ຂ່າວສານ ພາຍໃນ

ຂ່າວສານ ພາຍໃນ ຂ່າວສານ ພາຍໃນ ແຫຼ່ງລວມຂໍ້ມູນຂ່າວສາ? ສາຍດ່ວນ ໂທ 1526

...............ກອງປະຊຸມກະກຽມການດໍາເນີນການປັບປຸງກົງຈັກການຈັດຕັ້ງ ຢູ່ທ້ອງຖິ່ນ.............ວັນທີ 1 ກໍລະກົດ 2025 ນີ້ ທີ່ຄະນະ...
02/07/2025

...............ກອງປະຊຸມກະກຽມການດໍາເນີນການປັບປຸງກົງຈັກການຈັດຕັ້ງ ຢູ່ທ້ອງຖິ່ນ.............
ວັນທີ 1 ກໍລະກົດ 2025 ນີ້ ທີ່ຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມກະກຽມການດໍາເນີນການປັບປຸງກົງຈັກການຈັດຕັ້ງ ຢູ່ຂັ້ນທ້ອງຖິ່ນຂຶ້ນ ໂດຍການເປັນປະທານ ຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຜູ້ປະຈໍາການຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ, ມີລັດຖະມົນຕີ-ຮອງລັດຖະມົນຕີ ບັນດາກະຊວງ, ເຈົ້າແຂວງ-ຮອງເຈົ້າແຂວງ, ຄະນະຈັດຕັ້ງສູນກາງພັກຂັ້ນແຂວງ, ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ ຂັ້ນແຂວງ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມເຊິ່ງໜ້າ ແລະ ແບບອອນລາຍທົ່ວປະເທດ.
ສະຫາຍ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຮ່າງທິດທາງການປັບປຸງ ກົງຈັກການຈັດຕັ້ງຢູ່ທ້ອງຖິ່ນວ່າ ການປັບປຸງກົງຈັກການຈັດຕັ້ງ ຢູ່ທ້ອງຖິ່ນນີ້ ຕ້ອງຮັບປະກັນການຈັດຕັ້ງປະຕິບັດຕາມທັດສະນະຊີ້ນໍາຂອງພັກ ຢ່າງເຂັ້ມງວດ, ທັນກໍານົດເວລາ, ຮັກສາໄດ້ຄວາມສາມັກຄີເອກະພາບ, ມີຄວາມສະຫງົບໃນກົງຈັກທີ່ຖືກປັບປຸງ, ກົງຈັກມີຄວາມກະທັດຮັດ, ຫຼຸດຈໍານວນພະແນກ-ອົງການ ຢູ່ຂັ້ນແຂວງ, ຫ້ອງການຢູ່ຂັ້ນເມືອງ, ຫຼຸດຈໍານວນພະນັກງານ-ລັດຖະກອນ ຕາມນະໂຍບາຍທີ່ເໝາະສົມ, ສັບຊ້ອນບຸກຄະລາກອນເຂົ້າໃນກົງຈັກການຈັດຕັ້ງ ຂອງພາກສ່ວນທີ່ຖືກປັບປຸງຄືນໃໝ່ ໃຫ້ຮັບປະກັນມາດຕະຖານ, ເງຶ່ອນໄຂທີ່ກໍານົດໄວ້.
ພ້ອມກັນນີ້ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຜູ້ປະຈໍາການຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ ຍັງໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຢູ່ບັນດາກະຊວງ-ອົງການ ແລະ ບັນດາແຂວງ ຕ້ອງໄດ້ຮີບຮ້ອນໃນການຄົ້ນຄວ້າປັບປຸງ ໂດຍມີແຜນການເປັນຂັ້ນຕອນ, ວິເຄາະບັນຫາຕໍ່າແໜ່ງງານຢ່າງລະອຽດ, ມີການລາຍງານ ເພື່ອຂໍທິດຊີ້ນຳຂັ້ນເທິງເປັນແຕ່ລະໄລຍະ, ການຈັດຕັ້ງປະຕິບັດຕ້ອງມີລັກສະນະຊັດເຈນ ພາວະວິໄສ ເປັນໄປຕາມຂັ້ນຕອນຂອງລະບຽບຫຼັກການຢ່າງເຂັ້ມງວດ.
ນອກຈາກນີ້ ໃນກອງປະຊຸມ ຍັງໄດ້ຮັບຟັງການປະກອບຄໍາເຫັນຈາກກະຊວງ-ອົງການ ແລະ ບັນດາແຂວງ-ນະຄອນຫຼວງວຽງຈັນ ທີ່ມີການປັບປຸງກົງຈັກການຈັດຕັ້ງ.

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ຍ້ອງຍໍຜົນງານ 1 ສະໄໝຜ່ານມາ (2021-2024) ຂອງ ສະຫະພັນກຳມະບາ...
25/06/2025

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ຍ້ອງຍໍຜົນງານ 1 ສະໄໝຜ່ານມາ (2021-2024) ຂອງ ສະຫະພັນກຳມະບານກະຊວງພາຍໃນ
-------------
ວັນທີ 25 ມິຖຸນາ 2025 ນີ້ ສະຫະພັນກຳມະບານກະຊວງພາຍໃນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ຍ້ອງຍໍຜົນງານ 1 ສະໄໝຜ່ານມາ (2021-2024) ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ຕ໋ອງ ພູມມີພັນ ປະທານຄະນະບໍລິຫານງານສະຫະພັນກໍາມະບານກະຊວງພາຍໃນ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະບໍລິຫານງານສະຫະພັນກໍາມະບານກະຊວງພາຍໃນ, ບັນດາສະຫາຍຜູ້ຕາງໜ້າຈາກກົມຈັດຕັ້ງ ແລະ ພະນັກງານສູນກາງສະຫະພັນກໍາມະບານລາວ ແລະ ຄະນະກໍາມະບານຮາກຖານ, ພ້ອມດ້ວຍສະມາຊິກກໍາມະບານຂອງກະຊວງພາຍໃນເຂົ້າຮ່ວມ.
ທ່ານ ຕ໋ອງ ພູມມີພັນ ປະທານຄະນະບໍລິຫານງານສະຫະພັນກໍາມະບານກະຊວງພາຍໃນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ 1 ສະໄໝຜ່ານມາ 2021-2024 ແລະ ທິດທາງແຜນການ ຂອງ ສະຫະພັນກຳມະບານກະຊວງພາຍໃນ ແລະ ທິດທາງແຜນການ 2025-2029 ວ່າ: ໃນໄລຍະ 04 ປີຜ່ານມາສະຫະພັນກໍາມະບານກະຊວງພາຍໃນໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດກົດໝາຍຂອງລັດ, ມະຕິ, ຄໍາສັ່ງ ແລະ ບັນດາເອກະສານຕ່າງໆຂອງສູນກາງສະຫະພັນກໍາມະບານລາວວາງອອກຢ່າງເຂັ້ມງວດ; ໄດ້ເຂົ້າຮ່ວມຮັບຟັງການເຜີຍແຜ່ບັນດານິຕິກໍາຕ່າງໆທີ່ຕິດພັນຄວາມຮັບຜິດຊອບຂອງຕົນເຮັດໃຫ້ສະມາຊິກກໍາມະບານມີຄວາມຮູ້, ຄວາມສາມາດ, ທາງດ້ານທິດສະດີການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມອົດທົນ, ມີຫົວຄິດປະດິດສ້າງໃນການເຄື່ອນ ໄຫວໜ້າທີ່ວຽກງານວິຊາສະເພາະເວົ້າລວມ, ເວົ້າສະເພາະກໍ່ຄືວຽກງານກໍາມະບານ ມີແບບແຜນວິທີເຮັດວຽກ, ແບບແຜນດໍາລົງຊີວິດໃນສະພາບເສດຖະກິດພົບຄວາມຫຍຸ້ງຍາກໃຫ້ສາມາດປະຄັບປະຄອງໃນການດໍາລົງຊີວິດ ແລະ ການປະຕິບັດໜ້າທີ່ວຽກງານ. ນອກນີ້ ຄະນະບໍລິຫານງານສະຫະພັນກໍາມະບານກະຊວງ ຍັງໄດ້ຊຸກຍູ້ຈັດຕັ້ງປະຕິບັດຫນ້າທີ່ການເມືອງຂອງຕົນເປັນຢ່າງດີ, ໂດຍນໍາພາຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຂະແຫນງການເປັນແຕ່ລະໄລຍະ ເຊັ່ນ: ແຜນການ 05 ປີ, ແຜນການ ປະຈໍາປີ, ແຜນການ 6 ເດືອນ, ໄຕມາດ ແລະ ແຜນການປະຈໍາເດືອນ ໂດຍມີການລາຍງານສ່ອງແສງຢູ່ພາຍໃນ ແລະ ລາຍງານສ່ອງແສງໃຫ້ຂັ້ນເທິງຢ່າງເປັນປົກກະຕິ.
ນອກຈາກນີ້ ຍັງໄດ້ມີພິທີຮັບຮອງເອົາສະຫະພັນກໍາມະບານກະຊວງພາຍໃນ ເປັນສະຫະພັນກຳມະບານ 5 ເປັນເຈົ້າ ພ້ອມທັງປະດັບຫຼຽນກາກໍາມະບານລາວ ແລະ ມອບທຸງໄຊ ໃຫ້ກົມກອງລວມໝູ່ ແລະ ບຸກຄົນທີ່ມີຜົນງານດີເດັ່ນ ເຊິ່ງມີກົມກອງ ຈໍານວນ 14 ຮາກຖານກໍາມະບານ ແລະ ມີບຸກຄົນທີ່ມີຜົນງານດີເດັ່ນ ຈໍານວນ 157 ສະຫາຍ ທີ່ໄດ້ຮັບກຽດປະດັບຫຼຽນການກໍາມະບານ ໂດຍການປະດັບຫຼຽນຂອງ ສະຫາຍ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ. ພ້ອມນີ້ ຍັງມີສະມາຊິກກໍາມະບານທີ່ໄດ້ຮັບໃບຍ້ອງຍໍຈາກສູນກາງສະຫະພັນກໍາມະບານລາວ ຈໍານວນ 174 ສະຫາຍ ອີກດ້ວຍ.
ຕອນທ້າຍກອງປະຊຸມ ສະຫາຍ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ໂອ້ລົມຕໍ່ກອງປະຊຸມວ່າ ຜ່ານການຕິດຕາມຮັບຟັງການສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ 1 ສະໄໝຜ່ານມາ ແລະ ແຜນການ ວຽກງານຈຸດສຸມໃນຕໍ່ໜ້າ ເຫັນວ່າຜົນສໍາເລັດ, ຜົນງານ ທີ່ສະຫະພັນກໍາມະບານກະຊວງ ຍາດມາໄດ້ນັ້ນ ແມ່ນໃຫຍ່ຫຼວງ ແລະ ມີຄວາມສໍາຄັນ, ແຕ່ຖ້າທຽບໃສ່ພາລະບົດບາດ ແລະ ໜ້າທີ່ຂອງສະຫະພັນກໍາມະບານກໍ່ຄືຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ແລ້ວ, ພວກເຮົາຍັງຈະຕ້ອງໄດ້ເພີ່ມທະວີຄວາມບຸກບືນສູ້ຊົນ, ກ້າຫານ, ສະດຸ່ງໄວ ແລະ ປະດິດສ້າງກວ່າເກົ່າ ເພື່ອແກ້ໄຂບັນຫາຈໍານວນໜຶ່ງ ທີ່ເຫັນວ່າຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ, ສິ່ງສໍາຄັນ ແມ່ນຕ້ອງກ້າເບິ່ງຄວາມຈິງ ອັນໃດຖືກຕ້ອງສອດຄ່ອງແລ້ວ, ອັນໃດທີ່ມີໝໍ່ແໝງປັດໄຈໃໝ່ທີ່ຕັ້ງໜ້າກໍ່ໃຫ້ສືບຕໍ່ ຕໍ່ຍອດ, ເພີ່ມເຕີມ, ເສີມຂະຫຍາຍໃຫ້ດີຂຶ້ນ ແລະ ເຕີບໃຫຍ່ຂຶ້ນກວ່ເກົ່າ,ອັນໃດທີ່ຍັງເຮັດບໍ່ທັນໄດ້ດີ ຫຼື ຄ້າງຄານັ້ນກໍ່ຕ້ອງເບິ່ງຄືນວ່າ: ຄາຍ້ອນຫັຍງແທ້, ຍ້ອນນິຕິກໍາ, ຍ້ອນແບບແຜນ, ຍ້ອນບຸກຄະລາກອນ ຫຼື ຍ້ອນບັນຫາໃດແທ້ ກໍ່ຕ້ອງກ້າຫານແກ້ໄຂໃຫ້ຖືກຕ້ອງ, ຖືກຈຸດ ແລະ ສະມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນເງື່ອນໄຂໃໝ່ໃຫ້ດີຂຶ້ນກວ່າເກົ່າ.

.......ກອງປະຊຸມພົບປະລະຫວ່າງພາກລັດ ແລະ ອົງການຈັດຕັ້ງສັງຄົມລາວ ປະຈຳປີ 2024.............ໃນລະຫວ່າງວັນທີ 18-19 ມິຖຸນາ 2025 ນີ...
20/06/2025

.......ກອງປະຊຸມພົບປະລະຫວ່າງພາກລັດ ແລະ ອົງການຈັດຕັ້ງສັງຄົມລາວ ປະຈຳປີ 2024.............
ໃນລະຫວ່າງວັນທີ 18-19 ມິຖຸນາ 2025 ນີ້ ກົມພັດທະນາການບໍລິຫານລັດ ໄດ້ຈັດກອງປະຊຸມພົບປະລະຫວ່າງພາກລັດ ແລະ ອົງການຈັດຕັ້ງສັງຄົມລາວ ປະຈຳປີ 2024 ຂຶ້ນທີ່ໂຮງແຮມຄາວພາຊາ ໂດຍການເປັນປະທານຂອງທ່ານ ປອ ວິໄລວົງ ບຸດດາຄໍາ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ ຂອງບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ຫົວໜ້າ-ຮອງຫົວໜ້າພະແນກພາຍໃນແຂວງ ທົ່ວປະເທດ, ຕາງໜ້າສະມາຄົມ ແລະ ມູນນິທິ ທີ່ເຄື່ອນໄຫວໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.
ທ່ານ ສຸລິວັນ ອ່ອນຕາວົງ ຫົວໜ້າກົມພັດທະນາການບໍລິຫານລັດ ໄດ້ຜ່ານບົດລາຍງານການເຄື່ອນໄຫວວຽກງານອົງການຈັດຕັ້ງສັງຄົມ ໃນຂອບເຂດທົ່ວປະເທດ ປະຈໍາປີ 2024 ເຊິ່ງໃນໄລຍະຜ່ານມາການເຄື່ອນໄຫວຂອງຫຼາຍສະມາຄົມ ແລະ ມູນນິທິ ແມ່ນມີແບບແຜນ ບົນພື້ນຖານແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນຍຸດທະສາດຂອງຂະແໜງການລັດທີ່ກ່ຽວຂ້ອງ, ມີລະບົບຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ, ມີລະບົບການບໍລິຫານພະນັກງານ, ໂຄງການ ແລະ ການເງິນທີ່ດີ, ມີການຈັດກອງປະຊຸມແລກປ່ຽນວິຊາການ ເພື່ອຖອດຖອນບົດຮຽນເຊຶ່ງກັນ ແລະ ກັນ ໃນດ້ານຕ່າງໆ, ບັນດາອົງການຈັດຕັ້ງສັງຄົມມີການປະກອບສ່ວນຢ່າງຕັ້ງໜ້າໃນການຊ່ວຍເຫຼືອສັງຄົມ, ຊຸມຊົນ, ປະຊາຊົນຜູ້ດ້ອຍໂອກາດ, ຜູ້ທຸກຍາກ ແລະ ປະກອບສ່ວນຊ່ວຍອົງການຈັດຕັ້ງລັດໃນດ້ານຕ່າງໆ, ມີຄວາມເຂົ້າໃຈຕໍ່ບົດບາດ, ໜ້າທີ່ຂອງຕົນເປັນຢ່າງດີ ໃນຖານະເປັນອົງການບໍ່ຫວັງຜົນກໍາໄລ ເພື່ອໃຫ້ການຊ່ວຍເຫຼືອສັງຄົມ, ໂຄງການຂອງສະມາຄົມ ແລະ ມູນນິທິ ສ່ວນໃຫຍ່ ແມ່ນສາມາດບັນລຸໄດ້ຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້.
ໃນກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງ ການນໍາສະເໜີ ບົດບາດ ແລະ ໜ້າທີ່ຂອງຄະນະກໍາມະການປະສານງານອົງການຈັດຕັ້ງສັງຄົມລາວ, ການລາຍງານຜົນງານການປະກອບສ່ວນພົ້ນເດັ່ນ ຂອງອົງການຈັດຕັ້ງສັງຄົມ ໃນຂະແໜງສົ່ງເສີມການປົກຄອງທີ່ດີ, ຜົນງານການປະກອບສ່ວນຂອງອົງການຈັດຕັ້ງສັງຄົມ ໃນຂະແໜງສົ່ງເສີມວຽກງານການສຶກສາທິການ ແລະ ກິລາ, ຜົນງານການປະກອບສ່ວນຂອງອົງການຈັດຕັ້ງສັງຄົມ ໃນຂະແໜງສົ່ງເສີມວຽກງານກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດ, ການລາຍງານຜົນງານການປະກອບສ່ວນຂອງອົງການຈັດຕັ້ງສັງຄົມ ໃນຂະແໜງສົ່ງເສີມວຽກງານອະນຸລັກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຜົນງານການປະກອບສ່ວນຂອງອົງການຈັດຕັ້ງສັງຄົມ ໃນຂະແໜງສົ່ງເສີມວຽກງານສາທາລະນະສຸກ, ການລາຍງານຜົນງານການປະກອບສ່ວນຂອງອົງການຈັດຕັ້ງສັງຄົມ ໃນຂະແໜງສົ່ງເສີມວຽກງານແຮງງານ, ຄວາມພິການ ແລະ ການປົກປ້ອງທາງສັງຄົມ, ການລາຍງານຜົນງານການປະກອບສ່ວນຂອງອົງການ ຈັດຕັ້ງສັງຄົມໃນຂະແໜງສົ່ງເສີມວຽກງານເສດຖະກິດ, ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ຜົນສໍາເລັດ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຈັດສໍາມະນາຮ່ວມກັນ ລະຫວ່າງ ຂະແໜງກະສິກໍາ ແລະ ປ່າໄມ້ ແລະ ອົງການຈັດຕັ້ງສັງຄົມລາວທີ່ເຄື່ອນໄຫວໃນ ຂະແໜງກະສິກໍາ ແລະ ປ່າໄມ້, ການເຜີຍແຜ່ຜົນການປະເມີນຄວາມສ່ຽງລະດັບຊາດຂອງອົງການບໍ່ຫວັງຜົນກໍາໄລ. ນອກຈາກນີ້ ຍັງມີເວທີສົນທະນາໃນຫົວຂໍ້ ບົດຮຽນທີ່ດີ ໃນການຮ່ວມມືລະຫວ່າງພາກລັດ ແລະ ອົງການຈັດຕັ້ງສັງຄົມ ເພື່ອປະກອບສ່ວນໃນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
ພ້ອມກັນນີ້ ກອງປະຊຸມຍັງມີພິທີມອບໃຍຍ້ອງຍໍໃຫ້ບັນດາສະມາຄົມ ແລະ ມູນນິທິ ທີ່ໄດ້ປະຕິບັດລະບຽບການ ແລະ ໃຫ້ການຊ່ວຍເຫຼືອສັງຄົມປະຈໍາປີ 2024 ໂດຍການມອບຂອງທ່ານ ປອ ວິໄລວົງ ບຸດດາຄໍາ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ.

ປະກາດການຈັດຕັ້ງໂຮມກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ-------------ວັນທີ 18 ມິຖຸນາ 2025 ທີ່ ຫໍປະຊຸມຫ້ອງວ່າການສູນກາງພັກ ...
19/06/2025

ປະກາດການຈັດຕັ້ງໂຮມກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ
-------------
ວັນທີ 18 ມິຖຸນາ 2025 ທີ່ ຫໍປະຊຸມຫ້ອງວ່າການສູນກາງພັກ ຫລັກ 6 ໄດ້ມີພິທີປະກາດກົງຈັກການຈັດຕັ້ງ ໂຮມກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ ໂດຍການເປັນປະທານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ. ມີທ່ານ ລັດຖະມົນຕີ, ຮອງລັດຖະມົນຕີກະຊວງພາຍໃນ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຫົວໜ້າກົມ, ຮອງກົມ ແລະ ພະນັກທັງໝົດຂອງ ສອງພາກສ່ວນເຂົາຮ່ວມ.
ທ່ານ ປອ. ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ໄດ້ຂຶ້ນລາຍງານສະພາບລວມ ແລະ ການຈັດຕັ້ງປະຕິບັດວຽກງານ ປັບປຸງກົງຈັກການຈັດຕັ້ງ ໂດຍປະຕິບັດຕາມມະຕິ ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍ ການປັບປຸງກົງຈັກການຈັດຕັ້ງ ສະບັບເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025, ມະຕິ ກອງປະຊຸມຂອງ ສະພາແຫ່ງຊາດ ວ່າດ້ວຍການຮັບຮອງ ການປັບປຸງການຈັດຕັ້ງ ຂອງລັດຖະບານ ສະບັບເລກທີ 05/ສພຊ,ລົງວັນທີ 20 ມີນາ 2025 ເຊິ່ງໄດ້ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງ ຂອງກະຊວງ-ອົງການ. ໃນນີ້, ໂຮມເອົາກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ. ດ້ານໂຄງປະກອບການຈັດຕັ້ງ ພາຍຫລັງໂຮມເຂົ້າກັນ ປະກອບມີ 12 ຫົວໜ່ວຍຂັ້ນກົມ.
ໃນພິທີດັ່ງກ່າວ, ທ່ານ ລີວົງ ລາວລີ ຮອງລັດຖະມົນຕີ ກະຊວງພາຍໃນ ໄດ້ຂຶ້ນຜ່ານ ລັດຖະດຳລັດແຕ່ງຕັ້ງ ແລະ ໄດ້ປະກາດ ຄະນະຈັດຕັ້ງສູນກາງພັກ ຊຸດໃໝ່ ເຊິ່ງປະກອບມີ 05 ທ່ານ ຄື:
1. ທ່ານ ນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ;
2. ທ່ານ ປອ.ວິໄລວົງ ບຸດດາຄຳ ຮອງຫົວໜ້າ ຄະນະຈັດຕັ້ງສູນກາງພັກ;
3. ທ່ານ ນາງ ບຸດສະດີ ທະນະເມືອງ ຮອງຫົວໜ້າ ຄະນະຈັດຕັ້ງສູນກາງພັກ;
4. ທ່ານ ປອ.ວິສຸກ ພົມພິທັກ ຮອງຫົວໜ້າ ຄະນະຈັດຕັ້ງສູນກາງພັກ;
5. ທ່ານ ດອນ ໄພວົງ ຮອງຫົວໜ້າ ຄະນະຈັດຕັ້ງສູນກາງພັກ.

ຫົວໜ້າກົມ ມີ 12 ທ່ານ ຄື:
1. ທ່ານ ວັນນະ ບຸບຜາ ຫົວໜ້າຫ້ອງການ;
2. ທ່ານ ວຽນທອງ ສິງຄຳພັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ;
3. ທ່ານ ຕ໋ອງ ພູມມີພັນ ຫົວໜ້າກົມກວດກາ;
4. ທ່ານ ພູຂົງ ພິລາເພັດ ຫົວໜ້າກົມກໍ່ສ້າງພັກ;
5. ທ່ານ ພອນສະຫວັນ ໄຊຊະນະ ຫົວໜ້າກົມ ກົງຈັກການຈັດຕັ້ງພັກ;
6. ທ່ານ ສຸລິຍາ ພົມມິສິດ ວ່າການ ຫົວໜ້າກົມຄຸ້ມຄອງພະນັກງານ;
7. ທ່ານ ວຽງເພັດ ແສງທອງ ຫົວໜ້າ ກົມກໍ່ສ້າງພະນັກງານ;
8. ທ່ານ ທອງສະຫວັນ ປັນຍາວິຈິດ ຫົວໜ້າກົມ ຄຸ້ມຄອງລັດຖະກອນ ແລະ ພາລະກອນ;
9. ທ່ານ ບຸນຈັນ ນິຍະວົງ ຫົວໜ້າກົມ ປົກຄອງທ້ອງຖິ່ນ;
10. ທ່ານ ຄຳກອງ ລາວລີ ຫົວໜ້າກົມ ແຂ່ງຂັນ-ຍ້ອງຍໍ;
11. ທ່ານ ສຸລິວັນ ອ່ອນຕາວົງ ຫົວໜ້າກົມພັດທະນາການບໍລິຫານລັດ;
12. ທ່ານ ປອ. ນາງ ຈັນທາ ອ່ອນໄຊວຽງ ຫົວໜ້າ ສະຖາບັນຄົ້ນຄວ້າວຽກງານຈັດຕັ້ງ ແລະ ການປົກຄອງ.
ພາບຂ່າວ: ອາດີດ ຂ່າວສານ ພາຍໃນ

ກອງປະຊຸມທົບທວນຜົນສຳເລັດການຈັດຕັ້ງປະຕິບັດ ແຜນງານການມີສ່ວນຮ່ວມ ຂອງປະຊາຊົນ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ----------- ວັ...
17/06/2025

ກອງປະຊຸມທົບທວນຜົນສຳເລັດການຈັດຕັ້ງປະຕິບັດ ແຜນງານການມີສ່ວນຮ່ວມ ຂອງປະຊາຊົນ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ
-----------
ວັນທີ 17 ມິຖຸນາ 2025 ນີ້ ກອງປະຊຸມທົບທວນຜົນສຳເລັດການຈັດຕັ້ງປະຕິບັດ ແຜນງານການມີສ່ວນຮ່ວມ ຂອງປະຊາຊົນ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໄດ້ຈັດຂຶ້ນທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົົນຕີກະຊວງຍຸຕິທຳ ແລະ ທ່ານ ຈ່ອງ-ກາບຣີແຢຣ ດຸສ ຜູ້ອຳນວຍການພາກພື້ນຂົງເຂດ ແມ່ນໍ້າຂອງ ອົງການຮ່ວມມືສາກົນເພື່ອການພັດທະນາ ປະເທດສະວິດເຊີແລນ, ມີຮອງເຈົ້າແຂວງ ແຂວງຄຳມ່ວນ, ຕາງຫນ້າຈາກສະຖານທູດເຢຍລະມັນ, ສະຫະພາບເອີຣົບ, ອົງການຮ່ວມມືເພື່ອການພັດທະນາ ຂອງປະເທດສະວິດເຊີແລນ (SDC) ແລະ ອົງການຮ່ວມມືສາກົນລາວ-ເຢຍລະມັນ (GIZ), ມີຫົວໜ້າກົມ, ຮອງຫົວໜ້າກົມ, ຄະນະພະແນກ ແລະ ວິຊາການຈາກສະພາແຫ່ງຊາດ, ກະຊວງຍຸຕິທຳ, ກະຊວງພາຍໃນ ແລະ ກະຊວງກະສິກຳ ແລະ ປ່າໄມ້ , ກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ມີຕ່າງໜ້າແຂວງເປົ້າໝາຍຈາກຫ້ອງວ່າການແຂວງ, ພະແນກພາຍໃນ, ພະແນກຍຸຕິທຳ, ພະແນກກະສິກຳ-ປ່າໄມ້, ພະແນກການຕ່າງປະເທດ, ສະຖາບັນຍຸຕິທຳ ສາຂາແຂວງຫລວງພະບາງ ແລະ ສະຫວັນນະເຂດ, ສະພາປະຊາຊົນ ຂອງ ແຂວງຫຼວງພະບາງ ແລະ ແຂວງຄໍາມ່ວນ ເຂົ້າຮ່ວມ.

ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົົນຕີກະຊວງຍຸຕິທຳ ໄດ້ກ່າວວ່າ ແຜນງານເຊກາ ເປັນແຜນງານໜຶ່ງທີ່ມີຫຼາຍພາກສ່ວນ ຂອງລັດຖະບານ ເປັນຜູ້ຈັດຕັ້ງປະຕິບັດ ເປັນຕົ້ນແມ່ນ: ກະຊວງພາຍໃນ, ສະພາແຫ່ງຊາດ, ກະຊວງຍຸຕິທຳ ແລະ ກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການຄູ່ຮ່ວມພັດທະນາ ຫລື ຜູ້ໃຫ້ທຶນ ແລະ ສອງແຂວງເປົ້າໝາຍ ຄື: ແຂວງຫຼວງພະບາງ ແລະ ແຂວງຄຳມ່ວນ ໂດຍການສະໜັບສະໜູນທາງດ້ານວິຊາການ ແລະ ດ້ານການເງິນຈາກສະຫະພາບເອີຣົບ (EU), ລັດຖະບານເຢຍລະມັນ ແລະ ລັດຖະບານສະວິດສະແລນ. ແລະ ການຈັດຕັ້ງປະຕິບັດແຜນງານເຊກາ ໃນໄລຍະຜ່ານມາ ແມ່ນໄດ້ໃຫ້ຄວາມສຳຄັນໃນການສ້າງຄວາມເຂັ້ມແຂງທາງດ້ານກົດໝາຍ, ການສ້າງຂີດຄວາມສາມາດໃຫ້ແກ່ຜູ້ຄຸ້ມຄອງອົງການຈັດຕັ້ງທາງສັງຄົມ, ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ແລະ ສົ່ງຜົນປະໂຫຍດໃຫ້ແກ່ອົງການຈັດຕັ້ງຂອງລັດ ແລະ ປະຊາຊົນບັນດາເຜົ່າ ໃນທົ່ວປະເທດ ຊຶ່ງເຫັນວ່າພວກເຮົາໄດ້ຜ່ານຜ່າອຸປະສັກ ຕ່າງໆ ແລະ ພ້ອມກັນຈັດຕັ້ງປະຕິບັດແຜນງານເຊກາ ນັບຕັ້ງແຕ່ໄລຍະທີ I ຈົນເຖິງໄລຍະທີ II ຢ່າງມີຜົນສໍາເລັດຫຼາຍຢ່າງ.

ກອງປະຊຸມທົບທວນການຈັດຕັ້ງປະຕິບັດແຜນງານເຊກາ ໃນຄັ້ງນີ້ ຈະໄດ້ຮັບຟັງການສະຫລູບ-ລາຍງານຜົນສໍາເລັດ, ສິ່ງທ້າທາຍຕ່າງໆ, ແຜນການສືບຕໍ່ໃນການຈັດຕັັ້ງປະຕິິບັດບັນດາກິດຈະກຳ ແລະ ແຜນກິດຈະກຳໃໝ່ ຂອງແຜນງານເຊກາ ໃນນັ້ນຍັງໄດ້ມີການປຶກສາຫາລື ແລະ ປະກອບຄຳຄິດເຫັນ ໃສ່ບັນດາກິດຈະກຳ ທີ່ບັນດາ ຂະແໜງການ ກໍ່ຄືແຕ່ລະອົງປະກອບ ຂອງບັນດາພາກສ່ວນຕ່າງໆ ໄດ້ຈັດຕັ້ງປະຕິບັດຜ່ານມາ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດກິດຈະກຳ ຂອງແຜນງານເຊກາ ເຊິ່ງໄດ້ຕີລາຄາຕາມຕົວຊີ້ວັດທີ່ໄດ້ກຳນົດໄວ້ ເພື່ອຮັບປະກັນໄດ້ເຖິງປະສິດທິພາບ ແລະ ປະສິດທິຜົນໃນການຈັດຕັ້ງປະຕິບັດໃນໄລຍະຕໍ່ໄປ.

ກົມຄຸ້ມຄອງລັດຖະກອນ ເຜີຍແຜ່ຍຸດທະສາດວຽກງານຄຸ້ມຄອງລັດຖະກອນຂອງ ສປປລາວ ຮອດປີ 2030 ຢູ່ແຂວງບໍລິຄຳໄຊ. ໃນລະຫວ່າງວັນທີ 9-11 ມີຖຸນາ...
17/06/2025

ກົມຄຸ້ມຄອງລັດຖະກອນ ເຜີຍແຜ່ຍຸດທະສາດວຽກງານຄຸ້ມຄອງລັດຖະກອນຂອງ ສປປລາວ ຮອດປີ 2030 ຢູ່ແຂວງບໍລິຄຳໄຊ.

ໃນລະຫວ່າງວັນທີ 9-11 ມີຖຸນາ 2025 ນີ້ ທ່ານ ຄໍາກອງ ລາວລີ ຫົວໜ້າກົມຄຸ້ມຄອງລັດຖະກອນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຜີຍແຜ່ຍຸດທະສາດວຽກງານຄຸ້ມຄອງລັດຖະກອນຂອງ ສປປລາວ ຮອດປີ 2030,ເຜີຍແຜ່ວຽກງານຈັນຍາບັນ ແລະ ວຽກງານປະເມີນຜົນຂອງພະນັກງານ-ລັດຖະກອນ ແລະ ທາບທາມຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດກົດໝາຍພະນັກງານ-ລັດຖະກອນ, ສະບັບເລກທີ 08/ພນ, ລົງວັນທີ 2 ສິງຫາ 2016.ຢູ່ ແຂວງບໍລິຄຳໄຊ, ມີຫົວໜ້າພະແນກ-ຮອງຫົວໜ້າພະແນກພາຍໃນແຂວງ, ມີຕາງໜ້າຈາກຄະນະຈັດຕັ້ງແຂວງ, ພະແນກການອ້ອມຂ້າງແຂວງ ແລະ ເມືອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ, ຊຶ່ງມີຜູ້ເຂົ້າຮ່ວມທັງໝົດຈຳນວນ 124 ທ່ານ, ຍິງ 51 ທ່ານ.

ທ່ານຄໍາກອງ ລາວລີ ຫົວໜ້າກົມຄຸ້ມຄອງລັດຖະກອນ ໄດ້ມີຄຳເຫັນ ແລະ ກ່າວຕໍ່ການລົງເຜີຍແຜ່ຍຸດທະສາດວຽກງານຄຸ້ມຄອງລັດຖະກອນຂອງ ສປປລາວ ຮອດປີ 2030 ແລະ ເອກະສານຕ່າງໆທີ່ກ່ຽວຂ້ອງ ວ່າ ໃນໄລຍະຜ່ານມາ ວຽກງານຄຸ້ມຄອງລັດຖະກອນ ໄດ້ຮັບການປັບປຸງ ແລະ ມີບາດກ້າວຂະຫຍາຍຕົວ, ໂດຍໄດ້ຫັນການຄຸ້ມຄອງເຂົ້າສູ່ລະບຽບ, ເປັນເອກະພາບກັນໃນຂອບເຂດທົ່ວປະເທດ ຊຶ່ງໄດ້ອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງແຕ່ລະຂັ້ນ ທັງສູນກາງ ແລະ ຂັ້ນທ້ອງຖິ່ນ ໃນການວາງແຜນ, ສອບເສັງບັນຈຸ, ສັບຊ້ອນ, ຍົກຍ້າຍ, ເລື່ອນຊັ້ນ-ຂັ້ນ, ບໍາລຸງກໍ່ສ້າງ ແລະ ປະຕິບັດນະໂຍບາຍຕ່າງໆຕໍ່ພະນັກງານ-ລັດຖະກອນ, ພ້ອມນັ້້ນ, ອີງໃສ່ແນວທາງນະໂຍບາຍປ່ຽນແປງ ໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກ ແລະ ລັດຖະບານ, ທັງເປັນການຜັນຂະຫຍາຍມະຕິວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ໃນການນຳພາຂອງພັກ ສະບັບເລກທີ 05/ຄບສພ, ມະຕິວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ຂອງຄະນະບໍລິຫານສູນກາງພັກ ເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025, ລັດຖະທໍາມະນູນ (ສະບັບປັບປຸງ.
ເພື່ອຍົກສູງປະສິດທິພາບຂອງວຽກງານຄຸ້ມຄອງລັັດຖະກອນ ຮັບປະກັນໃຫ້ວຽກງານດັ່ງກ່າວແທດເໝາະກັບສະພາບເສດຖະກິດ-ສັງຄົມ ໃນໄລຍະໃໝ່ ລັດຖະບານໄດ້ຮັບຮອງ ແລະ ປະກາດໃຊ້ ຍຸດທະສາດວຽກງານລັດຖະກອນ ຂອງ ສປປ ລາວ ຮອດປີ 2030. ເຊິ່ງໃນໄລຍະຜ່ານມາ ໄດ້ເຜີຍແຜ່ຍຸດທະສາດວຽກງານຄຸ້ມຄອງລັດຖະກອນຂອງ ສປປ ລາວ ຮອດ ປີ 2030 ຢູ່ 4 ແຂວງຄື: ແຂວງອັດຕະປື, ແຂວງເຊກອງ, ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ.

ພ້ອມນັ້ນ, ກອງປະຊຸມຍັງໄດ້ ຮັບຟັງການເຜີຍແຜ່ກ່ຽວກັບດຳລັດວ່າດ້ວຍຈັນຍາບັນຂອງພະນັກງການ-ລັດຖະກອນ, ການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ, ການຄົ້ນຄວ້າປັບປຸງເນື້ອໃນດຳລັດວ່າດ້ວຍຕຳແໜ່ງບໍລິຫານຂອງພະນັກງານ-ລັດຖະກອນ ແລະ ໄດ້ນໍາສະເໜີກ່ຽວກັບສະພາບການຄົ້ນຄວ້າວຽກງານນະໂຍບາຍຕໍ່ພະນັກງານ-ລັດຖະກອນຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ທິດທາງຕໍ່ໜ້າ.

ໃນໂອກາດນີ້ ທ່ານ ຄໍາກອງ ລາວລີ ຫົວໜ້າກົມຄຸ້ມຄອງລັດຖະກອນ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ແລະ ລາຍງານກ່ຽວກັບການມາເຄື່ອນໄຫວວຽກງານໃນຄັ້ງນີ້ ໃຫ້ທ່ານ ບຸນສົງ ເພັດຈະເລີນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ແຂວງບໍລິຄຳໄຊ ໄດ້ຮັບຊາບຕື່ມອີກ.

.........3 ອົງການຈັດຕັ້ງມະຫາຊົນກະຊວງພາຍໃນ ຮ່ວມໃຈບໍລິຈາກເລືອດ..........ໃນຕອນເຊົ້າ ວັນທີ 12 ມິຖຸນາ 2025 ສະມາຊິກຂອງ3ອົງການຈ...
13/06/2025

.........3 ອົງການຈັດຕັ້ງມະຫາຊົນກະຊວງພາຍໃນ ຮ່ວມໃຈບໍລິຈາກເລືອດ..........
ໃນຕອນເຊົ້າ ວັນທີ 12 ມິຖຸນາ 2025 ສະມາຊິກຂອງ3ອົງການຈັດຕັ້ງມະຫາຊົນ ໄດ້ເຂົ້າຮ່ວມ ກິດຈະກໍາການບໍລິຈາກເລືອດ ເພື່ອສະເຫລີມສະຫລອງວັນຜູ້ບໍລິຈາກເລືອດໂລກ ໂດຍກິດຈະກໍາຄັ້ງນີ້ຈັດຂຶ້ນທີ່ ສູນການຄ້າໄອເຕັກມໍ ໂດຍການນໍາພາ ຂອງທ່ານ ອາໂນລັກ ສິດທິເດດ ຄະນະບໍລິຫານງານຊາວຫນຸ່ມກະຊວງພາຍໃນ, ມີສະມາຊິກຂອງກໍາມະບານ, ແມ່ຍິງ ແລະ ຊາວຫນຸ່ມເຂົ້າຮ່ວມ.
ກະຊວງພາຍໃນ ໄດ້ໃຫ້ຄວາມຄວາມສໍາຄັນຕໍ່ກັບການຊ່ວຍເຫລືອສັງຄົມ ກໍ່ຄືເຫັນໄດ້ເຖິງຄວາມຈໍາເປັນ ຂອງການບໍລິຈາກເລືອດ ເພື່ອຈະນໍາເອົາເລືອດດັ່ງກ່າວໄປຊ່ວຍເຫຼືອ ແລະ ກອບກູ້ ຊີວິດຄົນເຈັບຕາມໂຮງຫມໍຕ່າງໆໃນທົ່ວປະເທດ.

..........ກະຊວງພາຍໃນ ໄດ້ຮັບຄອມພິວເຕີຕັ້ງໂຕະ 100 ຊຸດ........ໃນວັນທີ  10 ມິຖຸນາ 2025 ທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ...
11/06/2025

..........ກະຊວງພາຍໃນ ໄດ້ຮັບຄອມພິວເຕີຕັ້ງໂຕະ 100 ຊຸດ........
ໃນວັນທີ 10 ມິຖຸນາ 2025 ທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ເພັດສົມພອນ ສຸວັນວິໄຊ ຮອງຫົວໜ້າຫ້ອງການ ກະຊວງພາຍໃນ ໄດ້ເຂົ້າຮ່ວມພິທີ ມອບ-ຮັບເຄື່ອງຄອມພິວເຕີຕັ້ງໂຕະ ຈາກໍ ແຂວງຊຸງຊອງນຳໂດ Chungcheongnam-do Director for Information Technology ສ.ເກົາຫລີ ໂດຍຜ່ານ ສະມາຄົມສິນລະປະແຊຣິງ ສ.ເກົາຫລີ ຈໍານວນ 500 ຊຸດ, ມູນຄ່າທັງໝົດ 85,490 ໂດລາສະຫະລັດ (ແປດສິບຫ້າພັນສີ່ຮ້ອຍເກົ້າສີບ ໂດລາສະຫະລັດ). ເປັນກຽດເຂົ້າຮ່ວມ ພິທີມອບ-ຮັບ ໂດຍ ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາ ປະທານສະມາຄົມສິນລະປະແຊຣິງ, ຕາງໜ້າແຂວງຊຸງຊອງນຳໂດ ສ.ເກົາຫລີ ພ້ອມຄະນະ ແລະ ຕາງໜ້າຈາກ ກະຊວງກ່ຽວຂ້ອງທີ່ໄດ້ຮັບເຄື່ອງຄອມພິວເຕີຄັ້ງນີ້ເຂົ້າຮ່ວມ.
ຄອມພິວເຕີຈຳນວນ 500 ຊຸດທີ່ນໍາມາມອບໃນຄັ້ງນີ້ ແມ່ນໄດ້ມອບໃຫ້ກັບ ກະຊວງປ້ອງກັນຄວາມສະຫງົບ 100 ຊຸດ, ກະຊວງສຶກສາ ແລະກິລາ 50 ຊຸດ , ກະຊວງພາຍໃນ 100 ຊຸດ, ກະຊວງອຸດສາຫະກໍາ ແລະ ການຄ້າ 100 ຊຸດ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ 150 ຊຸດ.
ໂອກາດນີ້ ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມອບໃບຍ້ອງຍໍ ໃຫ້ກັບ ແຂວງ ຊຸງຊອງນຳໂດ ແລະ ສະມາຄົມສິນລະປະແຊຣິງ ສ.ເກົາຫລີ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອເຄື່ອງຄອມພິວເຕີຕັ້ງໂຕະ ໃນຄັ້ງນີ້ອີກດ້ວຍ.

ກະຊວງພາຍໃນ ໄດ້ຮັບ ຄອມພິວເຕີ ຈາກສະມາຄົມສີລະປະ ແລະ ແລກປ່ຽນວັດທະນາທໍາແຊຣິງ ສ. ເກົາຫລີ.~~~~~~~~~~~~~ວັນທີ 06 ມິຖຸນາ 2025 ນີ້...
06/06/2025

ກະຊວງພາຍໃນ ໄດ້ຮັບ ຄອມພິວເຕີ ຈາກສະມາຄົມສີລະປະ ແລະ ແລກປ່ຽນວັດທະນາທໍາແຊຣິງ ສ. ເກົາຫລີ.
~~~~~~~~~~~~~
ວັນທີ 06 ມິຖຸນາ 2025 ນີ້ ທີ່ກະຊວງພາຍໃນ ໄດ້ມີພິທີມອບ-ຮັບ ຄອມພິວເຕີຕັ້ງໂຕະ ຈຳນວນ 100 ຊຸດ ຈາກສະມາຄົມສີລະປະ ແລະ ແລກປ່ຽນວັດທະນາທໍາແຊຣິງ ສ. ເກົາຫລີ. (Sharing Future Association of the Republic of Korea) ເຊິ່ງກ່າວມອບໂດຍ ທ່ານ ດຣ. ນາງ Hyun Sook Yoo ປະທານສະມາຄົມສີລະປະ ແລະ ແລກປ່ຽນວັດທະນະທຳແຊຣິງ ສ. ເກົາຫລີ ແລະ ກ່າວຮັບໂດຍ ທ່ານ ປອ. ວິໄລວົງ ບຸດດາຄຳ ລັດຖະມົນຕີ ກະຊວງ ພາຍໃນ, ພ້ອມຄະນະຫ້ອງການ, ຄະນະກົມກຽ່ວຂ້ອງເຂົ້າຮວ່ມ.
ຄອມພິວເຕີດັ່ງຈະໄດ້ນຳໄປແຈກຢາຍໃຫ້ບັນດາກົມສັງກັດກະຊວງ, ບັນດາພະແນກພາຍໃນແຂວງ, ຫ້ອງການພາຍໃນເມືອງ ແລະ ປະກອບໃສ່ສູນບໍລິການຜ່ານປະຕູດຽວຂັ້ນສູນກາງ ທີ່ຕະເປີດໃຫ້ບໍລິການໃນໄວໆນີ້ ແລະ ແຂວງທີ່ມີການທົດລອງການສ້າງຕັ້ງ ຕາແສງ ໃຫ້ເກີດຄວາມຄ່ອງຕົວໃນການນຳໃຊ້ເຂົ້າໃນການປະຕິບັດວຽກງານຕ່າງໆໃຫ້ເກີດປະໂຫຍດສູງສຸດ.
ໂອກາດນີ້ ທ່ານ ປອ ວິໄລວົງ ບຸດດາຄໍາ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ທ່ານ ດຣ. ນາງ Hyun Sook Yoo ປະທານສະມາຄົມສີລະປະ ແລະ ແລກປ່ຽນວັດທະນະທຳແຊຣິງ ສ. ເກົາຫລີ ເພື່ອສະແດງຄວາມຮູ້ບຸນຄຸນໃນການປະກອບສ່ວນຊ່ວຍເຫລືອໃນຄັ້ງນີ້.

ກອງ​ປະຊຸ​ມ ທາງດ້ານວິຊາການ ຂອງພາກສ່ວນຈັດຕັ້ງແຜນງານການມີສ່ວນຮ່ວມຂອງປະຊາຊົນ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ--------------...
03/06/2025

ກອງ​ປະຊຸ​ມ ທາງດ້ານວິຊາການ ຂອງພາກສ່ວນຈັດຕັ້ງແຜນງານການມີສ່ວນຮ່ວມຂອງປະຊາຊົນ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ
-------------------
ວັນທີ 3 ມິຖຸນາ 2025 ນີ້ ກອງປະຊຸມ ທາງດ້ານວິຊາການ ຂອງພາກສ່ວນຈັດຕັ້ງແຜນງານການມີສ່ວນຮ່ວມຂອງປະຊາຊົນ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໄດ້ຈັດຂຶ້ນຢູ່ໂຮງແຮມດັບເບີນທີ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ວັນນະ ບຸບຜາ ຫົວໜ້າຫ້ອງການ ກະຊວງພາຍໃນ ແລະ ທ່ານນາງ ບາບາຣາ ມາເກວ ຜູ້ອຳນວຍການແຜນງານການມີສ່ວນຮ່ວມ ຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດ ທີ່ີປົກຄອງດ້ວຍກົດໝາຍ (CEGGA), ມີຫົວໜ້າກົມ, ຮອງຫົວໜ້າກົມ, ຄະນະພະແນກ ແລະ ວິຊາການຈາກສະພາແຫ່ງຊາດ, ກະຊວງຍຸຕິທຳ, ກະຊວງພາຍໃນ ແລະ ກະຊວງກະສິກຳ ແລະ ປ່າໄມ້, ມີຫົວໜ້າ, ຮອງຫົວໜ້າຫ້ອງວ່າການ, ສະພາປະຊາຊົນຂັ້ນແຂວງ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກ ພະແນກພາຍໃນ, ພະແນກຍຸຕີິທຳ ແລະ ພະແນກກະສິກຳ ແລະ ປ່າໄມ້ ຂອງແຂວງຫຼວງພະບາງ ແລະ ແຂວງຄຳມ່ວນ, ສະຖາບັນຍຸຕິທຳ ແຫ່ງຊາດ ສາຂາ ແຂວງສະຫວັນນະເຂດ ພ້ອມດ້ວຍພະນັກງານວິຊາການ ແລະ ບັນດາພະນັກງານ ຂອງອົງການ GIZ ປະຈຳ ສປປ ລາວ ທີ່ເຂົ້າຮ່ວມ.
ທ່ານ ວັນນະ ບຸບຜາ ຫົວໜ້າຫ້ອງການ ກະຊວງພາຍໃນ ໄດ້ກ່າວເປີດກອງປະຊຸມວ່າ ກອງປະຊຸມໃນຄັ້ງນີ້ ເປັນໂອກາດອັນດີອີກເທື່ອໜຶ່ງ ໃນນາມພາກສ່ວນຄຸ້ມຄອງລວມແຜນງານ ພ້ອມກັບກອງເລຂາແຜນງານເຊກາ ຂອງຫ້ອງການອົງການ GIZ ໄດ້ຮ່ວມກັນຈັດກອງປະຊຸມນີ້ຂຶ້ນເພື່ອເປັນການທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາກິດຈະກຳ ຂອງແຜນງານເຊກາ ຈາກພາກສ່ວນຈັດຕັ້ງປະຕິບັດແຜນງານ ຄື: ກະຊວງພາຍໃນ, ສະພາແຫ່ງຊາດ, ກະຊວງຍຸຕິທຳ ແລະ ກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການຄູ່ຮ່ວມພັດທະນາ ຫລື ຜູ້ໃຫ້ທຶນ ແລະ ສອງແຂວງເປົ້າໝາຍ ຄື: ແຂວງຫຼວງພະບາງ ແລະ ແຂວງຄຳມ່ວນ ເປັນຕົ້ນແມ່ນການລົງຢ້ຽມຢາມພາກສະໜາມ ຂອງກອງເລຂາຮ່ວມກັບຜູ້ໃຫ້ທຶນ ຢູ່ສອງແຂວງເປົ້າໝາຍ; ການຈັດກອງປະຊຸມປະຈຳປີລະຫວ່າງພາກລັດ ກັບ ອົງການຈັດຕັ້ງສັງຄົມລາວ, ການຈັດງານວາງສະຜົນງານ ແລະ ຜະລິດຕະພັນຂອງອົງການຈັດຕັ້ງສັງຄົມລາວ, ການສ້າງສື່ໂຄສະນາເພື່ອເຜີຍແຜ່ກົດໝາຍຕ່າງໆ ເປັນພາສາລາວ, ມົ້ງ ແລະ ຂະມຸ ເພື່ອໃຫ້ປະຊາຊົນໄດ້ຮັບຂໍ້ມູນຂ່າວສານດ້ານກົດໝາຍ ແລະ ພວກເຮົາມີຄວາມພາກພູມໃຈທີ່ໄດ້ຍິນວ່າ ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງຫຼວງພະບາງ ແລະ ແຂວງຄຳມ່ວນ ໄດ້ມີການແລກປ່ຽນບົດຮຽນກ່ຽວກັບການນຳໃຊ້ຄູ່ມືການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດນິຕິກຳໃນລະດັບສາກົນ.
ກອງປະຊຸມໃນຄັ້ງນີ້ ຈະໄດ້ຮັບຟັງການສະຫລູບ-ລາຍງານເຖິງຜົນສໍາເລັດ ແລະ ສິ່ງທ້າທາຍຕ່າງໆ ໃນການຈັດຕັັ້ງປະຕິິບັດບັນດາກິດຈະກຳ ຂອງແຜນງານເຊກາໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນສືບຕໍ່ຈັດຕັ້ງປະຕິບັດວຽກງານ ຂອງແຜນງານເຊກາ ໃນຕໍ່ໜ້າ ແລະ ພ້ອມດຽວກັນນັ້ນ, ກໍ່ເປັນການປຶກສາຫາລື ກ່ຽວກັບບັນຫາສິ່ງທ້າທາຍ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດກິດຈະກໍາ ຂອງແຕ່ລະພາກສ່ວນປະຕິບັດແຜນງານເຊກາ ເພື່ອຮັບປະກັນ ທາງດ້ານຂໍ້ມູນ ແລະ ເນື້ອໃນໃນການຈັດຕັ້ງປະຕິບັດກິດຈະກໍາ ຂອງແຕ່ລະພາກສ່ວນ ເພື່ອກະກຽມລາຍງານຕໍ່ສະພາບໍລິຫານແຜນງານເຊກາ ຂອງບັນດາພາກສ່ວນຈັດຕັ້ງປະຕິບັດວຽກງານແຜນງານເຊກາ ເພື່ອຮັບຮອງເອົາບັນດາກິດຈະກຳ ແລະ ແຜນງານດຳເນີນງານປະຈຳປີ ຂອງແຕ່ລະພາກສ່ວນຈັດຕັ້ງປະຕິບັດ ເຊິ່ງຈະຈັດຂຶ້ນໃນ ກາງເດືອນ ມິຖຸນາ 2025 ນີ້.

30/05/2025

ຄຳແນະນຳກ່ຽວກັບການຈັດຕັ່ງປະຕິບັດກົດໝາຍວ່າດ້ວຍການສຳຫຼວດວັດແທກແລະສ້າງແຜນທີ່ ສະບັບເລກທີ01/ພນ ລົງວັນທີ 20 ພຶດສະພາ 2025

ພິທີມອບ-ຮັບບັດພະນັກງານ-ລັດຖະກອນ ໃຫ້ ພະນັກງານ-ລັດຖະກອນ ຢູ່ເມືອງວຽງຄຳ ແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 28 ພຶດສະພາ 2025 ຢູ່ທີ່ ...
29/05/2025

ພິທີມອບ-ຮັບບັດພະນັກງານ-ລັດຖະກອນ ໃຫ້ ພະນັກງານ-ລັດຖະກອນ ຢູ່ເມືອງວຽງຄຳ ແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 28 ພຶດສະພາ 2025 ຢູ່ທີ່ ຫ້ອງວ່າການເມືອງວຽງຄຳ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຄໍາກອງ ລາວລີ ຫົວໜ້າກົມຄຸ້ມຄອງລັດຖະກອນ ກະຊວງພາຍໃນ ແລະ ທ່ານ ທອງໃສ ໄຊວິເວດ ຮອງເລຂາຄະນະພັກເມືອງ ມີຄະນະພະແນກພາຍໃນແຂວງ, ມີຄະນະຫ້ອງການ ແລະ ພະນັກງານ-ລັດຖະກອນອ້ອມຂ້າງເມືອງ ເຂົ້າຮ່ວມ.
ໃນພິທີ ທ່ານ ຄໍາກອງ ລາວລີ ຫົວໜ້າກົມຄຸ້ມຄອງລັດຖະກອນ ກະຊວງພາຍໃນ ໄດ້ກ່າວຈຸດປະສົງຂອງການອອກບັດພະນັກງານ-ລັດຖະກອນ ເປັນວຽກງານໜຶ່ງ ທີ່ລັດຖະບານ ໄດ້ຖືເປັນວຽກງານບູລິມະສິດໜຶ່ງ ທີ່ມີຄວາມສຳຄັນ ແລະ ຈໍາເປັນ ເພາະມີຜົນປະໂຫຍດຫຼາຍ ຕໍ່ພະນັກງານ-ລັດຖະກອນ ໃນການຢັ້ງຢືນ ແລະ ກວດກາບັນຊີຈຳນວນພົນພະນັກງານ-ລັດຖະກອນ ຜູ້ທີ່ມີໜ້າ ຫຼື ບໍ່ມີໜ້າຕົວຈິງ ຂອງບັນດາຫ້ອງການຂັ້ນເມືອງ ທັງເປັນການປັບປຸງຂໍ້ມູນປະຫວັດລັດຖະກອນໃຫ້ຖືກຕ້ອງ ສອດຄ່ອງຕາມລະບຽບການ ຫັນການຄຸ້ມຄອງພະນັກງານ-ລັດຖະກອນ ເຂົ້າສູ່ລະບຽບຫຼັກການ ແລະ ກົດໝາຍ ການຫັນເປັນທັນສະໄໝ, ບັດພະນັກງານ-ລັດຖະກອນ ສາມາດນໍາໃຊ້ໄດ້ ສາມຢ່າງ ຄື: ໜຶ່ງ ເປັນບັດລັດຖະກອນ, ສອງ ໃຊ້ແທນບັດປະກັນສັງຄົມ, ສາມໃຊ້ແທນບັດ ATM ຊື່ງຈະເຮັດໃຫ້ການເບີກຈ່າຍເງິນເດືອນ ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆ ຖືກຕ້ອງສອດຄ່ອງຕາມຄວາມເປັນຈິງ ຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທໍາ.
ໃນໂອກາດດຽວກັນ ທ່ານ ຄໍາກອງ ລາວລີ ຫົວໜ້າກົມຄຸ້ມຄອງລັດຖະກອນ ໄດ້ເຜີຍແຜ່ຄໍາແນະນໍາ ສະບັບເລກທີ 01/ພນ ລົງວັນທີ 25 ກຸມພາ 2021 ກ່ຽວກັບການອອກບັດພະນັກງານ-ລັດຖະກອນ ຄໍາແນະນໍາສະບັບດັ່ງກ່າວ ໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ເພື່ອໃຫ້ການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ທ້ອງຖິ່ນ ມີບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ຖືກຕ້ອງ ແລະ ເປັນລະບົບ, ທັງເປັນບ່ອນອີງໃຫ້ອົງການຄຸ້ມຄອງພະນັກງານ-ລັດຖະກອນຂອງບັນດາກະຊວງ, ອົງການທຽບເທົ່າຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ມີຄວາມສະດວກ ແລະ ເປັນເອກະພາບ ໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ.
ພິທີມອບ-ຮັບ ບັດພະນັກງານ-ລັດຖະກອນ ຄັ້ງນີ້ ໃຫ້ກຽດມອບ-ຮັບບັດໂດຍທ່ານ ຄໍາກອງ ລາວລີ ຫົວໜ້າກົມຄຸ້ມຄອງລັດຖະກອນ ກະຊວງພາຍໃນ ໃຫ້ແກ່ ພະນັກງານ-ລັດຖະກອນອ້ອມຂ້າງເມືອງວຽງຄຳ ຈຳນວນ 24 ພາກສ່ວນ, ມີພະນັກງານ-ລັດຖະກອນ ທີ່ໄດ້ຮັບບັດທັງໝົດ 229 ຄົນ ຂອງຈໍານວນພະນັກງານ-ລັດຖະກອນ ທົ່ວເມືອງທັງໝົດ 270 ຄົນ ແລະ ຍັງບໍ່ສາມາດອອກບັດໃຫ້ໄດ້ຈໍານວນ 41 ຄົນ ສຳລັບພະນັກງານ-ລັດຖະກອນ ທີ່ຍັງບໍ່ມີລາຍຊື່ຮັບບັດໃນຊຸດນີ້ ໃຫ້ພະແນກພາຍໃນແຂວງສົມທັບກັບພາກສ່ວນທີ່ກ່ຽວຂ້ອງກວດກາຄືນ ແລະ ສັງລວມຂໍ້ມູນສົ່ງໃຫ້ຄະນະຮັບຜິດຊອບເພື່ອຄົ້ນຄວ້າອອກບັດໃນຊຸດຖັດໄປ.

Address

ບ້ານສີສະຫວາດ
Vientiane
6376

Opening Hours

Monday 09:00 - 17:00
Tuesday 08:00 - 16:00
Wednesday 08:00 - 16:00
Thursday 08:00 - 16:00
Friday 09:00 - 16:00

Telephone

+85621212545

Alerts

Be the first to know and let us send you an email when ຂ່າວສານ ພາຍໃນ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to ຂ່າວສານ ພາຍໃນ:

Share