ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ - PESS Savannakhet

ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ - PESS Savannakhet Contact information, map and directions, contact form, opening hours, services, ratings, photos, videos and announcements from ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ - PESS Savannakhet, Government Organization, ວົງວຽນອາຊ້ຽນ, ຖະໜົນ ໄກສອນພົມວິຫານ, ບ້ານໂພນສະຫວ່າງໃຕ້, ນະຄອນໄກສອນພົມວິຫານ, Savannakhét.

ພະແນກສຶກສາທິການ ແລະ ກິລາແຂວງ ຂຽນດ້ວຍອັກສອນຫຍໍ້ວ່າ “ສກຂ” ເປັນອົງການບໍລິຫານຕາມສາຍຕັ້ງໃນລະບົບບໍລິຫານ, ຄຸ້ມຄອງຂອງກະຊວງການສຶກສາທິການ ແລະ ກິລາ ຊຶ່ງມີພາລະບົດບາດໃນການຜັນຂະຫຍາຍ, ວາງແຜນ, ຈັດຕັ້ງປະຕິບັດ, ຄຸ້ມຄອງ, ກວດກາ ແລະ ປະເມີນຜົນວຽກງານການສຶກສາ, ວິທະຍາສາດ ແລະ ກິລາ

08/09/2026
ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ສະຫຼຸບວຽກງານບໍລິຫານການສຶກສາ ສົກຮຽນ 2025-2026 ແລະ ວາງທິດທາງ ສົກຮຽນ 2026-2027=====...
07/09/2026

ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ສະຫຼຸບວຽກງານບໍລິຫານການສຶກສາ ສົກຮຽນ 2025-2026 ແລະ ວາງທິດທາງ ສົກຮຽນ 2026-2027
=================
ກອງປະຊຸມຜູ້ບໍລິຫານການສຶກສາທົ່ວແຂວງສະຫວັນນະເຂດ ເພື່ອສະຫຼຸບປະຈຳສົກຮຽນ 2025-2026 ແລະ ວາງທິດທາງແຜນການ ສົກຮຽນ 2026-2027 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 3 ຫາ 4 ກັນຍາ 2026 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ. ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານໂດຍ ທ່ານ ທອງໃສ ໄຊຍະວົງຄຳດີ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ໂດຍມີ ທ່ານ ຄຳວິໃສ ຜຸຍຍະວົງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງສະຫວັນນະເຂດ, ບັນດາທ່ານຮອງຫົວໜ້າພະແນກການໃນຂົງເຂດວຽກງານວັດທະນະທຳ-ສັງຄົມ, ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ພິມມະສອນ ວໍລະຍຸດ ຮອງຫົວໜ້າພະແນກ ສກຂ, ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກ ສກຂ, ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກ ສກຂ, ຄະນະພະແນກການເງິນແຂວງ, ຮອງປະທານຄະນະກຳມະການປົກຄອງເມືອງ, ຫົວໜ້າ-ຮອງຫົວໜ້າຂະແໜງການພາຍໃນພະແນກສຶກສາທິການ ແລະ ກິລາແຂວງ, ຄະນະຫ້ອງການສຶກສາທິການ ແລະ ກິລາ 14 ເມືອງ ແລະ 1 ນະຄອນ, ພ້ອມດ້ວຍຄະນະອຳນວຍການໂຮງຮຽນພາກລັດ-ເອກະຊົນ ພາຍໃນເທດສະບານແຂວງ ເຂົ້າຮ່ວມ.
ໂອກາດກ່າວເປີດກອງປະຊຸມ, ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ໄດ້ຍົກໃຫ້ເຫັນວ່າ: ກອງປະຊຸມຄັ້ງນີ້ເປັນການສະຫຼຸບຕີລາຄາຄືນສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານທົ່ວຂະແໜງການສຶກສາ ແລະ ກິລາ ໃນສົກຮຽນ 2025-2026 ເພື່ອຊອກໃຫ້ເຫັນຜົນງານ, ຜົນສໍາເລັດ ແລະ ສິ່ງທີ່ຍັງຄົງຄ້າງ. ຈາກນັ້ນ, ກໍໄດ້ພ້ອມກັນກຳນົດທິດທາງ, ວິທີການ ແລະ ມາດຕະການອັນຈໍາເປັນ ເພື່ອສືບຕໍ່ຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດວຽກງານຈຸດສຸມຂົງເຂດສຶກສາ ແລະ ກິລາທົ່ວແຂວງ ໃນສົກຮຽນ 2026-2027 ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້. ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ບໍລິຫານການສຶກສາທຸກຂັ້ນ ເອົາໃຈໃສ່ໃຫ້ອໍານາດການປົກຄອງທ້ອງຖິ່ນ ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນຜົນການເຮັດໜ້າທີ່ບໍລິຫານຄຸ້ມຄອງ ໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາການສຶກສາ ແລະ ກິລາ ຢ່າງເຂັ້ມງວດ; ສືບຕໍ່ດໍາເນີນການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ, ຄູ-ອາຈານ ແລະ ນັກຮຽນ ໃຫ້ເຊື່ອມຊຶມລະບຽບກົດໝາຍ ຕິດພັນກັບ 5 ຫຼັກມູນຂອງການສຶກສາ; ເອົາໃຈໃສ່ຂະຫຍາຍຕາໜ່າງການສຶກສາໄປສູ່ເຂດຊົນນະບົດຫ່າງໄກສອກຫຼີກ ເປັນຕົ້ນແມ່ນຈຸດສຸມຂອງແຂວງ ເຊັ່ນ: ຈຸດສຸມຈຽງຕູບ, ຕັງອາໄລ, ແກ້ງຫຼີ້ນ, ຄໍາປາແໜ ແລະ ຈຸດສຸມອື່ນໆ ເພື່ອໃຫ້ປະຊາຊົນບັນດາເຜົ່າສາມາດຈົບການສຶກສາພາກບັງຄັບ (ມັດທະຍົມຕອນຕົ້ນ); ເນັ້ນໜັກການສ້າງຄົນໃຫ້ເປັນນັກເຕັກນິກ-ວິທະຍາສາດ, ມີວິຊາອາຊີບ ແລະ ສີມືແຮງງານທີ່ມີຄຸນນະພາບ, ພ້ອມທັງລົງແນະແນວວິຊາຊີບໃຫ້ນັກຮຽນ ຊັ້ນ ມ.4 ແລະ ມ.7 ຫັນມາໃຫ້ຄວາມສໍາຄັນຕໍ່ການຮຽນສາຍອາຊີວະສຶກສາໃຫ້ຫຼາຍຂຶ້ນ; ສືບຕໍ່ບຳລຸງຍົກລະດັບການສຶກສາ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານໃຫ້ອໍານາດການປົກຄອງຂັ້ນບ້ານ; ຊຸກຍູ້ຄູສອນໃຫ້ມີຫົວຄິດປະດິດສ້າງ, ພັດທະນາວິທີການສິດສອນດ້ວຍການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ສ້າງຄ່ານິຍົມໃຫ້ນັກຮຽນເປັນຄົນຮຽນດີ-ຮຽນເກັ່ງ, ເຮັດເປັນ ແລະ ເຫັນຄຸນຄ່າຂອງການສຶກສາ.
ໃນກອງປະຊຸມ ຍັງໄດ້ມີການນຳສະເໜີການຈັດຕັ້ງປະຕິບັດວຽກງານການສຶກສາ ສົກຮຽນ 2025-2026 ແລະ ສະພາບການຂາດແຄນຄູສອນ. ປັດຈຸບັນ, ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຊີ້ນໍາ-ນໍາພາ 10 ຂະແໜງ, 3 ສູນ, 7 ໂຮງຮຽນທີ່ຂຶ້ນກັບ, ຫ້ອງການສຶກສາທິການ ແລະ ກິລາ 14 ເມືອງ 1 ນະຄອນ, ພ້ອມທັງປະສານສົມທົບຮ່ວມມືກັບ 8 ສະຖາບັນການສຶກສາພາຍໃນແຂວງ ຄື: ມະຫາວິທະຍາໄລສະຫວັນນະເຂດ, ວິທະຍາໄລຄູສະຫວັນນະເຂດ, ວິທະຍາໄລເຕັກນິກສະຫວັນນະເຂດ, ວິທະຍາໄລວິທະຍາສາດສຸຂະພາບສະຫວັນນະເຂດ, ໂຮງຮຽນວິຈິດສິນສະຫວັນນະເຂດ, ວິທະຍາໄລກະສິກໍາ ແລະ ປ່າໄມ້ສະຫວັນນະເຂດ, ສະຖາບັນໄຊສົມບັດເຕັກໂນໂລຊີ ແລະ ສະຖາບັນຍຸຕິທໍາແຫ່ງຊາດ ສາຂາແຂວງສະຫວັນນະເຂດ.
ສຳລັບສະຖິຕິລັດຖະກອນທົ່ວຂະແໜງການສຶກສາທິການ ແລະ ກິລາແຂວງ ສົກຮຽນ 2025-2026 ມີທັງໝົດ 7.843 ຄົນ/ຍິງ 4.947 ຄົນ. ໃນນັ້ນ, ເປັນລັດຖະກອນຄູ 6.711 ຄົນ/ຍິງ 4.334 ຄົນ, ລັດຖະກອນບໍລິຫານ 615 ຄົນ/ຍິງ 246 ຄົນ, ຄູປ້ອງກັນຊາດ 517 ຄົນ/ຍິງ 367 ຄົນ ແລະ ຄູສັນຍາຈ້າງ 368 ຄົນ/ຍິງ 282 ຄົນ. ທົ່ວແຂວງມີໂຮງຮຽນທັງໝົດ 1.878 ແຫ່ງ, ແບ່ງເປັນໂຮງຮຽນກ່ອນໄວຮຽນ 459 ແຫ່ງ (ເອກະຊົນ 36 ແຫ່ງ), ໂຮງຮຽນປະຖົມ 1.193 ແຫ່ງ (ເອກະຊົນ 24 ແຫ່ງ) ແລະ ໂຮງຮຽນມັດທະຍົມ 226 ແຫ່ງ (ເອກະຊົນ 5 ແຫ່ງ); ມີນັກຮຽນທັງໝົດ 174.378 ຄົນ/ຍິງ 87.615 ຄົນ. ພ້ອມນັ້ນ, ບັນດາຂະແໜງການ ແລະ ຫ້ອງການສຶກສາທິການ ແລະ ກິລາ 14 ເມືອງ 1 ນະຄອນ ຍັງໄດ້ຜັດປ່ຽນກັນນຳສະເໜີວຽກງານ ແລະ ສົນທະນາແລກປ່ຽນບົດຮຽນ ເພື່ອຮ່ວມກັນພັດທະນາວຽກງານການສຶກສາຂອງແຂວງສະຫວັນນະເຂດ.
ໃນຕອນທ້າຍຂອງກອງປະຊຸມ, ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ມີຄຳເຫັນໂອ້ລົມ ແລະ ກ່າວປິດກອງປະຊຸມ ໂດຍທ່ານໄດ້ສະຫຼຸບຕີລາຄາສູງຕໍ່ຜົນສຳເລັດຂອງການດຳເນີນກອງປະຊຸມຕະຫຼອດ 2 ວັນຜ່ານມາ. ພ້ອມທັງໄດ້ເນັ້ນໜັກ ແລະ ຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາທຸກຂັ້ນ, ຄະນະນຳແຕ່ລະຂະແໜງການ, ພະນັກງານ ແລະ ຄູ-ອາຈານ ຈົ່ງພ້ອມກັນເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຢ່າງປະດິດສ້າງ, ຮ່ວມກັນແກ້ໄຂຂໍ້ຄົງຄ້າງໃນສົກຮຽນຜ່ານມາ ແລະ ສູ້ຊົນຈັດຕັ້ງປະຕິບັດທິດທາງແຜນການ ສົກຮຽນ 2026-2027 ໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ເພື່ອແນໃສ່ຍົກລະດັບຄຸນນະພາບການສຶກສາຂອງແຂວງສະຫວັນນະເຂດ ໃຫ້ມີການພັດທະນາຢ່າງຕໍ່ເນື່ອງ.

ຮອງປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍພະແນກ ສກຂ ຮ່ວມພິທີວາງສີລາລືກ ໂຄງການກໍ່ສ້າງໂຮງຮຽນປະຖົມ ບ້ານສີສະຫວ່າງໃຕ້ ເມືອງໄຊພູທ...
07/09/2026

ຮອງປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍພະແນກ ສກຂ ຮ່ວມພິທີວາງສີລາລືກ ໂຄງການກໍ່ສ້າງໂຮງຮຽນປະຖົມ ບ້ານສີສະຫວ່າງໃຕ້ ເມືອງໄຊພູທອງ
=================
ໃນວັນທີ 2 ກັນຍາ 2026 ທີ່ຜ່ານມາ ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ທ່ານ ໂລຮິດ ບັບບາ (Mr. Rohit Babbar) ເລຂານຸການສະຖານທູດອິນເດຍ ປະຈໍາ ສປປ ລາວ, ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳຂອງເມືອງໄຊພູທອງ ໄດ້ເຂົ້າຮ່ວມໃນພິທີວາງສີລາລືກ ໂຄງການກໍ່ສ້າງໂຮງຮຽນປະຖົມ ບ້ານສີສະຫວ່າງໃຕ້.
ໂອກາດນີ້, ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ໄດ້ກ່າວຕໍ່ພິທີວ່າ: ດັ່ງທີ່ເຮົາຮູ້ກັນດີວ່າ ໂຄງການເຫັນຜົນໄວ (QIP) ແມ່ນຂໍ້ລິເລີ່ມອັນດີງາມຂອງລັດຖະບານອິນເດຍ ເພື່ອສະໜັບສະໜູນການພັດທະນາຢູ່ຂັ້ນທ້ອງຖິ່ນໃນບັນດາປະເທດຄູ່ຮ່ວມພັດທະນາ, ເຊິ່ງສະແດງໃຫ້ເຫັນເຖິງການຮ່ວມມືອັນໃກ້ຊິດ ລະຫວ່າງ ສອງລັດຖະບານ ແລະ ປະຊາຊົນ ອິນເດຍ-ລາວ, ລາວ-ອິນເດຍ ຕາມສັນຍາທີ່ໄດ້ລົງນາມໃນປີ 2015 ແລະ ໄດ້ຕໍ່ອາຍຸໃນປີ 2020. ມາຮອດປັດຈຸບັນ ພວກເຮົາໄດ້ເຫັນຜົນງານອັນຊັດເຈນຢູ່ຕໍ່ໜ້າແລ້ວ.
ການກໍ່ສ້າງໂຮງຮຽນຫຼັງນີ້ ບໍ່ພຽງແຕ່ເປັນການສ້າງຕຶກອາຄານເທົ່ານັ້ນ ຫາກຍັງເປັນການສ້າງອະນາຄົດໃຫ້ແກ່ລູກຫຼານຂອງພວກເຮົານຳອີກ. ມັນເປັນການລົງທຶນທີ່ສຳຄັນເຂົ້າໃນຂະແໜງການສຶກສາ ເຊິ່ງຖືເປັນຮາກຖານອັນແຂງແກ່ນຂອງການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ແລະ ຂອງປະເທດຊາດ. ການມີໂຮງຮຽນທີ່ສວຍງາມ, ສະອາດ, ແຂງແຮງ ແລະ ປອດໄພ ຈະຊ່ວຍຍົກລະດັບຄຸນນະພາບການສຶກສາ ແລະ ສ້າງແຮງຈູງໃຈໃຫ້ນັກຮຽນມີຄວາມຕ້ອງການຢາກເຂົ້າມາຮຽນຫຼາຍຂຶ້ນ.
ທັງນີ້, ລັດຖະບານ ແລະ ປະຊາຊົນອິນເດຍ ໄດ້ໃຫ້ທຶນຮອນຊ່ວຍເຫຼືອລ້າໃນການກໍ່ສ້າງໂຮງຮຽນແຫ່ງນີ້ໃນມູນຄ່າ 50.000 ໂດລາສະຫະລັດ ຜ່ານສະຖານທູດອິນເດຍ ປະຈຳ ສປປ ລາວ. ພ້ອມດຽວກັນນັ້ນ, ອຳນາດການປົກຄອງແຂວງສະຫວັນນະເຂດ ໂດຍສະເພາະພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ເອົາໃຈໃສ່ປະສານງານ ແລະ ຊີ້ນຳການຈັດຕັ້ງປະຕິບັດໂຄງການຢ່າງມີປະສິດທິພາບ ເພື່ອໃຫ້ສາມາດນຳໃຊ້ໄດ້ຍາວນານ, ຄົງທົນຖາວອນ ແລະ ເກີດປະໂຫຍດສູງສຸດຕໍ່ອະນາຄົດຂອງນ້ອງນັກຮຽນພາຍໃນບ້ານສີສະຫວ່າງໃຕ້ ແລະ ບ້ານໃກ້ຄຽງ.

03/09/2026
ແຂວງກວາງຈິ ຈັດພິທີພົບປະຕ້ອນຮັບຄະນະທັດສະນະສຶກສາແຂວງສະຫວັນນະເຂດ ຢ່າງອົບອຸ່ນສົມກຽດ ພ້ອມແລກປ່ຽນວັດທະນະທຳ-ສິລະປະ ຮັດແໜ້ນໄມຕີຈ...
07/08/2026

ແຂວງກວາງຈິ ຈັດພິທີພົບປະຕ້ອນຮັບຄະນະທັດສະນະສຶກສາແຂວງສະຫວັນນະເຂດ ຢ່າງອົບອຸ່ນສົມກຽດ ພ້ອມແລກປ່ຽນວັດທະນະທຳ-ສິລະປະ ຮັດແໜ້ນໄມຕີຈິດ
=================
ໃນຕອນຄໍ່າຂອງວັນທີ 3 ສິງຫາ 2026 ພາຍຫຼັງທີ່ຄະນະທັດສະນະສຶກສາ ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໄດ້ເດີນທາງຮອດເມືອງດົງເຫີຍ, ແຂວງກວາງຈິ ສສ ຫວຽດນາມ ກໍໄດ້ເຂົ້າຮ່ວມພິທີພົບປະແລກປ່ຽນຮຽນຮູ້ທາງດ້ານວັດທະນະທຳ, ປະຫວັດສາດ, ການສຶກສາ ແລະ ຮີດຄອງປະເພນີ ຢ່າງເປັນທາງການ ລະຫວ່າງສອງແຂວງ.
ພິທີພົບປະຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມຈາກການນຳຂັ້ນສູງ ແລະ ແຂກກິດຕິມະສັກຂອງທັງສອງຝ່າຍຢ່າງພ້ອມພຽງ.

ຕາງໜ້າຝ່າຍແຂວງກວາງຈິ ສສ ຫວຽດນາມ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ເລ ທິ ເຮືອງ (Lê Thị Hương) ຫົວໜ້າພະແນກສຶກສາທິການ ແລະ ກໍ່ສ້າງແຂວງກວາງຈິ, ທ່ານ ຫງວຽນ ດິ່ງ ຫາຍ (Nguyễn Đình Hải) ຮອງຫົວໜ້າພະແນກສຶກສາທິການ ແລະ ກໍ່ສ້າງແຂວງກວາງຈິ, ທ່ານ ຫງວຽນ ເທ ຮີ (Nguyễn Thế Huy) ຮອງຫົວໜ້າພະແນກການຕ່າງປະເທດແຂວງກວາງຈິ. ພ້ອມດ້ວຍຕາງໜ້າຫ້ອງວ່າການປົກຄອງແຂວງກວາງຈິ, ແລະ ຄະນະຄູອາຈານ ມ.ສ ຟານດັ່ງຟຸ່ງ. ນອກຈາກນີ້, ຍັງໄດ້ຮັບກຽດເຂົ້າຮ່ວມຈາກ ທ່ານ ຟ້າມ ຕວນ ຮຸ່ງ (Phạm Tuấn Hùng) ກົງສູນໃຫຍ່ ສສ ຫວຽດນາມ ປະຈຳສະຫວັນນະເຂດ.

ຕາງໜ້າຝ່າຍແຂວງສະຫວັນນະເຂດ ປະກອບມີ ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ (ຫົວໜ້າຄະນະ), ທ່ານ ອາໂນລາດ ພິມໂວຫານ ຫົວໜ້າຂະແໜງສາມັນສຶກສາ (ຮອງຄະນະ), ທ່ານ ບຸນມີ ລັດຕະນະວົງ ຫົວໜ້າຂະແໜງບໍລິຫານ-ການເງິນ, ທ່ານ ນາງ ພຸວິໄລ ພິມວົງສາ ຫົວໜ້າສູນພາສາຫວຽດນາມ, ພ້ອມດ້ວຍຄະນະນຳຂະແໜງການ, ຜູ້ອຳນວຍການໂຮງຮຽນ, ຄູອາຈານ ແລະ ນ້ອງນັກຮຽນ ລວມທັງໝົດ 41 ທ່ານ.
ໃນພິທີ, ຕາງໜ້າຝ່າຍຫວຽດນາມ ໄດ້ກ່າວສູນທອນພົດສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນສູ່ດິນແດນກວາງຈິວິລະຊົນ. ເພິ່ນໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານທີ່ໄດ້ຮັບການເພີ່ມພູນຄູນສ້າງມາຫຼາຍເຊັ່ນຄົນ, ໂດຍເນັ້ນໜັກວ່າ ໃນຂົງເຂດການສຶກສາ ທັງສອງຝ່າຍແມ່ນອ້າຍນ້ອງທີ່ຮ່ວມມືກັນສ້າງຊັບພະຍາກອນມະນຸດຢ່າງແທ້ຈິງ.
ພ້ອມດຽວກັນນັ້ນ, ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ໄດ້ກ່າວຕອບ ໂດຍສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ການຕ້ອນຮັບອັນອົບອຸ່ນສົມກຽດຈາກການນຳແຂວງກວາງຈິ. ທ່ານກ່າວວ່າ "ການມາຢ້ຽມຢາມ ແລະ ທັດສະນະສຶກສາໃນຄັ້ງນີ້ ມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ໃນການຊຸກຍູ້ສົ່ງເສີມການແລກປ່ຽນຮຽນຮູ້ທາງດ້ານວັດທະນະທຳ, ປະຫວັດສາດ, ລະບົບການສຶກສາ ແລະ ຮີດຄອງປະເພນີອັນດີງາມ ລະຫວ່າງສອງແຂວງ ສະຫວັນນະເຂດ ແລະ ກວາງຈິ".

ທ່ານຍັງໄດ້ກ່າວຕື່ມອີກວ່າ "ການມາຄັ້ງນີ້ບໍ່ພຽງແຕ່ໄດ້ຮັບຄວາມອົບອຸ່ນແລ້ວ ຍັງໄດ້ຮັບຄວາມຮູ້, ບົດຮຽນອັນລ້ຳຄ່າ, ທີ່ຈະນຳເອົາໄປບອກເລົ່າຕໍໍ່ນັກຮຽນລາວ, ລູກຫຼານລາວເພື່ອໃຫ້ເຂົ້າເຈົ້າຮັບຮູ້ ແລະ ເປັນຄວາມຊົງຈຳອັນຍິ່ງໃຫຍ່".
ກ່ອນທີ່ ທ່ານ ຟ້າມ ຕວນ ຮຸ່ງ ຈະຂຶ້ນກ່າວຂອບໃຈທີ່ທາງແຂວງກວາງຈິ ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ຄະນະໄດ້ມາຮຽນຮູ້ ແລະ ຖອດຖອນປະສົບການຕົວຈິງ.
ສາຍພົວພັນລະຫວ່າງສອງປະເທດ ລາວ-ຫວຽດນາມ ແມ່ນໄດ້ຮັບການຫຼໍ່ຫຼອມດ້ວຍປະຫວັດສາດ, ການແບ່ງປັນຮ່ວມທຸກຮ່ວມສຸກ ແລະ ຄວາມໄວ້ເນື້ອເຊື່ອໃຈອັນໜັກແໜ້ນ. ຄວາມຜູກພັນນີ້ ປຽບດັ່ງຄວາມງົດງາມຂອງ ດອກບົວຫຼວງ ທີ່ເປັນສັນຍະລັກແຫ່ງຄວາມບໍລິສຸດຂອງຫວຽດນາມ ແລະ ດອກຈຳປາ ທີ່ເປັນສັນຍະລັກແຫ່ງຄວາມຈິງໃຈຂອງລາວ ເຊິ່ງໄດ້ເບັ່ງບານຄຽງຄູ່ກັນຢ່າງສະຫງ່າງາມ ແລະ ສົ່ງກິ່ນຫອມອົບອວນໄປທົ່ວດິນແດນຂອງທັງສອງຊາດອ້າຍນ້ອງສະເໝີມາ.
ຫຼັງຈາກສຳເລັດການໂອ້ລົມ, ພິທີພົບປະໄດ້ກ້າວເຂົ້າສູ່ການແລກປ່ຽນສິລະປະວັດທະນະທຳ. ນ້ອງໆນັກຮຽນຈາກທັງສອງໂຮງຮຽນ ຄື: ໂຮງຮຽນມິດຕະພາບລາວ-ຫວຽດນາມ ແລະ ໂຮງຮຽນ ມ.ສ ຟານດັ່ງຟຸ່ງ ໄດ້ນຳເອົາການສະແດງສິລະປະທີ່ເປັນເອກະລັກຂອງຊາດຕົນມາສະແດງແລກປ່ຽນກັນຢ່າງຈົບງາມ.

ນອກຈາກການສະແດງແລ້ວ, ຜູ້ເຂົ້າຮ່ວມຍັງໄດ້ປະສານສຽງຮ້ອງບົດເພງອະມະຕະທີ່ສະທ້ອນເຖິງສາຍພົວພັນຂອງສອງຊາດຮ່ວມກັນຢ່າງກົມກຽວ ເຊັ່ນ: ບົດເພງ Tình Việt - Lào , ບົດເພງ ສາຍໃຈລາວ-ຫວຽດນາມ ແລະ ຮາໂນ້ຍ-ວຽງຈັນ. ພ້ອມກັນນັ້ນ ຍັງໄດ້ມີການຈັບມືກັນເຕັ້ນບາສະໂລບຮ່ວມກັນຢ່າງເບີກບານມ່ວນຊື່ນ ແລະ ເປັນກັນເອງທີ່ສຸດ.
ໃນຕອນທ້າຍຂອງງານ ຄະນະນຳທັງສອງຝ່າຍໄດ້ມີການມອບ-ຮັບຂອງຂວັນທີ່ລະນຶກເຊິ່ງກັນ ແລະ ກັນ ໂດຍ ທ່ານ ນາງ ເລ ທິ ເຮືອງ ຫົວໜ້າພະແນກສຶກສາທິການ ແລະ ກໍ່ສ້າງແຂວງກວາງຈິ ໄດ້ໃຫ້ກຽດມອບຂອງຂວັນທີ່ລະນຶກໃຫ້ແກ່ຄະນະຜູ້ແທນແຂວງສະຫວັນນະເຂດ ແລະ ຕາງໜ້າຝ່າຍລາວໂດຍ ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ກໍໄດ້ມອບຂອງຂວັນທີ່ລະນຶກຕອບແທນເພື່ອເປັນສັນຍະລັກແຫ່ງໄມຕີຈິດຂອງສອງຝ່າຍ.
ພິທີພົບປະແລກປ່ຽນໃນຄັ້ງນີ້ ໄດ້ປິດສາກລົງດ້ວຍຮອຍຍິ້ມແຫ່ງຄວາມຊົງຈຳ, ພາບແຫ່ງຄວາມປະທັບໃຈນີ້ ຈະກາຍເປັນຂົວຕໍ່ທາງດ້ານຈິດໃຈ ທີ່ຈະຊ່ວຍເພີ່ມພູນຄູນສ້າງສາຍພົວພັນມິດຕະພາບພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.

ຄະນະພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ເດີນທາງທັດສະນະສຶກສາ ຢ້ຽມຊົມຮ່ອງຮອຍປະຫວັດສາດ ກ່ອນຂ້າມດ່ານສູ່ ແຂວງກວາງຈິ ສສ ຫວ...
06/08/2026

ຄະນະພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ເດີນທາງທັດສະນະສຶກສາ ຢ້ຽມຊົມຮ່ອງຮອຍປະຫວັດສາດ ກ່ອນຂ້າມດ່ານສູ່ ແຂວງກວາງຈິ ສສ ຫວຽດນາມ
=================
ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ລາວ-ຫວຽດນາມ ຍັງຄົງໄດ້ຮັບການຮັກສາ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ດັ່ງຄຳອະມະຕະວາຈາ ຂອງປະທານ ໂຮ່ຈີມິນ ທີ່ເຄີຍກ່າວໄວ້ວ່າ: "ຫວຽດ - ລາວ ສອງຊາດພວກເຮົາ ຄວາມຮັກແພງເລິກເຊິ່ງ ກວ່າແມ່ນ້ຳແດງ ແລະ ແມ່ຂອງ" ມີບາງສາຍພົວພັນທີ່ຖືກຂຽນຂຶ້ນດ້ວຍພູມສາດ, ແຕ່ກໍມີສາຍພົວພັນທີ່ຖືກຫຼໍ່ຫຼອມດ້ວຍປະຫວັດສາດ, ດ້ວຍການແບ່ງປັນ, ການຄຽງບ່າຄຽງໄຫຼ່ ແລະ ຄວາມໄວ້ເນື້ອເຊື່ອໃຈອັນໜັກແໜ້ນຜ່ານຫຼາຍເຊັ່ນຄົນ. ສາຍພົວພັນມິດຕະພາບພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ ແມ່ນສັນຍະລັກອັນສູງສົ່ງເຊັ່ນນັ້ນ.
ໃນວັນທີ 3 ສິງຫາ 2026 ຄະນະທັດສະນະສຶກສາ ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໄດ້ເລີ່ມຕົ້ນການເດີນທາງເຄື່ອນໄຫວກິດຈະກຳຢ່າງເປັນທາງການ ມຸ່ງໜ້າສູ່ແຂວງກວາງຈິ ສສ ຫວຽດນາມ. ການເດີນທາງຄັ້ງນີ້ນຳພາໂດຍ ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ (ຫົວໜ້າຄະນະ), ທ່ານ ອາໂນລາດ ພິມໂວຫານ ຫົວໜ້າຂະແໜງສາມັນສຶກສາ (ຮອງຄະນະ), ທ່ານ ບຸນມີ ລັດຕະນະວົງ ຫົວໜ້າຂະແໜງບໍລິຫານ-ການເງິນ ແລະ ທ່ານ ນາງ ພູວິໄລ ພິມວົງສາ ຫົວໜ້າສູນພາສາຫວຽດນາມ. ພ້ອມກັນນັ້ນ ຍັງມີການນຳຂະແໜງການ, ຄູອາຈານ ຈາກ 14 ເມືອງ 1 ນະຄອນ ແລະ ນ້ອງນັກຮຽນຈາກໂຮງຮຽນມິດຕະພາບລາວ-ຫວຽດນາມ ລວມທັງໝົດ 41 ທ່ານເຂົ້າຮ່ວມ. ການເຄື່ອນໄຫວໃນຄັ້ງນີ້ຍັງໄດ້ຮັບກຽດຮ່ວມເດີນທາງຈາກ ທ່ານ ຟ້າມ ຕວນ ຮຸ່ງ (Phạm Tuấn Hùng) ກົງສູນໃຫຍ່ ສສ ຫວຽດນາມ ປະຈຳສະຫວັນນະເຂດ.
ການເຄື່ອນໄຫວໄດ້ເລີ່ມຕົ້ນຂຶ້ນດ້ວຍການເດີນທາງໄປຮ່ວມພິທີວາງກະຕ່າດອກໄມ້ ທີ່ ອະນຸສອນສະຖານປະທານໂຮ່ຈີມິນ ຢູ່ນະຄອນໄກສອນພົມວິຫານ. ຈາກນັ້ນ, ຄະນະໄດ້ສືບຕໍ່ເດີນທາງໄປຍັງເມືອງເຊໂປນ ເພື່ອເຂົ້າຢ້ຽມຊົມ ຫໍພິພິທະພັນບ້ານດົງ ເຊິ່ງຢູ່ທີ່ສະຖານທີ່ປະຫວັດສາດແຫ່ງນີ້ ຄະນະຜູ້ແທນໄດ້ຮັບຟັງການບັນຍາຍຢ່າງລະອຽດ ກ່ຽວກັບປະຫວັດສາດການສູ້ຮົບປົດປ່ອຍປະເທດຊາດໃນໄລຍະຜ່ານມາ ເຊິ່ງເປັນການສຶກສາອົບຮົມແນວຄິດຮັກຊາດ ແລະ ໃຫ້ຄະນະຄູອາຈານ ຕະຫຼອດຮອດນ້ອງນັກຮຽນ ໄດ້ຮຽນຮູ້ເຖິງມູນເຊື້ອອັນພິລະອາດຫານ ແລະ ການເສຍສະຫຼະຂອງບັນພະບູລຸດ.
ຫຼັງຈາກສຳເລັດການຢ້ຽມຊົມພິພິທະພັນ ຄະນະຜູ້ແທນໄດ້ເດີນທາງມຸ່ງໜ້າສູ່ຊາຍແດນ ເພື່ອເດີນທາງໄປດົງເຫີຍແຂວງກວາງຈິ. ນີ້ຖືເປັນບາດກ້າວເລີ່ມຕົ້ນອັນຈົບງາມຂອງການແລກປ່ຽນບົດຮຽນຢູ່ ສສ ຫວຽດນາມ.

Address

ວົງວຽນອາຊ້ຽນ, ຖະໜົນ ໄກສອນພົມວິຫານ, ບ້ານໂພນສະຫວ່າງໃຕ້, ນະຄອນໄກສອນພົມວິຫານ
Savannakhét
13000

Opening Hours

Monday 08:00 - 16:30
Tuesday 08:00 - 16:30
Wednesday 08:00 - 16:30
Thursday 08:00 - 16:30
Friday 08:00 - 16:30

Alerts

Be the first to know and let us send you an email when ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ - PESS Savannakhet posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share