26/03/2026
ແຂວງອຸດົມໄຊ ສະຫຼຸບວຽກງານອະໄພຍະໂທດ ປະຈຳປີ 2025 ແລະ ວາງທິດທາງຈຸດສຸມ ປີ 2026
------000------
ໃນວັນທີ 26 ມີນາ 2026 ນີ້, ທີ່ ຫ້ອງປະຊຸມອົງການໄອຍະການປະຊາຊົນແຂວງອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ວຽກງານອະໄພຍະໂທດ ປະຈຳປີ 2025 ແລະ ວາງທິດທາງວຽກງານຈຸດສຸມ ປີ 2026 ໂດຍການເປັນປະທານຂອງ ທ່ານ ສຸຫວັດ ມະຫາວົງສະນັ່ນ, ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ, ມີ ທ່ານ ນາງ ສົມຫວັງ ໄຊຍະຕິ, ກຳມະການພັກແຂວງ, ຫົວໜ້າອົງການໄອຍະການປະຊາຊົນແຂວງ, ພ້ອມດ້ວຍຄະນະກຳມະການອະໄພຍະໂທດຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ນາງ ສົມຫວັງ ໄຊຍະຕິ ໄດ້ຂຶ້ນສະຫຼຸບ ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດການຈັດຕັ້ງປະຕິບັດ ນະໂຍບາຍມະນຸດສະທຳຂອງພັກ ແລະ ລັດຖະບານ ໃນປີ 2025 ທີ່ຜ່ານມາ ເຊິ່ງເປັນປີແຫ່ງການສະເຫຼີມສະຫຼອງ ວັນຊາດ ຄົບຮອບ 50 ປີ. ໃນທົ່ວປະເທດ ມີນັກໂທດທີ່ໄດ້ຮັບການອະໄພຍະໂທດ ທັງໝົດ 2.858 ຄົນ, ຍິງ 362 ຄົນ. ສໍາລັບວຽກງານເກັບກູ້ຄ່າປັບໃໝ ແລະ ຄ່າເສຍຫາຍທາງແພ່ງໃນທົ່ວປະເທດ ສາມາດເກັບຄ່າເສຍຫາຍທາງແພ່ງໄດ້ກວ່າ 3,1 ຕື້ກີບ ແລະ ຄ່າປັບໃໝທາງອາຍາໄດ້ກວ່າ 10,2 ຕື້ກີບ ເພື່ອມອບເຂົ້າງົບປະມານແຫ່ງຊາດ. ສະເພາະຢູ່ແຂວງອຸດົມໄຊ, ໝາກຜົນການຈັດຕັ້ງປະຕິບັດໃນປີ 2025 ຜ່ານມາ ສາມາດສັງລວມ ດ້ານນະໂຍບາຍອະໄພຍະໂທດ: ມີນັກໂທດທີ່ໄດ້ຮັບການຫຼຸດຜ່ອນໂທດ ທັງໝົດ 18 ຄົນ, ຍິງ 03 ຄົນ. ໃນນີ້, ເປັນນັກໂທດຄະດີຢາເສບຕິດ 12 ຄົນ ແລະ ຄະດີທົ່ວໄປ 6 ຄົນ. ດ້ານການເກັບກູ້ພັນທະ: ສາມາດເກັບຄ່າປັບໃໝຂອງລັດໄດ້ ທັງໝົດ 102.220.000 ກີບ (ມອບເຂົ້າຄັງເງິນແຫ່ງຊາດແລ້ວ) ແລະ ເກັບຄ່າເສຍຫາຍທາງແພ່ງໄດ້ 7.470.000 ກີບ (ມອບໃຫ້ໂຈດທາງແພ່ງແລ້ວ). ການເຄື່ອນໄຫວວິຊາສະເພາະ: ໄດ້ລົງເຜີຍແຜ່ລັດຖະບັນຍັດ ວ່າດ້ວຍການອະໄພຍະໂທດ ຢູ່ ຄ້າຍຄຸມຂັງ-ດັດສ້າງ, ປກສ ແຂວງ ແລະ ບັນດາເມືອງ ຄື: ເມືອງແບງ, ເມືອງຮຸນ ແລະ ເມືອງປາກແບງ ຢ່າງທົ່ວເຖິງ. ກອງປະຊຸມຍັງໄດ້ຊີ້ໃຫ້ເຫັນບາງດ້ານອ່ອນ ແລະ ຂໍ້ຄົງຄ້າງ ເປັນຕົ້ນແມ່ນຄວາມຮັບຜິດຊອບຂອງກອງເລຂາບາງພາກສ່ວນຍັງບໍ່ທັນສູງ, ການກຳແໜ້ນນິຕິກຳຍັງບໍ່ທັນເລິກເຊິ່ງ ເນື່ອງຈາກມີການຊັບປ່ຽນໜ້າທີ່ພະນັກງານຊີ້ນຳ ເຮັດໃຫ້ການຄັດເລືອກປະເພດນັກໂທດໃນບາງກໍລະນີຍັງບໍ່ທັນແທດເຖິງຕົວຈິງ. ເພື່ອເປັນທິດທາງໃນປີ 2026, ຄະນະກຳມະການອະໄພຍະໂທດຂັ້ນແຂວງ ໄດ້ວາງແຜນວຽກຈຸດສຸມ ໂດຍເລີ່ມຈາກການເຜີຍແຜ່ລັດຖະບັນຍັດໃຫ້ນັກໂທດໃນເດືອນ ມັງກອນ; ລົງຄັດເລືອກຜົນງານ ແລະ ຈັດປະເພດນັກໂທດຮ່ວມກັບເຈົ້າໜ້າທີ່ຄ້າຍຄຸມຂັງໃນເດືອນ ມີນາ; ແລະ ເກັບກຳໃບບິນຊຳລະຄ່າປັບໃໝ-ຄ່າເສຍຫາຍ ເພື່ອສະຫຼຸບບັນຊີລາຍຊື່ນັກໂທດທີ່ມີເງື່ອນໄຂສົ່ງໃຫ້ຄະນະກຳມະການລະດັບຊາດ ໃນທ້າຍເດືອນ ເມສາ 2026.
ໃນຕອນທ້າຍ, ທ່ານ ສຸຫວັດ ມະຫາວົງສະນັ່ນ ໄດ້ໂອ້ລົມ ແລະ ເນັ້ນໜັກ ໃຫ້ ອົງການໄອຍະການ, ປກສ ແຂວງ, ສານປະຊາຊົນແຂວງ ແລະ ພະແນກຍຸຕິທຳ ເພີ່ມທະວີຄວາມຮັບຜິດຊອບຕາມພາລະບົດບາດ. ໂດຍສະເພາະແມ່ນ ການຕິດຕາມ ກວດກາ ຄ້າຍຄຸມຂັງ, ການສຶກສາອົບຮົມນັກໂທດໃຫ້ມີການປ່ຽນແປງພຶດຕິກຳ ແລະ ການຊຸກຍູ້ໃຫ້ມີການຊຳລະຄ່າປັບໃໝ-ຄ່າເສຍຫາຍຢ່າງຄົບຖ້ວນ ເພື່ອຮັບປະກັນໃຫ້ການໃຫ້ອະໄພຍະໂທດ ໃນປີ 2026 ດຳເນີນໄປຢ່າງຖືກຕ້ອງ, ໂປ່ງໃສ, ຍຸຕິທຳ ແລະ ທັນຕາມກຳນົດເວລາທີ່ວາງໄວ້.