ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ

ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ ພະແນກເຕັກໂນໂລຊີ ແລະການສື່ສານ ແຂວງຄຳມ່ວນ

21/04/2026
ພະແນກ ຕສ ແຂວງຄໍາມ່ວນ ສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2569=====////=====ໃນຕອນເຊົ້າຂອງວັນທີ່ 09 ເມສາ 2026 ພະແນກ ເຕັກໂນໂລຊີ ແລະ...
09/04/2026

ພະແນກ ຕສ ແຂວງຄໍາມ່ວນ ສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2569
=====////=====
ໃນຕອນເຊົ້າຂອງວັນທີ່ 09 ເມສາ 2026 ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ ໄດ້ຈັດງານສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2569 ເພື່ອເປັນການສືບທອດປະເພນີອັນດີງາມຂອງຊາດລາວ ໂດຍການນໍາພາຂອງທ່ານ ຫວາດ ອິນຄຳວົງ ເລຂາຄະນະພັກຮາກຖານ,ຫົວໜ້າພະແນກ ຕສ ແຂວງ,ມີບັນດາຄະນະພັກ,ຄະນະພະແນກ,ພະນັກງານອາວຸໂສບໍານານ,ພະນັກງານຫຼັກແຫຼ່ງ ແລະ ພະນັກງານ-ລັດຖະກອນພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງ.
ງານສະເຫຼີມສະຫຼອງດັ່ງກ່າວ ແມ່ນມີກິດຈະກຳ ບາສີສູ່ຂວັນ, ຫົດນໍ້າສົງພະນັກງານອາວຸໂສບໍານານ, ພະນັກງານການນໍາພາຍໃນພະແນກ ແລະ ຈັດກິດຈະກຳອື່ນໆ ທີ່ເຕັມໄປດ້ວຍຄວາມມ່ວນຊື່ນ. ເຊິ່ງນອກຈາກເປັນການສືບທອດບຸນປະເພນີອັນດີງາມຂອງຊາດລາວແລ້ວ ຍັງເປັນການສ້າງຄວາມສຳພັນ ແລະ ຄວາມສາມັກຄີລະຫວ່າງພະນັກງານພາຍໃນພະແນກ ແລະ ພະນັກງານອາວຸໂສບໍານານ ໂດຍໄດ້ຮ່ວມກັນສ້າງບັນຍາກາດທີ່ເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ມອບຄໍາອວຍພອນທີ່ມີຄວາມໝາຍໃຫ້ກັນ ແລະ ກັນ.
------------------------
ຊ່ອງທາງຕິດຕາມຂໍ້ມູນຂ່າວສານ:
www.dtc-khm.gov.la
Page & Facebook: ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ
051 214160

ກອງປະຊຸມການກຳນົດຜົນສຳເລັດການປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນ ຂອງພະແນກ ຕສ ແຂວງປະຈຳປີ 2026=====////=====ໃນລະຫວ່າງວັ...
27/03/2026

ກອງປະຊຸມ
ການກຳນົດຜົນສຳເລັດການປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນ ຂອງພະແນກ ຕສ ແຂວງປະຈຳປີ 2026
=====////=====
ໃນລະຫວ່າງວັນທີ່ 27 ມີນາ 2026 ທີ່ຫ້ອງປະຊຸມພະແນກ ຕສ ແຂວງໄດ້ຈັດກອງປະຊຸມ ການກຳນົດຜົນສຳເລັດການປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນ ຂອງພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ.ພາຍໃຕ້ການເປັນປະທານຂອງທ່ານ ຫວາດ ອິນຄຳວົງ ເລຂາຄະນະພັກຮາກຖານ,ຫົວໜ້າພະແນກ ຕສ ແຂວງ,ມີບັນດາຄະນະພັກ-ຄະນະພະແນກ,ຫົວໜ້າຂະແໜງ-ຮອງຂະແໜງ ແລະ ພະນັກງານ-ລັດຖະກອນພາຍໃນພະແນກເຂົ້າຮ່ວມທັງໜົດ 26 ທ່ານ,ຍິງ 12 ທ່ານ.
ໃນພິທີດັ່ງກ່າວທ່ານ ຈິດຕະກອນ ກຳນັນສອນ ວິຊາການ ຂະແໜງບໍລິຫານ,ຈັດຕັ້ງ ແລະ ກວດກາກໍ່ໄດ້ໃຫ້ກຽດຜ່ານຂັ້ນຕອນໃນການກຳນົດຜົນສຳເລັັດ,ການກຳນົດຜົນສຳເລັດການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ແບ່ງອອກເປັນ 3 ປະເພດຄື:ການກຳນົດຜົນສຳເລັດຂອງຜູ້ທີ່ມີຕຳແໜ່ງບໍລິຫານ,ການກຳນົດຜົນສຳເລັດຂອງວິຊາການ,ການກຳນົດຜົນສຳເລັດຂອງລັດຖະກອນຊ່ວຍວຽກບໍລິຫານ,ຜ່ານຮ່າງຂໍ້ຕົກລົງ ຜົນສຳເລັດຂອງຄະນະພະແນກ ແລະ ຮ່າງຂໍ້ຕົກລົງ ຜົນສຳເລັດຂອງຂະແໜງ.
ຈຸດປະສົງ:ເພື່ອໃຫ້ບັນດາພະນັກງານ-ລັດຖະກອນພາຍໃນພະແນກເຂົ້າໃຈເລີກເຊິ່ງໃນການຂຽນຜົນສຳເລັດຂອງຕົນເອງໃນແຕ່ລະດ້ານອອກມາໃຫ້ມີປະສິດທິຜົນສູງ ເພື່ອເປັນບ່ອນອີງ, ເປັນຕົວຊີ້ວັດ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຄວາມຮັບຜິດຊອບຂອງຕົນ.ໂດຍສະເພາະການຕີລາຄ່າຕົນເອງ ຈຸດດີ ແລະ ຂໍ້ຄົງຄ້າງ, ການໃຫ້ຄະແນນເພື່ອນໍາໄປສູ່ການສ້າງພະນັກງານທີ່ມີຄຸນນະພາບ ມີຄວາມຮູ້, ຄວາມສາມາດ, ມີຈັນຍາບັນຕໍ່ຕົນເອງ.
ໃນກອງປະຊຸມດັ່ງກ່າວທ່ານ ແອໃຫຍ່ ຈັກທະລາ ຫົວໜ້າຂະແໜງ ບໍລິຫານ,ຈັດຕັ້ງ ແລະ ກວດກາກໍ່ໄດ້ໃຫ້ກຽດເຜີຍແຜ່ກົດໜາຍວ່າດ້ວຍ ພະນັກງານ-ລັດຖະກອນ(ສະບັບປັບປຸງ),ເລກທີ 79/ສພຊ,ນະຄອນຫຼວງວຽງຈັນ,ວັນທີ່ 20 ມີນາ 2025.
------------------------
ຊ່ອງທາງຕິດຕາມຂໍ້ມູນຂ່າວສານ:
www.dtc-khm.gov.la
Page & Facebook: ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ
051 214160

ພະແນກ ຕສ ແຂວງ ປາຖະກະຖາ ວັນໄປສະນີ ແລະ ວັນໂທະລະຄົມມະນາຄົມ ແຫ່ງຊາດ ຄົບຮອບ 61 ປີ.=====////=====      ໃນຕອນບ່າຍຂອງວັນທີ 13 ມີ...
16/03/2026

ພະແນກ ຕສ ແຂວງ ປາຖະກະຖາ ວັນໄປສະນີ ແລະ ວັນໂທະລະຄົມມະນາຄົມ ແຫ່ງຊາດ ຄົບຮອບ 61 ປີ.
=====////=====
ໃນຕອນບ່າຍຂອງວັນທີ 13 ມີນາ2026 ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະການສື່ສານແຂວງຄໍາມ່ວນໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອເນື່ອງໃນໂອກາດວັນໄປສະນີ ແລະວັນໂທະລະຄົມມະນາຄົມແຫ່ງຊາດຄົບຮອບ 61 ປີ (13ມີນາ1965-13 ມີນາ 2026) ພາຍໃຕ້ຄໍາຂວັນຍົກສູງການສ້າງໂຄງລ່າງພຶ້ນຖານໄປສະນີ ແລະ ໂທລະຄົມມະນາຄົມໃຫ້ກາຍເປັນໂຄງລ່າງພື້ນຖານດີຈີຕ໋ອນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ.ໂດຍການໃຫ້ກຽດເປັນປະທານ ແລະ ປາຖະກະຖາຂອງທ່ານ ຫວາດ ອິນຄໍາວົງ ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກ ຕສ ແຂວງຄໍາມ່ວນ, ມີບັນດາທ່ານຄະນະພັກ,ຄະນະພະແນກ,ສາຂາບໍລິສັດ ອີທີແອລ ຈຳກັດ, ສາຂາບໍລິສັດລາວໂທລະຄົມ ມະຫາຊົນ,ສາຂາບໍລິສັດ ໄປສະນີລາວ ຈຳກັດ ແລະ ພະນັກງານພາຍໃນພະແນກ ຕສ ເຂົ້າຮ່ວມທັງໝົດ 50 ທ່ານ, ຍິງ 24 ທ່ານ.
ໃນໂອກາດດັ່ງກ່າວ ທ່ານ ຫວາດ ອິນຄໍາວົງ ກໍ່ໄດ້ໃຫ້ກຽດເລົ່າຄືນມູນເຊື້ອປະຫວັດຄວາມເປັນມາໂດຍສັງເຂດວ່າ:ວຽກງານໄປສະນີ ແລະ ໂທລະຄົມມະນາຄົມ ແມ່ນວຽກງານໜຶ່ງທີ່ມີຄວາມໝາຍຄວາມສຳຄັນຂອງ ສປປ ລາວ ຊຶ່ງໄດ້ປະກອບສ່ວນເຂົ້າໃນພາລະກິດທັງໃນໄລຍະຕໍ່ສູ້ກູ້ຊາດ ແລະ ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຊຶ່ງໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ມາຢ່າງຕໍ່ເນື່ອງ ແລະ ແຂງແຮງທີ່ສຸດ ເຮັດໃຫ້ສັງຄົມມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຂື້ນມາຢ່າງພົ້ນເດັ່ນ ໂດຍສະເພາະການຫັນເປັນເສດຖະກິດດີຈິຕ໋ອນ ຍັງມີຄວາມຈໍາເປັນ ແລະ ສໍາຄັນທີ່ສຸດ. ດັ່ງນັ້ນ ພັກ ແລະ ລັດຖະບານແຫ່ງ ສປປ ລາວ ຈຶ່ງຖືສໍາຄັນໂດຍໄດ້ຮັບຂອງ ແລະ ປະກາດເອົາວັນທີ 13 ມີນາຂອງທຸກປີເປັນວັນສະເຫຼີມສະຫຼອງວັນໄປສະນີ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ ຊຶ່ງໄດ້ກຳນົດໄວ້ໃນມາດຕາ 63 ຂອງກົດໝາຍວ່າດ້ວຍການໄປສະນີ ແລະ ມາດຕາ 53 ຂອງກົດໝາຍວ່າດ້ວຍໂທລະຄົມມາຄົມ.
ປະຈຸບັນມີສາຂາບໍລິສັດໄປສະນີລາວຈໍາກັດສາຂາແຂວງຄຳມ່ວນ 01 ບໍລິສັດດຳເນີນທຸລະກິດການບໍລິການໄປສະນີຄື: ຮັບຝາກ, ຈັດສົ່ງ ແລະ ແຈກຢາຍໄປສະນີພັນ, ພັດສະດຸ, ເມດ່ວນທັງພາຍໃນ ແລະ ຕ່າງປະເທດ ແລະ ສະຖາບັນເງິນຝາກປະຢັດ, ມີໄປສະນີເມືອງຢູ່ 03 ເມືອງ ແລະ ຈ່າມໄປສະນີ 05 ແຫ່ງ ແລະ ມີບັນດາສາຂາບໍລິສັດດໍາເນີນທຸລະກິດທີ່ໃຫ້ບໍລິການຮູບແບບໄປສະນີ ທີ່ເປັນບໍລິສັດເອກະຊົນພາຍໃນແຂວງ ມີທັງໝົດ 10 ບໍລິສັດ, ມີຈຸດບໍລິການຮັບຝາກເຄື່ອງ 129 ຈຸດບໍລິການ ສາມາດເຂົ້າເຖິງໄດ້ທຸກເມືອງ,ຕໍ່ກັບວຽກງານດັ່ງກ່າວທ່ານຍັງໄດ້ຮຽກຮ້ອງມາຍັງພະນັກງານທຸກຂັ້ນຈົ່ງພ້ອມກັນສຸມໃສ່ທຸກເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການປະຕິບັດ 2 ໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຊຸກຍູ້ສົ່ງເສີມການຄົ້ນຄວ້າພັດທະນາວຽກງານໄປສະນີ ແລະ ໂທລະຄົມມະນາຄົມ ຂອງປະເທດເຮົາໃຫ້ກ້າວໜ້າ ແລະ ຍົກລະດັບຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວຍືນຍົງ.
ໃນຕອນທ້າຍພິທີດັ່ງກ່າວຍັງໄດ້ຮັບຊົມພາບວິດີໂອການໃຫ້ຄໍາເຫັນ ຂອງ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຄົບຮອບ 61 ປີ (13 ມີນາ 1965 ~13 ມີນາ 2026).ໃນວັນທີ 13 ມີນາ ແມ່ນ ວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ, ຊຶ່ງໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການໄປສະນີ ແລະ ກົດໝາຍວ່າດ້ວຍ ການໂທລະຄົມມະນາຄົມ ຂອງ ສປປ ລາວ.
------------------------
ຊ່ອງທາງຕິດຕາມຂໍ້ມູນຂ່າວສານ:
www.dtc-khm.gov.la
Page & Facebook: ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ
051 214160

13/03/2026
18/02/2026

📣 ແຈ້ງເຕືອນ
ລະວັງມິດສາຊີບສົ່ງຂໍ້ຄວາມຕົວະຍົວະຫຼອກລວງຂຶ້ນທະບຽນເລກໝາຍໂທລະສັບ

ຂໍ້ຄວນລະວັງ: ຢ່າຫຼົງເຊື່ອ ຫຼື ກົດດາວໂຫຼດຕິດຕັ້ງແອັບ ຫຼື ລິ້ງ ທີ່ຄົນອື່ນສົ່ງໃຫ້ ທີ່ເຫັນວ່າບໍ່ໜ້າເຊື່ອຖື, ເພາະນັ້ນ ອາດເປັນແອັບທີ່ໃຊ້ຄວບຄຸມໂທລະສັບມືຖື ເພື່ອຫວັງເອົາຂໍ້ມູນສ່ວນຕົວຂອງທ່ານ!

https://www.facebook.com/share/p/1NbVYR4JUP/

11/02/2026

‼️‼️ ສົ່ງຕໍ່ໃຫ້ຄົນທີ່ທ່ານຮັກ ເພື່ອບໍ່ຕົກເປັນເຫຍື່ອຂອງມິດສາຊີບ ‼️‼️

⚠️ ອັບເດດກົນລວງ “ມິດສາຊີບ” ປີ 2026 ⚠️

❌ ມິດສາຊີບ ຈະໂທມາແລ້ວອ້າງວ່າ "ເບີໂທຂອງທ່ານໝົດອາຍຸ ຫຼື ຍັງບໍ່ໄດ້ລົງທະບຽນ ແລະ ໃຫ້ລົງທະບຽນນຳໃຊ້"
❌ ມິດສາຊີບ ຈະຕົວະໃຫ້ທ່ານ ຕິດຕັ້ງແອັບ KYC ປອມ
❌ ຈາກນັ້ນ, ມິດສາຊີບ ຈະສາມາດຄວບຄຸມມືຖືຂອງທ່ານ ໂດຍບໍ່ຮູ້ໂຕ

✅ ສິ່ງທີ່ຄວນປະຕິບັດ: ກໍລະນີ ມີການໂທມາແຈ້ງວ່າ ເບີໂທຂອງທ່ານໝົດອາຍຸ ຫຼື ຍັງບໍ່ລົງທະບຽນ ແມ່ນໃຫ້ວາງສາຍທັນທີ ແລ້ວໂທຕິດຕໍ່ກັບຫາສາຍດ່ວນ ຫຼື ເຂົ້າໄປພົວພັນສູນບໍລິການເຄືອຂ່າຍໂທລະສັບ ທີ່ທ່ານນຳໃຊ້ໂດຍກົງ

📌 ຢ່າຫຼົງເຊື່ອ! ຢ່າກົດລິ້ງ! ຢ່າຕິດຕັ້ງແອັບ!

#ທະນາຄານພັດທະນາລາວ

#ມິດທີ່ດີຢູ່ຄຽງຂ້າງທ່ານ_ການຮ່ວມທຶນແບບຍືນຍົງ
--------------------------
ສອບຖາມຂໍ້ມູນເພີ່ມຕື່ມ:
☎ Call Center: LDB1698
🌐 www.ldblao.la
📧[email protected]

ໜ່ວຍພັກ ສາຂາບໍລິສັດ ອີທີແອລ ຈຳກັດ ເປີດກອງປະຊຸມປະເມີນໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກ ແໜ້ນ ປະຈຳປີ 2025=====////=====ໃນລະຫວ່າງວັນ...
02/02/2026

ໜ່ວຍພັກ ສາຂາບໍລິສັດ ອີທີແອລ ຈຳກັດ ເປີດກອງປະຊຸມປະເມີນໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກ ແໜ້ນ ປະຈຳປີ 2025
=====////=====
ໃນລະຫວ່າງວັນທີ 30 ມັງກອນ 2026 ທີ່ຜ່ານມາ ໜ່ວຍພັກ ສາຂາບໍລິສັດ ອີທີແອລ ຈຳກັດ(ETL)ທີ່ຂຶ້ນກັບຮາກຖານພັກພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ຄໍາມ່ວນ.ໄດ້ຈັດກອງປະຊຸມປະເມີນໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ ປະຈຳປີ 2025 ຂຶ້ນທີ່ຫ້ອງປະຊຸມພະແນກ ຕສ ແຂວງພາຍໃຕ້ການເປັນປະທານຂອງສະຫາຍ ບຸນປະກອບ ໄຊຍະພູມີ ເລຂາໜ່ວຍພັກ,ຮອງອຳນວຍການສາຂາບໍລິສັດ ອີທີແອລ ຈຳກັດ,ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຫວາດ ອິນຄຳວົງ ເລຂາຄະນະພັກຮາກຖານ,ມີບັນດາຄະນະພັກ,ຄະນະໜ່ວຍງານ,ຄະນະຮັບຜິດຊອບປະເມີນຜົນຂັ້ນແຂວງ,ຕາງໜ້າຈາກຄະນະຈັດຕັ້ງແຂວງ,ຕາງໜ້າຈາກກວດກາພັກ-ລັດແຂວງ ແລະ ບັນດາສະມາຊິກພັກສົມບູນ-ສຳຮອງພາຍໃນໜ່ວຍພັກເຂົ້າຮ່ວມ 16 ສະຫາຍ, ຍິງ 08 ສະຫາຍ.
ໃນພິທີສະຫາຍ ບຸນປະກອບ ໄຊຍະພູມີ ເລຂາໜ່ວຍພັກ ກໍ່ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ຢ່າງເປັນທາງການຈາກນັ້ນ ບັນດາຄະນະໜ່ວຍພັກ ແລະ ສະມາຊີພັກກໍ່ໄດ້ຜ່ານບົດສໍາຫຼວດຂອງຕົນພ້ອມທັງຊີ້ແຈງຫາງສຽງ,ໂດຍການຕີລາຄາດ້ານດີ, ດ້ານອ່ອນ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໃນໜຶ່ງປີຜ່ານມາ,ການປະຕິບັດບັນດາບາດກ້າວ, ຂັ້ນຕອນການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2025 ເຊິ່ງໄດ້ກໍານົດຈຸດປະສົງຄາດໝາຍສູ້ຊົນແຕ່ລະດ້ານ ຕາມ 5 ມາດຖານ, 3 ບາດກ້າວ.
ຕໍ່ມາສະຫາຍ ໄຊອອນຊອນ ສິດທິພອນ ຮອງເລຂາໜ່ວຍພັກກໍ່ໄດ້ໃຫ້ກຽດຜ່ານຮ່າງບົດສະຫຼຸບການເຄື່ອນໄຫວນຳພາ-ຊີ້ນຳວຽກງານປະຈຳປີ 2025 ແລະ ແຜນການຄາດໜາຍສູ້ຊົນສ້າງໜ່ວຍພັກ ປອດໃສ,ເຂັ້ມແຂງ,ໜັກແໜ້ນ ປີ 2026. ໜ່ວຍພັກ ສາຂາບໍລິສັດ ອີທີແອລ ຈຳກັດ ແມ່ນໜ່ວຍພັກໜຶ່ງທີ່ຂຶ້ນກັບ ຄະນະພັກຮາກຖານພະແນກ ຕສ ແຂວງຄໍາມ່ວນ, ມີໜ້າທີ່ນໍາພາ-ຊີ້ນໍາ ບັນດາສະມາຊິກພັກ-ພະນັກງານ ພາຍໃນໜ່ວຍພັກ ໃນການສຶກສາອົບຮົມການ ເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ ໃນຄວາມຮັບຜິດ ຊອບຂອງຕົນ.ປະຈຸບັນໜ່ວຍພັກ ສາຂາບໍລິສັດ ອີທີແອລ ຈຳກັດ ມີຄະນະໜ່ວຍພັກ 03 ສະຫາຍ,ມີສະມາຊີກພັກທັງໜົດ 16 ສະຫາຍ,ຍິງ 07 ສະຫາຍ,ສະມາຊີກພັກສຳຮອງ 01 ສະຫາຍ,ສະມາຊີກພັກບຳເນັດ 01 ສະຫາຍ.ໃນປີ 2023,2024 ຜ່ານມາໜ່ວຍພັກໄດ້ຮັບການຈັດແບ່ງປະເພດໄດ້ນາມມະຍົດເປັນໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ກ ໄດ້ 2 ປີລ່ຽນຕິດ.
ໂອກາດນີ້, ສະຫາຍ ຫວາດ ອິນຄຳວົງ ເລຂາຄະນະພັກຮາກຖານ ກໍໄດ້ໃຫ້ກຽດໂອ້ລົມ, ເຊິ່ງໄດ້ຊີ້ທິດເຍືອງທາງຕໍ່ໜ່ວຍພັກ ແລະ ຮຽກຮ້ອງໃຫ້ຄະນະພັກທຸກຂັ້ນ,ພ້ອມດ້ວຍພະນັກງານ,ສະມາຊິກພັກທຸກສະຫາຍ, ຈົ່ງເອົາໃຈໃສ່ຖືເປັນສໍາຄັນຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ,ມີຄວາມເປັນເອກະພາບຕໍ່ແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ,ຄວາມສາມັກຄີພາຍໃນພັກ,ປະຕິບັດຫຼັກການລວມສູນປະຊາທິປະໄຕຂອງພັກ,ຢ່າງເຂັ້ມງວດ,ເປັນເຈົ້າການໃນການປົກປ້ອງແນວທາງ, ອຸດົມການຂອງພັກ, ຕ້ານທຸກປະກົດການຫຍໍ້ທໍ້ຕ່າງໆ. ທີ່ຈະເກີດຂຶ້ນພາຍໃນພັກ, ຮັກສາ ແລະ ເສີມຂະຫຍາຍນໍ້າໃຈເປັນເຈົ້າຕົນເອງ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ,ຈຳກັດແນວຄິດທີ່ຂັດກັບແນວທາງນະໂຍບາຍຂອງພັກ-ລັດ,ປັບປຸງແບບແຜນການນໍາພາຂອງໜ່ວຍພັກ, ສະມາຊິກພັກ,ປະຕິບັດລະບອບດໍາເນີນຊີວິດການເມືອງພາຍໃນພັກຢ່າງເປັນປົກກະຕິ ແລະ ເສຍເງິນບໍາລຸງສະຕິພັກໃຫ້ຖືກຕ້ອງຕາມຂໍ້ກໍານົດ, ກົດລະບຽບຂອງພັກບໍ່ໃຫ້ຂາດ, ເຄື່ອນໄຫວຕາມພາລະບົດບາດຂອງພັກ, ມີການສະຫຼຸບຖອດຖອນບົດຮຽນ, ພ້ອມທັງມີການສ່ອງແສງລາຍງານໃຫ້ຄະນະພັກຂັ້ນເທິງຢ່າງເປັນປະຈໍາ ແລະ ເຮັດສໍາເລັດໜ້າທີ່ວຽກງານວິຊາສະເພາະຂອງຕົນທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ຢ່າງມີປະສິດທິພາບ.
------------------------
ຊ່ອງທາງຕິດຕາມຂໍ້ມູນຂ່າວສານ:
www.dtc-khm.gov.la
Page & Facebook: ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ
051 214160

23/01/2026
ໜ່ວຍຊາວໜຸ່ມສາຂາ ບໍລິສັດ ອີທີ ແອລ ຈຳກັດແຂວງຄຳມ່ວນຈັດພິທີປະກາດ 4 ບຸກ ປະຈຳປີ 2025=====////=====ໃນຕອນບ່າຍຂອງວັນທີ່ 22 ມັງກອນ...
22/01/2026

ໜ່ວຍຊາວໜຸ່ມສາຂາ ບໍລິສັດ ອີທີ ແອລ ຈຳກັດແຂວງຄຳມ່ວນຈັດພິທີປະກາດ 4 ບຸກ ປະຈຳປີ 2025
=====////=====
ໃນຕອນບ່າຍຂອງວັນທີ່ 22 ມັງກອນ 2026 ສາຂາ ບໍລິສັດ ອີທີ ແອລ ຈຳກັດ ແຂວງຄຳມ່ວນໄດ້ຈັດພິທີມອບໃບຢັ້ງຢືນ 4 ບຸກຂອງໜ່ວຍຊາວໜຸ່ມບໍລິສັດ ອີທີ ແອລ ຈຳກັດ ປະຈຳປີ 2025ຂຶ້ນຢ່າງເປັນທາງການ.ຢູ່ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໂດຍການເປັນປະທານຂອງ ສະຫາຍ ສຸດໃຈ ທຸມພະລາ ເລຂາໜ່ວຍຊາວໜຸ່ມສາຂາ ບໍລິສັດ ອີທີ ແອລ ຈຳກັດ ແຂວງຄຳມ່ວນ; ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນປະກອບ ໄຊຍະພູມີ ຄະນະໜ່ວຍພັກ,ສາຂາ ບໍລິສັດ ອີທີ ແອລ ຈຳກັດ ມີບັນດາຄະນະໜ່ວຍຊາວໜຸ່ມ ພະແນກ ຕສ ແຂວງ,ຄະນະໜ່ວຍຊາວໜຸ່ມ ບໍລິສັດ ລາວໂທລະຄົມມະຫາຊົນ,ຄະນະໜ່ວຍຊາວໜຸ່ມ ສະຕາຣ ໂທລະຄົມ(unitl)ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນບໍລິສັດ ເຂົ້າຮ່ວມ 23 ສະຫາຍ, ຍິງ 12 ສະຫາຍ.
ພິທີດັ່ງກ່າວ ສະຫາຍ ສຸດໃຈ ທຸມພະລາ ເລຂາໜ່ວຍຊາວໜຸ່ມ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 4 ບຸກ ໃນໄລຍະຜ່ານມາ ເຊິ່ງໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນຫຼັກ ໂດຍການນຳເອົາບັນດາເອກະສານສຳຄັນຕ່າງໆ ຂອງຊາດ-ຂອງພັກ ຂອງຊາວໜຸ່ມ ມາເຊື່ອມຊືມຜັນຂະຫຍາຍເພື່ອເຮັດໃຫ້ສະມາຊິກ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊິ່ງ, ໂດຍສະເພາະ ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ໃນແຕ່ລະດ້ານ ສາມາດຈັດຕັ້ງປະຕິບັດໄດ້ ຄື: ບຸກດ້ານແນວຄິດ ປະຕິບັດໄດ້ 94%, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ປະຕິບັດໄດ້ 94%, ບຸກດ້ານການຈັດຕັ້ງ ປະຕິບັດໄດ້ 93%, ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທຳ ປະຕິບັດໄດ້ 94%, ສະເລ່ຍທັງ 4 ດ້ານ ປະຕິບັດໄດ້ 94% ປະຈຸບັນຄະນະໜ່ວຍຊາວໜຸ່ມ ສາຂາ ບໍລິສັດ ອີທີແອລ ຈຳກັດ ແຂວງຄໍາມ່ວນ, ປະກອບມີ 3 ສະຫາຍ, ຍິງ 1 ສະຫາຍ, ມີສະມາຊິກ 23 ສະຫາຍ, ຍິງ 11 ສະຫາຍ, ລວມທັງໝົດ: 26 ສະຫາຍ, ຍິງ 12 ສະຫາຍ, ຈົບວຸດທິການສຶກສາລະ ດັບວິຊາສະເພາະພາຍໃນປະເທດ: ປະລິນຍາຕີ 05 ສະຫາຍ, ຍິງ 04 ສະຫາຍ, ຊັ້ນສູງ 17 ສະຫາຍ, ຍິງ 07 ສະຫາຍ, ຊັ້ນກາງ 02 ສະຫາຍ, ຍິງ 0 ສະຫາຍ, ຊັ້ນຕົ້ນ 01 ສະຫາຍ, ຍິງ 01 ສະຫາຍ, ສະມາຊິກຊາວໜຸ່ມເປັນ ສະມາຊິກພັກ 16 ສະຫາຍ, ຍິງ 07 ສະຫາຍ, ເປັນສະມາຊິກກຳມະບານ 25 ສະຫາຍ, ຍິງ 11 ສະຫາຍ, ເປັນ ສະມາຊິກສະຫະພັນແມ່ຍິງ 12 ສະຫາຍ.
ເພື່ອເປັນການຢັ້ງຢືນເຖິງຜົນງານການເຄື່ອນໄຫວຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ດັ່ງກ່າວ ຄະນະບໍລິຫານງານຊາວໜຸ່ມແຂວງ ຈິ່ງໄດ້ມອບປ້າຍ ແລະ ໃບຢັ້ງຢືນ 4 ບຸກ ໃຫ້ແກ່ໜ່ວຍຊາວໜຸ່ມ ສາຂາ ບໍລິສັດ ອີທີ ແອລ ຈຳກັດ ແຂວງຄຳມ່ວນ ພ້ອມກັບສະມາຊິກ ພາຍໃນໜ່ວຍຊາວໜຸ່ມ ຈຳນວນ 26 ສະຫາຍ, ຍິງ 12 ສະຫາຍ ເຊິ່ງເປັນກຽດມອບໂດຍ ສະຫາຍ ບຸນປະກອບ ໄຊຍະພູມີ ຄະນະໜ່ວຍພັກ,ສາຂາ ບໍລິສັດ ອີທີ ແອລ ຈຳກັດ.ຈາກນັ້ນ ກໍ່ໄດ້ມີການຈັບມືແຂ່ງຂັນ ເພື່ອສືບຕໍ່ປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ໃນຕໍ່ໜ້າ.
ໃນຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ບຸນປະກອບ ໄຊຍະພູມີ ຄະນະໜ່ວຍພັກ,ສາຂາ ບໍລິສັດ ອີທີ ແອລ ຈຳກັດ ເຊິ່ງກ່ອນອື່ນກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວໃນໄລຍະຜ່ານມາ ແລະ ໄດ້ເນັ້ນໜັກບາງບັນຫາໃຫ້ຄະໜ່ວຍຊາວໜຸ່ມ ພ້ອມດ້ວຍສະມາຊິກຊາວໜຸ່ມ ຕ້ອງໄດ້ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມເມືອງ-ແນວຄິດ ກັບສະມາຊິກໃຫ້ມີຫຼາຍຮູບແບບຫຼາຍວິທີ, ຖືເອົາວຽກປັບປຸງການຈັດຕັ້ງເປັນສິ່ງສຳຄັນ ເຮັດໃຫ້ການຈັດຕັ້ງຊາວໜຸ່ມ ມີຄວາມໜັກແໜ້ນເຂັ້ມແຂງ, ກໍ່ສ້າງໃຫ້ໄດ້ສະມາຊິກຊາວໜຸ່ມຜູ້ທີ່ຫ້າວຫັນດີເດັນ ເພື່ອສືບທອດພາລະກິດປະຕິວັດ ປະຕິບັດໜ້າທີ່ວຽກງານວິຊາສະເພາະ ຕາມການມອບໝາຍໃຫ້ສຳເລັດ, ຮັກສານາມມະຍົດຊາວໜຸ່ມ 4 ບຸກ ນີ້ໄວ້ຕະຫຼອດໄປ.
------------------------
ຊ່ອງທາງຕິດຕາມຂໍ້ມູນຂ່າວສານ:
www.dtc-khm.gov.la
Page & Facebook: ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ
051 214160

ໜ່ວຍພັກ ບໍລິຫານ-ຈັດຕັ້ງ ຈັດກອງປະຊຸມປະເມີນໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ ປະຈຳປີ 2025=====////=====ໃນລະຫວ່າງວັນທີ 20 ມັງກອນ...
20/01/2026

ໜ່ວຍພັກ ບໍລິຫານ-ຈັດຕັ້ງ ຈັດກອງປະຊຸມປະເມີນໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ ປະຈຳປີ 2025
=====////=====
ໃນລະຫວ່າງວັນທີ 20 ມັງກອນ 2025 ທີ່ຫ້ອງປະຊຸມພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນໄດ້ຈັດກອງປະຊຸມປະເມີນໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ ປະຈຳປີ 2025 ຂອງໜ່ວຍພັກ ບໍລິຫານ-ຈັດຕັ້ງ ໂດຍການໃຫ້ກຽດເປັນປະທານຂອງສະຫາຍ ນ ເພັດລຳມອນ ແກ້ວກັນຍາ ຮອງເລຂາຄະນະພັກຮາກຖານ,ເລຂາໜ່ວຍພັກ ບໍລິຫານ-ຈັດຕັ້ງ.ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຫວາດ ອິນຄຳວົງ ເລຂາຄະນະພັກຮາກຖານ,ມີບັນດາຄະນະພັກ,ຄະນະພະແນກ,ຄະນະຮັບຜິດຊອບປະເມີນຜົນຂັ້ນແຂວງ,ຕາງໜ້າຈາກຄະນະຈັດຕັ້ງແຂວງ,ຕາງໜ້າຈາກກວດກາພັກ-ລັດແຂວງ ແລະ ບັນດາສະມາຊິກພັກສົມບູນ-ສຳຮອງພາຍໃນໜ່ວຍພັກເຂົ້າຮ່ວມ 25 ສະຫາຍ, ຍິງ 10 ສະຫາຍ.
ສະຫາຍ ນ ເພັດລຳມອນ ແກ້ວກັນຍາ ເລຂາໜ່ວຍພັກ ບໍລິຫານ-ຈັດຕັ້ງກໍ່ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ຢ່າງເປັນທາງການ ຫຼັງຈາກນັ້ນ ຄະນະພັກ ແລະ ສະມາຊິກພາຍໃນໜ່ວຍພັກ ບໍລິຫານ-ຈັດຕັ້ງກໍ່ໄດ້ຜ່ານບົດສໍາຫຼວດຂອງຕົນ ຈຸດປະສົງ:ໃນການເປີດກອງປະຊຸມໃນຄັ້ງນີ້ ກໍ່ເພື່ອເປັນການຍົກສູງຄຸນນະພາບຂອງໜ່ວຍພັກບໍລິຫານ-ຈັດຕັ້ງ, ຕ້ອງໄດ້ເພີ່ມທະວີບົດບາດ ຄວາມສາມາດໃນການນໍາພາ - ຊີ້ນໍາຕໍ່ກັບວຽກງານ ທີ່ຕົນຮັບຜິດຊອບໃຫ້ມີບາດກ້າວອັນໃໝ່ ແລະ ມີຄວາມເຊື້ອໝັ້ນຕໍ່ການນໍາພາຂອງພັກ - ລັດ ໂດຍປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ນຳພາເປັນໜູ່ຄະນະມີການຄົ້ນ ຄ້ວາປືກສາຫາລື ແລະ ແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ ມີການກວດກາປະເມີນຜົນໃນແຕ່ລະໄລຍະຢ່າງເປັນປົກກະຕິ ຍົກສູງຄຸນທາດທາງດ້ານການເມືອງ ຄຸນສົມບັດສິນທຳປະຕິວັດ ຄວາມຮູ້ຄວາມສາມາດ ແບບແຜນວິທີນຳພາ - ວິທີເຮັດວຽກໃຫ້ມີປະສິດທິຜົນສູງ ເພື່ອຊອກຫາ ສາເຫດທີ່ພາໃຫ້ມີຈຸດດີ-ຈຸດອ່ອນ.
ຈາກນັ້ນ:ສະຫາຍ ນ ແສງຈັນ ໄພຍະແສງ ຮອງເລຂາໜ່ວຍພັກ ບໍລິຫານ-ຈັດຕັ້ງ ກໍ່ໄດ້ໃຫ້ກຽດຜ່ານຮ່າງບົດສະຫຼຸບ ການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງແຜນການປະຈຳປີ 2026.ປະຈຸບັນ ໜ່ວຍພັກບໍລິຫານ-ຈັດຕັ້ງ ປະກອບມີຄະນະໜ່ວຍພັກ 03 ສະຫາຍ, ຍິງ 02 ສະຫາຍ, ມີສະມາຊິກພັກທັງໝົດ 25 ສະຫາຍ, ຍິງ 11 ສະຫາຍ; ສໍາຮອງ 03 ສະຫາຍ, ຍິງ 01ສະຫາຍ, ແຕ່ລະສະຫາຍມີລະດັບວິຊາສະເພາະແຕກຕ່າງກັນ. ຈົບວິຊາສະເພາະຊັ້ນສູງ 15 ສະຫາຍ, ຍິງ 09 ສະຫາຍປະລິນຍາໂທ 01 ສະຫາຍ, ປະລິນຍາຕີ 16 ສະຫາຍ, ຍິງ 05 ສະຫາຍ, ລະດັບທິດສະດີ 45 ວັນ 01 ສະຫາຍ, ຂັ້ນຕົ້ນຍິງ 01 ສະຫາຍ, ຂັ້ນກາງ 06 ສະຫາຍ, ຍິງ 03 ສະຫາຍ, ຂັ້ນສູງ 04 ສະຫາຍ, ຍິງ 01 ສະຫາຍ;
ໃນຕອນທ້າຍ ສະຫາຍ ຫວາດ ອິນຄຳວົງ ກໍ່ໄດ້ມີຄຳເຫັນຊີ້ນຳຕໍ່ບັນດາສະມາຊິກຂອງໜ່ວຍພັກ ໃຫ້ເອົາໃຈໃສ່ໃນວຽກງານ, ແກ້ໄຂຈຸດອ່ອນຂອງຕົນເອງ ແລະ ໝູ່ຄະນະສ່ອງແສງ ເພື່ອສົ່ງເສີມ ແລະ ແກ້ໄຂໃຫ້ມີບາດກ້າວໃໝ່ໃຫ້ດີກວ່າເກົ່າ,ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ, ຜັນຂະຫຍາຍມະຕິຕ່າງໆ ເພື່ອຫັນແນວທາງ, ແຜນນະໂຍບາຍຂອງພັກ ແລະ ມະຕິຂອງຄະນະພັກຂັ້ນເທິງ ມາເປັນແຜນການຂອງໜ່ວຍພັກ ໃຫ້ສອດຄ່ອງກັບຄວາມຮັບຜິດຊອບ ແລະ ໜ້າທີ່ການເມືອງຂອງຕົນ, ສ້າງສະມາຊິກພັກ ໃຫ້ມີຄຸນທາດການເມືອງ ທີ່ໜັກແໜ້ນ, ມີຄຸນສົມບັດ ສິນທຳປະຕິວັດທີ່ຖືກຕ້ອງ.
------------------------
ຊ່ອງທາງຕິດຕາມຂໍ້ມູນຂ່າວສານ:
www.dtc-khm.gov.la
Page & Facebook: ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ
051 214160

ກອງປະຊຸມປະເມີນຜົນການປະຕິບັດວຽກງານຂອງພະນັກງານ- ລັດຖະກອນ ຂັ້ນຄະນະພະແນກ ປະຈໍາປີ 2025=====////=====          ກອງປະຊຸມປະເມີນຜ...
14/01/2026

ກອງປະຊຸມປະເມີນຜົນການປະຕິບັດວຽກງານຂອງພະນັກງານ- ລັດຖະກອນ ຂັ້ນຄະນະພະແນກ ປະຈໍາປີ 2025
=====////=====
ກອງປະຊຸມປະເມີນຜົນການປະຕິບັດວຽກງານຂອງພະນັກງານ- ລັດຖະກອນ ຂັ້ນຄະນະພະແນກ ປະຈໍາປີ 2025 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ່ 14 ມັງກອນ 2026 ທີ່ຫ້ອງປະຊຸມພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຄໍາມ່ວນໂດຍການໃຫ້ກຽດເປັນປະທານຂອງສະຫາຍ ນ ບັງອອນ ໄຊຍະສິດ ຄະນະປະຈຳພັກແຂວງ,ປະທານກວດກາພັກ-ລັດ ແຂວງ,ມີບັນດາຄະນະພັກ,ຄະນະພະແນກ,ຄະນະຮັບຜິດຊອບປະເມີນຜົນຂັ້ນແຂວງ,ຈາກຄະນະກວດກາພັກ-ລັດ ແຂວງ,ຄະນະຈັດຕັ້ງແຂວງ,ຫົວໜ້າຂະແໜງ-ຮອງຂະແໜງ ເຂົ້າຮ່ວມທັງໜົດ 12 ສະຫາຍ,ຍິງ 04 ສະຫາຍ.
ໃນພິທີສະຫາຍ ຫວາດ ອິນຄຳວົງ ເລຂາຄະນະພັກຮາກຖານ ກໍ່ໄດ້ໃຫ້ກຽດຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ. ສະຫາຍ ນ ແສງຈັນ ໄພຍະແສງ ຮອງເລຂາໜ່ວຍພັກ ບໍລິຫານ-ຈັດຕັ້ງ ກໍ່ໄດ້ຂຶ້ນລາຍງານການເຄື່ອນໄຫວວຽກງານໃນໄລຍະ 01 ປີ ຜ່ານມາ ແລະ ທິດທາງແຜນການປະຈຳປີ 2026 ໃນການຈັດຕັ້ງປະຕິບັດວຽກງານ ການນໍາພາ-ຊີ້້ນໍາ ຂອງວຽກງານເຕັກໂນໂລຊີ ແລະ ການສື່ສານໃນປະຈຸບັນ.ພ້ອມດຽວກັນນັ້ນຄະນະພະແນກທັງ 04 ສະຫາຍ ກໍ່ໄດ້ໄດ້ຂື້ນຜ່ານໃບເກັບກ່ຽວຜົນງານຂອງຕົນເອງ ໃນໄລຍະ 01 ປີຜ່ານມາ, ຊຶ່ງມີທັງວຽກງານຜົນສໍາເລັດ, ຈຸດດີ, ຈຸດອ່ອນ-ຂໍ້ຄົງຄ້າງ, ວິທີແກ້ໄຂໃນຕໍ່ໜ້າ ຈາກນັ້ນ ຄະນະຮັບຜິດຊອບການປະເມີນຜົນຂັ້ນແຂວງ ພ້ອມດ້ວຍ ຫົວໜ້າຂະແໜງ-ຮອງຂະແໜງ ກໍ່ໄດ້ປະກອບຄໍາຄິດເຫັນ ລົງເລິກເຖິງການນໍາພາ-ຊີ້ນໍາ ຂອງຄະນະພະແນກໂດຍອີງໃສ່ເງື່ອນໄຂມາດຖານ ຜົນສໍາເລັດຂອງການປະຕິບັດໜ້າທີ່ວຽກງານ ເພື່ອໃຫ້ທັນກັບສະພາບການ ແລະ ການພັດທະນາວຽກງານໃຫ້ກ້າວໜ້າ,ເສີມຂະຫຍາຍຈຸດດີ ປັບປຸງຈຸດອ່ອນ ເພື່ອເຮັດໃຫ້ພະນັກງານພາຍໃນຂົງເຂດຂະແໜງ ເຕັກໂນໂລຊີ ແລະ ການສື່ສານກາຍເປັນຜູ້ທີ່ມີຜົນງານດີເດັ່ນໃນທຸກໆດ້ານດີຂຶ້ນເທື່ອລະກ້າວ.
ໃນຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກສະຫາຍ ນ ບັງອອນ ໄຊຍະສິດ ຄະນະປະຈຳພັກແຂວງ,ປະທານກວດກາພັກ-ລັດ ແຂວງຊຶ່ງທ່ານ ໄດ້ເໜັ້ນໜັກໃຫ້ເອົາໃຈໃສ່ຕໍ່ການປະເມີນ, ພ້ອມກັນປະກອບຄຳຄິດ-ຄຳເຫັນ, ໃຫ້ຄະແນນຕົນເອງ ແລະ ໝູ່ຄະນະດ້ວຍຄວາມຈິງໃຈ ເພື່ອຮັບປະກັນຄວາມໂປ່ງໃສ, ຖືກຕ້ອງ, ສອດຄ່ອງຕາມສະພາບຄວາມເປັນຈິງ ພ້ອມທັງຮັກສາຄວາມສາມັກຄີດ້ວຍຄວາມຈິງໃຈ ໃນການຕໍານິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ເພື່ອແນໃສ່ເຮັດໃຫ້ການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈຳປີ 2025 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ການປະເມີນຕົນເອງ ແລະ ໃຫ້ຄະແນນລວມໝູ່ຕ້ອງເບິ່ງຕາມສະພາບຄວາມເປັນຈິງ ໂດຍອີງໃສ 3 ເນື້ອໃນມາດຖານວັດແທກ ຄື: ດ້ານຄຸນທາດການເມືອງ-ຄຸນສົມບັດສິນທຳປະຕິວັດ; ດ້ານຄວາມຮູ້, ຄວາມສາມາດ-ປະສົບການ ແລະ ດ້ານຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ.
------------------------
ຊ່ອງທາງຕິດຕາມຂໍ້ມູນຂ່າວສານ:
www.dtc-khm.gov.la
Page & Facebook: ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ
051 214160

Address

ບ້ານສີວິໄລ, ເມືອງທ່າແຂກ, ແຂວງຄຳມ່ວນ, ຖະໜົນ 13 ໃຕ້
Thakhek
12000

Opening Hours

Monday 08:00 - 16:30
Tuesday 08:00 - 16:30
Wednesday 08:00 - 16:30
Thursday 08:00 - 16:30
Friday 08:00 - 16:30

Telephone

+85651212414

Alerts

Be the first to know and let us send you an email when ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ:

Share