08/04/2026
ຫັນນະໂຍບາຍປະຢັດ ສູ່ການປະຕິບັດຕົວຈິງຢ່າງເຂັ້ມງວດ..................................
ໃນທ່າມກາງສະພາບການຂອງໂລກທີ່ມີການຜັນແປໄປຢ່າງສັບສົນ ແລະ ຄາດຄະເນໄດ້ຍາກ, ສປປ ລາວ ກໍແມ່ນປະເທດໜຶ່ງທີ່ບໍ່ສາມາດຫຼີກເວັ້ນຜົນກະທົບຈາກປັດໄຈພາຍນອກໄດ້, ໂດຍສະເພາະຄວາມເຄັ່ງຕຶງທາງດ້ານການເມືອງໃນເຂດປະເທດຕາເວັນອອກກາງ ທີ່ເປັນແຫຼ່ງຜະລິດພະລັງງານເຊື້ອໄຟທີ່ສຳຄັນຂອງໂລກ, ໄດ້ສົ່ງຜົນກະທົບໂດຍກົງຕໍ່ການສະໜອງນໍ້າມັນເຊື້ອໄຟ, ສິ່ງດັ່ງກ່າວບໍ່ພຽງແຕ່ເຮັດໃຫ້ລາຄານໍ້າມັນໃນຕະຫຼາດໂລກສູງຂຶ້ນຢ່າງຕໍ່ເນື່ອງ ແລະ ນຳໄປສູ່ການຂາດແຄນໃນບາງໄລຍະ ຊຶ່ງລ້ວນແຕ່ເປັນສິ່ງທ້າທາຍອັນໃຫຍ່ຫຼວງຕໍ່ເສດຖະກິດພາກພື້ນ, ສາກົນ ແລະ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃນທົ່ວປະເທດ. ຕໍ່ກັບສະພາບການດັ່ງກ່າວ, ລັດຖະບານໄດ້ອອກຄຳສັ່ງ ເລກທີ 40/ນຍ ລົງວັນທີ 13ມີນາ 2026 ວ່າດ້ວຍ ການເພີ່ມທະວີແກ້ໄຂບັນຫາຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ເພື່ອຊອກຫາຊ່ອງທາງແກ້ໄຂໃຫ້ແທດເໝາະກັບສະພາບຕົວຈິງຂອງປະຊາຊົນ, ເຖິງຢ່າງໃດກໍຕາມ, ພຽງແຕ່ຄວາມພະຍາຍາມຂອງພາກລັດແມ່ນບໍ່ພຽງພໍ, ສະນັ້ນ, ຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ເປັນເຈົ້າການຮ່ວມກັນໃນການແກ້ໄຂບັນຫາດັ່ງກ່າວໂດຍເລີ່ມຈາກການປະຢັດມັດທະຍັດ ແລະ ຫັນມາສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃຫ້ຫຼາຍຂຶ້ນ.
ໃນຍາມທີ່ເສດຖະກິດພົບຄວາມຫຍຸ້ງຍາກ, ການປະຢັດບໍ່ແມ່ນພຽງແຕ່ການຫຼຸດຜ່ອນລາຍຈ່າຍ, ແຕ່ເປັນການນຳໃຊ້ຊັບພະຍາກອນທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດ, ພວກເຮົາຄວນຫັນມາປ່ຽນພຶດຕິກຳການນຳໃຊ້ພະລັງງານເຊື້ອໄຟຢ່າງຈິງຈັງ ເຊັ່ນ: ການວາງແຜນການເດີນທາງກ່ອນອອກຈາກເຮືອນ, ການນຳໃຊ້ລົດຮ່ວມກັນ ຫຼື ການຫັນມາໃຊ້ຂົນສົ່ງສາທາລະນະເມື່ອມີເງື່ອນໄຂ. ນອກຈາກການປະຢັດໃນການນໍາໃຊ້ພະລັງງານແລ້ວ, ສິ່ງທີ່ສໍາຄັນ ແລະ ມີຄວາມຍືນຍົງທີ່ສຸດ ກໍແມ່ນການ ກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ການສົ່ງເສີມການຜະລິດພາຍໃນ ແລະ ການຊົມໃຊ້ຜະລິດຕະພັນລາວ ບໍ່ພຽງແຕ່ຊ່ວຍຫຼຸດຜ່ອນການນຳເຂົ້າ, ແຕ່ຍັງເປັນການສ້າງວຽກເຮັດງານທຳ ແລະ ໝູນວຽນເສດຖະກິດພາຍໃນໃຫ້ແຂງແຮງຂຶ້ນ.
ການປູກຝັງ-ລ້ຽງສັດພາຍໃນຄົວເຮືອນ: ໃນຄອບຄົວທີ່ມີເງື່ອນໄຂ ການນຳໃຊ້ເນື້ອທີ່ວ່າງເປົ່າອ້ອມຂ້າງເຮືອນໃຫ້ເກີດປະໂຫຍດ ດ້ວຍການປູກພືດຜັກສວນຄົວ, ປູກໄມ້ໃຫ້ໝາກ ແລະ ລ້ຽງສັດ (ເປັດ, ໄກ່, ປາ ສຳລັບຄອບຄົວທີ່ມີເງື່ອນໄຂ ແລະ ບໍ່ຜິດຕໍ່ກົດໝາຍ ແລະ ລະບຽບການ ຂອງບ້ານ, ເມືອງ) ເພື່ອບໍລິໂພກພາຍໃນຄອບຄົວ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍປະຈໍາວັນ, ແຕ່ຍັງຮັບປະກັນຄວາມປອດໄພທາງດ້ານອາຫານ ແລະ ສຸຂະພາບທີ່ດີອີກດ້ວຍ. ໃນນີ້ ບາງຄອບຄົວທີ່ມີເນື້ອທີ່ຫຼາຍ ກໍສາມາດປູກ, ລ້ຽງ ເພື່ອຂາຍເປັນສິນຄ້າ ເພື່ອສ້າງລາຍຮັບເພີ່ມເຂົ້າສູ່ຄອບຄົວ ແລະ ຫຼຸດຜ່ອນການນຳເຂົ້າສິນຄ້າຈາກຕ່າງປະເທດໄດ້ອີກດ້ວຍ. ນອກຈາກນີ້, ການເພີ່ມມູນຄ່າຈາກຜົນຜະລິດກະສິກຳກໍເປັນສິ່ງສຳຄັນ ເຊັ່ນ: ການເຮັດອາຫານແຫ້ງ, ການແປຮູບ ອາຫານປະເພດຕ່າງໆ ເພື່ອເກັບຮັກສາອາຫານໄວ້ດົນ ແລະ ສາມາດຂາຍໄດ້ໃນລາຄາທີ່ດີກວ່າ. ຄຽງຄູ່ກັນນີ້, ສິ່ງສຳຄັນທີ່ສຸດ ກໍແມ່ນການປ່ຽນແນວຄວາມຄິດແບບດັ້ງເດີມ ຈາກການເປັນຜູ້ຊື້, ຜູ້ບໍລິໂພກ ພຽງຢ່າງດຽວ ຫັນມາເປັນຜູ້ຜະລິດ ແລະ ຜູ້ໃຫ້ບໍລິການ, ຫາກທຸກຄອບຄົວມີຄວາມເຂັ້ມແຂງ, ເສດຖະກິດຂອງຊາດ ກໍຈະເຂັ້ມແຂງ ແລະ ສາມາດຜ່ານຜ່າ ແລະ ຕ້ານທານກັບທຸກບັນຫາທີ່ເກີດຂຶ້ນໄດ້.
ການແກ້ໄຂບັນຫາເສດຖະກິດ ແລະ ພະລັງງານເຊື້ອໄຟ ທີ່ມີຄວາມຫຍຸ້ງຍາກແມ່ນໜ້າທີ່ຂອງໝົດທຸກຄົນໃນສັງຄົມ, ສິ່ງທີ່ພວກເຮົາກຳລັງປະເຊີນຢູ່ນີ້ເປັນບົດທົດສອບຄວາມສາມັກຄີຂອງປະຊາຊົນລາວ, ຖ້າພວກເຮົາຮ່ວມໃຈກັນປະຢັດໃນສິ່ງທີ່ຄວນປະຢັດ ແລະ ເພີ່ມທະວີການຜະລິດໃນສິ່ງທີ່ເຮົາເຮັດໄດ້ ວິກິດການຄັ້ງນີ້ຈະກາຍເປັນໂອກາດສຳຄັນທີ່ເຮັດໃຫ້ພວກເຮົາປະຢັດມັດ ແລະ ກາຍເປັນເຈົ້າການໃນການສ້າງເສດຖະກິດທີ່ເພິ່ງຕົນເອງຢ່າງແທ້ຈິງ.
ໂດຍ: ວຽງພອນ ຫຼວງລິດ