The Office of the Embassy of Canada to Laos

The Office of the Embassy of Canada to Laos Official page of the Embassy of Canada in Vientiane Welcome to the Office of the Embassy of Canada’s official page.

We will use this platform to share news, events, and initiatives involving Canada and Lao PDR, and to build a dialogue with you about the relationship between our countries. You can also follow us on Twitter at . I look forward to being in touch virtually! Bob Paquin
Chargé d'affaires and Head of Office

Every child deserves a safe future and a chance to learn 📚Canada is proud to partner with the ILO and the Ministry of La...
06/12/2026

Every child deserves a safe future and a chance to learn 📚

Canada is proud to partner with the ILO and the Ministry of Labour and Social Welfare in Lao PDR to help eliminate child labour and promote safe, fair workplaces.

Through this initiative, we are supporting awareness raising, stronger labour systems, and better protections for workers and children alike.

Together, we can help ensure that children are in school, not at work.


-------
ເດັກນ້ອຍທຸກຄົນສົມຄວນໄດ້ຮັບອະນາຄົດທີ່ປອດໄພ ແລະ ໂອກາດໃນການສຶກສາ 📚

ການາດາ ມີຄວາມພາກພູມໃຈຮ່ວມມືກັບ ອົງການແຮງງານສາກົນ (ILO) ແລະ ກະຊວງແຮງງານ ແລະ ສະຫວັດດິການສັງຄົມ ແຫ່ງ ສ ປປ ລາວ ໃນການຊ່ວຍລົບລ້າງການນຳໃຊ້ແຮງງານເດັກ ແລະ ສ້າງສະຖານທີ່ເຮັດວຽກທີ່ປອດໄພ ແລະ ມີຄວາມຍຸຕິທຳ.

ໂດຍຜ່ານການລິເລີ່ມນີ້, ພວກເຮົາ ກຳລັງສະໜັບສະໜູນ ການສ້າງຈິດສຳນຶກ, ການຮັດແໜ້ນລະບົບແຮງງານໃຫ້ເຂັ້ມແຂງ ແລະ ການປົກປ້ອງທີ່ດີຂຶ້ນໃຫ້ແກ່ບັນດາຜູ້ໃຊ້ແຮງງານ ແລະ ເດັກນ້ອຍ.

ພວກເຮົາສາມາດຮ່ວມມືກັນ ເພື່ອຊ່ວຍເຮັດໃຫ້ແນ່ໃຈວ່າ ເດັກນ້ອຍໄດ້ເຂົ້າຮຽນຢູ່ໃນໂຮງຮຽນ, ບໍ່ແມ່ນຢູ່ໃນສະຖານທີ່ເຮັດວຽກ.

Partnering with Lao experts to build stronger systems and brighter futuresCanada is proud to support ILSTA and AMLIO as ...
06/09/2026

Partnering with Lao experts to build stronger systems and brighter futures

Canada is proud to support ILSTA and AMLIO as Lao professionals from across government come together to strengthen skills, share expertise, and enhance coordination on financial integrity.

Through hands on collaboration and learning, this initiative helps build trusted institutions that support people, businesses, and sustainable economic growth in Lao PDR.


---------
ການຮ່ວມມືກັບຊ່ຽວຊານລາວ ເພື່ອສ້າງລະບົບທີ່ເຂັ້ມແຂງ ແລະ ອະນາຄົດທີ່ສົດໃສ

ການາດາ ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA) ແລະ ສຳນັກງານຂໍ້ມູນຕ້ານການຟອກເງິນ (AMLIO) ໃນການທີ່ເອົາບັນດານັກວິຊາການລາວຈາກທົ່ວທຸກຂະແໜງການຂອງລັດຖະບານ ມາຮ່ວມມືກັນພັດທະນາທັກສະ, ແລກປ່ຽນຄວາມຊຳນິຊຳນານ ແລະ ເພີ່ມທະວີການປະສານງານດ້ານຄວາມໂປ່ງໃສທາງດ້ານການເງິນ.

ການລິເລີ່ມນີ້ ແມ່ນຊ່ວຍສ້າງຕັ້ງສະຖາບັນທີ່ໄດ້ຮັບຄວາມໄວ້ວາງໃຈ ເພື່ອສະໜັບສະໜູນປະຊາຊົນ, ຫົວໜ່ວຍທຸລະກິດ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດແບບຍືນຍົງ ຢູ່ໃນ ສປປ ລາວ.

Protecting Laos’ natural beauty for future generations 🌏🌿On World Environment Day, Canada is proud to support Lao PDR in...
06/05/2026

Protecting Laos’ natural beauty for future generations 🌏🌿

On World Environment Day, Canada is proud to support Lao PDR in advancing environmental sustainability and protecting biodiversity.

From large scale initiatives like the Lao Landscapes and Livelihoods project and the Monsoon Wind Power Project to community partners such as the Saola Foundation, Canada works across Laos to support green growth and sustainable development.


--------
ການປົກປັກຮັກສາຄວາມງົດງາມທາງທໍາມະຊາດຂອງລາວ ເພື່ອຄົນຮຸ່ນຫຼັງ 🌏🌿

ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ, ການາດາ ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນ ສປປ ລາວ ໃນການອະນຸລັກທຳມະຊາດ ແລະ ປົກປ້ອງຄວາມຫຼາກຫຼາຍຂອງຊີວະນາໆພັນ.

ນັບຕັ້ງແຕ່ໂຄງການລິເລີ່ມຂະໜາດໃຫຍ່ ເຊັ່ນ: ໂຄງການຄຸ້ມຄອງພູມສັນຖານ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ ແລະ ໂຄງການພະລັງງານລົມມອນຊູນ ໄປຈົນເຖິງການຮ່ວມມືກັບອົງການຈັດຕັ້ງຂັ້ນທ້ອງຖິ່ນ ເຊັ່ນ: ມູນນິທິອະນຸລັກເສົາຫຼາ, ການາດາ ໄດ້ເຮັດວຽກຢູ່ທົ່ວປະເທດລາວ ເພື່ອສະໜັບສະໜູນການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ.

Strengthening Canada and Laos partnership for a sustainable future 🌱🤝Ambassador Kent Vachon was pleased to meet H.E. San...
06/04/2026

Strengthening Canada and Laos partnership for a sustainable future 🌱🤝

Ambassador Kent Vachon was pleased to meet H.E. Santiphab Phomvihane, Minister of Finance, to discuss Canada’s growing role as a development partner in Lao PDR.

Together, we are advancing cooperation on clean energy, the ASEAN Power Grid, environmental sustainability, UXO clearance, and efforts to strengthen economic resilience in the face of global challenges.


----------
ການຮັດແໜ້ນການເປັນຄູ່ຮ່ວມມື ລະຫວ່າງ ການາດາ ແລະ ລາວເພື່ອອະນາຄົດທີ່ຍືນຍົງ 🌱🤝

ທ່ານເອກອັກຄະລັດຖະທູດ ເຄັນທ໌ ວາຊ່ອງ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີກະຊວງການເງິນ, ເພື່ອປຶກສາຫາລືກ່ຽວກັບບົດບາດທີ່ພວມເຕີບໃຫຍ່ຂະຫຍາຍຕົວຂອງການາດາ ໃນຖານະເປັນຄູ່ຮ່ວມມືເພື່ອການພັດທະນາ ຢູ່ ສປປ ລາວ.

ພວກເຮົາກຳລັງຮ່ວມມືກັນດ້ານພະລັງງານສະອາດ, ຕາໜ່າງສາຍສົ່ງໄຟຟ້າອາຊຽນ, ຄວາມຍືນຍົງທາງດ້ານສິ່ງແວດລ້ອມ, ການເກັບກູ້ລະເບີດທີ່ບໍ່ທັນແຕກ (UXO) ແລະ ຄວາມພະຍາຍາມໃນການເສີມສ້າງຄວາມສະຖຽນລະພາບທາງດ້ານເສດຖະກິດ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆໃນທົ່ວໂລກ.

🇨🇦🤝🇱🇦 Canada is proud to support this important work!
06/02/2026

🇨🇦🤝🇱🇦 Canada is proud to support this important work!

Building a stronger, more resilient economy together 🇨🇦🇱🇦 Ambassador Kent Vachon met with H.E. Mrs. Bounkham Vorachit, G...
05/28/2026

Building a stronger, more resilient economy together 🇨🇦🇱🇦

Ambassador Kent Vachon met with H.E. Mrs. Bounkham Vorachit, Governor of the Bank of the Lao P.D.R., to exchange on shared priorities for Laos’ economic future. 🪙📈

Discussions focused on cooperation to support Lao PDR’s progress toward exiting the FATF grey list, advancing green finance, and strengthening efforts to combat money laundering and transnational crime.

Canada is proud to work with Lao partners to support sustainable growth and stronger communities.


******
ການສ້າງເສດຖະກິດທີ່ເຂັ້ມແຂງ ແລະ ໝັ້ນຄົງກວ່າເກົ່າໄປພ້ອມໆກັນ 🇨🇦🇱🇦

ທ່ານເອກອັກຄະລັດຖະທູດ ເຄັນທ໌ ວາຊ່ອງ ໄດ້ເຂົ້າຢ້ຽມຂ່ຳນັບ ແລະ ພົບປະ ພະນະທ່ານ ນາງ ບຸນຄຳ ວໍລະຈິດ, ຜູ້ວ່າການທະນະຄານ ແຫ່ງ ສປປ ລາວ, ເພື່ອແລກປ່ຽນຄຳຄິດຄຳເຫັນກ່ຽວກັບວຽກງານບຸລິມະສິດຮ່ວມກັນ ສຳລັບອະນາຄົດທາງດ້ານເສດຖະກິດຂອງ ສປປ ລາວ. 🪙📈

ການສົນທະນາໄດ້ເນັ້ນໃສ່ການຮ່ວມມື ເພື່ອສະໜັບສະໜູນຄວາມຄືບໜ້າຂອງ ສປປ ລາວໃນການອອກຈາກບັນຊີສີເທົາ ຂອງອົງການຕ້ານການຟອກເງິນສາກົນ (FATF), ການຊຸກຍູ້ວຽກງານການເງິນສີຂຽວ, ແລະ ການເພີ່ມທະວີຄວາມພະຍາຍາມໃນການຕ້ານການຟອກເງິນ ແລະ ອາດຊະຍາກຳຂ້າມຊາດ.

ການາດາ ມີຄວາມພາກພູມໃຈທີ່ໄດ້ເຮັດວຽກຮ່ວມກັບບັນດາຄູ່ຮວ່ມງານລາວ ເພື່ອສະໜັບສະໜູນການເຕີບໂຕທີ່ຍືນຍົງ ແລະ ສ້າງຊຸມຊົນທີ່ເຂັ້ມແຂງກວ່າເກົ່າ.

Strengthening partnerships for better jobs and stronger communities. 🇨🇦🇱🇦Ambassador Vachon paid a courtesy visit to H.E....
05/26/2026

Strengthening partnerships for better jobs and stronger communities. 🇨🇦🇱🇦

Ambassador Vachon paid a courtesy visit to H.E. Mr. Phosay Sayason, Minister of Labour and Social Welfare, to discuss priorities under Lao PDR’s 10th National Socio-Economic Development Plan.

Canada highlighted ongoing cooperation through ASEAN and international partners, including support for skills development, labour standards, and disaster management. Through our partnership with the ILO, we are also supporting efforts to address child labour, workplace harassment, and discrimination, and align labour laws with international standards.

Canada is proud to support initiatives, from rural livelihoods to vocational training and countering human trafficking, that help build more inclusive and resilient communities across Laos


Mission of Canada to ASEAN
********
ການເພີ່ມທະວີການຮ່ວມມື ເພື່ອການສ້າງວຽກເຮັດງານທຳທີ່ດີຂຶ້ນ ແລະ ຊຸມຊົນທີ່ເຂັ້ມແຂງກວ່າເກົ່າ 🇨🇦🇱🇦

ທ່ານເອກອັກຄະລັດຖະທູດ ເຄັນທ໌ ວາຊ່ອງ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອປຶກສາຫາລືກ່ຽວກັບວຽກງານບຸລິມະສິດ ພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 10 ຂອງ ສປປ ລາວ.

ການາດາ ໄດ້ເນັ້ນໜັກເຖິງການຮ່ວມມືທີ່ກຳລັງຈັດຕັ້ງປະຕິບັດຢູ່ ຜ່ານອາຊຽນ (ASEAN) ແລະ ຄູ່ຮ່ວມງານສາກົນ, ລວມທັງການສະໜັບສະໜູນການພັດທະນາສີມືແຮງງານ, ມາດຕະຖານແຮງງານ ແລະ ການຄຸ້ມຄອງໄພພິບັດ. ຜ່ານການເປັນຄູ່ຮ່ວມງານ ກັບ ອົງການແຮງງານສາກົນ (ILO), ພວກເຮົາ ຍັງໄດ້ສະໜັບສະໜູນການແກ້ໄຂບັນຫາແຮງງານເດັກ, ການຄຸກຄາມ ແລະ ການເລືອກປະຕິບັດ ໃນບ່ອນເຮັດວຽກ, ພ້ອມທັງປັບປຸງກົດໝາຍແຮງງານໃຫ້ສອດຄ່ອງກັບມາດຕະຖານສາກົນ.

ການາດາ ມີຄວາມພູມໃຈທີ່ໄດ້ສະໜັບສະໜູນບັນດາໂຄງການຕ່າງໆ, ນັບຕັ້ງແຕ່ການສ້າງວິຊາຊີບໃນຊົນນະບົດ ຈົນເຖິງການຝຶກອາຊີບ ແລະ ການຕ້ານການຄ້າມະນຸດ ເພື່ອຊ່ວຍສ້າງຊຸມຊົນໃນທົ່ວ ສປປ ລາວ ໃຫ້ມີສ່ວນຮ່ວມ ແລະ ມີຄວາມເຂັ້ມແຂງຂຶ້ນ.

🌿 Clean energy that powers communities and builds futures 🇨🇦🇱🇦Earlier this month, Ambassador Vachon and a Canadian deleg...
05/21/2026

🌿 Clean energy that powers communities and builds futures 🇨🇦🇱🇦

Earlier this month, Ambassador Vachon and a Canadian delegation visited the Monsoon Wind Power Project, Southeast Asia’s largest wind farm. The delegation was accompanied by ADB Country Director Shanny Campbell.

At the heart of this project is its impact on people. Alongside generating 600 megawatts of clean energy, it is creating local jobs, supporting communities, and investing in long term sustainable development.

Canada is proud to support this initiative with a US $30 million concessional loan through the Canadian Climate Fund for the Private Sector in Asia, in partnership with the Asian Development Bank. Together, we are helping Lao PDR advance clean energy while strengthening communities and regional cooperation.


*********
🌿 ພະລັງງານສະອາດ ທີ່ຂັບເຄື່ອນຊຸມຊົນ ແລະ ສ້າງອະນາຄົດ 🇨🇦🇱🇦

ເມື່ອຕົ້ນເດືອນທີ່ຜ່ານມານີ້, ທ່ານເອກອັກຄະລັດຖະທູດ ວາຊ່ອງ ແລະ ຄະນະຜູ້ແທນການາດາ ໄດ້ລົງຢ້ຽມຢາມໂຄງການໄຟຟ້າພະລັງງານລົມ ມອນຊູນ (Monsoon Wind Power Project) ທີ່ໃຫຍ່ທີ່ສຸດໃນອາຊີອາຄາເນ. ຄະນະຜູ້ແທນດັ່ງກ່າວ ໄດ້ເດີນທາງຮ່ວມກັບ ທ່ານ ນາງ ຊານນີ່ ແຄັມເບວ (Shanny Campbell), ຜູ້ອໍານວຍການ ທະນາຄານພັດທະນາອາຊີ ປະຈໍາ ສປປ ລາວ

ຫົວໃຈສຳຄັນຂອງໂຄງການນີ້ ແມ່ນຜົນປະໂຫຍດທີ່ສົ່ງເຖິງປະຊາຊົນ. ນອກຈາກການຜະລິດພະລັງງານສະອາດໄດ້ 600 ເມກາວັດແລ້ວ, ໂຄງການນີ້ຍັງສ້າງວຽກເຮັດງານທຳໃຫ້ແກ່ຄົນທ້ອງຖິ່ນ, ສະໜັບສະໜູນຊຸມຊົນ ແລະລົງທຶນເຂົ້າໃນການ ພັດທະນາແບບຍືນຍົງໃນໄລຍະຍາວ.

ການາດາ ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນໂຄງການນີ້ ດ້ວຍເງິນກູ້ຢືມແບບຜ່ອນຜັນມູນຄ່າ 30 ລ້ານໂດລາສະຫະລັດ ຜ່ານກອງທຶນສະພາບອາກາດການາດາເພື່ອພາກເອກະຊົນໃນອາຊີ (Canadian Climate Fund for the Private Sector in Asia), ໂດຍຮ່ວມມືກັບ ADB. ພວກເຮົາພ້ອມກັນຊ່ວຍເຫຼືອ ສປປ ລາວ ໃນການຊຸກຍູ້ພະລັງງານສະອາດ ພ້ອມທັງເສີມສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນ ແລະ ການຮ່ວມມືໃນພາກພື້ນ.

From policy to people: seeing health impact firsthand in Lao PDR. 🇨🇦🇱🇦Canada was pleased to welcome our Gavi (the Vaccin...
05/19/2026

From policy to people: seeing health impact firsthand in Lao PDR. 🇨🇦🇱🇦

Canada was pleased to welcome our Gavi (the Vaccine Alliance) project lead to Laos, with visits to local communities to see the results of critical health programs on the ground.

We thank the Lao Ministry of Health for the opportunity to join field visits and discussions during the joint Gavi–Global Fund mission.

Canada is proud to support efforts reaching the most vulnerable—including migrant populations and remote communities—while strengthening integrated health services for greater impact. 💉👨‍⚕️


******
ຈາກນະໂຍບາຍສູ່ປະຊາຊົນ: ການເຫັນຜົນສຳເລັດທາງດ້ານສາທາລະນະສຸກດ້ວຍຕົນເອງໃນ ສປປ ລາວ.🇨🇦🇱🇦

ການາດາ ມີຄວາມຍິນດີທີ່ໄດ້ຕ້ອນຮັບຜູ້ນຳພາໂຄງການ ຈາກອົງການ Gavi (ພັນທະມິດດ້ານວັກຊີນ) ໃນການມາຢ້ຽມຢາມ ສປປ ລາວ, ພ້ອມທັງໄດ້ລົງຢ້ຽມຢາມຊຸມຊົນທ້ອງຖິ່ນ ເພື່ອເບິ່ງຜົນສຳເລັດຂອງໂຄງການດ້ານສາທາລະນະສຸກທີ່ສຳຄັນໃນພື້ນທີ່ຕົວຈິງ.

ພວກເຮົາ ຂໍຂອບໃຈກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ໂອກາດໃນໃນການເຂົ້າຮ່ວມການລົງຢ້ຽມຢາມພາກສະໜາມ ແລະ ການປຶກສາຫາລື ລະຫວ່າງການປະຕິບັດພາລະກິດຮ່ວມຂອງ ອົງການ Gavi-ພາລະກິດຂອງກອງທຶນໂລກ (Global Fund).

ການາດາ ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນວຽກງານໃນການເຂົ້າເຖິງກຸ່ມປະຊາກອນທີ່ມີຄວາມສ່ຽງສູງ, ລວມທັງແຮງງານອົບພະຍົບ ແລະ ຊຸມຊົນທີ່ຢູ່ຫ່າງໄກສອກຫຼີກ; ພ້ອມທັງເພີ່ມທະວີການບໍລິການດ້ານສາທາລະນະສຸກແບບຄົບວົງຈອນ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດ.

🌈 Diversity makes us stronger and inclusion makes us better. 🇨🇦🇱🇦On the International Day Against Homophobia, Biphobia a...
05/17/2026

🌈 Diversity makes us stronger and inclusion makes us better. 🇨🇦🇱🇦

On the International Day Against Homophobia, Biphobia and Transphobia, Canada stands with 2SLGBTQIA+ communities in Laos and around the world.

We are proud to work with partners to support human rights and to promote dignity, equality, and freedom from discrimination for all. Canada remains committed to advancing inclusion and creating safer, more empowering spaces where everyone can thrive.

Together, we celebrate diversity and champion love in all its forms.



❤️🧡💛💚💙🩵💜🤎🖤🩶🩷🤍

🌈 ຄວາມຫຼາກຫຼາຍເຮັດໃຫ້ພວກເຮົາເຂັ້ມແຂງຂຶ້ນ ແລະ ການມີສ່ວນຮ່ວມເຮັດໃຫ້ພວກເຮົາດີຂຶ້ນ 🇨🇦🇱🇦

ເນື່ອງໃນໂອກາດວັນສາກົນ ຕໍ່ຕ້ານການກະທຳທີ່ຈຳແນກກຸ່ມຄົນຫຼາກຫຼາຍທາງເພດ (IDAHOBIT), ການາດາ ຢືນຄຽງຂ້າງກັບຊຸມຊົນ 2SLGBTQIA+ ທັງໃນລາວ ແລະ ທົ່ວໂລກ.

ພວກເຮົາມີຄວາມພາກພູມໃຈ ທີ່ໄດ້ເຮັດວຽກຮ່ວມກັບບັນດາຄູ່ຮ່ວມງານຕ່າງໆ ເພື່ອສະໜັບສະໜູນດ້ານສິດທິມະນຸດ ແລະ ສົ່ງເສີມກຽດສັກສີ, ຄວາມສະເໝີພາບ ແລະ ສິດເສລີພາບຈາກການຈຳແນກສຳລັບທຸກໆຄົນ.

ພວກເຮົາຮ່ວມກັນສະເຫຼີມສະຫຼອງຄວາມຫຼາກຫຼາຍ ແລະ ສະໜັບສະໜູນຄວາມຮັກໃນທຸກຮູບແບບ.

Address

C/o Embassy Of Australia, KM4 Thadeua Road, Sisattanak Dist
أدرار
01000

Opening Hours

Monday 9am - 5pm
Tuesday 9am - 5pm
Wednesday 9am - 5pm
Thursday 9am - 5pm
Friday 9am - 5pm

Telephone

+85621353834

Alerts

Be the first to know and let us send you an email when The Office of the Embassy of Canada to Laos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to The Office of the Embassy of Canada to Laos:

Share