ຄະນະ ໂຄສະນາ-ອົບຮົມ ເມືອງເມິງ

ຄະນະ ໂຄສະນາ-ອົບຮົມ ເມືອງເມິງ ຄົ້ນຄວ້າເຊື່ອມຊຶມ, ກໍາແໜ້ນແນວທາງນະໂຍບາຍຂອງພັກ-ລັດ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ

25/02/2026
ເພື່ອເປັນການສ້າງຂະບວນການອອກແຮງງານ ຂໍ່ານັບຮັບຕ້ອນ ການປ່ອນບັດເລືອກຕັ້ງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ເພື່ອເຮັດໃຫ້...
26/01/2026

ເພື່ອເປັນການສ້າງຂະບວນການອອກແຮງງານ ຂໍ່ານັບຮັບຕ້ອນ ການປ່ອນບັດເລືອກຕັ້ງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ເພື່ອເຮັດໃຫ້ຂອບເຂດທົ່ວເມືອງໃຫ້ມີຄວາມຈົບງາມ ແລະ ມີຄວາມສະຫງົບປອດໄພ.
ຫ້ອງວ່າການເມືອງເມິງ, ຂໍຖືເປັນກຽດຢ່າງສູງ ແຈ້ງມາຍັງທ່ານ ຊາບວ່າ: ວັນທີ 30 ມັງກອນ 2026 ໃຫ້ບັນດາທ່ານ ນໍາພາສະມາຊິກອ້າຍ, ເອື້ອຍ, ນ້ອງ ໃຕ້ຄວາມຮັບຜິດຊອບຂອງຕົນ ອອກແຮງງານລວມ ດັ່ງລາຍລະອຽດລຸ່ມນີ້:
1. ຕັດຫຍ້າ ແລະ ເກັບຂີ້ເຫຍື້ອຂອບເຂດຄວາມຮັບຜິດຊອບຂອງຕົນ.
2. ໃຫ້ປະຊາຊົນໃນເຂດເທດສະບານເມືອງ ແລະ ທຸກບ້ານໃນທົ່ວເມືອງພ້ອມພາກັນຕັດຫຍ້າແຄມທາງ, ດິນຈັບຈອງ ແລະ ເຮືອນຊານຂອງຕົນໃຫ້ເປັນລະບຽບ.
3. ມອບໃຫ້ແຕ່ລະຂົງເຂດແຕ່ງຕັ້ງການປ້ອງກັນເວນຍາມ ເພື່ອປ້ອງກັນບໍ່ໃຫ້ເກີດມີເຫດການທີ່ບໍ່ດີເກີດຂື້ນໃນຂອບເຂດທົ່ວເມືອງ, ຕ້ອງຮັບປະກັນໃຫ້ມີຄວາມສະຫງົບ 100%.
ສະນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ແລະ ພາກສ່ວນທີ່ກ່ຽວຂ້ອງເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ໃຫ້ໄດ້ຮັບໝາກຜົນດ້ວຍ.

ຄະນະກຳມະການເລືອກຕັ້ງຂັ້ນເມືອງ.ອອກແຈ້ງການເຖິງຄະນະພັກຮາກຖານບ້ານ, ເລຂາໜ່ວຍພັກ, ນາຍບ້ານ ແລະ ຄະນະຮັບຜິດຊອບໜ່ວຍປ່ອນບັດ ເພື່ອລົ...
13/01/2026

ຄະນະກຳມະການເລືອກຕັ້ງຂັ້ນເມືອງ.
ອອກແຈ້ງການເຖິງຄະນະພັກຮາກຖານບ້ານ, ເລຂາໜ່ວຍພັກ, ນາຍບ້ານ ແລະ ຄະນະຮັບຜິດຊອບໜ່ວຍປ່ອນບັດ ເພື່ອລົງເກັບກຳສະຖິຕິຜູ້ມີສິດປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຢູ່ເມືອງເມິງ.

ລາຍການອາຫານ ຂອງຮ້ານອາຫານແຫ່ງໜຶ່ງ ຂອງເມືອງເມິງ.ເມື່ອ 5-6 ປີກ່ອນ ເຝີ, ເຂົ້າປຽກ, ເຂົ້າຊອຍ ແມ່ນ ເລິ່ມຕົ້ນ 10.000 ກີບ.ລາບ, ແກ...
22/12/2025

ລາຍການອາຫານ ຂອງຮ້ານອາຫານແຫ່ງໜຶ່ງ ຂອງເມືອງເມິງ.
ເມື່ອ 5-6 ປີກ່ອນ ເຝີ, ເຂົ້າປຽກ, ເຂົ້າຊອຍ ແມ່ນ ເລິ່ມຕົ້ນ 10.000 ກີບ.
ລາບ, ແກງ ເລີ່ມຕົ້ນ 30.000 ກີບ.
ແຕ່ປັດຈຸບັນ ປີ 2025 ເຝີ, ເຂົ້າປຽກ, ເຂົ້າຊອຍ 35.000 ກີບ.
ແລະ ປີຕໍ່ໆໄປເດ ລາຄາຈະຫຼຸດລົງ ຫຼື ເພີ່ມຂື້ນແບບໃດຕື່ມ.

ການນຳເມືອງເມິງ ເຂົ້າວາງກະຕ່າດອກໄມ້ ຮູບປັ້ນທ່ານໄກສອນ ພົມວິຫານ ເນື່ອງໃນໂອກາດວັນຄ້າຍວັນເກີດ ຄົບຮອບ 105 ປີ.ແລະ ຮັບຊົມການຖ່າຍ...
12/12/2025

ການນຳເມືອງເມິງ ເຂົ້າວາງກະຕ່າດອກໄມ້ ຮູບປັ້ນທ່ານໄກສອນ ພົມວິຫານ ເນື່ອງໃນໂອກາດວັນຄ້າຍວັນເກີດ ຄົບຮອບ 105 ປີ.
ແລະ ຮັບຊົມການຖ່າຍທອດສົດ ພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ.
13 ທັນວາ 1920 - 13 ທັນວາ 2025

02/12/2025

ການນຳເມືອງເມືອງຮັບຊົມການສະແດງສິລະປະຈາກນ້ອງນ້ອຍ ມສ ນ້ຳເມິງ ແລະ ປະຖົມນ້ຳເມິງ.
ເນືອງໃນໂອກາດ ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ.
ຊົມເຊີຍວັນຊາດ ທີ 2 ທັນວາ ຢ່າງສຸດໃຈ

02/12/2025

ວັນຊາດ 2 ທັນວາ ໝັ້ນຍືນ

ແຈ້ງການ ລົງສຳຫຼວດພົນລະເມືອງທົ່ວປະເທດຄັ້ງທີ V ປີ 2025.ຂໍແຈ້ງເຖິງບັນດາພໍ່ແມ່ປະຊາຊົນ, ພໍ່ຄ້າ ແມ່ຄ້າ, ຄົນຕ່າງປະເທດ.....ທີ່ມີ...
02/11/2025

ແຈ້ງການ ລົງສຳຫຼວດພົນລະເມືອງທົ່ວປະເທດຄັ້ງທີ V ປີ 2025.
ຂໍແຈ້ງເຖິງບັນດາພໍ່ແມ່ປະຊາຊົນ, ພໍ່ຄ້າ ແມ່ຄ້າ, ຄົນຕ່າງປະເທດ.....ທີ່ມີໜ້າປະຈຳຢູ່ໃນ ເມືອງເມິງ ຂໍໃຫ້ທ່ານຈົ່ງໃຫ້ການຮ່ວມມື ໃນການສະໜອງຂໍ້ມູນ ໃຫ້ກັບນັກເດີນສຳຫຼວດພົນລະເມືອງພວກເຮົາ.
ທຸກຂໍ້ມູນຂອງທ່ານລ້ວນແຕ່ມີຄວາມສຳຄັນຕໍ່ກັບການວາງແຜນພັດທະນາປະເທດຊາດຂອງພວກເຮົາ ສະນັ້ນຂໍໃຫ້ທຸກທ່ານຈົ່ງໃຫ້ຂໍ້ມູນທີ່ເປັນຄວາມຈິງ, ໃຫ້ໝັ້ນໃຈໄດ້ເລີຍວ່າຂໍ້ມູນທຸກຢ່າງຂອງທ່ານຈະເປັນຄວາມລັບ.
ຖ້າຫາກທ່ານຍັງບໍ່ເຂົ້າໃຈຕໍ່ກັບການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ນີ້ ໃຫ້ທ່ານສອບຖາມທາງຫ້ອງການສຳຫຼວດພົນລະເມືອງ ຫຼື ແຊດມາທາງ ຄະນະໂຄສະນາອົບຮົມເມືອງເມິງ ຂອງພວກເຮົາໄດ້.
ການສໍາຫຼວດພົນລະເມືອງຄັ້ງທີ V ເລີ່ມແຕ່ວັນທີ 3 ພະຈິກ ຫາວັນທີ 14 ທັນວາ ພ້ອມກັນທົ່ວປະເທດ

28/09/2025

ປະຊາຊົນຮ້ອງຂໍໃຫ້ພາກສ່ວນກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ທີ່ຮັບຜິດຊອບເສັ້ນທາງເຂດ ບ້ານປຸ່ງ ຫາ ນ້ຳຍູ້ ຂໍໃຫ້ມາແກ້ໄຂສຸກເສີນ ເສັ້ນທາງເຂດຂົວນ້ຳຍູ້ ຫາ ໂຮງຮຽນ ມສ ນ້ຳຍູ້ ເສັ້ນທາງເປເພ ຫຼາຍສົມຄວນ(ແອັດມິນ ເກີດມາ ແລະ ໃຫຍ່ ຢູ່ເມືອງເມິງ 30 ກວ່າປີ ບໍ່ເຄີຍເສັ້ນທາງເປເພຫຼາຍປານນີ້)
ຊຶ່ງທາງອຳນາດການປົກຄອງບ້ານ, ຄະນະພັກຮາກຖານ ກໍ່ໄດ້ນຳພາປະຊາຊົນສ້ອມແປງຫຼາຍເທື່ອແລ້ວ
ແຕ່ຄັ້ງນີ້ໜັກໜ່ວງພໍສົມຄວນເຫຼືອຄວາມສາມາດທີ່ປະຊາຊົນຈະສ້ອມແປງແລ້ວ
ຂໍຂັ້ນເທິງຊີ້ນຳບໍລິສັດຮັບຜິດຊອບແກ້ໄຂໃຫ້ຮີບດ່ວນ
#ອີຕົນນ້ອງນ້ອຍນັກຮຽນທີ່ທ່ຽວເຂົ້າໂຮງຮຽນທຸກມື້,ບາງຄົນຂີ່ລົດຈັກໄປລົດຈັກຈົນດັບຄານ້ຳບວກ.
#ບາງຄົນນຸ່ງເຄື່ອງນັກຮຽນມາເສື້ອອຂາວຈົນເປັນສີນ້ຳຕານເຂັ້ມ

ສະບາຍດີຕອນເຊົ້າວັນອາທິດມື້ນີ້ແດດອອກແຕ່ເຊົ້າເລີຍ
13/09/2025

ສະບາຍດີຕອນເຊົ້າວັນອາທິດ
ມື້ນີ້ແດດອອກແຕ່ເຊົ້າເລີຍ

07/09/2025

Poscast ຫົວຂໍ້: ຜົນກະທົບຂອງສິ່ງເສດເຫຼືອ(ຂີ້ເຫຍື້ອ) ທີ່ມີຜົນກະທົບຕໍ່ຊຸມຊົນດ້ານ ການພັດທະນາ, ດ້ານສຸຂະພາບ, ດ້ານເສດຖະກິດ ແລະ ດ້ານອື່ນໆ.
ເຖິງເວລາແລ້ວບໍ່ ທີ່ພວກເຮົາທຸກຄົນຄວນຍົກບັນຫາຂີ່ເຫຍື້ອ ມາເປັນບັນຫາໃຫຍ່, ບັນຫາສຳຄັນທີ່ຕ້ອງໄດ້ແກ້ໄຂ ຢ່າງຈິງຈັງ.
ຄະນະ ໂຄສະນາ-ອົບຮົມ ເມືອງເມິງ
#ຄິບສຽງສ້າງຈາກAIຍັງບໍ່ສາມາດປ່ຽນເປັນພາສາລາວໄດ້ໃຊ້ພາສາປະເທດເພື່ອນບ້ານໄປກ່ອນ

Address

Muang Meung

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 09:00 - 17:00

Telephone

+8562023505065

Website

Alerts

Be the first to know and let us send you an email when ຄະນະ ໂຄສະນາ-ອົບຮົມ ເມືອງເມິງ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to ຄະນະ ໂຄສະນາ-ອົບຮົມ ເມືອງເມິງ:

Share