01/10/2024
ໃນຄັ້ງວັນທີ່ 21 /8/ 2024 ກົງກັບວັນພຸດ, ເວລາ 12: 40 ນາທີ, ຫ້ອງການສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ເມືອງຄອບ- ຊຽງຮ່ອນ ຕັ້ງຢູ່ບ້ານຜາບ່ອງ, ເມືອງຄອບ, ແຂວງໄຊຍະບູລີ, ໄດ້ມີເຫດການໄພນໍ້າຖ້ວມກະທັນຫັນ, ເຊິ່ງພວກຫ້ອງການຂອງພວກເຮົາມີຜົນເສຍຫາຍເບື້ຶອງຕົ້ນປະມານ 488,465,985 ກີບ (22,050 USD )
ແຕ່ກໍ່ໂຊກດີມີຫຼາຍອົງການ-ຫຼາຍພາກສ່ວນມີຄວາມເປັນຫ່ວງເປັນໃຍໃຫ້ການຊ່ວຍເຫຼືອເພື່ອຢຽວຢາຈິດໃຈ-ບັນເທົາທຸກໃຫ້ແກ່ທີມງານສະກອນສິນເຊື່ອພວກເຮົາເຊັ່ນວ່າ:
1) ອົງການຈັດຕັ້ງຂັ້ນເມືອງຄອບ ກໍ່ໄດ້ຈັດກໍາລັງແຮງງານມາຊ່ວຍເຫຼືອອະນາໄມ.( ໂດຍສະເພາະ ອ້າຍນ້ອງ ກປຊ ທີ່ຢູ່ເມືອງຊຽງຮ່ອນ ແລະ ເມືອງຄອບ )
2) ອ້າຍນ້ອງບ້ານສະຖານ ແລະ ສະມາຊິກສະຫະກອນ, ໝູ່ເພື່ອນສະຫາຍ ກໍ່ໄດ້ຊ່ວຍເຫຼືອດ້ານແຮງງານຢ່າງເຕັມທີ່.
3) ບໍລິສັດ ແອວທີເອັສແອວທີເອັສແວນເຈີຈໍາກັດຜູ້ດຽວ LTS, ຢູ່ນະຄອນຫຼວງວຽງຈັນ ໄດ້ເປັນຕົວແທນໃນການປະສານງານກັບຫຼາຍພາກສ່ວນ ແລະ ອໍານວຍຄວາມສະດວກດ້ານໄອທີ ເພື່ອຊ່ວຍເຫຼືອ ສະຫະກອນພວກເຮົາ.
4) ສະຖານຖູດລຸກເຊມບວກປະຈໍາລາວໄດ້ຊ່ວຍເຫຼືອ ເປັນເງິນ 3,500 ໂດລ່າ, ຫຼື 77,549,000 ກີບ ເພື່ອແກ້ໄຊດ້ານໄອທີ - ເຊີບເວີ.
5) ໂຄງການ Deutsche Sparkassenstiftung für Internationale Kooperation ຢູ່ນະຄອນຫຼວງວຽງຈັນໄດ້ຊ່ວຍເຫຼືອເປັນວັດຖຸເຊັ່ນ: ຈໍຄັອມພີວເຕີຕັ໊ງໂຕະ 1ໜ່ວຍ, ເຄື່ອງພິມເອກະກະສານ1ໜ່ວຍ ແລະ ໂນສບຸກ1ໜ່ວຍ ລວມ3ຢ່າງມູນຄ່າ 19,680,000 ກີບ
6) ບໍລິສັດ J&C Group ຢູ່ນະຄອນຫຼວງວຽງຈັນໄດ້ຊ່ວຍເຫຼືອເປັນວັດຖຸ Desk top Acer ຈໍານວນ 1 ໜ່ວຍ. ມູນຄ່າ 11,290,000 ກີບ
7) ຜູ້ອໍານວຍການສະມາຄົມສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ລາວ( ສງລ) ຢູ່ ນະຄອນຫຼວງວຽງຈັນ ກໍ່ໄດ້ລະດົມທຶນເປັນເງິນຈາກສະມາຊິກ ສງລ ທີ່ຢູ່ພາຍໃນປະເທດລາວ ໄດ້ 24 ແຫ່ງມາຊ່ວຍເຫຼືອ ລວມມູນຄ່າ 15,900,000 ກີບ (ການຊ່ວຍເຫຼືອຈາກທຸກໆພາກສ່ວນພວກເຮົາຈະບັນທຶກເຂົ້າປະຫວັດສາດຂອງ ສະຫະກອນ )
ເຖິງຢ່າງໃດກໍ່ຕາມຂ້າພະເຈົ້າ ທ ທະນຸສອນ ສຸກຸນທອງ, ໃນນາມເປັນຜູ້ບໍລິຫານ ແລະ ຕາງໜ້າທີມງານສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ເມືອງຄອບ-ຊຽງຮ່ອນ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງຍິ່ງນໍາພາກສ່ວນອົງການຈັດຕັ້ງເມືອງຄອບ, ສະຖານຖູດລູກເຊມບວກປະຈໍາລາວ, LTS . DSIK, ບໍລິສັດ J&C Group , ສງລ, ສະມາຊິກ ສງລ, ສະມາຊິກສະຫະກອນພວກເຮົາ ແລະ ໝູ່ເພື່ອນທັງຫຼາຍ ທີ່ໄດ້ບິແບ່ງນໍ້າໃຈມາຊ່ວຍເຫຼືອພວກເຮົາໃນຍາມພົບຄວາມລໍາບາກ ຈະເປັນດ້ານແຮງງານ , ວັດຖຸ ແລະ ຖ້າຄິດໄລ່ເປັນເງິນເງິນລວມທັງໝົດປະມານ 124 ລ້ານກົ່ວກີບ. ທ້າຍສຸດນີ້ຂ້າພະເຈົ້າຂໍອວຍໄຊໃຫ້ພອນແ່ດ່ ທຸກໆທ່ານຈິ່ງມີສຸຂະພາບແຂງແຮງ, ມີຄວາມຈະເລີນທາງໜ້າທີ່ການງານ-ການເງິນ ແລະ ຂໍໃຫ້ທຸກໆທ່ານມີຄວາມຜາສຸກໃນຊີວິດສ່ວນຕົວ (ຂອບໃຈ)
On 21 /8/ 2024, corresponding to Wednesday, at 12:40 minutes, the office of Credit and Savings Union in Khop-Xienghon District, located in PhaBong village, Khop District, Xayabuli Province, there was a sudden flood, which our office suffered a loss of approximately 488,465,985 kip (22.050 USD).
But fortunately, there are many organizations-many parties who are concerned about providing help to help our credit Saving Union team, such as:
1) District-level organizations have also organized labor to help clean up.
2) Ban Sthan's brothers and cooperative members, friends also fully helped with labor.
3) LTS Venture Company Limited LTS, in Vientiane cpital has represented in coordination with many parties and facilitated IT to help we SCU
4) Embassy of the Grand Duchy of Luxembourg in Laos has helped him with 3,500 USD, or 77,549,000 kip to solve IT-server problems.
5) Deutsche Sparkassenstiftung für Internationale Kooperation has helped with items such as: 1 desktop computer monitor, 1 document printer and 1 laptop, a total of 3 items worth 19,680,000 kip
6) J&C Group Company in Vientiane has donated 1 Acer desktop. The value is 11,290,000 kip
7) Director of the Lao Credit and Savings Union Association ( LSCU ) in Vientiane also raised funds from 24 LSCU members in Laos to help with a total value of 15,900,000 kip (help from all parties will be recorded in the history of the cooperative)
However, I, am Mr Thanousone SOUKOUNTHONG the manager and representative of the Credit and Savings Union team of Khop-Xienghon District, would like to express my gratitude and thanks to the organizations of Khop District, LTS, . DSIK, J&C Group, LSCU, members of LSCU, We members SCU and all our friends who have shared their hearts to help us in times of difficulty will be in terms of labor, material and if calculated as a total of about 124 million kip. Finally, I would like to wish all of you good health, prosperity in your career and finances, and may you all be happy in your personal life (thank you)