ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ - ເດັກນ້ອຍ

ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ - ເດັກນ້ອຍ ມີໜ້າທີ່ປົກປ້ອງ ແລະ ສະໜອງຄວາມຊ່ວຍເຫຼືອແກ່ແມ່ຍິງ ແລະ ເດັກ ທີ່ມີບັນຫາທາງສັງຄົມ ແລະ ຄວາມຮຸນແຮງ

🥳 ປະມວນພາບບັນຍາກາດ ໃນພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ (1 ມິຖຸນາ 1925 – 1 ມິຖຸນາ 2026) ຄົບຮອບ 101 ປີ ທີ່ໄດ້ຈັດຂຶ້ນໃນວັນທ...
01/06/2026

🥳 ປະມວນພາບບັນຍາກາດ ໃນພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ (1 ມິຖຸນາ 1925 – 1 ມິຖຸນາ 2026) ຄົບຮອບ 101 ປີ ທີ່ໄດ້ຈັດຂຶ້ນໃນວັນທີ 01 ມິຖຸນາ 2026 ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ. ງານນີ້ ສູນພວກເຮົາກໍໄດ້ເຂົ້າຮ່ວມ ພ້ອມທັງຈັດກິດຈະກຳຖາມ-ຕອບ ແຈກຂອງລາງວັນໃຫ້ນ້ອງໆຢ່າງຫຼວງຫຼາຍ.

ສຳລັບທ່ານໃດທີ່ບໍ່ໄດ້ເຂົ້າຮ່ວມ ຫຼື ຍັງບໍ່ທັນໄດ້ຂອງລາງວັນ ສາມາດມາຮ່ວມມ່ວນຊື່ນກັນຕໍ່ໃນກິດຈະກຳ Live ສົດ ຜ່ານທາງ page ຂອງສູນ ໃນວັນທີ 5 ມິຖຸນາ 2026 ເວລາ 12:30 - 13:30 ໂມງ ເພື່ອລຸ້ນຮັບຂອງລາງວັນ: ເສື້ອ, ຈອກນ້ຳ, Power Bank, ພັດລົມພົກພາ ແລະ ປຶ້ມຂຽນ!

👉ພຽງແຕ່ ກົດໄລ້ 👍, ກົດແຊຣ ⤴️ ໂພສນີ້ ແລະ ເຂົ້າຮ່ວມເບິ່ງ Live ກໍມີສິດລຸ້ນຮັບລາງວັນທັນທີ!

ຢ່າລືມກົດຕິດຕາມເພຈໄວ້ ເພື່ອບໍ່ໃຫ້ພາດກິດຈະກຳດີໆ ຢ່າລືມເຂົ້າຮ່ວມກິດຈະກຳນຳພວກເຮົາຫຼາຍໆເດີ້ທຸກທ່ານ ແລ້ວພົບກັນ! 😊

#ວັນເດັກສາກົນ #ປົກປ້ອງເດັກ #ສູນໃຫ້ຄຳປຶກສາແລະປົກປ້ອງແມ່ຍິງເດັກນ້ອຍ

✨ ສະເຫຼີມສະຫຼອງວັນເດັກສາກົນ ຄົບຮອບ 101 ປີ (01 ມິຖຸນາ 1925 - 01 ມິຖຸນາ 2026) ✨ເນື່ອງໃນໂອກາດວັນເດັກສາກົນປີນີ້, ສູນໃຫ້ຄໍາປຶ...
01/06/2026

✨ ສະເຫຼີມສະຫຼອງວັນເດັກສາກົນ ຄົບຮອບ 101 ປີ (01 ມິຖຸນາ 1925 - 01 ມິຖຸນາ 2026) ✨
ເນື່ອງໃນໂອກາດວັນເດັກສາກົນປີນີ້, ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ສູນກາງສະຫະພັນແມ່ຍິງລາວ ຂໍສົ່ງຄວາມຮັກແພງ ແລະ ຄວາມຫ່ວງໃຍທີ່ຈິງໃຈ ມາຍັງລູກຫຼານອະນຸຊົນ, ເຍົາວະຊົນ ແລະ ເດັກລາວບັນດາເຜົ່າທຸກຄົນ! 💖 ຂໍໃຫ້ວັນນີ້ເປັນວັນແຫ່ງຄວາມສຸກ, ຄວາມເບີກບານມ່ວນຊື່ນ ແລະ ເປັນໂອກາດທີ່ທົ່ວສັງຄົມຮ່ວມກັນຢືນຢັນເຖິງຄວາມສຳຄັນຂອງການສົ່ງເສີມ ແລະ ປົກປ້ອງສິດທິເດັກຢ່າງແທ້ຈິງ 🌈👶
🌱 ເດັກນ້ອຍທຸກຄົນຄືຄວາມຫວັງ ແລະ ອະນາຄົດຂອງຊາດ 🌱 ພວກເຂົາຄືເມັດພືດ ແລະ ເປັນກຳລັງຫຼັກແຫຼ່ງທີ່ຈະເຕີບໃຫຍ່ໄປພັດທະນາປະເທດຊາດໃນອະນາຄົດ. ການສ້າງສະພາບແວດລ້ອມທີ່ປອດໄພ, ອົບອຸ່ນ ແລະ ເປັນມິດ ຈຶ່ງເປັນຄວາມຮັບຜິດຊອບຮ່ວມກັນຂອງພວກເຮົາທຸກຄົນໃນສັງຄົມ 🤝🏠
📜 ບາງເນື້ອໃນສຳຄັນ ຈາກສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ 📜 ໄດ້ເນັ້ນໜັກໃຫ້ພວກເຮົາຮ່ວມມືກັນພັດທະນາເດັກລາວໃຫ້ມີຄວາມຮູ້, ມີທັກສະ ແລະ ມີພູມຄຸ້ມກັນທີ່ດີ, ໂດຍສະເພາະໃນຍຸກດີຈິຕອນ 💻 ພວກເຮົາຕ້ອງຊ່ວຍກັນປົກປ້ອງເດັກຈາກຄວາມສ່ຽງຕ່າງໆ ບໍ່ວ່າຈະເປັນການໃຊ້ຄວາມຮຸນແຮງ, ແຮງງານເດັກ, ບັນຫາຢາເສບຕິດ ແລະ ໄພອັນຕະລາຍຈາກສື່ສັງຄົມອອນລາຍ 🛡️🚫
🎈 ຄຳອວຍພອນເຖິງລູກຫຼານ: ຂໍໃຫ້ລູກຫຼານທຸກຄົນ ຈົ່ງມີສຸຂະພາບແຂງແຮງ 💪, ມີຄວາມຝັນອັນຍິ່ງໃຫຍ່ ☁️, ຕັ້ງໃຈສຶກສາຮ່ຳຮຽນ 📚, ຮັກຄອບຄົວ ແລະ ປະເທດຊາດ ເພື່ອກາຍເປັນກຳລັງສຳຄັນ ແລະ ອະນາຄົດຂອງຊາດ, ເປັນຜູ້ສືບທອດ ແລະ ເປັນກຳລັງຫຼັກແຫຼ່ງໃນການສ້າງສາບ້ານເມືອງຂອງພວກເຮົາໃຫ້ຮຸ່ງເຮືອງສີວິໄລຕະຫຼອດໄປ! ✨🙌
ສຸດທ້າຍນີ້ ຂໍໃຫ້ວັນເດັກສາກົນ 01 ມິຖຸນາ ເປັນວັນທີ່ເຕືອນໃຈພວກເຮົາທຸກຄົນວ່າ "ການເຄົາລົບສິດຂອງເດັກ ແລະ ການຮັບຟັງສຽງຂອງເຂົາ ແມ່ນຮາກຖານສຳຄັນຂອງອະນາຄົດທີ່ດີຂອງເດັກທຸກຄົນ" 🤍🕊️
#ວັນເດັກນ້ອຍສາກົນ #1ມິຖຸນາ #ປົກປ້ອງເດັກນ້ອຍ #ສູນໃຫ້ຄຳປຶກສາແລະປົກປ້ອງແມ່ຍິງເດັກນ້ອຍ #ສານນາຍົກລັດຖະມົນຕີ #ອະນາຄົດຂອງຊາດ

"✨ ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນເດັກສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ! ✨         ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແ...
28/05/2026

"✨ ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນເດັກສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ! ✨
ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ສູນກາງສະຫະພັນແມ່ຍິງລາວ ຂໍເຊີນຊວນທຸກທ່ານເຂົ້າຮ່ວມກິດຈະກຳຖ່າຍທອດສົດ (Facebook Live)ພິເສດເພື່ອຮຽນຮູ້ ແລະ ປົກປ້ອງອະນາຄົດຂອງຊາດຮ່ວມກັນ.

🗓️ ວັນສຸກ ທີ 05 ມິຖຸນາ 2026 ⏰ ເວລາ 12:30 - 13:30 ໂມງ
📍ເພຈ: ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ

ພົບກັບຫົວຂໍ້ທີ່ໜ້າສົນໃຈ:
✅ເຈາະເລິກມາດຕາສຳຄັນ: ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ, ປະມວນກົດໝາຍແພ່ງ ແລະ ອາຍາ.
✅ ສົນທະນາບັນຫາ: ການແຕ່ງດອງກ່ອນໄວອັນຄວນ.
✅ ວິທີປ້ອງກັນ:ການລ່ວງລະເມີດທາງເພດທາງສື່ອອນລາຍ.

🎁 ພິເສດ! ກິດຈະກຳຖາມ-ຕອບ ລຸ້ນຮັບຂອງລາງວັນຫຼາກຫຼາຍ: ເສື້ອ, ຈອກນ້ຳ, Power Bank ແລະ ປຶ້ມຂຽນ.

👉 ກະຕິກາງ່າຍໆ: ພຽງແຕ່ ກົດໄລ້ 👍, ກົດແຊຣ ⤴️ ໂພສນີ້ ແລະ ເຂົ້າຮ່ວມເບິ່ງ Live ກໍມີສິດລຸ້ນຮັບທັນທີ!

ຢ່າລືມກົດຕິດຕາມເພຈໄວ້ ເພື່ອຕິດຕາມ ແລະ ເຂົ້າຮ່ວມກິດຈະກຳດີໆ ແລ້ວພົບກັນເດີ້! 😊 #ວັນເດັກສາກົນ #ປົກປ້ອງເດັກ #ສູນໃຫ້ຄຳປຶກສາແລະປົກປ້ອງແມ່ຍິງ_ເດັກນ້ອຍ"

🔔 ສະບາຍດີທຸກທ່ານ! ຕໍ່ຈາກໂພສກ່ອນນີ້ ທີ່ພວກເຮົາໄດ້ໃຫ້ຮູ້ຄວາມໝາຍຂອງ "ການພັດທະນາແມ່ຍິງ" ໄປແລ້ວ, ມື້ນີ້ ສູນໃຫ້ຄຳປຶກສາ ແລະ ປົກ...
19/05/2026

🔔 ສະບາຍດີທຸກທ່ານ! ຕໍ່ຈາກໂພສກ່ອນນີ້ ທີ່ພວກເຮົາໄດ້ໃຫ້ຮູ້ຄວາມໝາຍຂອງ "ການພັດທະນາແມ່ຍິງ" ໄປແລ້ວ, ມື້ນີ້ ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ຈະພາມາຮູ້ກ່ຽວກັບ: "ເນື້ອໃນການພັດທະນາແມ່ຍິງ ມີດ້ານໃດແດ່?"
ອີງຕາມ ມາດຕາ 10 ຂອງກົດໝາຍວ່າດ້ວຍ ການພັດທະນາ ແລະ ປົກປ້ອງແມ່ຍິງ (ສະບັບປັບປຸງ ປີ 2025), ການພັດທະນາແມ່ຍິງປະກອບມີ 6 ດ້ານຫຼັກ ດັ່ງນີ້:
1️ ການພັດທະນາທາງດ້ານຮ່າງກາຍ 💪
2️ ການພັດທະນາທາງດ້ານແນວຄິດຈິດໃຈ 🧠
3️ ການພັດທະນາທາງດ້ານວັດທະນະທຳ 🌏
4️ ການພັດທະນາທາງດ້ານການສຶກສາ ແລະ ກິລາ 📚⚽️
5️ ການພັດທະນາທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ 💻
6️ ການພັດທະນາທາງດ້ານວິຊາຊີບ ແລະ ສີມືແຮງງານ 🛠️
ແລະ ເນື້ອໃນອື່ນ ທີ່ເຫັນວ່າມີຄວາມຈຳເປັນ.
📖 ລາຍລະອຽດເນື້ອໃນການພັດທະນາແຕ່ລະດ້ານ (ມາດຕາ 11 ຫາ 16) ສາມາດອ່ານເພີ່ມເຕີມໄດ້ໃນຮູບພາບລຸ່ມນີ້! 👇
#ກົດໝາຍວ່າດ້ວຍການພັດທະນາແລະປົກປ້ອງແມ່ຍິງ #ສູນກາງສະຫະພັນແມ່ຍິງລາວ #ສູນໃຫ້ຄຳປຶກສາ1362 #ສິດທິແມ່ຍິງ.

* ທຸກຄົນຮູ້ບໍ 🤔ການພັດທະນາແມ່ຍິງ ແມ່ນຫຍັງ  ⁉️           ມີຄວາມໝາຍວ່າແນວໃດ⁉️ສຳຄັນແນວໃດກັບແມ່ຍິງພວກເຮົາ🤷‍♀️❗👩‍⚖️           ...
02/05/2026

* ທຸກຄົນຮູ້ບໍ 🤔ການພັດທະນາແມ່ຍິງ ແມ່ນຫຍັງ ⁉️

ມີຄວາມໝາຍວ່າແນວໃດ⁉️ສຳຄັນແນວໃດກັບແມ່ຍິງພວກເຮົາ🤷‍♀️❗👩‍⚖️

ໃນໂພສນີ້ມີຄຳຕອບ ໂດຍອີງຕາມ ມາດຕາ 9: ການພັດທະນາແມ່ຍິງ ກຳນົດຢູ່ໃນກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສະບັບປັບປຸງ ປີ 2025, ເນື້ອໃນລະອຽດຢູ່ລຸ່ມນີ້ 👇📝📚

#ຝາກກົດຕິດຕາມແລະShareເຟສບຸກພວກເຮົາແດ່ເດີ ເພື່ອໄດ້ຮັບຂໍ້ມູນດ້ານກົດໝາຍ👨‍⚖️👩‍⚖️⚖️
#ກົດໝາຍວ່າດ້ວຍການພັດທະນາແລະປົກປ້ອງແມ່ຍິງ #ສິດທິແມ່ຍິງ #ສູນໃຫ້ຄຳປືກສາ1362

ທຸກຄົນຮູ້ບໍ່ວ່າ ນະໂຍບາຍຂອງລັດ ກ່ຽວກັບວຽກງານພັດທະນາ ແລະ ປົກປ້ອງແມ່ຍິງ ທີ່ເຮົາກຳນົດໄວ້ໃນກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອ...
30/04/2026

ທຸກຄົນຮູ້ບໍ່ວ່າ ນະໂຍບາຍຂອງລັດ ກ່ຽວກັບວຽກງານພັດທະນາ ແລະ ປົກປ້ອງແມ່ຍິງ ທີ່ເຮົາກຳນົດໄວ້ໃນກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ ມີຫຍັງແດ່ ⁉️⁉️ ມາອ່ານນຳກັນເລີຍ 👇👇
*ມາດຕາ 5 (ປັບປຸງ):* ນະໂຍບາຍຂອງລັດ ກ່ຽວກັບວຽກງານພັດທະນາ ແລະ ປົກປ້ອງແມ່ຍິງ ກຳນົດວ່າ: 📝📝
⚖️ ລັດ ໃຫ້ບຸລິມະສິດ ແລະ ຖືສໍາຄັນ ວຽກງານພັດທະນາ ແລະ ປົກປ້ອງແມ່ຍິງ ດ້ວຍການ ກໍານົດນະໂຍບາຍ, ກົດໝາຍ, ແຜນຍຸດທະສາດ, ລະບຽບການ, ປະກອບບຸກຄະລາກອນ, ສະໜອງງົບປະມານ, ພາຫະນະ, ວັດຖູ ປະກອນ ເພື່ອຊຸກຍູ້, ສົ່ງເສີມ ວຽກງານດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
📚 ລັດ ສົ່ງເສີມຄວາມກ້າວໜ້າ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ດ້ວຍການສ້າງເງື່ອນ ໄຂ ແລະ ອຳນວຍຄວາມສະດວກ ໃຫ້ແມ່ຍິງມີສຸຂະພາບດີ, ມີຄວາມຮູ້, ຄວາມສາມາດ, ຄຸນສົມບັດສິນທໍາປະຕິວັດ, ມີວຽກເຮັດງານທໍາ ແລະ ມີສິດເທົ່າທຽມກັບເພດຊາຍ ໂດຍບໍ່ຈໍາແນກຖານະທາງດ້ານ ການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ຄອບຄົວ.
📊ລັດ ຊຸກຍູ້, ປຸກລະດົມ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພາກ ລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ລວມທັງສັງຄົມໃຫ້ມີສ່ວນຮ່ວມ, ສະໜັບສະໜູນ ແລະ ປະກອບສ່ວນດ້ານທຶນ, ເຕັກນິກວິຊາການ ເຂົ້າໃນວຽກງານພັດທະນາ ແລະ ປົກປ້ອງແມ່ຍິງ.
#ກົດໝາຍວ່າດ້ວຍການພັດທະນາແລະປົກປ້ອງແມ່ຍິງ👩‍⚖️👨‍⚖️ #ສິດທິແມ່ຍິງ #ສູນໃຫ້ຄຳປືກສາ1362☎️📞

📢 💦ເນື່ອງໃນໂອກາດປີໃໝ່ລາວ ພສ 2569 ນີ້, ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ສູນກາງສະຫະພັນແມ່ຍິງລາວ ຂໍອວຍພອນໄຊອັນປະເສ...
14/04/2026

📢 💦ເນື່ອງໃນໂອກາດປີໃໝ່ລາວ ພສ 2569 ນີ້, ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ສູນກາງສະຫະພັນແມ່ຍິງລາວ ຂໍອວຍພອນໄຊອັນປະເສີດມາຍັງທຸກທ່ານ ໃຫ້ໂຊກດີປີໃໝ່, ມີຄວາມມ່ວນຊື່ນ ສຸກສົມຫວັງ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຊີວິດຄອບຄົວ. ຂໍໃຫ້ທຸກທ່ານ ເດີນທາງຕະຫຼອດປອດໄພ! 🌸
#ປີໃໝ່ລາວ

#ສູນໃຫ້ຄຳປຶກສາແລະປົກປ້ອງແມ່ຍິງເດັກນ້ອຍ

📢 ສະຫຼອງປີໃໝ່ລາວ ພສ 2569: ຮັກສາຮີດຄອງປະເພນີອັນດີງາມ, ມ່ວນຊື່ນຢ່າງມີກຽດ, ປະຢັດມັດທະຍັດ ແລະ ເຄົາລົບກົດໝາຍຢ່າງເຄັ່ງຄັດ 💦ເນື...
13/04/2026

📢 ສະຫຼອງປີໃໝ່ລາວ ພສ 2569: ຮັກສາຮີດຄອງປະເພນີອັນດີງາມ, ມ່ວນຊື່ນຢ່າງມີກຽດ, ປະຢັດມັດທະຍັດ ແລະ ເຄົາລົບກົດໝາຍຢ່າງເຄັ່ງຄັດ 💦
ເນື່ອງໃນໂອກາດບຸນປີໃໝ່ລາວນີ້, ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ຂໍສົ່ງຄວາມຫ່ວງໃຍ ແລະ ເຊີນຊວນທຸກທ່ານຮ່ວມກັນສ້າງສັງຄົມທີ່ປອດໄພ ບົນພື້ນຖານການເຄົາລົບກົດໝາຍ ແລະ ຮີດຄອງປະເພນີອັນດີງາມ ໃນໄລຍະບຸນປີໃໝ່ລາວ ວັນທີ 14-16 ເມສານີ້:
⚖️ ເຄົາລົບສິດທິ ແລະ ຕ້ານການໃຊ້ຄວາມຮຸນແຮງ:
* ໃຫ້ກຽດເຊິ່ງກັນ ແລະ ກັນ: ເຄົາລົບສິດໃນຮ່າງກາຍຂອງຜູ້ອື່ນ, ບໍ່ສວຍໂອກາດຄຸກຄາມທາງເພດ ຫຼື ແຕະຕ້ອງຕົວຜູ້ອື່ນໂດຍບໍ່ໄດ້ຮັບການຍິນຍອມ.
* ຢຸດໃຊ້ຄວາມຮຸນແຮງ: ການລະເມີດກຽດສັກສີຂອງແມ່ຍິງ ບໍ່ວ່າທາງວາຈາ ຫຼື ການກະທຳ ແມ່ນການລະເມີດກົດໝາຍ. ຮ່ວມກັນເປັນຫູເປັນຕາປົກປ້ອງແມ່ຍິງ ແລະ ເດັກນ້ອຍ ໃຫ້ຫຼິ້ນບຸນຢ່າງປອດໄພ ແລະ ມີຄວາມສຸກ ມ່ວນຊື່ນ.
🌿 ສະຫຼອງຢ່າງມີສະຕິ ແລະ ປະຢັດຊ່ວຍຊາດ (ຕາມແຈ້ງການ 418/ຫສນຍ):
* ປະຢັດມັດທະຍັດ: ສະເຫຼີມສະຫຼອງປີໃໝ່ບົນພື້ນຖານການປະຢັດ ແລະ ໃຊ້ຈ່າຍຢ່າງມີແບບແຜນ.
* ປະຢັດພະລັງງານ: ຫຼຸດຜ່ອນການເດີນທາງທີ່ບໍ່ຈຳເປັນ ແລະ ຊຸກຍູ້ການໃຊ້ພາຫະນະ EV ເພື່ອຊ່ວຍຊາດປະຢັດນ້ຳມັນ ໃນທ່າມກາງວິກິດການພະລັງງານ.
* ປອດໄພ: ຂັບຂີ່ຢ່າງມີສະຕິ, ເຄົາລົບກົດຈະລາຈອນຢ່າງເຂັ້ມງວດ, ບໍ່ດື່ມແລ້ວຂັບ ແລະ ບໍ່ຈັດກຸ່ມຫຼິ້ນນ້ຳຊະຊາຍກີດຂວາງທາງຈະລາຈອນ.
🤝 ພວກເຮົາພ້ອມຢືນຄຽງຂ້າງທ່ານ: ຫາກທ່ານພົບເຫັນ ຫຼື ປະສົບກັບການໃຊ້ຄວາມຮຸນແຮງ ແລະ ການຄຸກຄາມທຸກຮູບແບບ, ສາມາດຕິດຕໍ່ຂໍຄຳປຶກສາໄດ້ທີ່: 📞 ສາຍດ່ວນສູນກາງສະຫະພັນແມ່ຍິງ: 1362 (ໂມງລັດຖະການ)
ດ້ວຍຄວາມປາຖະໜາດີຈາກ: ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ສູນກາງສະຫະພັນແມ່ຍິງລາວ.
🌸 ພວກເຮົາຂໍອວຍພອນໄຊໃຫ້ທຸກທ່ານໂຊກດີປີໃໝ່, ມີຄວາມສຸກ ຄວາມມ່ວນຊື່ນແລະ ເດີນທາງປອດໄພ! 🌸
#ສະບາຍດີປີໃໝ່

#ສູນໃຫ້ຄຳປຶກສາແລະປົກປ້ອງແມ່ຍິງເດັກນ້ອຍ

🥳 ສະບາຍດີທຸກຄົນ ອີກພຽງບໍ່ເທົ່າໃດມື້ ກໍຈະຮອດໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2569 ແລ້ວ!  💦ປີໃໝ່ນີ້ ບັນດາທ່ານວາງແຜນຈະໄປສະຫຼ...
10/04/2026

🥳 ສະບາຍດີທຸກຄົນ ອີກພຽງບໍ່ເທົ່າໃດມື້ ກໍຈະຮອດໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2569 ແລ້ວ! 💦
ປີໃໝ່ນີ້ ບັນດາທ່ານວາງແຜນຈະໄປສະຫຼອງຢູ່ໃສແດ່? ຫຼື ມີກິດຈະກຳຫຍັງພິເສດ ກັບຄອບຄົວ ຫລື ໝູ່ເພື່ອນບໍ່?
ສຳລັບແອັດມິນເອງ ຍ້ອນໄລຍະນີ້ອາກາດຂ້ອນຂ້າງຮ້ອນເປັນພິເສດ ☀️ ອາດຈະເນັ້ນພັກຜ່ອນຢູ່ເຮືອນກັບຄອບຄົວ ແລະ ຫຼິ້ນນ້ຳເຢັນໆຢູ່ເຮືອນ 🏠 ຫຼື ເປັນ“ກົບຈຳສິນ”🐸.
ແລ້ວທຸກທ່ານເດ... ມີແຜນເຮັດຫຍັງ ຫຼື ໄປໃສແດ່? ມາຮ່ວມແບ່ງປັນນຳພວກເຮົາກັນຢູ່ກ້ອງໂພດສນີ້ເລີຍເດີ້! 👇👇
#ສະບາຍດີປີໃໝ່2026 #ສູນໃຫ້ຄຳປຶກສາແລະປົກປ້ອງແມ່ຍິງເດັກນ້ອຍ"

"⚖️ ສິ່ງດີໆທີ່ຄວນຮູ້ 🌸 ການພັດທະນາ ແລະ ປົກປ້ອງແມ່ຍິງ ແມ່ນຫຍັງ?        ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ຂໍນຳສະເໜີເ...
08/04/2026

"⚖️ ສິ່ງດີໆທີ່ຄວນຮູ້ 🌸 ການພັດທະນາ ແລະ ປົກປ້ອງແມ່ຍິງ ແມ່ນຫຍັງ?

ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ຂໍນຳສະເໜີເນື້ອໃນມາດຕາ 2 ຂອງກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ (ສະບັບປັບປຸງ) ເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບຄວາມໝາຍຂອງການພັດທະນາ ແລະ ປົກປ້ອງແມ່ຍິງ.

ຫາກທ່ານຕ້ອງການຂໍ້ມູນເພີ່ມເຕີມ ຫຼື ຕ້ອງການຄຳປຶກສາ ສາມາດຕິດຕໍ່ຫາພວກເຮົາໄດ້ທີ່ສາຍດ່ວນ 1362 ໃນເວລາໂມງລັດຖະການ.
ສາມາດຕິດຕາມເຟສບຸກຂອງພວກເຮົາ ເພື່ອຮັບຂໍ້ມູນດີໆ ກ່ຽວກັບການພັດທະນາ ແລະ ປົກປ້ອງສິດ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກ
#ກົດໝາຍວ່າດ້ວຍການພັດທະນາແລະປົກປ້ອງແມ່ຍິງ #ສິດທິແມ່ຍິງ #ສູນໃຫ້ຄຳປຶກສາ1362"

Address

Vientiane
Vientiane
021

Telephone

+8562055541362

Website

Alerts

Be the first to know and let us send you an email when ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ - ເດັກນ້ອຍ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ - ເດັກນ້ອຍ:

Share