ສົ່ງເສີມການລົງທຶນດ້ານກະສິກຳທີ່ມີຄວາມຮັບຜິດຊອບ RAI in Laos

ສົ່ງເສີມການລົງທຶນດ້ານກະສິກຳທີ່ມີຄວາມຮັບຜິດຊອບ RAI in Laos ເພຈນີ້ສ້າງຂື້ນເພື່ອເຜີຍແຜ່ຂໍ້ມູນກ?

 #ຝຶກອົບຮົມການສ້າງຄວາມເຂັ້ມແຂງທາງດ້ານກົດໝາຍໃຫ້ແກ່ຊຸມຊົນ #ເມືອງບໍລິຄັນ  #ແຂວງບໍລິຄຳໄຊທີ່ຫ້ອງວ່າການປົກຄອງເມືອງບໍລິຄັນ, ແຂວ...
22/07/2023

#ຝຶກອົບຮົມການສ້າງຄວາມເຂັ້ມແຂງທາງດ້ານກົດໝາຍໃຫ້ແກ່ຊຸມຊົນ
#ເມືອງບໍລິຄັນ #ແຂວງບໍລິຄຳໄຊ

ທີ່ຫ້ອງວ່າການປົກຄອງເມືອງບໍລິຄັນ, ແຂວງ ບໍລິຄຳໄຊ ໄດ້ມີການຝຶກອົບຮົມການສ້າງຄວາມເຂັ້ມແຂງທາງດ້ານກົດໝາຍໃຫ້ແກ່ຊຸມຊົນ ເພື່ອເປັນການສ້າງຄວາມຮູ້ຄວາມເຂົ້າໃຈເພີ່ມຕື່ມກ່ຽວກັບບັນດາກົດໝາຍ, ນິຕິກຳ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງກັບການລົງທຶນທີ່ມີຄຸນນະພາບ ແລະ ໃຫ້ອົງການຈັດຕັ້ງບ້ານທີ່ເຂົ້າຮ່ວມຄື ບ້ານໂນນສົມບູນ, ໂພນມຸງຄຸນ, ໂພນຂາມ, ຫາດດອນຄູນ ສາມາດນຳໄປເຜີຍແຜ່ໃຫ້ແກ່ປະຊາຊົນ ພາຍໃນບ້ານຂອງຕົນໃຫ້ໄດ້ເຂົ້າໃຈຫລາຍຂື້ນກ່ຽວກັບນິຕິກຳດັ່ງກ່າວຫລາຍຂື້ນ

ວັນທີ 13-17 ມິຖຸນາ 2022​ ທີ່ຜ່ານມາ ທີ່ ກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກໍາ (DALaM).ອົງປະກອບສົ່ງເສີມຄຸນນະພາບການລົງທຶນ ໄດ້ຈ...
20/06/2022

ວັນທີ 13-17 ມິຖຸນາ 2022​ ທີ່ຜ່ານມາ ທີ່ ກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກໍາ (DALaM).

ອົງປະກອບສົ່ງເສີມຄຸນນະພາບການລົງທຶນ ໄດ້ຈັດຝຶກອົບຮົມຂັ້ນພື້ນຖານການນຳໃຊ້ເຮືອບິນບໍ່ມີຄົນຂັບ (Drone) ເຂົ້າໃນວຽກງານການຄຸ້ມຄອງທີ່ດີນ, ການກຳນົດ ແລະ ຕິດຕາມການລົງທຶນ

ໂດຍການເປັນປະທານຮ່ວມ ຂອງ ທ່ານ ເຮືອງສະຫວັນ ແສງຄຳຢອງ, ຮອງຫົວໜ້າ ພະແນກ ຮ່ວມມືການລົງທຶນສາກົນ, ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ (Mr. Bernd Messerschmidt) ຫົວໜ້າແຜນງານຄຸ້ມຄອງທີ່ດິນ GIZ

ຈຸດປະສົງ: ເພື່ອສ້າງຄວາມເຂັ້ມແຂງ ແລະ ຝຶກທັກສະພື້ນຖານທີ່ຈຳເປັນ ໃຫ້ແກ່ທີມງານ ຂອງແຂວງເປົ້າໝາຍ ແລະ ພາກສ່ວນກ່ຽວຂ້ອງ ໃນທີ່ໄດ້ຮັບການສະໜັບສະໜຸນຈາກ RGIL & EU ໃນການວາງແຜນນໍາໃຊ້ທີ່ດິນ ຕິດພັນກັບວຽກງານສົ່ງເສີມການລົງທຶນທີ່ມີຄຸນນະພາບ

ມີຜູ້ເຂົ້າຮ່ວມຈາກພາກສ່ວນກ່ຽວຂ້ອງຄື:
1. ກົມສົ່ງເສີມການລົງທຶນ, ກະຊວງ ຜທ
2. ສູນຝຶກອົບຮົມພະນັກງານຄຸ້ມຄອງເສດຖະກິດ-ແຜນການ, ກະຊວງ ຜທ
3. ກົມແຜນການ ແລະ ການຮ່ວມມື, ກະຊວງ ກະສິກຳ ແລະ ປ່າໄມ້
4. ບັນດາ ພະແນກ ແຜນການ ແລະ ການລົງທຶນ, ພະແນກ ກະສິກຳ ແລະ ປ່າໄມ້, ພະແນກ ຊັບພະຍາກອນທຳມະຊາດສິ່ງແວດລ້ອມ ຂອງ 4 ແຂວງເປົ້າໝາຍ ລວມທັງໝົດ 33 ທ່ານ, ຍິງ 03 ທ່ານ.

*ສະຫງວນສິດໃນການນຳໃຊ້ພາບເພື່ອເຜີຍແຜ່ການເຄື່ອນໄຫວພາຍໃນ Page ນີ້ເທົ່ານັ້ນ

11/06/2022
 #ກອງປະຊຸມປຶກສາຫາລືເພື່ອສ້າງຕັ້ງກຸ່ມເຮັດວຽກສະເພາະແລະປະກອບຄຳເຫັນໃສ່ໂຄງຮ່າງເນື້ອໃນຊຸດເຄື່ອງມືສຳລັບສ້າງຄວາມເຂັ້ມແຂງໃຫ້ແກ່ນັ...
10/02/2022

#ກອງປະຊຸມປຶກສາຫາລືເພື່ອສ້າງຕັ້ງກຸ່ມເຮັດວຽກສະເພາະແລະປະກອບຄຳເຫັນໃສ່ໂຄງຮ່າງເນື້ອໃນຊຸດເຄື່ອງມືສຳລັບສ້າງຄວາມເຂັ້ມແຂງໃຫ້ແກ່ນັກລົງທຶນແລະຊຸມຊົນ

ໃນວັນທີ 27 ມັງກອນ 2022 ຜ່ານມາ ທີ່ສູນຝຶກອົບຮົມສຸນກາງແນວລາວສ້າງຊາດ, ນະຄອນຫລວງວຽງຈັນ.

ອົງປະກອບການສົ່ງເສີິມການລົງທຶນທີ່ມີຄຸນນະພາບ, ໂຄງການຮ່ວມມືລາວ-ເຢຍລະມັນ (GIZ) ຮ່ວມກັບ ສູນຝຶກອົບຮົມພະນັກງານຄຸ້ມຄອງເສດຖະກິດ-ແຜນການ ໄດ້ມີການຈັດກອງປະຊຸມປຶກສາຫາລືເພື່ອສ້າງຕັ້ງກຸ່ມເຮັດວຽກສະເພາະ ແລະ ປະກອບຄຳເຫັນໃສ່ ໂຄງຮ່າງເນື້ອໃນຊຸດເຄື່ອງມືສຳລັບສ້າງຄວາມເຂັ້ມແຂງໃຫ້ແກ່ນັກລົງທຶນ ແລະ ຊຸມຊົນ.

ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມໂດຍ ທ່ານ ບິດ ບົວລີວັນ, ຄະນະບໍລິຫານງານພັກກະຊວງ ແຜນການ ແລະ ການລົງທຶນ, ຫົວຫນ້າ ສູນຝຶກອົບຮົມພະນັກງານຄຸ້ມຄອງເສດຖະກິດ-ແຜນການ.

ຈຸດປະສົງຫລັກຂອງກອງປະຊຸມແມ່ນເພື່ອ:
1.ສ້າງກຸ່ມເຮັດວຽກສະເພາະ ກ່ຽວກັບ ການພັດທະນາເນື້ອໃນ ຂອງຄຳແນະນຳ, ຄູ່ມື, ແຜນພັບ ແລະ ໂປສ໌ເຕີ ໂດຍອີງໃສ່ ໂຄງຮ່າງເນື້ອໃນທີ່ໄດ້ຮັບການເຫັນດີຈາກພາກສ່ວນທີ່ກ່ຽວຂ້ອງ.
2.ພັດທະນາ, ທົບທວນ ແລະ ປັບປຸງ ໂຄງຮ່າງ ເນື້ອໃນ ຂອງຊຸດເຄື່ອງມື ໂດຍຜ່ານກອງປະຊຸມປຶກສາຫາລື ແລະ ການປຶກສາຫາລືສະເພາະ ກັບ ບັນດາພາກສ່ວນທີ່ກ່ຽວຂ້ອງ.
3.ຮັບຮອງ ເນື້ອໃນ ຂອງຄຳແນະນຳ, ຄູ່ມື, ແຜນພັບ ແລະ ໂປສ໌ເຕີ ໂດຍຜ່ານກອງປະຊຸມ ແລະ ການປຶກສາຫາລື ຮ່ວມກັບ ກຸ່ມເຮັດວຽກ ແລະ ການປຶກສາຫາລືສະເພາະກັບບັນດາພາກສ່ວນທີ່ກ່ຽວຂ້ອງ ເພື່ອນຳສະເໜີຂໍອະນຸມັດການນຳໃຊ້ຊຸດເຄື່ອງມືດັ່ງກ່າວ.

ການປະຊູມແມ່ນຈັດຂື້ນໃນຮູບແບບ Hybrid ໂດຍ ຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ຈາກສູນກາງແມ່ນເຂົ້າຮ່ວມແບບເຊິ່ງຫນ້າ, ສ່ວນຜູ້ເຂົ້າຮ່ວມຈາກທ້ອງຖີ່ນແມ່ນເຂົ້າຮ່ວມຜ່ານທາງລະບົບກອງປະຊຸມທາງໄກ (VDO Conference) ລວມທັງຫມົດ 30 ທ່ານ.

13/11/2021

ຮ່ວມຮັບຊົມ ແລະ ຮັບຟັງ ການສໍາພາດພິເສດ ໃນຫົວຂໍ້: "ການສ້າງໂອກາດໃຫ້ແກ່ໄວຫນຸ່ມ, ຊາວກະສິກອນຂະຫນາດນ້ອຍ ແລະ SMEs ໃນຂົງເຂດ ການລົງທືນຢ່າງມີຄວາມຮັບຜິດຊອບໃນ ສະບຽງອາຫານ, ກະສິກໍາ ແລະ ປ່າໄມ້ ໃຫ້ມີຄວາມໝັ້ນຄົງ ແລະ ຮັບປະກັນ ການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຢ່າງສະເໝີພາບ, ຍືນຍົງ ແລະ ທົ່ວເຖິງ ເພື່ອລຶບລ້າງຄວາມທຸກຍາກ" ໃນວັນເສົາ ທີ 13/11/2021 ເວລາ 18:00-19:00 ທາງເຟສບຸກເພຈ Lao Youth Radio FM 90.0 MHz. ຕິດຕາມກັນ ໃຫ້ໄດ້ເດີ້


 #ກອງປະຊູມຫລາຍຝ່າຍກ່ຽວກັບການລົງທຶນທາງດ້ານກະສິກຳແລະປ່າໄມ້ທີີ່ມີຄວາມຮັບຜິດຊອບຂັັ້ນສູນກາງ ວັນທີ 10 ພະຈິກ 2021 ທີ່ຜ່ານມາ,  ກ...
12/11/2021

#ກອງປະຊູມຫລາຍຝ່າຍກ່ຽວກັບການລົງທຶນທາງດ້ານກະສິກຳແລະປ່າໄມ້ທີີ່ມີຄວາມຮັບຜິດຊອບຂັັ້ນສູນກາງ

ວັນທີ 10 ພະຈິກ 2021 ທີ່ຜ່ານມາ, ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮ່ວມກັນຈັດກອງປະຊູມຫລາຍຝ່າຍກ່ຽວກັບການລົງທຶນທາງດ້ານກະສິກຳແລະປ່າໄມ້ທີີ່ມີຄວາມຮັບຜິດຊອບຂັັ້ນສູນກາງ ຄັ້ງທຳອິດຂື້ນ;

ໂດຍອີງຕາມກອບຂອງໂຄງການ “ສົົ່ງເສີມການຄຸ້ມຄອງການລົງທຶນ ທາງດ້ານທີ່ດິນທີ່ມີຄວາມຮັບຜິດຊອບ (RGIL) ເຊິ່ງໄດ້ຮັບການສະໜັບສະໜຸນຈາກ ແຜນງານທີ່ດິນ ອົງການ ຈີໄອເຊັດ, ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO)/Helvetas.

ກອງປະຊຸມດັ່ງກ່າວ ມີຈຸດປະສົງເພື່ອປຶກສາຫາລື ກ່ຽວກັບ ການປັບປຸງສະພາບແວດລ້ອມສຳລັບການລົງທຶນທີ່ມີຄວາມຮັບຜິດຊອບດ້ານກະສິກຳແລະປ່າໄມ້ ຢູ່ໃນ ສປປລາວ; ມີຜູ້ເຂົ້າຮ່ວມຈາກພາກລັດ, ເອກະຊົນພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງທາງສັງຄົມ, ຄູ່ຮ່ວມພັດທະນາ ແລະ ຜູ້ໃຫ້ທຶນຈາກສາກົນ ໂດຍການເຂົ້າຮ່ວມໃນສົນທະນາໃນຮູບແບບພົບປະຕົວຈິງ ແລະ ເຂົ້າຮ່ວມຜ່ານທາງກອງປະຊຸມທາງໄກ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດຫລາຍກວ່າ 130 ຄົນ.

ໃນໂອກາດດຽວກັນນີ້ ຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆໄດ້ຮ່ວມກັນສົນທະນາ ຕໍ່ກັບບັນຫາທີ່ເປັນອຸປະສັກໃນການຈັດຕັ້ງປະຕິບັດແລກປ່ຽນປະສົບການໃນການຈັດຕັ້ງປະຕິບັດ, ບັນດາເຄື່ອງມື ແລະ ແນວທາງໃນການແກ້ໄຂບັນຫາຕ່າງໆທີ່ຍັງເປັນອຸປະສັກໃນວຽກງານການລົງທຶນທາງດ້ານກະສິກຳແລະປ່າໄມ້ ທີ່ມີຄວາມຮັບຜິດຊອບ ຢູ່ໃນ ສປປລາວ

06/11/2021

💡 ຮ່ວມຮັບຟັງ ຮັບຊົມ ການສົນທະນາ ໃນຫົວຂໍ້: "ການລົງທຶນທາງດ້ານກະສິກຳ ທີ່ມີຄວາມຮັບຜິດຊອບ ແລະ ຄວາມສະເໝີພາບທາງເພດ ໃນວຽກງານຄຸ້ມຄອງທີ່ດິນ" ວັນເສົານີ້ 06/11/2021 ເວລາ 18:00-19:00 ທາງເຟສບຸກເພຈ ຂອງ Lao Youth Radio FM 90.0 Mhz ❤️

ຕິດຕາມກັນໃຫ້ໄດ້ເດີ້ !!!


Congrat!!ຜູ້ໂຊກດີໄດ້ຮັບລາງວັນ ບັດເຕີມເງີນ ລາງວັນລະ 10.000 ກີບຈາກກິດຈະກຳ ສປປ ລາວ ໄດ້ມີການສົ່ງເສີມການລົງທຶນທາງດ້ານກະສິກຳທີ...
11/10/2021

Congrat!!
ຜູ້ໂຊກດີໄດ້ຮັບລາງວັນ ບັດເຕີມເງີນ ລາງວັນລະ 10.000 ກີບ
ຈາກກິດຈະກຳ ສປປ ລາວ ໄດ້ມີການສົ່ງເສີມການລົງທຶນ
ທາງດ້ານກະສິກຳທີ່ມີຄວາມຮັບຜິດຊອບ (RAI) ຄືແນວໃດ?

ຂອບໃຈທຸກທ່ານທີ່ເຂົ້າມາຮ່ວມແລກປ່ຽນຄຳຄິດເຫັນນຳກັນ

#ສຳລັບຜູ້ທີ່ໂຊກດີທີມງານadminຈະຕິດຕໍ່ກັບທາງຂໍ້ຄວາມfacebookເພື່ອຮັບລາງວັນ

ເພຈ RAI ຂອງພວກເຮົາ ຂໍຄວາມຮ່ວມມືຈາກບັນດາທ່ານຮ່ວມຕອບແບບສອບຖາມອອນລາຍ ເພື່ອເປັນການປັບປຸງວຽກງານການລົງທຶນ ດ້ານກະສິກຳທີ່ມີຄວາມຮ...
07/10/2021

ເພຈ RAI ຂອງພວກເຮົາ ຂໍຄວາມຮ່ວມມືຈາກບັນດາທ່ານຮ່ວມຕອບແບບສອບຖາມອອນລາຍ ເພື່ອເປັນການປັບປຸງວຽກງານການລົງທຶນ ດ້ານກະສິກຳທີ່ມີຄວາມຮັບຜິດຊອບ (RAI) ໃນ ສ ປປ ລາວ ໃຫ້ດີຂື້ນກວ່າເກົ່າ.
ການສຳຫລວດດັ່ງກ່າວກ່າວນີ້ ແມ່ນການຮ່ວມມືກັນ ລະຫວ່າງ ໂຄງການສະໜັບສະໜຸນຂອງກະຊວງ ກະສິກຳ ແລະ ປ່າໄມ້, ກະຊວງ ແຜນການ ແລະ ການລົງທຶນ, ອົງການ FAO, GIZ ແລະ MRLG.

ເພື່ອເຂົ້າຮ່ວມຕອບແບບສອບຖາມ ຄລິກລີ້ງລູ່ມນີ້ເລີຍ
https://docs.google.com/forms/d/e/1FAIpQLSfg0kM9-t3J4vODrprz1QEIm4A3EW-0d_zRDiyeWd6C45isAA/viewform

ທ່ານຮູ້ບໍ່ວ່າສປປ ລາວ ໄດ້ມີການສົ່ງເສີມການລົງທຶນທາງດ້ານກະສິກຳທີ່ມີຄວາມຮັບຜິດຊອບ ຫຼື Responsible Agricultural Investment (R...
05/10/2021

ທ່ານຮູ້ບໍ່ວ່າ
ສປປ ລາວ ໄດ້ມີການສົ່ງເສີມການລົງທຶນທາງດ້ານກະສິກຳທີ່ມີຄວາມຮັບຜິດຊອບ ຫຼື Responsible Agricultural Investment (RAI) ຄືແນວໃດ?

ກະຕິກາ:
ກົດ Like, Share Page ແລະ ແຄັບຫນ້າຈໍມາໂພສລົງໃນ comment ພ້ອມດ້ວຍ ຄຳຕອບຂອງທ່ານ ລົງໃນກ້ອງໂພສລູ່ມນີ້

05 ຄອມເມັ້ນທີ່ຖືກໃຈແອັດມິນ ແລະ ເຮັດຖືກຕາມກະຕິກາ ຮັບບັດເຕີມເງິນລາງວັນລະ 10.000 ກີບ ຈາກພວກເຮົາ!!!

ຕິດຕາມລາຍຊື່ຜູ້ໂຊກດີ ໃນວັນທີ 11 ຕຸລາ 2021

Address

Vientiane

Website

Alerts

Be the first to know and let us send you an email when ສົ່ງເສີມການລົງທຶນດ້ານກະສິກຳທີ່ມີຄວາມຮັບຜິດຊອບ RAI in Laos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to ສົ່ງເສີມການລົງທຶນດ້ານກະສິກຳທີ່ມີຄວາມຮັບຜິດຊອບ RAI in Laos:

Share