Peoples prosecutor office of champasak ອົງການໄອຍະການປະຊາຊົນ ແຂວງຈຳປາສັກ

Peoples prosecutor office of champasak ອົງການໄອຍະການປະຊາຊົນ ແຂວງຈຳປາສັກ กดหมาย

ຫົວໜ້າອົງການໄອຍະການປະຊາຊົນແຂວງຈຳປາສັກເຂົ້າຮ່ວມກອງປະຊຸມ ສະຸບວຽກງານອະໄພຍະໂທດ ປະຈຳປີ 2021 ແລະ ວຽກງານຈຸດສຸມ ປີ 2022 ໂດຍຜ່ານລ...
23/02/2022

ຫົວໜ້າອົງການໄອຍະການປະຊາຊົນແຂວງຈຳປາສັກເຂົ້າຮ່ວມກອງປະຊຸມ ສະຸບວຽກງານອະໄພຍະໂທດ ປະຈຳປີ 2021 ແລະ ວຽກງານຈຸດສຸມ ປີ 2022 ໂດຍຜ່ານລະບົບກອງປະຊຸມທາງໄກ (ວິດີໂອອອນໄລ). ຕາມໜັງສືເຊີນຂອງກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ສະບັບເລກທີ 08/ກລຂ, ລົງວັນທີ 17 ກຸມພາ 2022.

ອົງການໄອຍະການປະຊາຊົນແຂວງຈຳປາສັກ ຕ້ອນຮັບການມາເຄື່ອນໄຫວ ແລະ ພົບປະໂອ້ລົມ ຂອງຫົວຫນ້າອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປລ ລາວ*...
04/02/2022

ອົງການໄອຍະການປະຊາຊົນແຂວງຈຳປາສັກ ຕ້ອນຮັບການມາເຄື່ອນໄຫວ ແລະ ພົບປະໂອ້ລົມ ຂອງຫົວຫນ້າອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປລ ລາວ
**************-------*****************
ໃນຄັ້ງວັນທີ 04 ກຸມພາ 2022 ອົງການໄອຍະການປະຊາຊົນແຂວງ ແລະ ອົງການໄອຍະການປະຊາຊົນພາກໃຕ້ ໄດ້ຕ້ອນຮັບການມາເຄື່ອນໄຫວພົບປະ ແລະ ໂອ້ລົມ ຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວຫນ້າອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ. ໃນການລົງມາເຄື່ອນໄຫວພົບປະໂອ້ລົມແລ້ວ ທາງອົງການໄອຍະການປະຊາຊົນສູງສຸດ ຍັງໄດ້ມອບອຸປະກອນຄອມພິວເຕີ ທີ່ໃຊ້ເຂົ້າໃນການຮັບໃຊ້ໃນເວລາຈັດກອງປະຊຸມທາງໄກ ໃຫ້ອົງການໄອຍະການປະຊາຊົນແຂວງ ແລະ ອົງການໄອຍະການປະຊາຊົນພາກໃຕ້ ລວມມູນຄ່າ: 80.000.0000 ກີບ

27/01/2022
ອວຍພອນ ແລະ ມອບຂອງຂວັນອວຍພອນວັນສ້າງຕັ້ງກອງທັບ***************------------**************ໃນຕອນເຊົ້າວັນພະຫັດ ທີ 27 ມັງກອນ 202...
27/01/2022

ອວຍພອນ ແລະ ມອບຂອງຂວັນອວຍພອນວັນສ້າງຕັ້ງກອງທັບ
***************------------**************
ໃນຕອນເຊົ້າວັນພະຫັດ ທີ 27 ມັງກອນ 2022 ທ່ານ ຄຳມ່ວນ ພິລາພອນເດດ ກຳມະການພັກແຂວງ ຫົວຫນ້າອົງການໄອຍະການປະຊາຊົນແຂວງຈຳປາສັກ ລົງເຄື່ອນໄຫວຮ່ວມກັບຫ້ອງວ່າການປົກຄອງແຂວງ, ອົງການກວດກາພັກ-ລັດ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ແລະ ພາກສ່ວນອື່ນໆ. ລົງອວຍພອນກອງບັນຊາການທະຫານເມືອງບາຈຽງຈະເລີນສຸກ, ໂຮງຫມໍທະຫານ 106 ແລະ ໂຮງຮຽນທະຫານຮາບວຽງໄຊ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບຄົບຮອບ 73 ປີ.

ເຜີຍແຜ່ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 27/ສພຊ, ລົງວັນທີ 16/11/2021***********---------************ໃນຕອນບ່າຍຂອງວັນທີ 2...
26/01/2022

ເຜີຍແຜ່ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 27/ສພຊ, ລົງວັນທີ 16/11/2021
***********---------************
ໃນຕອນບ່າຍຂອງວັນທີ 26/01/2022. ອົງການໄອຍະການປະຊາຊົນແຂວງຈຳປາສັກ ໄດ້ຈັດກອງປະຊຸມເຜີຍແຜ່ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາບົດລາຍງານການເຄື່ອນໄຫວປະຈຳປີ 2021 ແລະ ທິດທາງແຜນການເຄື່ອນໄຫວປະຈຳປີ 2022 ຂອງອົງການໄອຍະການປະຊາຊົນສູງສຸດ. ເຜີຍແຜ່ເອກະພາບສະບັບດັ່ງກ່າວໂດຍ ທ່ານ ວິໄລວັນ ແກ້ວເຮືອງສີ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ ແລະ ຮ່ວມຮັບຟັງເຊື່ອມຊຶມຂອງພະນັກງານ-ລັດຖະກອນ ທັງໝົດຂອງອົງການໄອຍະການປະຊາຊົນແຂວງຈຳປາສັກ.

Address

Champasak

Website

Alerts

Be the first to know and let us send you an email when Peoples prosecutor office of champasak ອົງການໄອຍະການປະຊາຊົນ ແຂວງຈຳປາສັກ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share