ລາຍການເພື່ອນການສຶກສາ ແລະ ກິລາແຂວງສະຫວັນນະເຂດ

ລາຍການເພື່ອນການສຶກສາ ແລະ ກິລາແຂວງສະຫວັນນະເຂດ Contact information, map and directions, contact form, opening hours, services, ratings, photos, videos and announcements from ລາຍການເພື່ອນການສຶກສາ ແລະ ກິລາແຂວງສະຫວັນນະເຂດ, Government Organization, ຖະໜົນ A1, ບ້ານໂພນສະຫວ່າງໃຕ້, ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ, Savannakhét.

ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍພະແນກ ສກຂ ລົງຊຸກຍູ້ວັນໄຂສົກຮຽນໃໝ່ ແລະ ມອບເຄື່ອງຊ່ວຍເຫຼືອ ຢູ່ເມືອງຊົນນະບູລີ========...
03/09/2026

ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍພະແນກ ສກຂ ລົງຊຸກຍູ້ວັນໄຂສົກຮຽນໃໝ່ ແລະ ມອບເຄື່ອງຊ່ວຍເຫຼືອ ຢູ່ເມືອງຊົນນະບູລີ
=================
ໃນວັນທີ 1 ກັນຍາ 2026 ຜ່ານມານີ້ ເມືອງຊົນນະບູລີ ໄດ້ຈັດພິທີໄຂສົກຮຽນໃໝ່ ປະຈຳສົກປີ 2026-2027 ຢ່າງເປັນທາງການ ຢູ່ໂຮງຮຽນມັດທະຍົມສົມບູນລຳທວາຍ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ພ້ອມດ້ວຍ ທ່ານ ສະຫງວນຮັກ ທົງພັກດີ ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຕະຫຼອດຮອດ ທ່ານ ພັນເອກ ກອງມີ ມຽງມະນີ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງຊົນນະບູລີ ທ່ານ ກໍລະກັນ ໄຊຍະລີນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍຄະນະກຳມະການປົກຄອງຕາແສງຕັ່ງຫວາຍລຳທວາຍ ຄະນະພັດທະນາການສຶກສາຂັ້ນບ້ານ ອຳນາດການປົກຄອງບ້ານ ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີ ທ່ານ ອາຈານ ທອງໃບ ສີຂັນທອງ ຜູ້ອຳນວຍການໂຮງຮຽນມັດທະຍົມສົມບູນລຳທວາຍ ໄດ້ລາຍງານການກະກຽມຄວາມພ້ອມ ໂດຍໃຫ້ຮູ້ວ່າ: ສຳລັບສົກຮຽນ 2026-2027 ນີ້ ໄດ້ກຳນົດເອົາໂຮງຮຽນມັດທະຍົມສົມບູນລຳທວາຍ ເປັນບ່ອນເປີດສົກຮຽນໃໝ່ຕົວແບບຂອງເມືອງ ເຊິ່ງປັດຈຸບັນໂຮງຮຽນມີອາຄານຮຽນ 3 ຫຼັງ (ກຳລັງກໍ່ສ້າງ 1 ຫຼັງ) ມີ 11 ຫ້ອງຮຽນແຕ່ຊັ້ນ ມ.1 ຫາ ມ.7 ມີນັກຮຽນທັງໝົດ 352 ຄົນ ຍິງ 197 ຄົນ ແລະ ມີຄູ-ອາຈານ 16 ຄົນ ຍິງ 5 ຄົນ. ໃນໄລຍະ 1 ປີຜ່ານມາ ຄູ-ອາຈານໄດ້ສຸມໃສ່ການສິດສອນຕາມ 3 ລັກສະນະ 3 ຂໍ້ແຂ່ງຂັນ ແລະ 5 ຫຼັກມູນຂອງການສຶກສາ. ສຳລັບດ້ານຄວາມພ້ອມຂອງອາຄານຮຽນ ໂຕະ ຕັ່ງ ແລະ ອຸປະກອນການຮຽນ-ການສອນ ແມ່ນກະກຽມໄດ້ 100%. ພ້ອມກັນນີ້ ທ່ານຍັງໄດ້ຍົກໃຫ້ເຫັນຂໍ້ມູນລວມ ເຊິ່ງທົ່ວເມືອງຊົນນະບູລີ ມີໂຮງຮຽນອະນຸບານ 49 ແຫ່ງ ປະຖົມສົມບູນ 89 ແຫ່ງ ມັດທະຍົມຕອນຕົ້ນ 11 ແຫ່ງ ແລະ ມັດທະຍົມສົມບູນ 4 ແຫ່ງ.
ໂອກາດດັ່ງກ່າວ ທ່ານ ທອງໃສ ໄຊຍະວົງຄຳດີ ໄດ້ໂອ້ລົມເນັ້ນໜັກວ່າ ການຈັດພິທີໄຂສົກຮຽນໃໝ່ ເປັນການສ້າງເງື່ອນໄຂກະຕຸກຊຸກຍູ້ໃຫ້ຜູ້ບໍລິຫານການສຶກສາ ຄູ-ອາຈານ ທຸກການຈັດຕັ້ງ ແລະ ທຸກພາກສ່ວນ ເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບ ເພື່ອຮັບປະກັນໃຫ້ນັກຮຽນໄດ້ເຂົ້າຮຽນຢ່າງທັນເວລາ. ໃນຕອນທ້າຍ ທ່ານຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະນຳຂອງເມືອງ ແລະ ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງ ຍັງໄດ້ມອບອຸປະກອນການຮຽນ ຊຸດນັກຮຽນ ແລະ ອຸປະກອນກິລາ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນລຳທວາຍ ແລະ ໂຮງຮຽນປະຖົມລຳທວາຍ ຕື່ມອີກ.
ຫຼັງຈາກສຳເລັດພິທີ ທ່ານ ທອງໃສ ໄຊຍະວົງຄຳດີ ພ້ອມຄະນະ ໄດ້ເດີນທາງໄປສຳຫຼວດເບິ່ງຂົວຈົມແກ້ງຕະລ້ອງຕ້ອງເຊກົງກາມ ເພື່ອສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງຂົວໃໝ່ ເນື່ອງຈາກໃນລະດູຝົນ ປະຊາຊົນຫຼາຍບ້ານທີ່ອາໄສຢູ່ຟາກເຊ ປະສົບຄວາມຫຍຸ້ງຍາກລຳບາກໃນການສັນຈອນໄປມາ ການຂົນສົ່ງຜົນຜະລິດກະສິກຳ ແລະ ການເດີນທາງໄປໂຮງຮຽນຂອງລູກຫຼານ. ພ້ອມດຽວກັນນັ້ນ ທາງຄະນະຍັງໄດ້ນຳເອົາເຄື່ອງຊ່ວຍເຫຼືອປະເພດ ເຂົ້າສານ ໝີ່ ແລະ ປາກະປ໋ອງ ໄປມອບໃຫ້ແກ່ຕາແສງຕັ່ງຫວາຍລຳທວາຍ ເພື່ອເປັນການບັນເທົາທຸກເບື້ອງຕົ້ນ.

ຮອງເລຂາພັກແຂວງສະຫວັນນະເຂດ ແລະ ພະແນກ ສກຂລົງຊຸກຍູ້ວັນໄຂສົກຮຽນໃໝ່ ພ້ອມມອບເຄື່ອງຊ່ວຍເຫຼືອ ຢູ່ເມືອງນອງ=================ໃນຕອນເ...
03/09/2026

ຮອງເລຂາພັກແຂວງສະຫວັນນະເຂດ ແລະ ພະແນກ ສກຂລົງຊຸກຍູ້ວັນໄຂສົກຮຽນໃໝ່ ພ້ອມມອບເຄື່ອງຊ່ວຍເຫຼືອ ຢູ່ເມືອງນອງ
=================
ໃນຕອນເຊົ້າຂອງວັນທີ 1 ກັນຍາ 2026 ຜ່ານມານີ້ ທ່ານ ວາລິຍະ ສີຈັນທອງທິບ ຮອງເລຂາພັກແຂວງສະຫວັນນະເຂດ ຜູ້ຊີ້ນຳວຽກງານຮອບດ້ານຂອງເມືອງນອງ ພ້ອມດ້ວຍ ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຕະຫຼອດຮອດຄະນະນຳຈາກພະແນກການກ່ຽວຂ້ອງຂັ້ນແຂວງ ແລະ ພາກສ່ວນທຸລະກິດ ໄດ້ລົງເຄື່ອນໄຫວເຂົ້າຮ່ວມພິທີໄຂສົກຮຽນໃໝ່ ປະຈຳສົກປີ 2026-2027 ຢ່າງເປັນຂະບວນການຟົດຟື້ນ ຢູ່ໂຮງຮຽນມັດທະຍົມຕອນຕົ້ນຊວງ ແລະ ໂຮງຮຽນມັດທະຍົມຕອນຕົ້ນແກ້ງລີ້ນ ເມືອງນອງ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ຈິນດາວັນ ບຸດລາສີ ເລຂາພັກເມືອງນອງ ພ້ອມດ້ວຍອຳນາດການປົກຄອງບ້ານ ຄູ-ອາຈານ ແລະ ນ້ອງນັກຮຽນ.
ໃນພິທີ ທ່ານຮອງເລຂາພັກແຂວງ ໄດ້ນຳເອົາອຸປະກອນກິລາ ແລະ ອຸປະກອນການຮຽນ ເປັນຕົ້ນແມ່ນ: ຖົງປຶ້ມ ເກີບ ແລະ ຊຸດນັກຮຽນ ໄປມອບໃຫ້ທັງສອງໂຮງຮຽນ ເຊິ່ງມີນັກຮຽນໄດ້ຮັບການຊ່ວຍເຫຼືອທັງໝົດ 304 ຄົນ ຍິງ 156 ຄົນ. ໃນນັ້ນ ໂຮງຮຽນ ມ.ຕ ແກ້ງລີ້ນ ມີນັກຮຽນທັງໝົດ 104 ຄົນ ຍິງ 57 ຄົນ (ໃນນີ້ມີນັກຮຽນກິນນອນ 95 ຄົນ ຍິງ 45 ຄົນ) ແລະ ໂຮງຮຽນ ມ.ຕ ຊວງ ປະກອບມີນັກຮຽນຊັ້ນມັດທະຍົມ 128 ຄົນ ຍິງ 55 ຄົນ ແລະ ນັກຮຽນຊັ້ນປະຖົມ 72 ຄົນ ຍິງ 44 ຄົນ.
ສຳລັບເຄື່ອງຊ່ວຍເຫຼືອທີ່ນຳມາມອບໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກຫຼາຍພາກສ່ວນ ເຊັ່ນ: ເຂດເສດຖະກິດພິເສດສະຫວັນ-ເຊໂນ ມອບເງິນ 5.000.000 ກີບ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ມອບເງິນ 4.200.000 ກີບ, ບໍລິສັດ ຫອມມາລາ ແກ້ວອ່ອນຕາ ມອບເຂົ້າສານ 1 ໂຕນ ມູນຄ່າ 17.500.000 ກີບ ພ້ອມດ້ວຍດອກໄຟ 50 ດອກ ໃຫ້ ມ.ຕ ແກ້ງລີ້ນ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ ມອບເກີບ 50 ຄູ່ ມູນຄ່າ 10.000.000 ກີບ ແລະ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ມອບເຂົ້າສານ 800 ກິໂລ ພ້ອມຊຸດເຄື່ອງຄົວ ລວມມູນຄ່າ 14 ລ້ານກວ່າກີບ. ໂອກາດດຽວກັນນີ້ ຍັງໄດ້ມີການມອບໃບຍ້ອງຍໍສັນລະເສີນໃຫ້ແກ່ບຸກຄົນ ແລະ ພາກສ່ວນທຸລະກິດ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານອັນລວມຂອງຊາດອີກດ້ວຍ.
ໂອກາດດັ່ງກ່າວ ທ່ານ ວາລິຍະ ສີຈັນທອງທິບ ຍັງໄດ້ພົບປະໂອ້ລົມກັບອຳນາດການປົກຄອງບ້ານ ຄູ-ອາຈານ ແລະ ພໍ່ແມ່ຜູ້ປົກຄອງ ເພື່ອປຶກສາຫາລືກ່ຽວກັບບັນຫາການປະລະການຮຽນຂອງເດັກໃນສົກປີຜ່ານມາ. ຜ່ານການສອບຖາມພົບວ່າ ສາເຫດຫຼັກແມ່ນມາຈາກຄວາມທຸກຍາກ ຄອບຄົວຂາດເຂີນທຶນຮອນສຳລັບຄ່າອຸປະກອນການຮຽນ ເຄື່ອງນຸ່ງ ແລະ ຄ່າເດີນທາງ, ບາງຄອບຄົວຂາດແຮງງານຈຶ່ງຈຳເປັນຕ້ອງໃຫ້ເດັກອອກໂຮງຮຽນເພື່ອໄປຊ່ວຍວຽກຄອບຄົວ ປະກອບກັບໄລຍະທາງໄປໂຮງຮຽນທີ່ຫ່າງໄກເຊິ່ງສ້າງຄວາມຫຍຸ້ງຍາກຫຼາຍໃນລະດູຝົນ.
ຕໍ່ກັບສະພາບຄວາມເປັນຈິງດັ່ງກ່າວ ທ່ານຮອງເລຂາພັກແຂວງ ໄດ້ໃຫ້ຄຳໝັ້ນສັນຍາວ່າ ທາງຂັ້ນເທິງຈະສືບຕໍ່ຕອບສະໜອງອຸປະກອນການຮຽນ ແລະ ຊຸດເຄື່ອງແບບນັກຮຽນໃຫ້ຕະຫຼອດໄລຍະການສຶກສາ ພ້ອມທັງຈະຊ່ວຍເຫຼືອສະໜອງເຂົ້າກິນໃຫ້ແກ່ໂຮງຮຽນກິນນອນທັງສອງແຫ່ງຢ່າງຕໍ່ເນື່ອງ. ພ້ອມກັນນັ້ນ ທ່ານຍັງໄດ້ມອບໝາຍໃຫ້ອຳນາດການປົກຄອງເມືອງ ແລະ ຄະນະໂຮງຮຽນ ເອົາໃຈໃສ່ຕິດຕາມຊຸກຍູ້ຢ່າງໃກ້ຊິດ ເພື່ອໃຫ້ນັກຮຽນກັບຄືນມາເຂົ້າຫ້ອງຮຽນຢ່າງເປັນປົກກະຕິ.

02/09/2026
ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ລົງຢ້ຽມຢາມຊຸກຍູ້ໂຮງຮຽນ ມສ ສະຫວັນ, ມສ ໂພນສະຫວັນ ແລະ ມສ ອຸດົມວິໄລ ໃນວັນໄຂສົກຮຽນໃໝ...
02/09/2026

ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ລົງຢ້ຽມຢາມຊຸກຍູ້ໂຮງຮຽນ ມສ ສະຫວັນ, ມສ ໂພນສະຫວັນ ແລະ ມສ ອຸດົມວິໄລ ໃນວັນໄຂສົກຮຽນໃໝ່
=================
ໃນຕອນເຊົ້າຂອງວັນທີ 1 ກັນຍາ 2026 ເຊິ່ງເປັນມື້ໄຂສົກຮຽນໃໝ່ ປະຈຳສົກປີ 2026-2027 ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ລົງເຄື່ອນໄຫວຢ້ຽມຢາມຖາມຂ່າວ ແລະ ຊຸກຍູ້ການເປີດສົກຮຽນໃໝ່ ຢູ່ບັນດາໂຮງຮຽນທີ່ຂຶ້ນກັບການຄຸ້ມຄອງຂອງພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ເຊິ່ງປະກອບມີ: ໂຮງຮຽນມັດທະຍົມສົມບູນສະຫວັນ ໂຮງຮຽນມັດທະຍົມສົມບູນໂພນສະຫວັນ ແລະ ໂຮງຮຽນມັດທະຍົມສົມບູນອຸດົມວິໄລ.
ການລົງເຄື່ອນໄຫວໃນຄັ້ງນີ້ ແມ່ນເພື່ອສະແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ໃຫ້ກຳລັງໃຈມາຍັງຄະນະຜູ້ບໍລິຫານໂຮງຮຽນ ຄູ-ອາຈານ ຕະຫຼອດຮອດລູກຫຼານນັກຮຽນ ໃນມື້ເລີ່ມຕົ້ນຂອງການສຶກສາຮ່ຳຮຽນໃນສົກໃໝ່ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຄະນະອຳນວຍການ ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນຂອງແຕ່ລະໂຮງຮຽນ.
ໂອກາດທີ່ລົງຢ້ຽມຢາມແຕ່ລະຈຸດ ທ່ານ ອະນຸສອນ ສຸດທິວົງ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳທີ່ສຳຄັນ ໂດຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງວຽກງານການສຶກສາວ່າ ເປັນວຽກງານທີ່ເປັນໃຈກາງ ແລະ ເປັນກຸນແຈສຳຄັນທີ່ສຸດໃນການພັດທະນາຊັບພະຍາກອນມະນຸດ ເພື່ອນຳໄປສູ່ການພັດທະນາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າ. ປະເທດຊາດຈະເຂັ້ມແຂງໄດ້ ແມ່ນຂຶ້ນກັບການສຶກສາທີ່ມີຄຸນນະພາບ ແລະ ການສ້າງຄົນໃຫ້ມີທັງຄວາມຮູ້ຄວາມສາມາດຄຽງຄູ່ກັບການມີຄຸນສົມບັດສິນທຳ. ພ້ອມກັນນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ຄະນະຜູ້ບໍລິຫານ ແລະ ຄູ-ອາຈານ ຈົ່ງສືບຕໍ່ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃນການຖ່າຍທອດຄວາມຮູ້ ພັດທະນາການຮຽນ-ການສອນໃຫ້ມີຄຸນນະພາບ ສຶກສາອົບຮົມແນວຄິດນັກຮຽນ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ລູກຫຼານ.
ສຳລັບລູກຫຼານນັກຮຽນ ທ່ານ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ຮຽກຮ້ອງໃຫ້ທຸກຄົນຈົ່ງຕັ້ງໃຈສຶກສາຮ່ຳຮຽນ ຄົ້ນຄວ້າຫາຄວາມຮູ້ໃໝ່ໆ ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນນັກຮຽນດີ ນັກຮຽນເກັ່ງ ເຄົາລົບລະບຽບວິໄນຂອງໂຮງຮຽນຢ່າງເຂັ້ມງວດ ຟັງຄຳສັ່ງສອນຂອງພໍ່ແມ່ ແລະ ຄູ-ອາຈານ. ພ້ອມທັງຮຽກຮ້ອງໃຫ້ຫຼີກເວັ້ນໃຫ້ໄກຈາກປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໂດຍສະເພາະແມ່ນຢາເສບຕິດ ແລະ ການໃຊ້ເວລາຫວ່າງໄປໃນທາງທີ່ບໍ່ເກີດປະໂຫຍດ ເພື່ອກະກຽມຄວາມພ້ອມໃຫ້ແກ່ຕົນເອງໃນການກາຍເປັນກຳລັງແຮງທີ່ສຳຄັນໃນການສ້າງສາພັດທະນາບ້ານເກີດເມືອງນອນ ແລະ ປະເທດຊາດໃນອະນາຄົດ.

ທ່ານເລຂາພັກແຂວງສະຫວັນນະເຂດ ແລະ  ພະແນກ ສກຂ ລົງມອບເຄື່ອງຊ່ວຍເຫຼືອໃຫ້ບ້ານເດັກນ້ອຍ SOS ແລະ ຊຸກຍູ້ການສ້າງອາຊີບທີ່ສະມາຄົມແສງສະ...
02/09/2026

ທ່ານເລຂາພັກແຂວງສະຫວັນນະເຂດ ແລະ ພະແນກ ສກຂ ລົງມອບເຄື່ອງຊ່ວຍເຫຼືອໃຫ້ບ້ານເດັກນ້ອຍ SOS ແລະ ຊຸກຍູ້ການສ້າງອາຊີບທີ່ສະມາຄົມແສງສະຫວ່າງ
=================
ໃນວັນທີ 1 ກັນຍາ 2026 ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍ ທ່ານ ພົງຄຳຮັກ ບຸດທະວົງ ຄະນະປະຈຳພັກແຂວງ ເລຂາພັກນະຄອນໄກສອນພົມວິຫານ, ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຕະຫຼອດຮອດຄະນະນຳຂອງແຂວງ ພະແນກການອ້ອມຂ້າງ ແລະ ພາກສ່ວນທຸລະກິດ ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ແກ່ບ້ານເດັກນ້ອຍ SOS ແລະ ຢ້ຽມຢາມສະມາຄົມແສງສະຫວ່າງຊ່ວຍເຫຼືອເດັກ ແລະ ແມ່ຍິງ ທີ່ນະຄອນໄກສອນພົມວິຫານ.
ໂອກາດນີ້ ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ຮັບຟັງການລາຍງານສະພາບລວມຂອງບ້ານເດັກ SOS ຈາກຜູ້ຊ່ວຍຜູ້ອຳນວຍການ. ປັດຈຸບັນ ມີເດັກໃນຄວາມດູແລທັງໝົດ 114 ຄົນ ຍິງ 58 ຄົນ (ໃນນີ້ເປັນເດັກນອກ 33 ຄົນ ແລະ ເດັກໃນ 81 ຄົນ) ເຊິ່ງໄດ້ສົ່ງເດັກກັບຄອບຄົວເດີມ 1 ຄົນ ໂດຍມີແມ່ລ້ຽງ ແລະ ນ້າສາວທັງໝົດ 13 ຄົນ. ໃນໄລຍະ 1 ເດືອນຜ່ານມາ ທາງບ້ານເດັກໄດ້ຈັດກິດຈະກຳພັດທະນາແມ່-ນ້າສາວ ລວມເຖິງການລົງຢ້ຽມຢາມຄອບຄົວ ແລະ ຕິດຕາມສຸຂະພາບແມ່ ແລະ ເດັກ. ຢ່າງໃດກໍຕາມ ທາງບ້ານເດັກຍັງມີຄວາມຕ້ອງການສະໜັບສະໜູນປະເພດເຂົ້າສານ, ອາຫານແຫ້ງ, ສະບູ, ຝຸ່ນຊັກຟອກ, ງົບປະມານສົມທົບຈາກທາງແຂວງ ແລະ ຍັງຂາດແຄນນ້າສາວຜູ້ດູແລເດັກ. ຈາກນັ້ນ ທ່ານເລຂາພັກແຂວງ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະບໍລິຫານບ້ານເດັກເອົາໃຈໃສ່ຝຶກຫັດ ແລະ ສຶກສາອົບຮົມເດັກໃຫ້ກາຍເປັນບຸກຄະລາກອນທີ່ດີຂອງສັງຄົມ ພ້ອມທັງມອບເງິນສົດຈຳນວນ 20.000.000 ກີບ ແລະ ເຄື່ອງຊ່ວຍເຫຼືອລວມມີ: ເຂົ້າສານ, ອາຫານແຫ້ງ, ໄຂ່ໄກ່, ນົມ, ຖົງປຶ້ມ, ເຄື່ອງກິລາ, ນ້ຳດື່ມ, ຂະໜົມ, ອຸປະກອນການຮຽນ ແລະ ເຄື່ອງນອນ ລວມມູນຄ່າເຄື່ອງຊ່ວຍເຫຼືອ 120 ກວ່າລ້ານກີບ.
ເວລາຕໍ່ມາ ທ່ານ ບຸນໂຈມ ອຸບົນປະເສີດ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມສະມາຄົມແສງສະຫວ່າງ ເພື່ອຕິດຕາມສະພາບການຝຶກອົບຮົມວິຊາຊີບໃຫ້ແກ່ເດັກດ້ອຍໂອກາດ. ທາງສະມາຄົມໄດ້ລາຍງານການດຳເນີນງານ ເຊິ່ງເນັ້ນການຝຶກອົບຮົມທັກສະການດຳລົງຊີວິດ ແລະ ວິຊາຊີບ ເຊັ່ນ: ການອະນາໄມເຮືອນຊານ, ວຽກຫ້ອງການ, ການແຕ່ງກິນ, ການປູກຝັງ-ລ້ຽງສັດ, ຕັດຫຍິບ, ຕ່ຳຫູກ, ເສີມສວຍ ແລະ ທັກສະຄອມພິວເຕີ ໂດຍເນັ້ນໃສ່ຊາວໜຸ່ມຍິງຜູ້ດ້ອຍໂອກາດຈາກບັນດາເມືອງຕ່າງໆທົ່ວແຂວງ. ປັດຈຸບັນມີຜູ້ເຂົ້າຮັບການຝຶກອົບຮົມ 33 ຄົນ ເຊິ່ງຜ່ານມາໄດ້ມີຜູ້ຈົບໄປແລ້ວຫຼາຍຮຸ່ນ ແລະ ສາມາດນຳເອົາວິຊາຊີບໄປປະກອບອາຊີບສ້າງລາຍໄດ້ຢ່າງເປັນຮູບປະທຳ.
ໃນຕອນທ້າຍ ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ໃຫ້ທິດຊີ້ນຳແກ່ຜູ້ບໍລິຫານສະມາຄົມ ແລະ ຊາວໜຸ່ມຍິງທີ່ເປັນສະມາຊິກ ໃຫ້ນຳເອົາຄວາມຮູ້ໄປສ້າງອາຊີບໃຫ້ໄດ້ມາດຕະຖານ ເນື່ອງຈາກການຮຽນວິຊາຊີບແມ່ນການສ້າງລາຍໄດ້ໂດຍກົງໃຫ້ແກ່ຕົນເອງ ແລະ ຄອບຄົວ ເຊິ່ງມີຫຼາຍຕົວຢ່າງໃນສັງຄົມທີ່ປະສົບຜົນສຳເລັດຈາກການປະກອບອາຊີບວິຊາຊີບໂດຍບໍ່ຈຳເປັນຕ້ອງຈົບຊັ້ນສູງ. ທ່ານຍັງໄດ້ເນັ້ນໜັກວ່າ ການນຳແຂວງຍາມໃດກໍເປັນຫ່ວງເປັນໄຍຕໍ່ອະນາຄົດຂອງໄວໜຸ່ມ ເຊິ່ງຈະກາຍເປັນຜູ້ສືບທອດທີ່ມີຄວາມຮູ້ຄວາມສາມາດ. ພ້ອມນີ້ ການນຳແຂວງກໍໄດ້ມອບເຂົ້າສານ 500 ກິໂລ ພ້ອມດ້ວຍເງິນສົດ ແລະ ເຄື່ອງຊ່ວຍເຫຼືອຈຳນວນໜຶ່ງໃຫ້ແກ່ສະມາຄົມ ເພື່ອນຳໃຊ້ເຂົ້າໃນການບໍລິຫານງານຕໍ່ໄປ.

ການນຳແຂວງສະຫວັນນະເຂດ ແລະ ພະແນກ ສກຂ ລົງຊຸກຍູ້ວັນໄຂສົກຮຽນໃໝ່ ຢູ່ໂຮງຮຽນກິນນອນຊົນເຜົ່າໄຊພູວຽງ ເມືອງພີນ=================ໃນວັນ...
02/09/2026

ການນຳແຂວງສະຫວັນນະເຂດ ແລະ ພະແນກ ສກຂ ລົງຊຸກຍູ້ວັນໄຂສົກຮຽນໃໝ່ ຢູ່ໂຮງຮຽນກິນນອນຊົນເຜົ່າໄຊພູວຽງ ເມືອງພີນ
=================
ໃນວັນທີ 1 ກັນຍາ 2026 ຜ່ານມານີ້ ທ່ານ ຄຳຜຸຍ ສີບຸນເຮືອງ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ພ້ອມດ້ວຍ ທ່ານ ອາໂນລາດ ພິມໂວຫານ ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຕະຫຼອດຮອດຄະນະນຳຈາກພະແນກການອ້ອມຂ້າງແຂວງ ແລະ ນັກທຸລະກິດຈຳນວນໜຶ່ງ ໄດ້ເດີນທາງໄປເຂົ້າຮ່ວມພິທີໄຂສົກຮຽນໃໝ່ ປະຈຳສົກປີ 2026-2027 ພ້ອມທັງລົງມອບຊຸດນັກຮຽນ ອຸປະກອນການຮຽນ-ກິລາ ແລະ ເຄື່ອງອຸປະໂພກບໍລິໂພກທີ່ຈຳເປັນ ໃຫ້ແກ່ນ້ອງນັກຮຽນໂຮງຮຽນກິນນອນຊົນເຜົ່າໄຊພູວຽງ ເມືອງພີນ ໂດຍການຮ່ວມເດີນທາງຂອງ ທ່ານ ເກດສະໜາ ບຸດຕະວົງ ປະທານຄະນະກຳມະການປົກຄອງເມືອງພີນ ພ້ອມດ້ວຍອຳນາດການປົກຄອງບ້ານ ຄູ-ອາຈານ ຜູ້ປົກຄອງ ແລະ ນ້ອງນັກຮຽນເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນ.
ໃນພິທີ ໄດ້ຮັບຟັງການລາຍງານສະພາບລວມກ່ຽວກັບການກະກຽມໄຂສົກຮຽນໃໝ່. ໂຮງຮຽນມັດທະຍົມຕອນຕົ້ນສາມັນກິນນອນຊົນເຜົ່າ ແລະ ປະຖົມສົມບູນໄຊພູວຽງ ຕັ້ງຢູ່ບ້ານແກ້ງໄຊ ເຂດກຸ່ມບ້ານທີ 13 ຫ່າງຈາກຕົວເມືອງ 33 ກິໂລແມັດ ເຊິ່ງເປັນໂຮງຮຽນກິນນອນທີ່ເປີດສອນທັງຊັ້ນປະຖົມ ແລະ ມັດທະຍົມ. ປັດຈຸບັນ ມີອາຄານຮຽນ 3 ຫຼັງ ປະກອບມີ 14 ຫ້ອງຮຽນ ສອນນັບແຕ່ຫ້ອງກຽມປະຖົມ ຈົນເຖິງຊັ້ນ ມ.5, ມີຫໍພັກ 3 ຫຼັງ, ເຮືອນຄົວ 1 ຫຼັງ ແລະ ຫ້ອງນ້ຳ 3 ຫຼັງ. ໂຮງຮຽນມີນັກຮຽນທີ່ໄດ້ຮັບອັດຕາເບ້ຍລ້ຽງຂອງລັດ (ແຕ່ຊັ້ນ ມ.1 ຫາ ມ.4) ຈຳນວນ 180 ຄົນ ຍິງ 69 ຄົນ ໃນນີ້ເຂົ້າມານອນໃນຫໍພັກ 114 ຄົນ ຍິງ 38 ຄົນ. ສຳລັບພະນັກງານຄູ-ອາຈານມີທັງໝົດ 14 ຄົນ ຍິງ 7 ຄົນ (ຄູປະຖົມ 4 ຄົນ ແລະ ຄູມັດທະຍົມ 10 ຄົນ).
ໂອກາດດັ່ງກ່າວ ທ່ານ ຄຳຜຸຍ ສີບຸນເຮືອງ ພ້ອມຄະນະ ໄດ້ມອບເຄື່ອງຊ່ວຍເຫຼືອລວມມີ: ເຂົ້າສານ 1.400 ກິໂລ, ຊຸດນັກຮຽນ 310 ຊຸດ, ອຸປະກອນການຮຽນ-ກິລາ ແລະ ເຄື່ອງອຸປະໂພກບໍລິໂພກ ພ້ອມທັງມອບເງິນສົດ 10.000.000 ກີບ ເພື່ອຊຸກຍູ້ວຽກງານການສຶກສາ ແລະ ອີກ 10.000.000 ກີບ ສຳລັບປັບປຸງເຮືອນຄົວລວມ. ສຳລັບການຊ່ວຍເຫຼືອໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກຫຼາຍພາກສ່ວນ ເປັນຕົ້ນ: ບໍລິສັດ ພູນທະວີຊັບ ກໍ່ສ້າງ-ສ້ອມແປງຊົນລະປະທານ ແລະ ຕິດຕັ້ງໄຟຟ້າ ຈຳກັດ ມອບປຶ້ມຂຽນ, ອຸປະກອນກິລາ, ມຸ້ງ, ຜ້າຫົ່ມ ແລະ ຕູ້ແຊ່ ລວມມູນຄ່າ 32,8 ລ້ານກວ່າກີບ; ບໍລິສັດ ລາວມີໄຊ ມອບຊຸດຢາຖູແຂ້ວ 180 ຊຸດ, ມຸ້ງ 100 ດາງ ແລະ ຜ້າຫົ່ມ 100 ຜືນ ມູນຄ່າ 28 ລ້ານກີບ; ບໍລິສັດ ລາວມຸງຄຸນ ກໍ່ສ້າງຂົວທາງ ຈຳກັດ ມອບເຂົ້າສານ 1 ໂຕນ, ໝອນ 130 ໜ່ວຍ ແລະ ສາດ 130 ຜືນ ມູນຄ່າ 28 ລ້ານກີບ; ກຸ່ມບໍລິສັດ ສຸລິຍະພາໄຊ ມອບອຸປະກອນການຮຽນ ແລະ ອາຫານແຫ້ງ ມູນຄ່າ 6 ລ້ານກີບ ພ້ອມດ້ວຍ ພະແນກສາທາລະນະສຸກແຂວງ ທີ່ໄດ້ປະກອບສ່ວນຢາສາມັນປະຈຳເຮືອນຈຳນວນໜຶ່ງ.
ພ້ອມດຽວກັນນີ້ ທ່ານ ຄຳຜຸຍ ສີບຸນເຮືອງ ຍັງໄດ້ລົງຕິດຕາມສະພາບອາຄານຮຽນ, ຫໍພັກ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ພ້ອມທັງສອບຖາມເຖິງການກະກຽມຄວາມພ້ອມໃນການເປີດສົກຮຽນໃໝ່. ຕອນທ້າຍ ທ່ານຍັງໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ຄະນະນຳເມືອງ ອຳນາດການປົກຄອງບ້ານ ຄູ-ອາຈານ ແລະ ນ້ອງນັກຮຽນ ໂດຍເນັ້ນໜັກໃຫ້ທຸກພາກສ່ວນໃນສັງຄົມມີສ່ວນຮ່ວມເຂົ້າໃນວຽກງານການສຶກສາ ຊຸກຍູ້ສົ່ງເສີມໃຫ້ນັກຮຽນເອົາໃຈໃສ່ຕໍ່ການຮ່ຳຮຽນ ແລະ ສະກັດກັ້ນບັນຫາການປະລະການຮຽນຢ່າງເດັດຂາດ ເພື່ອສ້າງໃຫ້ນັກຮຽນມີຄວາມຮູ້ຄວາມສາມາດ ນຳໄປພັດທະນາຕົນເອງ ຄອບຄົວ ແລະ ທ້ອງຖິ່ນໃຫ້ດີຂຶ້ນກວ່າເກົ່າ.

ການນຳແຂວງສະຫວັນນະເຂດ ແລະ ພະແນກ ສກຂ ລົງຊຸກຍູ້ວັນໄຂສົກຮຽນໃໝ່ ຢູ່ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ=================ໃ...
02/09/2026

ການນຳແຂວງສະຫວັນນະເຂດ ແລະ ພະແນກ ສກຂ ລົງຊຸກຍູ້ວັນໄຂສົກຮຽນໃໝ່ ຢູ່ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ
=================
ໃນວັນທີ 1 ກັນຍາ 2026 ທ່ານ ແສນສັກ ພິມວົງສາ ຄະນະປະຈຳພັກແຂວງ ປະທານຄະນະກວດກາພັກແຂວງ ປະທານອົງການກວດກາລັດແຂວງສະຫວັນນະເຂດ ໄດ້ຕາງໜ້າຄະນະບໍລິຫານງານພັກແຂວງ ເຂົ້າຮ່ວມພິທີເປີດສົກຮຽນໃໝ່ ປະຈຳສົກປີ 2026-2027 ຢູ່ທີ່ໂຮງຮຽນສາມັນກິນນອນຊົນເຜົ່າສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງ ທ່ານ ພິມມະສອນ ວໍລະຍຸດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມທັງໝົດ 484 ຄົນ ຍິງ 232 ຄົນ.
ໃນພິທີ ທ່ານ ສົມຫວັງ ສອນວິຊຽນ ຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ເລຂາໜ່ວຍພັກ ຜູ້ອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່າສະຫວັນນະເຂດ ໄດ້ລາຍງານໂດຍສັງເຂບເຖິງສະພາບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນໃນໄລຍະຜ່ານມາ. ສຳລັບສົກຮຽນ 2026-2027 ນີ້ ໂຮງຮຽນມີເປົ້າໝາຍເປີດໂອກາດໃຫ້ລູກຫຼານປະຊາຊົນບັນດາເຜົ່າທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ຜູ້ດ້ອຍໂອກາດ ໄດ້ມີໂອກາດເຂົ້າສຶກສາຮ່ຳຮຽນ ເຊິ່ງປີນີ້ໄດ້ຮັບນັກຮຽນທັງໝົດ 715 ຄົນ ຍິງ 341 ຄົນ ໃນນັ້ນມີນັກຮຽນນອນໃນຫໍພັກ 420 ຄົນ ຍິງ 195 ຄົນ ແລະ ນັກຮຽນຄຳປ່າແໜ 23 ຄົນ ຍິງ 11 ຄົນ ພ້ອມທັງໄດ້ຮັບນັກຮຽນນອກແຜນເຊິ່ງເປັນລູກຫຼານປະຊາຊົນບ້ານນາເຊັງ ແລະ ບ້ານໃກ້ຄຽງອີກຈຳນວນ 272 ຄົນ.
ຈຸດເດັ່ນຂອງໂຮງຮຽນແມ່ນການຮ່ວມມືກັບໂຮງຮຽນເຕັກນິກ-ວິຊາຊີບສະຫວັນນະເຂດ ຈັດການຮຽນວິຊາຊີບແບບຄູ່ຂະໜານໃນວິຊາຕິດຕັ້ງໄຟຟ້າໃນອາຄານ ແລະ ວິຊາກົນຈັກ ເຊິ່ງໄດ້ສຳເລັດແລ້ວ 2 ຮຸ່ນ ເພື່ອເປັນການສ້າງທັກສະອາຊີບໃຫ້ນັກຮຽນຊົນເຜົ່າສາມາດປະກອບອາຊີບສ້າງລາຍໄດ້ໃຫ້ແກ່ຄອບຄົວພາຍຫຼັງຈົບການສຶກສາ. ໂອກາດດຽວກັນນີ້ ທ່ານ ແສນສັກ ພິມວົງສາ ຍັງໄດ້ມອບອຸປະກອນການຮຽນຈຳນວນໜຶ່ງ ແລະ ງົບປະມານບູລະນະຮັກສາໂຮງຮຽນຈຳນວນ 10.000.000 ກີບ ໃຫ້ແກ່ໂຮງຮຽນຕື່ມອີກ.
ຕອນທ້າຍ ທ່ານ ແສນສັກ ພິມວົງສາ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ຄະນະໜ່ວຍພັກ ຄູ-ອາຈານ ແລະ ນ້ອງນັກຮຽນ ໃຫ້ເອົາໃຈໃສ່ການຮຽນ-ການສອນໃຫ້ໄດ້ຮັບຜົນດີ. ທ່ານໄດ້ເນັ້ນໃຫ້ຄູ-ອາຈານສຶກສາອົບຮົມແນວຄິດນັກຮຽນເປັນປົກກະຕິ ໃຫ້ເຄົາລົບກົດລະບຽບ ຫຼີກເວັ້ນຈາກອະບາຍຍະມຸກ ແລະ ຢາເສບຕິດທຸກຊະນິດ. ພ້ອມທັງຮຽກຮ້ອງໃຫ້ນັກຮຽນຕັ້ງໃຈຮ່ຳຮຽນ ດູດດຶງເອົາຄວາມຮູ້ ທັກສະອາຊີບ ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະເວັ້ນການຫຼິ້ນໂທລະສັບໃນເວລາຮຽນ ຕັ້ງໃຈຟັງຄຳສັ່ງສອນຂອງຄູ-ອາຈານ ແລະ ສູ້ຊົນຮຽນໃຫ້ຈົບເພື່ອນຳເອົາຄວາມຮູ້ໄປພັດທະນາບ້ານເກີດເມືອງນອນ ແລະ ຄອບຄົວຂອງຕົນໃຫ້ດີຂຶ້ນ.

ການນຳແຂວງສະຫວັນນະເຂດ ແລະ ພະແນກ ສກຂ ລົງຊຸກຍູ້ວັນໄຂສົກຮຽນໃໝ່ ພ້ອມມອບອຸປະກອນການສຶກສາ ຢູ່ໂຮງຮຽນ ມສ ຊົນເຜົ່າເມືອງເຊໂປນ=======...
02/09/2026

ການນຳແຂວງສະຫວັນນະເຂດ ແລະ ພະແນກ ສກຂ ລົງຊຸກຍູ້ວັນໄຂສົກຮຽນໃໝ່ ພ້ອມມອບອຸປະກອນການສຶກສາ ຢູ່ໂຮງຮຽນ ມສ ຊົນເຜົ່າເມືອງເຊໂປນ
=================
ໃນວັນທີ 1 ກັນຍາ 2026 ຜ່ານມານີ້ ທ່ານ ນາງ ດາວວອນ ໄຊສຸລຽນ ປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ພ້ອມດ້ວຍ ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງ ຕະຫຼອດຮອດຄະນະນຳຂັ້ນແຂວງ ໄດ້ລົງເຄື່ອນໄຫວມອບອຸປະກອນການຮຽນ-ການສອນ ແລະ ເຂົ້າຮ່ວມພິທີໄຂສົກຮຽນໃໝ່ ປະຈຳສົກປີ 2026-2027 ທີ່ໂຮງຮຽນມັດທະຍົມສົມບູນຊົນເຜົ່າເມືອງເຊໂປນ ໂດຍການຮ່ວມເດີນທາງຂອງ ທ່ານ ຈັນທະລາ ພາມີສິດ ກຳມະການພັກແຂວງ ເລຂາພັກເມືອງເຊໂປນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ຄອນຄຳ ພູໄຊຍະເສນ ຜູ້ອຳນວຍການໂຮງຮຽນມັດທະຍົມສົມບູນຊົນເຜົ່າເມືອງເຊໂປນ ໄດ້ລາຍງານສະພາບລວມຂອງໂຮງຮຽນ ເຊິ່ງຕັ້ງຢູ່ບ້ານອຸດົມສຸກ ເທສະບານເມືອງເຊໂປນ ສ້າງຕັ້ງຂຶ້ນໃນປີ 1993 ມີເນື້ອທີ່ທັງໝົດ 50.032 ຕາແມັດ. ປັດຈຸບັນ ມີຄູ-ອາຈານທັງໝົດ 40 ຄົນ ຍິງ 34 ຄົນ. ສຳລັບສົກຮຽນ 2026-2027 ໂຮງຮຽນຄາດຄະເນຈະມີນັກຮຽນທັງໝົດ 1.051 ຄົນ ຍິງ 477 ຄົນ (ໃນນີ້ເປັນນັກຮຽນໄດ້ເບ້ຍລ້ຽງ 476 ຄົນ) ເຊິ່ງມາຮອດປັດຈຸບັນມີນັກຮຽນມາຈົດຊື່ເຂົ້າຮຽນແລ້ວ 856 ຄົນ ຍິງ 390 ຄົນ.
ດ້ານພື້ນຖານໂຄງລ່າງ ໂຮງຮຽນມີອາຄານທັງໝົດ 13 ຫຼັງ (ຖາວອນ 9 ຫຼັງ ແລະ ເຄິ່ງຖາວອນ 4 ຫຼັງ) ໃນນັ້ນເປັນອາຄານຮຽນ 6 ຫຼັງ ແລະ ໄດ້ກຳນົດຫ້ອງຮຽນຕົວຈິງ 25 ຫ້ອງ ແຕ່ຊັ້ນ ມ.1 ເຖິງ ມ.7 ເຊິ່ງສາມາດຮອງຮັບນັກຮຽນໄດ້ປະມານ 1.000 ກວ່າຄົນ ໂດຍໄດ້ສຳເລັດການແຕ່ງຕາຕະລາງການຮຽນ-ການສອນ 100% ເປັນທີ່ຮຽບຮ້ອຍແລ້ວ. ນັກຮຽນສ່ວນໃຫຍ່ແມ່ນມາຈາກເຂດບໍລິການເຊັ່ນ: ປະຖົມອຸດົມສຸກ, ທ່າໂຂ່ງ, ບ້ານເຊໂປນ ແລະ ມ.ຕ ເມືອງຈັນ ນອກນີ້ຍັງມີນັກຮຽນຈຳນວນໜຶ່ງທີ່ຍົກຍ້າຍມາຈາກຕ່າງເມືອງ ແລະ ຕ່າງແຂວງ.
ໂອກາດດັ່ງກ່າວ ທ່ານ ນາງ ດາວວອນ ໄຊສຸລຽນ ພ້ອມຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມສະພາບການຮຽນ-ການສອນຕົວຈິງ ພ້ອມທັງຮັບຟັງການລາຍງານ ແລະ ຂໍ້ສະເໜີຕ່າງໆຈາກຄະນະອຳນວຍການ ເພື່ອຮ່ວມກັນຫາວິທີປັບປຸງແກ້ໄຂໃຫ້ວຽກງານການສຶກສາມີຄຸນນະພາບດີຂຶ້ນ. ພ້ອມດຽວກັນນັ້ນ ຍັງໄດ້ມອບອຸປະກອນການສຶກສາ-ກິລາ ແລະ ເຄື່ອງອຸປະໂພກບໍລິໂພກທີ່ໄດ້ຮັບການສະໜັບສະໜູນຈາກພາກສ່ວນຕ່າງໆ ເຊັ່ນ: ປຶ້ມຂຽນ, ບານສົ່ງ, ບານເຕະ, ກະຕໍ້, ເຂົ້າສານ ແລະ ງົບປະມານຈຳນວນ 10.000.000 ກີບ ໃຫ້ແກ່ໂຮງຮຽນ ເພື່ອນຳໃຊ້ເຂົ້າໃນການຊຸກຍູ້ວຽກງານການສຶກສາ ແລະ ບູລະນະຮັກສາໂຮງຮຽນ.
ຕອນທ້າຍ ທ່ານ ນາງ ດາວວອນ ໄຊສຸລຽນ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ຄະນະໜ່ວຍພັກ ຄະນະອຳນວຍການ ຄູ-ອາຈານ ແລະ ນ້ອງນັກຮຽນ ໃຫ້ສືບຕໍ່ເອົາໃຈໃສ່ຍົກສູງຄຸນນະພາບວິຊາການ ສູ້ຊົນສ້າງຜົນງານໃຫ້ດີຂຶ້ນ. ທ່ານໄດ້ເນັ້ນໜັກໃຫ້ຄູ-ອາຈານ ເອົາໃຈໃສ່ສິດສອນ ແລະ ສຶກສາອົບຮົມແນວຄິດນັກຮຽນໃຫ້ຮູ້ເຄົາລົບລະບຽບວິໄນ ຫ່າງໄກຈາກອະບາຍຍະມຸກ ແລະ ສິ່ງເສບຕິດ ພ້ອມທັງສ້າງໃຫ້ນັກຮຽນມີຄຸນສົມບັດ ແລະ ທັກສະທີ່ດີ. ສຳລັບນ້ອງນັກຮຽນ ແມ່ນໃຫ້ຕັ້ງໃຈສຶກສາຮ່ຳຮຽນ ຟັງຄຳສັ່ງສອນຂອງຄູ-ອາຈານ ຫຼີກເວັ້ນການນຳໃຊ້ໂທລະສັບໃນເວລາຮຽນ ບໍ່ປະລະການຮຽນ ແລະ ສູ້ຊົນຮຽນໃຫ້ຈົບເພື່ອນຳເອົາຄວາມຮູ້ໄປພັດທະນາຕົນເອງ ຄອບຄົວ ແລະ ປະເທດຊາດໃນອະນາຄົດ.

02/09/2026

ຊົມເຊີຍເນື່ອງໃນໂອກາດວັນຊາດຫວຽດນາມ ທີ 2 ກັນຍາ
=================
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2 ກັນຍາ 1945 - 2 ກັນຍາ 2026), ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຂໍສົ່ງຄຳຊົມເຊີຍຢ່າງສຸດໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ.
ເພື່ອເປັນການຢັ້ງຢືນເຖິງສາຍພົວພັນ ແລະ ການຮ່ວມມືຢ່າງສະໜິດແໜ້ນ, ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ກ່າວເນັ້ນໜັກວ່າ: "ພວກເຮົາຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງພັກ-ລັດ ແລະ ປະຊາຊົນຫວຽດນາມ ທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນວຽກງານການສຶກສາຂອງແຂວງສະຫວັນນະເຂດຕະຫຼອດມາ. ການສະໜອງທຶນການສຶກສາ, ການແລກປ່ຽນວິຊາການ ແລະ ການຊ່ວຍເຫຼືອສ້າງພື້ນຖານໂຄງລ່າງດ້ານການສຶກສາ ແມ່ນໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາຊັບພະຍາກອນມະນຸດຂອງພວກເຮົາໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ກາຍເປັນເສົາຄ້ຳທີ່ສຳຄັນໃນການສືບຕໍ່ສາຍພົວພັນຂອງສອງຊາດ."
ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດນີ້ ແມ່ນໄດ້ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ດັ່ງອຳມະຕະວາຈາຂອງ ປະທານ ໄກສອນ ພົມວິຫານ ທີ່ໄດ້ກ່າວໄວ້ວ່າ: "ເຖິງວ່າພູຈະຖືກເຊາະເຈື່ອນ ແມ່ນ້ຳລຳເຊຈະບົກແຫ້ງ ແຕ່ສາຍພົວພັນມິດຕະພາບ ລາວ-ຫວຽດນາມ ຈະຍືນຍົງຄົງຕົວຕະຫຼອດໄປ."

ເຊິ່ງສອດຄ່ອງກັບບົດກະວີອຳມະຕະຂອງ ປະທານ ໂຮ່ຈີມິນ ທີ່ວ່າ:
"ຮັກຫອມກັນໝາຍໝັ້ນ ຫຼາຍສັນພູກໍປີນໄຕ່
ຫຼາຍນ້ຳໃຫຍ່ ແລະ ສາຍທາງກໍເດີນດັ້ນ
ສອງຊາດລາວ-ຫວຽດນາມ ໄດ້ຝັງຄວາມຮັກຢູ່ໃນໃຈ
ຮົງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້."
ຂໍອວຍພອນໃຫ້ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຊົ່ວກາລະນານ!

ສາມພາກສ່ວນ ມອບເງິນ ແລະ ອຸປະກອນການຮຽນ ລວມມູນຄ່າ 142.8 ລ້ານກວ່າກີບເພື່ອຊ່ວຍເຫຼືອວຽກງານໄພພິບັດ ແລະ ການສຶກສາ ຢູ່ແຂວງສະຫວັນນະ...
01/09/2026

ສາມພາກສ່ວນ ມອບເງິນ ແລະ ອຸປະກອນການຮຽນ ລວມມູນຄ່າ 142.8 ລ້ານກວ່າກີບເພື່ອຊ່ວຍເຫຼືອວຽກງານໄພພິບັດ ແລະ ການສຶກສາ ຢູ່ແຂວງສະຫວັນນະເຂດ
=================
ໃນວັນທີ 31 ສິງຫາ 2026 ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງສະຫວັນນະເຂດ ໄດ້ມີພິທີມອບ-ຮັບເງິນ ແລະ ອຸປະກອນການຮຽນ ເພື່ອປະກອບສ່ວນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ແລະ ສະໜັບສະໜູນວຽກງານການສຶກສາຢູ່ເຂດຫ່າງໄກສອກຫຼີກພາຍໃນແຂວງສະຫວັນນະເຂດ. ພິທີດັ່ງກ່າວເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ຄຳຜຸຍ ສີບຸນເຮືອງ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ມີ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທ່ານ ນາງ ສີສະຫວັດ ໂຄດທະວົງສາ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ເປັນກຽດຮ່ວມຮັບມອບການຊ່ວຍເຫຼືອ.
ສຳລັບພາກສ່ວນທີ່ນຳເອົາເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກມາມອບໃນຄັ້ງນີ້ ປະກອບມີ:

- ທ່ານ ວັນລະຄອນ ທໍລະທາ ຮັກສາການຫົວໜ້າດ່ານສາກົນແດນສະຫວັນ ພ້ອມດ້ວຍຄະນະ ມອບເງິນຈຳນວນ 10 ລ້ານກີບ ເພື່ອປະກອບສ່ວນທຶນຮອນເຂົ້າໃນການຟື້ນຟູ ແລະ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງສະຫວັນນະເຂດ.

- ທ່ານ ນາງ ມີນາ ແສງສຸລີຈັນ ປະທານບໍລິສັດ ພູນທະວີຊັບ ກໍ່ສ້າງ, ສ້ອມແປງຊົນລະປະທານ ແລະ ຕິດຕັ້ງໄຟຟ້າ ຈຳກັດ ມອບອຸປະກອນການຮຽນ ແລະ ເຄື່ອງນອນ ລວມມີ: ປຶ້ມຂຽນ, ບານສົ່ງ, ບານເຕະ, ກະຕໍ້, ມຸ້ງ ແລະ ຜ້າຫົ່ມ ລວມມູນຄ່າ 32.8 ລ້ານກວ່າກີບ ໃຫ້ແກ່ພະແນກສຶກສາທິການ ແລະ ກິລາແຂວງ ເພື່ອນຳໄປຊ່ວຍເຫຼືອໂຮງຮຽນກິນນອນ-ປະຖົມ ແລະ ມັດທະຍົມສົມບູນ ໄຊພູວຽງ ທີ່ເມືອງພີນ.

- ທ່ານ ຫອມ ລືບຸນຮຽນ ຜູ້ຈັດການບໍລິສັດ ມັງກອນເງິນ-ມັງກອນຄຳ ພ້ອມດ້ວຍຄະນະ ມອບເງິນຈຳນວນ 100 ລ້ານກີບ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຂວງສະຫວັນນະເຂດ ເພື່ອປະກອບສ່ວນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມພາຍໃນແຂວງ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ທ່ານ ຄຳຜຸຍ ສີບຸນເຮືອງ ໄດ້ຕາງໜ້າການນຳຂັ້ນແຂວງ ກ່າວສະແດງຄວາມຂອບໃຈຢ່າງເລິກເຊິ່ງ ພ້ອມທັງມອບໃບຍ້ອງຍໍໃຫ້ແກ່ບັນດາບໍລິສັດ ແລະ ພາກສ່ວນຕ່າງໆ ເພື່ອເປັນການສັນລະເສີນຄຸນງາມຄວາມດີ ທີ່ໄດ້ນ້ຳໃຈເສຍສະຫຼະ ປະກອບສ່ວນທຶນຮອນເຂົ້າໃນການຊ່ວຍເຫຼືອສັງຄົມໃນຄັ້ງນີ້ຢ່າງສົມກຽດ.

Address

ຖະໜົນ A1, ບ້ານໂພນສະຫວ່າງໃຕ້, ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ
Savannakhét
13000

Opening Hours

Monday 08:00 - 16:30
Tuesday 08:00 - 16:30
Wednesday 08:00 - 16:30
Thursday 08:00 - 16:30
Friday 08:00 - 16:30

Alerts

Be the first to know and let us send you an email when ລາຍການເພື່ອນການສຶກສາ ແລະ ກິລາແຂວງສະຫວັນນະເຂດ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share