ຄຊກມດ NCAWMC

ຄຊກມດ NCAWMC ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະເດັກ,
The National Commission for the Advancement of Women and Mother – Child

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມຄັ້ງທີ 70 ຂອງ ຄະນະກຳມາທິການ ວ່າດ້ວຍສະຖານະພາບຂອງແມ່ຍິງ-------------------------------...
23/03/2026

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມຄັ້ງທີ 70 ຂອງ ຄະນະກຳມາທິການ ວ່າດ້ວຍສະຖານະພາບຂອງແມ່ຍິງ
----------------------------------------------------
ໃນວັນທີ 9-13 ມີນາ 2026 ຄະນະຜູ້ແທນຂອງ ສປປ ລາວ ນຳໂດຍ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ, ຮອງປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ພ້ອມດ້ວຍຄະນະທັງໝົດ 3 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມ ຄັ້ງທີ 70 ຂອງຄະນະກໍາມາທິການວ່າດ້ວຍສະຖານະພາບຂອງແມ່ຍິງ ພາຍໃຕ້ຫົວຂໍ້: “ຮັບປະກັນ ແລະ ສ້າງຄວາມເຂັ້ມແຂງໃນການເຂົ້າເຖິງຄວາມຍຸຕິທໍາສໍາລັບແມ່ຍິງ ແລະ ເດັກຍິງທຸກຄົນ; ສົ່ງເສີມລະບົບກົດໝາຍທີ່ຮອບດ້ານ ແລະ ຍຸຕິທຳ, ລຶບລ້າງ ກົດໝາຍ ນະໂຍບາຍ ແລະ ການຈັດຕັ້ງປະຕິບັດທີ່ເປັນການຈໍາແນກ ແລະ ແກ້ໄຂອຸປະສັກທາງດ້ານໂຄງສ້າງ” ຊຶ່ງຈັດຂຶ້ນ ແຕ່ວັນທີ 9-20 ມີນາ 2026 ທີ່ ສຳນັກງານໃຫຍ່ອົງການສະຫະປະຊາຊາດ, ນະຄອນນິວຢອກ, ປະເທດສະຫະລັດອະເມລິກາ. ກອງປະຊຸມດັ່ງກ່າວ ໄດ້ມີຜູ້ຕາງໜ້າຂອງປະເທດສະມາຊິກອົງການສະຫະປະຊາຊາດ, ບັນດາອົງການຈັດຕັ້ງທາງສັງຄົມ ແລະ ບັນດາອົງການສະຫະປະຊາຊາດ ເຂົ້າຮ່ວມ ເພື່ອປຶກສາຫາລືແນວທາງໃນການແກ້ໄຂບັນດາອຸປະສັກໃນການເຂົ້າເຖິງຄວາມຍຸຕິທໍາຂອງແມ່ຍິງໃນຕໍ່ໜ້າ ແລະ ທົບທວນຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງທີ 65 ໃນການມີສ່ວນຮ່ວມ ແລະ ການຕັດສິນໃຈຢ່າງເຕັມທີ່ ແລະ ມີປະສິດທິຜົນຂອງແມ່ຍິງໃນຊີວິດສາທາລະນະ ແລະ ການລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງທຸກຄົນ.
ໃນກອງປະຊຸມຄັ້ງນີ້, ຕາງໜ້າລັດຖະບານ ສປປ ລາວ, ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ໄດ້ມີຄໍາເຫັນທີ່ກອງປະຊຸມລະດັບລັດຖະມົນຕີ (1). ພາກອະພິປາຍທົ່ວໄປ, (2). ກອງປະຊຸມໂຕະມົນຫົວຂໍ້ບູລິມະສິດ ແລະ (3). ກອງປະຊຸມລະດັບສູງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ວ່າ: “.....ສປປ ລາວ ມີຄວາມຄືບໜ້າສໍາຄັນໃນການເສີມຂະຫຍາຍ ຂອບນິິິຕິກໍາ ແລະ ກົນໄກຕ່າງໆ ເພື່ອຮັບປະກັນການເຂົ້າເຖິງຄວາມຍຸຕິທຳທີ່ດີຂຶ້ນສຳລັບແມ່ຍິງ ແລະ ເດັກຍິງ. ລັດຖະທຳມະນູນສະບັບປັບປຸງ ປີ 2025 ໄດ້ສືບຕໍ່ຢັ້ງຢືນຢ່າງໜັກແໜ້ນ ໃນການຮັບຮູ້, ການເຄົາລົບ, ການປົກປ້ອງ ແລະ ການຮັບປະກັນສິດທິມະນຸດ ແລະ ເສລີພາບຂັ້ນພື້ນຖານຂອງພົນລະເມືອງລາວ ຕາມຄວາມໝາຍໝັ້ນສົນທິສັນຍາສາກົນຂອງພວກເຮົາ ແລະ ປີດຽວກັນກໍໄດ້ຮັບຮອງເອົາກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ. ສປປ ລາວ ຍັງສືບຕໍ່ຂະຫຍາຍການເຂົ້າເຖິງການຊ່ວຍເຫຼືອທາງດ້ານກົດໝາຍ ໂດຍການຂະຫຍາຍ ຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ໜ່ວຍງານໄກ່ເກ່ຍຂັ້ນບ້ານ ຊຶ່ງໃຫ້ການຊ່ວຍເຫຼືອໃນລະດັບຊຸມຊົນຈົນຮອດຂັ້ນສູນກາງ ໂດຍສະເພາະກຸ່ມຄົນທີ່ມີຄວາມສ່ຽງ, ລວມທັງແມ່ຍິງ, ເດັກ, ຜູ້ພິການ ແລະ ຜູ້ເຄາະຮ້າຍຈາກການຄ້າມະນຸດ ແລະ ການໃຊ້ຄວາມຮຸນແຮງ. ນອກຈາກນັ້ນ, ການຊ່ວຍເຫຼືອທາງດ້ານກົດໝາຍດິຈິຕອນໄດ້ເຜີຍແຜ່ເພື່ອຍົກລະດັບການເຂົ້າເຖິງຂໍ້ມູນ ແລະ ການບໍລິການທາງດ້ານກົດໝາຍ. ພ້ອມນັ້ນ, ໃນຊຸມປີຕໍ່ໜ້າ ສປປ ລາວ ຈະໄດ້ປັບປຸງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກ ພ້ອມທັງເຊື່ອມສານການຕ້ານການໃຊ້ຄວາມຮຸນແຮງທາງດ້ານເຕັກໂນໂລຊີຕໍ່ແມ່ຍິງ ແລະ ເດັກ ເຂົ້າໃນກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາດຊະຍາກໍາທາງຄອມພິວເຕີ ແລະ ດໍາເນີນການສຳຫຼວດ ສຸຂະພາບ ແລະ ປະສົບການຊີວິດຂອງແມ່ຍິງ ຢູ່ ສປປ ລາວ ຄັ້ງທີ 2....”
ໃນໂອກາດນີ້, ສປປ ລາວ ຍັງໄດ້ພົບປະສອງຝ່າຍກັບ ປະເທດກູບາ ຊຶ່ງທັງສອງຝ່າຍຈະສືບຕໍ່ສົ່ງເສີມການຮ່ວມມື ແລກປ່ຽນບົດຮຽນ ແລະ ການໄປມາຫາສູ່ຕາມຄວາມເໝາະສົມ, ພົບກັບ ຫ້ອງການຮ່ວມມື ໃຕ້-ໃຕ້ ຂອງ ສປຊ ແລະ ອົງການ ສະຫະປະຊາຊາດກອງທຶນສໍາລັບເດັກ ເພື່ອປຶກສາຫາລືໃນການຮ່ວມມືໃນຕໍ່ໜ້າໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ຢູ່ ສປປ ລາວ ຜ່ານໂຄງການຕ່າງໆ.
ກອງປະຊຸມຄັ້ງທີ 70 ໄດ້ອອກມະຕິຕົກລົງ: ໂດຍຮຽກຮ້ອງໃຫ້ລັດຖະບານແຕ່ລະປະເທດ ປະສານກັບໜ່ວຍງານທີ່ກ່ຽວຂ້ອງຂອງລະບົບສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນ ແລະ ພາກພື້ນ ພາຍໃນຂອບເຂດໜ້າທີ່ຂອງຕົນ ແລະ ໂດຍຄຳນຶງເຖິງບຸລິມະສິດແຫ່ງຊາດ, ນະໂຍບາຍ, ສະພາບຄວາມເປັນຈິງຂອງແຕ່ລະປະເທດທີ່ແຕກຕ່າງກັນ, ຄວາມສາມາດ ແລະ ລະດັບການພັດທະນາ ແລະ ເຊີນຊວນອົງການຈັດຕັ້ງທາງສັງຄົມ, ອົງການສິດທິແມ່ຍິງ, ອົງການ ຊາວໜຸ່ມ, ກຸ່ມນັກເຄື່ອນໄຫວເພື່ອສິດທິແມ່ຍິງ, ອົງການທາງສາສະໜາ, ສະຫະພັນແຮງງານ, ນັກເຄື່ອນໄຫວ, ຜູ້ປົກປ້ອງສິດທິມະນຸດຂອງແມ່ຍິງ, ນັກຂ່າວແມ່ຍິງ, ຜູ້ກໍ່ສ້າງສັນຕິພາບແມ່ຍິງ, ຜູ້ຮັກສາສັນຕິພາບແມ່ຍິງ, ຜູ້ໄກ່ເກ່ຍແມ່ຍິງ, ພາກເອກະຊົນ, ສະຖາບັນສິດທິມະນຸດແຫ່ງຊາດບ່ອນທີ່ມີຢູ່ ແລະ ຜູ້ມີສ່ວນຮ່ວມອື່ນໆທີ່ກ່ຽວຂ້ອງ, ຕາມຄວາມເໝາະສົມ, ໃຫ້ດຳເນີນການຮີບດ່ວນເພື່ອສ້າງຄວາມເຂັ້ມແຂງໃນການເຂົ້າເຖິງຄວາມຍຸຕິທຳສຳລັບແມ່ຍິງ ແລະ ເດັກຍິງທຸກຄົນພາຍໃນປີ 2030 ຊື່ງມີທັງໝົດ 50 ໜ້າວຽກ.

#ຄຊກມດ

ໃນຕອນເຊົ້າຂອງວັນທີ 18 ກຸມພາ 2026 ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ໄດ້ຈັດກອງປະຊຸມປຶກສ...
20/02/2026

ໃນຕອນເຊົ້າຂອງວັນທີ 18 ກຸມພາ 2026 ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ໄດ້ຈັດກອງປະຊຸມປຶກສາຫາລື ຮ່ວມກັບ ຄະນະວິຊາການ ເພື່ອ​ປັບ​ປຸງ ແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ເດັກ
5 ປີ ຄັ້ງທີ III (2026-2030) ທີ່ ໂຮງແຮມລາວພາຊາ ເຊິ່ງກອງປະຊຸມໃນຄັ້ງນີ້ໄດ້ຮັບກຽດເປັນປະທານ ແລະ ກ່າວເປີດກອງປະຊຸມ ໂດຍ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານ ສູນກາງສະຫະພັນແມ່ຍິງລາວ, ຮອງປະທານ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ. ກອງປະຊຸມໃນຄັ້ງນີ້ມີຈຸດປະສົງ ເພື່ອປັບປຸງເນື້ອໃນ ແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ເດັກ 5 ປີ ຄັ້ງທີ III (2026-2030) ໃຫ້ມີຄວາມອຸດົມສົມບູນຂື້ນ, ເພື່ອກໍານົດບັນດາວຽກບູລິມະສິດ ຂອງບັນດາກະຊວງ/ອົງການ ໃນແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ເດັກ 5 ປີ ຄັ້ງທີ III (2026-2030). ກອງປະຊຸມໄດ້ມີຕາງໜ້າຈາກ ຄກມດ ແລະ ກົມກ່ຽວຂ້ອງ ຈາກບັນດາກະຊວງ/ອົງການ, ຕາງໜ້າກົມກ່ຽວຂ້ອງຈາກ ສູນກາງສະຫະພັນແມ່ຍິງລາວ, ຕາງໜ້າຈາກອົງການ UNICEF ແລະ UNFPA ພ້ອມດ້ວຍພະນັກງານ ຫ້ອງການ ຄຊກມດ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.


#ຄຊກມດ

ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ສ້າງຄວາມເຂັ້ມແຂງໃຫ້ພະນັກງານ-----...
19/01/2026

ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ສ້າງຄວາມເຂັ້ມແຂງໃຫ້ພະນັກງານ
----------------------------------------------------------------
ໃນວັນທີ 15-16 ມັງກອນ 2026 ຫ້ອງການ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານ ຫ້ອງການ ຄຊກມດ ໃນ 1 ປີຜ່ານມາ ແລະ ວາງທິດທາງແຜນປີ 2026, ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານກອງປະຊູມ ໂດຍ ທ່ານນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານ ສສຍລ, ຮອງປະທານ ຄຊກມດ ພ້ອມນັ້ນ ກໍມີທ່ານ ປອ ນາງ ຈັນໂສດາ ພອນທິບ ອະດີດຮອງປະທານ ສສຍລ, ຮອງປະທານ ຄຊກມດ ຜູ້ຊີ້ນໍາວຽກຫ້ອງການ ຄກຊມດ, ມີຄະນະຫ້ອງການ ແລະ ພະນັກງານຈາກຫ້ອງການ ຄຊກມດ ເຂົ້າຮ່ວມລວມ 19 ທ່ານ,ເປັນ ເພດຍິງ 15 ທ່ານ ເພດ ຊາຍ 4 ທ່ານ. ຈຸດປະສົງຂອງກອງປະຊຸມ ເພື່ອສະຫຼຸບລາຍງານຜົນງານພົ້ນເດັ່ນຂອງການຈັດຕັ້ງວຽກງານຂອງຫ້ອງການ ຄຊກມດ ໃນ ຕະຫຼອດປີ 2025 ພ້ອມທັງຍົກໃຫ້ເຫັນ ຂໍ້ຄົງຄ້າງ, ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດວຽກງານ ໂດຍສະເພາະຂອດປະສານງານລະຫວ່າງບັນດາພະແນກພາຍໃນຫ້ອງການ, ກັບບັນດາກົມ ຂອງ ສສຍລ ກໍຄືບັນດາ ຄກມດ ຂະແໜງການ ແລະ ທ້ອງຖິ່ນໃນໄລຍະຜ່ານມາ ທີ່ເຫັນວ່າຍັງບໍ່ທັນເຊື່ອມຈອດ ແລະ ຄ່ອງຕົວເທົ່າທີ່ຄວນ ເພື່ອຊອກຫາວິທີ່ໃນການປັບປຸງແກ້ໄຂບັນດາຂໍ້ຄົງຄ້າງເຫຼົ່ານັ້ນ. ພ້ອມກັນນັ້ນ, ກໍໄດ້ພ້ອມກັນວາງທິດທາງແຜນການວຽກສຳລັບປີ 2026. ທີ່ສຳຄັນໃນການກອງປະຊຸມຄັ້ງນີ້ ຍັງໄດ້ສ້າງຄວາມເຂັ້ມແຂງໃຫ້ ແກ່ພະນັກງານພາຍໃນຫ້ອງການ ຄຊກມດ ກ່ຽວກັບຄວາມຮູ້ກ່ຽວກັບພາວະຂອງການເປັນຜູ້ນຳ, ການເຮັດວຽກເປັນທິມ, ການຈັດການ ແລະ ບໍລິຫານຄຸ້ມຄອງຫ້ອງການ ລວມທັງການຈໍລະຈອນເອກະສານ ເຮັດໃຫ້ພະນັກງານພາຍໃນຫ້ອງການ ມີຄວາມຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້້ນຕື່ມ ເພື່ອນຳເອົາບົດຮຽນຄວາມຮູ້ດັ່ງກ່າວໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ແລະ ພັດທະນາຫ້ອງການ ຄຊກມດ ໃນການປະຕິບັດວຽກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ.

#ຄຊກມດ

ໃນວັນທີ 19 ທັນວາ 2025 ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັບຕົວແທນເດັກ...
23/12/2025

ໃນວັນທີ 19 ທັນວາ 2025 ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັບຕົວແທນເດັກ ແລະ ໄວໜຸ່ມ ແຂວງຫຼວງພະບາງ
ເພື່ອປະກອບເຂົ້າໃນແຜນດຳເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ ແລະ ແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ເດັກ 5 ປີ 2021-2025 ແລະ ຮ່າງແຜນດຳເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ ແລະ ແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ເດັກ 5 ປີ 2026-2030 ທີ່​ ໂຮງແຮມ ໂຊກພັນຄໍາ, ແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ນາງ ວັດທະນາ ອິນລໍຄໍາ ຮອງຫົວໜ້າຫ້ອງການ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ເຊິ່ງມີບັນດາທ່ານຜູ້ຕາງໜ້າຈາກ ຄກມດ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ; ກະຊວງການເງິນ; ກະຊວງ ສຶກສາທິການ ແລະ ກິລາ; ກະຊວງສາທາລະນະສຸກ; ກະຊວງ ປ້ອງກັນຄວາມສະຫງົບ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຜູ້ຕາງໜ້າຈາກ ຄກມດ ພະແນກການເງິນ, ພະແນກສຶກສາທິການ ແລະ ກິລາ, ພະແນກສາທາລະນະສຸກ, ພະແນກເຕັກໂນໂລຊີ ແລະ ການສື່ສານ, ພະແນກຍຸຕິທຳ, ພະແນກປ້ອງກັນຄວາມສະຫງົບ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແລະ ຂະແໜງ ຄກມດ, ຄູອາຈານ ແລະ ຕົວແທນນ້ອງນັກຮຽນ ຈາກແຂວງຫຼວງພະບາງ ແລະ ຫ້ອງການ ຄຊກມດ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມດັ່ງກ່າວ ມີຈຸດປະສົງ ເພື່ອສົ່ງເສີມການມີສ່ວນຮ່ວມ ແລະ ປຶກສາຫາລືເກັບກຳຄຳເຫັນຂອງເດັກ ແລະ ໄວໜຸ່ມ ເພື່ອຄົ້ນຄວ້າອັນໃດທີ່ເຮັດໃຫ້ມີຄວາມສຸກ, ສິ່ງທີ່ກັງວົນ, ຄວາມຫວັງໃນອະນາຄົດ ແລະ ສິ່ງທີ່ຢາກສະເໜີເພື່ອອະນາຄົດທີ່ດີຂອງເດັກ ໃນຕໍ່ໜ້າ.

#ຄຊກມດ

ໃນວັນທີ 18 ທັນວາ 2025 ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ຮ່ວມກັບອົງການຢູນິເຊັບ ໄດ້ຈັດກອງປະຊຸມປຶກສ...
19/12/2025

ໃນວັນທີ 18 ທັນວາ 2025 ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ຮ່ວມກັບອົງການຢູນິເຊັບ ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັບບັນດາແຂວງພາກກາງ ແລະ ພາກເໜືອ.
ເພື່ອທົບທວນການຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ເດັກ 5 ປີ 2021-2025 ແລະ ຮ່າງແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ເດັກ 5 ປີ 2026-2030
ທີ່​ ໂຮງແຮມ ໂຊກພັນຄໍາ, ແຂວງຫລວງພະບາງ ໂດຍການເປັນປະທານຂອງ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ເຊິ່ງມີບັນດາທ່ານຮອງປະທານ ຜູ້ຊີ້ນຳວຽກ ຄກມດ; ຕາງໜ້າພະແນກການເງິນ ຈາກ ແຂວງວຽງຈັນ, ຜົ້ງສາລີ, ຫຼວງນ້ໍາທາ, ອຸດົມໄຊ, ບໍ່ແກ້ວ, ຊຽງຂວາງ, ຫລວງພະບາງ, ຫົວພັນ, ໄຊຍະບູລີ, ນະຄອນຫຼວງວຽງຈັນ ແລະ ຜູ້ຕາງໜ້າຈາກ ຄກມດ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ; ກະຊວງຍຸຕິທຳ; ກະຊວງສຶກສາທິການ ແລະ ກິລາ; ກະຊວງສາທາລະນະສຸກ; ກະຊວງການເງິນ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຈາກ ຄກມດ ພະແນກການເງິນ, ພະແນກສຶກສາທິການ ແລະ ກິລາ, ພະແນກສາທາລະນະສຸກ, ພະແນກເຕັກໂນໂລຊີ ແລະ ການສື່ສານ, ພະແນກຍຸຕິທຳ, ພະແນກປ້ອງກັນຄວາມສະຫງົບ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແລະ ຂະແໜງ ຄກມດ ຈາກແຂວງຫລວງພະບາງ ແລະ ຫ້ອງການ ຄຊກມດ ລວມທັງ ຊ່ຽວຊານ ແລະ ຕາງໜ້າຈາກອົງການ ຢູນິເຊັບ ປະຈຳ ສປປ ລາວ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ ກອງປະຊຸມດັ່ງກ່າວ ມີຈຸດປະສົງ ເພື່ອທົບທວນຄວາມຄືບໜ້າ, ຜົນສຳເລັດ, ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດ ແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ເດັກ (2021–2025) ແລະ ເພື່ອປຶກສາຫາລື ຮ່ວມບັນດາຂະແໜງການ ກ່ຽວກັບ ການກຳນົດວຽກບຸລິມະສິດ ໃສ່ຮ່າງແຜນດຳເນີນງານສະບັບໃໝ່ (2026–2030) ຂອງພວກເຮົາໃຫ້ສົມບູນ.

#ຄຊກມດ

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ໄດ້ຈັດກອງປະຊຸມສ້າງຄວາມເຂັ້ມແຂງ ໃຫ້ ຄກມດ ແລະ ເສນາທິການຊ່ວຍວຽກ ຄ...
19/12/2025

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ໄດ້ຈັດກອງປະຊຸມສ້າງຄວາມເຂັ້ມແຂງ ໃຫ້ ຄກມດ ແລະ ເສນາທິການຊ່ວຍວຽກ ຄກມດ ບັນດາແຂວງພາກເໜືອ ແລະ ນະຄອນຫຼວງວຽງຈັນ.
--------------------------------------------------------------------------
ໃນວັນທີ 17 ທັນວາ 2025 ທີ່ ແຂວງຫຼວງພະບາງ ໂດຍການເປັນປະທານ ຂອງທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານ ສສຍລ, ຮອງປະທານ ຄຊກມດ; ຈຸດປະສົ່ງເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈເພີ່ມຕື່ມກ່ຽວກັບທີ່ຕັ້ງພາລະບົດບາດ ແລະ ໜ້າທີ່ ຂອງ ຄຊກມດ, ຄກມດ ຂັ້ນຂະແໜງການ ແລະ ທ້ອງຖິ່ນ ໃນການເປັນເສນາທິການໃຫ້ລັດຖະບານ, ແຂວງ ແລະ ນະຄອນຫຼວງໃນການຈັດຕັ້ງປະຕິບັດວຽກສົ່ງເສີມຄວາມກ້າວໜ້າແມ່ຍິງ, ວຽກແມ່ ແລະ ເດັກ, ສິດທິແມ່ຍິງ ແລະ ສິດທິເດັກ ໂດຍສະເພາະໃນຂອບເຂດຄວາມຮັບຜິດຊອບຂອງພາກສ່ວນຕົນ, ລວມທັງຂອດການປະສານງານ, ການຊຸກຍູ້ ຕິດຕາມ ແລະ ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຊຶ່່ງມີຜູ້ເຂົ້າຮ່ວມທັງໝົດ 55 ທ່ານ , ຍິງ 44 ທ່ານ ແລະ ຊາຍ 11 ທ່ານ, .
ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການນຳສະເໜີເອກະສານສຳຄັນຈຳນວນໜຶ່ງ ເປັນຕົ້ນ ນະໂຍບາຍ, ນິຕິກຳພາຍໃນ ແລະ ສາກົນທີ່ຕິດພັນກັບການສົ່ງເສີມຄວາມກ້າວໜ້າແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ, ສິດທິແມ່ຍິງ, ສິດທິເດັກ, ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ກົນໄກໃນການຈັດຕັ້ງປະຕິບັດ; ນອກຈາກນັ້ນ ກໍໄຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານດັ່ງກ່າວຂອງບັນດາແຊວງ ຊຶ່ງທັງຂໍ້ສະດວກສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້. ພ້ອມນັ້ນ ກໍໄດ້ປຶກສາຫາລືຮ່ວມກັນກ່ຽວກັບກົນໄກ ແລະ ວິທີ່ການປະສານງານຈັດຕັ້ງປະຕິບັດວຽກງານເພື່ອຮັບປະກັນໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ມີຄວາມຄ່ອງຕົວ ແລະ ມີປະສິດທິພາບ, ຊຶ່ງເຮັດຜູ້ເຂົ້າຮ່ວມ ມີຄວາມຮັບຮູ້ເຂົ້າໃຈ ແລະ ກຳໄດ້ທີ່ຕັ້ງພາລະບົດບາດ ໜ້າທີ່ ຂອງ ຄຊກມດ , ກົນໄກ ແລະ ຂອດປະສານງານ ໃນການສົ່ງເສີມວຽກງານ ຄວາມກ້າວໜ້າແມ່ຍິງ ຢູ່ ສປປປ ລາວ. ລວມທັງວິທີການສ້າງແຜນການ ແລະ ການຂຶ້້ນງົບປະມານ ເພື່ອໃຫ້ໄດ້ຮັບອະນຸມັດ ແລະ ມີການຈັດສັນງົບປະມານເພື່ອຈັດຕັ້ງປະຕິບັດ. ນອກຈາກນັ້ນກໍໄດ້ ປຶກສາຫາລື ກ່ຽວກັບຮ່າງແຜນດຳເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ IV(2026-2030) ຊຶ່ງບັນດາຜູ້ເຂົ້າຮ່ວມຈະໄດ້ພ້ອມກັນ ຄົ້ນຄວ້າປະກອບຄໍາເຫັນໃສ່ບັນດາຫົວຂໍ້ວຽກ ທີ່ໄດ້ກຳນົດເຂົ້າໃນຮ່າງແຜນດຳເນີນງານໃຫ້ມີຄວາມສອດ່ອງກັບສະພາບຄວາມເປັນຈິງ ແທດເຫມາະກັບການຈັດຕັ້ງປະຕິບັດໃນໄລຍະ 5 ປີ ຕໍ່ໜ້າ ເພື່ອ ໃຫ້ເນື້້ອໃນສົມບູນຂຶ້້ນ ສາມາດນຳໄປປຶກສາຫາລືນຳອົງການຈັດຕັ້ງສາກົນ ແລະ ຜູ້ໃຫ້ທຶນ ກ່ອນສົ່ງໃຫ້ ຄະນະປະທານ ຄຊກມດ ມີຄຳເຫັນ ແລະ ນຳມາປັບປຸງຄືນ ເພື່ອນຳເຂົ້າກອງປະຊຸມລັດຖະບານຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ.

#ຄຊກມດ

ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຈັດກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ ຄະນະກໍາມາທິການເພື່ອຄວາມກ້າວໜ...
12/12/2025

ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ
ຈັດກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ບັນດາແຂວງພາກໃຕ້
----------------------------------------------------------------
ໃນວັນທີ 10 ທັນວາ 2025 ທີ່ ເມືອງນະຄອນປາກເຊ ແຂວງຈໍາປາສັກ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ໄດ້ຈັດກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ບັນດາແຂວງພາກໃຕ້ ໂດຍການເປັນປະທານຂອງ ທ່ານ ນາງ ມະນີວອນ ຫຼວງສົມບັດ ກໍາມະການ ຄຊກມດ, ຫົວໜ້າຫ້ອງການ ຄຊກມດ ເຂົ້າຮ່ວມກອງປະຊຸມຄັ້ງນີ້ປະກອບມີ ຄກມດ ຈາກບັນດາແຂວງພາກໃຕ້ ປະກອບມີແຂວງບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ຈໍາປາສັກ, ມີຜູ້ຕາງໜ້າຈາກ ຄກມດ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ; ກະຊວງຍຸຕິທຳ; ກະຊວງ ສຶກສາທິການ ແລະ ກິລາ; ກະຊວງ ປ້ອງກັນຄວາມສະຫງົບ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີ ຄກມດ ແຂວງຈໍາປາສັກ ແລະ ຫ້ອງການ ຄຊກມດ ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງກອງປະຊຸມ ເພື່ອເປັນການສ້າງຄວາມຮັບຮູ້, ເຂົ້າໃຈ ກົງຈັກ ຄກມດ ບັນດາແຂວງໃຫ້ສາມາດຈັດຕັ້ງປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງຕົນ ແລະ ຜັນຂະຫຍາຍການຈັດຕັ້ງປະຕິບັດບັນດານິຕິກຳທີ່ຕິດພັນກັບການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ສິດທິເດັກ ສາມາດບັນລຸໄດ້ຕາມຄວາມຄາດໝາຍທີ່ວາງໄວ້; ລວມຜູ້ເຂົ້າຮ່ວມທັງໝົດ 59 ທ່ານ, ຍິງ 47 ທ່ານ ແລະ ຊາຍ 12 ທ່ານ.
ກອງປະຊຸມ ໄດ້ນໍາສະເໜີ ກ່ຽວກັບບັນດານິຕິກຳການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ຄຊກມດ; ຄກມດ ແລະ ເສນາທິການຊ່ວຍວຽກແຕ່ລະຂັ້ນ, ກົນໄກ ແລະ ການຈັດຕັ້ງປະຕິບັດວຽກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ, ການຕິດຕາມ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານຂອງ ຄຊກມດ ແລະ ຄກມດ ແຕ່ລະຂັ້ນ; ນອກຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ສົນທະນາປຶກສາຫາລື ແລກປ່ຽນບົດຮຽນ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງພາກສ່ວນຕົນໃນໄລຍະຜ່ານມາ ເຊິ່ງມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ເພື່ອເປັນບ່ອນອີງ ເປັນບົດຮຽນ ໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ.

#ຄຊກມດ

ການສຳມະນາວຽກງານຄວາມຮຸນແຮງຜ່ານທາງດິຈິຕອນຕໍ່ແມ່ຍິງ ແລະ ເດັກຍິງ----------------------------------------ໃນຕອນບ່າຍຂອງວັນທີ 08...
10/12/2025

ການສຳມະນາວຽກງານຄວາມຮຸນແຮງຜ່ານທາງດິຈິຕອນຕໍ່ແມ່ຍິງ ແລະ ເດັກຍິງ
----------------------------------------
ໃນຕອນບ່າຍຂອງວັນທີ 08-09 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ, ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ຮ່ວມກັບ ຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ປະຈໍາ ສປປ ລາວ ໄດ້ຈັດການສຳມະນາວຽກງານຄວາມຮຸນແຮງຜ່ານທາງດິຈິຕອນຕໍ່ແມ່ຍິງ ແລະ ເດັກຍິງຂື້ນ ເນື່ອງໃນໂອກາດ ລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2025 ພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈກັນ ຢຸດການໃຊ້ຄວາມຮຸນແຮງຜ່ານທາງດິຈິຕອນຕໍ່ແມ່ຍິງ ແລະ ເດັກຍິງ”, ເຊິ່ງເປັນຫົວຂໍ້ທີ່ສໍາຄັນ ໂດຍສະເພາະໃນຂະນະທີ່ໃນໂລກ ກໍຄືໃນຂົງເຂດອາຊຽນ ແລະ ປະເທດລາວ ພວມປະເຊີນໜ້າກັບສິ່ງທ້າທາຍທັງໃນຮູບແບບເກົ່າ ແລະ ຮູບແບບໃໝ່ທີ່ມາພ້ອມກັບຄວາມກ້າວໜ້າດ້ານດິຈິຕອນ.
ການສຳມະນາຄັ້ງນີ້ ມີບັນດາຜູ້ຕາງໜ້າຈາກ ຄກມດ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຄກມດ ກະຊວງປ້ອງກັນຄວາມສະຫງົບ, ຄກມດ ກະຊວງສຶກສາທິການ ແລະ ກິລາ, ຄກມດ ກະຊວງສາທາລະນະສຸກ, ຄກມດ ອົງການໄອຍະການປະຊາຊົນສູງສຸດ, ສູນກາງສະຫະພັນແມ່ຍິງລາວ ແລະ ບໍລິສັດເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມ 70 ທ່ານ
ການສຳມະນາດັ່ງກ່າວ ໄດ້ໃຫ້ຄວາມຮູ້ກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ຜົນການຄົ້ນຄວ້າກ່ຽວກັບການໃຊ້ຄວາມຮຸນແຮງທີ່ໃຊ້ເຕັກໂນໂລຊີອຳນວຍຄວາມສະດວກ, ຂອບນະໂຍບາຍ ແລະ ນິຕິກໍາ ແລະ ການຊ່ວຍເຫຼືອດ້ານຂໍ້ມູນໃນລະບົບອອນລາຍ, ການດໍາເນີນຄະດີຂອງເຈົ້າໜ້າທີ່ຕໍາຫຼວດ, ການຊ່ວຍເຫຼືອທາງດ້ານສັງຄົມ, ການຊ່ວຍເຫຼືອທາງດ້ານສຸຂະພາບ ແລະ ໄດ້ຮັບຟັງປະສົບການຕົວຈິງຂອງຜູ້ທີ່ເຄີຍຖືກຄວາມຮຸນແຮງຜ່ານສື່ອອນໄລ, ພ້ອມກັນນັ້ນ ຜູ້ເຂົ້າຮ່ວມຍັງໄດ້ຮ່ວມກັນສົນທະນາ ແລະ ປຶກສາຫາລື ຄົ້ນຄວ້າ ບັນດາວຽກບູລິມະສິດ ທີ່ຈະຈັດຕັ້ງປະຕິບັດໃນໄລຍະ 2026-2030 ກ່ຽວການປ້ອງກັນການໃຊ້ຄວາມຮຸນແຮງຜ່ານທາງດິຈິຕອນ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງຜ່ານທາງດິຈິຕອນ.
ການສຳມະນາຄັ້ງນີ້ ໄດ້ຍົກລະດັບຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ນັກສໍາມະນາກອນ ກ່ຽວກັບບັນຫາຄວາມຮຸນແຮງຕໍ່ແມ່ຍິງ ລວມທັງວິທີການປ້ອງກັນ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງທັງເຊິ່ງ ແລະ ທາງອອນລາຍ ຊຶ່ງຈະເປັນພື້ນຖານໃນການຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າວຽກຕົວຈິງຂອງແຕ່ລະທ່ານ ແຕ່ລະພາກສ່ວນ.

ຄວາມຮຸນແຮງຜ່ານທາງດິຈິຕອນຄືຄວາມຮຸນແຮງທີ່ແຈ້ຈິງ. ບໍ່ມີຂໍ້ແກ້ຕົວສໍາລັບການລ່ວງລະເມີດທາງອອນລາຍ Digital violence is real violence. There is for online abuse

#ຄຊກມດ

ໃນວັນທີ 9 ທັນວາ 2025 ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ຮ່ວມກັບອົງການຢູນິເຊັບ ໄດ້ຈັດກອງປະຊຸມປຶກສາ...
10/12/2025

ໃນວັນທີ 9 ທັນວາ 2025 ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ຮ່ວມກັບອົງການຢູນິເຊັບ ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັບບັນດາແຂວງພາກໃຕ້
ເພື່ອທົບທວນການຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງ ຄວາມຮຸນແຮງຕໍ່ເດັກ 5 ປີ 2021-2025 ແລະ ຮ່າງແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ເດັກ 5 ປີ 2026-2030
ທີ່​ ໂຮງແຮມ ຈຳປາສັກ ແກຣນ, ແຂວງຈໍາປາສັກ ໂດຍການເປັນປະທານຂອງ ທ່ານ ນາງ ມະນີວອນ ຫຼວງສົມບັດ ຫົວໜ້າຫ້ອງການ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ເຊິ່ງມີບັນດາທ່ານຮອງປະທານ ຜູ້ຊີ້ນຳວຽກ ຄກມດ; ຕາງໜ້າພະແນກການເງິນ ຈາກ ແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື, ໄຊສົມບູນ ແລະ ຜູ້ຕາງໜ້າຈາກ ຄກມດ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ; ກະຊວງຍຸຕິທຳ; ກະຊວງສຶກສາທິການ ແລະ ກິລາ; ກະຊວງ ປ້ອງກັນຄວາມສະຫງົບ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຈາກ ຄກມດ ພະແນກການເງິນ, ພະແນກສຶກສາທິການ ແລະ ກິລາ, ພະແນກສາທາລະນະສຸກ, ພະແນກເຕັກໂນໂລຊີ ແລະ ການສື່ສານ, ພະແນກຍຸຕິທຳ, ພະແນກປ້ອງກັນຄວາມສະຫງົບ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແລະ ຂະແໜງ ຄກມດ ຈາກແຂວງຈຳປາສັກ ແລະ ຫ້ອງການ ຄຊກມດ ລວມທັງ ຊ່ຽວຊານຈາກອົງການ ຢູນິເຊັບ ປະຈຳ ສປປ ລາວ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ ກອງປະຊຸມດັ່ງກ່າວ ມີຈຸດປະສົງ ເພື່ອທົບທວນຄວາມຄືບໜ້າ, ຜົນສຳເລັດ, ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດ ແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ເດັກ (2021–2025) ແລະ ເພື່ອປຶກສາຫາລື ຮ່ວມບັນດາຂະແໜງການ ກ່ຽວກັບ ການກຳນົດວຽກບຸລິມະສິດ ໃສ່ຮ່າງແຜນດຳເນີນງານສະບັບໃໝ່ (2026–2030) ຂອງພວກເຮົາໃຫ້ສົມບູນ.

#ຄຊກມດ
Laos

ສປປ ລາວ ການເຜີຍແຜ່ລະດັບຊາດ ຂະບວນການໂຄສະນາຂອງອາຊຽນຕ້ານການໃຊ້ຄວາມຮຸນແຮງທາງເພດຜ່ານທາງອອນລາຍ--------------------------------...
10/12/2025

ສປປ ລາວ ການເຜີຍແຜ່ລະດັບຊາດ ຂະບວນການໂຄສະນາຂອງອາຊຽນ
ຕ້ານການໃຊ້ຄວາມຮຸນແຮງທາງເພດຜ່ານທາງອອນລາຍ
-----------------------------------------------------------------

ໃນຕອນເຊົ້າຂອງວັນທີ 08 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ, ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ຮ່ວມກັບ ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງເຕັກນໂລຊີ ແລະ ການສືສານ, ຜູ້ຕາງໜ້າຄະນະກໍາມະການເພື່ອສົ່ງເສີມ ແລະ ປົກປ້ອງສິດທິຂອງແມ່ຍິງ ແລະ ເດັກ ອາຊຽນ ຂອງ ສປປລ າວ ແລະ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ປະຈໍາ ສປປ ລາວ ໄດ້ຈັດການເຜີຍແຜ່ລະດັບຊາດ ຂະບວນການໂຄສະນາຂອງອາຊຽນ ເພື່ອຕ້ານການໃຊ້ຄວາມຮຸນແຮງທາງເພດ ຊຶ່ງການຈັດຂະບວນການດັ່ງກ່າວຍັງເປັນອີກກິດຈະກຳໜຶ່ງໃນຂະບວນການລະນຶກ ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ. ຫົວຂໍ້ໃນປີ 2025 ນີ້ແມ່ນ: “ຮ່ວມແຮງຮ່ວມໃຈກັນ ເພື່ອຢຸດການໃຊ້ຄວາມຮຸນແຮງຜ່ານທາງດິຈິຕອນ ຕໍ່ແມ່ຍິງ ແລະ ເດັກຍິງ

ໃນຊຸມປີມໍ່ໆມານີ້, ການປ່ຽນຜ່ານສູ່ຍຸກສະໄໝຂອງຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ບໍ່ພຽງແຕ່ຂະຫຍາຍໂອກາດທາງດ້ານເສດຖະກິດ ສັງຄົມເທົ່ານັ້ນ, ແຕ່ຍັງສ້າງຄວາມສ່ຽງໃໝ່ ແລະ ເພີ່ມຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຢ່າງຕໍ່ເນື່ອງ ເຊັ່ນ: ການໃຫ້ຂໍ້ມູນບໍ່ຖືກຕ້ອງ, ບິດເບືອນຄວາມຈິງ, ການສົ່ງຕໍ່ຮູບພາບສ່ວນຕົວທີ່ບໍ່ໄດ້ຮັບຄວາມຍິນຍອມ, ການຂົມຂູ່ທາງອອນລາຍ, ຮູບພາບປອມລາມົກອານາຈານທີ່ສ້າງດ້ວຍ AI, ຄຳເວົ້າທີ່ໃສ່ຮ້າຍປ້າຍສີ ແລະ ການໃຊ້ຂໍ້ມູນທີ່ບໍ່ຖືກຕ້ອງໃນເວທີສື່ສັງຄົມ ແລະ ອື່ນໆ. ການກະທຳເຫຼົ່ານີ້້ບໍ່ພຽງແຕ່ເກີດຂຶ້້ນທາງອອນລາຍ ແຕ່ຍັງນຳໄປສູ່ຄວາມຮຸນແຮງໃນຊີວິດຈິງ ເຊັ່ນ: ການຈັດຫາເພື່ອບັງຄັບຂາຍບໍລິການທາງເພດ, ການແຕ່ງດອງກ່ອນໄວ, ການຄ້າມະນຸດ ໄປເຖິງການຄາດຕະກໍາແມ່ຍິງ ແລະ ເດັກຍິງ; ຄວາມອັນຕະລາຍເຫຼົານີ້້ສາມາດແກ່ຍາວ ແລະ ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ສຸຂະພາບ, ສະຫວັດດີພາບ ແລະ ຄວາມປອດໄພຂອງຜູ້ຖືກເຄາະຮ້າຍ.

ອາຊຽນ ໄດ້ໃຫ້ຄວາມສໍາຄັນໃນການແກ້ໄຂບັນຫາໂດຍໄດ້ພ້ອມກັນ ຜັນຂະຫຍາຍວາລະການພັດທະນາຂອງສາກົນເຂົ້າສູ່ອາຊຽນ ໄດ້ລີເລີ່ມ “ຂະບວນການໂຄສະນາຂອງອາຊຽນເພື່ອຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ທາງອອນລາຍ: ຮຽກຮ້ອງໃຫ້ມີການຈັດຕັ້ງປະຕິບັດ: “ບໍ່ ກໍຄື ບໍ່” “No Means No. Online Too” ເພື່ອຍົກລະດັບຄວາມຮັບຮູ້ ຄວາມເຂົ້າໃຈຕໍ່ບັນຫາດັ່ງກ່າວ, ສົ່ງເສີມພຶດຕິກຳອອນໄລນ໌ທີ່ມີຄວາມຮັບຜິດຊອບ, ແລະ ທັງເປັນການກຽມຄວາມພ້ອມໃຫ້ກັບ ແມ່ຍິງ, ເດັກຍິງ ແລະ ຜູ້ທີ່ພົບເຫັນເຫດການ ລວມທັງຜູ້ຊາຍ ແລະ ເດັກຊາຍ ໃຫ້ຮູ້ວິທີຮັບມືທີ່ຖືກຕ້ອງ ເຊັ່ນ: ການລາຍງານ, ການຂໍຄວາມຊ່ວຍເຫຼືອ ຫລືໃຫ້ຄວາມຊ່ວຍເຫລືອທັນເວລາ. ການເຜີຍແຜ່ໃນມື້ນີ້ເປັນການຜັນຂະຫຍາຍເຂົ້າສູ່ຂະບວນ ການໂຄສະນາຂອງ ສປປ ລາວ ນຳໄປສູ່ການຜັນຂະຫຍາຍ ເພື່ອປ້ອງກັນ ແລະ ແກ້ໄຂບັນຫາດັ່ງກ່າວ ເຊີ່ງສະແດງໃຫ້ເຫັນເຖິງຄວາມມູ່ງຫວັງໃນການສ້າງພື້ນທີ່ດິຈິຕອນທີ່ປອດໄພກວ່າ ແລະ ເປັນປະໂຫຍດຍິ່ງຂຶ້ນ.

ຄວາມຮຸນແຮງຜ່ານທາງດິຈິຕອນຄືຄວາມຮຸນແຮງທີ່ແຈ້ຈິງ. ບໍ່ມີຂໍ້ແກ້ຕົວສໍາລັບການລ່ວງລະເມີດທາງອອນລາຍ Digital violence is real violence. There is for online abuse
.
#ຄຊກມດ

ໃນວັນທີ 8 ທັນວາ 2025 ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັບຕົວແທນເດັກ ...
09/12/2025

ໃນວັນທີ 8 ທັນວາ 2025 ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັບຕົວແທນເດັກ ແລະ ໄວໜຸ່ມ ແຂວງຈຳປາສັກ
ເພື່ອປະກອບເຂົ້າໃນແຜນດຳເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ ແລະ ແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ເດັກ 5 ປີ 2021-2025 ແລະ ຮ່າງແຜນດຳເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ ແລະ ແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ເດັກ 5 ປີ 2026-2030 ທີ່​ ໂຮງແຮມ ຈຳປາສັກ ແກຣນ, ແຂວງຈໍາປາສັກ ໂດຍການເປັນປະທານຂອງ ທ່ານ ນາງ ມະນີວອນ ຫຼວງສົມບັດ ຫົວໜ້າຫ້ອງການ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ເຊິ່ງມີບັນດາທ່ານຜູ້ຕາງໜ້າຈາກ ຄກມດ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ; ກະຊວງຍຸຕິທຳ; ກະຊວງ ສຶກສາທິການ ແລະ ກິລາ; ກະຊວງ ປ້ອງກັນຄວາມສະຫງົບ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຜູ້ຕາງໜ້າຈາກ ຄກມດ ພະແນກການເງິນ, ພະແນກສຶກສາທິການ ແລະ ກິລາ, ພະແນກສາທາລະນະສຸກ, ພະແນກເຕັກໂນໂລຊີ ແລະ ການສື່ສານ, ພະແນກຍຸຕິທຳ, ພະແນກປ້ອງກັນຄວາມສະຫງົບ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແລະ ຂະແໜງ ຄກມດ, ຄູອາຈານ ແລະ ຕົວແທນນ້ອງນັກຮຽນ ຈາກແຂວງຈຳປາສັກ ແລະ ຫ້ອງການ ຄຊກມດ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມດັ່ງກ່າວ ມີຈຸດປະສົງ ເພື່ອສົ່ງເສີມການມີສ່ວນຮ່ວມ ແລະ ປຶກສາຫາລືເກັບກຳຄຳເຫັນຂອງເດັກ ແລະ ໄວໜຸ່ມ ເພື່ອຄົ້ນຄວ້າອັນໃດທີ່ເຮັດໃຫ້ມີຄວາມສຸກ, ສິ່ງທີ່ກັງວົນ, ຄວາມຫວັງໃນອະນາຄົດ ແລະ ສິ່ງທີ່ຢາກສະເໜີເພື່ອອະນາຄົດທີ່ດີຂອງເດັກ ໃນຕໍ່ໜ້າ.


#ຄຊກມດ

ໃນວັນທີ 03 ທັນວາ 2025 ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ຮ່ວມກັບ ອົງການຢູນິເຊັບ ໄດ້ຈັດກອງປະຊຸມປຶ...
08/12/2025

ໃນວັນທີ 03 ທັນວາ 2025 ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ຮ່ວມກັບ ອົງການຢູນິເຊັບ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ ທີ່ ໂຮງແຮມ Crowne Plaza ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ຮອງປະທານຜູ້ປະຈໍາການ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ແລະ ທ່ານ ບີລາລ ອູແຣັງ ເຊັບ ເດິຣານີ ຜູ້ຕາງໜ້າອົງການ ຢູນິເຊບ ປະຈໍາ ສປປ ລາວ; ມີຕາງໜ້າຈາກຄະນະກຳທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄກມດ) ບັນດາກະຊວງ, ອົງການ, ຕາງໜ້າຫ້ອງການ, ກົມ ຂອງ ສສຍລ, ຕາງໜ້າອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີ ການປົກປ້ອງເດັກຈາກການແຕ່ງດອງກ່ອນໄວອັນຄວນ ຈາກ ທ່ານ ນາງ ວັດທະນາ ອິນລໍຄໍາ ຮອງຫົວໜ້າຫ້ອງການ ຄຊກມດ; ການນໍາສະເໜີຮ່ວມກ່ຽວກັບ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ ຈາກອົງການ UNICEF ແລະ ອົງການ UNFPA. ຫຼັງຈາກນັ້ນ ໄດ້ແບ່ງກຸ່ມສົນທະນາໃນ 6 ຫົວຂໍ້ຄື: ກົດໝາຍ ແລະ ນະໂຍບາຍ; ການສ້າງຄວາມເຂັ້ມແຂງໃຫ້ກັບບຸກຄະລາກອນ ສໍາລັບວຽກງານຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ຕ້ານການໃຊ້ຄວາມຮຸນແຮງຕໍ່ເດັກ; ບໍລິການໃນການຊ່ວຍເຫຼືອ, ຍຸຕິທໍາ ແລະ ກົນໄກການສົ່ງຕໍ່; ບາງຮີດຄອງທີ່ເປັນອັນຕະລາຍຕໍ່ເດັກ-ການແຕ່ງດອງຂອງເດັກ; ຂໍ້ມູນ, ການຄົ້ນຄວ້າ, ຫຼັກຖານ ແລະ ການຕິດຕາມ ແລະ ການຂູດຮີດທາງເພດ ເພື່ອການຄ້າຂາຍເດັກ ແລະ ແມ່ຍິງ ເຊິ່ງຫົວຂໍ້ທັງໝົດນີ້ລ້ວນແຕ່ມີຄວາມສໍາຄັນ ເພື່ອຮັບປະກັນໃຫ້ສ້າງແຜນດຳເນີນງານ 2026-2030 ທີ່ກວມເອົາວຽກງານປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ມີຄວາມສອດຄ່ອງກົມກຽວ ແລະ ບໍ່ຊໍ້າຊ້ອນກັນ ຈຶ່ງຈໍາເປັນຕ້ອງໄດ້ມີການປຶກສາຫາລື ແລະ ປະກອບຄໍາຄິດເຫັນຈາກພາກສ່ວນກ່ຽວຂ້ອງ ໃນການຄົ້ນຄວ້າ, ປຶກສາຫາລື ເພື່ອຊອກໃຫ້ເຫັນບັນຫາທີ່ຄ້າຍຄືກັນຂອງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ ລວມທັງວິທີການໃນການປ້ອງກັນ ແລະ ແກ້ໄຂ ເພື່ອຄວາມເອກະພາບຮ່ວມກັນ ແລະ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານສິດທິເດັກ, ວຽກງານສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຄວາມຮັບຜິດຊອບຂອງແມ່ຍິງໃນການເຂົ້າຮ່ວມ ແລະ ການມີສ່ວນຮ່ວມໃນວຽກງານສັນຕິພາບ ແລະ ຄວາມໝັ້ນຄົງທີ່ຍືນຍົງໃນຂອບເຂດທົ່ວປະເທດ ແລະ ພາກພື້ນ ໄດ້ປົກປ້ອງ ແລະ ສົ່ງເສີມສິດທິເດັກທຸກຂະແໜງການ ແລະ ທຸກພາກສ່ວນຕ່າງໆໃນສັງຄົມ ໄດ້ມີຄວາມໝາຍໝັ້ນຂອງພາກສ່ວນຕົນ ທີ່ໄດ້ເອົາໃຈໃສ່ພິເສດຕໍ່ລະບົບການປົກປ້ອງ ແຕ່ຍັງມີຄວາມຈໍາກັດດ້ານງົບປະມານ, ບຸກຄະລາກອນ, ສະຖາບັນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານດັ່ງກ່າວ.


#ຄຊກມດ

Address

Phaxay
Vientiane

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00

Telephone

+85621316711

Alerts

Be the first to know and let us send you an email when ຄຊກມດ NCAWMC posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to ຄຊກມດ NCAWMC:

Share