16/03/2023
ຄວາມເຈັບປ່ວຍບໍ່ໄດ້ເລືອກຫນ້າຜູ້ໃດ!
1 ແຊຣ໌ຂອງທ່ານອາດຊ່ວຍຊີວິດຂອງທ້າວກິນ້ອຍໄດ້.
ສະບາຍດີພີນ້ອງ, ຫມູ່ເພື່ອນແລະແຟນເພຈທີ່ນັບຖືທຸກທ່ານ,
ຂໍຝາກຊີວິດຂອງທ້າວ ກິນ້ອຍ ໄວ້ກັບທ່ານຜູ້ໃຈບູນແດ່ທ້ອນ
ອີ່ຕົນຫລານນ້ອຍທີ່ຕ້ອງຮ້ອງໄຫ້ທົນທຸກດ້ວຍຄວາມທໍລະມານທຸກມື້
ທ້າວ ກິນ້ອຍ ເຈັບຫມາກໄຂຫລັງອັກເສບ, ຈຳເປັນຕ້ອງໄດ້ຜ່າຕັດແລະຮັບການປິ່ນປົວດ່ວນ ຊຶ່ງຕາມທ່ານຫມໍແຈ້ງມາວ່າຈະຕ້ອງໃຊ້ງົບຢ່າງນ້ອຍ 15.000.000 ລ້ານກີບໃນການຜ່າຕັດຄັ້ງນີ້ ແຕ່ດ້ວຍຄວາມຍາກຈົນທາງພໍ່ແມ່ຈຶ່ງໄດ້ແຕ່ນັ່ງເບິ່ງລູກດ້ວຍນ້ຳຕາທີ່ສົງສານເທົ່ານັ້ນ. ພໍ່ຊື່ທ້າວ ອາທົງ, ແມ່ຊື່ນາງ ດາງ ຢູ່ບ້ານກະຈ່ອຍ, ເມືອງເຊໂປນແຂວງສະຫວັນນະເຂດ (ຕິດກັບສາຍແດນລາວຫວຽດນາມ)
ດັ່ງນັ້ນ, ທີມງານອາສາແລະຄອບຄົວຜູ້ກ່ຽວຈຶ່ງຂໍຝາກຄວາມຫວັງຂອງທ້າວ ກິນ້ອຍ ໄວ້ກັບທ່ານຜູ້ທີ່ມີນໍ້າໃຈເອື້ອເຟື້ອເພື່ອແຜ່ແດ່ທ້ອນ.
**ສົນໃຈປະກອບສ່ວນຊ່ວຍເຫລືອຜູ້ກ່ຽວ ທ່ານສາມາດໂອນເຂົ້າເລກບັນຊີດ້ານລຸ່ມໄດ້ ໂດຍລະບຸວ່າ "ຊ່ວຍທ້າວກິນ້ອຍ" ພວກເຮົາຈະລວບລວມຈຳນວນເງິນທັັ້ງຫມົດທີ່ໄດ້ແລ້ວໄປມອບໃຫ້ທາງຄອບຄົວທີ່ຫລັງ.
"ບັນຊີການຄ້າ 010120001363907001 (AMMALA XANAHONG MS)
*ຄາດວ່າກຳນົດຈະມອບເງິນໃຫ້ຜູ້ກ່ຽວວັນທີ 20/03/2023 ນີ້.
ໂທ 02096697807 (ຜູ້ປະສານງານຄອບຄົວຄົນເຈັບ)
ຂອບໃຈລ່ວງຫນ້າ