ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງນາແລ Mouang Nale DONRE

  • Home
  • Lao People's Democratic Republic
  • Nale
  • ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງນາແລ Mouang Nale DONRE

ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງນາແລ Mouang Nale DONRE Contact information, map and directions, contact form, opening hours, services, ratings, photos, videos and announcements from ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງນາແລ Mouang Nale DONRE, Government Organization, ຫຊສ ເມືອງນາແລ Nalae DONRE, Nale.

ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງນາແລໄດ້ຈັດພິທີມອບ-ຮັບໃບຕາດິນຖາວອນໃຫ້ບ້ານ ແລະ ຄອບຄົວ ບ້ານເລົາ ເມືອງນາແລ ແຂ...
04/07/2024

ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງນາແລ
ໄດ້ຈັດພິທີມອບ-ຮັບໃບຕາດິນຖາວອນໃຫ້ບ້ານ ແລະ ຄອບຄົວ ບ້ານເລົາ ເມືອງນາແລ ແຂວງຫຼວງນໍ້າທາ.............................................
ໃນຕອນເຊົ້າເວລາ 8 ໂມງ 30 ນາທີ ຂອງວັນທີ 03 ກໍລະກົດ 2024 ທີ່ຜ່ານມາ ຫ້ອງການຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງນາແລ ແຂວງຫຼວງນໍ້າທາ ໄດ້ຈັດພິທີ ມອບ-ຮັບ ໃບຕາດິນຖາວອນໃຫ້ແກ່ບ້ານ ແລະ ຄອບຄົວ ບ້ານເລົາ ເມືອງນາແລ ແຂວງຫຼວງນໍ້າທາ ເຊິ່ງເປັນບ້ານເປົ້າໝາຍຂອງໂຄງການລັດ ສໍາລັບການວັດແທກຂື້ນທະບຽນອອກໃບຕາດິນແບບເປັນລະບົບຂອງເມືອງນາແລ; ໃນພິທີດັ່ງກ່າວ ໂດຍໃຫ້ກຽດ ເປັນປະຂອງທ່ານ ຄໍາພອຍ ແກ້ວບົວພາ ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດເສດຖະກິດ ແລະ ເຂົ້າຮວ່ມໂດຍທ່ານ ໃຊຍະຄົມ ແວ່ນແກ້ວ ກໍາມະການພັກເມືອງ ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມເມືອງ ພ້ອມດ້ວຍຄະນະຮັບຜິດຊອບ, ພະນັກງານຈຸງານວັດແທກ, ອົງການຈັດຕັ້ງບ້ານ ແລະ ພໍ່-ແມ່ ປະຊາຊົນໃນບ້ານ ເຂົ້າຮ່ວມທັງໝົດ 43 ທ່ານ, ຍິງ 8 ທ່ານ.

ພິທີດັງກ່າວໄດ້ຈັດຂື່ນຢູ່ທີ່ສະໂມສອນ ຂອງບ້ານເລົາ ເມືອງນາແລ ແຂວງຫຼວງນໍ້າທາ, ໃນພິທີ ທ່ານ ວົງເພັດ ບຸນວົງ ຮອງຫົວໜ້າໜ່ວຍງານວິຊາການ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຂື້ນຜ່ານບົດລາຍງານການຈັດຕັ້ງປະຕິບັດການວັດແທກຂື້ນທະບຽນອອກໃບຕາດິນ ຂອງບ້ານເລົາ ໃນໄລຍະຜ່ານມາ ແລະ ໃນພິທີກອງປະຊຸມ ຍັງໄດ້ປະກອບຄໍາຄິດຄໍາເຫັນແລກປ່ຽນ ແລະ ອະທິບາຍຊີ້ແຈ້ງຕໍ່ວຽກງານຂື້ນທະບຽນອອກໃບຕາດິນຢ່າງກົງໄປກົງມາ; ໃນການຈັດຕັ້ງປະຕິບັດວຽກງານຂື້ນທະບຽນອອກໃບຕາດິນຂອງບ້ານເລົາ ເມືອງນາແລ ແຂວງຫຼວງນໍ້າທາ ແມ່ນໄດ້ເລີມແຕ່ເດືອນ 5 ປີ 2023 ແລະ ໄດ້ສໍາເລັດໃນເດືອນ 6 ປີ 2024 ແລະ ໄດ້ມີຂໍ້ມູນຕອນດິນທີ່ໄດ້ວັດແທກຂື້ນທະບຽນອອກໃບຕາດິນຢູ່ບ້ານເລົາ ຄັ້ງນີ້ ມີຈໍານວນຕອນດິນທັງໝົດ 413 ຕອນ, ໃນນັ້ນ, ມີດິນປູກສ້າງ 77 ຕອນ, ເນື້ອທີ 97,877 ຕາເແມັດ; ດິນນາ 38 ຕອນ, ເນື້ອທີ 182,698 ຕາແມັດ, ດິນສວນກະສິກໍາອື່ນໆ 295 ຕອນ, ເນື້ອທີ 2,659,122 ຕາແມັດ ແລະ ດິນລັດ-ດິນລວມໝູ່ 3 ຕອນ, ເນື້ອທີ 7,726 ຕາແມັດ.

ທ້າຍກອງປະຊຸມ ທ່ານ ຄໍາພອຍ ແກ້ວບົວພາ ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງໆນາແລ ໄດ້ໃຫ້ກຽດຂື້ນມອບໃບຕາດິນຖາວອນ ໃຫ້ແກ່ປະຊາຊົນບ້ານເລົາ ແລະ ທ່ານຍັງໄດ້ມີຄໍາເຫັນໂອລົມ; ກ່ອນອື່ນທ່ານຍັງໄດ້ຍ້ອງຍໍຊົມເຊີຍ ຕໍ່ຫົວໜ້າ, ຄະນະຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວລ້ອມເມືອງ, ຄະນະຮັບຜິດ ຊອບຂັ້ນເມືອງ ທີ່ສາມາດແກ້ໄຂບັນຫາ, ພ້ອມດ້ວຍພະນັກງານທິມງານວັດແທກ ທີ່ໄດ້ຈັດຕັ້ງປະຕິບັດຢ່າງຈິງໃຈ ແລະ ຈົນສໍາເລັດ; ນອກຈາກນັ້ນທ່ານຍັງໄດ້ມີຄໍາເຫັນຕໍ່ ເຈົ້າຂອງສິດນໍາໃຊ້ທີ່ດິນກໍ່ຄື ພໍ່-ແມ່ ປະຊາຊົນ ບ້ານເລົາ ຜູ້ທີ່ໄດ້ຮັບໃບຕາດິນຖາວອນ ໃຫ້ຮູ້ເຖິງ ຄຸນປະໂຍດຂອງໃບຕາດິນຖ້າວອນ ໂດຍເໜັ້ນໃສ່; ວິທີການເກັບຮັກສາໃບຕາດິນ, ການນໍາໃຊ້ໃຫ້ເປັນປະໂຍດ ເພື່ອພັດທະນາເສດຖະກິດຄອບຄົວ, ແລະ ເສດຖະກິດສັງຄົມໃຫ້ຄຽງຄູ່ກັບການພັດທະນາເສດຖະກິດຂອງເມືອງໃນໄລຍະໃໝ່ເປັນກ້າວໆ.

ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງນາແລ ແຂວງຫຼວງນໍ້າທາ ຈັດກິດຈະກໍາສ້າງຂະບວນການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ...
06/06/2024

ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງນາແລ ແຂວງຫຼວງນໍ້າທາ ຈັດກິດຈະກໍາສ້າງຂະບວນການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ຄົບຮອບ 51 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດຄົບຮອບ 25 ປີ; ປະຈໍາປີ 2024

ໃນຕອນເຊົ້າ ເວລາ 8 ໂມງ 00 ນາທີ ຂອງວັນທີ 04 ມີຖຸນາ 2024 ຜ່ານມານີ້ ທາງຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງນາແລ ໃນນາມເປັນເຈົ້າພາບ ໃນການຈັດກິດຈະກຳ ສ້າງຂະບວນການອອກແຮງງານ ພາຍໃນເມືອງຂອງຕົນ ເພື່ອສະເຫຼີມສະຫຼອງ ວັນສິ່ງແວດ ລ້ອມໂລກ ຄົບຮອບ 51 ປີ ( ວັນທີ 05 ມີຖຸນາ 1972 ເຖິງ 05 ມີຖຸນາ 2024 ) ແລະ ວັນສິ່ງແວດ ລ້ອມແຫ່ງຊາດ ຄົບຮອບ 25 ປີ ( 05 ມີຖຸນາ 1999 – 05 ມີຖຸນາ 2024 ).
ການຈັດກິດຈະກໍາ ສ້າງຂະບວນການ ເພື່ອສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ໃນປີນີ້ ທາງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງນາແລ ເຕົ້າໂຮມບັນດາອົງການຈັດຕັ້ງ, ຫ້ອງການ, ເລົ່າພະນັກງານ, ທະຫານ, ຕໍ່າຫຼວດ, ໜ່ວຍບໍລິການ, ລັດວິສາຫະກິດ ພ້ອມດ້ວຍພໍ່ແມ່ປະຊາຊົນ ພາຍໃນ 5 ບ້ານເທດສະບານເມືອງນາແລ ໄດ້ພ້ອມພາກັນສາມາຄີ ສ້າງຂະບວນການອອກແຮງງານ ອານະໄມຕາມການແບ່ງຈຸດຂອບເຂດຄວາມຮັບຜິດຊອບຂອງໃຜລາວ; ການອານະໄມແມ່ນໄດ້ເກັບຂີ້ເຫື້ຍອ, ສິ່ງເສດເຫຼືອອື່ນໆ ຕາມເສັ້ນທາງຫຼັກ, ເສັ້ນທາງຮ່ອມ ພາຍໃນບ້ານ ແລະ ຕົວເມືອງ ເຊິ່ງມີຜູ້ເຂົ້າຮ່ວມການສະເຫຼີມສະຫຼອງວັນສິ່ງແວດລ້ອມຄັ້ງນີ້ ທັງໝົດ 378 ແຮງງານ ຍິງ 132 ແຮງງານ.
ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ແມ່ນວັນສໍາຄັນໜື່ງຂອງຊາດ ແລະ ຂອງສາກົນ, ທຸກໆຄົນໃນທົວໂລກ ລວມທັງປະຊາຊົນລາວບັນດາເຜົ່າໃນຊາດລາວເຮົາ ໄດ້ເປັນເຈົ້າການຊ່ວຍກັນປຸກຈິດສໍານຶກ, ປຸກລະດົມໃຫ້ທຸກຄົນ ຮູ້ປົກປັກຮັກສາສິ່ງແວດລ້ອມສັງຄົມ-ທໍາມະຊາດ, ຢຸດທໍາລາຍປ່າ, ຢຸດການຈູດປ່າແບບຊະຊາຍ, ຕ້ານໄພແຫ້ງແລ້ງ ແລະ ໄພນໍ້າຖ້ວມ; ການສ້າງຂະບວນການສະເຫຼີມສະຫຼອງວັນສໍາຄັນຄັ້ງນີ້ ໄດ້ມີຫຼາຍພາກສ່ວນໄດ້ເອົາໃຈໃສ່ ຮ່ວມແຮງ-ຮ່ວມໃຈກັນ ເກັບຂີ້ເຫື້ຍອ, ອານະໄມຮ່ອງລະບາຍນໍ້າ, ແລະ ສະຖານທີ່ອື່ນໆພາຍໃນເມືອງ ຢ່າງເປັນຂະບວນຝົດຟື້ນ ແລະ ເພື່ອເປັນການຟື້ນຟູລະບົບນິເວດ ພ້ອມທັງເປັນການສົ່ງເສີມ ການປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ນອກຈາກນີ້ກໍ່ເພື່ອສ້າງຈິດສຳນຶກໃຫ້ຄົນລຸ້ນຫຼັງ ໄດ້ເຂົ້າໃຈຄວາມໝາຍຄວາມສຳຄັນ ຕໍ່ວັນສິ່ງແວດລ້ອມດັ່ງກ່າວໃນອານະຄົດ ແລະ ເພື່ອເຮັດໃຫ້ຄົນລຸ້ນໃໝ່ສືບທອດ ຮັກ ສາມູນເຊື້ອອັນດີງາມ, ມີຈິດໃຈບູລະນະ, ອານະໄມ, ປູກຕົ້ນໄມ້ທົດແທນ ໃຫ້ສັງຄົມປາສະຈາກຂີ້ເຫື້ຍອ, ສິ່ງເສດເຫຼືອ, ມີຕົ້ນໄມ້ປົກຫຸ້ມ ເຮັດໃຫ້ຕົວເມືອງ ແລະ ບ້ານ ເປັນສີຂຽວ ສະອາດ ງາມຕາ ຕະຫຼອດໄປ.

ຈັດພິທີ ປ່ອຍປາ ເພື່ອສົ່ງເສີມຊິວິດການເປັນຢູ່ຂອງປະຊາຊົນ ບ້ານຫາດລົມ ເມືອງນາແລ ແຂວງຫຼວງນໍ້າທາ ຄັ້ງວັນທີ 25 ກໍລະກົດ 2023ໃນຕອນ...
26/07/2023

ຈັດພິທີ ປ່ອຍປາ ເພື່ອສົ່ງເສີມຊິວິດການເປັນຢູ່ຂອງປະຊາຊົນ ບ້ານຫາດລົມ ເມືອງນາແລ ແຂວງຫຼວງນໍ້າທາ ຄັ້ງວັນທີ 25 ກໍລະກົດ 2023

ໃນຕອນເຊົ້າ ເວລາ 8 ໂມງ 30 ນາທີ ຂອງວັນທີ 25 ກໍລະກົດ 2023 ທາງຫ້ອງການຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງນາແລ ໄດ້ສົມທົບກັບ ຄະນະນໍາຂັ້ນເມືອງ ພ້ອມດ້ວຍເຈົ້າຂອງໂຮງງານຜະລິດເຈ້ຍ ບໍລິສັດສິງດົງ ຈັດພິທີປ່ອຍປາ ລົງສູ່ແມ່ນໍ້າທາ ຢູ່ວັງຫ້າມ ບ້ານຫາດລົມ ເມືອງນາແລ ແຂວງຫຼວງນໍ້າທາ.

ການຈັດພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຕັນ ວັນປະເສີດ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ ແລະ ມີບັນດາທ່ານຫົວໜ້າຫ້ອງການ, ຮອງຫ້ອງການ ແລະ ພະນັກງານ ຈາກຂະແໜງການກ່ຽວຂ້ອງ ພາຍໃນເມືອງ, ມີເລຂາພັກບ້ານ ນາຍບ້ານ ແລະ ອົງການຈັດຕັ້ງຂັ້ນບ້ານ ເຂົ້າຮ່ວມທັງໝົດ 18 ທ່ານ; ການສະໜັບສະໜູນພັນປາຄັ້ງນີ້ ໂດຍແມ່ນ ໂຮງງານຜະລິດເຈ້ຍ ບໍລິສັດສິງດົງ, ໄດ້ມອບພັນປາໃຫ້ຄັ້ງນີ້ ມີ 3 ສະນິດພັນປາຄື: ປາໄນ, ປາກິນຫຍ້າ ແລະ ປານວນຈັນ ລວມທັງໝົດມີຈຳນວນ 5,000 ໂຕ ຕີເປັນມູນຄ່າລວມທັງໝົດ 6,000,000 ກີບ.

ການຈັດກິດຈະກໍາ ພິທີປ່ອຍປາຄັ້ງນີ້ ກໍ່ເພື່ອເປັນການອະນຸລັກ ແລະ ຂະຫຍາຍພັນປາໃນແມ່ນໍ້າທາ ພ້ອມທັງເປັນການສ້າງຈິດສໍານຶກໃນການ ຊຸກຍູ້-ສົ່ງເສີມ ການອານຸລັກຟື້ນຟູ, ເພີ້ມປະຊາກອນສັດນໍ້າ, ເພື່ອເປັນການທົດແທນພັນສັດນໍ້າທີ່ຖືກທໍາລາຍໄປເປັນຈໍານວນຫຼວງຫຼາຍໃນແຕ່ລະປີ ແລະ ເປັນການແກ້ໄຂຊິວິດການເປັນຢູ່ຂອງປະຊາຊົນ ບ້ານຫາດລົມ ເມືອງນາແລ ແຂວງຫຼວງນໍ້າທາ ກໍ່ຄືແນ່ໃສ່ເຮັດໃຫ້ ພໍ່-ແມ່ ປະຊາຊົນ ບັນດາເຜົ່າພາຍໃນບ້ານຫາດລົມ ມີຄວາມອຸດົມສົມບູນໄປດ້ວຍຊິວະນາໆພັນໃນແມ່ນໍ້າທາ.

ໃນຕອນເຊົ້າຂອງວັນທີ່ 6 ມີຖຸນາ 2023 ຫ້ອງການຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ເມືອງ ນາແລ, ແຂວງຫຼວງນ້ຳທາ ໄດ້ຈັດກິດຈະກໍາ ສະເຫ...
09/06/2023

ໃນຕອນເຊົ້າຂອງວັນທີ່ 6 ມີຖຸນາ 2023 ຫ້ອງການຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ເມືອງ ນາແລ, ແຂວງຫຼວງນ້ຳທາ ໄດ້ຈັດກິດຈະກໍາ ສະເຫຼີມ, ສະຫຼອງວັນສິ່ງແວດລ້ອມແຫ່ງຊາດຄົບຮອບ 24 ປີ ແລະວັນສິ່ງແວດລ້ອມໂລກຄົບຮອບ 50 ປີ ວັນທີ 5 ມີຖຸນາ 2023 ໂດຍການເປັນປະທານ ຂອງທ່ານ ໃຊຍະຄົມແວ່ນແກ້ວ ກໍາມະການພັກເມືອງ ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ເປັນກຽດເຂົ້າຮ່ວມຂອງທ່ານ ບຸນປີ ໄລປະເສີດ ຄະນະປະຈໍາພັກແຂວງ, ເລຂາພັກເມືອງ ເຈົ້າເມືອງໆນາແລ; ມີບັນດາທ່ານ ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ, ລັດວິຊາຫະກິດ, ໂຮງຮຽນ, ໂຮງໝໍ, 5 ບ້ານເທດສະບ້ານເຂົ້າຮ່ວມທັງໝົດ 747 ຄົນ; ຍິງ 315 ຄົນ.
ໃນພິທີ່ດັ່ງກ່າວ ທ່ານ ໃຊຍະຄົມ ແວ່ນແກ້ວ ກໍາມະການພັກເມືອງ ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມໄດ້ຜ່ານບົດສານໃນການສະເຫຼີມ; ສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດປະຈໍາປີ 2023ພາຍໃຕ້ຄຳຂວັນ“ສິ່ງແວດລ້ອມພວກເຮົາຈະດີ ຖ້າຫຼຸດຜ່ອນການນໍາໃຊ້ປລາສຕິກ.
ທ່ານ ວົງເພັດ ບຸນວົງ ຮອງຫົວໜ້າໜ່ວຍງານວິຊາການ ຫ້ອງການຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ໄດ້ຂື້ນຜ່ານແຈ້ງການຂອງຫ້ອງວ່າການປົກຄອງເມືອງວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ແຕ່ລະຂົງເຂດຮັບຜິດຊອບ ໃນການສ້າງຂະບວນການ ເພື່ອສະເຫຼີມ; ສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ ແລະວັນສິ່ງແວດລ້ອມໂລກປະຈໍາປີ 2023 ໃຫ້ມີບັນຍາກາດເພື່ອເປັນການປູກຈິດສຳນຶກ ແລະ ປຸກລະດົມໃຫ້ປວງຊົນລາວບັນດາເຜົ່າ, ບັນດາອົງການຈັດຕັ້ງລັດ, ເອກະຊົນ ແລະ ອົງການຈັດຕັ້ງສັງຄົມ ໃນຂອບເຂດທົ່ວເມືອງນາແລ ໄດ້ສະແດງຄວາມຮັກ, ຫວງແຫນ, ເຫັນຄວາມສໍາຄັນຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ເປັນເຈົ້າການຮ່ວມມືກັນປົກປັກຮັກສາສິ່ງແວດລ້ອມອັນລໍ້າຄ່າຂອງພວກເຮົາ ໂດຍຫົວຂໍ້ວັນສິ່ງແວດລ້ອມປີນີ້້ ແມ່ນສຸມໃສ່ການແກ້ໄຂບັນຫາມົນລະພິດຈາກສິ່ງເສດເຫຼືອປລາສຕິກ. ໃນປະຈຸບັນ ພວກເຮົາກໍາລັງປະເຊີນກັບສິ່ງທ້າທາຍຈາກການເສື່ອມໂຊມຂອງສິ່ງແວດລ້ອມ, ການສູນເສຍຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະການປ່ຽນແປງຂອງສະພາບດິນຟ້າອາກາດ ເປັນຕົ້ນແມ່ນ ບັນຫາມົນລະພິດ, ໄພແຫ້ງແລ້ງ, ໄພນໍ້າຖ້ວມ ແລະ ອາກາດທີ່ຮ້ອນອົບເອົ້າຂຶ້ນນັບມື້ເພີ້ມຂື້ນ. ເນື່ອງຈາກການຂະຫຍາຍຕົວຢ່າງໄວວາຂອງເສດຖະກິດໂລກ ໃນຊຸມປີຜ່ານມາ, ສັງຄົມເຮົາໄດ້ມີການຜະລິດ ແລະ ນໍາໃຊ້ຜະລິດຕະພັນທີ່ເຮັດດ້ວຍ ປລາສຕິກ ເພື່ອອໍານວຍຄວາມສະດວກໃນຊີວິດປະຈໍາວັນຫຼາຍຂຶ້ນ ເຊິ່ງເປັນການສ້າງຂີ້ເຫຍື້ອເພີ່ມຂຶ້ນ ແລະ ກາຍເປັນບັນຫາໃຫຍ່ທາງດ້ານສິ່ງແວດລ້ອມຢູ່ພາຍໃນເມືອງຂອງພວກເຮົາ ພວກເຮົາຈົງຮ່ວມແຮງ, ຮ່ວມຈິດ, ຮ່ວມໃຈ ແລະ ປູກຈິດສໍານຶກ ໃຫ້ລູກຫຼ້ານ ຜູ້ເປັນກໍາລັງແຮງຂອງຊາດ ເຂົ້າໃຈກ່ຽວກັບຜົ້ນຮ້າຍຂອງການນໍາໃຊ້ປລາສຕິກ.

>           ໃນລະຫວ່າງວັນທີ 8-10 ກຸມພາ 2023 ຫ້ອງການຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ເມືອງນາແລ ແຂວງຫຼວງນໍ້າທາ ໄດ້ຈັດພິທີ່...
13/02/2023

>

ໃນລະຫວ່າງວັນທີ 8-10 ກຸມພາ 2023 ຫ້ອງການຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ເມືອງນາແລ ແຂວງຫຼວງນໍ້າທາ ໄດ້ຈັດພິທີ່ແຈກໃບຕາດິນຖາວອນໃຫ້ປະຊາຊົນນໍາໃຊ້ຢ່າງເປັນທາງການ ຢູ່ບ້ານຈັດສັນເຂື່ອນໄຟຟ້ານໍ້າທາ1 ຈຳນວນ 3 ບ້ານຄື: ບ້ານເປື່ອນ, ບ້ານນາແລ ແລະບ້ານພູຄາ ໂດຍການເປັນປະທານ ຂອງທ່ານ ບຸນມາ ສີບຸນເຮືອງ ຮອງຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນກຽດເຂົ້າຮ່ວມ ຂອງບັນດາສະຫາຍ ເລຂາພັກບ້ານ, ນາຍບ້ານ 3 ບ້ານຂົ້າຮ່ວມ, ມີບັນດາທ່ານ, ອຳນາດການປົກຄອງບ້ານ, ພໍ່ ແມ່ປະຊາຊົນທີ່ໄດ້ຮັບສິດນໍາໃຊ້ໃບຕາດິນຄັ້ງນີ້ເຂົ້າຮ່ວມທັງໝົດ 187 ທ່ານ; ຍິງ 102 ທ່ານ.
ໃນພິທີ່ດັ່ງກ່າວທ່ານ ວົງເພັດ ບຸນວົງ ຮອງຫົວໜ້າໜ່ວຍງານວິຊາການ ໄດ້ຂື້ນຜ່ານບົດສະຫຼູບການຈັດຕັ້ງປະຕິ ບັດວຽກງານຂື້ນທະບຽນອອກໃບຕາດິນຢູ່ບ້ານຈັດສັນເຂື່ອນໄຟຟ້ານໍ້າທາ1 ເລີ່ມແຕ່ວັນທີ 13 ກຸມພາ 2022 ຜ່ານມາຈົນເຖິງປະຈຸບັນຜ່ານການສຳຫຼວດວັດແທກ, ສືບສ່ວນສິດ, ປະກອບເອກະສານ ແລະ ຈັດພິມໃບຕາດິນ ໃຫ້ຂັ້ນເທິງເຊັນຮັບຮອງທັງ 3 ບ້ານມີຈຳນວນທັງໝົດ 206 ຕອນ; ສຳເລັດຕົວຈິ່ງຈໍານວນ 187 ຕອນ; ຍັງຄ້າງ 19 ຕອນ, ຈໍານວນຕອນດິນທີ່ຍັງຄ້າງບາງຕອນບໍ່ມີສຳມະໂນຄົວ, ແລະ ບາງຕອນລາຍເຊັນເຈົ້າຂອງຄ້າງຄຽງບໍ່ໃຫ້ຄວາມຮ່ວມມື.
ຕອນທ້າຍພິທີ່ ທ່ານ ບຸນມາ ສີບຸນເຮືອງ ຮອງຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມເມືອງໄດ້ມີຄຳເຫັນໂອລົມ ກອນອື່ນທ່ານໄດ້ສະແດງຄວາມຍອງຍໍ້ ຊົມເຊີຍທາງທີ່ມງານວິຊາການທີ່ໄດ້ທຸມເທເຫື່ອແຮງ, ສິຕິປັນຍາເຂົ້າໃນການຈັດຕັ້ງປະຕິບັດວຽກງານຂື້ນທະບຽນອອກໃບຕາດິນໃນຄັ້ງນີ້ ແລະ ສົມເຊີຍມາຍັງທ່ານເລຂາພັກບ້ານ, ນາຍບ້ານ, ອຳນາດການປົກຄອງບ້ານທີ່ໄດ້ອຳນ່ວຍຄວາມສະດວກ ແລະ ໃຫ້ຄວາມຮ່ວມມືໃຫ້ທາງທີ່ມງານວິຊາການຈັດຕັ້ງປະຕິບັດວຽກງານຄັ້ງນີ້ຈົນປະສົບຜົນສໍາເລັດຕາມລະດັບຄາດໝາຍ. ນອກນັ້ນທ່ານຍັງໄດ້ເນັ້ນບາງບັນຫາໂດຍສະເພາະແມ່ນຈໍານວນເຈົ້າຂອງຕອນດິນທີ່ຍັງບໍ່ທັນສຳເລັດ, ຍັງຄ້າງຈົ່ງພະຍາຍາມສະໜອງຂໍ້ມູນ ໃຫ້ຄວາມຮ່ວມມືກັບທີ່ມງານວິຊາການເພື່ອປະກອບສຳນວນເອກະສານໃຫ້ມັນຄົບຖ້ວນ ແລະ ສົມບູນ ແລ້ວຈັດພິມໃບຕາດິນໃຫ້ໄດ້ນໍາໃຊ້ໂດຍໄວ້.

23/09/2022
ກອງປະຊຸມ ປຶກສາຫາລື ສິດ ແລະ ໜ້າທີ ຂອງການຄຸ້ມຄອງ, ນໍາໃຊ້ທີ່ດິນ 8 ປະເພດ ---------------------------------------------------...
02/09/2022

ກອງປະຊຸມ ປຶກສາຫາລື ສິດ ແລະ ໜ້າທີ ຂອງການຄຸ້ມຄອງ, ນໍາໃຊ້ທີ່ດິນ 8 ປະເພດ
-------------------------------------------------------------------------

ໃນຕອນແລງ ຂອງວັນທີ31 ສິງຫາ 2022 ນີ້ ຢູ່ທີ່ ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ ງແວດລ້ອມມເມືອງ ນາແລ ໄດຈັດກອງປະຊຸມປຶກສາຫາລືກ່ຽວກັບ ສິດ ແລະ ໜ້າທີ່ ຂອງການຄຸ້ມຄອງ, ການນໍາໃຊ້ທີ່ດິນ 8 ປະເພດ ຂື້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ຄໍາພອຍ ແກ້ວບົວພາ ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງ ຜູ້ຊີ້ນໍາ ຂົງເຂດເສດຖະກິດ, ເປັນກຽດເຂົ້າຮ່ວມໂດຍທ່ານ ທໍາມະວົງ ບຸນຖາວອນ ກໍາມະການປະຈໍາພັກເມືອງ ຮອງເລຂາພັກເມືອງ ປະທານກວດກາພັກ , ຫົວໜ້າອົງການກວດກາລັດ , ສະມາຊິກສະພາປະຊາຊົນແຂວງ; ມີບັນດາທ່ານກໍາມະການພັກເມືອງ ຫົວໜ້າຫ້ອງການ, ຮອງຫົວໜ້າຫົວໜ້າຫ້ອງການ 2 ກອງບັນຊາການ ແລະ ຂະແໜງການ ທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 15 ທ່ານ, ຍິງ 0 ທ່ານ.

ໃນພິທີ່ກອງປະຊຸມ ທ່ານ ໄຊຍະຄົມ ແວ່ນແກ້ວ ກໍາມະການພັກເມືອງ ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຜ່ານບົດສະຫຼູບຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດ ແລະຄຸ້ມຄອງທີ່ດິນ 8ປະເພດໃນໄລຍະຜ່ານມາມີທັງດ້ານດີ ອໍານ່ວຍຄວາມສະດວກ ແລະດ້ານອ່ອນຂໍ້ຫຍຸ້ງຍາກທີ່ຈະຕ້ອງແກ້ໄຂໃນຕໍ່ໜ້າ ແລະຜ່ານກົດໝາຍວ່າດ້ວຍທີ່ດິນສະບບັປບັປຸງ ສະບັບເລກ ທີ70/ສພຊ, ລົງວັນທີ21 ມີຖຸນາ 2019 ໃນມາດຕາ 21; 31 ວ່າດ້ວຍການຄຸ້ມຄອງນໍາໃຊ້ທີ່ດິນແຕ່ລະປະເພດ ຕາມຂະແໜງການ. ໃນນັ້ນກອງປະຊຸມຍັງໄດ້ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາເພື່ອເຮັດໃຫ້ການຄຸ້ມຄອງນໍາໃຊ້ທີ່ດິນ 8 ປະເພດໃນຕໍ່ໜ້າສອດຄ່ອງຕາມລະບຽບກົດໝາຍ

ຕອນທ້າຍກອງປະຊຸມ ທ່ານ ຄໍາພອຍ ແກ້ວບົວພາ ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງ ຜູ້ຊີ້ນໍາວຽກງານເສດຖະກິດໄດ້ມີ ຄໍາເຫັນໂອ້ລົມ ກອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ທາງຫ້ອງການ ແລະບັນດາຂະແໜງການກ່ຽວຂ້ອງສາມາດຍາດມາໄດ້ໃນໄລຍະຜ່ານມາ ມີຫຼາຍດ້ານທີ່ປະສົບຜົນສໍາເລັດ ເຊິ່ງໃນຕໍ່ໜ້າທ່ານເໜັ້ນໃຫ້ຫ້ອງການຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມໃນນາມຫ້ອງການລັກ ສືບຕໍ່ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງໃນການຄຸ້ມຄອງນໍາໃຊ້ທີ່ດິນ 8ປະເພດພະຍາມເກັບກໍາຂໍ້ມູນ; ວາງແຜນຈັດສັນ, ສໍາຫຼວດວັດແທກທີ່ດິນແຕ່ລະປະເພດໃຫ້ລະອຽດ, ຊັດເຈນ ແລ້ວລາຍງານໃຫ້ຂັ້ນເທິງຮັບຮອງ ເພື່ອອໍານ່ວຍຄວາມສະດວກໃນການຄຸ້ມຄອງນໍາໃຊ້ທີ່ດິນແຕ່ລະປະເພດ ຕາມສິດ ແລະໜ້າທີ່ ຂອງຂະແໜງການໃຫ້ສອດຄອງຕາມລະບຽບກົດໝາຍເທື່ອລະກ່າວ ກອງປະຊຸມດັ່ງກ່າວໄດ້ປິດລົງໃນວັນດຽວກັນ. ຂອບໃຈ.

ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງນາແລໄດ້ຈັດພິທີ ມອບໃບຕາດິນໃຫ້ບ້ານ ແລະ ຄອບຄົວ ບ້ານຈັດສັນຍົກຍ້າຍ ຂອງໂຄງການເຂ...
11/08/2022

ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງນາແລ
ໄດ້ຈັດພິທີ ມອບໃບຕາດິນໃຫ້ບ້ານ ແລະ ຄອບຄົວ ບ້ານຈັດສັນຍົກຍ້າຍ ຂອງໂຄງການເຂື່ອນໄຟຟ້ານໍ້າທາ1
ໃນຕອນເຊົ້າເວລາ 9 ໂມງ 00 ນາທີ ຂອງວັນທີ 02 ສິງຫາ 2022 ທີ່ຜ່ານມາ ຫ້ອງການຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງນາແລ ແຂວງຫຼວງນໍ້າທາ ໄດ້ຈັດພິທີ ມອບ-ຮັບ ໃບຕາດິນໃຫ້ແກ່ບ້ານ ແລະ ຄອບຄົວ ບ້ານວຽງໃໝ່ ເມືອງນາແລ ແຂວງຫຼວງນໍ້າທາ ເຊິ່ງເປັນບ້ານທີ່ຖືກຜົນກະທົບ ແລະ ຈັດສັນຍົກຍ້າຍ ຂອງໂຄງການເຂື່ອນໄຟຟ້ານໍ້າທາ1; ໃນພິທີດັ່ງກ່າວ ໂດຍໃຫ້ເກດເປັນປະຂອງທ່ານ ອັອດ ສິງສະຫັວດ ຮອງຫົວໜ້າພະແນກຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ແລະ ເຂົ້າຮວ່ມທ່ານ ໄຊຍະຄົມ ແວ່ນແກ້ວ ກໍາມະການພັກເມືອງ ຫົວໜ້າຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ພ້ອມດ້ວຍຄະນະຮັບຜິດຊອບ, ພະນັກງານທິມງານວັດແທກ, ອົງການຈັດຕັ້ງບ້ານ ແລະ ພໍ່-ແມ່ ປະຊາຊົນໃນບ້ານ ເຂົ້າຮ່ວມທັງໝົດ 77 ທ່ານ, ຍິງ 15 ທ່ານ.

ພິທີດັງກ່າວໄດ້ຈັດຂື່ນຢູ່ທີ່ສະໂມສອນ ຫຼື ຫ້ອງການ ບ້ານວຽງໃໝ່ ເມືອງນາແລ ແຂວງຫຼວງນໍ້າທາ, ໃນພິທີ ທ່ານ ໄຊ ຍະຄົມ ແວ່ນແກ້ວ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານຂື້ນທະບຽນອອກໃບຕາດິນ ຂອງບ້ານຈັດສັນຍົກຍ້າຍ ຂອງໂຄງການເຂື່ອນໄຟຟ້ານໍ້າທາ1; ວຽກງານຂື້ນທະບຽນອອກໃບຕາດິນຢູ່ເຂດບ້ານຈັດສັນ ໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກ ໂຄງການເຂື່ອນໄຟຟ້ານໍ້າທາ1 ເປັນຈໍານວນ 250,000,000 ກີບ ແລະ ໄດ້ຈັດຕັ້ງປະຕິບັດວຽກງານຂື້ນທະບຽນອອກໃບຕາດິນໂດຍສະເພາະດິນປຸກສ້າງ ເລີ່ມແຕ່ເດືອນ 1 ປີ 2021 ຈົນມາຮອດເດືອນ 6 ປີ 2022 ໄດ້ໃຊ້ເວລາທັງໝົດແມ່ນ 18 ເດືອນ ແລະ ໄດ້ສໍາເລັດການວັດແທກ 100% ຢູ່ໃນ 27 ບ້ານ ຫຼື 10 ເຂດບ້ານຈັດສັນ, ມີຕອນດິນທັງໝົດ 1,175 ຕອນ, ໄດ້ຈັດ ມອບ-ຮັບ ຢູ່ບ້ານ ວຽງໃໝ່ ເມືອງນາແລ ແຂວງຫຼວງນໍ້າທາ ຄັ້ງນີ້ແມ່ນ 62 ຕອນ.

ທ່ານ ອັອດ ສີງສະຫັວດ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ກຽດຂື້ນມອບໃບຕາດິນຖາວອນ ໃຫ້ແກ່ບ້ານ ແລະ ປະຊາຊົນບ້ານ ວຽງໃໝ່ ແລະ ທ່ານຍັງໄດ້ມີຄໍາເຫັນໂອລົມ ກ່ອນອື່ນທ່ານຍັງໄດ້ຍ້ອງຍໍຊົມເຊີຍ ຕໍ່ຫົວໜ້າ, ຄະນະຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວລ້ອມເມືອງ, ຄະນະຮັບ ຜິດຊອບຂັ້ນເມືອງທີ່ສາມາດແກ້ໄຂບັນຫາ, ພ້ອມດ້ວຍພະນັກງານທິມງານວັດແທກ ທີ່ໄດ້ຈັດຕັ້ງປະຕິບັດຢ່າງຈິງໃຈ ແລະ ຈົນສໍາເລັດ; ນອກຈາກນັ້ນທ່ານຍັງໄດ້ມີຄໍາເຫັນຕໍ່ ເຈົ້າຂອງສິດນໍາໃຊ້ທີ່ດິນກໍ່ຄື ພໍ່-ແມ່ ປະຊາຊົນ ບ້ານວຽງໃໝ່ ຜູ້ທີ່ໄດ້ຮັບໃບຕາດິນຖາວອນ ໃຫ້ຮູ້ເຖິງ ຄຸນປະໂຍດຂອງໃບຕາດິນຖ້າວອນ ໂດຍເໜັ້ນໃສ່; ວິທີການເກັບຮັກສາໃບຕາດິນ, ການນໍາໃຊ້ໃຫ້ເປັນປະໂຍດ ເພື່ອພັດທະນາເສດຖະກິດຄອບຄົວ, ແລະ ເສດຖະກິດສັງຄົມໃຫ້ຄຽງຄູ່ກັບການພັດທະນາເສດຖະກິດຂອງເມືອງໃນໄລຍະໃໝ່ເປັນກ້າວໆ.

ພິທີ ປ່ອຍປາ ໃນວັນອານຸລັກ ສັດນໍ້າ-ສັດປ່າ ແຫ່ງຊາດ ທີ່ເມືງນາແລ ແຂວງຫຼວງນໍ້າທາ ຄັ້ງວັນທີ 13 ກໍລະກົດ 2022--------------------...
13/07/2022

ພິທີ ປ່ອຍປາ ໃນວັນອານຸລັກ ສັດນໍ້າ-ສັດປ່າ ແຫ່ງຊາດ
ທີ່ເມືງນາແລ ແຂວງຫຼວງນໍ້າທາ ຄັ້ງວັນທີ 13 ກໍລະກົດ 2022
----------------------------------------------------------
ໃນຕອນເຊົ້າ ເວລາ 8 ໂມງ 30 ນາທີ ຂອງວັນທີ 13 ກໍລະກົດ 2022 ທາງຫ້ອງການຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງນາແລ ໄດ້ສົມທົບກັບ ຫ້ອງການກະສິກໍາ ແລະ ປ່າໄມເມືອງ ພ້ອມດ້ວຍຂະແໜ່ງການກ່ຽວຂ້ອງ ພາຍໃນເມືອງ ໄດ້ຈັດກິດຈະກໍາ ພິທີ ປ່ອຍປ່າ, ໃນວັນອານຸລັກ ສັດນໍ້າ-ສັດປ່າ ແຫ່ງຊາດ ຄົບຮອບ 25 ປີ (13 ກໍລະກົດ 1997 ຫາ 13 ກໍລະກົດ 2022 ).
-----------------------------------------------------
ພິທີດັ່ງກ່າວໂດຍໃຫ້ກຽດເຂົ້າຮ່ວມ ມີ ທ່ານ ຄໍາພອຍ ແກ້ວບົວພາ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດເສດຖະກິດ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວຫນ້າ ຫ້ອງການ-ຮອງຫົວຫນ້າ ຫ້ອງການ, ພະນັກງານ ຈາກຂະແໜງການອ້ອມຂ້າງເມືອງ ເຂົ້າຮ່ວມທັງໝົດ 58 ທ່ານ, ຍິງ 12 ທ່ານ.
ພິທີດັ່ງກ່າວ ທ່ານ ຄໍາພອຍ ແກ້ວບົວພາ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ ໄດ້ຂື້ນກ່າວເປີດພິທີຢ່າງເປັນທາງການ, ເຊິ່ງທ່ານໄດ້ກ່າວວ່າ: ສປປ ລາວ ເປັນປະເທດຫນຶ່ງທີ່ ມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ ເຕັມໄປດ້ວຍຊັບໃນດີນ, ສີນໃນນໍ້າ ເຊັ່ນ: ປ່າໄມ້, ແຫຼ່ງນໍ້າ, ສັດນໍ້າ-ສັດປ່າ, ພຶກສານາໆພັນ ຢ່າງຫຼາກຫຼາຍຊະນິດ ລວມທັງສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ, ທີ່ມີຄວາມຫມາຍຄວາມສໍາຄັນ ໃນການດໍາລົງຊີວິດ ແລະ ການພັດທະນາ ເສດຖະກິດ-ສັງຄົມ ຂອງມະນຸດເຮົາໃຫ້ຮັ່ງມີເຂັ້ມແຂງ ຂື້ນຢ່າງບໍ່ຢຸດຢັ້ງ; ແຕ່ໃນປະຈຸບັນມະນຸດເຮົາ ໄດ້ສ້າງຜົນກະທົບຢ່າງໃຫ່ຍຫຼວງຕໍ່ກັບຊັບພະຍາກອນທໍາມະຊາດ ເລົ່ານັ້ນເຊັ່ນ: ປ່າໄມ້, ສັດນໍ້າ - ສັດປ່າ ໄດ້ຖືກທໍາລາຍໄປເປັນຈໍານວນຫຼວງຫຼາຍໃນແຕ່ລະປີ ເຊິ່ງເຮັດໃຫ້ແນວພັນພຶດ ແລະ ພັນສັດ ຫຼາຍຊະນິດທີ່ຫາຍາກ ຖືກສູນພັນ, ສາເຫດກໍ່ຍ້ອນເກີດຈາກກຸ່ມຄົນບໍ່ດີ ຈໍານວນຫນື່ງ ທີ່ເຫັນແກ່ຜົນ ປະໂຫຍດສ່ວນຕົວ ໂດຍບໍ່ຄໍານຶງເຖີງລະບຽບກົດຫມາຍ, ໂດຍໄດ້ຍິງ, ໄດ້ລ່າສັດຈໍານວນດັ່ງກ່າວ ແບບຜິດກົດຫມາຍ, ອັນໄດ້ເຮັດໃຫ້ສັດນໍ້າ-ສັດ ປ່າຫຼຸດຫນ້ອຍຖອຍລົງ ຢ່າງຫນ້າເວດທະນາ, ໂດຍໄດ້ໃຊ້ວິທີການຫາສັດຫຼາຍຊະນິດແບບດັບສູນເຊັ່ນ: ໃຊ້ໄຟຟ້າຈູດ, ລະເບິດ, ຢາເຄມີ ແລະ ທາດເບື່ອອື່ນໆ ເຊີ່ງເຮັດໃຫ້ສີ່ງທີ່ມີຊີວິດ ພ້ອມດ້ວຍລະບົບນິເວດວິທະຍາ ແລະ ສະພາບແວດລ້ອມຖືກສູນເສຍ, ອັນໄດ້ສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງຂອງຄົນ ແລະ ສັດທັງປວງ.
ເພື່ອເປັນການເພີ່ມປະຊາກອນສັດນໍ້າ-ສັດປ່າ ເປັນຕົ້ນປະຊາກອນຂອງປາ ຢູ່ຕາມແຫຼ່ງນໍ້າທໍາມະຊາດ ເວົ້າລວມ, ເວົ້າສະເພາະແມ່ນ ຢູ່ພາຍໃນເມືອງນາແລ ແຂວງຫຼວງນໍ້າທາ ໃຫ້ນັບມື້ນັບຫຼາຍຂື້ນ ພ້ອມທັງເປັນການປູກຈິດສໍານຶກໃຫ້ ແກ່ເຍົາວະຊົນ, ອານຸຊົນ ແລະ ພໍ່-ແມ່ ປະຊາຊົນ ບັນ ດາເຜົ່າພາຍໃນເມືອງນາແລ ເຫັນໄດ້ຜົນ ປະໂຫຍດ-ຄວາມໝາຍສໍາຄັນ ແລະ ເພື່ອພ້ອມກັນ ຊຸກຍູ້-ສົ່ງເສີມ, ອະນຸລັກຟື້ນຟູ, ປົກປັກຮັກສາສັດນໍ້າ-ສັດປ່າ ມີຄວາມອຸດົມສົມບູນໄປດ້ວຍຊິວະນາໆພັນ ໃນທໍາມະຊາດ, ໃຫ້ມີຈໍານວນເພີ່ມຂື້ນ ແລະ ນໍາໃຊ້ແບບຍືນຍົງໃນອານາຄົດ.
ສະນັ້ນ, ຄະນະນໍາຂັ້ນເມືອງ ເວົ້າລວມ - ເວົ້າສະເພາະ ກໍ່ຄືຫ້ອງການກະສິກໍາ ແລະ ປ່າໄມ້ ຮ່ວມກັບ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງນາແລ ຈິ່ງໄດ້ຈັດກິດຈະກໍາ ພິທີ ວັນປ່ອຍປາ ແຫ່ງຊາດ ວັນທີ 13 ກໍລະກົດ 2022 ນີ້ຂື້ນຢ່າງເປັນທາງການ, ເຊິ່ງພິທີປ່ອຍປາລົງສູ່ສາຍນໍ້າທາ ສາຍນໍ້າທໍາມະຊາດ ຄັ້ງນີ້ໄດ້ຮັບການສະໜັບສະໜູນ ພັນປາ ຈາກ ພະແນກຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ໂດຍການຊ່ວຍເຫຼືອຈາກ ພະແນກກະສິກໍາ ແລະ ພັດທະນາຊົນນະບົດ ກິ່ງສີບສອງພັນນາ ແຂວງຢູນານ ສປ ຈີນ, ສໍາລັບປາທີ່ນໍາມາປ່ອຍໃນຄັ້ງນີ້ ມີຈໍານວນ ທັງຫມົດ 10,000 ໂຕ ໃນນີ້ມີປາ 2 ຊະນິດສາຍພັນຄື: ປາປາກ 5,000 ໂຕ ແລະ ປາເພ້ຍ 5,000 ໂຕ, ລວມເປັນມູນຄ່າທັງມົດ 10,000,000 ກີບ ( ສີບລ້ານກີບ).
--------------------------------------------------
ນອກຈາກການປ່ອຍປາລົງສູ່ແມ່ນໍ້າທາ ແມ່ນໍ້າທໍາມະຊາດ ວັງສະຫງວນຂອງເມືອງ ກໍ່ຂໍໃຫ້ທຸກພາກສ່ວນ ຜູ້ທີ່ມີເງື່ອນໄຂ ຈົ່ງພ້ອມກັນປ່ອຍປາລົງສູ່ແຫຼ່ງນໍ້າທໍາມະຊາດ ຈະເປັນຈໍານວນຫນ້ອຍ ຫຼື ຫຼາຍກໍ່ຕາມ ແລ້ວແຕ່ເປັນການປະກອບສ່ວນໃຫ້ແກ່ ປະເທດຊາດ ແລະ ການອະນຸລັກຊັບພະຍາກອນທໍາມະຊາດ ກໍ່ຄື ສັດນໍ້າ ແລະ ສັດປ່າ ໃຫ້ຍືນຍົງຄູ່ກັບ ພວກເຮົາຕະຫຼອດໄປ. ດັ່ງຄໍາຂັວນທີ່ວ່າ: “ ຈົ່ງພ້ອມກັນອານຸລັກ, ປົກປັກຮັກສາສັດນໍ້າ ແລະ ສັດປ່າ ໃຫ້ອຸດົມສົມບຸນຕະຫຼອດໄປ ແມ່ນຫນ້າທີ່ຂອງປວງຊົນທັງຊາດ”

Address

ຫຊສ ເມືອງນາແລ Nalae DONRE
Nale

Opening Hours

Monday 08:00 - 16:00
Tuesday 08:00 - 16:00
Wednesday 08:00 - 16:00
Thursday 08:00 - 16:00
Friday 08:00 - 16:00

Telephone

+8562055984845

Alerts

Be the first to know and let us send you an email when ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງນາແລ Mouang Nale DONRE posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share