ຫ້ອງການແຜນການ ເມືອງສາມັກຄີໄຊ ແຂວງອັດຕະປື.

ຫ້ອງການແຜນການ  ເມືອງສາມັກຄີໄຊ ແຂວງອັດຕະປື. ຫ້ອງການແຜນການ ແລະ ການລົງທຶນ ເມືອງສາ?

05/10/2021

ໃຜທີ່ມີບັນຫາຄອມຊ້າ ຄອມເກົ່າ ເປີດເຄື່ອງຊ້າ ເຮັດວຽກບໍ່ທັນໃຈ ບໍ່ທັນກັບຄວາມຕ້ອງການ ມາທາງນີ້ເລີຍເຮົາບໍລິການກວດເຊັກໃຫ້ . ຄອມຫ້ອງການທີ່ເກົ່າໃຊ້ຫລາຍປີສາມາດເຮັດໃຫ້ແຮງຂື້ນໄດ້ດ້ວຍການອັບເກດເສີມອຸປະກອນ ໂທ 020 23222498

ໃນຕອນບ່າຍຂອງວັນທີ 14  ກໍລະກົດ 2020 ທີ່ຜ່ານມາທີ່ສະໂມສອນຫ້ອງວ່າການປົກຄອງເມືອງສາມັກຄີໄຊ,  ຫ້ອງການແຜນການ ແລະ ການລົງທຶນ ເມືອງ...
16/07/2020

ໃນຕອນບ່າຍຂອງວັນທີ 14 ກໍລະກົດ 2020 ທີ່ຜ່ານມາທີ່ສະໂມສອນຫ້ອງວ່າການປົກຄອງເມືອງສາມັກຄີໄຊ, ຫ້ອງການແຜນການ ແລະ ການລົງທຶນ ເມືອງສາມັກຄີໄຊ ໄດ້ໄຂກອງປະຊຸມຂື້ນ ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນທະມາລີ ໝັ້ນອານົງ ເຈົ້າເມືອງໆສາມັກຄີໄຊ ມີທ່ານ ສຸລິຈັນ ພອນແກ້ວ ຫົວໜ້າພະແນກແຜນການແລະການລົງທຶນແຂວງ ມີບັນດາທ່ານໃນຄະນະປະຈຳພັກເມືອງ ກຳມະການພັກເມືອງ ຫົວໜ້າຫ້ອງການ ແຂກຖືກເຊີນຈາກອ້ອມຂ້າງເມືອງເຂົ້າຮ່ວມ.
ທ່ານ ວົງວິໄລ ສີສຸລາດ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດ ແຜນເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ແລະ ທິດທາງແຜນການ 5 ປີ ຄັ້ງທີ IX ຂອງເມືອງສາມັກຄີໄຊ ເຫັນວ່າດ້ານເສດຖະກິດມະຫາພາກ ລວມຍອດຜະລິດຕະພັນພາຍໃນ (GDP) ໄດ້ຮັກສາຈັງຫວະການຂະຫຍາຍຕົວສະເລ່ຍ 6,91% ຕໍ່ປີ, ( ຫຼຸດຄາດໝາຍ 0,56%), ໃນນີ້ກະສິກຳ-ປ່າໄມ່ 5,61% ( ລື່ນຄາດໝາຍ 0,31%), ອຸດສາຫະກຳ 7,76% ( ຫຼຸດຄາດໝາຍ 1,24%), ແລະ ການບໍລິການ 8,27% (ລື່ນຄາດໝາຍ 0,31%) ປີ 2019 ເສດຖະກິດຂອງເມືອງສ້າງມູນຄ່າເພີ່ມ 655,77 ຕື້ກີບ, ສະເລ່ຍໃສ່ຫົວຄົນ 16,07% ລ້ານກີບ ຫຼື ປະມານ 1,808 ໂດລາສະຫະລັດ/ຄົນ/ປີ, ລື່ນຄາດໝາຍ 3,4% ທຽບໃສ່ປີ 2014 ເພີ່ມຂື້ນ 32,8% ,ໂຄງປະກອບເສດຖະກິດໄດ້ແກ່ ກະສິກຳ-ປ່າໄມ້ກວມເອົາ34,55%,ອຸດສະຫະກຳກວມເອົາ40,85%, ແລະ ການບໍລິການກວມເອົາ24,60%, ໃນໄລຍະ5ປີຜ່ານມາເມືອງຕ້ອງການທຶນເພື່ອ ພັດທະນາທັງໝົດ 227ໂຄງການ ມູນຄ່າ385,37ຕື້ກີບ,ໃນນີ້ການລົງທຶນລັດ(PIP),ທັງໝົດ221ໂຄງການມູນຄ່າ282,30ຕື້ກີບ, ທຶນຊ່ວຍທາງການເພື່ອການພັດທະນາ5ໂຄງການມູນຄ່າ1,5ຕື້ກີບ.ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ (FDI) 7 ໂຄງການ ມູນຄ່າ96,83ຕື້ກີບ.ສິນເຊື່ອທະນາຄານ4ໂຄງການມູນຄ່າ4,7ຕື້ກີບ. ຕະຫຼອດໄລຍະ5ປີຜ່ານມາສາມາດລະດົມຈາກແຫຼງທຶນຕ່າງໆໃດ້ທັງໝົດ362,03ຕືກີບ,ເທົ່າກັບ93,9%ຂອງແຜນການ.ໃນນີ້ການລົງທຶນຂອງລັດ 22 ໂຄງການ ມູນຄ່າ 1,74ຕື້ກີບ,ເທົ່າກັບ8,24%ຂອງແຜນການ. ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) 33 ໂຄງການມູນຄ່າ11,80ຕື້ກີບ ລື່ນແຜນ 7 ເທົ່າຕົວ,ທຶນເອກະຊົນພາຍໃນແລະຕ່າງປະເທດ (FDI) 7 ໂຄງການ ມູນຄ່າ 292,96ຕື້ກີບ ລື່ນແຜນການ 3 ເທົ່າຕົວ,ທຶນສິນເຊື່ອທະນາຄານ ໄດ້ຮັບສິນເຊື່ອຈາກທະນາຄານນະໂຍບາຍ 11,17 ຕື້ກີບ,ລື່ນແຜນ2ເທົ່າຕົວ ແລະ ກອງທຶນບ້ານໃດ້ສ້າງກອງທຶນທະນາຄານບ້ານໃດ້23ບ້ານ ມີສະມາຊິກ 4,806 ຄົນ ມີເງິນຝາກ 12,38ຕື້ກີບ ທຽບໃສ່ 2014 ເພີ່ມຂື້ນ 60,8%,ປ່ອຍກູ້ໃຫ້ສະມາຊິກ 12,33ຕື້ກີບ ແລະ ກອງທຶນລຶບລ້າງຄວາມທຸກຍາກຂອງເມືອງ 1,97ຕື້ກີບ.ພ້ອມນັ້ນຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດເຫັນໃສ່ບົດລາຍງານທັງສອງພາກ ເພື່ອເປັນການຊອກຫາທ່າແຮງບົ່ມຊ້ອນທັງພາຍໃນແລະຕ່າງປະເທດເຂົ້າມາລົງທຶນເພື່ອມາພັດທະນາ ໃຫ້ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດກໍ່ຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ 5 ປີຕໍ່ໜ້າຕາມວິໄສທັດຂອງແຂວງໄດ້ວາງໃວ້ຄື: ສ້າງແຂວງໃຫ້ກາຍເປັນປະຕູເສດຖະກິດ ແຫຼ່ງຜະລິດພະລັງງານ ສູນບໍລິ ການທາງຜ່ານ ແລະ ຄຸ້ມຄອງສິ່ງແວດລ້ອມແລະຍືນຍົງ.

https://www.dpo-atp.ga/2020/07/5-2020-2024.html

ມອບປື້ມວາລະສານສະຖິຕິຂັ້ນບ້ານປະຈຳເມືອງສາມັກຄີໄຊ ປີ 2011-2016 ໃຫ້ສູນສະຖິຕິປະຈຳແຂວງ
17/10/2017

ມອບປື້ມວາລະສານສະຖິຕິຂັ້ນບ້ານປະຈຳເມືອງສາມັກຄີໄຊ ປີ 2011-2016 ໃຫ້ສູນສະຖິຕິປະຈຳແຂວງ

ພາບການມອບຮັບເງຶນສ້າງແຜນ
24/09/2015

ພາບການມອບຮັບເງຶນສ້າງແຜນ

ກຽມພ້ອມການສຳລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຂໍຄວາມຊ່ວຍເຫຼືອຈາກ ພໍ່ແມ່ປະຊາຊົນ ພະນັກງານທົ່ວໜ້າຈົ່ງຊ່ວຍກັນໃຫ້ຂໍມູນຕາມຄ...
20/01/2015

ກຽມພ້ອມການສຳລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ
ຂໍຄວາມຊ່ວຍເຫຼືອຈາກ ພໍ່ແມ່ປະຊາຊົນ ພະນັກງານທົ່ວໜ້າຈົ່ງຊ່ວຍກັນໃຫ້ຂໍມູນຕາມຄວາມຈີງ ຖືກຕ້ອງທຸກຄຳຕອບ ຄົບຖ້ວນທຸກຄຳຖາມ ເລີມວັນທີ 1-7 ມີນາ 2015

Address

Muang Samakhixai

Opening Hours

Monday 08:00 - 16:30
Friday 08:00 - 16:30

Alerts

Be the first to know and let us send you an email when ຫ້ອງການແຜນການ ເມືອງສາມັກຄີໄຊ ແຂວງອັດຕະປື. posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share