ສູນໄອຊີທີພະແນກສຶກທິການ ແລະ ກິລາແຂວງສະຫວັນນະເຂດ - ICT Center Savannakhet

ສູນໄອຊີທີພະແນກສຶກທິການ ແລະ ກິລາແຂວງສະຫວັນນະເຂດ - ICT Center Savannakhet ສູນເຕັກໂນໂລຊີຂໍ້ມູນຂ່າວສານການສຶກສາ ແລະ ກິລາແຂວງສະຫວັນນະເຂດ ແມ່ນຂຶ້ນກັບພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ

15/07/2026

ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ເປີດຮັບສະໝັກທຶນເຝິກອົບຮົມວິຊາຊີບ ໄລຍະສັ້ນ ພາຍໃຕ້ໂຄງການ Lao-PSG ປະຈຳປີ 2026
=================
ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ອອກແຈ້ງການເລກທີ 1636/ສກຂ ລົງວັນທີ 10 ກໍລະກົດ 2026 ກ່ຽວກັບການແຈ້ງທຶນເບ້ຍລ້ຽງ ຫຼັກສູດລະດັບ C1 ສໍາລັບການຝຶກອົບຮົມໄລຍະສັ້ນ 04 ເດືອນ ແລະ 06 ເດືອນ ພາຍໃຕ້ການສະໜັບສະໜູນຂອງ ໂຄງການທັກສະສີມືທີ່ເປັນບູລິມະສິດ ເພື່ອການເຕີບໂຕ ສຳລັບ ສປປ ລາວ (Lao PDR: Priority Skills for Growth Project) ປະຈຳປີ 2026.
ການຈັດຕັ້ງປະຕິບັດໃນຄັ້ງນີ້ແມ່ນອີງຕາມທິດຊີ້ນຳຂອງ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ເພື່ອແນໃສ່ພັດທະນາສີມືແຮງງານໃນຂົງເຂດ.
ສຳລັບຊຸດຝຶກອົບຮົມໄລຍະສັ້ນ ຫຼັກສູດລະດັບ C1 ປະຈຳສົກຮຽນ 2026-2027 (ຊຸດທີ 1) ນີ້ ປະກອບມີ 3 ສາຂາອາຊີບຫຼັກ ຄື:
- ສາຂາການປະຕິບັດວຽກງານດ້ານຄອມພີວເຕີ: ຮັບຈຳນວນ 25 ທຶນ, ໄລຍະເວລາຮຽນ 4 ເດືອນ.
- ສາຂາສ້ອມແປງເຄື່ອງເຢັນ ແລະ ເຄື່ອງປັບອາກາດ: ຮັບຈຳນວນ 25 ທຶນ, ໄລຍະເວລາຮຽນ 4 ເດືອນ.
- ສາຂາການປູກພືດຜັກ: ຮັບຈຳນວນ 25 ທຶນ, ໄລຍະເວລາຮຽນ 6 ເດືອນ.

ເງື່ອນໄຂຂອງຜູ້ສະໝັກຜູ້ສະໝັກຕ້ອງມີອາຍຸ 15 ປີບໍລິບູນຂຶ້ນໄປ, ເຊິ່ງໃນການຄັດເລືອກຈະໃຫ້ບູລິມະສິດທຳອິດແກ່ເພດຍິງ ເຊິ່ງເປົ້າໝາຍແມ່ນເນັ້ນໃສ່ຜູ້ທີ່ມາຈາກຊົນເຜົ່າຢູ່ເຂດຫ່າງໄກສອກຫຼີກ, ເດັກກຳພ້າ, ແມ່ຍິງຜູ້ດ້ອຍໂອກາດ ຫຼື ຜູ້ທີ່ຖືກເຄາະຮ້າຍຈາກການຄ້າມະນຸດ.
ສິດທິປະໂຫຍດ ແລະ ທຶນສະໜັບສະໜູນນັກຮຽນທີ່ໄດ້ຮັບການຄັດເລືອກ ແລະ ຜ່ານເງື່ອນໄຂ ຈະໄດ້ຮັບສິດທິປະໂຫຍດຢ່າງຄົບຖ້ວນ ດັ່ງນີ້:
- ໄດ້ຮັບການຍົກເວັ້ນຄ່າຮຽນ (ບໍ່ໄດ້ເສຍຄ່າຮຽນ).
- ມີຫໍພັກຮອງຮັບ (ຜູ້ເຂົ້າຮຽນຕ້ອງກຽມເຄື່ອງນອນ ແລະ ສິ່ງອຳນວຍຄວາມສະດວກມາເອງ).
- ໄດ້ຮັບເງິນເບ້ຍລ້ຽງຈຳນວນ 1,200,000 ກີບ/ເດືອນ/ຄົນ ພ້ອມທັງອອກບັດ ATM ໃຫ້ສຳລັບການເບີກຈ່າຍເງິນ.
- ໄດ້ຮັບຊຸດນັກຮຽນ ຫຼື ຊຸດປະຕິບັດງານ ຈຳນວນ 01 ຊຸດ/ຄົນ ຕະຫຼອດການຮຽນ.
- ໄດ້ຮັບຄ່າເດີນທາງໃນມື້ເຂົ້າຮຽນ 300,000 ກີບ ແລະ ມື້ຮຽນຈົບຫຼັກສູດອີກ 300,000 ກີບ.
- ໄດ້ຮັບປະກັນໄພຄຸ້ມຄອງດ້ານສຸຂະພາບ ແລະ ອຸປະຕິເຫດ.
- ໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫຼືອໃນການຊອກວຽກເຮັດງານທຳພາຍຫຼັງສຳເລັດການສຶກສາ.
ວັນເວລາ ແລະ ສະຖານທີ່ຮັບສະໝັກການເປີດຮັບສະໝັກແມ່ນເລີ່ມແຕ່ມື້ແຈ້ງການສະບັບນີ້ອອກເປັນຕົ້ນໄປ ຈົນເຖິງ ວັນທີ 06 ສິງຫາ 2026 (ຮັບສະໝັກຕາມໂມງລັດຖະການ ວັນຈັນ ຫາ ວັນສຸກ) ແລະ ຈະປິດຮັບສະໝັກໃນ ວັນທີ 07 ສິງຫາ 2026.
ສຳລັບການເປີດສົກຮຽນໃໝ່ແມ່ນຈະເລີ່ມໃນ ວັນທີ 10 ສິງຫາ 2026 ເປັນຕົ້ນໄປ.

ໝາຍເຫດ: ຫາກສາຂາອາຊີບໃດມີຜູ້ສະໝັກເຕັມຕາມຈຳນວນກ່ອນກຳນົດ ແມ່ນຈະໄດ້ເປີດການຮຽນ-ການສອນກ່ອນກຳນົດທັນທີ.
ສະຖານທີ່ຮັບສະໝັກ:
- ຈຸດທີ 1: ວິທະຍາເຂດຫົວເມືອງໃຕ້ (ໃກ້ກັບຕະຫຼາດສະຫວັນໄຊ) ບ້ານຫົວເມືອງໃຕ້, ນະຄອນໄກສອນພົມວິຫານ.
- ຈຸດທີ 2: ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງ ທີ່ຕົນເອງຂຶ້ນກັບ.

ເອກະສານປະກອບການສະໝັກ ປະກອບມີ:
- ແບບຟອມສະໝັກເຂົ້າຮຽນ 01 ສະບັບ.
- ໜັງສືຢັ້ງຢືນສະຖານະຄອບຄົວ 01 ສະບັບ.
- ສຳເນົາໃບປະກາສະນີຍະບັດ ຈົບຊັ້ນປະຖົມຂຶ້ນໄປ (ສະບັບສີ) 01 ສະບັບ.
- ປຶ້ມສຳມະໂນຄົວ (ຕ້ອງມີຮູບຕິດ) ຫຼື ບັດປະຈຳຕົວ (ສະບັບສີ) 01 ສະບັບ.

ສອບຖາມຂໍ້ມູນ: ຂະແໜງວິທະຍາສາດ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ: 020 94344960, 020 93576489

ແບບຟອມສະໝັກ: https://shorturl.at/5eK1V

14/07/2026

📢 ແຈ້ງການ: ອອກໃບປະກາສະນີຍະບັດ ມ.7 ທົ່ວແຂວງສະຫວັນນະເຂດ
=================
ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ອອກໜັງສືແຈ້ງການ ເລກທີ 1657/ສກຂ. ລົງວັນທີ 14 ກໍລະກົດ 2026. ເຖິງຫ້ອງການສຶກສາທິການ ແລະ ກິລາເມືອງ/ນະຄອນ, ຜູ້ອຳນວຍການໂຮງຮຽນ ມສ, ນ້ອງໆນັກຮຽນ ແລະ ປະຊາຊົນຊາບທົ່ວເຖິງກັນວ່າ: ໄດ້ມີການຮັບຮອງ ແລະ ຈະເລີ່ມດຳເນີນການປະກາດຜົນສອບເສັງ ພ້ອມທັງອອກໃບປະກາສະນີຍະບັດຈົບຊັ້ນ ມ.7 ປະຈຳສົກຮຽນ 2025-2026 ຢ່າງເປັນເອກະພາບທົ່ວແຂວງ.

▶️ ໂດຍເລີ່ມຕັ້ງແຕ່ວັນທີ 15 ກໍລະກົດ 2026 ເປັນຕົ້ນໄປ.

📌 ສາມາດຕິດຕໍ່ພົວພັນ ແລະ ຢື່ນເອກະສານໄດ້ທີ່ ໜ່ວຍງານປະຕູດຽວ ຂະແໜງບໍລິຫານ-ການເງິນ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ທີ່ເປັນຜູ້ດຳເນີນການອອກໃບປະກາສະນີຍະບັດຈົບຊັ້ນ ມ.7

👉 ເອກະສານທີ່ນັກຮຽນຕ້ອງກຽມມາ:
- ບັດເຂົ້າຫ້ອງສອບເສັງ (ສະບັບແທ້ ຫຼື ສຳເນົາ).
- ຮູບຖ່າຍຂະໜາດດຽວກັນກັບຮູບໃນບັດເຂົ້າຫ້ອງສອບເສັງ (ຈຳນວນ 3 ໃບ).
- ໃບປະກາສະນີຍະບັດຈົບຊັ້ນ ມ.ຕົ້ນ (ສະບັບແທ້ ຫຼື ສຳເນົາ).

📍 ໝາຍເຫດ:
ສຳລັບນັກຮຽນທີ່ມີຈຸດປະສົງຕ້ອງການເຮັດໃບປະກາສະນີຍະບັດເປັນ 2 ພາສາ (ພາສາລາວ ແລະ ພາສາອັງກິດ) ໃຫ້ກຽມເອກະສານເພີ່ມຕື່ມດັ່ງນີ້:
- ສຳເນົາໜັງສືຜ່ານແດນ (Passport).
- ຮູບຖ່າຍເພີ່ມອີກ 4 ໃບ (ລວມທັງໝົດເປັນ 7 ໃບ).

13/07/2026

🏆 ຊົມເຊີຍວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດ ຄົບຮອບ 60 ປີ (13 ກໍລະກົດ 1966 - 13 ກໍລະກົດ 2026) ຢ່າງສຸດໃຈ! 🇱🇦

ເນື່ອງໃນໂອກາດວັນທີ 13 ກໍລະກົດ 2026 ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຂໍຮ່ວມສະເຫຼີມສະຫຼອງ ແລະ ສະແດງຄວາມຊົມເຊີຍຢ່າງສຸດໃຈ ຕໍ່ວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດ (ວັນສ້າງຕັ້ງກິລາລາວ) ທີ່ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ສ້າງຜົນງານຕະຫຼອດໄລຍະ 60 ປີຜ່ານມາ.

🏸 ວຽກງານກິລາ-ກາຍະກຳ ແມ່ນພາກສ່ວນໜຶ່ງທີ່ສຳຄັນຍິ່ງໃນການພັດທະນາຊັບພະຍາກອນມະນຸດ. ການຫຼິ້ນກິລາບໍ່ພຽງແຕ່ເປັນການອອກກຳລັງກາຍເພື່ອໃຫ້ມີສຸຂະພາບພະລານາໄມທີ່ສົມບູນ ແລະ ເຂັ້ມແຂງເທົ່ານັ້ນ, ແຕ່ຍັງເປັນການສ້າງຄວາມສາມັກຄີ, ຝຶກຝົນລະບຽບວິໄນ ແລະ ປູກຝັງນ້ຳໃຈນັກກິລາ "ຮູ້ແພ້, ຮູ້ຊະນະ, ຮູ້ອະໄພ".

⚽️ ໃນໂອກາດອັນມີຄວາມໝາຍຄວາມສຳຄັນນີ້, ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຂໍຮຽກຮ້ອງມາຍັງຄະນະຜູ້ບໍລິຫານການສຶກສາ, ຄູ-ອາຈານ, ຄູເຝິກ, ນັກກິລາ ຕະຫຼອດຮອດນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ແລະ ມວນຊົນຊາວແຂວງສະຫວັນນະເຂດທຸກທົ່ວໜ້າ ຈົ່ງພ້ອມກັນສືບຕໍ່ສ້າງຂະບວນການຫຼິ້ນກິລາເພື່ອສຸຂະພາບຢ່າງກວ້າງຂວາງ ແລະ ຟົດຟື້ນ ເພື່ອເປັນກຳລັງແຮງອັນສຳຄັນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ.

ກິລາສ້າງຄົນ, ຄົນສ້າງຊາດ!

#ວັນສ້າງຕັ້ງກິລາກາຍະກຳແຫ່ງຊາດ #ວັນສ້າງຕັ້ງກິລາລາວ #ກິລາເພື່ອສຸຂະພາບ #ພະແນກສຶກສາທິການແລະກິລາແຂວງສະຫວັນນະເຂດ #ຂ່າວສຶກສາແລະກິລາແຂວງສະຫວັນນະເຂດ

12/07/2026

🇱🇦 ວັນທີ 13 ກໍລະກົດ 2026 ລະນຶກວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 117 ປີ ຢ່າງສຸດໃຈ! 🇱🇦
=================
ວັນທີ 13 ກໍລະກົດ 2026 ນີ້ ແມ່ນວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ (13 ກໍລະກົດ 1909 - 13 ກໍລະກົດ 2026) ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ.

ປະທານ ສຸພານຸວົງ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ເປັນແບບຢ່າງອັນໃສແຈ້ງທາງດ້ານຄຸນສົມບັດສິນທຳປະຕິວັດ, ຄວາມດຸໝັ່ນຂະຫຍັນພຽນ ແລະ ການອຸທິດເຫື່ອແຮງສະຕິປັນຍາ ເພື່ອພາລະກິດປະເທດຊາດ ແລະ ປະຊາຊົນ.

ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຂໍຮຽກຮ້ອງມາຍັງພະນັກງານ, ຄູ-ອາຈານ, ນັກຮຽນ, ຊາວໜຸ່ມ ແລະ ເຍົາວະຊົນ ຈົ່ງພ້ອມກັນສຶກສາຮ່ຳຮຽນເອົາຄຸນງາມຄວາມດີ ແລະ ແບບຢ່າງການດຳລົງຊີວິດອັນປະເສີດຂອງເພິ່ນ ເພື່ອມານຳໃຊ້ເຂົ້າໃນການສຶກສາຄົ້ນຄວ້າ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ.

#ວັນຄ້າຍວັນເກີດປະທານສຸພານຸວົງ #ປະທານສຸພານຸວົງ #ພະແນກສຶກສາທິການແລະກິລາແຂວງສະຫວັນນະເຂດ

17/06/2026
17/06/2026

ຫ້ອງການກະຊວງສຶກສາທິການ ແລະ ກິລາ ໄດ້ອອກແຈ້ງການສະບັບເລກທີ 2697/ຫກ ເພື່ອເຕືອນໄພສັງຄົມຢ່າງເປັນທາງການ ກ່ຽວກັບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນໄລຍະການຈັດຕັ້ງການສອບເສັງຈົບຊັ້ນມັດທະຍົມສຶກສາ ມ.4 ແລະ ມ.7 ປະຈຳສົກຮຽນ 2025-2026.
=================
ຫຼັງຈາກພົບວ່າມີກຸ່ມຄົນບໍ່ຫວັງດີ ສ້າງກຸ່ມທາງສື່ອອນລາຍເພື່ອໂຄສະນາຕົວະຍົວະຫຼອກລວງໃຫ້ນັກຮຽນໂອນເງິນເຂົ້າບັນຊີ ໂດຍອ້າງວ່າຈະຊ່ວຍໃຫ້ໄດ້ຄະແນນສອບເສັງທີ່ດີ ເຊິ່ງກາຍເປັນປະເດັນທີ່ສັງຄົມໃຫ້ຄວາມສົນໃຈຢ່າງຫຼວງຫຼາຍ. ຈາກການລົງເລິກສືບສວນ-ສອບສວນຂອງຄະນະສະເພາະກິດ ພົບວ່າມີກຸ່ມເປົ້າໝາຍທີ່ເຄື່ອນໄຫວຫຼອກລວງຢ່າງໜ້ອຍ 3 ກຸ່ມຫຼັກ ຄື:

- ກຸ່ມທີ 1: ເດີມໃຊ້ຊື່ກຸ່ມວ່າ “ຮັບແກ້ບົດສອບເສັງ ມ.4 ແລະ ມ.7” ກ່ອນຈະປ່ຽນຊື່ເປັນ “ກຸ່ມຂາຍເຄື່ອງລາຄາສົ່ງ ລາວ-ໄທ-ຈີນ”. ກຸ່ມນີ້ໄດ້ຮຽກເກັບເງິນນຳນັກຮຽນ 400,000 ກີບ/ຄົນ ໂດຍຮັບປະກັນໃຫ້ໄດ້ຄະແນນ 9-10. ປັດຈຸບັນມີສະມາຊິກຫຼົງເຊື່ອເຂົ້າກຸ່ມແລ້ວ 63 ຄົນ ໂດຍໃຫ້ໂອນເງິນເຂົ້າບັນຊີຊື່ APHILUCK KHUEMIXAI MR.

- ກຸ່ມທີ 2: ເຄື່ອນໄຫວພາຍໃຕ້ຊື່ “ໝູ່ເພື່ອນໜຶ່ງ” ໂດຍອ້າງວ່າຈະສົ່ງຄຳຕອບໃຫ້ໄດ້ຄະແນນ 9-10 ເຊັ່ນກັນ ແຕ່ຮຽກເກັບເງິນໃນລາຄາ 200,000 ກີບ/ຄົນ. ປັດຈຸບັນມີສະມາຊິກ 10 ຄົນ ໂດຍໃຫ້ໂອນເຂົ້າບັນຊີຊື່ KUAYCHENG CHAIPHAKDY MR.

- ກຸ່ມທີ 3: ໃຊ້ຊື່ວ່າ “ຂະໜານຕອບ ມ.4 2026" ຮຽກເກັບຄ່າໃຊ້ຈ່າຍ 100,000 ກີບ/ຄົນ ໂດຍໃຫ້ໂອນເຂົ້າບັນຊີຊື່ YER VANG TOUALLE MR. ກຸ່ມນີ້ມີ 2 ກຸ່ມຍ່ອຍ ເຊິ່ງມີສະມາຊິກ 7 ຄົນ ແລະ 126 ຄົນ ຕາມລຳດັບ. ນອກຈາກນີ້ ຍັງມີບຸກຄົນຊື່ ທ້າວ ຈີໂນ້ ຈັນທະແສງ ເປັນຜູ້ໂຄສະນາຊວນເຊື່ອໃຫ້ນັກຮຽນເຂົ້າຮ່ວມ. ຜູ້ກ່ຽວໄດ້ເຄື່ອນໄຫວມາແລ້ວ 2 ປີ ແລະ ຢືນຢັນວ່າສາມາດຊ່ວຍໃຫ້ໄດ້ຄະແນນ 9-10 ຈົນຮອດຂັ້ນໄດ້ໃບປະກາດແດງ. ບັນຊີທີ່ຮັບເງິນແມ່ນອອກຊື່ APHILUCK KHUEMIXAI MR.
ຕໍ່ກັບສະພາບການດັ່ງກ່າວ, ທາງກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ແຈ້ງການຢ່າງຮີບດ່ວນມາຍັງພະແນກສຶກສາທິການ ແລະ ກິລາທຸກຂັ້ນ ຕະຫຼອດຮອດໂຮງຮຽນ ເພື່ອໃຫ້ແຈ້ງເຕືອນໄປຍັງຜູ້ປົກຄອງ, ສະມາຄົມພໍ່ແມ່ນັກຮຽນ, ຄູ-ອາຈານ ແລະ ນ້ອງນັກຮຽນ ຈົ່ງມີສະຕິລະວັງຕົວສູງ. ກະຊວງຮຽກຮ້ອງບໍ່ໃຫ້ຫຼົງເຊື່ອຄຳໂຄສະນາຫຼອກລວງ ແລະ ບໍ່ໃຫ້ໂອນເງິນເຂົ້າບັນຊີຂອງກຸ່ມຄົນດັ່ງກ່າວຢ່າງເດັດຂາດ.
ຕໍ່ແຈ້ງການນີ້ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ໃຫ້ທັດສະນະ ແລະ ກ່າວເນັ້ນໜັກຕໍ່ປະເດັນນີ້ວ່າ: "ສຳລັບແຂວງຂອງພວກເຮົາ ຈະໄດ້ຮີບຮ້ອນນຳເອົາແຈ້ງການສະບັບນີ້ໄປຜັນຂະຫຍາຍ ແລະ ແຈ້ງເຕືອນໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງໃນທົ່ວແຂວງຮັບຊາບຢ່າງທົ່ວເຖິງ ໂດຍສະເພາະບັນດາໂຮງຮຽນ, ຄູ-ອາຈານ ແລະ ພໍ່ແມ່ຜູ້ປົກຄອງນັກຮຽນ ເພື່ອໃຫ້ມີສະຕິລະວັງຕົວສູງສຸດ. ພ້ອມດຽວກັນນີ້, ພວກເຮົາຈະໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຕິດຕາມ ແລະ ກວດກາຢ່າງໃກ້ຊິດ. ຖ້າຫາກພົບເຫັນວ່າມີບຸກຄົນ ຫຼື ກຸ່ມຄົນໃດເຄື່ອນໄຫວໃນລັກສະນະດັ່ງກ່າວໃນພື້ນທີ່ແຂວງສະຫວັນນະເຂດ ພວກເຮົາຈະປະສານງານກັບເຈົ້າໜ້າທີ່ ເພື່ອດຳເນີນການຕາມລະບຽບກົດໝາຍຢ່າງເດັດຂາດ. ຈຶ່ງຂໍຮຽກຮ້ອງມາຍັງນ້ອງນັກຮຽນທຸກຄົນ ຈົ່ງຢ່າໄດ້ຫຼົງເຊື່ອຄຳໂຄສະນາທີ່ຜິດກົດໝາຍ ແຕ່ຂໍໃຫ້ຕັ້ງໃຈຄົ້ນຄວ້າຮ່ຳຮຽນ ເພື່ອສອບເສັງດ້ວຍຄວາມຮູ້ຄວາມສາມາດທີ່ແທ້ຈິງຂອງຕົນເອງ."
ພ້ອມນີ້ ຫາກພາກສ່ວນໃດພົບເຫັນກໍລະນີຫຍໍ້ທໍ້ ຫຼື ພຶດຕິກຳທີ່ຜິດປົກກະຕິໃນລັກສະນະດຽວກັນນີ້ ໃຫ້ຮີບຮ້ອນແຈ້ງມາຍັງພາກສ່ວນກ່ຽວຂ້ອງ ຫຼື ກະຊວງສຶກສາທິການ ແລະ ກິລາ ຮັບຊາບໃນເວລາອັນຄວນ ເພື່ອດຳເນີນການແກ້ໄຂ ແລະ ສະກັດກັ້ນໃຫ້ທັນເວລາ.

07/06/2026

📣 ແຈ້ງການ ເປີດຮັບສະໝັກທຶນການສຶກສາລັດຖະບານ ແລະ ທຶນທ່ານເຈົ້າແຂວງສະຫວັນນະເຂດ ສົກປີ 2026-2027
=================
ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ອອກແຈ້ງການສະບັບເລກທີ 1064/ສກຂ ລົງວັນທີ 28 ພຶດສະພາ 2026 ເພື່ອແຈ້ງໃຫ້ນັກຮຽນທີ່ຈົບຊັ້ນ ມ.7 ທົ່ວແຂວງຊາບ ກ່ຽວກັບການກະກຽມຄັດເລືອກນັກຮຽນ ເພື່ອເຂົ້າສຶກສາຕໍ່ໃນສະຖາບັນການສຶກສາຊັ້ນສູງ ພາຍໃຕ້ທຶນການສຶກສາຂອງລັດຖະບານ (ທຶນໃນແຜນ) ແລະ ທຶນການສຶກສາຂອງທ່ານເຈົ້າແຂວງສະຫວັນນະເຂດ ສໍາລັບສົກຮຽນ 2026-2027.
🎓 ປະເພດທຶນ ແລະ ນະໂຍບາຍເບ້ຍລ້ຽງ:
1. ທຶນເຂົ້າຮຽນມະຫາວິທະຍາໄລ 04 ແຫ່ງ (ມ.ແຫ່ງຊາດ, ມ.ສຸພານຸວົງ, ມ.ສະຫວັນນະເຂດ ແລະ ມ.ຈຳປາສັກ):
- ສາຍທົ່ວໄປ ຈະໄດ້ຮັບເບ້ຍລ້ຽງ: 500,000 ກີບ/ເດືອນ.
- ສາຍຄູ ຈະໄດ້ຮັບເບ້ຍລ້ຽງ: 700,000 ກີບ/ເດືອນ.

2. ທຶນຮຽນວິຊາຊີບຄູ (ເຂົ້າຮຽນທີ່ ວິທະຍາໄລຄູສະຫວັນນະເຂດ ແລະ ມະຫາວິທະຍາໄລສະຫວັນນະເຂດ):
- ເປັນທຶນຂອງທ່ານກຳມະການສູນກາງພັກ ເລຂາພັກແຂວງ ສົມທົບກັບທຶນກະຊວງ ຈະໄດ້ຮັບເບ້ຍລ້ຽງ: 1,400,000 ກີບ/ເດືອນ.

3. ທຶນຮຽນວິຊາຊີບ (ເຂົ້າຮຽນທີ່ ວິທະຍາໄລເຕັກນິກ-ວິຊາຊີບ ສະຫວັນນະເຂດ):
- ທຶນການສຶກສາຂອງລັດຖະບານ (ທຶນໃນແຜນມີເບ້ຍລ້ຽງ).

📌 ມາດຖານ ແລະ ເງື່ອນໄຂຂອງຜູ້ສະໝັກ:
- ເປັນນັກຮຽນ-ນັກສຶກສາທີ່ຈົບຊັ້ນ ມ.7 ຫຼື ທຽບເທົ່າ ແລະ ພະນັກງານ-ລັດຖະກອນ.
- ມີສຸຂະພາບຮ່າງກາຍແຂງແຮງດີ.
- ມີຄຸນສົມບັດດີ, ມີຜົນການຮຽນສະເລ່ຍບໍ່ຫຼຸດ 6.
- ບຸລິມະສິດແມ່ນໃຫ້ແກ່ຜູ້ດ້ອຍໂອກາດ ແລະ ຜູ້ທີ່ມາຈາກເຂດຫ່າງໄກສອກຫຼີກ.

📄 ເອກະສານທີ່ຕ້ອງປະກອບ:
ນັກຮຽນທີ່ສະໝັກ ຕ້ອງປະກອບເອກະສານດັ່ງນີ້:
- ຊີວະປະຫວັດນັກຮຽນ ມ.7 (ສຳເນົາສີ 02 ສະບັບ)
- ໃບປະກາດຈົບຊັ້ນ ມ.7 ແລະ ໃບຄະແນນຈົບ ມ.7 (ສຳເນົາສີ ຢ່າງລະ 02 ສະບັບ)
- ປື້ມສຳມະໂນຄົວ ຫຼື ບັດປະຈຳໂຕ (ສຳເນົາສີ 02 ສະບັບ)
- ປື້ມຕິດຕາມການຮຽນ (ສຳເນົາສີ 01 ສະບັບ)
- ຮູບຕິດບັດຂະໜາດ 3x4 (ຈຳນວນ 06 ໃບ)

🚨 ກຳນົດເວລາສົ່ງເອກະສານ:
ກຳນົດປິດຮັບສະໝັກ ແລະ ຍື່ນເອກະສານຢ່າງເປັນທາງການ ແມ່ນ ວັນທີ 25 ກັນຍາ 2026.
ໃຫ້ຜູ້ສະໝັກໄປພົວພັນນຳຫ້ອງການສຶກສາທິການ ແລະ ກິລາເມືອງ/ນະຄອນ ຂອງຕົນ ເພື່ອສັງລວມລາຍຊື່ ແລະ ອອກໃບນຳສົ່ງ ມາຍັງ ຂະແໜງວິທະຍາສາດ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ, ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ.

📞 ຜູ້ປະສານງານ:
ອຈ ສີປະເສີດ ແກ້ວມະນີໄຊ: 020 91708483
ອຈ ລຳໄມ ບຸດຕະຂັນ:​ 020 59971111

Address

ຖະໜົນສິຣິສຶກສາ, ບ້ານສຸນັນທາ, ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ
Savannakhét
13000

Opening Hours

Monday 08:00 - 04:30
Tuesday 08:00 - 16:30
Wednesday 08:00 - 16:20
Thursday 08:00 - 16:30
Friday 08:00 - 16:30

Alerts

Be the first to know and let us send you an email when ສູນໄອຊີທີພະແນກສຶກທິການ ແລະ ກິລາແຂວງສະຫວັນນະເຂດ - ICT Center Savannakhet posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share