SavannakhetCCI

SavannakhetCCI Savannakhet Chamber of Commerce and Industry (SCCI) It links between the state agencies and the enterprise units.

ສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນນະເຂດ ເອີ້ນຫຍໍ້ ວ່າ: “ສຄອ.ສຂ” ແມ່ນອົງການຈັດຕັ້ງສັງຄົມຂອງນັກທຸລະກິດເປັນອົງ ການເຊື່ອມຕໍ່ລະຫວ່າງອົງການຂອງລັດ ແລະ ຫົວໜ່ວຍທຸລະກິດເປັນ ຕົວແທນໃຫ້ແກ່ຜູ້ໃຊ້ແຮງງານ, ບັນດາສະມາຄົມ ຫຼື ກຸ່ມທຸລະກິດ, ຫົວ ໜ່ວຍທຸລະກິດຕ່າງໆ ທີ່ເປັນຂອງລັດ, ລວມໝູ່ ແລະ ເອກະຊົນ. Savannakhet Chamber of Commerce and Industry (SCCI) is autonomous representative organization of business communities. SCCI is also representative organization for employees, associations, business groups, state enterprises and joint ventures established under the law of Lao PDR.

ໃນວັນທີ 25 ສິງຫາ 2026 ຢູ່ທີ່ວິທະຍາເຂດໜອງຜື, ທ່ານ ນາງ ວິລະຄຳ ສະຫວັນວາລີ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງສະຫວັນນະເຂ...
26/08/2026

ໃນວັນທີ 25 ສິງຫາ 2026 ຢູ່ທີ່ວິທະຍາເຂດໜອງຜື, ທ່ານ ນາງ ວິລະຄຳ ສະຫວັນວາລີ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມກອງປະຊຸມ ສະພາມະຫາວິທະຍາໄລ ປະຈຳສົກສຶກສາ 2025–2026 ຄັ້ງທີ 10 ຊຸດທີ 2 ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານ ຂອງ ທ່ານ ບົວສອນ ບຸບຜາວັນ ຜູ້ຊົງຄຸນວຸດທິ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທັງເປັນປະທານສະພາມະຫາວິທະຍາໄລສະຫວັນນະເຂດ, ມີທ່ານ ຮສ. ປອ. ສິດທິໄຊ ໄຊຍະວົງ ເລຂາຄະນະພັກຮາກຖານ, ຮັກສາການແທນຜູ້ອໍານວຍການ, ຮອງປະທານສະພາມະຫາວິທະຍາໄລສະຫວັນນະເຂດ, ທ່ານຮອງຫົວໜ້າກົມການສຶກສາຊັ້ນສູງ; ພ້ອມດ້ວຍບັນດາສະມາຊິກສະພາ, ແຂກຖືກເຊີນຈາກພາກລັດ-ເອກະຊົນ, ຄູ-ອາຈານ ເຂົ້າຮ່ວມ.

ໃນວັນທີ 19 - 21 ສິງຫາ 2026 ທີ່ ສູນປະຊຸມແຫ່ງຊາດສີຣິກິດ ບາງກອກ ຣາຊະອານະຈັກໄທ ໄດ້ມີຫົວໜ່ວຍທຸລະກິດຂອງແຂວງ ຈໍານວນ 13 ທ່ານ ເຂົ...
21/08/2026

ໃນວັນທີ 19 - 21 ສິງຫາ 2026 ທີ່ ສູນປະຊຸມແຫ່ງຊາດສີຣິກິດ ບາງກອກ ຣາຊະອານະຈັກໄທ ໄດ້ມີຫົວໜ່ວຍທຸລະກິດຂອງແຂວງ ຈໍານວນ 13 ທ່ານ ເຂົ້າຮ່ວມສຳມະນາ ແລະ ພົບປະຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ເພື່ອຫາຄູ່ຄ້າທາງດ້ານທຸລະກິດ ໃນງານວາງສະແດງສິນຄ້າ " Food & Hospitalty Thailand 2026 "

ໃນຄັ້ງວັນທີ 17 ສິງຫາ 2026 ເວລາ 10:00 ໂມງ ທີ່ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສະຫວັນນະເຂດ, ທ່ານ ອາທິດລາຕີ ສະຫວັນຄຳ, ທ່ານ ຄໍ...
19/08/2026

ໃນຄັ້ງວັນທີ 17 ສິງຫາ 2026 ເວລາ 10:00 ໂມງ ທີ່ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສະຫວັນນະເຂດ, ທ່ານ ອາທິດລາຕີ ສະຫວັນຄຳ, ທ່ານ ຄໍາເພົ້າ ພັນທຸລັກ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຂວງສະຫວັນນະເຂດ ພ້ອມດ້ວຍກອງເລຂາ 02 ທ່ານ ໄດ້ເຂົ້າພົບພະແນກອຸດສາຫະກໍາ ແລະ ການຄ້າ ແຂວງເພື່ອປຶກສາຫາລື ກ່ຽວກັບການສ້າງຄວາມເຂັ້ມແຂງໃກ້ແກ່ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງ.

ໃນວັນທີ 20 ສິງຫາ 2026 ເວລາ 9:30 ໂມງ ທີ່ ພະແນກອຸດສາຫະກໍາ ແລະ ການຄ້າ (ຕຶກB), ຄະນະປະທານສະພາການຄ້າ ແລະ ອຸດສາຫະກໍາ ແຂວງສະຫວັນ...
19/08/2026

ໃນວັນທີ 20 ສິງຫາ 2026 ເວລາ 9:30 ໂມງ ທີ່ ພະແນກອຸດສາຫະກໍາ ແລະ ການຄ້າ (ຕຶກB), ຄະນະປະທານສະພາການຄ້າ ແລະ ອຸດສາຫະກໍາ ແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມພິທີເປີດ ງານກິດຈະກໍາ ຈໍາໜ່າຍສິນຄ້າ ປະເພດເຄື່ອງອຸປະກອນການຮຽນ ແລະ ເຄື່ອງອຸປະໂພກ-ບໍລິໂພກໃນລາຄານະໂຍບາຍພາຍໃຕ້ໂຄງການ ກັບຄືນສູ່ໂຮງຮຽນ Black to school.

ໃນວັນທີ 17-18 ສິງຫາ 2026 ທີ່ພະແນກອຸດສາຫະກໍາ ແລະ ການຄ້າແຂວງ(ຕຶກA) ກອງເລຂາສະພາການຄ້າ ແລະ ອຸດສາຫະກໍາ ແຂວງສະຫວັນນະເຂດ ພ້ອມກັ...
19/08/2026

ໃນວັນທີ 17-18 ສິງຫາ 2026 ທີ່ພະແນກອຸດສາຫະກໍາ ແລະ ການຄ້າແຂວງ(ຕຶກA) ກອງເລຂາສະພາການຄ້າ ແລະ ອຸດສາຫະກໍາ ແຂວງສະຫວັນນະເຂດ ພ້ອມກັບສະມາຊິກ ຈໍານວນ 26 ທ່ານ ໄດ້ເຂົ້າຮ່ວມຝຶກອົບຮົມໃນກິດຈະກໍາໂຄງການຝຶກອົບຮົມສ້າງຄວາມເຂັ້ມແຂງດ້ານການປັບປຸງຜະລິດຕະພັນໃນຂະບວນການຜະລິດສິນຄ້າ.

14/08/2026
ໃນວັນທີ 12-14 ສິງຫາ 2026 ແຂວງອຸດົມໄຊ ສະພາການຄ້າ ແລະ ອຸດສາຫະກໍາແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມລົງທັດສະນະສຶກສາແລກປ່ຽນບົດຮຽນວຽ...
13/08/2026

ໃນວັນທີ 12-14 ສິງຫາ 2026 ແຂວງອຸດົມໄຊ ສະພາການຄ້າ ແລະ ອຸດສາຫະກໍາແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມລົງທັດສະນະສຶກສາແລກປ່ຽນບົດຮຽນວຽກງານຄຸ້ມຄອງໄພພິບັດໃຫ້ແກ່ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານເປົ້າໝາຍ

13/08/2026
ໃນວັນທີ  11 ສິງຫາ 2026 ເວລາ 16:00ໂມງ ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ຄະນະສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນນະເຂດ ນຳ...
12/08/2026

ໃນວັນທີ 11 ສິງຫາ 2026 ເວລາ 16:00ໂມງ ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ຄະນະສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນນະເຂດ ນຳໂດຍ ທ່ານ ເລືອງໄຊ ບຸນໂຊກວັນ ປະທານ ສຄອ.ສຂ ພ້ອມຄະນະ ຈະໄດ້ເຂົ້າຮ່ວມໄວ້ອາໄລ ຕໍ່ການຈາກໄປ ຂອງ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

Address

Office No. 305/23, Oudomsin Road, Sounantha Village, Kaysone Phomvihan District, Savannakhet Province
Savannakhét

Opening Hours

Monday 08:00 - 16:30
Tuesday 08:00 - 16:30
Wednesday 08:00 - 16:30
Thursday 08:00 - 16:30
Friday 08:00 - 16:30

Telephone

85641253325

Alerts

Be the first to know and let us send you an email when SavannakhetCCI posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to SavannakhetCCI:

Shortcuts

Share