18/05/2026
ພິທີຮັບມະຫາຊົນຜູ້ທີ່ມີຄວາມກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຢູ່ທີ່ໂຮງຮຽນ ມສ ເທດສະການເມືອງ.
ຕອນເຊົ້າ, ຂອງວັນທີ 15 ພຶດສະພາ 2026 ຢູ່ທີ່ໂຮງຮຽນ ມສ ເທດສະບານເມືອງ ໄດ້ຈັດພິທີຮັບເອົາມະຫາຊົນຜູ້ທີ່ມີຄວາມກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຂື້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງສະຫາຍ ບຸນເພັດ ວິໄລພອນ ຄະນະບໍລິຫານງານຊາວໜຸ່ມ ຜູ້ຊີ້ນໄປໂຮງຮຽນ ມສ ເທດສະບານ, ທັງເປັນເລຂາໜ່ວຍຊາວໜຸ່ມ, ເປັນກຽດເຂົ້າຮ່ວມຂອງສະຫາຍ ຄຳມີ ລໍ່ຫວັນແກ້ວ ຮອງເລຂາໜ່ວຍພັກ ມໍປາຍ ມີບັນດາຄູ-ອາຈານຕະຫຼອດຮອດສະມາຊິກຊາວໜຸ່ມນັກຮຽນເຂົ້າຮ່ວມທັງໜົດ 80 ສະຫາຍ, ຍິ່ງ 49 ສະຫາຍ.
ພິທີດັ່ງກ່າວ ບັງໄດ້ຜ່ານມາຕີຕົກລົງວ່າດ້ວຍການຮັບເອົາມະຫາຊົນຜູ້ທີ່ມີຄວາມກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຈໍານວນ 39 ສະຫາຍ, ຍິ່ງ 8 ສະຫາຍ, ຈາກຊັ້ນມະຫາຊົນຜູ້ທີ່ມີຄວາມຫມາຍໜ້າຂື້ນຜ່ານໃບຄຳຮ້ອງ ແລະ ຊີວະປະຫວັດດ້ວຍຕົນເອງ ສະເໜີໃຫ້ສະຫາຍ ບຸນເພັດ ວິໄລພອນ ເລຂາໜ່ວຍຊາວໜຸ່ມ ຂື້ນຮັບເອົາມະຫາຊົນຜູ້ທີ່ມີຄວາມກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມ ຢ່າງເປັນທາງການ.
ພ້ອມທັງມອບໃບຢັ້ງຢືນຂອງໜ່ວຍ ແລະ ໃບຍ້ອງຍໍຂອງສະມາຊິກຊາວໜຸ່ມຕົວແບບ 4 ບຸກ ປະຈໍາປີ 2025 ໂດຍເປັນກຽດມອບຂອງສະຫາຍ ຄຳມີ ລໍ່ຫວັນແກ້ວ ເປັນກຽດຮັບໂດຍແມ່ນສະມາຊິກຊາວໜຸ່ມຄູ-ອາຈານ ແລະ ເປັນກຽດມອບໂດຍແມ່ນສະຫາຍ ບຸນເພັດ ວິໄລພອນ ຮັບໂດຍສະມາຊິກຊາວໜຸ່ມນັກຮຽນ.
ພ້ອມນັ້ນຍັງໄດ້ຮັບຟັງການໂອ້ລົມຂອງ ປະທານພິທີເຊິ່ງສະຫາຍໄດ້ສະແດງຕາມຍ້ອງຍໍຊົມເຊີຍຕໍ່ຜົນງານ, ທີ່ສະມາຊິກພາຍໃນໜ່ວຍຍາດມາໄດ້ໃນໄລຍະທີ່ຜ່ານມາເວົ້າລວມເວົ້າສະເພາະສະມາຊິກຜູ້ທີ່ມີຄວາມກ້າວໜ້າຕ້ອງເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນ ແລະ ເປັນລູກທີ່ດີຂອງພໍ່ແມ່ ແລະ ສັງຄົມ.
ລາຍງານຂ່າວໂດຍ ໜ່ວຍງານອົບຮົມ, ຂະບວນການ, ສື່ມວນຊົນ