25/06/2024
ກອງປະຊຸມປິດໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) 3 ໄລຍະເພີ່ມທຶນ
ໂດຍ: ທລຍ
ໃນວັນທີ 25 ມິຖຸນາ 2024, ກອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ຈັດກອງປະຊຸມ ປິດໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) 3 ໄລຍະເພີ່ມທຶນ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານຂອງທ່ານ ຮສ. ປອ ລິນຄໍາ ດວງສະຫວັນ, ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ແລະ ການເຂົ້າຮ່ວມຂອງທ່ານ ອາເລັກຊານເດີ ເຄຼມເມີ, ຫົວໜ້າຫ້ອງການ ທະນາຄານໂລກ ປະຈໍາ ສປປ ລາວ; ບັນດາທ່ານຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຄະນະກໍາມະການ ສະພາບໍລິຫານ ກອງທຶນຫຼຸດຜ່ອນຄວາມທຸກຍາກ; ຄະນະຜູ້ແທນ ແລະ ຊ່ຽວຊານ ທະນາຄານໂລກ; ບັນດາທ່ານເຈົ້າເມືອງ, ຮອງເຈົ້າເມືອງ, ຜູ້ປະສານງານໂຄງການ ທລຍ ຂັ້ນແຂວງ ແລະ ຂັ້ນເມືອງ ຕະຫຼອດຮອດ ບັນດາທ່ານຜູ້ຕາງໜ້າ ຈາກອົງການຈັດຕັ້ງຕ່າງໆ ພາກລັດ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມທັງໝົດຫຼາຍກວ່າ80ທ່ານ.
ໂຄງການ ທລຍ 3 ໄລຍະເພີ່ມທຶນ ໄດ້ຮັບການສະໜັບສະໜູນເງິນກູ້ຢືມຈາກທະນາຄານໂລກ ຈໍານວນ 22.5 ລ້ານໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດ ແຕ່ປີ 2020-2024, ມີຈຸດປະສົງເພື່ອສ້າງເງື່ອນໄຂການເຂົ້າເຖິງການບໍລິການ, ການຊຸກຍູ້ການຜະລິດ ແລະ ການບໍລິໂພກອາຫານທີ່ມີໂພຊະນາການຂອງຊຸມຊົນເຂດທຸກຍາກໃນພື້ນທີ່ເປົ້າໝາຍຂອງໂຄງການ ໂດຍເປັນໜຶ່ງໃນແຜນງານໜຶ່ງດຽວທີ່ມີຫຼາຍຂະແໜງການເຂົ້າຮ່ວມເພື່ອແກ້ໄຂບັນຫາດ້ານໂພຊະນາການຢູ່ 4 ແຂວງພາກເໜືອຂອງ ສປປ ລາວ ແລະ ນອນໃນແຜນງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ທີ່ຈັດຕັ້ງປະຕິບັດໂດຍກະຊວງກະສິກໍາ ແລະ ປ່າໄມ້. ໂຄງການ ທລຍ 3 ໄລຍະເພີ່ມທຶຶນ ໄດ້ຈັດຕັ້ງປະຕິບັດວຽກງານຢູ່ 468 ບ້ານ ໃນ 12 ເມືອງ ຂອງ 4 ແຂວງ ຄື: ຜົ້ງສາລີ, ອຸດົມໄຊ, ຫົວພັນ ແລະ ຊຽງຂວາງ. ໂດຍອົງປະກອບຂອງໂຄງການ ປະກອບມີ (1) ການພັດທະນາພື້ນຖານໂຄງລ່າງຂອງຊຸມຊົນ, (2) ການສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນ, (3) ການບໍລິຫານການເງິນ ແລະ ບຸກຄະລາກອນ ແລະ (4) ການປັບປຸງຊີວິດການເປັນຢູ່ ແລະ ການສົ່ງເສີມໂພຊະນາການ. ໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ 3 ໄລຍະເພີ່ມທຶນ ຈັດຕັ້ງປະຕິບັດມາຕັ້ງແຕ່ປີ 2020 ເຖິງປີ 2024 ເຊິ່ງນອນຢູ່ໃນແຜນງານໜຶ່ງດຽວທີ່ມີຫຼາຍຂະແໜງການເຂົ້າຮ່ວມ ເພື່ອແກ້ໄຂບັນຫາດ້ານໂພຊະນາການ ຢູ່ 4 ແຂວງພາກເໜືອຂອງ ສປປ ລາວ”.
ການຈັດຕັ້ງປະຕິບັດ ໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ 3 ໄລຍະເພີ່ມທຶນ ໄດ້ມີຜົນສໍາເລັດຢ່າງເປັນຮູບປະທໍາ ແລະ ກິດຈະກໍາທັງໝົດຂອງໂຄງການ ໄດ້ມອບໃຫ້ 12 ເມືອງ ຂອງ 4 ແຂວງເປົ້າໝາຍ ປະກອບດ້ວຍ 1) ກິດຈະກໍາການພັດທະນາພື້ນຖານໂຄງລ່າງຂອງຊຸມຊົນ: ພື້ນຖານໂຄງລ່າງຂະໜາດນ້ອຍ ຈໍານວນ 462 ໂຄງການ, ນໍາໃຊ້ງົບປະມານທັງໝົດ 99.56 ຕື້ກີບ, ໃນນັ້ນ ຊຸມຊົນປະກອບສ່ວນ 10.60 ຕື້ກີບ; 2) ກິດຈະກໍາປັບປຸງຊີວິດການເປັນຢູ່: ກຸ່ມຊ່ວຍເຫຼືອກັນ ຫຼື ກຸ່ມທ້ອນເງິນ ຂັ້ນບ້ານ ຈໍານວນ 2,019 ກຸ່ມ ໃນ 466 ບ້ານ, ມີສະມາຊິກ 26,591 ຄົນ, ເງິນຕົ້ນທຶນທີ່ໂຄງການ ທລຍ ສະໜອງໃຫ້ທັງໝົດ 67.47 ຕື້ກວ່າກີບ, ແລະ ເງິນຝາກສະສົມຂອງສະມາຊິກ 10 ຕື້ກວ່າກີບ; ກຸ່ມຜູ້ຜະລິດ ຈໍານວນ 50 ກຸ່ມ, ມີສະມາຊິກ 786 ຄົນ, ເງິນຕົ້ນທຶນ ທີ່ໂຄງການ ທລຍ ສະໜອງໃຫ້ທັງໝົດ 2.3 ຕື້ກີບ; 3) ກິດຈະກໍາສົ່ງເສີມໂພຊະນາການ: ກຸ່ມໂພຊະນາການບ້ານ ຈໍານວນ 530 ກຸ່ມ ໃນ 468 ບ້ານ, ມີສະມາຊິກ 38,000 ຄົນ, ທຶນທີ່ໂຄງການ ທລຍ ສະໜອງໃຫ້ 4.7 ຕື້ກີບ ແລະ ຊຸມຊົນປະກອບສ່ວນ 563 ລ້ານກີບ ໄດ້ນໍາໃຊ້ໃນການສາທິດປຸງແຕ່ງອາຫານສໍາລັບແມ່ ແລະ ເດັກ; ກິດຈະກໍາທົດລອງຮີດເອົານໍ້ານົມແບ້ເພື່ອມາປຸງແຕ່ງອາຫານໃຫ້ເດັກນ້ອຍ ຈໍານວນ 93 ຄອບຄົວ ໃນ 30 ບ້ານ; ຄລິບວິດີໂອສົ່ງເສີມດ້ານໂພຊະນາການ ເປັນພາສາທ້ອງຖິ່ນ 1,500 ເລື່ອງ; ແລະ 4) ກິດຈະກໍາສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນ: ທີມງານຄຸ້ມຄອງການກໍ່ສ້າງພື້ນຖານໂຄງລ່າງ ຂັ້ນບ້ານ 2,772 ຄົນ; ນາຍຊ່າງ ຂັ້ນບ້ານ 751 ຄົນ ທີ່ໄດ້ຮັບການຝຶກອົບຮົມຈາກໂຮງຮຽນວິຊາຊີບ ແລະ ໄດ້ຮັບເໝົາກໍ່ສ້າງໃນບ້ານທີ່ໄດ້ຮັບໂຄງການຂອງ ທລຍ; ຄະນະບໍລິຫານກອງທຶນກຸ່ມຊ່ວຍເຫຼືອກັນ ຂັ້ນບ້ານ 2,695 ຄົນ (ເປັນເພດຍິງ 2,155 ຄົນ); ວິຊາການກະສິກໍາຂັ້ນບ້ານ 466 ຄົນ (1 ຄົນ ຕໍ່ບ້ານ); ຕົວແບບດ້ານກະສິກໍາ 527 ຄອບຄົວ; ໄດ້ສ້າງຄວາມເຂັ້ມແຂງ ໃຫ້ພະນັກງານກະສິກໍາ ແລະ ປ່າໄມ້ ເມືອງ ຈໍານວນ 24 ທ່ານ (2 ຄົນ ຕໍ່ເມືອງ) ຊຶ່ງຈະເປັນຜູ້ສືບຕໍ່ຕິດຕາມ ແລະ ຊຸກຍູ້ວຽກງານ ຫຼັງຈາກສິ້ນສຸດໂຄງການ.
ຈາກນັ້ນ ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄໍາຄິດຄໍາເຫັນ ຢ່າງຕັ້ງໜ້າ, ກົງໄປກົງມາ ແລະ ມີລັກສະນະສ້າງສັນ ບົນພື້ນຖານຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການຂອງທຸກພາກສ່ວນກ່ຽວຂ້ອງ. ໃນວາລະສຸດທ້າຍຂອງກອງປະຊຸມ ທ່ານ ຮສ. ປອ ລິນຄໍາ ດວງສະຫວັນ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວມີຄໍາເຫັນ ໂດຍທ່ານໄດ້ສະເໜີໃຫ້ອົງການປົກຄອງ ແຂວງ ແລະ ເມືອງ ນໍາເອົາຜົນສໍາເລັດ ຂອງໂຄງການ ໄປສືບຕໍ່ຈັດຕັ້ງປະຕິບັດ ໂດຍໃຫ້ເຊື່ອມໂຍງກັບ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງຕໍ່ໄປ ຂອງທ້ອງຖິ່ນ; ສ້າງເງື່ອນໄຂ ເອົາກິດຈະກໍາຂອງໂຄງການ ທີ່ສິ້ນສຸດລົງແລ້ວນີ້ ເຊື່ອມໂຍງກັບບັນດາ ໂຄງການ ລົງທຶນຂອງລັດ, ໂຄງການຮ່ວມມືກັບສາກົນຕ່າງໆ; ແລະ ເອື້ອອໍານວຍ ໃຫ້ກຸ່ມຊາວກະສິກອນ ມີການຮ່ວມມືກັບ ພາກເອກະຊົນ ແລະ ຜູ້ປະກອບການ ໃນການຜະລິດສະບຽງອາຫານ ແລະ ການສົ່ງເສີມຜະລິດເປັນສິນຄ້າ ສ້າງລາຍຮັບໃຫ້ຊາວຊົນນະບົດ ໃຫ້ດີຂຶ້ນ.