Lao Youth Opportunities

Lao Youth Opportunities Contact information, map and directions, contact form, opening hours, services, ratings, photos, videos and announcements from Lao Youth Opportunities, Library, Vieng Savanh, Luang Phrabang.

Dok Tang (Trevesia palmata) is a unique edible flower from the Lao jungle
12/04/2026

Dok Tang (Trevesia palmata) is a unique edible flower from the Lao jungle

ດອກຕ້າງ
12/04/2026

ດອກຕ້າງ

23/10/2025
25/09/2025

[𝔼𝕟𝕘𝕝𝕚𝕤𝕙 𝔹𝕖𝕝𝕠𝕨]✨
🐠 ພລາສຕິກໃຊ້ແລ້ວຖິ້ມ: ໄພຮ້າຍທີ່ເບິ່ງບໍ່ເຫັນ 💔
ທຸກຄົນ! ເຄີຍຄິດບໍ່ວ່າພລາສຕິກທີ່ເຮົາຖິ້ມໄປນັ້ນ ມັນບໍ່ໄດ້ຫາຍໄປໃສ? ມັນພຽງແຕ່ແຕກເປັນຕ່ອນນ້ອຍໆ ທີ່ໂຄດອັນຕະລາຍ ເອີ້ນວ່າ ໄມໂຄຣພລາສຕິກ, ເຊິ່ງກຳລັງທຳລາຍນ້ຳ ແລະ ທະເລຂອງເຮົາຢູ່! 😥💧

ຟັງແລ້ວກໍ່ນ່າເສົ້າ: "ປາເພິ່ນບໍ່ຢາກກິນຂີ້ເຫຍື້ອຂອງເຮົາ." 🐟🤢

ພວກເຮົາ ນ້ຳທາອາສາ ຂໍເປັນອີກໜຶ່ງແຮງໃນການປຸກຈິດສຳນຶກ! ມາຊ່ວຍກັນຮັກສາສັດນ້ຳທີ່ໜ້າຮັກທັງຫຼາຍກັນເຖາະ.

ງ່າຍໆ ທີ່ເລີ່ມຈາກຕົວເຮົາ:

🛑 ເຊົາໃຊ້ ພລາສຕິກແບບໃຊ້ເທື່ອດຽວ.

♻️ ຖືໄປນຳ ກະຕຸກນ້ຳ ແລະ ຖົງຜ້າຂອງເຮົາເອງ.

🌊 ຊ່ວຍໂລກ ໃຫ້ສະອາດ!

ຂໍພຽງແຕ່ເຮົາໃຊ້ພລາສຕິກຢ່າງຄິດພິຈາລະນາ. ເພາະນ້ຳຂອງເຮົາຕ້ອງການເຮົາ! ✨

#ພລາສຕິກໃຊ້ເທື່ອດຽວ #ໄມໂຄຣພລາສຕິກ #ຮັກນ້ຳຮັກປາ

✨🐟🤢♻️ 🌊✨

🐠 Single-Use Plastic = Microplastic Threat 💔
That single-use plastic item you throw away? It doesn't disappear. It breaks down into tiny, dangerous pieces called microplastics that pollute our water. 💧

The sad truth: "Fish Don't Want to Taste Your Waste." 🐟🤢

At Namtha Aa-Saa, we're joining the fight! Let's protect the aquatic life we love.

Our Pledge:

🛑 REFUSE single-use plastic.

♻️ REUSE your bottles and bags.

🌊 SAVE the river!

Use plastic wisely today. Our river depend on it.

25/09/2025

[𝔼𝕟𝕘𝕝𝕚𝕤𝕙 𝔹𝕖𝕝𝕠𝕨]✨
ຈະເປັນແນວໃດຖ້າຖົງພລາສຕິກທີ່ໃຊ້ແລ້ວຖິ້ມສາມາດກາຍເປັນສິ່ງທີ່ສວຍງາມ ແລະ ມີປະໂຫຍດ?♻️👜 🤔ພວກເຮົາກຳລັງສານຝັນນັ້ນໃຫ້ເປັນຈິງດ້ວຍ ຖົງພລາສຕິກທີ່ຖັກດ້ວຍມື ແບບໃໝ່ຂອງພວກເຮົາ!🤩 ພວກເຮົາປ່ຽນສິ່ງເສດເຫຼືອໃຫ້ເປັນຜະລິດຕະພັນທີ່ມີຄຸນຄ່າ, ເພື່ອໃຫ້ຖົງຢາງມີຊີວິດໃໝ່ ແລະ ບໍ່ຕ້ອງຖືກຖິ້ມລົງໃນບ່ອນຂີ້ເຫຍື້ອອີກ.✨
ແລະຄວາມພິເສດຍັງບໍ່ໝົດເທົ່ານັ້ນ, ພວກເຮົາຍັງໄດ້ອອກແບບຖົງທີ່ສາມາດໃສ່ຕຸກນໍ້າຂອງທ່ານໄດ້ຢ່າງສະດວກ. ໂດຍສະເພາະໃຜທີ່ມັກລືມເອົາຂວດນໍ້າໄປນຳ, ຖົງນີ້ຄືຄຳຕອບເລີຍ! ມາພົບກັບພວກເຮົາ ແລະ ຢ່າລືມເອົາຂວດນໍ້າຂອງທ່ານມາພ້ອມເດີ້!

🌍♻️👜🌍

Namtha Aa-Saa just showed you our new grocery bag prototype! 🤔It's a special blend of crochet and upcycling, giving new life to single-use plastic♻️👜 that would otherwise end up in a landfill or be burned, causing air pollution.

But we didn't stop there. We're also proud to present a new bag designed to carry your water bottle! If you're someone who often forgets to bring a water bottle, this is for you. Come see us and bring your own bottle!✨

03/08/2025
22/07/2025

[𝔼𝕟𝕘𝕝𝕚𝕤𝕙 𝔹𝕖𝕝𝕠𝕨]✨

ຝາຕຸກນໍ້າພລາສຕິກທີ່ທ່ານຖິ້ມໄປ...ມີຄ່າຫຼາຍກວ່າທີ່ຄິດ! ✨

ຝາຕຸກທີ່ທ່ານໃຊ້ແລ້ວ, ຢ່າຟ້າວຖີ້ມລົງຖັງຂີ້ເຫຍື້ອເດີ້.
ຝາພລາສຕິກເຫຼົ່ານີ້ ສາມາດ ກາຍເປັນສ່ວນໜຶ່ງທີ່ສຳຄັນໃນການຊ່ວຍເຫຼືອສັງຄົມ ແລະ ສິ່ງແວດລ້ອມໄດ້!

ກຸ່ມ #ນໍ້າທາອາສາ ຂອງພວກເຮົາ ຂໍເຊີນຊວນທຸກຄົນມາຮ່ວມ #ບໍລິຈາກຝາຕຸກນໍ້າ ພລາສຕິກ ທີ່ໃຊ້ແລ້ວ. ການປະກອບສ່ວນນ້ອຍໆ ຂອງທ່ານ ສາມາດສ້າງການປ່ຽນແປງໄດ້!

ມາຮ່ວມເປັນສ່ວນໜຶ່ງໃນການສ້າງສິ່ງດີໆໃຫ້ກັບຊຸມຊົນ ແລະ ໂລກຂອງເຮົາ! ບໍລິຈາກຝາຕຸກນໍ້າພລາສຕິກຂອງທ່ານໃຫ້ກັບພວກເຮົາໄດ້ເດີ!

🤝🌱💚🍶🌱🤝

Don't throw that plastic away! It's worth more than you think!

Next time you finish a bottle, please don't just throw that plastic cap in the trash. These little caps can actually become a huge part of helping our community and the environment!

Here at the Namtha Aa-Saa, we're calling on everyone to donate their used plastic bottle caps. Your small contribution can make a big difference!

Join us in creating something good for our community and our planet! Bring your to us today!

22/06/2025

[𝔼𝕟𝕘𝕝𝕚𝕤𝕙 𝔹𝕖𝕝𝕠𝕨]✨
#ວັນປ່າຝົນໂລກ
ລາວເຮົາເປັນປະເທດເຂດຮ້ອນ ທີ່ບໍ່ມີທາງອອກສູ່ທະເລ, ດັ່ງນັ້ນປ່າໄມ້ຈຶ່ງເປັນຮາກຖານສຳຄັນຂອງຊີວິດເຮົາເລີຍ! ປ່າໄມ້ສຳຄັນກັບທຸກຢ່າງ, ນັບຕັ້ງແຕ່ອາກາດທີ່ເຮົາຫາຍໃຈຈົນເຖິງອາຫານທີ່ເຮົາກິນ.

ແຕ່ໜ້າເສຍດາຍທີ່ປ່າໄມ້ຂອງເຮົາພັດນັບມື້ນັບຫຼຸດລົງເລື້ອຍໆ!
ມາຊ່ວຍກັນປົກປ້ອງປ່າຝົນ ເພື່ອຫຼຸດຜ່ອນບັນຫາໂລກຮ້ອນນຳກັນ!

🌎🌵🌱🌿🌎

World ! 🌎

Did you know that for tropical, landlocked countries like Laos, our forests are quite literally the bedrock of life? They're crucial for everything. Sadly, our forests are diminishing day by day!
Let's come together to protect these rainforests and help combat global warming!

05/06/2025

ເຄີຍສົງໄສບໍ່🤔ວ່າ, ຕາມໂຮງຮຽນ ຫຼື ຫ້ອງການຕ່າງໆ, ເປັນຫຍັງເຮົາຈຶ່ງມີຕົ້ນ 🌳🌳🌳 #ກະຖິນເທພາ Ear-Pod Wattle (Acacia auriculiformis),ປູກຢູ່ທົ່ວເລີຍ? ຕົ້ນໄມ້ຊະນິດນີ້ນອກຈາກໃຫ້ຄວາມຮົ່ມເຢັນ ແລະ ເພີ່ມຄວາມຂຽວງາມໃຫ້ທາງຍ່າງຂອງເຮົາແລ້ວ, ຕົ້ນກະຖິນເທພາມີຄວາມພິເສດຫຼາຍກວ່ານັ້ນ! ເພາະຕົ້ນໄມ້ຊະນິດນີ້ມັນ ບໍ່ຕ້ອງການນ້ຳຫຼາຍ ໃນການຈະເລີນເຕີບໂຕ, ສາມາດ ປັບຕົວເຂົ້າກັບທຸກສະພາບພື້ນທີ່ໄດ້ຢ່າງວ່ອງໄວ. ນອກຈາກນີ້, ຍັງນິຍົມປູກໃນເຂດປ່າທີ່ເສື່ອມໂຊມ ເພາະມັນ ເຕີບໃຫຍ່ໄວ ແລະ ຊ່ວຍ ປັບສົມດູນຂອງດິນ ໄດ້ດີອີກດ້ວຍ.

ດັ່ງນັ້ນ, ຖ້າທ່ານກຳລັງຄິດຢາກປັບປຸງດິນ ຫຼື ຟື້ນຟູພື້ນທີ່ໃດໜຶ່ງ, ຂໍແນະນຳ ຕົ້ນກະຖິນເທພາ ເລີຍ! ມັນປູກງ່າຍ ແລະ ບໍ່ຕ້ອງການການເບິ່ງແຍງຫຼາຍ.

ແລະເນື່ອງໃນໂອກາດ #ວັນສິ່ງແວດລ້ອມໂລກ 🌍 ນີ້, ທີມງານ ຂໍເປັນສ່ວນໜຶ່ງໃນການສະເຫຼີມສະຫຼອງ ແລະ ໃຫ້ຄວາມສຳຄັນກັບການປົກປັກຮັກສາສິ່ງແວດລ້ອມ. ມາປູກຕົ້ນໄມ້ເພື່ອໂລກຂອງພວກເຮົາກັນເດີ! ແລ້ວເຂດຂອງທ່ານຢູ່ເດ ເອີ້ນວ່າຫຍັງຕົ້ນໄມ້ຊະນິດນີ້? ມາແຊຣ໌ກັນໄດ້ເລີຍເດີ!

Address

Vieng Savanh
Luang Phrabang

Website

Alerts

Be the first to know and let us send you an email when Lao Youth Opportunities posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Category