23/03/2026
ພິທີປາຖະກາຖາເລົ່າມູນເຊື້ອ ວັນແມ່ຍິງ ສາກົນ ຄົບຮອບ 116 ປີ ແລະ ກອງປະຊຸມສະຫຼຸບຂະບວນການແຂ່ງຂັນ 3 ດີ ປະຈຳປີ 2025 ຂອງຮາກຖານສະຫະພັນແມ່ຍິງ ຝ່າຍຄຸ້ມຄອງລະບົບໄຟຟ້າພາກເໜືອ ແລະ ສະຫະພັນແມ່ຍິງ ໄຟຟ້າ ສາຂາແຂວງຫລວງພະບາງ.
..........................................................
ໃນຕອນບ່າຍຂອງວັນທີ່ 20/03/2026 ຜ່ານມາ ທີ່ຫ້ອງປະຊຸມຂອງຝ່າຍຄຸ້ມຄອງລະບົບໄຟຟ້າພາກເໜືອໄດ້ຈັດພິທີປາຖະກາຖາເລົ່າມູນເຊື້ອ ວັນແມ່ຍິງ ສາກົນ ຄົບຮອບ 116 ປີ ແລະ ກອງປະຊຸມສະຫຼຸບຂະບວນການແຂ່ງຂັນ 3 ດີ ປະຈຳປີ 2025 ຂອງຮາກຖານສະຫະພັນແມ່ຍິງ ຝ່າຍຄຸ້ມຄອງລະບົບໄຟຟ້າພາກເໜືອ ແລະ ສະຫະພັນແມ່ຍິງ ໄຟຟ້າ ສາຂາແຂວງຫລວງພະບາງ ໃຫ້ກຽດເປັນຄະນະປະທານໂດຍ ທ່ານ ນາງສົມມອນ ສິດທິວົງ ຮອງປະທານ ສະຫະພັນແມ່ຍິງແຂວງ ຫລວງພະບາງ, ທ່ານ ສຸລິຍາ ໂພທິໄຕ ຄະນະພັກຮາກຖານ ພະແນກ ອຸດສາຫະກຳ ແລະ ການຄ້າ,ເລຂາໜ່ວຍພັກຄູ້ມຄອງລະບົບໄຟຟ້າພາກເໜືອ ແລະ ທ່ານ ຄໍາພຸດ ຈະເລີນສຸກ ຄະນະພັກຮາກຖານ ພະແນກ ອຸດສາຫະກຳ ແລະການຄ້າແຂວງ, ເລຂາໜ່ວຍພັກ ລັດວິສາຫະກິດໄຟຟ້າສາຂາແຂວງຫລວງພະບາງ ນອກນັ້ນຍັງມີຕາງໜ້າ ຄະນະສະຫະພັນ ກຳມະບານ, ຄະນະຊາວໜຸ່ມຮາກຖານ ແລະ ຄະນະປະທານຮາກຖານສະຫະພັນແມ່ຍິງຝ່າຍຄູ້ມຄອງລະບົບໄຟຟ້າພາກເໜືອ ແລະ ຄະນະຮາກຖານ ສະຫະພັນແມ່ຍິງ ໄຟຟ້າສາຂາຫລວງພະບາງ ພ້ອມດ້ວຍ ສະມາຊິກສະຫະພັນແມ່ຍິງ ທັງໝົດ ພາຍໃນ 2ຮາກຖານ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ນາງ ວັນນາ ທະວົງສີ ຕາງໜ້າຈາກຂະແໜງພັດທະນາແມ່ຍິງ ແລະ ຝຶກວິຊາອາຊີບໄດ້ຂຶ້ນຜ່ານຂໍ້ຕົກລົງອະນຸມັດເປີດກອງປະຊຸມສະຫຼຸບຂະບວນການແຂ່ງຂັນ 03ດີ ປະຈຳປີ2025ຂອງຮາກຖານສະຫະພັນແມ່ຍິງ ຝ່າຍຄຸ້ມຄອງລະບົບໄຟຟ້າພາກເໜືອ ແລະ ສະຫະພັນແມ່ຍິງ ໄຟຟ້າ ສາຂາແຂວງຫລວງພະບາງ. ຫຼັງຈາກນັ້ນຕາງໜ້າປະທານ 02ຮາກຖານໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ03ດີ ປະຈຳປີ2025 ແລະ ທິດທາງແຜນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 03ດີປະຈຳປີ2026. ພ້ອມນັ້ນແມ່ຍິງທັງ02ຮາກຖານໄດ້ຈັບມືແຂ່ງຂັນ ແລະ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການມອບໃບ້ອງຍໍ 03ດີ ປະຈຳປີ 2025 ໃຫ້ແກ່ຮາກຖານສະຫະພັນແມ່ຍິງ ຝ່າຍຄຸ້ມຄອງລະບົບໄຟຟ້າພາກເໜືອ ແລະ ສະຫະພັນແມ່ຍິງ ໄຟຟ້າ ສາຂາແຂວງຫລວງພະບາງ.
ໃນຕອນທ້າຍຂອງພິທີ ທ່ານ ປະທ່ານໄດ້ປະຖະກາຖາເລົ່າມູນເຊື້ອຫວນຄືນປະຫວັດສາດຄວາມເປັນມາຂອງວັນແມ່ຍິງສາກົນ ແລະ ມີຄຳເຫັນໂອ້ລົມຕໍ່ກອງປະຊຸມຢ່າງກົງໄປກົງມາ ກອງປະຊຸມກໍ່ໄດ້ປິດລົງໃນວັນດຽວກັນ.
#ຝ່າຍຄຸ້ມຄອງລະບົບໄຟຟ້າພາກເໜືອ
☎️ ມີບັນຫາໄຟຟ້າດັບ - ມອດ ຕິດຕໍ່ສາຍດ່ວນໄຟຟ້າ Call Center 071 1199.
🇫 Facebook: EDL LAOS ຝ່າຍຄຸ້ມຄອງລະບົບໄຟຟ້າພາກເໜືອ.
🌐 Website: www.edl.com.la