thursday 08:30 - 16:30
Friday 08:30 - 16:30
Saturday 08:30 - 16:30
Sunday 08:30 - 16:30

Telephone

+85621252887

Website

Alerts

Be the first to know and let us send you an email when ຫ້ອງກວດສຸຂະພາບໄວໜຸ່ມ Vientiane Youth Clinic posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to ຫ້ອງກວດສຸຂະພາບໄວໜຸ່ມ Vientiane Youth Clinic:

Share