ສຳນັກງານ ແຂວງຄຳມ່ວນ

ສຳນັກງານ ແຂວງຄຳມ່ວນ ສຳນັກງານແຂວງ ຄຳມ່ວນ ສຳນັກງານແຂວງຄຳມ່ວນ

ຫົວໜ້າກອງບັນາຊາການ ປກສ ແຂວງຄໍາມ່ວນ ຕ້ອນຮັບການເຂົ້າອວຍພອນຂອງການນຳແຂວງ-------------------    ໃນວັນທີ 5 ເມສາ 2026 ນີ້ ທ່ານ ...
06/04/2026

ຫົວໜ້າກອງບັນາຊາການ ປກສ ແຂວງຄໍາມ່ວນ ຕ້ອນຮັບການເຂົ້າອວຍພອນຂອງການນຳແຂວງ
-------------------
ໃນວັນທີ 5 ເມສາ 2026 ນີ້ ທ່ານ ພົຈວ ຈັນໄຊ ນັນທະວົງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ ພ້ອມຄະນະ ທີ່ໄດ້ເຂົ້າອວຍພອນ ເນື່ອງໃນໂອກາດ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ (5 ເມສາ 1961 - 5 ເມສາ 2026) ຢ່າງອົບອຸ່ນ.
ໃນໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ກ່າວອວຍພອນໃຫ້ຄະນະພັກ-ຄະນະນໍາ ກອງບັນຊາການປ້ອງກັນຄວາມສະຫງົບ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດທຸກສະຫາຍ ໃຫ້ມີສຸຂະພາບແຂງແຮງ, ມີພະລານາໄມທີ່ສົມບູນ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດສະຫງ່າ ພ້ອມທັງໃຫ້ສືບຕໍ່ນໍາພາ-ຊີ້ນໍາກຳລັງ ໃຫ້ມີຄວາມເຕີບໃຫຍ່ ເຂັ້ມແຂງ ທັງດ້ານປະລິມານ ແລະ ຄຸນນະພາບ ພ້ອມທັງສ້າງຜົນງານ ແລະ ໄຊຊະນະໃໝ່ໃຫ້ຍິ່ງໃຫຍ່ກ່ວາເກົ່າ. ພ້ອມກັນນັ້ນ ໃນໂອກາດປີໃໝ່ລາວ ພສ 2569 ທີ່ກໍາລັງຈະມາເຖິງ ຍັງໄດ້ຝາກຄໍາອວຍພອນອັນດີງາມ ຜ່ານຫົວໜ້າ ປກສ ແຂວງ ໄປຍັງ ເຈົ້າໜ້າທີ່ກຳລັງທຸກພາກສ່ວນ.
ໂອກາດດຽວກັນນີ້, ທ່ານ ພົຈວ ຈັນໄຊ ນັນທະວົງ ໄດ້ກ່າວຂອບໃຈຢ່າງສຸດຊຶ້ງ ຕໍ່ການເຂົ້າອວຍພອນຂອງ ທ່ານ ໄຊຊະນະ ໂຄດພູທອນ ພ້ອມຄະນະ ທີ່ໄດ້ໃຫ້ກຽດ ແລະ ເຫັນຄວາມສໍາຄັນ ຂອງວັນດັ່ງກ່າວ ພ້ອມທັງອວຍພອນແດ່ຄະນະພັກ-ຄະນະນໍາ ຕະຫຼອດຮອດພະນັກງານ-ລັດຖະກອນ ທົ່ວແຂວງຄໍາມ່ວນ ໃຫ້ມີສຸຂະພາບແຂງແຮງ,ມີຄວາມກ້າວໜ້າ ແລະ ສໍາເລັດພາລະກິດການເມືອງ ຢ່າງມີໄຊຊະນະຢ່າງຕໍ່ເນື່ອງ.

ການນໍາພັກ-ລັດ ແຂວງຄໍາມ່ວນ ຮ່ວມວາງພວງມະລາ ແລະ ກະຕ່າດອກໄມ້ ຢູ່ສະຖານທີ່ສໍາຄັນ ໂອກາດ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບຄົບຮອ...
06/04/2026

ການນໍາພັກ-ລັດ ແຂວງຄໍາມ່ວນ ຮ່ວມວາງພວງມະລາ ແລະ ກະຕ່າດອກໄມ້ ຢູ່ສະຖານທີ່ສໍາຄັນ ໂອກາດ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບຄົບຮອບ 65 ປີ
-----------------
ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບຄົບຮອບ 65 ປີ (5 ເມສາ 1961 - 5 ເມສາ 2026) ໃນຕອນເຊົ້າ ວັນທີ 5 ເມສາ 2026, ການນໍາພັກ-ລັດ ແຂວງຄໍາມ່ວນ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ໄດ້ນໍາພາຄະນະເຂົ້າຮ່ວມວາງພວງມະລາ ແລະ ກະຕ່າດອກໄມ້ ຢູ່ບັນດາອະນຸສາວະລີ ແລະ ອະນຸສອນສະຖານສໍາຄັນພາຍໃນແຂວງ.
ໂດຍເລີ່ມຕົ້ນຢູ່ ອະນຸສາວະລີນັກຮົບນິລະນາມ ໂດຍຄະນະການນໍາໄດ້ວາງພວງມະລາ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງຄຸນງາມຄວາມດີຂອງນັກຮົບວິລະຊົນ ຜູ້ທີ່ໄດ້ເສຍສະຫຼະຊີວິດເພື່ອການຕໍ່ສູ້ຍາດເອົາເອກະລາດ ແລະ ອິດສະລະພາບມາໃຫ້ແກ່ຊາດ.
ຫຼັງຈາກນັ້ນ ຄະນະການນໍາໄດ້ເດີນທາງໄປວາງກະຕ່າດອກໄມ້ ຕໍ່ໜ້າຮູບຫຼໍ່ຂອງທ່ານປະທານ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຂອງປະທານທ່ານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເພື່ອສະແດງຄວາມເຄົາລົບນັບຖື ແລະ ຮູ້ບຸນຄຸນຢ່າງສຸດຊຶ້ງ ຕໍ່ບັນດາອະດີດການນໍາສູງສຸດ ຜູ້ທີ່ໄດ້ນໍາພາການປະຕິວັດລາວ ປະສົບຜົນສໍາເລັດອັນຍິ່ງໃຫຍ່. ທັງລະນຶກເຖິງຜົນງານ ແລະ ວິລະກຳອັນປະເສີດ ຂອງບັນດາຜູ້ນໍາ ແລະ ວິລະຊົນຮຸ່ນກ່ອນ ທີ່ໄດ້ອຸທິດຕົນເພື່ອຊາດ ແລະ ປະຊາຊົນ ແນໃສ່ ໃຫ້ຄົນຮຸ່ນໃໝ່ໄດ້ຮໍ່າຮຽນເອົາຄຸນສົມບັດ-ສິນທໍາປະຕິວັດ ແລະ ສືບທອດມູນເຊື້ອອັນດີງາມນີ້ ໃຫ້ຄົງຢູ່ຕະຫຼອດໄປ.

ຄະນະຜູ້ແທນແຂວງດົງທາບ ເຂົ້າອວຍພອນການນໍາແຂວງຄໍາມ່ວນ ໂອກາດປີໃໝ່ປະເພນີລາວ ພສ 2569---------------------    ໃນວັນທີ 4 ເມສາ 202...
06/04/2026

ຄະນະຜູ້ແທນແຂວງດົງທາບ ເຂົ້າອວຍພອນການນໍາແຂວງຄໍາມ່ວນ ໂອກາດປີໃໝ່ປະເພນີລາວ ພສ 2569
---------------------
ໃນວັນທີ 4 ເມສາ 2026 ຄະນະຜູ້ແທນຈາກແຂວງດົງທາບ ສສ ຫວຽດນາມ ນໍາໂດຍ ສະຫາຍ ຮວີ່ງ ມິງ ຕ້ວນ ກຳມະການຄະນະພັກແຂວງ, ຮອງປະທານຄະນະກໍາມະການປະຊາຊົນແຂວງ ໄດ້ນໍາພາຄະນະເຂົ້າຢ້ຽມຢາມ ແລະ ອວຍພອນການນໍາພັກ-ລັດ ແຂວງຄໍາມ່ວນ ໃນໂອກາດ ປີໃໝ່ລາວ ພສ 2569 ທີ່ກໍາລັງຈະມາເຖິງ. ພິທີຈັດຂື້ນທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງຄໍາມ່ວນ, ໂດຍມີ ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ພ້ອມດ້ວຍບັນດາຄະນະການນໍາແຂວງໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ສະຫາຍ ຮວິ່ງ ມິງ ຕ້ວນ ໄດ້ກ່າວອວຍພອນໄຊອັນປະເສີດມາຍັງ ສະຫາຍເລຂາພັກແຂວງຄໍາມ່ວນພ້ອມດ້ວຍບັນດາການນຳແຂວງ, ພະນັກງານ-ສະມາຊິກພັກ, ທະຫານ, ຕໍາຫຼວດ ຕະຫຼອດປະຊາຊົນບັນດາເຜົ່າຊາວແຂວງຄຳມ່ວນ ຈົ່ງມີແຕ່ສຸຂະພາບແຂງແຮງ, ມີຜົນສໍາເລັດໃນໜ້າທີ່ວຽກງານ. ພ້ອມນັ້ນ ຍັງລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງດົງທາບ ພາຍຫຼັງໂຮມແຂວງດົງທາບເຂົ້າກັບແຂວງຕຽນຢາງ ໂດຍສະເພາະແມ່ນການເຕີບໂຕທາງດ້ານເສດຖະກິດ ແລະ ທ່າແຮງດ້ານການຄົມມະນາຄົມ ຕະຫຼອດຮອດການແກ້ໄຂຄວາມທຸກຍາກຂອງປະຊາຊົນ. ລວມເຖິງການພົວພັນຮ່ວມມືໃນໄລຍະຜ່ານມາ ລະຫວ່າງ ແຂວງດົງທາບ ກັບບັນດາແຂວງຂອງລາວ. ພ້ອມກັນນັ້ນ, ສະຫາຍ ຮວີ່ງ ມິງ ຕ້ວນ ຍັງໄດ້ສະເໜີແລກປ່ຽນການພົວພັນຮ່ວມມືໃນຕໍ່ໜ້າ ກັບການນໍາແຂວງຄໍາມ່ວນ ເປັນຕົ້ນແມ່ນການເຊື່ອມຈອດດ້ານຄົມມະນາຄົມ ຜ່ານດ່ານສາກົນ ຍິງບ່າ ແລະ ເທືອງເຟືອງ ເພື່ອອໍານວຍຄວາມສະດວກໃນການຄ້າ, ຂົນສົ່ງ, ການຂະຫຍາຍການຮ່ວມມືດ້ານການສຶກສາ, ການພັດທະນາສີມືແຮງງານ ແລະ ການທ່ອງທ່ຽວ.
ໂອກາດດຽວກັນ ສະຫາຍ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄ່າສູງຕໍ່ ຄະນະຜູ້ແທນແຂວງດົງທາບທີ່ໄດ້ນໍາເອົາຄວາມປາດຖະໜາດີ ແລະ ມິດຕະພາບອັນອົບອຸ່ນມາມອບໃຫ້ແກ່ການນໍາ ແລະ ປະຊາຊົນຊາວແຂວງຄໍາມ່ວນ ແລະ ຖືໂອກາດດັ່ງກ່າວ ຝາກຄວາມຢ້ຽມຢາມຖາມຂ່າວ ຜ່ານບັນດາສະຫາຍໄປຍັງ ສະຫາຍ ເລຂາພັກແຂວງ, ບັນດາການນໍາ ແລະ ປະຊາຊົນຊົນ ແຂວງດົງທາບ ຈົ່ງມີສຸຂະພາບເຂັ້ມແຂງ-ແຂງແຮງ, ປະສົບຜົນສໍາເລັດໃນທຸກດ້ານ. ທັງອວຍພອນໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງຊາດລາວ-ຫວຽດນາມ, ເວົ້າສະເພາະແມ່ນ ແຂວງຄຳມ່ວນ ແລະ ແຂວງດົງທາບ ໃຫ້ນັບມື້ນັບໝັ້ນຄົງທະນົງແກ່ນຕະຫຼອດໄປ.

ບໍລິສັດເພັດຖາວອນ ມອບ ສວນທັມມະຈັກ ໃຫ້ວັດພຣະທາດສີໂຄດຕະບອງ ແຂວງຄໍາມ່ວນ--------------------    ຕອນບ່າຍວັນທີ 29 ມີນາ 2026 ທີ່...
30/03/2026

ບໍລິສັດເພັດຖາວອນ ມອບ ສວນທັມມະຈັກ ໃຫ້ວັດພຣະທາດສີໂຄດຕະບອງ ແຂວງຄໍາມ່ວນ
--------------------
ຕອນບ່າຍວັນທີ 29 ມີນາ 2026 ທີ່ວັດພຣະທາດສີໂຄດຕະບອງ ເມືອງທ່າແຂກ, ແຂວງຄໍາມ່ວນ ໄດ້ຈັດພິທີ ມອບ-ຮັບ “ສວນທັມມະຈັກ” ໂດຍແມ່ນການປະກອບສ່ວນທຶນຮອນກໍ່ສ້າງຂອງ ບໍລິສັດ ເພັດຖາວອນ ກໍ່ສ້າງ ເຄຫາຂົວ-ທາງ ຊົນລະປະທານ ຈຳກັດຜູ້ດຽວ ຮ່ວມກັບຄອບຄົວ ແລະ ລູກຫຼານໃນນາມເຈົ້າສັດທາ. ກ່າວມອບໂດຍ ທ່ານ ນາງ ເພັດສະໜອນ ເພັງສະຫວັດ ປະທານບໍລິສັດ, ຕາງໜ້າກ່າວຮັບໂດຍ ພຣະອາຈານ ສົມນຶກ ອະຣິຍະວັງໂສ ຮອງປະທານ ອພສ ແຂວງ. ໃຫ້ກຽດເຂົ້າຮ່ວມໂດຍມີ ພຣະອາຈານໃຫຍ່ ວັນເພັນ ໄຊຍະສອນ ປະທານ ອພສ ແຂວງ, ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາພັກ, ເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍ ທ່ານ ປອ ສົມສະອາດ ອຸ່ນສີດາ ປະທານຄະນະກໍາມະການປົກຄອງແຂວງ, ມີພຣະເຖຣະນຸເຖຣະ ແລະ ບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສວນທັມມະຈັກແຫ່ງນີ້ປະກອບມີອົງປະກອບສໍາຄັນ ເຊັ່ນ : ສີລາທໍາ, ຫໍພະຍານາກ, ຫໍເຈົ້າແມ່ທໍລະນີ ແລະ ນໍ້າຕົກ, ລວມມູນຄ່າການກໍ່ສ້າງທັງໝົດ 700 ກວ່າລ້ານກີບ, ໂຄງການໄດ້ເລີ່ມດໍາເນີນການຈັດຕັ້ງແຕ່ວັນທີ 15 ມັງກອນ ຫາ 2 ພຶດສະພາ 2024 ເຊິ່ງແມ່ນໜຶ່ງໃນ 3 ສວນທີ່ຖືກອອກແບບ ຕາມແນວທາງຂອງອົງການພຣະພຸດທະສາສະໜາສຳພັນລາວ. ການກໍ່ສ້າງສວນທັມມະຈັກມີຈຸດປະສົງເພື່ອປັບປຸງທັດສະນີຍະພາບ ອ້ອມຂ້າງຫໍພະຍາສີໂຄດຕະບອງໃຫ້ມີຄວາມສວຍງາມ, ສ້າງເປັນສະຖານທີ່ພັກຜ່ອນຢ່ອນໃຈ ແລະ ສຶກສາທຳມະໃຫ້ແກ່ອອກຕົນຍາດໂຍມ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ແລະ ເພື່ອເປັນບ່ອນສັກກາລະບູຊາສັນຍະລັກທາງພຸດທະສາດສະໜາ (ກົງລໍ້ແຫ່ງທໍາ) ໃນດິນແດນອັນສັກສິດຂອງພະຍາສີໂຄດຕະບອງ.
ໂອກາດນີ້ ໃນນາມຕາງໜ້າອໍານາດການປົກຄອງແຂວງ ທ່ານ ໄຊຊະນະ ໂຄດພູທອນ ໄດ້ກ່າວຍ້ອງຍໍ ແລະ ຊົມເຊີຍຕໍ່ບໍລິສັດ ເພັດຖາວອນ ກໍ່ສ້າງ ເຄຫາຂົວ-ທາງ ຊົນລະປະທານ ພ້ອມຄອບຄົວ ແລະ ລູກຫຼານ ທີ່ໄດ້ສະລະທຶນຮອນສ່ວນຕົວ ດ້ວຍໃຈອັນບໍລິສຸດ ເພື່ອສ້າງສາປະໂຫຍດໃຫ້ແກ່ສັງຄົມ, ພ້ອມທັງເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ຮັກສາ, ຄຸ້ມຄອງ ແລະ ນໍາໃຊ້ສວນແຫ່ງນີ້ໃຫ້ເກີດປະໂຫຍດສູງສຸດ ແລະ ຍາວນານ.

ມອບ-ຮັບ ໂຄງການກໍ່ສ້າງສຸກສາລາບ້ານ ນານ້ອຍ ເມືອງໄຊບົວທອງ ແຂວງຄໍາມ່ວນ----------------------     ພິທີ ມອບ-ຮັບ ໂຄງການກໍ່ສ້າງສຸ...
30/03/2026

ມອບ-ຮັບ ໂຄງການກໍ່ສ້າງສຸກສາລາບ້ານ ນານ້ອຍ ເມືອງໄຊບົວທອງ ແຂວງຄໍາມ່ວນ
----------------------
ພິທີ ມອບ-ຮັບ ໂຄງການກໍ່ສ້າງສຸກສາລາບ້ານ ນານ້ອຍ ເມືອງໄຊບົວທອງ ແຂວງຄໍາມ່ວນ, ໄດ້ຈັດຂື້ນໃນວັນທີ 27 ມີນາ 2025 ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ປອ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງ ແຂວງ ຄໍາມ່ວນ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳ ສປປ ລາວ, ພ້ອມດ້ວຍພະແນກການກ່ຽວຂ້ອງຂັ້ນແຂວງ ແລະ ອົງການປົກຄອງເມືອງໄຊບົວທອງ, ຕະຫຼອດຮອດບໍລິສັດຮັບເໝົາກໍ່ສ້າງ ແລະ ປະຊາຊົນບ້ານນານ້ອຍເຂົ້າຮ່ວມ.
ໂຄງການກໍ່ສ້າງສຸກສາລາ ບ້ານນານ້ອຍ ເມືອງໄຊບົວທອງ ໄດ້ດໍາເນີນການກໍ່ສ້າງຕົວຈິງ ເລີ່ມແຕ່ ເດືອນ ມີນາ 2025 ຫາ ເດືອນ ສິງຫາ 2025, ຈິ່ງສໍາເລັດ 100% ໃຊ້ເວລາ ກໍ່ສ້າງ ແມ່ນ 6 ເດືອນ ໂດຍແມ່ນບໍລິສັດ ເພັດທະວີສຸກ ກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ, ໃນມູນຄ່າກໍ່ສ້າງທັງໝົດ 81,330.29 ໂດລາສະຫະລັດ ໂດຍເປັນທຶນຊ່ວຍ ເຫຼືອລ້າຂອງສະຖານ ທູດຍີ່ປຸ່ນ ປະຈຳ ລາວ. ລັກສະນະຂອງອາຄານ ເປັນອາຄານກໍ່ຊັ້ນດຽວ ມີຂະໜາດກວ້າງ 11 ແມັດ, ຍາວ 14,5 ແມັດ ມີເນື້ອທີ່ໃຊ້ສອຍ 159,5 ແມັດ ໂຄງສ້າງເປັນເບຕົງເສີມເຫລັກ. ຫຼັງຄາໂຄງເຫຼັກມຸງດ້ວຍຊີແຟັກ, ພື້ນປູກາໂລ ປະກອບມີ 7 ຫ້ອງເຮັດວຽກ, ມີຫ້ອງນ້າ ແລະ ລະບົບໄຟຟ້າ, ນໍ້າປະປາຄົບຊຸດ. ເປັນກຽດກ່າວມອບອາຄານ ໂດຍ ທ່ານ ໂຄອິຊຶມິ ຊຶໂຕະມຸ ແລະ ກ່າວຮັບໂດຍ ທ່ານ ປອ ສົມສະອາດ ອຸ່ນສີດາ ພ້ອມດຽວກັນ ກໍ່ໄດ້ມອບຕໍ່ໃຫ້ເມືອງ ແລະ ການຈັດຕັ້ງບ້ານເປັນຜູ້ຄຸ້ມຄອງປົກປັກຮັກສາ ແລະ ນໍາໃຊ້ອາຄານດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ.

ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ຕ້ອນຮັບການເຂົ້າອວຍພອນ ກົງສູນໃຫຍ່ຫວຽດນາມ---------------------    ວັນທີ 25 ມີນາ 2026 ທ່າ...
26/03/2026

ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ຕ້ອນຮັບການເຂົ້າອວຍພອນ ກົງສູນໃຫຍ່ຫວຽດນາມ
---------------------
ວັນທີ 25 ມີນາ 2026 ທ່ານ ປອ ສົມສະອາດ ອຸ່ນສີດາ ປະທານຄະນະກໍາມະການປົກຄອງ ແຂວງ ຄໍາມ່ວນ ພ້ອມດ້ວຍພະແນກການກ່ຽວຂ້ອງໄດ້ໃຫ້ການຕ້ອນຮັບ ທ່ານ ນາງ ດັ່ງ ທິ ຮ່າຍເຕີມ ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ ແລະ ຄະນະ ທີ່ໄດ້ເຂົ້າອວຍພອນເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ລາວ ພສ 2569 ທີ່ຈະມາເຖິງນີ້. ພ້ອມກັນນັ້ນ ກໍ່ໄດ້ຖືໂອກາດນີ້ກ່າວອໍາລາພາຍຫຼັງທີ່ສໍາເລັດການປະຕິບັດໜ້າທີ່ຢູ່ລາວ.
ໃນໂອກາດນີ້ ທ່ານ ນາງ ດັ່ງ ທິ ຮາຍເຕິມ ໄດ້ກ່າວຄໍາອວຍພອນໄຊອັນປະເສີດ ເຖິງການນໍາແຂວງຄໍາມ່ວນ ແລະ ບັນດາພະແນກການ, ຕະຫຼອດຮອດປະຊາຊົນລາວ ບັນດາເຜົ່າພາຍໃນແຂວງ ໃຫ້ມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທຸກປະການ. ພ້ອມດຽວກັນຍັງໄດ້ສະແດງຄວາມຂອບໃຈຕໍ່ການນໍາແຂວງຄໍາມ່ວນທີ່ໄດ້ໃຫ້ຄວາມຮ່ວມມື, ອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ວຽກງານການທູດ ຢູ່ ສປປ ລາວ ຕະຫຼອດໄລຍະຜ່ານມາຈົນບັນລຸຜົນສໍາເລັດ.
ທ່ານ ປອ ສົມສະອາດ ອຸ່ນສີດາ ໃນນາມການນໍາແຂວງຄໍາມ່ວນ ຍັງໄດ້ສະແດງຄວາມຍິນດີ ແລະ ຂອບໃຈ ຕໍ່ຫົວໜ້າກົງສູນໃຫຍ່ ຫວຽດນາມ ທີ່ໄດ້ເດີນທາງມາອວຍພອນ ໃນໂອກາດປີໃໝ່ລາວ ພ້ອມທັງຕີລາຄາສູງຕໍ່ຜົນງານ, ຄວາມສໍາເລັດ ໃນການປະຕິບັດວຽກງານການທູດຢູ່ ລາວ ໂດຍສະເພາະກໍ່ຄື 3 ແຂວງພາກກາງ. ໃນໂອກາດນີ້ຍັງໄດ້ມອບໃບຍ້ອງຂັ້ນແຂວງ ໃຫ້ແກ່ຫົວໜ້າກົງສູນ ເພື່ອເປັນການຊົມເຊີຍ, ຮູ້ບຸນຄຸນ ຕໍ່ຜົນງານທີ່ໄດ້ປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາ ໃນວຽກງານການທູດ, ກໍ່ຄືການພັດທະນາ ແລະ ຍາດແຍ່ງເອົາການຮ່ວມມືຊ່ວຍເຫຼືອ ແຂວງຄໍາມ່ວນໃນຜ່ານມາ. ນອກນັ້ນ, ຍັງໄດ້ແລກປ່ຽນບາງບົດຮຽນ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືດ້ານການຄ້າ-ການລົງທຶນ, ການພັດທະນາ ຊັບພະຍາກອນມະນຸດ ເພື່ອຮ່ວມກັນຜັກດັນການພັດທະນາເສດຖະກິດ-ສັງຄົມ ແລະ ພ້ອມກັນສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ເວົ້າສະເພາະແມ່ນ ແຂວງຄໍາມ່ວນ ກັບ ບັນດາແຂວງ ຂອງ ສສ ຫວຽດນາມ ໃຫ້ນັບມື້ເພີ່ມພູນຄູນສ້າງ ແລະ ໝັ້ນຄົງຕະຫຼອດໄປ.

 #ຄໍາມ່ວນ  ສະເຫຼີມສະຫຼອງ ຮັບໃບຢັ້ງຢືນມໍຣະດົກໂລກອຸທິຍານແຫ່ງຊາດ ຫີນໜາມໜໍ່---————        ວັນທີ 19 ມີນາ 2026 ທີ່ເມືອງທ່າແຂກ ...
20/03/2026

#ຄໍາມ່ວນ ສະເຫຼີມສະຫຼອງ ຮັບໃບຢັ້ງຢືນມໍຣະດົກໂລກອຸທິຍານແຫ່ງຊາດ ຫີນໜາມໜໍ່
---————
ວັນທີ 19 ມີນາ 2026 ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດພິທີສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ເນື່ອງໃນໂອກາດທີ່ “ອຸທິຍານແຫ່ງຊາດ ຫີນໜາມໜໍ່” ໄດ້ຮັບຂື້ນທະບຽນເປັນມໍຣະດົກໂລກທາງທຳມະຊາດ ຮ່ວມຊາຍແດນກັບ ອຸທິຍານແຫ່ງຊາດ ຟອງຫຍາ-ແກບາງ ຂອງ ສສ ຫວຽດນາມ. ພິທີດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາພັກແຂວງ, ມີບັນດາການນໍາສູນກາງ, ການນໍາແຂວງ, ອະດີດການນໍາ, ບັນດາອົງການສາກົນ, ແຂວງກວາງຈິ ແລະ ແຂກຖືກເຊີນທັງພາຍໃນ ແລະ ສາກົນເຂົ້າຮ່ວມ.
ບັນຍາກາດພາຍໃນງານເປັນໄປຢ່າງຄືກຄື້ນ ແລະ ເຕັມໄປດ້ວຍຄວາມພາກພູມໃຈ ຂອງປະຊາຊົນຊາວລາວ ໂດຍສະເພາະຊາວແຂວງຄໍາມ່ວນ. ຂະບວນຄາລາວານລົດແຫ່ໃບຢັ້ງຢືນ ໄດ້ເຄື່ອນຂະບວນຜ່ານເສັ້ນທາງສໍາຄັນໃນເທສະບານເມືອງທ່າແຂກ ພ້ອມດ້ວຍການຕີກອງ, ຟ້ອນພື້ນເມືອງ, ຂັບລຳ ແລະ ການສະແດງດົນຕີ ສ້າງຄວາມຄືກຄື້ນໃຫ້ແກ່ງານຢ່າງຍິ່ງ. ໂດຍເລີ່ມຂະບວນຄາລາວານລົດແຫ່ທີ່ ຫ້ອງວ່າການແຂວງ, ລ້ຽວຂວາໄປຫາ 4 ແຍກໄຟແດງ ໂຮງແຮມຣີເວີເຣຍ ແລະ ລ້ຽວຊ້າຍໄປໜ້າຫໍຈາລຶກ 21 ມີນາ ແລ້ວລ້ຽວຊ້າຍໄປຫາ 4 ແຍກໄຟແດງບ້ານໂພນສະອາດ ເຂົ້າສູ່ ຫ້ອງປະຊຸມໃຫຍ່ສະໂມສອນ 21 ມີນາ (ຫຼັກ4)
ໃນໂອກາດນີ້, ທ່ານ ປອ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ກ່າວປະຫວັດຄວາມເປັນມາວ່າ : ການທີ່ອຸທິຍານແຫ່ງຊາດ ຫີນໜາມໜໍ່ ໄດ້ຮັບການຂຶ້ນທະບຽນເປັນມໍຣະດົກໂລກ ເປັນຜົນສຳເລັດອັນຍິ່ງໃຫຍ່ ແລະ ເປັນຄວາມພາກພູມໃຈຂອງຊາດ ເນື່ອງຈາກເປັນມໍຣະດົກໂລກທາງທຳມະຊາດແຫ່ງທໍາອິດຂອງລາວ ແລະ ເປັນມໍຣະດົກໂລກຮ່ວມຊາຍແດນແຫ່ງທໍາອິດໃນພາກພື້ນ. ຜົນສຳເລັດນີ້ ເກີດຈາກການຮ່ວມແຮງຮ່ວມໃຈ ຂອງຫຼາຍພາກສ່ວນ ຕະຫຼອດໄລຍະເວລາກວ່າ 20 ປີ. ອຸທິຍານແຫ່ງຊາດ ຫີນໜາມໜໍ່ ມີເນື້ອທີ່ປະມານ 82,000 ເຮັກຕາ ເປັນພື້ນທີ່ພູຫີນປູນທີ່ມີຄວາມງາມໂດດເດັ່ນ ແລະ ອຸດົມໄປດ້ວຍຊີວະນາໆ ພັນຫາຍາກ. ພ້ອມທັງ ຍັງເປັນພື້ນທີ່ສຳຄັນທາງດ້ານນິເວດວິທະຍາ ແລະ ການອະນຸລັກທຳມະຊາດ.
ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ກ່າວວ່າ : ອຸທິຍານແຫ່ງຊາດຫີນໜາມໜໍ່ ແຂວງຄໍາມ່ວນ ໄດ້ຮັບຮອງເປັນມໍຣະດົກໂລກຮ່ວມຊາຍແດນ ກັບ ອຸທິຍານແຫ່ງຊາດຟອງຫຍາ-ແກບາງ ຂອງ ສສ ຫວຽດນາມ ຢ່າງເປັນທາງການ ໃນກອງປະຊຸມມໍຣະດົກໂລກ ຄັ້ງທີ 47 ທີ່ ປາຣີ ປະເທດຝຣັ່ງ ໃນວັນທີ 13 ກໍລະກົດ 2025. ການຮັບຮອງຄັ້ງນີ້ ເຮັດໃຫ້ ຫີນໜາມໜໍ່ ກາຍເປັນມໍຣະດົກໂລກແຫ່ງທີ 4 ຂອງ ສປປ ລາວ ແລະ ເປັນມໍຣະດົກໂລກທາງທຳມະຊາດແຫ່ງທໍາອິດ ພ້ອມທັງເປັນມໍຣະດົກໂລກແບບຮ່ວມຊາຍແດນແຫ່ງທໍາອິດໃນພາກພື້ນ. ທ່ານ ໄດ້ຕີລາຄາສູງຕໍ່ຜົນສໍາເລັດນີ້ ວ່າເປັນຫຼັກການສະທ້ອນໃຫ້ເຫັນ ນະໂຍບາຍອັນຖືກຕ້ອງ ຂອງພັກ ແລະ ລັດ ໃນການອະນຸລັກ ແລະ ສົ່ງເສີມມໍຣະດົກແຫ່ງຊາດ ພ້ອມທັງເປັນແບບຢ່າງດີ ໃນການຮ່ວມມື ລາວ-ຫວຽດນາມ ແລະ ສາກົນ. ພ້ອມນີ້ ຍັງໄດ້ເນັ້ນໃຫ້ທຸກພາກສ່ວນ ຮ່ວມກັນປົກປັກຮັກສາ ແລະ ສືບສານຄຸນຄ່າມໍຣະດົກ ໃຫ້ຄົງຢູ່ຢ່າງຍືນຍົງ ແລະ ນໍາໃຊ້ເປັນແຮງຂັບເຄື່ອນ ການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດ.
ທ່ານ ໄຊຊະນະ ໂຄດພູທອນ ໃນນາມຕາງໜ້າໃຫ້ຄະນະພັກ, ອົງການປົກຄອງແຂວງຄໍາມ່ວນ ກ່າວມີຄໍາເຫັນໃຫ້ຄໍາໝັ້ນສັນຍາວ່າ : ຈະພ້ອມກັນກັບຄູ່ຮ່ວມມືພັດທະນາ ປົກປັກຮັກສາອຸທິຍານແຫ່ງຊາດຫີນໜາມໜໍ່ ມໍຣະດົກແຫ່ງຊາດ ແລະ ມໍຣະດົກໂລກຮ່ວມຊາຍແດນແຫ່ງນີ້ ກາຍເປັນມໍຣະດົກອັນລໍ້າຄ່າ ແລະ ຖ່າຍຖອດຈາກຮຸ້ນຄົນນີ້ສູ້ຮຸ້ນ ລູກ ແລະ ຮຸ້ນຫຼານ ສືບຕໍ່ໄປຢ່າງຍືນຍົງ. ພ້ອມກັນເສີມຂະຫຍາຍ ແລະ ນໍາໃຊ້ທ່າແຮງທາງດ້ານທໍາມະຊາດ ກໍ່ຄືມໍຣະດົກໂລກແຫ່ງນີ້ ໃຫ້ກາຍເປັນຊັບພະຍາກອນການທ່ອງທ່ຽວ ແລະ ເປັນທ່າແຮງ ປະກອບເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວຍືນຍົງຂອງແຂວງຄໍາມ່ວນ ຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນຢູ່ບໍລິເວນດັ່ງກ່າວໄດ້ຮັບການປັບປຸງ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ໃນໂອກາດນີ້ ທ່ານລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຍັງໄດ້ ມອບໃບຢັ້ງຢືນ ອຸທິຍານແຫ່ງຊາດຫິນໜາມໜໍ່ ໃຫ້ທ່ານເລຂາພັກແຂວງຄໍາມ່ວນ ແລະ ເພື່ອຄວາມເປັນສິຣິມຸງຄຸນ ທ່ານ ນາຍົກລັດຖະມົນຕີ ຍັງໄດ້ເປັນກຽດລັ່ນຄ້ອງ 9 ບາດ ເພື່ອປະກາດໃຫ້ຊາວລາວ ຊາວໂລກຮັບຮູ້, ທັງຢັ້ງຢືນການມອບຮັບໃບຢັ້ງຢືນມໍລະດົກໂລກຫີນໜາມໜໍ່ ຢ່າງເປັນທາງການ. ພາຍຫຼັງສໍາເລັດພິທີສະເຫຼີມສະຫຼອງ ມອບໃບຢັ້ງຢືນ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາການນໍາທີ່ເຂົ້າຮ່ວມຍັງໄດ້ຢ້ຽມຊົມງານຕະຫຼາດນັດ ວາງສະແດງ ແລະ ຈໍາໜ່າຍສິນຄ້າ ບັ້ນຮົບປ້ອງກັນຕົວເມືອງທ່າແຂກຕື່ມອີກ.
#ແຂວງຄໍາມ່ວນ

 #ການນໍາພັກ-ລັດ ແຂວງຄໍາມ່ວນ ຮ່ວມວາງພວງມະລາ ແລະ ກະຕ່າດອກໄມ້ ເນື່ອງໃນໂອກາດ 2 ວັນສໍາຄັນຂອງຊາດ-ຂອງພັກ---------    ເນື່ອງໃນໂອ...
20/03/2026

#ການນໍາພັກ-ລັດ ແຂວງຄໍາມ່ວນ ຮ່ວມວາງພວງມະລາ ແລະ ກະຕ່າດອກໄມ້ ເນື່ອງໃນໂອກາດ 2 ວັນສໍາຄັນຂອງຊາດ-ຂອງພັກ
---------

ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ( 22 ມີນາ 1955 – 22 ມີນາ 2026) ແລະ ເພື່ອລະນຶກເຫດການປະຫວັດສາດບັ້ນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026 ) ທີ່ໄດ້ໜູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.
ໃນຕອນເຊົ້າວັນທີ 20 ມີນາ 2026 ການນໍາພັກ - ລັດ ແຂວງຄໍາມ່ວນ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາພັກແຂວງ ຄຳມ່ວນ ພ້ອມດ້ວຍບັນດາທ່ານ ໃນຄະນະບໍລິຫານງານພັກແຂວງ, ກຳລັງ ປກຊ-ປກສ ແຂວງ ໄດ້ເຂົ້າວາງພວງມະລາ ແລະ ກະຕ່າດອກໄມ້ ຈູດທູບທຽນ ຢູ່ທີ່ ອານຸສາວະລີ ນັກຮົບນິລະນາມ, ອານຸສາວະລີ ປະທານ ໄກສອນ ພົມວິຫານ ແລະ ອະນຸສອນ 21 ມີນາ ປະທານ ສຸພານຸວົງ ເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ແລະ ຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍ່ຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫລະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ.
.com #ແຂວງຄໍາມ່ວນ

ເຊີນທ່ຽວງານຕະຫຼາດນັດ, ວາງສະແດງ ແລະ ຈໍາໜ່າຍສິນຄ້າ ເພື່ອລະນຶກເຖິງວັນປະຫວັດສາດບັ້ນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ 1946 ຄົບ...
16/03/2026

ເຊີນທ່ຽວງານຕະຫຼາດນັດ, ວາງສະແດງ ແລະ ຈໍາໜ່າຍສິນຄ້າ ເພື່ອລະນຶກເຖິງວັນປະຫວັດສາດບັ້ນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ 1946 ຄົບຮອບ 80 ປີ ແລະ ສະເຫຼີມສະຫຼອງອຸທິຍານແຫ່ງຊາດ ພູຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກ ທາງທໍາມະຊາດ ຮ່ວມຊາຍແດນ.
ໃນລະຫວ່າງວັນທີ 17-21 ມີນາ 2026, ຢູ່ທີ່ອະນຸສອນສະຖານ ປະທານ ສຸພານຸວົງ ເມືອງທ່າແຂກ ແຂວງຄໍາມ່ວນ.

ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວ ມອບເງິນ 1,2 ຕື້ກີບ ໃຫ້ແຂວງຄໍາມ່ວນ---——————-       ວັນທີ 16 ມີນາ 20...
16/03/2026

ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວ ມອບເງິນ 1,2 ຕື້ກີບ ໃຫ້ແຂວງຄໍາມ່ວນ
---——————-
ວັນທີ 16 ມີນາ 2026 ທີ່ຫ້ອງວ່າການແຂວງຄໍາມ່ວນ ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວ ໄດ້ມອບເງິນປະກອບສ່ວນໃນການຈັດງານຕັ້ງກອງບຸນ ເພື່ອຈາລຶກປະຫວັດສາດ ບັ້ນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ 1946 ຄົບຮອບ 80 ປີ ແລະ ສະໜັບສະໜູນພິທີສະເຫຼີມສະຫຼອງ ອຸທິຍານແຫ່ງຊາດຫີນໜາມໜໍ່ເປັນມໍລະດົກໂລກທາງທໍາມະຊາດ ແຫ່ງທໍາອິດ ຂອງ ສປ ລາວ ລວມມູນຄ່າ 1,2 ຕື້ກີບ. ໃຫ້ກຽດຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາພັກແຂວງຄໍາມ່ວນ, ມອບໂດຍ ທ່ານ ຢ໋າງສົວ ປະທານໃຫຍ່ ບສ ອາຊີ-ໂປຕາສ ສາກົນ ສປ ຈີນ, ປະທານ-ອຳນວຍການ ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ(ລາວ) ຈຳກັດຜູ້ດຽວ, ໂດຍມີຫົວໜ້າຫ້ອງວ່າການ ແລະ ຂະແໜງທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ໄຊຊະນະ ໂຄດພູທອນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຕໍ່ພາກສ່ວນ ບໍລິສັດທີ່ໄດ້ໃຫ້ການອຸປະຖໍາປະກອບສ່ວນໃນຄັ້ງນີ້ ຖືເປັນການປະກອບສ່ວນທີ່ສຳຄັນ ແລະ ແບ່ງເບົາງົບປະມານຂອງພາກລັດ ເພື່ອນໍາໃຊ້ເຂົ້າໃນກິດຈະກຳດັ່ງກ່າວ ໃຫ້ມີຜົນສໍາເລັດຕາມເປົ້າໝາຍ, ພ້ອມນັ້ນ ທ່ານເລຂາພັກແຂວງຍັງໄດ້ກ່າວໃນຕໍ່ໜ້າຫວັງວ່າ ບໍລິສັດ ຈະສືບຕໍ່ໃຫ້ການປະກອບສ່ວນແຂວງຄໍາມ່ວນຕໍ່ໄປ ໃນໄລຍະຜ່ານມາ ບໍລິສັດ ກໍ່ໄດ້ປະກອບສ່ວນມອບພັນທະອາກອນ ແລະ ກິດຈະກໍາສັງຄົມຕ່າງໆ ໃຫ້ແກ່ແຂວງ ເຊິ່ງເປັນການປະກອບສ່ວນສໍາຄັນໃນການຮ່ວມພັດທະນາເສດຖະກິດ-ສັງຄົມຂອງແຂວງຄໍາມ່ວນ.
ພ້ອມນີ້, ທ່ານ ໄຊຊະນະ ໂຄດພູທອນ ຍັງໄດ້ມອບໃບຍ້ອງຍໍ ໃຫ້ແກ່ ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ(ລາວ) ຈຳກັດຜູ້ດຽວ ເພື່ອເປັນການສັນລະເສີນ ແລະ ຈາລຶກຄຸນງາມຄວາມດີທີ່ໄດ້ປະກອບສ່ວນສະໜັບສະໜູນວຽກງານຂອງແຂວງໃນຄັ້ງນີ້.
.com

ວັນທີ 06 ມັງກອນ 2026 ທ່ານ ສີສະຫວັດ ພິທັກວົງ ປະທານບໍລິສັດ ສະມາດເຊີວິດ ເທັກໂນໂລຢີ ໄດ້ມອບໝໍ້ສຳຮອງໄຟ (UPS) ຈຳນວນ 10 ໜ່ວຍ, ລວ...
06/01/2026

ວັນທີ 06 ມັງກອນ 2026 ທ່ານ ສີສະຫວັດ ພິທັກວົງ ປະທານບໍລິສັດ ສະມາດເຊີວິດ ເທັກໂນໂລຢີ ໄດ້ມອບໝໍ້ສຳຮອງໄຟ (UPS) ຈຳນວນ 10 ໜ່ວຍ, ລວມມູນຄ່າ 15 ລ້ານກີບ ໃຫ້ຫ້ອງວ່າການແຂວງຄຳມ່ວນ ເຊິ່ງໃຫ້ກຽດຮັບໂດຍ ທ່ານ ພາກອນ ແກ້ວມະນີ ຮອງຫົວໜ້າຫ້ອງວ່າການແຂວງຄຳມ່ວນ.

ຫ້ອງວ່າການແຂວງຄໍາມ່ວນ ເຊື່ອມຊຶມນິຕິກໍາ ການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈໍາປີ 2025--------------------...
27/11/2025

ຫ້ອງວ່າການແຂວງຄໍາມ່ວນ ເຊື່ອມຊຶມນິຕິກໍາ ການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈໍາປີ 2025
-------------------------
ກອງປະຊຸມເຊື່ອມຊຶມນິຕິກໍາ ການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ຫ້ອງວ່າການແຂວງຄໍາມ່ວນ ປະຈໍາປີ 2025 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 27 ພະຈິກ 2025 ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ສົມບູນ ແກ້ວວົງສາ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ, ທ່ານ ນາງ ແກ້ວດາລີ ຫຼວງໄຊມຸງຄຸນ ຕາງໜ້າຄະນະຈັດຕັ້ງແຂວງ, ມີບັນດາທ່ານໃນຄະນະຫ້ອງວ່າການແຂວງ, ຫົວໜ້າ,ຮອງຫົວໜ້າຂະ ແໜງ ແລະ ພະນັກງານ-ລັດຖະກອນແຕ່ລະຂະແໜງການທີ່ຂຶ້ນກັບຫ້ອງວ່າການແຂວງເຂົ້າຮ່ວມ.
ໃນກອງປະຊຸມໄດ້ຜ່ານຈຸດປະສົງຂອງການເຊື່ອມຊຶມນິຕິກໍາ ການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈໍາປີ 2025 ພ້ອມທັງຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບປະເມີນຜົນ . ຈາກນັ້ນທ່ານ ສົມບູນ ແກ້ວວົງສາ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງກໍ່ໄດ້ມີຄໍາເຫັນ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ ,ພ້ອມທັງຜ່ານດໍາລັດວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ ສະບັບເລກທີ 184/ລບ ລົງວັນທີ 26 ມິຖຸນາ 2019 , ຜ່ານດໍາລັດວ່າດ້ວຍການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ສະບັບເລກທີ 300 / ລບ, ລົງວັນທີ 13 ກັນຍາ 2017 , ຜ່ານຄໍາແນະນໍາການຈັດຕັ້ງປະຕິບັດ ດໍາລັດ ວ່າດ້ວຍການປະເມີຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ສະບັບເລກທີ 06 /ພນ, ລົງວັນທີ 02 ພຶດສະພາ2018 .
ໃນກອງປະຊຸມຄະນະຮັບຜິດຊອບຍັງໄດ້ຢາຍແບບຟອນປະເມີນຕົນເອງ ແລະ ໝູ່ຄະນະ, ແນະນໍາວິທີການໃຫ້ຄະແນນຕົນເອງ ແລະ ໝູ່ຄະນະ ພ້ອມທັງມີການປະກອບຄໍາຄິດເຫັນຕໍ່ກັບບັນດານິຕິກໍາທີ່ນໍາມາສະເໜີ . ພ້ອມນັ້ນຍັງໄດ້ຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ ແລະ ກອງເລຂາຊ່ວຍວຽກ ປັບປຸງພາລະບົດບາດ ແລະ ຕໍາແໜ່ງງານຂອງຫ້ອງວ່າການແຂວງຄໍາມ່ວນ ສະບັບເລກທີ 40 / ຫວຂ ,ລົງວັນທີ 25 ພະຈິກ 2025 . ຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການມີຄໍາເຫັນຊີ້ນໍາຈາກສົມບູນ ແກ້ວວົງສາ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ.

Address

Laos PDR, Khammouane Province, Thakhek District, Phonesanam Village
Thakhek
12000

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00

Alerts

Be the first to know and let us send you an email when ສຳນັກງານ ແຂວງຄຳມ່ວນ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share