ຂະແໜງທ່ອງທ່ຽວແຂວງຫຼວງນໍ້າທາ

ຂະແໜງທ່ອງທ່ຽວແຂວງຫຼວງນໍ້າທາ We are the official team of advertising unit in Luang Namtha Province

For our responsibilities, we are a part of government who work for official promotion in tourism marketing. We will post and promote all attractions in Luang Namtha to attract more tourists come and see us in terms of ecotourism, community-based tourism, trekking, kayaking and visiting local life. Luang Namtha is one of the best destination of ecotourism in Asia pacific as in the world, we provide

authentic experiences and unique cultures for visitors to touch new environment and community. We have more interesting activities that you have never expected before...Please come to see us and you will not be disappointed.

02/06/2026
🌲🌳🌳  ເນື່ອງໃນໂອກາດອັນມີຄວາມໝາຍຄວາມສໍາຄັນທາງປະຫວັດສາດ ແລະ ສິ່ງແວດລ້ອມ, ເພື່ອສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ...
01/06/2026

🌲🌳🌳 ເນື່ອງໃນໂອກາດອັນມີຄວາມໝາຍຄວາມສໍາຄັນທາງປະຫວັດສາດ ແລະ ສິ່ງແວດລ້ອມ, ເພື່ອສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ (1 ມິຖຸນາ 1980 - 1 ມິຖຸນາ 2026) ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ (1 ມິຖຸນາ 1925 - 1 ມິຖຸນາ 2026). ໃນວັນທີ 1 ມິຖຸນາ 2026 ນີ້, ພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງຫຼວງນໍ້າທາ ໄດ້ເປັນເຈົ້າການຮ່ວມກັບພາກສ່ວນກ່ຽວຂ້ອງ ຈັດກິດຈະກໍາປູກຕົ້ນໄມ້ ເພື່ອເພີ່ມຄວາມຂຽວງາມ ແລະ ຟື້ນຟູລະບົບນິເວດ ຕາມເສັ້ນທາງທ່ອງທ່ຽວຍ່າງປ່າ ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍເລິກເຊິ່ງ.

ກິດຈະກໍາໃນຄັ້ງນີ້ ໃຫ້ກຽດນໍາພາໂດຍ ທ່ານ ສົມສະຫວາດ ນາມອິນທາ, ຮອງຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງຫຼວງນໍ້າທາ, ໂດຍມີການສົມທົບຢ່າງກົມກຽວລະຫວ່າງ ຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວເມືອງຫຼວງນໍ້າທາ, ສະມາຄົມທຸລະກິດທ່ອງທ່ຽວ, ພະນັກງານນໍາທ່ຽວຂັ້ນແຂວງ, ພະນັກງານນໍາທ່ຽວຂັ້ນບ້ານ, ພ້ອມດ້ວຍ ຜູ້ປະກອບການຈາກຮ້ານອາຫານເມົາເທິນວີວ (Mountain View) ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ ລວມທັງໝົດ 91 ຄົນ, ໃນນີ້ມີເພດຍິງ 23 ຄົນ ແລະ ເຍົາວະຊົນເຂົ້າຮ່ວມ 16 ຄົນ.

ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ 2026), ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຫຼວງນ້ຳທາ ຂໍເຊີນຊວນມວນຊົນ, ຊາວໜຸ່...
27/05/2026

ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ 2026), ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຫຼວງນ້ຳທາ ຂໍເຊີນຊວນມວນຊົນ, ຊາວໜຸ່ມ-ເຍົາວະຊົນ ແລະ ພໍ່ແມ່ປະຊາຊົນຊາວເມືອງຫຼວງນ້ຳທາທຸກທ່ານ ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ ຕາມເສັ້ນທາງທ່ອງທ່ຽວຍ່າງປ່າ ເພື່ອຮ່ວມກັນຄືນຄວາມຂຽວງາມໃຫ້ແກ່ທຳມະຊາດ.
​📍 ສະຖານທີ່: ເຂດດອຍຫຼັກຄຳ, ບ້ານຈະເລີນສຸກ, ເມືອງ ແລະ ແຂວງຫຼວງນ້ຳທາ.
⏰ ເວລາເຕົ້າໂຮມ: 08:30 ໂມງ ຂອງ ວັນຈັນ ທີ 1 ມິຖຸນາ 2026.
📞 ຕິດຕໍ່ສອບຖາມ ແລະ ລົງທະບຽນ: ທ່ານ ອາໄລພອນ (ໂທ: 020 2018 010).

ໃນວັນທີ 27 ພຶດສະພາ 2026, ຄະນະຊີ້ນໍາ ແລະ ກອງເລຂາ ຖະໜົນຄົນຍ່າງ "ສີສັນຫຼວງນໍ້າທາ" ໄດ້ຈັດກອງປະຊຸມສະຫຼຸບ ແລະ ປະເມີນຄືນການຈັດຕ...
27/05/2026

ໃນວັນທີ 27 ພຶດສະພາ 2026, ຄະນະຊີ້ນໍາ ແລະ ກອງເລຂາ ຖະໜົນຄົນຍ່າງ "ສີສັນຫຼວງນໍ້າທາ" ໄດ້ຈັດກອງປະຊຸມສະຫຼຸບ ແລະ ປະເມີນຄືນການຈັດຕັ້ງປະຕິບັດ ໃນຊ່ວງໄລຍະທົດລອງ 3 ເດືອນຜ່ານມາ (ນັບຕັ້ງແຕ່ວັນທີ 18 ມີນາ 2026 ເປັນຕົ້ນມາ). ກອງປະຊຸມຄັ້ງນີ້ ໄດ້ຮ່ວມກັນຕີລາຄາສູງຕໍ່ຜົນງານ ແລະ ຖອດຖອນບົດຮຽນຮ່ວມກັນ ໃນຫຼາຍດ້ານ: 1). ການປະເມີນຜົນງານ: ທົບທວນຄືນດ້ານດີ, ດ້ານອ່ອນ ແລະ ສິ່ງທ້າທາຍ ໃນການຄຸ້ມຄອງ, ການຈັດສັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ແລະ ການຊຸກຍູ້ເສດຖະກິດ-ການທ່ອງທ່ຽວພາຍໃນແຂວງ ຕະຫຼອດ 3 ເດືອນທີ່ຜ່ານມາ. 2). ການປັບປຸງ ແລະ ແກ້ໄຂ: ຮັບຟັງຄໍາຄິດຄໍາເຫັນຈາກທຸກພາກສ່ວນ ເພື່ອແກ້ໄຂຈຸດຄົງຄ້າງ ເປັນຕົ້ນແມ່ນການບໍລິການ, ການວາງສະແດງສິນຄ້າ ແລະ ການອໍານວຍຄວາມສະດວກໃຫ້ແກ່ມວນຊົນ. 3). ທິດທາງຕໍ່ໜ້າ: ຮ່ວມກັນວາງແຜນພັດທະນາ ແລະ ປັບປຸງຮູບແບບການດໍາເນີນງານໃຫ້ມີຄວາມຍືນຍົງ, ດຶງດູດ ແລະ ສາມາດສ້າງລາຍຮັບໃຫ້ແກ່ຜູ້ປະກອບການທ້ອງຖິ່ນໄດ້ຢ່າງມີປະສິດທິຜົນໃນໄລຍະຍາວ.

21/05/2026
ບັນຍາກາດຖະໜົນຄົນຍ່າງ ມື້ທີ 9 ວັນທີ 13 ພຶດສະພາ 2026 ຍັງຄຶກຄຶ້ນດີ! ເຊີຍເດີ…!
13/05/2026

ບັນຍາກາດຖະໜົນຄົນຍ່າງ ມື້ທີ 9 ວັນທີ 13 ພຶດສະພາ 2026 ຍັງຄຶກຄຶ້ນດີ! ເຊີຍເດີ…!

ສະບາຍດີ ຂໍອະນຸຍາດແຈ້ງ: ເຖິງບັນດາທ່ານທີ່ຕ້ອງການເຂົ້າຮ່ວມຝຶກອົບຮົມເປັນພະນັກງານນໍາທ່ຽວຂັ້ນແຂວງ ລາຍລະອຽດຕາມແຈ້ງການ👇
07/05/2026

ສະບາຍດີ ຂໍອະນຸຍາດແຈ້ງ: ເຖິງບັນດາທ່ານທີ່ຕ້ອງການເຂົ້າຮ່ວມຝຶກອົບຮົມເປັນພະນັກງານນໍາທ່ຽວຂັ້ນແຂວງ ລາຍລະອຽດຕາມແຈ້ງການ👇

09/04/2026
ອະນຸຍາດແຈ້ງ: ກ່ຽວກັບຖະໜົນຄົນຍ່າງ1.⁠ ⁠ໃຫ້ຜູ້ຂາຍເຄື່ອງໄປເອົາບັດຂາຍເຄື່ອງນໍາພະແນກການອຸດສາຫະກໍາ ແລະ ການຄ້າແຂວງ ໂທ: 020 28 99...
07/04/2026

ອະນຸຍາດແຈ້ງ: ກ່ຽວກັບຖະໜົນຄົນຍ່າງ
1.⁠ ⁠ໃຫ້ຜູ້ຂາຍເຄື່ອງໄປເອົາບັດຂາຍເຄື່ອງນໍາພະແນກການອຸດສາຫະກໍາ ແລະ ການຄ້າແຂວງ ໂທ: 020 28 999 335 ແລະ ໃຫ້ຂາຍຕາມເລກທີຂອງຕົນ.
2.⁠ ⁠ໃຫ້ແຕ່ລະຮ້ານຖືກະຕ່າໃສ່ຂິ້ເຫຍື້ອມາພ້ອມ ເພື່ອຄວາມສະອາດ ແລະ ຮັກສາສິ່ງແວດລ້ອມຮ່ວມກັນ.
3.⁠ ⁠ຖະໜົນຄົນຍ່າງຈະປີດເສັ້ນທາງ ແຕ່ເວລາ 16:30 ເປັນຕົ້ນໄປ. ເພື່ອຄວາມປອດໄພ ແມ່ນບໍ່ໃຫ້ລົງໄປຂາຍກ່ອນເວລາ.
4.⁠ ⁠ຕ້ອງການຂໍ້ມູນເພີ່ມເຕີ່ມໂທ:​ 020 55 487 981.

Address

Luang Namtha
Louang Namtha
03000

Opening Hours

Monday 08:00 - 16:00
Tuesday 08:00 - 16:00
Wednesday 08:00 - 16:00
Thursday 08:00 - 16:00
Friday 08:00 - 16:00

Telephone

+85686312047

Alerts

Be the first to know and let us send you an email when ຂະແໜງທ່ອງທ່ຽວແຂວງຫຼວງນໍ້າທາ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to ຂະແໜງທ່ອງທ່ຽວແຂວງຫຼວງນໍ້າທາ:

Share