ຄະນະຈັດຕັ້ງເມືອງຮຸນ

ຄະນະຈັດຕັ້ງເມືອງຮຸນ พักปะชาขนปะติวัดลาว

 #ຜູ້ລົງສະໝັກຮັບເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະຈໍາເຂດເລືອກຕັ້ງ ເມືອງຮຸນ
28/01/2026

#ຜູ້ລົງສະໝັກຮັບເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະຈໍາເຂດເລືອກຕັ້ງ ເມືອງຮຸນ

ພິທີປະກາດກົງຈັກການຈັດຕັ້ງ ຄະນະຈັດຕັ້ງເມືອງ, ຄະນະໂຄສະນາອົບຮົມເມືອງ, ຫ້ອງການ ວັດທະນະທຳ ແລະ ການທ່ອງທ່ຽວເມືອງ, ຫ້ອງການ ການເງ...
04/09/2025

ພິທີປະກາດກົງຈັກການຈັດຕັ້ງ ຄະນະຈັດຕັ້ງເມືອງ, ຄະນະໂຄສະນາອົບຮົມເມືອງ, ຫ້ອງການ ວັດທະນະທຳ ແລະ ການທ່ອງທ່ຽວເມືອງ, ຫ້ອງການ ການເງິນເມືອງ, ຫ້ອງການ ກະສິກຳ ແລະ ສິງແວດລ້ອມເມືອງ, ຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງ ແລະ ຫ້ອງການ ທີ່ມີການໂອນວຽກຈໍານວນໜຶ່ງ
------&-----
ໃນວັນທີ 3 ກັນຍາ 2025 ນີ້ ເມືອງຮຸນ ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງ ຄະນະຈັດຕັ້ງເມືອງ, ຄະນະໂຄສະນາອົບຮົມເມືອງ, ຫ້ອງການ ວັດທະນະທຳ ແລະ ການທ່ອງທ່ຽວເມືອງ, ຫ້ອງການ ການເງິນເມືອງ, ຫ້ອງການ ກະສິກຳ ແລະ ສິງແວດລ້ອມເມືອງ, ຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງ ແລະ ຫ້ອງການ ທີ່ມີການໂອນວຽກຈໍານວນໜຶ່ງໄດ້ຈັດ ຂື້ນຢ່າງເປັນທາງການ ຢູ່ທີ່ສະໂມສອນເມືອງຮຸນ ໂດຍການເປັນປະທານ ຂອງສະຫາຍ ນ. ຄຳໝັ້ນ ແກ້ວບຸນຫວນ ກໍາມະການປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຮຸນ, ເຂົ້າຮ່ວມມີ ສະຫາຍ ໂອທິບ ຟອງປະດິດຮອງຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາສະຫາຍພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ມີການນໍາເມືອງ, ຄະນະບໍລິຫານງນພັກເມືອງ,ຫົວໜ້າ,ຮອງຫົວໜ້າຫ້ອງການ, ພະນັກງານລັດຖະກອນ, ສະມາຊິກພັກຫ້ອງການທີ່ຖືກຍຸບ,ໂຮມ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ຫົງທອງ ບົວລີໄຊ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານ ຂໍ້ຕົກລົງ ວ່າດ້ວຍການໂອນວຽກ ແລະ ຊັບຊ້ອນ ພະນັກງານ ໄປສັງກັດຢູ່ຂະແໜງພາຍໃນເມືອງສະບັບເລກທີ 338/ມຮ, ລົງວັນທີ 2 ກັນຍາ 2025, ຈາກນັ້ນ ສະຫາຍຮອງຫົວໜ້າຄະນະຈັດຕັ້ງເມືອງໄດ້ຂຶ້ນຜ່ານເອກະສານບັນດາມະຕິຕົກລົງ ແລະ ຂໍ້ຕົກລົງຄື: ຂໍ້ຕົກລົງວ່າດ້ວຍການຊັບຊ້ອນພະນັກງານຂອງບັນດາຫ້ອງການທີ່ຖືກຍຸບໄປປະຈໍາການພາກສ່ວນອື່ນ,ຂໍ້ຕົກລົງວ່າດ້ວຍການຍົກຍ້າຍລັດຖະກອນ, ມະຕິຕົກລົງ, ຂໍ້ຕົກລົງວ່າດ້ວຍການຮັບຮອງກົງຈັກ ແລະ ແຕ່ງຕັ້ງບຸກຄະລາກອນລວມຫ້ອງການການເງິນ, ຫ້ອງການກະສິກຳ ແລະສິ່ງແວດລ້ອມ,ຫ້ອງການອຸດສາຫະກຳແລະການຄ້າ, ມະຕິຕົກລົງ ວ່າດ້ວຍການຍຸບເລີກໜ່ວຍພັກຮາກຖານ,ມະຕິຕົກລົງວ່າດ້ວຍການປ່ຽນຊື່ໜ່ວຍພັກຮາກຖານ, ມະຕິຕົກລົງສ້າງຕັ້ງໜ່ວຍພັກ,ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ,ມະຕິແຕ່ງຕັ້ງຄະນະໜ່ວຍພັກ ແລະ ມະຕິຕົກລົງ, ຂໍ້ຕົກລົງວ່າດ້ວຍແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າຫ້ອງການ ແລະ ຫົວໜ້າ,ຮອງຫົວໜ້າໜ່ວຍງານ,ຂໍ້ຕົກລົງວ່າດ້ວຍການພັກຜ່ອນກ່ອນຮັບອຸດໜູນບຳນານຂອງພະນັກງານລັດຖະກອນ.
ໂອກາດດຽວກັນນີ້ ສະຫາຍ ນ.ຄຳໝັ້ນ ແກ້ວບຸນຫວນ ປະທານພິທີ ໄດ້ມີຄໍາເຫັນໂອ້ລົມເຊິ່ງສະຫາຍໄດ້ຍົກໃຫ້ເຫັນເຖິງຄວາມຈໍາເປັນ ແລະ ຄວາມສໍາຄັນ ຂອງການຍຸບ, ໂຮມ, ໂອນວຽກ ຂອງບັນດາຂະແໜງການທີ່ໂຮມເປັນຫ້ອງການດຽວ ພ້ອມທັງຮຽກຮ້ອງຄະນະພັກ,ຄະນະຫ້ອງຫ້ອງການພ້ອມກັນສືບຕໍ່ປັບປຸງການບໍລິຫານວຽກງານສອດຄ່ອງໄປຕາມພາລະບົດບາດ,ສິດ,ໜ້າທີ່ຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ,ວຽກງານການເມືອງແນວຄິດ ໃນຖັນແຖວພະນັກງານສະມາຊິກພັກ ໃຫ້ມີຄວາມເຂົ້າໃຈ ແລະ ເປັນເອກະພາບສູງຕໍ່ບັນດາເນື້ອໃນເອກະສານຕ່າງໆ ພ້ອມທັງແບ່ງຄວາມຮັບຜິດຊອບ ໃຫ້ຄະນະພັກຫ້ອງການ ຊີ້ນໍາໜ່ວຍງານບັນຈຸຊັບຊ້ອນວຽກງານຕາມພາລະບົດບາດ ແລະ ກະກຽມບັນດາວຽກທີ່ມີການຍົກຍ້າຍຊັບປ່ຽນໜ້າທີ່ພ້ອມທັງກໍານົດຕໍາແໜ່ງງານຄືນໃໝ່ໃຫ້ລະອຽດ,ຄົບຖ້ວນຄຽງຄູ່ກັບການຈັດຕັ້ງປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່.

 #ໜ່ວຍພັກຄະນະຈັດຕັ້ງເມືອງຮຸນໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ.-------------------------------&----...
03/07/2025

#ໜ່ວຍພັກຄະນະຈັດຕັ້ງເມືອງຮຸນໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ.

-------------------------------&--------------------------
ໃນວັນທີ 01 ກໍລະກົດ 2025 ນີ້ໜ່ວຍພັກຄະນະຈັດຕັ້ງເມືອງຮຸນ ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ ໂດຍເຂົ້າຮ່ວມເປັນປະທານຂອງ ສະຫາຍ ຫົງທອງ ບົວລີໄຊ ຮອງເລຂາພັກເມືອງ,ເລຂາໜ່ວຍພັກ, ຫົວໜ້າຄະນະຈັດຕັ້ງເມືອງຮຸນ, ມີຄະນະໜ່ວຍພັກພ້ອມດ້ວຍສະມາຊິກພັກສຳຮອງ,ສະມະຊິກພັກສົມບູນພາຍໃນໜ່ວຍ ເຂົ້າຮ່ວມຢ່າງພ້ອມພຽງ.ໃນພິທີ ສະຫາຍ ນ. ແພງແກ້ວ ຈັນທາພິໄຊ ຮອງເລຂາໜ່ວຍພັກໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງ ສະບັບເລກທີ 258/ຄປພມ, ລົງວັນທີ 19 ມິຖຸນາ 2025 ວ່າດ້ວຍການເລື່ອນສະມາຊິກພັກສຳຮອງ ສະຫາຍ ນ.​ໃຈພອນ ວົງວິໄລ ຂຶ້ນເປັນສະມາຊິກພັກສົມບູນ ເຊິ່ງໄດ້ໃຫ້ກຽດມອບມະຕິຕົກລົງໂດຍປະທານພິທີ ແລະ ສະຫາຍ ສະມາຊິກພັກສົມບູນໃໝ່ໄດ້ຂຶ້ນປະຕິຍານຕົນຕໍ່ການຈັດຕັ້ງພັກ,ທຸງຊາດ,ທຸງພັກ.
ຈາກນັ້ນ ປະທານພິທີ ສະຫາຍ ຫົງທອງ ບົວລີໄຊ ຮອງເລຂາພັກເມືອງ, ເລຂາໜ່ວຍພັກ, ຫົວໜ້າຄະນະຈັດຕັ້ງເມືອງຮຸນ ໄດ້ໃຫ້ກຽດໂອ້ລົມເຊິ່ງສະຫາຍໄດ້ຊົມເຊີຍຕໍ່ສະມາຊິກພັກສົມບູນໃໝ່ທີ່ມີຄວາມບຸກບືນ ຝຶກຝົນຫຼໍ່ຫຼອມຕົນເອງ,​ມີຄວາມຫ້າວຫັນ ເຮັດສໍາເລັດຕໍ່ໜ້າທີ່ວຽກງານຕາມການມອບໝາຍ.ພ້ອມດຽວກັນນີ້ສະຫາຍຍັງໄດ້ແນະນຳ,ເນັ້ນໜັກບາງໝວດ,ບາງມາດຕາໃນກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝ XI ໃຫ້ສະມາຊິກພັກສົມບູນໃໝ່ປະຕິບັດສິດ,ໜ້າທີຂອງຕົນຕາມພາລະບົດບາດ,ຂໍ້ຫ້າມຂອງສະມາຊິກພັກ,ປະຕິບັດຕາມ 5 ຫຼັກການ 3 ທິດນໍາຂອງພັກເພື່ອກໍ່ສ້າງຕົນເອງເປັນແບບຢ່າງນໍາໜ້າໃນການປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່ ແລະ ສະມາຊິກພັກສົມບູນໃໝ່ກໍ່ໄດ້ຂຶ້ນຮັບຄຳໂອວາດຕັກເຕືອນເພື່ອເປັນບ່ອນອີງນຳໄປຈັດຕັ້ງປະຕິບັດກໍ່ສ້າງພັດທະນາຕົນເອງ ແລະ ກົມກອງໃຫ້ມີຄວາມໜັກແໜ້ນ,ເຂັ້ມແຂງ.

 #ກອງປະຊຸມເຊື່ອມຊຶມເອກະສານອົບຮົມການເມືອງແນວຄິດຕິດພັນກັບການທາບທາມບຸກຄະລາກອນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ອຸດົມໄຊ ຄັ້ງທີ X...
25/06/2025

#ກອງປະຊຸມເຊື່ອມຊຶມເອກະສານອົບຮົມການເມືອງແນວຄິດຕິດພັນກັບການທາບທາມບຸກຄະລາກອນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ອຸດົມໄຊ ຄັ້ງທີ X ຮອບທີ 1
ໃນຕອນເຊົ້າວັນທີ 24 ມີຖຸນາ 2025 ນີ້, ທີ່ສະໂມສອນເມືອງຮຸນແຂວງອຸດົມໄຊ ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານອົບຮົມການເມືອງແນວຄິດຕິດພັນກັບການທາບທາມບຸກຄະລາກອນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ອຸດົມໄຊ ຄັ້ງທີ X ຮອບທີ 1. ຂຶ້ນຢ່າງເປັນທາງການ. ພາຍໃຕ້ການເປັນປະທານຂອງສະຫາຍ ສຸຫວັດ ມະຫາວົງສະນັ່ນ ຄະນະປະຈຳພັກແຂວງ,ຫົວໜ້າຄະນະຈັດຕັ້ງແຂວງ. ເປັນກຽດເຂົ້າຮ່ວມໃນກອງປະຊຸມຄັ້ງນີ້,ໂດຍມີ ສະຫາຍ ຄຳໝັ້ນ ແກ້ວບຸນຫວນ ກຳມະກຳພັກແຂວງ,ເລຂາພັກເມືອງຮຸນ. ມີສະຫາຍ ນາງ ມະນີຈັນ ວິໄລຈິດ ກຳມະການພັກແຂວງ,ຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງເລຂາພັກເມືອງ,ຄະນະປະຈຳພັກເມືອງ,ກຳມະການພັກເມືອງ,ຄະນະພັກຫ້ອງການອ້ອມຂ້າງເມືອງ,ຄະນະພັກກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ອາດີດກຳມະການພັກແຂວງ ແລະ ພະນັກງານຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້,ໄດ້ເຊື່ອມຊຶມເອກະສານສຶກສາອົບຮົມການເມືອງແນວຄິດກ່ອນການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ,ເຜີຍແຜ່ຜົນສຳເລັດການນຳພາຊີ້ນຳຂອງຄະນະບໍລິຫານງານພັກແຂວງສະໄໝທີ IX . ຮັບຟັງລາຍງານຄວາມພ້ອມໃນການກະກຽມແລະ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແລະ ຜ່ານມາດຖານເງື່ອນໄຂຂອງຜູ້ທີ່ຈະສະຫມັກເຂົ້າໃນອົງຄະນະພັກແຂວງໃນສະໄໝທີ X . ໂອກາດນີ້,ສະຫາຍ ສຸຫວັດມະຫາວົງສະນັ່ນ ຄະນະປະຈຳພັກແຂວງ,ຫົວໜ້າຄະນະໂຄສະນາອົບຮົມແຂວງກໍ່ໄດ້ເນັ້ນໜັກໃຫ້ບັນດາຜູ້ເຂົ້າຮ່ວມຈົ່ງໃຊ້ສິດຂອງຕົນຢ່າງເຕັມສ່ວນເລືອກເອົາຜູ້ທີ່ມີຄວາມຮູ້,ຄວາມສາມາດ,ຖືກຕ້ອງຕາມມາດຖານເງື່ອນໄຂເຂົ້າໃນການທາບທາມຮອບທີ1ເພື່ອເປັນບ່ອນອີງໃນການທາບທາມໃນຮອບທີ 2 . ແນ່ໃສ່ ເລືອກໃຫ້ໄດ້ບຸກຄົນທີ່ດີ. ມີຄຸນທາດການເມືອງ,ສິນທຳປະຕິວັດ,ດຸໝັ່ນ,ຫ້າວຫັນເຮັດວຽກຫລ້ອນໜ້າທີ່ຕາມທີ່ພັກ-ລັດໄດ້ມອບໝາຍໃຫ້.ເພື່ອຊີ້ນຳໆພາແຂວງອຸດົມໄຊໃຫ້ຈະເລີຍຮຸ່ງເຮືອງ. ຫລັງຈາກນັ້ນຄະນະຮັບຜິດຊອບກໍ່ໄດ້ແຈກຢາຍບັດແລະດຳເນີນການທາບທາມຕາມວາລະຈົນຈົບພິທີ.

 #ຄະນະບໍລິຫານງານພັກເມືອງຮຸນສະໄໝທີXIII
22/03/2025

#ຄະນະບໍລິຫານງານພັກເມືອງຮຸນສະໄໝທີXIII

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງຮຸນ ຄັ້ງທີ XIII ໄດ້ໄຂຂຶ້ນວັນທີ  17-18 ກຸມພາ 2025 ນີ້ ທີ່ສະໂມສອນຂອງເມືອງ ໂດຍພາຍໃຕ້ການເ...
18/02/2025

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງຮຸນ ຄັ້ງທີ XIII ໄດ້ໄຂຂຶ້ນວັນທີ 17-18 ກຸມພາ 2025 ນີ້ ທີ່ສະໂມສອນຂອງເມືອງ ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ນາງ ຄຳໝັ້ນ ແກ້ວບຸນຫວນ, ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງຮຸນ ໂດຍການເຂົ້າຮ່ວມຂອງ ສະຫາຍ ບຸນຄົງ ຫຼ້າຈຽມພອນ, ກຳມະການສຳຮອງ ສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງອຸດົມໄຊ, ມີສະຫາຍ ສຸຫວັດ ມະຫາວົງສະນັ່ນ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຜູ້ຊີ້ນໍາເມືອງຮຸນ, ມີຄະນະຈັດຕັ້ງແຂວງ, ປະທານກວດກາພັກ-ລັດແຂວງ, ບັນດາສະຫາຍຄະນະຮັບຜິດຊອບຂັ້ນແຂວງ ທີ່ໄດ້ລົງມາຊ່ວຍເມືອງ ກະກຽມກອງປະຊຸມໃຫຍ່, ບັນດາສະຫາຍຄະນະບໍລິຫານງານພັກເມືອງ, ຜູ້ແທນກອງປະຊຸມໃຫຍ່ເຊິ່ງເປັນຕົວແທນໃຫ້ສະມາຊິກພັກໃນທົ່ວເມືອງຈຳນວນ 3.407 ສະຫາຍ, ບັນດາສະຫາຍຕາງໜ້າຄະນະບໍລິຫານງານພັກເມືອງທີ່ມາຈາກບັນດາເມືອງ, ບັນດາພະແນກການ, ບັນດາສະຫາຍຜູ້ແທນ, ແຂກເຊີນ, ພະນັກງານນັກປະຕິວັດຜູ້ອາວຸໂສ, ອາດິດການນໍາ, ຜູ້ຊົງຄຸນວຸດທິ, ຄອບຄົວຕົວແບບພາຍໃນເມືອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງຮຸນ ຄັ້ງທີ XIII ໄດ້ດຳເນີນເປັນເວລາ 1 ວັນເຄິ່ງ ດ້ວຍບັນຍາກາດອັນຟົດຟື້ນ ແລະ ມີຄວາມຮັບຜິດຊອບສູງຂອງຜູ້ແທນກອງປະຊຸມ; ໃນເວລາດຳເນີນກອງປະຊຸມ ບັນດາສະຫາຍຜູ້ແທນກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າພິຈາລະນາຢ່າງເລິກເຊິ່ງທີຖ້ວນ ແລະ ຮັບຮອງເອົາບົດລາຍງານການເມືອງ 2 ພາກ ຂອງຄະນະບໍລິຫານງານພັກເມືອງ ສະໄໝທີ XIII ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IV ແຕ່ປີ 2025-2029. ກອງປະຊຸມໃຫຍ່ ໄດ້ສະແດງຄວາມເປັນເອກະພາບການສະຫຼຸບຕີລາຄາ ຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງອົງຄະນະພັກເມືອງ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມ ມັນແມ່ນຜົນງານທີ່ຍາດມາໄດ້ ຕະຫຼອດໄລຍະ 5 ປີທີຜ່ານມາ ໄດ້ສ້າງພື້ນຖານ ແລະ ຖ່ວງທ່າອັນໃໝ່ ໃຫ້ແກ່ການສືບຕໍ່ຂະຫຍາຍຕົວ ຂອງເມືອງຮຸນ ໄປຕາມທິດທາງ ແລະ ຈຸດໝາຍທີ່ວາງໄວ້.
ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຄັ້ງທີ XIII ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງ 32 ສະຫາຍ,ຜົນການເລືອກຕັ້ງດັ່ງນີ້:
I.ກອງປະຊຸມໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຮຸນ ຊຸດໃໝ່ ຈຳນວນ 27 ສະຫາຍ, ຍິງ 4 ສະຫາຍ ດັ່ງມີລາຍຊື່ລຸ່ມນີ້:
1. ສະຫາຍ ນາງ ຄຳໝັ້ນ ແກ້ວບຸນຫວນ
2. ສະຫາຍ ຫົງທອງ ບົວລີໄຊ
3. ສະຫາຍ ວັນນິຄອນ ມິ່ງບຸບຜາ
4. ສະຫາຍ ພັທ ບຸນທຽນ ທ່ຽງມະນີ
5. ສະຫາຍ ກິສອນ ແສນປັນຍາ
6. ສະຫາຍ ໂອໄຊ ສີສຸພັນ
7. ສະຫາຍ ສິງທອງ ຜົນດາລາ
8. ສະຫາຍ ຫຸມພັນ ອານຸວົງ
9. ສະຫາຍ ນາງ ມົນລືດີ ລາດສະພັງທອງ
10. ສະຫາຍ ບຸນເພັງ ສີເທບພະບຸດ
11. ສະຫາຍ ດຣ ສົມພັນ ຈະເລີນໄຊ
12. ສະຫາຍ ນາງ ດາວິນ ວົງວິ່ນວີ່
13. ສະຫາຍ ພັທ ສອນເພັດ ວົງພະສິດ
14. ສະຫາຍ ພອນຄໍາ ບົວລີໄຊ
15. ສະຫາຍ ວິໄຊເຮີ ພັນດາລີ
16. ສະຫາຍ ຄໍາມະນີ ສີຈະເລີນ
17. ສະຫາຍ ອານຸສອນ ກິດຕິວົງ
18. ສະຫາຍ ຄອນສີ ສາຍລໍຄໍາ
19. ສະຫາຍ ສົມຈິດ ອຸໄລທອນ
20. ສະຫາຍ ສຸດາລັດ ຄະນີແກ້ວ
21. ສະຫາຍ ລັດຕະນະຄອນ ໄຊນະຜົນ
22. ສະຫາຍ ນາງ ຂັນທະລີ ມິ່ງບຸບຜາ
23. ສະຫາຍ ລືໄຊ ເຮີລາວລີ
24. ສະຫາຍ ສົມພົບ ນາມມະວົງ
25. ສະຫາຍ ທອງຄໍາ ໄຊຍະພູມ
26. ສະຫາຍ ແສງອານຸ ລໍສະຫວັນ
27. ສະຫາຍ ຫົງດາລາ ໄຊຍະວົງ

II.ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກຕັ້ງເອົາ ຄະນະປະຈຳພັກເມືອງຮຸນ ຊຸດໃໝ່ ຈຳນວນ 7 ສະຫາຍ, ຍິງ 1 ສະຫາຍ ດັ່ງລາຍຊື່ລຸ່ມນີ້:
1. ສະຫາຍ ນາງ ຄຳໝັ້ນ ແກ້ວບຸນຫວນ
2. ສະຫາຍ ຫົງທອງ ບົວລີໄຊ
3. ສະຫາຍ ວັນນິຄອນ ມິ່ງບຸບຜາ
4. ສະຫາຍ ພັທ ບຸນທຽນ ທ່ຽງມະນີ
5. ສະຫາຍ ກິສອນ ແສນປັນຍາ
6. ສະຫາຍ ໂອໄຊ ສີສຸພັນ
7. ສະຫາຍ ສິງທອງ ຜົນດາລາ
III. ໃນກອງປະຊຸມຄັ້ງປະຖົມມະລຶກ ໄດ້ເຫັນດີ, ເປັນເອກະສັນກັນຢ່າງສົມບູນ ຮັບຮອງເອົາ ເລຂາ ແລະ ຮອງເລຂາຄະນະ ບໍລິຫານງານພັກເມືອງຮຸນ ຊຸດໃໝ່ ດັ່ງມີລາຍຊື່ລຸ່ມນີ້:
1. ສະຫາຍ ນາງ ຄໍາໝັ້ນ ແກ້ວບຸນຫວນ ເປັນເລຂາຄະນະບໍລິຫານຫານງານພັກເມືອງ
2. ສະຫາຍ ຫົງທອງ ບົວລີໄຊ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ
3. ສະຫາຍ ວັນນິຄອນ ມິ່ງບຸບຜາ ເປັນຮອງເລຂາຄະນະບໍລິຫານຫານງານພັກເມືອງ
IV.ໄດ້ເຫັນດີເປັນເອກະສັນກັນຢ່າງສົມບູນ ຮັບຮອງເອົາ ປະທານ ແລະ ຮອງປະທານ ກວດກາພັກເມືອງຮຸນ ຊຸດໃໝ່ ດັ່ງມີລາຍຊື່ລຸ່ມນີ້:
1. ສະຫາຍ ໂອໄຊ ສີສຸພັນ ເປັນປະທານກວດກາ
2. ສະຫາຍ ທອງຄໍາ ໄຊຍະພູມ ເປັນຮອງປະທານຄະນະກວດກາ
3. ສະຫາຍ ອ່ອນຄໍາ ອຸ່ນທິກຸນ ເປັນຮອງປະທານຄະນະກວດກາ
ບັນດາສະຫາຍທີ່ໄດ້ຮັບການເລືອກຕັ້ງຄັ້ງນີ້ ລ້ວນແຕ່ໄດ້ຜ່ານການທົດສອບ, ຜ່ານຂະບວນການວຽກງານຕົວຈິງ, ມີບົດຮຽນ, ປະສົບການ, ມີຄຸນທາດການເມືອງທີ່ໜັກແໜ້ນ ແລະ ມີຄຸນສົມບັດສິນທຳປະຕິວັດທີ່ແທ້ຈິງ.

ໜ່ວຍພັກຄະນະຈັດຕັ້ງເມືອງຮຸນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ X.                                            ======       ໃນວັນທີ ...
05/11/2024

ໜ່ວຍພັກຄະນະຈັດຕັ້ງເມືອງຮຸນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ X.
======
ໃນວັນທີ 01 ພະຈິກ 2024 ນີ້, ໜ່ວຍພັກຄະນະຈັດຕັ້ງເມືອງຮຸນ ໄດ້ດຳເນີນກອງປະຊຸມໃຫຍ່ ຄັ້ງທີ X ຂອງຕົນ ຢູ່ທີ່ຫ້ອງປະຊຸມຂອງຫ້ອງການແຜນການ ແລະ ການລົງທຶນ ເມືອງຮຸນ ຂຶ້ນຢ່າງເປັນທາງການ. ພາຍໃຕ້ການເປັນປະທານຂອງສະຫາຍ ພອນແກ້ວ ຍອດມະນີ ກຳມະການພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງຮຸນ, ເປັນກຽດເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ໂດຍມີສະຫາຍ ນາງ ຄຳໝັ້ນ ແກ້ວບຸນຫວນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຮຸນ, ມີແຂກເຊີນຈາກຫ້ອງການອ້ອມຂ້າງ ແລະ ສະມາຊິກພັກພາຍໃນຫ້ອງການເຂົ້າຮ່ວມ.
ກອງປະຊມຄັ້ງນີ້,ສະຫາຍ ພອນແກ້ວ ຍອດມະນີ ຫົວໜ້າຄະນະຈັດຕັ້ງ ເມືອງຮຸນ ໄດ້ຜ່ານຮ່າງບົດສະຫລຸບໜ່ວຍພັກຂອງຕົນ ໂດຍໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວຂອງໜ່ວຍພັກຄະນະຈັດຕັ້ງເມືອງ ໃນໄລຍະຜ່ານມາ. ດ້ານດີ,ດ້ານອ່ອນ, ພ້ອມທັງຜ່ານແຜນພັດທະນາກົມກອງໃນໄລຍະຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ ປີ 2025-2029 ຕໍ່ກອງປະຊຸມ. ຈາກນັ້ນ, ຄະນະຊຸດເກົ່າກໍ່ໄດ້ຂຶ້ນລ່າໜ້າທີ່ ແລະ ຄະນະຮັບຜິດຊອບກໍ່ໄດ້ທຳການປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່ ໂດຍມີຜູ້ສະໝັກເລືອກຕັ້ງທັງໝົດ 5 ສະຫາຍ, ຍິງ 1 ສະຫາຍ. ເລືອກໄດ້ 3 ສະຫາຍ, ຍິງ 1 ສະຫາຍ ດັ່ງນີ້:
1. ສະຫາຍ ພອນແກ້ວ ຍອດມະນີ ເປັນເລຂາໜ່ວຍພັກ, 2.ສະຫາຍ ນາງ ແພງແກ້ວ ຈັນທະພີໄຊ ເປັນຮອງເລຂາໜ່ວຍພັກ
3. ສະຫາຍ ກອງຄຳ ລືຢີວ່າ ເປັນກຳມະການໜ່ວຍພັກ.
ແລະ ເລືອກເອົາຜູ້ເຮັດວຽກງານກວດກາໜ່ວຍພັກ ດັ່ງນີ້:
1. ສະຫາຍ ກອງຄຳ ລືຢີວ່າ ເປັນຜູ້ກວດກາໜ່ວຍພັກ
2.ສະຫາຍ ນວນທາ ລັດວິເກດ ເປັນຜູ້ຊ່ວຍວຽກງານກວດກາໜ່ວຍພັກ.
ຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຈາກສະຫາຍ ນາງ ຄຳໝັ້ນ ແກ້ວບຸນຫວນ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆຮຸນ. ເຊິ່ງກ່ອນອື່ນສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວຂອງໜ່ວຍພັກຄະນະຈັດຕັ້ງເມືອງ ທີ່ຍາດມາໄດ້ໃນຕະຫຼອດໄລຍະຜ່ານ. ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກຊຸດໃໝ່ຈົ່ງເອົາໃຈໃສ່ໃນການນຳພາ-ຊີ້ນຳໃຫ້ໜັກແໜ້ນ,ເຂັ້ມແຂງ. ແບ່ງວຽກໃຫ້ໝູ່ຄະນະຮັບຜິດຊອບຢ່າງລະອຽດ. ພ້ອມທັງເອົາໃຈໃສ່ສຶກສາອົບຮົມດ້ານການເມືອງ-ແນວຄິດ ໃຫ້ສະມາຊິກພັກຢ່າງເປັນປົກກະຕິ. ຊຸກຍູ້, ຕິດຕາມ, ກວດກາ ວຽກງານພາຍໃນພັກ ກໍ່ຄືວຽກງານລັດໃຫ້ຕໍ່ເນື່ອງ , ເພີ່ມທະວີຄົ້ນຄວ້າມະຕິຄຳສັ່ງຂອງພັກໃຫ້ເລິກເຊິ່ງເຖິງຖອງ ແລະ ໃຫ້ຮັກສາຄວາມສາມັກຄີພາຍໃນໃຫ້ສະໝ່ຳສະເໝີ. ເພື່ອເຮັດໃຫ້ວຽກງານພາຍໃນໜ່ວຍພັກເດີນແມ່ນແລ່ນສະດວກ ແລະ ເປັນໄປຕາມທິດທາງແຜນການທີ່ວາງໄວ້,ເຮັດໃຫ້ວຽກງານພາຍໃນກົມກອງນັບມື້່ດີຂຶ້ນເທື່ອລະກ້າວ.

ກອງປະຊຸມໃຫຍ່ຄັ້ງທີ່ IV ຂອງຄະນະພັກຮາກຖານກອງບັນຊາການ ປກສ ເມືອງຮຸນ.____________@_______________ກອງປະຊຸມໃຫຍ່ ຄະນະພັກຮາກຖານ ປ...
08/08/2024

ກອງປະຊຸມໃຫຍ່ຄັ້ງທີ່ IV ຂອງຄະນະພັກຮາກຖານກອງບັນຊາການ ປກສ ເມືອງຮຸນ.
____________@_______________
ກອງປະຊຸມໃຫຍ່ ຄະນະພັກຮາກຖານ ປກສ ເມືອງຮຸນ ແຂວງອຸດົມໄຊ ຄັ້ງທີ່ IV ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ່ 6 ສິງຫາ 2024ນີ້ ຢູ່ທີ່ສະໂມສອນຂອງເມືອງໂດຍການເປັນປະທານຂອງ ສະຫາຍ ພັທ ສອນເພັດ ວົງພະສິດ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງຮຸນ, ມີນາງ ຄໍາໝັ້ນ ແກ້ວບຸນຫວນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຮຸນ, ພັອ ດວງຈັນ ໄຊວຸດ ຄະນະປະຈໍາພັກ ຮອງກອງບັນຊາການ ປກສ ແຂວງອຸດົມໄຊ, ມີຄະນະພັກ - ຄະນະບັນຊາ, ແຂກເຊີນ, ປກສ ກຸ່ມບ້ານ ຕະຫຼອດສະມາຊິກພັກຈາກ4ໜ່ວຍພັກສະມາຊິກທີ່ຂຶ້ນກັບເຂົ້າຮ່ວມຢ່າງພ້ອມພຽງ.
ພັທ ສອນເພັດ ວົງພະສິດ ຫົວໜ້າກອງບັນຊາການ ປກສ ເມືອງຮຸນ ໄດ້ຜ່ານຮ່າງບົດລາຍງານການເມືອງເຊິ່ງສາມາດສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ຍົກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຄ້າງທີ່ຈະໄດ້ສືບຕໍ່ປັບປຸງໃນຕໍ່ໜ້າ, ຜົນງານຫຼາຍດ້ານທີ່ຍາດມາໄດ້,ພ້ອມທັງຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາກົມກອງຂອງກອງບັນຊາການ ປກສ ເມືອງຮຸນ 5 ປີຄັ້ງທີ IV( 2024 – 2029 )ຕື່ມອີກ. ຈາກນັ້ນໃນກອງປະຊຸມກໍ່ໄດ້ປະຊາມະຕິພ້ອມທັງຍົກບັດແດງເພື່ອຮັບຮອງເອົາບົດລາຍງານທັງສອງເນື້ອໃນ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໄສ, ເຂັ້ມແຂງ, ໜັກແໜ້ນ ພ້ອມທັງຜ່ານມາດຖານເງື່ອນໄຂຂອງຜູ້ສະໝັກແລະປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່, ເຊິ່ງມີຜູ້ສະໝັກ 07 ສະຫາຍ, ເລືອກເອົາ 5 ສະຫາຍ ໃນກອງປະຊຸມຄັ້ງປະຖົມມະລຶກໄດ້ປະຊາມະຕິຮັບຮອງເອົາຄະນະພັກຮາກຖານຊຸດໃໝ່ເຊິ່ງມີລາຍຊື່ດັ່ງລຸ່ມນີ້:
1.ສະຫາຍພັທ ສອນເພັດ ວົງພະສິດ ເປັນເລຂາຄະນະພັກຮາກຖານ
2.ສະຫາຍ ພັທ ບຸນເສີດ ອຸ່ນພູວົງ ເປັນຮອງເລຂາ
3.ສະຫາຍ ພັທ ວັນທອງ ຫຼວງພະຈິດ ເປັນກຳມະການຄະນະພັກຮາກຖານ
4.ສະຫາຍພັທ ສຸວັນທອງ ຈິດຕະປັນຍາ ເປັນກຳມະການຄະນະພັກຮາກຖານ
5.ສະຫາຍ ພັຕ ພອນທະລີ ຈິດທະຍົມ ເປັນກຳມະການຄະນະພັກຮາກຖານ.
ພ້ອມທັງແຕ່ງຕັ້ງປະທານ ແລະ ຮອງປະທານກວດກາຄະນະພັກຮາກຖານ
ຕອນທ້າຍຂອງກອງປະຊຸມໄດ້ຮັບຟັງຄໍາໂອ້ລົມຈາກຂັ້ນເທິ່ງຕື່ມອີກ ກ່ອນອື່ນສະຫາຍກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ທາງຄະນະພັກ - ຄະນະບັນຊາ, ພ້ອມດ້ວຍພະນັກງານສະມາຊິກພັກທຸກສະຫາຍຍາດໄດ້ຜົນງານຫຼາຍດ້ານຕະຫຼອດໄລຍະທີ່ຜ່ານມາ ພ້ອມທັງເນັ້ນໜັກໃຫ້ທຸກສະຫາຍຈົ່ງພ້ອມກັນສຶບຕໍ່ຮັກສາວຽກງານການເມືອງນໍາພາ - ຄິດແນວໃຫ້ເປັນປົກກະຕິ, ສຸມໃສ່ແກ້ໄຂຈັດຕັ້ງປະຕິບັດວາລະແຫ່ງຊາດໃຫ້ໄດ້ຮັບຜົນດີ, ເພິ່ມຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ຖຶກມອບໝາຍຢ່າງເລິກເຊິ່ງ, ຮັກສາໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນເມືອງຂອງຕົນເປັນຢ່າງດີ, ປັບປຸງແບບແຜນການນຳພາວິທີເຮັດວຽກໃຫ້ຖືກຕ້ອງ, ສອດຄ່ອງ ແລະ ຊັດເຈນຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ.

Address

Ban Nakhong

Telephone

+85681212717

Website

Alerts

Be the first to know and let us send you an email when ຄະນະຈັດຕັ້ງເມືອງຮຸນ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share