28/05/2026
ຄະນະນຳພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງຈໍາປາສັກເຄື່ອນໄຫວຢ້ຽມຢາມ ແລະ ແລກປ່ຽນບົດຮຽນທີ່ແຂວງເລີມດົ່ງ ສສ ຫວຽດນາມ. ນຳໂດຍ: ທ່ານ ນ ເຕດາວັນ ແກ້ວພິລາວັນ ກຳມະການພັກແຂວງ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ພ້ອມດ້ວຍຄະນະພະແນກ ແລະ ຫົວໜ້າຂະແໜງ,ຮອງຂະແໜງກອງວິຊາການອ້ອມຂ້າງພະແນກ,ຫ້ອງການ ວທຈາກ 4 ເມືອງ(ນະຄອນປາກເຊ,ເມືອງຈຳປາສັກ,ເມືອງໂຂງ, ແລະ ເມືອງປາກຊ່ອງ) ສະມາຄົມທຸລະກິດທ່ອງທ່ຽວ,ສະພາການຄ້າແຂວງ. ໃນວັນທີ 25-28/05/2026.
ໃນໂອກາດນີ້ກໍ່ໄດ້ເຄື່ອນໄຫວທັດສະນະສຶກສາທີ່ສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳ ແລະ ສະຖານທີ່ທ່ອງທ່ຽວທາງດ້ານທຳມະຊາດ.
ນອກຈາກທີ່ໄດ້ໄປສຳພັດກັບຕົວຈິງແລ້ວ ທາງຄະນະນຳດັ່ງກ່າວ ກໍ່ໄດ້ປະຊຸມຮ່ວມກັບຄະນະອຳນາດການປົກຄອງແຂວງເລີມດົ່ງ ໂດຍສະເພາະແມ່ນພະແນກ ວທ ,ກິລາ ແລະ ທ່ອງທ່ຽວແຂວງເພື່ອແລກປ່ຽນບົດຮຽນ ທາງດ້ານວິຊາການ ດ້ານການຄຸ້ມຄອງວັດທະນະທຳ ແລະ ທ່າແຮງດ້ານການທ່ອງທ່ຽວຂອງສອງແຂວງ ໃຫ້ໄດ້ມີການຮ່ວມມືກັນຕະຫຼອດໄປ,ພ້ອມທັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ(MOU)ລະຫວ່າງສະມາຄົມທຸລະກິດສອງແຂວງຈຳປາສັກແລະແຂວງເລີມດົ່ງ.