ສະພາປະຊາຊົນແຂວງບໍ່ແກ້ວ

ສະພາປະຊາຊົນແຂວງບໍ່ແກ້ວ ຕົວແທນແຫ່ງສິດອຳນາດ ແລະຜົນປະໂຫຍດຂອງປະຊາຊົນ

ນຳສະເໜີຂໍ້ມູນຂ່າວສານການເຄື່ອນໄຫວວຽກງານສະພາແຫ່ງຊາດຢູ່ແຂວງບໍ່ແກ້ວ,
ເຜີຍແຜ່ນິຕິກຳ ແລະກົດໝາຍຕ່າງໆ,
ປົກປ້ອງສິດອຳນາດ ແລະຜົນປະໂຫຍດອັນຊອບທຳຂອງປະຊາຊົນ,
ເສີມຂະຫຍາຍແນວຄິດສ້າງສັນ, ສົນທະນາແລກປຽນຄວາມຄິດເຫັນກ່ຽວກັບວຽກບ້ານການເມືອງ...

ສະພາປະຊາຊົນແຂວງຈັດພິທີປາຖະກະຖາວັນກຳມະກອນສາກົນ   ໂດຍອີງຕາມແຈ້ງການສະບັບເລກທີ 15/ ສກຂ ,ລົງວັນທີ 21 ເມສາ 2026 ເລື່ອງ: ການຈັດ...
05/05/2026

ສະພາປະຊາຊົນແຂວງຈັດພິທີປາຖະກະຖາວັນກຳມະກອນສາກົນ
ໂດຍອີງຕາມແຈ້ງການສະບັບເລກທີ 15/ ສກຂ ,ລົງວັນທີ 21 ເມສາ 2026 ເລື່ອງ: ການຈັດຕັ້ງສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 140 ປີ ດັ່ງນັ້ນ,ຕອນບ່າຍຂອງວັນທີ 4 ພຶດສະພາ 2026 ນີ້ ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດພິທີປາຖະກະຖາວັນກຳມະກອນສາກົນຂື້ນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ບົວຮອງ ແກ້ວສຸບັນ ປະທານກຳມະບານຮາກຖານສະພາປະຊາຊົນແຂວງ ມີບັນດາຄະນະກຳມະການຮາກຖານ ພ້ອມດ້ວຍສະມາຊິກກຳມະການສະພາປະຊາຊົນແຂວງເຂົ້າຮ່ວມ. ພິທີດັ່ງກ່າວແມ່ນໄດ້ຮັບຟັງການເລົ່າມູນເຊື້ອ,ປະຫວັດຄວາມເປັນມາຂອງຊົນຊັ້ນກຳມະກອນເປັນຕົ້ນກໍແມ່ນວິລະກຳການຕໍ່ສູ້ເພື່ອຫຼຸດພົ້ນອອກຈາກພວກຊົນຊັ້ນນາຍທຶນ ພ້ອມດຽວກັນນັ້ນກໍເພື່ອເປັນການໂຄສະນາເຜີຍແຜ່ມູນເຊື້ອການຕໍ່ສູ້ເພື່ອປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳຂອງຊົນຊັ້ນກຳມະກອນສາກົນກໍຄືຂອງລາວ,ເປັນການໂຄສະນາອົບຮົມເຕົ້າໂຮມຄວາມສາມັກຄີຖັນແຖວສະມາຊິກກຳມະບານ,ກຳມະກອນ-ຊາວຜູ້ອອກແຮງງານໃຫ້ມີທັດສະນະຫຼັກໝັ້ນຄຸນທາດການເມືອງ,ມີຄຸນສົມບັດສິນທໍາປະຕິວັດ,ເປັນການປຸກລະດົມຈະບວນການຟົດຟຶ້ນປະຕິວັດ,ສ້າງເງື່ອນໄຂໃຫ້ການຈັດຕັ້ງແລະສະມາຊິກກຳມະການ,ກໍາມະກອນ-ຊາວຜູ້ອອກແຮງງານໄດ້ພົບປະບົດຮຽນເຊີ່ງກັນແລະກັນ.
ພາບ/ຂ່າວ
ນັກຂ່າວສະພາປະຊາຊົນແຂວງ

ກອງປະຊຸມພົບປະແລກປ່ຽນບົດຮຽນລະຫວ່າງ ສະພາປະຊາຊົນແຂວງ ກັບ ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງບໍ່ແກ້ວ    ອີງຕາມໜັງສືສະເໜີ ສະບ...
04/05/2026

ກອງປະຊຸມພົບປະແລກປ່ຽນບົດຮຽນລະຫວ່າງ ສະພາປະຊາຊົນແຂວງ ກັບ ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງບໍ່ແກ້ວ
ອີງຕາມໜັງສືສະເໜີ ສະບັບເລກທີ 306/ຮມປຂ,ລົງວັນທີ 22 ເມສາ 2026 ເລື່ອງຂໍນຳພາຄະນະຄູ-ອາຈານ ແລະນັກສຶກສາ ທິດສະດີການເມືອງ ຊັ້ນກາງ ຮຸ່ນທີ VII ຂອງແຂວງບໍ່ແກ້ວ ໄປທັດສະນະສຶກສາ ແລະ ແລກປ່ຽນ ບົດຮຽນຢູ່ສະພາປະຊາຊົນແຂວງບໍ່ແກ້ວ ດັ່ງນັ້ນ, ຕອນເຊົ້າຂອງວັນທີ 30 ເມສາ 2026 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ແມ່ນໄດ້ໄຂກອງປະຊຸມພົບປະແລກປ່ຽນບົດຮຽນລະຫວ່າງ ສະພາປະຊາຊົນແຂວງ ກັບ ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງບໍ່ແກ້ວຂື້ນ ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຄຳຈັນ ອິນທະຈັກ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ແລະ ທ່ານ ຫິມມະກອນ ສະຕິ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງບໍ່ແກ້ວ ມີບັນດາຄະນະປະຈຳສະພາ,ຫົວໜ້າ-ຮອງຫ້ອງວ່າການສະພາ,ຫົວໜ້າ-ຮອງຂະແໜງ ຕະຫຼອດຮອດພະນັກງານວິຊານການ,ຄູ-ອາຈານ,ນັກສຶກໂຮງຮຽນທິດສະດີການເມືອງ-ການປົກຄອງເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ ທ່ານ ອາຈານ ອຸ່ນຄຳ ສອນເລົ່າ ໄດ້ຂື້ນກ່າວຈຸດປະສົງຂອງການລົງມາພົບປະແລກປ່ຽນຄັ້ງນີ້ ພ້ອມທັງລາຍງານຫົວຂໍ້ການແລກປ່ຽນບົດຮຽນໃນກຸ່ມວິຊາ ຄຸ້ມຄອງບໍລິຫານລັດ ຄື:
1). ການປະຕິບັດພາລະບົດບາດໃນການເປັນຕົວແທນແຫ່ງສິດ ແລະຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າ ຢູ່ແຂວງບໍ່ແກ້ວ
2). ໃນການຕິດຕາມກວດກາ ຂອງສະພາປະຊາຊົນແຂວງ ຕໍ່ກັບອົງການບໍລິຫານລັດ ແລະອົງການຕຸລາການ
ຫຼັງຈາກນັ້ນທາງນັກສຶກສາແມ່ນໄດ້ມີຄໍາຖາມເຈາະຈີ້ມແລກປ່ຽນຕໍ່ກັບສອງຫົວຂໍ້ນັ້ນກໍຄື ສິດ,ພາລະບົດບາດ ແລະໜ້າທີ່ຂອງສະພາປະຊາຊົນແຂວງ ໂອກາດນີ້ທາງຄະນະປະຈໍາສະພາພ້ອມທັງພະນັກງານ-ລັດຖະກອນກໍໄດ້ຂື້ນຊີ້ແຈງ ແລະມີຄຳເຫັນຕໍ່ກັບຄຳຖາມເຈາະນີ້ມີດັ່ງກ່າວຢ່າງກົງໄປກົງມາດ້ວຍບັນຍາກາດອັນຟົດຟື້ນແລະ ມີລັກສະນະເປັນກັນເອງ.ຕອນທ້າຍແມ່ນໄດ້ມອບຂອງຂັວນທີ່ລະນຶກໃຫ້ເຊີ່ງກັນແລະກັນ.
ພາບ/ຂ່າວ
ນັກຂ່າວ ສະພາປະຊາຊົນແຂວງ

ພິທີມອບຮັບຫົວໜ້າຫ້ອງວ່າການ ສະພາປະຊາຊົນແຂວງ ບໍ່ແກ້ວ ຜູ້ເກົ່າ-ໃໝ່      ປະຕິບັດຕາມແຜນຂອງຄະນະປະຈໍາສະພາປະຊາຊົນແຂວງ ຕອນເຊົ້າຂອ...
04/05/2026

ພິທີມອບຮັບຫົວໜ້າຫ້ອງວ່າການ ສະພາປະຊາຊົນແຂວງ ບໍ່ແກ້ວ ຜູ້ເກົ່າ-ໃໝ່
ປະຕິບັດຕາມແຜນຂອງຄະນະປະຈໍາສະພາປະຊາຊົນແຂວງ ຕອນເຊົ້າຂອງວັນທີ 27 ເມສາ 2026 ນີ້ ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງໄດ້ຈັດພິທີ ມອບ-ຮັບ ຫົວໜ້າຫ້ອງວ່າການ ສະພາປະຊາຊົນແຂວງລະຫວ່າງຜູ້ເກົ່າ-ຜູ້ໃໝ່ຂື້ນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຄຳຈັນ ອິນທະຈັກ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ມີບັນດາປະທານຄະນະກຳມະການ,ຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ,ຫົວໜ້າ-ຮອງຫົວໜ້າຂະແໜງ ຕະຫຼອດຮອດພະນັກງານວິຊາການເຂົ້າຮ່ວມ
ໃນພິທີດັ່ງກ່າວທ່ານ ບົວຮອງແກ້ວສຸບັນ ຮັກສາການຫົວໜ້າຫ້ອງວ່າການ ສະພາປະຊາຊົນແຂວງໄດ້ຂື້ນ ລາຍງານບົດສະຫຼຸບການເຄື່ອນໄຫວວຽກງານຂອງຄະນະເລຂາທິການໃນໄລຍະທີ່ຮັກສາການຜ່ານມາທາງດ້ານການຊີ້ນຳໆພາ,ງົບປະມານ,ວຽກງານບໍລິຫານ ແລະວຽກຈັດຕັ້ງ-ກວດ ຕ່າງໆ ຫຼັງຈາກນັ້ນ ກໍຮັບຟັງບົດລາຍງານຈາກທ່ານ ນາງ ອຳພອນ ບຸນຍາວົງ ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະບັນດາເຜົ່າ ໃນທຸກໆດ້ານວຽກງານຕາມສິດ ພາລະບົດ ແລະໜ້າຂອງຄະນະກຳມະການໃນໄລຍະເວລາ 5 ປີຜ່ານມາ (2021-2025) ພາຍຫຼັງຮັບຟັງບົດລາຍງານທັງສອງຝ່າຍ ແມ່ນໄດ້ລົງນາມເຊັ່ນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ. ໂອກາດນີ້ຍັງໄດ້ຮັບການຟັງການໂອ້ລົມ ແລະໃຫ້ທິດຊີ້ນໍາຂອງທ່ານ ຄຳຈັນ ອິນທະຈັກ ຮອງປະທານສະພາປະຊາຊົນແຂວງ ໂດຍທ່ານໄດ້ມີຄຳເຫັນຊີ້ນໍາໃຫ້ທັງສອງຄະນະກຳມະການໃຫ້ເອົາໃຈໃສ່ຕໍ່ສິດ ພາລະບົດບາດ ແລະໜ້າທີ່ຂອງທັງສອງຄະນະກຳມະການ ໃນການປະຕິບັດໜ້າທີ່ວຽກງານຕາມຄະນະນຳ,ຂັ້ນເທີງມອບໝາຍໃຫ້ສໍາເລັດຜົນເປັນກ້າວໆ.

ພາບ/ຂ່າວ
ນັກຂ່າວສະພາປະຊາຊົນແຂວງ

"ພິທີມອບ-ຮັບ ຫນ້າທີ່ ປະທານສະພາປະຊາຊົນແຂວງບໍ່ແກ້ວ ແລະ ເລຂາຫນ່ວຍພັກສະພາປະຊາຊົນແຂວງ"      ໃນຕອນເຊົ້າ, ວັນທີ 13 ເມສາ 2026 ທີ...
13/04/2026

"ພິທີມອບ-ຮັບ ຫນ້າທີ່ ປະທານສະພາປະຊາຊົນແຂວງບໍ່ແກ້ວ ແລະ ເລຂາຫນ່ວຍພັກສະພາປະຊາຊົນແຂວງ"
ໃນຕອນເຊົ້າ, ວັນທີ 13 ເມສາ 2026 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງບໍ່ແກ້ວ ໄດ້ມີພິທີເຊັນບົດບັນທຶກມອບ-ຮັບ ຫນ້າທີ່ ປະທານສະພາປະຊາຊົນແຂວງ ລະຫວ່າງ ທ່ານ ຈອມສີ ລັດຕະນະປັນ ປະທານ ສະພາປະຊາຊົນແຂວງ ຜູ້ເກົ່າ ກັບ ທ່ານ ພົຈວ ແປ້ນຄໍ ບຸດຈັນແພງ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງບໍ່ແກ້ວ ຜູ້ໃຫມ່, ນອກນັ້ນ ຍັງມີ ພິທີເຊັນບົດບັນທຶກ ມອບ-ຮັບ ຫນ້າທີ່ ເລຂາຫນ່ວຍພັກສະພາປະຊາຊົນແຂວງ ລະຫວ່າງ ທ່ານ ພັອ ຫຸມແພງ ອິນທະຈັກ ເລຂາຫນ່ວຍພັກ ຜູ້ເກົ່າ ກັບ ທ່ານ ດາລີວັນ ພູມສະຫວັນ ເລຂາຫນ່ວຍພັກສະພາປະຊາຊົນແຂວງຜູ້ໃຫມ່ ໂດຍພາຍໃຕ້ການເປັນສັກຂີພະຍານຂອງບັນດາທ່ານ ການນໍາຂອງແຂວງ, ບັນດາທ່ານຫົວຫນ້າ-ຮອງຫົວຫນ້າພະແນກການ ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມ.

ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ ສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ Vກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊົນແຂວງບໍ່ແກ້ວ ຊຸດທີ V ໄດ້...
08/04/2026

ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ ສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ V

ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊົນແຂວງບໍ່ແກ້ວ ຊຸດທີ V ໄດ້ດໍາເນີນເປັນ ເວລາ 1 ວັນ ເຄິ່ງ. ດ້ວຍບັນຍາກາດອັນຟົດຟື້ນ ແລະ ເຄັ່ງຮ້ອນ ແຫ່ງການເສີມຂະຫຍາຍສິດປະຊາທິປະໄຕ ຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ.
ກອງປະຊຸມ ໄດ້ຮັບຟັງການລາຍງານຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ກ່ຽວກັບຜົນຂອງການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 5 ແລະ ສະມາຊິກສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ V, ຊຶ່ງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດ ໃນການຈັດຕັ້ງຜັນຂະ ຫຍາຍ ມະຕິກົມການເມືອງສູນການພັກ ເລກທີ 26/ກມສພ ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V. ການເລືອກຕັ້ງໄດ້ດໍາເນີນຢ່າງມີຜົນສໍາເລັດຕາມແຜນການທີ່ວາງໄວ້, ຜູ້ມີສິດປ່ອນບັດເລືອກຕັ້ງໃນທົ່ວແຂວງ ໄດ້ນໍາໃຊ້ສິດປະຊາທິປະໄຕ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດ ໝາຍ ເພື່ອເລືອກຕັ້ງເອົາຕົວແທນຂອງຕົນ ເພື່ອປະຕິບັດສິດອໍານາດຂອງປະຊາຊົນ ຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໃນການພິຈາລະນາຮັບຮອງບັນຫາສໍາຄັນພື້ນຖານຂອງປະເທດຊາດ ກໍຄື ຂອງແຂວງ.
ກອງປະຊຸມໄດ້ດໍາເນີນການເລືອກຕັ້ງຕຳແໜ່ງສໍາຄັນຕ່າງໆ ຂອງອົງການອໍານາດລັດຂັ້ນແຂວງ ເຊັ່ນ: ປະທານສະພາປະຊາຊົນແຂວງ, ຮອງປະທານສະພາປະຊາຊົນແຂວງ, ກໍາມະການຄະນະປະຈຳສະພາປະຊາຊົນແຂວງ; ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຮັບຮອງເອົາກົງຈັກການຈັດຕັ້ງຂອງສະພາປະຊາຊົນແຂວງ, ປະທານຄະນະກໍາມະການ ແລະ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ.
ການເລືອກຕັ້ງບຸກຄະລາກອນ, ຮັບຮອງເອົາກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງອົງການອໍານາດລັດຂັ້ນແຂວງ ເປັນບາດກ້າວສໍາຄັນ ເພື່ອສືບຕໍ່ຈັດຕັ້ງປະຕິບັດ ແຜນວຽກຂອງສະພາປະຊາຊົນແຂວງ ໃນ 5 ປີ ຕໍ່ໜ້າ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VII ເຂົ້າສູ່ວຽກງານຕົວຈິງຂອງບັນດາອົງການຈັດຕັ້ງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແນໃສ່ເຮັດໃຫ້ແຂວງບໍ່ແກ້ວ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ.
ກອງປະຊຸມ ໄດ້ຮັບຟັງການກ່າວອໍາລາໜ້າທີ່ ຂອງທ່ານປະທານສະພາປະຊາຊົນແຂວງ ຊຸດທີ IV ແລະ ການຮັບໜ້າທີ່ຂອງປະທານສະພາປະຊາຊົນແຂວງ ຊຸດທີ V ທີ່ໄດ້ຮັບການເລືອກຕັ້ງໃນກອງປະຊຸມດ້ວຍຄະແນນສຽງສູງ.
ຕໍ່ການປະຕິບັດໜ້າທີ່ຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ແລະ ພ້ອມຈະເຮັດໜ້າທີ່ອັນສຸດທີ່ມີກຽດນີ້ ຕາມການມອບໝາຍຂອງພັກ-ລັດ ແລະ ປະຊາຊົນບັນດາເຜົ່າ.
ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ດັ່ງນີ້:
1. ວຽກຂອງຄະນະກໍາມະການປົກຄອງແຂວງ
ພິຈາລະນາ, ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ 5 ປີ ຄັ້ງທີ X (2026-2030) ;

2. ວຽກຂອງອົງການກວດກາລັດແຂວງ ແລະ ອົງການກວດສອບ ປະຈໍາພາກເໜືອ 2
1) ພິຈາລະນາ, ຮັບຮອງເອົາບົດລາຍງານກ່ຽວກັບແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດກາລັດແຂວງ;
2) ພິຈາລະນາ, ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ 3 ປີ (2023-2025) ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດສອບ ປະຈໍາພາກເໜືອ 2;
3. ວຽກຂອງສານປະຊາຊົນແຂວງ ແລະ ອົງການໄອຍະການປະຊາຊົນແຂວງ
ພິຈາລະນາ, ຮັບຮອງເອົາບົດລາຍງານກ່ຽວກັບແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນແຂວງ ແລະ ອົງການໄອຍະການປະຊາຊົນແຂວງ;
4. ວຽກງານຂອງສະພາປະຊາຊົນແຂວງ
1) ພິຈາລະນາ, ຮັບຮອງເອົາບົດລາຍງານກ່ຽວກັບແຜນການເຄື່ອນໄຫວ 5 ປີ (2026-2030) ຂອງສະພາປະຊາຊົນແຂວງ ບໍ່ແກ້ວ ຊຸດທີ V;
2) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບແຜນການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ 5 ປີ (2026-2030) ຂອງສະພາປະຊາຊົນແຂວງ ຊຸດທີ V.
ກອງປະຊຸມແມ່ນໄດ້ຈັດລົງຕອນເຊົ້າຂອງວັນທີ 8 ເມສາ 2
ພາບ/ຂ່າວ : ນັກຂ່າວສະພາປະຊາຊົນແຂວງ.

" ກອງປະຊຸມຄັ້ງປະຖົມມະລືກ ສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ V ວັນທີ 7-8/4/2026 ໄດ້ເລືອກຕັ້ງ ປະທານ, ຮອງປະທານ ສະພາປະຊາຊົນແຂວງ, ກ...
08/04/2026

" ກອງປະຊຸມຄັ້ງປະຖົມມະລືກ ສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ V ວັນທີ 7-8/4/2026 ໄດ້ເລືອກຕັ້ງ ປະທານ, ຮອງປະທານ ສະພາປະຊາຊົນແຂວງ, ກໍາມະການ ຄະນະປະຈໍາສະພາປະຊາຊົນແຂວງ, ປະທານຄະນະກໍາມະການ ແລະ ຫົວໜ້າຫ້ອງວ່າການ ສະພາປະຊາຊົນແຂວງ"
#ສະພາປະຊາຊົນແຂວງບໍ່ແກ້ວຊຸດທີV

ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ  V         ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ບໍ່ແກ້ວ ຊຸດທ...
07/04/2026

ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ V
ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ບໍ່ແກ້ວ ຊຸດທີ V ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 7 ເມສາ 2026 ພາຍໃຕ້ການເປັນປະທານຂອງທ່ານ ຈອມສີ ລັດຕະນະປັນ ປະທານສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ IV ເປັນກຽດເຂົ້າຮ່ວມຂອງທ່ານ ພົຈວ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການສູນກາງພັກ, ກຳມະການຄະນະປະຈຳສະພາແຫ່ງຊາດ ຊຸດທີX, ປະທານກຳມາທິການກົດໝາຍ ແລະຍຸຕິທໍາ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ, ມີບັນດາສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 5, ສະມາຊິກສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ V, ມີບັນດາທ່ານການນຳ-ອະດີດການນໍາພັກ-ລັດຂອງແຂວງ, ປະທານຄະນະກຳມະການປົກຄອງເມືອງ, ພະແນກການ-ອົງການ, ສອງກອງບັນຊາການຂອງແຂວງ, ໂຮງຮຽນ, ໂຮງໝໍ, ລັດວິສາຫະກິດ, ບັນດາທະນາຄານ, ນັກທຸລະກິດຜູ້ປະກອບການ ເຂົ້າຮ່ວມ.
ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ V ໄດ້ສຸມໃສ່ພິຈາລະນາ ແລະ ຕົກລົງບັນຫາສໍາຄັນພື້ນຖານຂອງແຂວງ ດັ່ງນີ້:
1) ຮັບຟັງລາຍງານຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ກ່ຽວກັບຜົນສໍາເລັດຂອງການເລືອກຕັ້ງ ແລະ ການຢັ້ງຢືນຄຸນລັກສະນະຂອງ ສະມາຊິກສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ V;
2) ພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງປະທານ, ຮອງປະທານ ແລະ ກຳມະການຄະນະປະຈຳສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ V ແລະ ພິຈາລະນາ, ຮັບຮອງເອົາໂຄງປະກອບກົງຈັກຂອງສະພາປະຊາຊົນແຂວງ; ການແຕ່ງຕັ້ງປະທານຄະນະກຳມະການ, ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ;
3) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ 5 ປີ ຄັ້ງທີ X (2026-2030);
4) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດກາລັດແຂວງບໍ່ແກ້ວ;
5) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ 3 ປີ (2023-2025) ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດສອບ ປະຈໍາພາກເໜືອ 2;
6) ກອງປະຊຸມຍັງໄດ້ຮັບຟັງການລາຍງານກ່ຽວກັບແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນແຂວງ ແລະ ອົງການໄອຍະການປະຊາຊົນແຂວງບໍ່ແກ້ວ. ເຊິ່ງບົດລາຍງານຂອງສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ ຈະໄດ້ນຳໄປຄົ້ນຄວ້າ, ພິຈາລະນາ, ຮັບຮອງ ໃນມື້ຕໍ່ໄປ (ກໍຄືວັນທີ 8/4/2026). ພ້ອມກັນນັ້ນ, ວັນທີ 8/4/2026 ຈະໄດ້ສຸມໃສ່ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບແຜນການເຄື່ອນໄຫວ 5 ປີ (2026-2030) ຂອງສະພາປະຊາຊົນແຂວງ ບໍ່ແກ້ວ ຊຸດທີ V ແລະ ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບແຜນການສ້າງ ແລະ ປັບປຸງນິຕິກໍາ ໃຕ້ກົດໝາຍ 5 ປີ (2026-2030) ຂອງສະພາປະຊາຊົນແຂວງ ຊຸດທີ V ຕື່ມອີກ
ພາບ/ຂ່າວ : ສະພາປະຊາຊົນແຂວງ

ພິທີ ປະດຫບຫຼຽນກາລະນຶກ 50 ປີ ສະພາແຫ່ງຊາດ ແລະ ຫຼຽນລະນຶກ ສະມາຊິກສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ IV  ໃນຕອນບ່າຍຂອງວັນທີ 6 ເມສາ 2...
07/04/2026

ພິທີ ປະດຫບຫຼຽນກາລະນຶກ 50 ປີ ສະພາແຫ່ງຊາດ ແລະ ຫຼຽນລະນຶກ ສະມາຊິກສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ IV
ໃນຕອນບ່າຍຂອງວັນທີ 6 ເມສາ 2026 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດພິທີປະດັບຫຼຽນລະນຶກ 50 ປີ ສະພາແຫ່ງຊາດ ແລະ ຫຼຽນກາລະນຶກສະມາຊິກສະພາປະຊາຊົນແຂວງ ບໍ່ແກ້ວ ຊຸດທີ V ຂື້ນ ໂດຍການເປັນປະທານ ແລະ ໃຫ້ກຽດມອບຂອງທ່ານ ຈອມສີ ລັດຕະນະປັນ ປະທານສະພາປະຊາຊົນແຂວງ ຊຸດທີ IV ພິທີດັ່ງກ່າວແມ່ນໄດ້ປະດັບຫຼຽນລະນຶກໃຫ້ແກ່ອະດີດການນໍາຂອງແຂວງ, ອະດີດສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນແຂວງ.

Address

Ban HOUAYXAYTAI
Ban Houayxai
5000

Telephone

+85684211012

Alerts

Be the first to know and let us send you an email when ສະພາປະຊາຊົນແຂວງບໍ່ແກ້ວ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to ສະພາປະຊາຊົນແຂວງບໍ່ແກ້ວ:

Share